ມີເພື່ອນຄົນໜື່ງລົ້ມໃນງານ ບຣາບີຄີວ ປຣາຕີ້ ເຊີ່ງຈັດຂື້ນໃນຕອນບ່າຍ 3ໂມງ:00 ນາທີ ແລ້ວໝູ່ເພື່ອນໃນງານກໍ່ແນະນຳໃຫ້ລາວໄປຫາໝໍ
ແຕ່ວ່າຜູ້ຍິງຄົ້ນນີ້ບອກວ່າບໍ່ເປັນຫຍັງດ໋ອກ! ພຽງແຕ່ຂ້ອຍຊື້ເກີບໃໝ່ມາກໍ່ເລີຍສະດຸດລົ້ມເອງ
ແລ້ວໝູ່ເພື່ອນກໍ່ຊ່ວຍກັນປັດຂີ້ຝຸ່ນອອກຈາກເສື້ອຜ້າໃຫ້ ຈາກນັ້ນເພື່ອນໆກໍ່ຍົກອາຫານຈານໃໝ່ມາໃຫ້ລາວ
ແລ້ວກໍ່ພາກັນມ່ວນຊື່ນຕໍ່ໄປ…ພໍງານລ້ຽງເລີກກໍ່ພາກັນກັບເມືອ, ຫຼັງຈາກນັ້ນບໍ່ດົນສາມີຂອງຜູ້ຍິງຄົນນີ້ກໍ່ແຈ້ງໃຫ້ຮູ້ວ່າ ລາວຖືກສົ່ງໄປເຂົ້າໂຮງໝໍ
ແລ້ວກໍ່ເສຍຊີວິດຕອນ 6ໂມງແລງຂອງມື້ນັ້ນ.
ຖ້າຫາກເພື່ອນໆທຸກຄົນໃນງານຮູ້ວິທີວິເຄາະອາການດັ່ງກ່າວ ຫຼື ຮູ້ອາການແຕ່ເບື້ອງຕົ້ນແລ້ວ ຜູ້ຍິງຄົນນັ້ນຄົງຍັງມີຊີວິດຢູ່.
ຜົນກວດອອກມາປະກົດວ່າລາວເປັນເສັ້ນເລືອດໃນສະໝອງແຕກຈາກການລົ້ມໃນເທື່ອນັ້ນ.
ແພດທາງດ້ານປະສາດວິທະຍາກໍ່ບອກວ່າຖ້າຮູ້ວ່າມີອາການແບບນັ້ນ ແລ້ວສົ່ງໄປໂຮງໝໍພາຍໃນ2-3ຊົ່ວໂມງກໍ່ອາດມີຊີວິດລອດ.
ນີ້ແມ່ນວີທີ ວີເຄາະອາການຂັ້ນພື້ນຖານ:
ສົມມຸດມີຄົນລົ້ມປຸ່ມ..ແພດແນະນຳວ່າໃຫ້ທັດສອບຜູ້ກ່ຽວດ້ວຍການ
1.ໃຫ້ຜູ້ກ່ຽວຍີ້ມ(ຖ້າຍີ້ມແບບຜິດປົກກະຕິສະແດງວ່າເລີ່ມມີອາການດັ່ງກ່າວ).
2. ໃຫ້ຜູ້ກ່ຽວເວົ້າປະໂຫຍກສັ້ນໆງາຍໆເຊັ່ນວ່າ:ມື້ນີ້ອາກາດດີຫຼາຍ(ຖ້າເວົ້າປະໂຫຍກແນວນີ້ບໍ່ໄດ້ສະແດງວ່າມີອາການດັ່ງກ່າວ).
3.ໃຫ້ຜູ້ກ່ຽວຍົກແຂນທັງສອງຂ້າງຂື້ນແລ້ວກໍ່ແລບລີ້ນອອກມາ ຖ້າລີ້ນມ້ວນ ຫຼື ປ່ຽວໄປທາງໃດທາງໜື່ງ ສະແດງວ່າເລີ່ມມີອາການດັ່ງກ່າວ
ຖ້າເກີດມີທັງ3ວິທີທົດສອບນີ້ກໍ່ໃຫ້ສົ່ງຜູ້ກ່ຽວໄປໂຮງໝໍທັນທີ.
ເລື່ອງນີ້ເປັນເລື່ອງຈິງ!