ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຮຽນເກັ່ງຍ້ອນ...
ສ້າງເມື່ອ ພ.ຈ.. 14, 2009 44 ຄົນໂຫວດ, 29 ຄຳເຫັນ, ອ່ານ 312 ເທື່ອ
ລອງອ່ານເບິ່ງ
ຄົນເຮົາທຸກໆຄົນແມ່ຄືກັນ,ແຕ່ຄົນເຮົາຈະແຕກຕ່າງກັນຢູ່ທີ່ການສຶກສາແລະໄດ້ຮັບການອົບໂຮມທີ່ດີແລະຊອກຫາຄວາມຮູ້ໃສ່ຕົນເອງຢູ່ຕະຫລອດເວລາ,ແລະການຮຽນຮູ້ຂອງເຮົານັ້ນມັນກໍ່ເກີດຂື້ນໄດ້ຫລາຍວິທີດ້ວຍກັນເຊັ່ນ:ເກີດຂື້ນຈາກການອ່ານປື້ມ,ເກີດຂື້ນຈາກການຢາກເຫັນແລະຢາກລອງແລະການທີ່ເຮົາຖາມຜູ່ໃຫຍ່ຄູບາອາຈານເພື່ອທອດຖອນບົດຮຽນນຳເພີ່ນ....,
ແຕ່ໃນປະຈຸບັນສ່ວນຫລາຍແມ່ນຢາກເຫັນຢາກລອງກັບສິ່ງທີ່ຖ້າທາຍແລະສິ່ງທີ່ເພີ່ນໄດ້ຫ້າມໄວ້.
ດັ່ງນັ້ນ ຂພຈ ຈິ່ງໄດ້ຂຽນແບບສຳຫລວດຂຶ້ນມາສະບັບຫນຶ່ງໂດຍໃສ່ຊື່ວ່າ
" ຫ້າມເປີດອ່ານ" ເພາະມີຈຸດປະສົງຢາກຮູ້ວ່າສິ່ງທີ່ ຫ້າມ ນັ້ນຈະມີຄົນເຂົ້າມາຫລາຍເທົ່າໃດ, ແຕ່ມັນກໍ່ບໍ່ປະສົບຜົນສຳເລັດ ເພາະວ່າມັນຖືກຫາຍຕົວໄປໄປກ່ອນຊ້ຳ.

ດັ່ງນັ້ນໃນສະບັບນີ້ຈິ່ງຢາກຖາມເພື່ອນໆ ອ້າຍ ເອື້ອຍນ້ອງ 1000 ລາວວ່າ: ໃນເມື່ອທ່ານຮຽນແລ້ວບໍ່ເຂົ້າໃຈນັ້ນທ່ນຊິເຮັດແນວໃດ?