ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2011 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

               ເລື່ອງນີ້ , ເປັນເລື່ອງທີ່ຂ້ອຍປະສົບພົບພໍ້ມັນມາດ້ວຍຕົນເອງໃນຊ່ວງແລ້ວນີ້ ມັນໄດ້ເຮັດໃຫ້ຂ້ອຍ ສົບສົນ ແອນ ວຸ້ນວາຍ ສຸດ2 ເລຍ ເລື່ອງມັນມີຢູ່ວ່າ :

ຂ້ອຍເອງໄດ້ເອົາເບີ ຂອງຜູ້ສາວຜູ້ໜຶ່ງທີ່ຂ້ອຍສົນໃຈ ນຳໝູ່ຂອງຂ້ອຍ , ເຊີ່ງວ່າຜູ້ສາວຜູ້ນັ້ນມີຊື່ຫຍໍ້ ວ່າ 'ອ' ຫຼັງຈາກທີ່ຂ້ອຍໄດ້ເບີມາແລ້ວຂ້ອຍ ກາໄດ້ໂທຫາ ແລະ ແຊັດ ຫາລາວ . 2 ອາທິດຜ່ານໄປ ຂ້ອຍເອງກໍ່ໄດ້ຮູ້ສຶກວ່າລາວເອງກໍ່ໜ້າຈະມີໃຈໃຫ້ເຊັ່ນກັນ ເພາະວ່າຂ້ອຍເອງ ໄດ້ ເຮັດການລອງໃຈລາວເບິ່ງ ດ້ວຍການ ລອງບໍ່ໂທ ແລະ ແຊັດ ຫາລາວ . ຜົນປະກົດອອກມາວ່າ ລາວເອງໄດ້ກາຍເປັນຜູ້ ໂທ ແລະ ແຊັດ ຫາ ເຮົາເອງ , ມັນກໍ່ເລີຍເຮັດໃຫ້ຄວມໝັ້ນໃຈຂອງຂ້ອຍເພີ່ມຂຶ້ນ ແລະ ໝັ້ນໃຈວ່າລາວເອງກໍ່ມັກເຮົາເຊັ່ນກັນ    ຫຼັງຈາກນັ້ນຕ່າງຝ່າຍຕ່າງໂທ ແລະ ແຊັດນຳກັນ   . ມາຮອດມື້ໜຶ່ງຂ້ອຍກາໄດ້ໂທຫາຕາມປົກກະຕິ  ແຕ່ມັນໄດ້ມີການປຽ່ນແປງບາງຢ່າງເກີດຂຶ້ນກໍ່ຄື ລາວບໍ່ຮັບໂທລະສັບຂອງຂ້ອຍ ແລະ ແຊັດຫາກາບໍ່ຕອບ  ດ້ວຍຄວາມສົງໄສວ່າເປັນຫຍັງ  ຂ້ວຍເອງກາເລີຍເອົາເບີອື່ນລອງ ແຊັດຫາລາວລອງເບິ່ງ ແລະແລ້ວລາວກາຕອບກັບມາ  ບາດນີ້ຂ້ອຍໄດ້ເອົາເບີຕົວເອງ ແຊັດຫາລາວ ແລະຜົນປາກົດວ່າບໍ່ມີຂໍ້ຄວາມຈາກລາວຕອບກັບມາເລີຍ  ແລະເມື່ອຕອນທີ່ພົບກັນລາວກາເຮັດແບບຄືຄົນທີ່ບໍ່ຮູູ້ຈັກກັນ ຍິ້ມຫາກໍ່ເຮັດແບບບໍ່ເຫັນ  ຫຼັງຈາກມື້ນັ້ນຂ້ອຍກາບໍ່ໄດ້ໂທຫາລາວອີກເລີຍ ທັ່ງ2ທີ່ຂ້ອຍກາຍັງສົງໄສຕົນເອງຢູ່ວ່າ  ຂ້ອຍເຮັດຫຍັງຜິດນະ ?

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່