ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 20, 2009 | ມີ 11 ຄຳເຫັນ ແລະ 0 trackback(s)


 

ອັບເດດຄວາມຮູ້ໃໝ່ ແລະຖີ້ມຄວາມເຊື່ອເກົ່າທີ່ຜິດໆ...ເພາະມັນໃຫ້ຄຸ່ນຄ່າຫຼາຍກວ່າໂທດ

ຖ້າຮູ້ຈັກດື່ມ ແລະນີ້ຄື 6 ຂໍ້ແທ້ຈິງທີ່ເຮົາເອົາມາບອກໃຫ້ໝູ່ເພື່ອນໄດ້ຮູ້ນຳກັນ

1.ບໍ່ແມ່ນ...ວ່າການດື່ມກາແຟເຮັດໃຫ້ເກີດໂລກຫົວໃຈ ຄວາມດັນ ເປັນໝັນ ເຮັດໃຫ້ຜູ້ຍິງຖືພາລຸລູກໄດ້ ສົ່ງຜົນໃຫ້ລູກທີ່ອອກມານ້ຳໜັກໜ້ອຍ ເພີ່ມຄວາມສ່ຽງມະເຮັງຮັງໄຂ່ ແລະກະດູກຜຸ ຖ້າເຈົ້າດື່ມພຽງມື້ລະ 1-2 ຈອກ.

2. ຮູ້ບໍ່ວ່າ...ກາແຟຊ່ວຍລົດຄວາມສ່ຽງການເກີດນີ້ວໃນຖົງນ້ຳດີ ມະເຮັງລຳໄສ້ໃຫຍ່ ລົດອັນຕະລາຍຈາກຕັບໃນຜູ້ທີ່ມີຄວາມສ່ຽງໂລກຕັບ ລົດອາການຫອບໃນຜູ້ທີ່ມີຫອບຫືດ ເພີ່ມຄວາມຈຳ ແລະ ສຳຫຼັບນັກກິລາຈະຊ່ວຍຄວາມທົນ ແລະຄວາມອືດໃນກິລາທີ່ຕ້ອງໃຊ້ເວລາດົນ.

3. ຕ້ອງດື່ມເລື້ອຍໆ... ສຳຫຼັບຜູ້ທີ່ດື່ມແກ້ເຫງົານນອນ. ແນະນຳໃຫ້ດື່ມປະລິມານໜ້ອຍໆ ແຕ່ກະ ຈາຍການດື່ມອອກໄປໝົດມື້ເຊັ່ນ: ແທນທີ່ຈະດື່ມຈອກໃຫ່ຍ 16 ອອນ (500 ມລ) ໃນຕອນເຊົ້າ ໃຫ້ດື່ມພຽງຄັ້ງລະ 2-3 ອອນ (60-90 ມລ) ແຕ່ຫຼາຍເທື່ອຂື້ນ ກາແຟຈະເລີ່ມອອກລິດໃນ 15 ນາທີແລະຈະຢູ່ໃນຮ່າງກາຍຫຼາຍຊົ່ວໂມງ ແລະຕ້ອງໃຊ້ເວລາເຖິງ 6 ຊົ່ວໂມງທີ່ຈະຖືກຂັບອອກຈາກຮ່າງກາຍ.

4. ກາແຟດີກວ່າເຫຼົ້າແວັງ ແລະຊາສະມຸນໄພ ເມັດກາແຟມີສານຕ້ານອະນຸມູນອິດສະຫຼະ ຫຼາຍກວ່າຊາຂຽວເຖິງ 4 ເທົ່າແລະຍັງຫຼາຍກວ່າໂກໂກ້ ຊາສະມຸນໄພແລະເຫຼົ້າແວັງແດງ ທີ່ຫຼາຍກວ່າເພາະ ຜູ້ບໍລິໂພກດມກາແຟຫຼາຍກວ່າເຄື່ອງດື່ມອື່ນໆ ແລະສານຕ້ານອະນຸມູນອິດສະຫຼະໃນກາແຟ ແຕ່ລະຈອກ ແລະແຕ່ລະຍີ່ຫໍ້ນັ້ນບໍ່ເທົ່າກັນ ເຊິ່ງຂື້ນກັບກາແຟແຕ່ລະຊະນິດຂອງກາແຟ

5. ລະວັງໄວ້ໜ້ອຍໜື່່ງກໍ່ຄືສ່ວນປະກອບຫຼັກຂອງກາແຟຄື ສານກາແຟອິນ ເຊິ່ງເປັນສານກະຕຸ້ນ ທີ່ມີຜົນຕໍ່ລະບົບຫຼອດເລືອດ ແລະຫົວໃຈເຮັດໃຫ້ໃຈເຕັ້ນໄວຂື້ນ ຫຼືເຕັ້ນຜິດປົກກະຕຶໃນບາງຄັ້ງ ແລະເພີ່ມຄວາມດັນ. ວຽກວິໄຈລ່າສຸດຈາກ ມະຫາວິທະຍາໄລໂທຣອນໂທ ເປີດເຜີຍວ່າ ການດື່ມກາແຟອາດເພີ່ມຄວາມສ່ຽງຫົວໃຈວາຍກະທັນຫັນ ໃນຜູ້ທີ່ມີຢີນຂັບຖ່າຍສານກາແຟອິນຊ້າ ເຮັດໃຫ້ກາແຟອິນຢູ່ໃນກະແສເລືອດດົນຂື້ນ ແຕ່ສຳຫຼັບຄົນທີ່ມີຢີນປົກກະຕິທີ່ຂັບຖ່າຍກາແຟອິນໄດ້ໄວກ່ວາກາແຟກໍ່ຈະບໍ່ມີຜົນ

6. ດີແຄຟ ບໍ່ຊ່ວຍຫຍັງ... ຜູ້ທີ່ດື່ມກາແຟກັ່ນຕອງກາແຟອິນ ອາດຄິດວ່າປອດໄພ ແຕ່ນັກວິໄຈເຕືອນວ່າ: ກາແຟກັ່ນຕອງຈາກກາແຟອິນ ອາດເພີ່ມລະດັບກົດໄຂມັນໃນເລືອດໃຫ້ສ້າງ ແອລດີແອລ ເຊິ່ງເປັນຄໍຣເລັດສເຕີຣໍໂຕຮ້າຍໄດ້ ເພາະໃນຂະບວນການກັ່ນຕອງກາແຟອິນ ຈະສະກັດເອົາສານເຟລໂວນອຍ ເຊິ່ງມີລິດຕ້ານອະນຸມູນອິດສະຫຼະແລະສານອື່ນໆ ທີ່ເຮັດໃຫ້ລົດຊາດກາແຟແທ້ໆນັ້ນອອກໄປນຳ. ດັ່ງນັ້ນ, ການດື່ມດີແຄຟ ນອກຈາກຈະແຊບໜ້ອຍລົງແລ້ວ ຍັງມີຜົນສ່ຽງຕໍ່ສຸຂະພາບອີກດ້ວຍ.

 ແມ່ນຫຍັງກໍ່ຕາມທີ່ຫຼາຍຫຼືໜ້ອຍເກີຍພໍດີ ລ້ວນມີໂທດທັງນັ້ນ ເພາະສະນັ້ນ ຖ້າເຈົ້າຢາກດື່ມກາແຟໃຫ້ໄດ້ປະໂຫຍດກໍ່ຕ້ອງເລືອກໃນປະລິມານ ແລະລົດຊາດທີ່ພໍດີ ແລ້ວຈະມີຄວາມສຸກກັບຈອກກາແຟທີ່ເຈົ້າມັກໄປອີກດົນ.

 

Delicious Digg Fark Twitter