ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 20, 2009 | ມີ 7 ຄຳເຫັນ ແລະ 0 trackback(s)


 

ຜູ້ຊ່ຽວຊານທາງດ້ານການແພດບອກວ່າ ການລ້າງມືເລື້ອຍໆ ເທື່ອລະ 20-30 ວິນາທີຫຼັງການຈາມ ໄອຫຼືເຮັດວຽກສ່ວນໂຕໃນຫ້ອງນ້ຳ ຄືວິທີທີ່ດີທີ່ສຸດໃນການລົດຄວາມສ່ຽງທີ່ຈະໄດ້ຮັບເຊື້ອໂລກເຂົ້າສູ່ຮ່າວກາຍ ທັງກັບໂຕເຈົ້າແລະຄົນອ້ອມຂ້າງ.

ຢ່າງໃດກໍ່ຕາມ ລາຍງານລ່າສຸດລະບຸວ່າ ການລ້າງມືດ້ວຍສະບູຕ້ານເຊື້ອແບັດທີເຣຍນັ້ນ ໃຫ້ຜົນບໍ່ແຕກຕ່າງຈາກການໃຊ້ສະບູທຳມະດາເພື່ອຂ້າເຊື້ອໂລກແຕ່ຢ່າງໃດ ແລະແພດບາງຄົນຍັງກັງວົນວ່າການໃຊ້ສະບູຕ້າຍແບັດທີເຮຍ ທີ່ແຜ່ຫຼາຍອາດກໍ່ໃຫ້ເກີດຄວາມສ່ຽງບາງຢ່າງໄດ້ອີກດ້ວຍ.

ການລາຍງາຍບາງອັນລະບຸວ່າ ສະບູທີ່ວາງຂາຍຕາມຮ້າຍທົ່ວໄປນັ້ນ 70% ມີສ່ວນປະສົມຂອງຢາຕ້ານເຊື້ອແບັດທີເຣຍ ເຊັ່ນສານໄຕຣໂຄຣຊານ ອາຈານ Allison Aiello ຜູ້ຊ່ຽວຊານດ້ານລະບາດວິທະຍາ ແຫ່ງ University of Michigan School of Public Health ໄດ້ກວດສອບລາຍງານກ່ຽວກັບສະບູທີ່ມີສ່ວນປະສົມຂອງສານໄຕຣໂຄຣຊານຫຼາຍກວ່າ 20 ອັນ ແລະຈັດເປັນລາຍງານເຊິ່ງຕີພິມ ຢູ່ໃນວາລະສານ Clinical Infectious Diseases ໃນລາຍງານດັ່ງກ່າວ ອາຈານ Aiello ລະບຸວ່າ ສານໄຕຣໂຄຣຊານສາມາດເຈາະທະລຸຜິວໜັງເຊວຂອງແບັດທີເຣຍ ແລະຂ້າແບັດທີເຣຍໂຕນັ້ນໄດ້ ຢ່າງໃດກໍ່ຕາມ ມີຫຼັກຖານຫຼາຍອັນທີ່ສະແດງໃຫ້ເກັນວ່າ ສະບູທີ່ປະສົມສານໄຕຣໂຄຣຊານຈະກຳຈັດເຊື້ອແບັດທີເຣຍໄດ້ແທ້ ແຕ່ກໍ່ບໍ່ົໄດ້ທີປະສິດທິພາບໃນການປ້ອງກັນເຊື້ອໂລກດີກວ່າສະບູທຳມະດາແຕ່ຢ່າງໃດ ເພາະສະບູທຳມະດາກໍ່ສາມາດກຳຈັດເຊື້ອໂລກແລະເຊື້ອໄວຣັດຕ່າງໆ ລວມເຖິງໄວຣັດຫວັດໝູທີ່ພວມລະບາດຢູ່ໃນຂະນະນີ້.

  ອາຈານ Aiello ບອກວ່າສະບູທຳມະດາມີສ່ວນປະສົມຂອງສານລົດຄວາມຕຶງຜິວໜັງທີ່ຈະຊ່ວຍລ້າງແບັດທີເຣບອອກໄປໃນຂະນະທີ່ເຮົາລ້າງມື ຜັນທີ່ໄດ້ຈິ່ງບໍ່ແຕກຕ່າງກັບການລ້າງມືດ້ວຍສະບູຕ້ານເຊື້ອແບັດທີເຣຍເທົ່າໃດ ເຖິງຢ່າງໃດກໍ່ດີ ເນື່ອງຈາກລາຍງານບົດນີ້ສຳຫຼວດຈາກກຸ່ມຕົວຢ່າງທີ່ສຸຂະພາບຄ່ອນຂ້າງດີ ຜູ້ຊ່ຽວຊານຜູ້ນີ້ຈິ່ງແນະນຳໃຫ້ມີງານວິໄຈເພີ່ມເຕີ່ມວ່າ ສະບູຕ້ານເຊື້ອແບັດທີເຣຍຈະມີປະໂຫຍດຫຼາຍກວ່າສຳຫຼັບຜູ້ສູງອາຍຸຫຼືຜູ້ປ່ວຍທີ່ເປັນໂລກລະບົບພູມຕ້ານທານບົກຜ່ອງ

ເຖິງຢ່າງໃດກໍ່ຕາມ ອາຈານຈາກ University of Michigan School of Public Health ຜູ້ນີ້ລະບຸວ່າ ຜະລິດຕະພັນຕ້ານເຊື້ອແບັດທີເຣຍ ອາດກໍ່ໃຫ້ເກີດຄວາມສ່ຽງຕາມມາເຊັ່ນກັນ ເພາະອາດເຮັດໃຫ້ແບັດທີເຣຍໂຕນັ້ນລື້ງຢາຫຼືປະຕິກິລິຍາ ສະທ້ອນຄືນໄດ້

ອາຈານ Aiello ລະບຸວ່າຈາກການທົດສອບໃນຫ້ອງທົດລອງ ມີຫຼັກຖານຊັດເຈນວ່າເຊື້ອແບັດທີເຣຍທີ່ຮັບສານໄຕຣໂຄຣຊານເຂົ້າໄປ ຈະມີຄວາມຕ້ານທານຕໍ່ຢາຫຼາຍຂື້ນ ເຊິ່ງນັກວິໄຈຄວນພະຍາຍາມສຶກສາເລື້ອງນີ້ຢ່າງຈິ່ງຈັງ ໃນຂະນະດຽວກັນອີດ້ານໜື່ງຜູ້ກ່ຽວຂ້ອງໃນອຸດສະຫະກຳສະບູຈ່າງພາກັນຄັດຕ້ານຜົນການວິໄຈດັ່ງກ່າວຢ່າງແຂງຂັນ

ທ່ານ Brian Sansoni ຈາກສະມາຄົຜູ້ຜະລິດສະບູແລະແຟັບກ່າວວ່າ ສະບູຕ້ານເຊື້ອແບັດທີເຣຍນັ້ນຜ່ານການພິສູດແລ້ວວ່າມີປະໂຫຍດແທ້ ທຸກມື້ນີ້ຜູ້ຄົນຫຼາຍລ້ານຄົນພາກັນໃຊ້ສະບູດັ່ງກ່າວຢ່າງປອດໄພ ແລະໄດ້ຜົນ ດັ່ງນັ້ນ ຜູ່ບໍລິໂພກຈິ່ງຄວນໃຊ້ສິນຄິານີ້ຕໍ່ໄປດ້ວຍຄວາມໝັ້ນໃຈ ເຖິງວ່າຮອດດຽວນີ້ ສຳນັກງານອາຫານແລະຢາຂອງສະຫະລັດຍັງບໍ່ມີກົດເກນຄວບຄຸມລະດັບສານຕ້ານເຊື້ອແບັດທີເຣຍໃນສະບູ ຕະຫຼອກຮອດກົນເກນດ້ານຕະລາດແລະສະລາກຢາທີ່ຊັດເຈນກໍ່ຕາມ.

ເຖິງວ່າ ຈະມີຄວາມຄິດເຫັນທີ່ແຕກຕ່າງກັນ ໃນເລື້ອງປະໂຫຍດຂອງສານຕ້ານເຊື້ອແບັດທີເຣຍ ແຕ່ທັງແພດແລະອຸດສະຫະກຳສະບູຕ່າງກໍມີຄວາມເຫັນຄືກັນວ່າ ປະຈຸບັນຊາວອາເມລິກາຍັງບໍ່ລ້າງມືເລື້ອຍໆ ບໍ່ວ່າຈະເປັນສະບູຊະນິດໃດ ໂດຍລາຍງານລ່າສຸດລະບຸວ່າ ຜູ້ຊາຍອາເມລິກາ 1 ໃນ 3 ຄົນ ບໍ່ໄດ້ລ້າງມືຫຼັງຈາກແລ້ວວຽກສ່ວນຕົວຢູ່ຫ້ອງນ້ຳ ໃນຂະນະຜູ້ຍິງອາເມລິກາປະມານ 1 ໃນ 10 ຄົນຢ່າງອອກຈາກຫ້ອງນ້ຳໂດຍບໍ່ໄດ້ລ້າງມືກ່ອນ ເຊິ່ງນັ້ນແຫຼະທີ່ແພດລະບຸວ່າເປັນຄວາມສ່ຽງຕໍ່ການເປີດຮັບເຊື້ອໂລກຢ່າງແທ້ຈິ່ງ ໂດຍບໍ່ກ່ຽວກັບປະເພດຂອງສະບູ.

 

Delicious Digg Fark Twitter