ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 19, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

ສະບາຍດີໝູ່ເພື່ອນພັນລາວໝົດທຸກຄົນ ມື້ນີ້ວຽງມີເຄັດລັບໃນການດື່ມນ້ຳໃຫ້ຖືກວິທີມາຝາກ

ຊິ່ງບາງຄົນກໍ່ອາດຈະຮູ້ ແລະ ບາງຄົນກໍ່ອາດຈະບໍ່ຮູ້

ແນວໃດກໍ່ຕາມທຸກໆຄົນອາດຈະຮູ້ດີແລ້ວວ່າຮ່າງກາຍຂອງຄົນເຮົາຢ່າງໜອ້ຍນັ້ນ

ແມ່ນມີຄວາມຕອ້ງການນ້ຳ 6-8 ຈອກ ຕໍ່ມື້

ແຕ່ໝູ່ໆຮູ້ຫລືບໍ່ວ່າຖ້າດື່ມນ້ຳທີ່ບໍ່ຖືກເວລາ ຫລື 

ຜິດວິທີກໍ່ຈະບໍ່ເກີດປະໂຫຍດໃດໆຕໍ່ຮ່າງກາຍເຮົາເລີຍ

ເອົາເປັນວ່າເຮົາມາດື່ມນ້ຳໃຫ້ຖືກຕາມວິທີ່ທີ່ຖືກຕອ້ງ ແລະ ໄດ້ປະໂຫຍດທີ່ແທ້ຈິງກັນດີກອ່ນ...

 

 

1, ດື່ມນ້ຳທຸກໆເທື່ອທີ່ຮ່າງກາຍມີຄວາມຕອ້ງການ ໝາຍຄວາມວ່າເມື່ອຮູ້ສຶກຫີວຕອ້ງໄດ້ດື່ມນ້ຳ

ແຕ່ຢ່າດື່ມຫລາຍເກີນໄປບາດດຽວ ເພາະມັນຈະໄປເພີ່ມພາລະໃຫ້ລະບົບຂັບຖ່າຍຕ່າງໆເຊັ່ນ:

ໝາກໄຂ່ຫລັງ, ປອດ,ມ້າມ ແລະ ລະບົບຂັບຍອ່ຍຕ່າງໆ.

 

 

2, ການດື່ມນ້ຳຢ່າງໜອ້ຍ 6-8 ຈອກນັ້ນ

ແມ່ນນັບລວມໄປເຖີງປະລິມານນ້ຳທັງໝົດທີ່ໄດ້ຮັບຈາກການກີນນ້ຳຈາກຜັກໝາກໄມ້

ນ້ຳແກງ ນ້ຳເຂົ້າປຽກ ຫລື ອາຫານຕ່າງໆທີ່ມີສວ່ນປະກອບຂອງນ້ຳ.

 

 

3, ອາກາດຮອ້ນໆ ເຮັດໃຫ້ເກືອບທຸກຄົນມັກດື່ມນ້ຳເຢັນໆ ຈົນຕິດເປັນນິດໄສ

ເຖີງແມ່ນວ່າຈະຢູ່ໃນຊວ່ງອາກາດໜາວເຢັນຊື່ງຮ່າງກາຍຕອ້ງປັບອຸນຫະພູມຂອງນ້ຳເຢັນທີ່ເຮົາດື່ມໄປນັ້ນ

ໃຫ້ເທົ່າກັບອຸນຫະພູມຂອງຮ່າງກາຍທຸກຄັ້ງ.

ກອ່ນນຳໄປໃຊ້ຫລໍ່ລ້ຽງຮ່າງກາຍ ຈາກເຫດດັ່ງກ່າວ ມັກເປັນສາເຫດໃຫ້ຮ່າງກາຍອອ່ນແອລົງ

ລະບົບຍອ່ຍອາຫານບໍ່ດີ ຫລື ປວດປະຈຳເດືອນ  ສະນັ້ນ

ເຮົາຄວນໝັ່ນດື່ມນ້ຳອຸ່ນໆເພື່ອໃຫ້ຮ່າງການຂັບເຫື່ອແລະທີ່ສຳຄັນບໍ່ຄວນດື່ມນ້ຳໃນເວລາຮັບປະທານອາຫານ

ເພາະນ້ຳທີ່ດື່ມເຂົ້າໄປນັ້ນໄປເຮັດໃຫ້ນ້ຳຍອ່ຍເຈືອຈາງ ລະບົບອາຫານຈະເຮັດວຽກຊ້າລົງ

ຮ່າງກາຍຈະບໍ່ໄດ້ຮັບສານອາຫານເຕັມທີ່

 

ວິທິແກ້: ດື່ມນ້ຳອຸນໆໜອ້ຍໜື່ງ ຫລື ກີນນ້ຳແກງກໍ່ໄດ້.

 

 

4, ວິທີ່ດື່ມນ້ຳທີ່ຖືກຕອ້ງ ແລະ ເກີດປະໂຫຍດສູງສຸດນັ້ນ ຄ

ວນດື່ມຫລັງຈາກຕື່ນນອນໃໝ່ໆ 1

ຊົ່ວໂມງກອ່ນອາຫານແລະພາຍຫລັງຈາກຮັບປະທານອາຫານອີ່ມແລ້ວເຄິ່ງຊົ່ວໂມງ

ຈະດີຕໍ່ສຸຂະພາບທີ່ສຸດ.

 

 

ວິທີທີ່ກ່າວມານີ້ ເປັນວິທີ່ການດື່ມນ້ຳທີ່ຖືກຕອ້ງ ແຕ່ອ່ານແລ້ວກໍ່ອາດຈະຍາກທີ່ຈະປະຕິບັດຕາມ

ໄດ້ເຖີງຢ່າງໃດກໍ່ຕາມວິທີ່ດັ່ງກ່າວນີ້ກໍ່ເປັນວິທີທີ່ດີຕໍ່ສຸຂະພາບຂອງເຮົາເອງ

ຢາກໃຫ້ໝູ່ເພື່ອນພະຍາຍາມປະຕິບັດ ບໍ່ແມ່ນເພື່ອໃຜ

ແຕ່ເພື່ອສຸຂະພາບທີ່ດີຂອງຕົວເຮົາເອງ.

 

 

 

ດວ້ຍຄວາມຫວ່ງໃຍຈາກ ວຽງ

ຂໍຂອບໃຈທີ່ແວະມາອ່ານ ^_^

Delicious Digg Fark Twitter