ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2009 | ມີ 30 ຄຳເຫັນ ແລະ 0 trackback(s)

 

ສີວເປັນບັນຫາໜັກໃຈຂອງໄວລຸ້ນ ຄົນສວ່ນຫລາຍມັກກັງວົນ

ຕັ້ງແຕ່ເລີ່ມເປັນແລ້ວກໍ່ຕັ້ງໜ້າຕັ້ງຕາຖ້າວ່າມື້ໃດມັນຈະເຊົາ

ທີ່ຮ້າຍໄປກອ່ນນັ້ນບາງຄົນຊ້ຳພັດໄປບີບ ໄປແກະ ຈົນເຮັດໃຫ້

ປັນຮ້າຍກວ່າເກົ່າອີກ ຈົນເກີດເປັນຮອຍແຜເປັນກັບໃບໜ້າ

ຂອງເຮົາເປັນຫລາຍໆເດືອນເລີຍລະ. ສະນັ້ນ ໃຜໆທີ່ມີບັນຫາ

ຫລືກຳລັງກຸ້ມໃຈເລື່ອງຮອຍແຜເປັນຈາກສີວ ມື້ນີ້ວຽງມີເຄັດລັບງ່າຍໆ

ມາຝາກກັນ ມາອ່ານແລະ ມາລອງເຮັດກັນເບິ່ງເລີຍເນາະ

 

>> ສວ່ນປະສົມ:

 

1,ແອັບເປີ້ນຂຽວ ອຸດົມໄປດວ້ຍວິຕາມີນທີ່ສາມາດບຳລຸງຜີວໜ້າໄດ້ດີ

2, ນ້ຳເຜິ້ງ ເປັນສານທຳມະຊາດທີ່ສາມາດຂ້າເຊື້ອໄດ້ດີ

 

 

>>ວິທີເຮັດ: 

 

ກອ່ນອື່ນໝົດຕອ້ງລ້າງໜ້າໃຫ້ສະອາດດວ້ຍນ້ຳທຳມະດາ

 

ແລ້ວກໍ່ເຊັດໃຫ້ແຫ້ງ ຫລັງຈາກນັ້ນເຮົາກໍ່ມາເຮັດສວ່ນປະສົມກັນເລີຍ

 

ນຳໝາກແອັບເປີ້ນຂຽວມາລ້າງນ້ຳໃຫ້ສະອາດ ແລ້ວປາດເປັນເຄິ່ງໜວ່ຍ

 

ຊອຍໃຫ້ພໍດີບົດໄດ້ ຫລັງຈາກນັ້ນໃຫ້ນຳໄປບົດໃນເຄື່ອງປັ່ນປະສົມກັບນ້ຳເຜິ້ງ

 

1 ບ່ວງແກງ,ຫລັງຈາກທີ່ບົດລະອຽດແລ້ວໃຫ້ນຳມາທາບໍລິເວນໃບໜ້າໃຫ້ທົ່ວ

 

ຄອ່ຍໆນວດເນັ້ນບໍລິເວນທີ່ມີຮອຍດ່າງດຳໃຫ້ຫລາຍໆ

 

ແລ້ວປະໄວ້ປະມານ 20 ນາທີ ແລ້ວລ້າງອອກດວ້ຍນ້ຳສະອາດ.

 

 

...>> ໝາຍເຫດ: ສູດນີ້ສາມາດເຮັດໄດ້ທຸກໆມື້

ນອກຈາກຈະຊວ່ຍໃຫ້ຮອຍສີວຄອ່ຍໆຈາງລົງແລ້ວ ຍັງບຳລຸງ

ແລະ ປອ້ງກັນບໍ່ໃຫ້ສີວສາມາດມາລົບກວນໃບໜ້າເຮົາອີກດວ້ຍ.

 

ໝູ່ໆລອງເອົາສູດນີ້ໄປລອງເຮັດເບິ່ງເດີ້ ບາງທີຈະໄດ້ໜ້າໃສ

ແລະ ມີສຸຂະພາບຜີວທີ່ດີນຳ.

 

 

ຂອບໃຈທຸກຄົນທີ່ແວະມາອ່ານເດີ້ ^_^

 

Delicious Digg Fark Twitter