ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ທ່ານຮູ້ຫຼືບໍ່ວ່າຄົນທີ່ນອນກາຍ 8 ຊົ່ວໂມງຕໍ່ຄືນ ມີແນວໂນ້ມເຮັດໃຫ້ເສຍຊີວິດໄວຂື້ນ ພ້ອມກັນນັ້ນຍັງມີຄວາມສ່ຽງຕໍ່ການເປັນໂລກມະເລັງ ແລະໂລກຫົວໃຈນຳອີກ. ທາງຄະນະນັກວິໄວຈາກແຄຣິຟໍເນຍ ໄດ້ສຶກສາພຶດຕິກຳການນອນຂອງຊາວອາເມລິກາ ເຊິ່ງມີອາຍຸລະຫວ່າງ 30-102 ປີ ຈຳນວນຫຼາຍກວ່າໜຶ່ງລ້ານຄົນ ພາຍໃນໄລຍະເວລາ 6 ປີພົບວ່າຄົນທີ່ນອນຫຼາຍກວ່າ 8 ຊົ່ວໂມງ ມີແນວໂນ້ມທີ່ຈະເສຍຊີວິດໄວກວ່າຄົນທີ່ນອນໃຊ້ເວລາ 7 ຊົ່ວໂມງຕໍ່ຄືນຫຼາຍເຖິງ 12%. ສ່ວນຄົນທີ່ນອນຫຼາຍກວ່າ 8 ຊົ່ວໂມງຫຼືນ້ອຍກວ່າ 4 ຊົ່ວໂມງເຄີ່ງຕໍ່ຄືນ ກໍ່ມີແນວໂນ້ມວ່າຈະເສຍຊີວິດໄວຂື້ນຫຼາຍເຖິງ 15%. ຄົນໃດທີ່ຂີ້ເຫງົານອນກໍ່ຄວນຈະມືນຕາຕື່ນບໍ່ຄວນນອນຫຼາຍຈົນເກີນໄປ. ສ່ວນຄົນໃດທີ່ຕິດພັນລາວລະນອນໜ່ອຍໃນແຕ່ລະຄືນ ກໍ່ຢ້າພ້າວດີໃຈໄປເພາະວ່າການອົດຫຼັບອົດນອນ ຫຼືນອນໜ່ອຍກໍ່ເປັນອັນຕະລາຍຕໍ່ສຸຂະພາບໄດ້ເຊັ່ນກັນ ບໍ່ວ່າຈະສ່ຽງຕໍ່ການເກີດໂລກມະເລັງ  ໂລກເບົາຫວານລວມເຖິງໂລກອ້ວນອີກດ້ວຍ ເມື່ອຮູ້ແນວນີ້ແລ້ວ ທ່ານໃດທີ່ມັກນອນຫຼາຍຫຼືນອນໜ່ອຍ ກໍ່ຄວນຫັນມານອນໃນເວລາທີ່ພໍເໝາະ  ເພື່ອໃຫ້ຮ່າງກາຍໄດ້ພັກຜ່ອນຢ່າງເຕັມທີ່ ແລະບໍ່ມີຄວາມສ່ຽງຕໍ່ການເກີດໂລກຮ້າຍໃດໆນຳອີກ.

ທີ່ມາ: .......................

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 2, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ທ່ານຜູ້ອ່ານເຄີຍສັງເກດບໍ່ວ່າ ເມື່ອມີກີ່ນອາຫານລອຍມາເຂົ້າດັງ ເຮັດໃຫ້ເຮົາຮູ້ສຶກຫິວໄປນຳ ສາເຫດທີ່ເປັນແນວນີ້ກໍ່ເພາະວ່າກີ່ນອາຫານເຫຼົ່ານັ້ນ ເຂົ້າໄປກະຕູ້ນລະບົບການຍ່ອຍອາຫານຂອງຄົນເຮົາ ເຮັດໃຫ້ນ້ຳຍ່ອຍໃນປາກແລະທ້ອງເລີ່ມເຮັດວຽກ ສະນັ້ນຈິ່ງເຮັດໃຫ້ເຮົາຮູ້ສຶກຢາກກີນອາຫານຊະນິດນັ້ນຂື້ນມາທັນທີ.

ຂໍ້ມູນສ່ວນໜຶ່ງຂອງວາລະສານມະຫາຊົນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ເວລາຫິວເຂົ້າແຮງໆເຮົາອາດຈະໄດ້ຍີນສຽງທ້ອງຮ້ອງຄືກັນໝົດທຸກຄົນ ສາເຫດທີ່ທ້ອງຮ້ອງກໍ່ເພາະວ່າ ສະໝອງເຊິ່ງເປັນສ່ວນຄວບຄຸມຄວາມຮູ້ສຶກຫິວຂອງຄົນເຮົາ ຈະຄອຍຈັດລຳດັບ ການທຳງານຂອງກະເພາະອາຫານແລະລຳໄສ້. ຖ້າໃນເລືອດມີສານອາຫານພຽງພໍ ສະໝອງກໍ່ຈະສັ່ງໃຫ້ກະເພາະອາຫານເຮັດວຽກໜ້ອຍລົງ ແຕ່ເມື່ອໃດທີ່ມີສານອາຫານໃນເລືອດໜ້ອຍ ສະໝອງກໍ່ຈະສັ່ງໃຫ້ລະບົບຍ່ອຍອາຫານໃຫ້ເຮັດວຽກໄວຂື້ນ. ດັ່ງນັ້ນຈິ່ງເປັນສາເຫດຂອງທ້ອງຮ້ອງດັງຂື້ນ.