ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 ... ຄົນເຮົາບໍ່ວ່າຈະຢູ່ທີ່ໃດ ສັງຄົມໃດກໍ່ຕາມ ຍ່ອມມີການກະທົບກະແທກກັນເປັນທຳມະດາ ແລະຜົນຂອງການກະທົບກະແທກກັນ ຍ່ອມເຮັດໃຫ້ຄູ່ກໍລະນີເກີດຄວາມບໍ່ພໍໃຈ ໂກດແຄ້ນ ແລະກາຍມາເປັນສັດຕູກັນໃນທີ່ສຸດ ຫາກເປັນເຊັ່ນນີ້ທັງສອງຝ່າຍຍ່ອມເກີດການອາຄາດ ພະຍາບາດກັນແນ່ນອນ ແຕ່ຫາກທັງສອງຝ່າຍຮູ້ຈັກ " ຂໍໂທດ ແລະໃຫ້ອະໄພ " ຄວາມໂກດແຄ້ນເຫຼົ່ານີ້ຍ່ອມໝົດໄປ

.... ຄຳວ່າ " ຂໍໂທດແລະໃຫ້ອະໄພ " ເປັນສິ່ງທີ່ເຮັດຍາກ ເພາະມັນຕ້ອງມາຈາກການໃຫ້ອະໄພແບບບໍ່ມີເງື່ອນໄຂ ຫຼື ຂໍ້ແມ້ໃດໆ ບາງຄົນອາດຈະບອກວ່າຫາກຂໍໂທດແລະໃຫ້ອະໄພ ຈະເປັນການເສຍສັກສີ ຫຼື ກາຍເປັນຜູ້ແພ້

... ແຕ່ທີ່ຈິງແລ້ວມັນບໍ່ແມ່ນແນວນັ້ນ ຖ້າເຮົາຮູ້ຈັກໃຫ້ອະໄພແລະຂໍໂທດ ເຮົາຈະເປັນຜູ້ຊະນະຕ່າງຫາກ ຊະນະໃນທີ່ນີ້ກໍ່ຄືຊະນະຕົວເອງ ແລະເປັນຜູ້ກ້າຫານ ທີ່ເຮົາຍອມຮັບຄວາມຜິດນັ້ນໄດ້ ແລ້ວກໍ່ຍອມຂໍໂທດໃນສິ່ງທີ່ເຮົາເຮັດລົງໄປ.

.... ການກ່າວຄືຂໍໂທດບໍ່ແມ່ນສິ່ງທີ່ໜ້າລະອາຍ ເພາະການສະແດງຄວາມກ້າຫານຮັບຜິດຊອບ ຍອມຮັບຄວາມຜິດພາດຂອງຕົນ ກົງກັນຂ້າມຫາກເຮັດຜິດແລ້ວບໍ່ຍອມຮັບຄວາມຈິງ ເພື່ອຫວັງປິດບັງບໍ່ໃຫ້ໃຜຮູ້ ມັນເປັນພຶດຕິກຳທີ່ໜ້າລະອາຍ... ດັ່ງນັ້ນຈິ່ງຈຳເປັນຕ້ອງຂໍໂທດທຸກຄັ້ງ ເມື່ອຕົນເອງໄດ້ທຳຜິດ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

.... ບໍ່ມີສິ່ງໃດທີ່ເກີດມາໄຮ້ຄ່າ ແມ່ນແຕ່ຄົນໂງ່ທີ່ສຸດຍັງສະຫຼາດໃນບາງເລື່ອງ ແລະຄົນສະຫຼາດທີ່ສຸດຍັງໂງ່ໃນຫຼາຍເລື່ອງ ບໍ່ມີຫຍັງຈະເສຍເວລາໄປຫຼາຍກວ່າການຄິດທີ່ຈະກັບໄປແກ້ໄຂອະດີດ 

.... ບໍ່ມີຫຍັງເສຍເວລາໄປກວ່າທີ່ຈະເຮັດສິ່ງທີ່ຕົນເອງຝັນ ຄົນທີ່ບໍ່ເຄີຍຫິວຍ່ອມບໍ່ຊາບຊຶ້ງເຖິງລົສຂອງຄວາມອີ່ມ ຄວາມສຳເລັດທີ່ຜ່ານຄວາມລົ້ມຫຼຽວຍ່ອມຫວານຫອມກວ່າສິ່ງອື່ນໃດ ດັ່ງນັ້ນຫາກພວກທ່ານເຈີກັບບັນຫາ ຢ່າພ້າວທໍ້ຖອຍເດີ້ ຈົ່ງລຸກຂື້ນມາ ສູ້ໆໆໆໆ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
  •  ເມື່ອມີຮ້ອນ                           ກໍ່ມີເຢັນເປັນເຄື່ອງແກ້

ມີມຶດແທ້                                             ແລ້ວກໍ່ມີເວລາສະຫວ່າງ

ເຖິງຟ້າຄື້ມ                                          ມົວຝົນທຸກຫົນທາງ

ເມື່ອເມກຈາງກໍ່ຈະກັບ                         ເຫັນແສງຈັນ

  • ເຊື່ອວ່າເຮົາທຸກຄົນ                 ເຄີຍທຸກຍາກ

ແມ້ລ້ຳບາກເທົ່າໃດ                        ກໍ່ບໍ່ຫວັ່ນ

ມີກຳລັງໃຈໄວ້ໃຫ້ດີ                                 ຢ່າໝີມັນ

ຮ່ວມຟາດຟັນອຸປະສັກ                         ໃຫ້ສີ້ນໄປ.

         => ອາຈານຄົນໜຶ່ງເລີ່ມການສົນທະນາໃນຊັ້ນຮຽນ ໂດຍຍົກທະນະບັດໃບ 100.000 ກີບອອກມາ ແລ້ວຖາມນັກສຶກສາວ່າ " ມີໃຜຢາກໄດ້ບໍ່ " ທຸກຄົນຍົກມືຂື້ນ ອາຈານຍ່ອງທະນະບັດນັ້ນຈົນຍໍ່ ແລ້ວຖາມນັກສຶກສາອີກວ່າ " ມີໃຜຍັງຢາກໄດ້ທະນະບັດໃບນີ້ອີກບໍ່ " ທຸກຄົນຍັງຍົກມືຂື້ນເໝືອນເດີມ.

        ...... ອາຈານຖາມຕໍ່ໄປອີກວ່າ " ຖ້າສົມມຸດວ່າທະນະບັດໃບນີ້ຕົກຢູ່ກັບພື້ນ ແລ້ວມີຄົນຢຽບຢ່ຳຈົນເປື້ອນຈົນສົກກະປົກ ແລ້ວຍັງມີໃຜຢາກໄດ້ອີກບໍ່ " ນັກສຶກສາທຸກຄົນກໍ່ຕອບວ່າຢາກໄດ້.

        ...... ອາຈານຈິ່ງກ່າວສະຫຼຸບວ່າ " ນີ້ຄືສິ່ງທີ່ມີຄ່າທີ່ພວກເຈົ້າໄດ້ຮຽນຮູ້ໃນມື້ນີ້ ! ບໍ່ວ່າພວກເຈົ້າຈະເຮັດຫຍັງກັບທະນະບັດໃບນີ້ ມັນກໍ່ມີລາຄາ 100.000 ກີບຢູ່ຄືເກົ່າ

        ..... ຊີວິດເຮົາກໍ່ເໝືອນກັນ ບາງຄັ້ງເຮົາຮູ້ສຶກວ່າຖືກທອດຖີ້ມໃຫ້ຢູ່ຄົນດຽວ ຖືກໃຜຕໍ່ໃຜຊ້ຳເຕີມ ຢຽບຢ່ຳ ຢ້ຳຢີຈົນຢັບເຢີນ ເພາະຄວາມຜິດພາດໃນການກ້າວເດີນຂອງຊີວິດ  ຈົນເຮັດໃຫ້ເກີດຮູ້ສຶກວ່າຕົນເອງ " ໄຮ້ຄ່າ " ແຕ່ຫາຮູ້ບໍ່ວ່າບໍ່ວ່າສິເກີດອິຫຍັງຂື້ນ " ເຮົາກໍ່ຍັງມີຄຸນຄ່າຂອງຄວາມເປັນຄົນ "

        ..... ບໍ່ວ່າຕົວເຮົາຈະສະອາດຫຼືສົກກະປົກກໍ່ຕາມ ຕົວເຮົາກໍ່ຍັງມີຄ່າທີ່ສຸດສະເໝີ້ຈື່ໄວ້ເດີ້ ຫາກໃຜຍັງເຈີກັບບັນຫາກໍ່ຈົ່ງຢ່າພ້າວຍອມແພ້ເດີ້ ຈົ່ງລຸກຂື້ນມາແກ້ແລະຕໍ່ສູ້  ຈະຄອຍເປັນກຳໃຈໃຫ້...! ສູ້ໆໆໆໆໆໆ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  •     ຫຼັກການທີ່ຈະນຳໄປສູ່ຄວາມສຳເລັດຢູ່ໃນພຸດທະສາສນາຂອງເຮົາມີຢູ່ສີ່ຂໍ້ດ້ວຍກັນນັ້ນກໍ່ຄື:

- ສັນທະ ໝາຍເຖິງ ຄວາມພໍອົກພໍໃຈ ຮັກໄຄ່ໃນໜ້າທີ່ວຽກງານ.

- ວິຣິຍະ ໝາຍເຖິງ ຄວາມພາກພຽນ ພະຍາຍາມໃນໜ້າທີ່ການງານ.

- ຈິຕຕະ ໝາຍເຖິງ ຄວາມເອົາໃຈໃສ່ໃນໜ້າທີ່ການງານ.

- ວິມັງສາ ໝາຍເຖິງ ຄວາມຄິດຕຶກຕອງ ພິຈາລະນາຫາເຫດຜົນໃນໜ້າທີ່ການງານ.

.............................................................................................................

  •     ສັນທະ ມີຈິດໃຈມາດມຸ້ງ............... ປະສົງຕໍ່ການງານ

ປະສານກາຍໃຈຈິດ................................ ພິຊິດຄວາມງົງຊ້າ

ຂັນອາສາຊູຊວ້ານ................................. ໂຊມງານທຸກຢ່າງ

ປະກອບສ່ວນຊ່ວຍສ້າງ.......................... ໃຫ້ງານມຸ້ງສູ່ທີ່ໝາຍ.

  •     ວິຣິຍະ ເພີ່ນກ່າວໄວ້.................... ວ່າໃຫ້ພາກພຽນຂະຫຍັນ

ຝ່າຟັນອຸປະສັກ.................................... ພິທັກງານໃຫ້ເດີນກ້າວ

ມີຈິດໃຈຫັນຫ້າວ................................... ໂຮມແຮງຮັກວຽກ

ພຽບພ້ອມທຸກເມື່ອມື້.............................. ຢືນສູ້ບໍ່ຖອຍ.

  •     ຈິຕຕະ ຈິດຄິດຄົ້ນ...................... ຄຳນຶງເຫດກັບຜົນ

ວຽກງານຕົນບໍ່ເມີນເສີຍ.......................... ລ່ວງເລີຍເກີນແກ້

ງານໃດສຳຄັນແທ້................................. ອັນດັບຮຽງໄວ້ທີ່ໜຶ່ງ

ເຖິງສິໜັກຍາກຫຍຸ້ງ.............................. ພະຍຸງກ້າວກ່ອນອື່ນໃດ ຊອບແລ້ວ !

  •     ວິມັງສາ ວິໄຈຈົນແຈບແຈ້ງ............ ຜົນແຫ່ງການງານ

ຜ່ານຂະບວນຕົວຈິງ.............................. ຈິ່ງຖອດຖອນມານຳໃຊ້

ງານໃດຍັງຄົງຄ້າງ................................ ຫາແນວທາງປັບປ່ຽນ

ຮຽນຮູ້ເຮັດພ່ຳພ້ອມ.............................. ເພື່ອພູນເພີ່ມຄ່າງານ.

  •     ໃຜຜູ້ເຮັດດັ່ງເວົ້າ....................... ຊິສົມຊື່ຄົນງານຈິງ

ຫາກພຽງຂານວາຈາ............................. ວ່າຮັກງານເອົາແທ້

ແຕ່ບໍ່ແລງານນັ້ນ.................................. ບໍ່ສົມກັນກັບຕົນກ່າວ

ຂາດສັຈຈະທັມສີ່ຂໍ້............................... ງານເຈົ້າບໍ່ດຸ່ງເດີນ ແທ້ໄດ໋ !

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  •     ຊີວິດເໝືອນດັ່ງວັງແມ່ນ້ຳ ............. ນະທີໃຫຍ່ວາລີໃສ

ໄຫຼຈາກຈອມພູຜາ................................. ປ່າພະນອມແນວໄມ້

ພັດຜ່ານເຫວດອນແກ້ງ........................... ທຳທານຫ້ວຍໃຫຍ່

ລົງສູ່ພາຍພາກພື້ນ................................. ສະໝຸດກວ້າງລ່ວງສະແສ.

  •     ຊີວິດຄົນກໍ່ປຸນປານປຽບໄດ້............. ທຽມທຽບທະເລຫຼວງ

ມີສາຂາລຳທານ.................................... ລ່ອງໄຫຼໂຮມເຕົ້າ

ຈິ່ງໄດ້ໂຮມກັນເຂົ້າ.................................. ເປັນວັງເວີນກວ້າງໃຫຍ່

ໃຫ້ປະຊາຮ່ວມໃຊ້................................... ສົງລ້າງອາບສະບາຍ.

  •     ຊີວິດຄົນຈະມີຄ່າໄດ້..................... ສະເໝີດັ່ງທາລາບໍ່ນໍ ?

ຫາກບໍ່ພັດທະນາຕົນ............................... ສູ້ທົນງານໄດ້

ໃຈເຂັ້ມແຂງອາສາສູ້................................ ບຸກບືນຍາມຍາກ

ແສນລ້ຳບາກອ່ອນລ້າ.............................. ເດີນໜ້າບໍ່ຖອຍ.

  •     ວຽກງານໃຫຍ່ແລະນ້ອຍ................ ບໍ່ເຄີຍລ່ອຍລະອາໃຈ

ແນວໃດດີເຝິກຝົນ................................... ຮ່ຳຮຽນເອົາຈົນໄດ້

ຍາມເມື່ອມານຳໃຊ້.................................. ວິຊາການທຸກຢ່າງ

ປະກອບສ່ວນກໍ່ສ້າງ................................ ພຽງພ້ອມເພື່ອນສະຫາຍ.

  •     ໃຜຜູ້ເຮັດດັ່ງນີ້ໄດ້......................... ຊິເສີມຄ່າຂອງຊີວິດ ເຮົາໄດ໋ !

ເຮັດໃຫ້ເຖິງຫຼັກໄຊ.................................. ທີ່ຕົນວາງໄວ້

ທັງຈະເປັນບັນໄດໃຫ້............................... ອະນຸຊົນທຽວໄຕ່

ໄຝ່ສຶກສາຮ່ຳຮູ້....................................... ດູໄວ້ດັ່ງແວ່ນໃຈ.

  •     ດັ່ງນັ້ນ ຈິງຈະປຸນປຽບໄດ້............... ແມ່ນ້ຳໃຫຍ່ສົມຈິງ

ແຕ່ຕ້ອງລົງມືທຳ.................................... ຈິ່ງຈະສົມມະໂນເຈົ້າ

ມີແຕ່ວາຈາເວົ້າ...................................... ຊິເອົາຫຍັງມາອ້າງເອກ

ຫຼື ຈະເສກແຕ່ງປັ້ນ................................. ປະສິດໄດ້ດັ່ງໃຈ ຊັ້ນບໍ ?.

  •     ຢາກໃຫ້ຊີວິດມີຄ່າລ້ຳ................... ຕ້ອງຮີບເລັ່ງເສີມຂະຫຍາຍ

ສ້າງຜົນງານປະຈັກຕາ............................ ສູ່ປະຊາຊາວເຊື້ອ

ຢ່າມີໃຈຊຳເຮື້ອ...................................... ແນວນາມມັກງ່າຍ

ພາຍລຸນມາຊິອ່າວໂອ້.............................. ຄະນິງເບື້ອງບ່ອນຫຼັງ ແທ້ໄດ໋ !

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ໃຜສາມາດຕອບຄຳຖາມນີ້ໄດ້ ຕອບມາເລີຍ ຫະຫະ

+++++++++++++++++++++++++++++++

ບູດໃນຕອນເຊົ້າ ............. ແມ່ນຫຍັງ?

ເນົ່າໃນຕອນເພນ............ ແມ່ນຫຍັງ?

ເຢັນໃນຕອນຄ່ຳ.............. ແມ່ນຫຍັງ?

+++++++++++++++++++++++++

ສະອາດໃນຕອນເຊົ້າ......... ແມ່ນຫຍັງ?

ຂາວໃນຕອນເພນ............. ແມ່ນຫຍັງ?

ເຍືອກເຍັນໃນຕອນຄ່ຳ....... ແມ່ນຫຍັງ?

+++++++++++++++++++++++++

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 ກ່ອນພຣະເຈົ້າ ຈະສົ່ງສິ່ງທີ່ມີຊີວິດລົງມາເກີດເປັນໝາຢູ່ຮ່ວມກັບມະນຸດ ເພີ່ນໄດ້ສົ່ງທ້າວສຸນັກເຊິ່ງເປັນໂຕແທນຂອງພວກໝາ ມາສຳຫລວດການໃຊ້ຊີວິດຂອງມະນຸດກ່ອນ ເປັນເວລາສາມປີເຕັມໆ ພໍໄດ້ເວລາສາມປີຈິ່ງຖາມ ທ້າວໝາ
ພຣະເຈົ້າ: ເຈົ້າຢາກມີຮ່າງກາຍໃຫຍ່ ຫລື ນ້ອຍ
ທ້າວສຸນັກ: ໂຕນ້ອຍໆ ພໍແລ່ນເຂົ້າ ແລ່ນອອກເຮືອນຄົວສະດວກກໍ່ພໍແລ້ວ 
ພຣະເຈົ້າ: ມີ 4 ຂາ ຫລື 2 ຂາ
ທ້າວສຸນັກ: ຖ້າສອງຂາ ສອງມື ເຂົາຊິໃຊ້ໃຫ້ເຮັດວຽກຢູ່ຫ້ອງການແທ່ນຊັ້ນຕິ ຂໍບໍ່ມີມືດີກວ່າ 
ພຣະເຈົ້າ: ຄັນຊັ້ນເຮົາຈະໃຫ້ເຈົ້າ ເວົ້າໄດ້ຄືມະນຸດເດີ້
ທ້າວສຸນັກ: ໂອ້ຍ ຂໍນຳຂະນ້ອຍ ຢ່າໃຫ້ເວົ້າໄດ້ຄືມະນຸດເລີຍ 
ພຣະເຈົ້າ: ແປກໃຈ ເປັນຫຍັງ ການປາກເວົ້າສື່ສານໄດ້ ຄືສຸດຍອດຂອງສິ່ງທີ່ມີຊີວິດແລ້ວ ເຫດໃດເຈົ້າຈິ່ງປະຕິເສດ
ທ້າວສຸນັກ: ມັນກະດີຢູ່ດ້ອກ ແຕ່ການປາກເວົ້າໄດ້ມັນບໍ່ດີສຳລັບການເປັນຜົວເມຍກັນ 
ພຣະເຈົ້າ: ມັນບໍ່ດີແບບໃດ
ທ້າວສຸນັກ: ຕາມການສຳຫລວດໂລກມະນຸດຂພຈພົບວ່າ ການເປັນຜົວເມຍກັນມັນຄືຈັງຊິ້ຂະນ້ອຍ
ປີທຳອິດ ຜົວເວົ້າເມຍຟັງ 
ປີທີ່ສອງ ຜົວຟັງເມຍເປັນຜູ່ເວົ້າ 
ປີທີ່ສາມ ທັງຜົວທັງເມຍຍາດກັນເວົ້າ ຊາວບ້ານເປັນຜູ່ຟັງ ໂອຍຫນ້າອາຍ ຄືຂະນ້ອຍນີ້ມັກມີຫລາຍເມຍ ບໍ່ຢາກໄດ້ຍີນສຽງດ່າ ຂໍເວົ້າໄດ້ຄຳດ່ຽວດັງໆ ກໍ່ພໍແລ້ວ 
ພຣະເຈົ້າ: OK ຄັນຊັ້ນເລືອກເອົາຄຳສອງຄຳ ຕາມໃຈເຖີດ...ສະນັ້ນແຫລະຫມາຈື່ງເວົ້າໄດ້ແຕ່ຄຳດຽວ ຫງົງ...ຫງົງ

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ສຳຫຼັບຄົນມີປັນຍາ ວິກິດຢູ່ໃສ ປັນຍາຢູ່ທີ່ນັ້ນ ສ່ວນຄົນດ້ອຍປັນຍາ ໂອກາດຢູ່ໃສ ວິກິດຢູ່ຫັ້ນ
ຈົ່ງຮຽນຮູ້ທີ່ຈະປ່ຽນປັນຫາໃຫ້ເປັນປັນຍາ ປ່ຽນອຸປະສັກໃຫ້ເປັນອຸປະກອນ ຄົນເອີຣົບເອີ້ນປັນຫາວ່າ ວິກິດ
ດັ່ງນັ້ນ... ເຂົາຈິ່ງແກ້ປັນຫາດ້ວຍການຄິດແບບວິເຄາະ ສ່ວນຄົນລາວເອີ້ນປັນຫາວ່າ ເຄາະ
ດັ່ງນັ້ນ... ເຮົາຈິ່ງແກ້ປັນຫາດ້ວຍການສະເດາະເຄາະ. ການວິເຄາະເຮັດໃຫ້ເກີດປັນຍາ ແລະ
ນຳມາເຊິ່ງການແກ້ໄຂ. ການສະເດາະເຄາະເຮັດໃຫ້ເກິດຄວາມງົມງາຍ ແລະກາຍເປັນການເພິ່ມພູນປັນຫາ.
ຄົນປັນຍານ້ອຍມັກຕັດສີນຄົນອື່ນ, ຄົນປັນຍາດີມັກໃຫ້ໂອກາສຄົນອື່ນ, ຄົນເຈົ້າປັນຍາມັກເອົາປຽບຄົນອື່ນ,
ຄົນຊາມປັນຍາ(ປັນຍາຊົ່ວ)ມັກໂທດຄົນອື່ນ, ຄົນໄຮ້ປັນຍາມັກຣິດສະຫຍາຄົນອື່ນ.
ປາກຄົນຄົມກວ່າປາກກາ ໃຈຄົນກວ້າງກວ່າມຫາສະມຸດ. ປັນຍາຂອງຄົນມີອານຸພາບຍິ່ງກວ່າສັສຕຣາວຸທ
ທຸກສະນິດໃນໂລກສິ່ງສັກສິດຊະນິດໃດໆ ກະບໍ່ວິເສດຍິ່ງໄປກວ່າປັນຍາ. ປັນຍາທີ່ແທ້ເກີດຂື້ນມາພ້ອມກັບ
ຄວາມກະຣຸນາຕໍ່ເພື່ອນມະນຸດ. ສ່ວນປັນຍາຈອມປອມ ເກີດຂື້ນເພື່ອສະແຫວງຫາວິທີເອົາປຽບເພື່ອນມະນຸດ
.....................ປັນຍາຂັ້ນຕ່ຳ ເຮັດໃຫ້ຄົນຮູ້ຈັກຍົກຕົນໃຫ້ພົ້ນຈາກຄວາມຂັດສົນ
.....................ປັນຍາກາງ ເຮັດໃຫ້ຮູ້ຈັກຍົກຕົນໃຫ້ພົ້ນຈາກຄວາມດູຫມິ່ນ
.....................ປັນຍາສູງ ເຮັດໃຫ້ຄົນຮູ້ຈັກຍົກຕົນໃຫ້ພົ້ນຈາກຄວາມທຸກ
.....................ປັນຍາສູງສຸດ ເຮັດໃຫ້ຄົນພົ້ນຈາກຄວາມໂງ່ທັງຫຼາຍ.


ຈະເລີນທັມມມມມມມມມມມມມມມມມມມມມ !

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

ຂພຈ​ຫຼີ້ນ​ເຟກບຸກບັງ​ເອີນ​​ເຂົ້າໄປ​ເຈີກັບ​ຮູ​ບນີ້ ​ເຫັນ​ວ່າ​ມັນ​ຕະລົກ​ດີກໍ່​ເລີຍ​ເອົາ​ມາ​ໃຫ້​ເພື່ອນໆ​ໄດ້​ເຫັນ​ນຳ​ກັນ ຫະຫະ ຄັນ​ມີ​ຂາຍ​ຢູ່​ບ້ານ​ເຮົານີ້​ທ່ານ​ກະສິກ້າ​ຊື້​ມາ​ຂີ່​ຢູ່ບໍ.... ​ແຮໆໆ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

ມີແມ່ຕູ້ກັບຫຼານຢູ່ແຖວວັງວຽງ ! ຫຼານພັດເປັນເດັກນ້ອຍຂີ້ໄຫ້ແດ່,

ມີມື້ໜຶ່ງໃນເວລາທີ່ແມ່ຕູ້ກຳລັງຍົວະຫຼານທີ່ກຳລັງໃຫ້ບໍ່ຍອມເຊົາຈັກເທື່ອ

ບັງເອີນມີຝຣັ່ງສອງຄົນຍ່າງກາຍມາໃກ້ ໆ ແມ່ຕູ້ກັບຫຼານ.


ແມ່ຕູ້ເວົ້າໃຫ້ຫຼານວ່າ : ອີ່ຫຼ້າ ! ມິດແມ໊ ! ຄັນບໍ່ເຊົາໃຫ້ຫັນ ! ຈັກໜ້ອຍຝຣັ່ງມັນສິກິນຂອງມຶງເດີ້
!


ເມື່ອຝຣັ່ງໄດ້ຍິນແນວນັ້ນກໍ່ເລີຍຮ້ອງໄປໃສ່ແ
ມ່ຕູ້ວ່າ : ແມ່ຕູ້ເອີຍ ! ຝຣັ່ງບໍ່ກິນຂອງເດັກນ້ອຍເດີ້ !

ຝຣັ່ງກິນແຕ່ຂອງຜູ້ໃຫຍ່ !!!!!! 555++

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 9, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ການພາວະນາຄື: ການລົດຄວາມໂງ່ຂອງໂຕເອງ... ຜູ້ທີ່ອ້າງວ່າບໍ່ມີເວລາພາວະນາຄື: ຜູ້ທີ່ຖືວ່າ "ບໍ່ມີເວລາລົດຄວາມໂງ່ຂອງໂຕເອງ".

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ການຝຶກສະມາທິເລີ່ມຈາກການບໍລິກຳໆຈັດອາລົມຄືຄວາມນຶກຄິດຕ່າງໆອອກໄປຈົນວ່າຈິດໃຈຈະສະຫງົບເບົາ ການຝຶກສະມາທິຕ້ອງຢູ່ບົນພື້ນຖານທີ່ບໍ່ມີອາລົມກຳຈັດອາລົມຫຼາຍເທົ່າໃດກໍ່ເປັນສະມາທິຫຼາຍເທົ່ານັ້ນ. ເພາະການຝຶກສະມາທິເປັນການລະງັບອາລົມອອກຈາກຈິດໃຈປຽບດັ່ງເຮົາເຄາະຂີ້ໝ້ຽງອອກຈາກເນື້ອເຫຼັກ. ຄວາມນຶກຄິດຄວາມເຄັ່ງຄຽດຕໍ່ການງານທຸກວັນເຮັດໃຫ້ສະໝອງຕ້ອງເຮັດວຽກຢູ່ຕະຫຼອດເວລາ ຍິ່ງຄິດຫຼາຍເທົ່າໃດກໍ່ຍິ່ງເຮັດໃຫ້ສະໝອງເຊື່ອມສະມັດທະພາບໄວຂື້ນກວ່າປົກກະຕິ ການປ່ອຍວາງ ອອກຈາກຄວາມນຶກຄິດຈິ່ງເປັນວິທີເຮັດໃຫ້ສະໝອງໄດ້ຮັບການພັກຜ່ອນ. ການຝຶກສະມາທິຈິ່ງເປັນການຢຸດພັກຜ່ອນສະໝອງໃຫ້ມີປະສິດທິພາບ  ປຽບເໝືອນຄົນເດີນທາງໄກໄດ້ຢຸດພັກກໍ່ຍ່ອມເຮັດໃຫ້ເຫື່ອແຮງກັບມາ. ດັ່ງນັ້ນ, ການຝຶກສະມາທິຈິ່ງເປັນປັດໄຈໜຶ່ງ ທີ່ສຳຄັນຂອງຄົນເຮົາ ຊາວຕາເວັນຕົກສ່ວນຫຼາຍຂະເຈົ້າມັກໃຊ້ວິທີນີ້ ເພື່ອສະງັບສະຕິອາລົມເພາະມັນໄດ້ຜົນດີ ເຮັດໃຫ້ເກີດຄວາມຫວ່າງຈິດໃຈສະຫງົບ ແລະ ມີປະສິດທິພາບໃນການທຳງານໄດ້ດີ. ພວກເຮົາຊາວພຸດແທ້ໆຄວນຈະຫັນມາໃສ່ໃຈໃນເລື່ອງນີ້ ເພື່ອຈະບໍ່ໄດ້ອາຍໜ້າຊາວຕ່າງຊາດເຂົາ.

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 2, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຜູ້ເປັນພໍ່ຖືຫຼຽນ 5 ບາດຢູ່ໃນກຳມື ແລ້ວຖາມລູກສາວທີ່ກຳລັງກ້າວເຂົ້າສູ່ໄວລຸ້ນວ່າ :

ພໍ່ :  ລູກຢາກຮູ້ບໍ່ວ່າມີຫຍັງຢູ່ໃນກຳມືຂອງພໍ່.

ລູກສາວ : ງຶກຫົວສະແດງຄວາມຕອບຮັບວ່າຢາກຮູ້.

ພໍ່ : ຖ້າຢາກຮູ້ຕ້ອງເອົາມືຂົ່ມພື້ນ 3 ເທື່ອແລ້ວພໍ່ຈະເອົາໃຫ້ເບີ່ງ.

ລູກສາວ : ຍ້ອນຄວາມຢາກຮູ້ຢາກເຫັນວ່າໃນມືພໍ່ມີຫຍັງລູກສາວກໍ່ເລີຍເຮັດຕາມພໍ່ບອກ.

ພໍ່ : ຍັງບໍ່ພໍເທື່ອໃຫ້ລູກສາວເອົາມືຂົ່ມພື້ນອີກຕື່ມສາກ່ອນ ຈາກ 3 ເປັນ 5 ຈາກ 5 ເປັນ 10 ແລ້ວພໍ່ຈະເອົາໃຫ້ເບີ່ງ.

ລູກສາວ : ກໍ່ໄດ້ເຮັດຕາມທີ່ພໍ່ບອກທຸກໆຢ່າງ.

ພໍ່ : ແປມືໃຫ້ລູກສາວເບີ່ງປະກົດວ່າມີເງີນ 5 ບາດຢູ່ໃນກຳມື. ຈາກນັ້ນພໍ່ກໍ່ກຳມືຄືນແລ້ວຖາມລູກອີກວ່າ: ລູກຢາກເບີ່ງອີກບໍ່? ຖ້າຢາກເບີ່ງລູກກໍ່ເອົາມືຂົ່ມພື້ນ 10 ເທື່ອ.

ລູກສາວ : ຕອບພໍ່ວ່າລູກເຫັນແລ້ວ ແລະ ກໍ່ຮູ້ແລ້ວວ່າໃນກຳມືພໍ່ມີເງີນຢູ່ 5 ບາດ.

ພໍ່ : ຊັ້ນພໍ່ຫຼຸດໃຫ້ລູກເອົາມືຂົ່ມພື້ນພຽງເທື່ອດຽວກະໄດ້.

ລູກສາວ : ບໍ່ດອກລູກເຫັນແລ້ວລູກບໍ່ຢາກເບີ່ງ.

ພໍ່ : ຊັ້ນພໍ່ໃຫ້ເບີ່ງຟຣີຊັ້ນນ່າເວົ້າເທົ່ານີ້ແລ້ວກໍ່ແປມືອອກ. ຈາກນັ້ນພໍ່ກໍ່ເລີຍບອກລູກສາວວ່າ : ນີ້ນ່າລູກ ສິ່ງໃດທີ່ຍັງເປັນຄວາມລັບ ຄົນເຮົາຍັງບໍ່ທັນໄດ້ເຫັນກໍ່ມັກຈະເຮັດທຸກສິ່ງທຸກຢ່າງ ເພື່ອໃຫ້ໄດ້ເຫັນ ແຕ່ເມື່ອຂະເຈົ້າໄດ້ເຫັນສົມປາຖະໜາແລ້ວ ຂະເຈົ້າກໍ່ມັກຈະເບື່ອ ຂະໜາດເຮົາເອົາໃຫ້ເບີ່ງຟຣີກໍ່ຍັງບໍ່ຢາກເບີ່ງ... ສິ່ງທີ່ເປັນທີ່ຮັກທີ່ຫວງແຫນຂອງລູກຜູ້ຍິງກໍ່ເໝືອນກັນ ຫາກເອົາໃຫ້ຄົນອື່ນເບີ່ງກ່ອນເວລາອັນຄວນແລ້ວ ມັນກໍ່ຈະບໍ່ມີຄ່າຫຍັງ ເຊັ່ນດຽວກັບເງີນ 5 ບາດທີ່ພໍ່ກຳໄວ້ໃນມືຫັ້ນລະ.

 ທີ່ມາ : facebook

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ມີຍິງສາວອາເມລິກາໄວ 41 ປີ ລອດຊີວິດມາໄດ້ຢ່າງຫວຸດຫວິດ ຍ້ອນຊິຣິໂຄມເສີມເຕົ້ານົມໄດ້ຊ່ວຍຊີວິດຈາກຄູ່ແຄ້ນ ໃຊ້ມີດແທງບໍລິເວນຫົວໃຈແຕ່ບໍ່ຕາຍ. ເຫດການເກີດຂື້ນທີ່ເມລເບີນ ລັດຟໍຣິດາຂອງສະຫະລັດອາເມລິກາ. ຍິງສາວໄວ 41 ປີຜູ້ບໍ່ເປີດເຜີຍຊື່ ໄດ້ຂັບລົດມາຈອດທີ່ອາພັດເມັ້ນ ທັນໃດນັ້ນເອງແຟນສາວຂອງອະດິດຄູ່ເໝັ້ນຂອງລາວກໍ່ໄດ້ເດີນເຂົ້າມາຫາທີ່ລົດ ແລະໃຊ້ມີດຂີດລົດຂອງລາວຈົນເສຍຫາຍ ກ່ອນທີ່ຈະໃຊ້ມີດເຫຼັ້ມດຽວກັນນັ້ນ ແທງເຂົ້າໃສ່ບໍລິເວນໜ້າເອິກດ້ານຊ້າຍຂອງລາວຫຼາຍຄັ້ງ ຈົນໜ້າເອິກຂອງລາວເຕັມໄປດ້ວຍເລືອດ ແຕ່ລາວກໍ່ລອດຊີວິດມາໄດ້ ເພາະມີຊິຣິໂຄນທີ່ໜ້າເອິກຂອງລາວຮອງຮັບຄົມມີດໄວ້ນັ້ນເອງ.  ລາວບອກວ່າລາວໂຊກດີຫຼາຍທີ່ຕັດສີນໃຈໄປເສີມນົມມາ ຖ້າບໍ່ມີຊິຣິໂຄນຊ່ວຍປ້ອງກັນຄົມມີດ ລາວອາດຕາຍໄປແລ້ວ ເພາະຄົມມີດອາດປັກສຽບແທງເຂົ້າໃສ່ຫົວໃຈ.. ລາວສັນຍະກຳມາຫາກະໄດ້ສາມເດືອນ ເສຍເງີນພຽງ 180 000 ບາດ ແຕ່ສາມາດຊ່ວຍຊີວິດຂອງລາວໄດ້ ຖືວ່າຄຸ້ມຄ່າສຸດໆ. 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ການຕິດອີນເຕີເນັດ ເປັນຈຸດອ່ອນຂອງດັກ ແລະ ໄວລຸ້ນທີ່ມີປັນຫາພາວະດ້ານອາລົມ ຈາກການສຳຫຼວດຄັ້ງໃໝ່ຂອງປະເທດໄຕ້ຫວັນ  ມີຄວາມປະພຶດຫຼືແນວໂນ້ມ ທີ່ຈະຕິດອີນເຕີເນັດເພີ່ມຂື້ນຮ້ອຍລະ 10.8 ຫຼື 2.293 ລາຍ. ນັກວິໄຈຂອງໄຕ້ຫວັນໄດ້ຕິດຕາມ ຜົນຂອງການວິໄຈນີ້ມາເປັນໄລຍະເວລາ 2 ປີພົບວ່າ ເດັກທີ່ມີສະມາທິສັ້ນ ແລະ ຂີ້ດື້  ສາມາດຕິດອີນເຕີເນັດໄດ້ ງ່າຍກວ່າເດັກທີ່ມັກໃຊ້ພະລັງງານແລ່ນຫຼີ້ນ ລວມເຖິງພວກທີ່ບໍ່ມີຄວາມນິຍົມອອນລາຍ ໃນເດັກຜູ້ຍິງໂດຍສະເພາະເດັກທີ່ຂີ້ອາຍ ຫຼື ຢ້ານກົວສັງຄົມ ຈະເຮັດໃຫ້ຕິດອີນເຕີເນັດງ່າຍຂື້ນ. ເຖິງແນວໃດກໍ່ຕາມເດັກຜູ້ຊາຍຈະມີຄວາມສ່ຽງສູງກວ່າເດັກຜູ້ຍິງ ຖ້າຫາກເດັກນ້ອຍໃຊ້ອີນເຕີເນັດຫຼາຍກວ່າ 20 ຊົວໂມງ/ອາທິດ. ແຖວອາຊີມີຄວາມກັງວົນໃນເລື່ອງນີ້ ຫຼາຍກວ່າສະຫະລັດອາເມລິກາ  ໂລກອີນເຕີເນັດກາຍເປັນປັດໄຈທີ່ຂາດບໍ່ໄດ້ ໃນຊີວິດປະຈຳວັນຂອງຄົນເຮົາໄປແລ້ວ  ສັງຄົມເຮົາຄວນມີການແກ້ໄຂບັນຫານີ້ ຢ່າງເອົາຈິງເອົາຈັງ ດີກວ່າທີ່ຈະປ່ອຍໃຫ້ອີນເຕີເນັດກາຍມາເປັນຄູຜູ້ສອນເດັກນ້ອຍແທນ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ການປຸງຊີວິດກໍ່ຄືການປຸງອາລົມຂອງຕົວເອງ ເພື່ອປັບຕົວໃຫ້ເຂົ້າກັບຄົນອື່ນ ຄົນເຮົາມັນມີຫຼາຍຣົດຊາດຫຼາຍອາລົມ ເໝືອນກັບການປຸງແຕ່ງອາຫານ ຈະມີພຽງຣົດຊາດດຽວແມ່ນເປັນໄປບໍ່ໄດ້ ຄົນທີ່ມີອາລົມດຽວເຂົ້າເອີ້ນວ່າ " ຄົນທີ່ບໍ່ຮູ້ຈັກປຸງຊີວິດ " ລອງຄິດເບີ່ງຖ້າຫາກເຮົາເອົາຣົດທັງໝົດມາລວມກັນເພື່ອປຸງເປັນອາຫານ ຄື ເອົາຣົດສົ້ມ ຣົດຫວານ ຣົດມັນ ຣົດເຜັດ ຣົດເຄັມມາລວມຕົວກັນ ເຮົາກໍ່ຈະໄດ້ອາຫານທີ່ແຊບຊ້ອຍສາມາດບໍລິໂພກໄດ້..ໜ້າຈັບໃຈ. ຄົນເຮົາກໍ່ເໝືອນກັນຕ້ອງຮູ້ຈັກປຸງອາລົມຫຼາຍໆສະຖານະການ ຈິ່ງສາມາດເຮັດໃຫ້ຄົນອື່ນສາມາດບໍລິໂພກ ຄື ຢູ່ຮ່ວມກັນກັບຫຼາຍໆຄົນໄດ້.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ຂົງເບັ້ງຜູ້ທີ່ສະຫຼາດສາມາດຢັ່ງຮູ້ຟ້າດີນໄດ້ເດີນທາງຜ່ານໝູ່ບ້ານແຫ່ງໜຶ່ງ ບັງເອີນໄດ້ເຫັນເດັກນ້ອຍກຸ່ມໜຶ່ງແລ່ນຫຼີ້ນຂວາງທາງຢູ່ ລາວຈິ່ງຮ້ອງຕະໂກນໄປໃສ່ເດັກນ້ອຍວ່າ : ເຮີຍ..! ພວກເດັກນ້ອຍທັງຫຼາຍຈົ່ງຫຼີກທາງໄປດຽວນີ້. ໜຶ່ງໃນຈຳນວນເດັກນ້ອຍໃນກຸ່ມນັ້ນໄດ້ຢືນຄ້ຳແອວຫຼຽວໄປເບີ່ງຂົງເບັ້ງແລ້ວເວົ້າຂື້ນວ່າ : ພວກຂ້ອຍກຳລັງສ້າງກຳແພງເມືອງ ແລະ ກໍ່ບໍ່ເຄີຍເຫັນກຳແພງເມືອງແຫ່ງໃດຫຼີກລົດມ້າໄດ້ ມີແຕ່ລົດມ້າເທົ່ານັ້ນທີ່ຈຳຕ້ອງໄດ້ຫຼີກກຳແພງເມືອງ. ຂົງເບັ້ງໄດ້ຍີນແນວນັ້ນກັບຕະລຶງເຖິງຄວາມສະຫຼາດຂອງເດັກນ້ອຍຄົນນັ້ນ ລາວຈິ່ງລົງຈາກລົດມ້າແລ້ວເຂົ້າໄປຫາເດັກນ້ອຍ ແລ້ວເວົ້າວ່າ : ເຈົ້ານີ້ຊ່າງສະຫຼາດເຫຼືອເກີນ ໄປບໍ່ໄປຢູ່ກັບລຸງໆຈະພາເຈົ້າປາບໂລກນີ້ໃຫ້ຮາບເປັນໜ້າກອງເລີຍ. "

" ເປັນໄປບໍ່ໄດ້ " ເດັກນ້ອຍຕອບ

" ເປັນຫຍັງຈິ່ງເປັນໄປບໍ່ໄດ້ " ຂົງເບັ້ງຖາມຄືນ

ຖ້າໂລກນີ້ຮາບເປັນໜ້າກອງນ້ຳຈະຖ້ວມໂລກ ຄົນແລະສັດຈະໄປຢູ່ໃສ ?

ອືມ...ຂົງເບັ້ງຄາງຄ່ອຍໆ ເພາະບໍ່ຮູ້ວ່າຈະຕໍ່ຄຳເວົ້າກັບແນວໃດ.

ເດັກນ້ອຍເຫັນວ່າຂົງເບັ້ງມິດໄປຈິ່ງໄດ້ເອີ່ຍປາກຖາມໄປວ່າ : ຢູ່ເທິງຟ້າມີດາວຈັກດວງ ? ຢູ່ທະເລມີປາຈັກໂຕ ? ຂົງເບັ້ງຕອບບໍ່ໄດ້ເລີຍເອີ່ຍໄປວ່າ ຖາມເຮັດຫຍັງສິ່ງທີ່ຢູ່ໄກຕົວເຮົາໃຜສິຕອບໄດ້ ຄືບໍ່ຖາມສິ່ງທີ່ຢູ່ໃກ້ຕົວເຮົານີ້ດີກວ່າ.  

" ຖ້າຈັ່ງຊັ້ນຂົນຄິ້ວທ່ານມີຈັກເສັ້ນ " ເດັກນ້ອຍຖາມ.

" ອືມ " ເປັນຄຳຖາມອີກຄຳຖາມໜຶ່ງທີ່ເຮັດໃຫ້ຂົງເບັ້ງຕອບບໍ່ໄດ້ ໃຜສິໄປຄິດວ່າສິເຈີກັບຄຳຖາມແບບນີ້. ຂົງເບັ້ງຜູ້ທີ່ອ້າງຕົວເອງວ່າສະຫຼາດສາມາດຢັ່ງຮູ້ຟ້າດີນ ມາບັດນີ້ຈົນມູມໃຫ້ກັບເດັກນ້ອຍຢ່າງບໍ່ຄາດຝັນ ນີ້ລະໜ່າເພີ່ນວ່າເໜືອຟ້າຍັງມີຟ້າ ເຫຼັກກ້າເຈີຫີນຊາ.

ຫາກທ່ານໄດ້ເບີ່ງ, ໄດ້ອ່ານສາລະຄະດີສາມກົກ ທ່ານຈະຮູ້ວ່າຂົງເບັ້ງແມ່ນໃຜ ມີຄວາມເກັ່ງກ້າສາມາດແນວໃດ ເພາະຢູ່ໃນບົດຄວາມນີ້ຂພຈໄດ້ເວົ້າເຖິງຂົງເບັ້ງ ຜູ້ທີ່ຊາວໂລກຮັບຮູ້ວ່າສະຫຼາດ ຍັງມາພາດທ່າໃຫ້ເດັກນ້ອຍໆໆໄດ້ຢ່າງບໍ່ຄິດບໍ່ຝັນ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ເຫດເກີດທີ່ປະເທດສະເປນ ມີຜູ້ຍິງຄົນໜຶ່ງໄດ້ໂພດຮູບຂອງລາວທີ່ Sexy ທີ່ສຸດ ລົງໃນ Facebook ມີຄົນແອັດລາວເປັນເພື່ອນຢ່າງຫຼວງຫຼາຍ ແລະ ລາວກໍ່ໄດ້ຮັບທັງໝົດ. ໜຶ່ງໃນຈຳພວກທີ່ຂໍລາວເປັນເພື່ອນນັ້ນເປັນຜູ້ຊາຍໄດ້ນັດພົບລາວ ແລະ ຢາກມີ Sex ກັບລາວແຕ່ລາວກໍ່ປະຕິເສດ. ບັນຫາຍັງບໍ່ຈົບພຽງເທົ່ານີ້ເນື່ອງຈາກວ່າລາວໄດ້ໃສ່ທີ່ຢູ່, ເບີໂທລະສັບ ແລະ ລາຍລະອຽດອື່ນໆອີກຫຼາຍອັນທີ່ເປັນຄວາມຈິງ. ຍ້ອນເຫດນີ້ຜູ້ຊາຍທີ່ນັດພົບລາວ ແລະ ຢາກມີ Sex ກັບລາວ ຈິ່ງນຳໄປຫາລາວຕາມທີ່ຢູ່ນັ້ນ ແລະ ສອງພາບສຸດທ້າຍນີ້ຄືສິ່ງທີ່ເກີດຂື້ນ... ນີ້ຄືຜົນຮ້າຍທີ່ເກີດຂື້ນໃນໂລກ Online... ເພື່ອນໆຈົ່ງລະວັງ...

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 23, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

​ໃນ​ຊົ່ວ​ໂມງ​ຮຽນມີນັກຮຽນຍິງນ້ອງໜຶ່ງລຸກ​ຂື້ນຟ້ອງອາຈານ ກ່ຽວກັບເພື່ອນຊາຍທີ່ເວົ້າບໍ່ສຸພາບ

ນັກຮຽນຍິງ : ອາຈານທ້າວອັນນີ້ເວົ້າ​ເທື່ອ​ໃດ​ມີແຕ່​ຮູ​ຂີ້

ນັກຮຽນຊາຍ : ຮູ​ຂີ້​ກູ​ນິ ກູບໍ່ໄດ້ເວົ້າ.         555 ++ ຫຼຸດໆໆ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 9, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ວິທີຂຽນບົດເລື່ອງ, ບົດປະພັນ ມີຢູ່ 5 ຂັ້ນຕອນຄື :

  1. ມີຄວາມຕື່ນເຕັ້ນຕໍ່ເລື່ອງທີ່ຈະຂຽນ.
  2. ເກັບກຳຂໍ້ມູນທີ່ຈະເອົາມາຂຽນ.
  3. ສ້າງໂຄງເລື່ອງທີ່ຈະເອົາມາຂຽນ ເປັນຂັ້ນຕອນທີ່ສຳຄັນ.
  4. ລົງມືຂຽນ.
  5. ຮຽບຮຽງ, ດັບແກ້ ແລະ ດັດແປງຄືນ.

ຫາກທ່ານໃດສົນໃຈໃນການຂຽນບົດເລື່ອງ ຫຼື ບົດປະພັນ ກໍ່ລອງໆເອົາໄປສຶກສາ ແລະ ຈັດເປັນຂັ້ນຕອນ ແລ້ວຂຽນລອງເບີ່ງເດີ້ ແຮະໆໆ ບາງທີໄດ້ເປັນນັກປະພັນທີ່ດີກໍ່ເປັນໄດ້ ໄຜສິຮູ້ ຂພຈ ກໍ່ຫັດແຕ່ງເລື່ອງຄືກັນ ລອງໆເຂົ້າໄປອ່ານເບີ່ງເດີ້  punlao.com/Virus2011/diary/20154/    punlao.com/Virus2011/diary/21140/   

ຂຽນເມື່ອ ຂຽນເມື່ອ: ມ.ສ.. 12, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ໃນຊີວິດການດຳລົງຊີວິດຂອງຄົນ ເຮົາມັກຈະພົບກັບບັນຫາຢ່າງໜີບໍ່ພົ້ນ  ແຕ່ເຮົາສາມາດປ່ຽນບັນຫາໃຫ້ເປັນໂອກາດໄດ້ ໂດຍໃຫ້ຄິດວ່າທີ່ໃດມີບັນຫາທີ່ນັ້ນມີໂອກາດ. ໂອກາດຈະປະກົດຕົວຂື້ນຄັ້ງທຳອິດໃນຮູບແບບຂອງບັນຫາ  ທີ່ໃດມີບັນຫາທີ່ນັ້ນຍ່ອມມີໂອກາດສະເໜີ.  ຖ້າເຮົາບໍ່ມັກບັນຫາຫຼືໜີບັນຫາ ເຮົາກໍ່ບໍ່ສາມາດພົບກັບໂອກາດ ເພາະໂອກາດແມ່ນວິທີການແກ້ໄຂບັນຫານັ້ນເອງ. ເພື່ອນໆຢ່າໄດ້ມີຄວາມທໍ້ແທ້ຕໍ່ກັບບັນຫາເລີຍ  ທຸກຄົນລ້ວນແລ້ວແຕ່ພົບເຈີກັບບັນຫານຳກັນທັງສີ້ນ ບໍ່ວ່າເຮົາຈະຢູ່ໃສ ແຫ່ງຫົນໃດບັນຫາກໍ່ຈະຕາມເຮົາໄປຢູ່ທຸກຫົນແຫ່ງ ພຽງແຕ່ເຮົາຕ້ອງສະຫຼາດສາມາດປັບປ່ຽນບັນຫາໃຫ້ເກີດປະໂຫຍດຕໍ່ເຮົາກໍ່ເທົ່ານັ້ນເອງ.  

ຂຽນເມື່ອ ຂຽນເມື່ອ: ມ.ສ.. 10, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ
  •     ນ້ອງຈາກບ້ານມາ                ທົ່ງນາບ້ານເຮົາງຽບເຫງົາ

ແຕ່ກ່ອນມີອ້າຍແລະເຈົ້າ                    ເຄີຍຢອກເຢົ້າ   ກັນຫຼີ້ນທົ່ງນາ

ກ່ອນໄປສຶກສາ                               ນ້ອງໃຫ້ສັນຍາ   ບໍ່ລືມບ້ານປ່າ

ຍາມແລງລົງມາ                              ຕາເວັນຫຼັບຟ້າ   ຄິດຮອດນ້ອງສາວ.

  •     ນ້ອງເຂົ້າມ.ຊ                      ເປັນຈັ່ງໃດນໍ   ນາລີ

ຈາກຖິ່ນບ້ານເຮົາຫຼາຍປີ                    ມິດຈີ່ລີ່   ບໍ່ຮູ້ຂ່າວຄາວ

ສະບາຍດີຢູ່ບໍ                                 ນ້ອງສາວມ.ຊ   ຢ່າລືມແຟນເກົ່າ

ຢ່າລືມອາຫານບ້ານເຮົາ                    ແຈ່ວປາເຕົາ   ພັນຜັກກະໂດນ.

  •     ຫາກມີເວລາ                       ຫວນນ້ອງຄືນມາ   ເຢືອນຖິ່ນເກົ່າ

ຊຸມພໍ່ເຖົ້າແມ່ເຖົ້າ                              ຍັງລໍຄອຍເຈົ້າ   ຢູ່ທຸກຄົນ

ຢ່າໄປລັບໄປລາ                               ຕາມສັນຍາ   ວ່າສິບໍ່ດົນ

ພີ່ນ້ອງປ້ອງປາຍທຸກຄົນ                     ຄອງຄອຍໜ້າມົນ   ດ້ວຍຄວາມຫ່ວງໃຍ.

  •     ຈົບການສຶກສາ                    ໄດ້ປະຣີນຍາ   ຄືນຖິ່ນຖານ

ຢ່າລືມເດີ້ຄຳສາບານ                        ຄືນຖີ່ນຖານບ້ານເກີດເຮົາໄດ໋

ຢ່າເຫັນແກ່ເງິນເບ້ຍ                          ຢ້ານແຕ່ອາເສ່ຍ   ມາລໍ້ເອົາໃຈ

ຕົວະກີນຈົນຮອດພາຍໃນ                   ແລ້ວຖີ້ມນ້ອງໄປ   ອ້າຍເປັນຫ່ວງນຳ.

=> ຂໍມອບເພງນີ້ໃຫ້ແກ່ທຸກໆຄົນ ທີ່ໜີຈາກບ້ານເກີດເມືອງນອນມາເພື່ອການສຶກສາ ຫາກມີເວລາກໍ່ຄວນກັບໄປຖີ່ນຖານບ້ານເກີດຂອງຕົວເອງແດ່ເດີ້ ຍັງມີຫຼາຍໆຄົນທີ່ກຳລັງລໍຄອຍເຈົ້າຢູ່ ມີຫຍັງກະສົ່ງຂ່າວຄາວໃຫ້ທາງບ້ານຂະເຈົ້າຮັບຮູ້ນຳ ຂະເຈົ້າເປັນຫ່ວງຢ້ານວ່າມາຮຽນລະຕິດແນວບໍ່ດີ ສິເຮັດຫຍັງກໍ່ຄວນຄິດໃຫ້ດີໆ ເພາະເຈົ້າຍັງມີຫຼາຍໆຄົນ ທີ່ຄິດຮອດແລະລໍຖ້າເຈົ້າຢູ່ທາງບ້ານ....


ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ສອງສ່ຽວນັ່ງລົມກັນ

ສ່ຽວຜູ້ທີ່ 1 : ຖາມສ່ຽວຜູ້ທີ່ສອງວ່າ : ສ່ຽວໂຕຂີ້ອາຍບໍ່ ?

ສ່ຽວຜູ້ທີ່ 2 : ຕອບສ່ຽວຜູ້ທີ່ໜຶ່ງວ່າ : ບໍ່ນາ ເຮົາບໍ່ໄດ້ຂີ້ອາຍ.

ສ່ຽວຜູ້ທີ່ 1 : ຄັນຊັ້ນເວລາໂຕໄປຂີ້ ເຮົາຄືເຫັນໂຕອັດປະຕູ.

ສ່ຽວຜູ້ທີ່ 2 : ງົງເລີຍຖາມສ່ຽວຜູ້ທີ່ໜຶ່ງວ່າ : ເປັນຫຍັງໂຕຄືວ່າແນວນັ້ນ.

ສ່ຽວຜູ້ທີ່ 1 : ເອົ່າ..! ຫາກໂຕຂີ້ບໍ່ອາຍໂຕກະເປີດປະຕູໄວ້ເລີຍແຫຼະ.

                ຫາກເວລາໂຕຂີ້ແລ້ວປິດປະຕູໄວ້ກະສະແດງວ່າໂຕຂີ້ອາຍ ຫະຫະ.

ສ່ຽວຜູ້ທີ່ 2 : ????? 5555+++

ເລື່ອງນີ້ຂໍມອບແດ່ເພື່ອນຂອງຂພຈຄົນໜຶ່ງທີ່ຢູ່ພັນລາວນີ້ລະ ຂພຈຢາກບອກລາວວ່າ ເຮົາແຕ່ງຂື້ນມາໃຫ້ໂຕຕາມທີ່ໂຕຂໍເຮົາແລ້ວເດີ້ໝູ່ (ໝໍ) ຂໍໃຫ້ໂຕກັບບ້ານມາໄວໆແນ່.. ຄິດຮອດ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ມີຜົວເມຍຄູ່ໜຶ່ງຂີ່ລົດກັບບ້ານຫຼັງຈາກເຮັດວຽກງານແລ້ວ ພໍຂີ່ໄປຮອດບ້ານພັກຜູ້ເປັນຜົວເລີຍຢາກປ່ຽນບັນຍາກາດໃໝ໋ໆກັບຜູ້ເປັນເມຍ ກໍ່ເລີຍເອີ່ຍປາກຊວນເມຍແວ່ບ້ານພັກຈັກຄືນເພື່ອປ່ຽນບັນຍາກາດ.

ຜົວ : ເຮົາມາປ່ຽນບັນຍາກາດໂດຍການປ່ຽນທີ່ນອນເບີ່ງບໍແມ່ອີ່ນ້ອຍ. 

ເມຍ : ແລ້ວແຕ່ເຈົ້າເດີ້ພໍ່ມັນ ນອນຫ້ອງໃດກໍ່ໄດ້ແຕ່ຂໍຢ່າແມ່ນຫ້ອງເບີທີ່ 13 ເດີ້.

ຜົວ : ເປັນຫຍັງ ? ເຈົ້າຄືບໍ່ມັກຫ້ອງເບີ 13.

ເມຍ : ຍ້ອນວ່າມັນມີຍຸງຫຼາຍ.

ຜົວ: ຄິດຢູ່ໃນໃຈ ແມ່ນມັນມານອນບ້ານພັກນີ້ຕອນໃດຫວະ 5555++

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ເຄີຍຟັງພຣະອາຈານອົງໜຶ່ງເພີ່ນເວົ້າວ່າ ມີແມ່ອອກມາຫາແລ້ວຖາມພຣະອາຈານເພີ່ນວ່າ:
ແມ່ອອກ : ຂ້ານ້ອຍຢາກຂື້ນເຮືອນໃໝ່ສິເຮັດແນວໃດ (ຄວາມໝາຍເພີ່ນແມ່ນຢາກໃຫ້ພຣະບອກວ່າວັນໃດດີບໍ່ດີປະມານນັ້ນລະ).
ພຣະອາຈານ: ເພີ່ນບໍ່ຕອບ ແຕ່ປ່ຽນເປັນຖາມແມ່ອອກຄືນວ່າ: ເຮືອນແປງຂັ້ນໄດແລ້ວໆບໍ່?
ແມ່ອອກ : ແປງແລ້ວໆໆຂະນ້ອຍ.
ພຣະອາຈານ : ຖ້າແປງແລ້ວໆກະຂື້ນໄດ້ເລີຍ...
ແມ່ອອກ: ????????? 55555+++

ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ທ່ານຮູ້ຫຼືບໍ່ວ່າຄົນທີ່ນອນກາຍ 8 ຊົ່ວໂມງຕໍ່ຄືນ ມີແນວໂນ້ມເຮັດໃຫ້ເສຍຊີວິດໄວຂື້ນ ພ້ອມກັນນັ້ນຍັງມີຄວາມສ່ຽງຕໍ່ການເປັນໂລກມະເລັງ ແລະໂລກຫົວໃຈນຳອີກ. ທາງຄະນະນັກວິໄວຈາກແຄຣິຟໍເນຍ ໄດ້ສຶກສາພຶດຕິກຳການນອນຂອງຊາວອາເມລິກາ ເຊິ່ງມີອາຍຸລະຫວ່າງ 30-102 ປີ ຈຳນວນຫຼາຍກວ່າໜຶ່ງລ້ານຄົນ ພາຍໃນໄລຍະເວລາ 6 ປີພົບວ່າຄົນທີ່ນອນຫຼາຍກວ່າ 8 ຊົ່ວໂມງ ມີແນວໂນ້ມທີ່ຈະເສຍຊີວິດໄວກວ່າຄົນທີ່ນອນໃຊ້ເວລາ 7 ຊົ່ວໂມງຕໍ່ຄືນຫຼາຍເຖິງ 12%. ສ່ວນຄົນທີ່ນອນຫຼາຍກວ່າ 8 ຊົ່ວໂມງຫຼືນ້ອຍກວ່າ 4 ຊົ່ວໂມງເຄີ່ງຕໍ່ຄືນ ກໍ່ມີແນວໂນ້ມວ່າຈະເສຍຊີວິດໄວຂື້ນຫຼາຍເຖິງ 15%. ຄົນໃດທີ່ຂີ້ເຫງົານອນກໍ່ຄວນຈະມືນຕາຕື່ນບໍ່ຄວນນອນຫຼາຍຈົນເກີນໄປ. ສ່ວນຄົນໃດທີ່ຕິດພັນລາວລະນອນໜ່ອຍໃນແຕ່ລະຄືນ ກໍ່ຢ້າພ້າວດີໃຈໄປເພາະວ່າການອົດຫຼັບອົດນອນ ຫຼືນອນໜ່ອຍກໍ່ເປັນອັນຕະລາຍຕໍ່ສຸຂະພາບໄດ້ເຊັ່ນກັນ ບໍ່ວ່າຈະສ່ຽງຕໍ່ການເກີດໂລກມະເລັງ  ໂລກເບົາຫວານລວມເຖິງໂລກອ້ວນອີກດ້ວຍ ເມື່ອຮູ້ແນວນີ້ແລ້ວ ທ່ານໃດທີ່ມັກນອນຫຼາຍຫຼືນອນໜ່ອຍ ກໍ່ຄວນຫັນມານອນໃນເວລາທີ່ພໍເໝາະ  ເພື່ອໃຫ້ຮ່າງກາຍໄດ້ພັກຜ່ອນຢ່າງເຕັມທີ່ ແລະບໍ່ມີຄວາມສ່ຽງຕໍ່ການເກີດໂລກຮ້າຍໃດໆນຳອີກ.

ທີ່ມາ: .......................

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

 

  1. ເຮັດໃຫ້ເສຍຊັບ (ເວລາເງີນເດືອນອອກມາກະໄປກີນເຫຼົ້າສາໝົດ ບໍ່ມີຫຍັງ ຫະຫະ)
  2. ເກີດການອາລະວາດຜິດຖຽງກັນ (ເວລາກີນເຫຼົ້ານີ້ກີນໄປກີນມາໝູ່ກັນດີໆຕີກັນກະມີອັນນີ້ກະຈັ່ງວ່າ ແຮ່ໆ)
  3. ເກີດໂລກໄພໄຂ້ເຈັບບຽດບຽນ (ກີນແຕ່ເຫຼົ້າເຂົ້າບໍ່ແດກ ຕົກກາງຄືນມາແດກບໍ່ເຂົ້າ = ກ່ຽວກັນຢູ່ຫວະ ຫະຫະ)
  4. ຖືກຕິເຕືອນ  (ອັນນີ້ແນ່ນອນຢູ່ແລ້ວໄປທ່ຽວຊອກກີນເຫຼົ້າມາເດິກໆດື່ນໆຮອດຕອນຄືນມາເມຍດ່າ ມຶງຢ່າໄປອີກເດີ້ ຮ່າໆ)
  5. ບໍ່ຮູ້ຈັກອາຍ (ອັ້ນນີ້ບໍ່ຖ້າເວົ້າເມົາມາລະເຮັດຫະ ປານວ່າມີແຕ່ເພີ່ນຄົນດຽວຄົນອື່ນເບີ່ງບໍ່ກ່ຽວ ຫະຫະ)
  6. ບັ່ນຮອນກຳລັງປັນຍາ (ອັນນີ້ເວລາເມົາແຮງໆຂື້ນມາລະຫາວ່າລູກເມຍເປັນສ່ຽວເພີ່ນ ຫະຫະ ຄວາມຈຳບໍ່ດີບໍ່ມີສະຕິ)

ຂ້ອຍອະທິບາຍແນວນີ້ພວກເຈົ້າກະວ່າຂ້ອຍເຕັມດີຢູ່ຫວາ  ຂ້ອຍຄືມາສັບສົນແທ້ຫວາໆໆໆໆ ຮ່າໆໆໆໆໆໆໆໆໆ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2012 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄັນ​ຫູ​ມີ​ຢາ​ແກ້​ແລ້ວ​ເດີ້​ພີ່ນ້ອງ ກ່ອງ​ສີຂາວ ໆ ຫາກສົນໃຈຫາຊື້ໄດ້ຕາມຮ້ານຂາຍຢາທົ່ວໄປ ຮ່າໆໆໆໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 26, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ
  • ຕ່າງຄົນຕ່າງມາ .....................ຈາກຖີ່ນຖານບ້ານໄກ

ກ້າວເຂົ້າສູ່   ມະຫາໄລ ......................ຕາມຄວາມຫວັງໄວ້   ທີ່ໃຈໄຝ່ຝັນ

ໄດ້ມາວັນໜຶ່ງ ....................................ພົບຍິງຄົນໜຶ່ງ   ທີ່ຊື່ໄພວັນ

ຄືດັ່ງ   ຟ້າສະຫວັນ ............................ເປີດເສັ້ນທາງ   ໃຫ້ເຮົາມາຮັກກັນ.

  • ອ້າຍມາສຶກສາ .........................ຕໍ່ປະຣີນຍາ   ສາຍຄູການເມືອງ

ພົບຍິງທີ່ງາມກະເດືອງ ........................ສາຍຄູການເມືອງ   ທີ່ຊື່ໄພວັນ

ທັງອ້າຍແລະນ້ອງ ...............................ສ້າງຄວາມປອງດອງ   ເຊື່ອມສາຍສຳພັນ

ດ້ວຍຄວາມ   ຕັ້ງໃຈບາກບັ່ນ ................ສູ່ຄວາມໄຝ່ຝັນ   ໃຫ້ເຖິງຈຸດໝາຍ.

  • ເປີດເທີມໃໝ່ ............................ແຕ່ຫົວໃຈອ້າຍຍັງຮັກໝັ້ນ

ຮັກແຕ່ນ້ອງຈອມຂວັນ .........................ບໍ່ມີວັນຈະ   ເຊື່ອມຄາຍ

ເສັ້ນທາງຮັກເຮົາ .................................ແສນຍຶດຍາວ   ຢັ້ງຢາຍ

ນ້ອງເອີຍ   ຢ່າພ້າວເບື່ອໜ່າຍ ..............ອ້າຍຮັກເຈົ້າຫຼາຍ   ຊົ່ວຊີວິດນີ້.

  • ນັບມື້ນັບວັນ ..............................ຢາກເຫັນພາຂວັນ   ຂອງວັນວິວາ

ການຮຽນຂອງເຮົານີ້ໜາ ......................ຍັງມີພາ   ລະໜ້າທີ່

ຈົບການສຶກສາ ....................................ງານວິວາ   ຂອງເຮົາຄົງມີ

ຍອມຮັບວ່າຮັກນ້ອງອີຫຼີ .......................ສາບານໄດ້ຄົນດີ   ອ້າຍຮັກເຈົ້າຫຼາຍ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຢູ່ໃນພັນລາວມີໃຜທີ່ເຮັດໄດ້ແນວນີ້ແດ່ ລາຍງານຕົວມາດຽວນີ້ ອິໄປຮຽນນຳ ຮາໆໆໆໆໆ.

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ມີຈົວນ້ອຍຕົນໜຶ່ງລາວບວດຢູ່ວັດນຳຍາຄູທ່ານໜຶ່ງ ຈົວນ້ອຍຕົນນີ້ຍາຄູເພີ່ນຮັກລາວຫຼາຍ

ກວ່າແກ້ວຕາດວງໃຈ ນິໄສຂອງຈົວນ້ອຍຕົນນີ້ຊ້ຳພັດເປັນຄົນທີ່ຂື້ດື້ແລະກໍ່ເອົາແຕ່ໃຈຕົວເອງ

ເວລາເຮັດຫຍັງຜິດໆຂື້ນມາລາວມັກຈະເຂົ້າໄປຫາຍາຄູແລ້ວຂໍໂທດວ່າ " ຂະນ້ອຍຂໍໂທດນຳຍາຄູຫຼາຍໆ

ແຕ່ນີ້ຕໍ່ໄປລາວຈະກັບເນື້ອກັບໃຈເປັນຄົນດີແລະກໍ່ຈະບໍ່ເຮັດແນວບໍ່ດີແບບນີ້ອີກ". ແຕ່ກໍ່ມີຫຼາຍໆເທື່ອ

ທີ່ຈົວນ້ອຍຕົນນີ້ໄດ້ສ້າງບັນຫາແລະລາວກໍ່ຈະເຂົ້າມາກ່າວຄຳວ່າຂໍໂທດນຳຍາຄູຢູ່ສະເໝີ.

ຍ້ອນຄວາມຮັກແລະອິດູຕົນທີ່ຍາຄູເພີ່ນມີ ຍາຄູທ່ານນີ້ກໍ່ເລີຍໃຫ້ອະໄພຈົວນ້ອຍຕົນນີ້ໄດ້ທຸກໆເທື່ອ.

ຢູ່ມາວັນໜຶ່ງຈົວນ້ອຍຕົນນີ້ໄດ້ຫຼີ້ນກັບໄຟຈົນເຮັດໃຫ້ໄຟຕິດລາມໄໝ້ກຸດຕິຂອງຍາຄູ.

ເມື່ອເຫດການເປັນແນວນັ້ນລາວບໍ່ຮູ້ສິຢູ່ແນວໃດ ຍ້ອນຄວາມຢ້ານກົວລາວຈິ່ງແລ່ນໜີໄປຫາລີ້ຢູ່ໄກໆ

ຜ່ານໄປໄດ້ຫຼາຍວັນລາວຈິ່ງສຳນຶກໄດ້ແລະຄິດກັບໃຈອີຫຼີເພື່ອຈະເປັນຄົນດີຂອງສັງຄົມ.

ຄິດວ່າຈະກັບໄປເພື່ອໄປຂໍໂທດ ແລະບອກຍາຄູວ່າລາວຈະເປັນຄົນດີເພາະຕອນນີ້ລາວຄິດໄດ້ແລ້ວ.

ແຕ່ຊ້ຳພັດໜ້າເສຍດາຍທີ່ລາວກັບໄປລ້ວບໍ່ເຈີຍາຄູ ທ່ານຮູ້ບໍ່ວ່າເປັນຫຍັງຈົວນ້ອຍຈິ່ງບໍ່ເຈີ

ກໍ່ເພາະວ່າຍາຄູທ່ານໄດ້ຕາຍໄປກັບໄຟທີ່ໄໝ້ກຸດຕິໃນມື້ທີ່ຈົວນ້ອຍໄດ້ຈູດໃນມື້ນັ້ນແລ້ວ...

ພໍ່ແມ່ເຮົາກໍ່ເໝືອກັນເພີ່ນຮັກລູກອີຫຼໍອີຫຼີເຮັດທຸກຢ່າງທຸກວິທີເພື່ອໃຫ້ລູກຢູ່ດີແລະມີຄວາມສຸກ

ແຕ່ເຮົາຊ້ຳພັດມອງຂ້າມເພີ່ນປ້ອຍດ່າວ່າເພີ່ນບໍ່ຮັກຕົວເອງຢາກໄດ້ຫຍັງກະເວົ້າເອົາ

ນວນັ້ນແນວນີ້ ຖ້າຫາກພໍ່ແມ່ບໍ່ມີກະທຸບຕີຈົນເຮັດໃຫ້ພໍ່ແມ່ຕ້ອງເຈັບຊ້ຳນ້ຳໃຈຍ້ອນເຮົາ.

ຈົ່ງຢຸດເຊົາຊາເດີຂພຈວ່າ ຖ້າຫາກເພີ່ນບໍ່ຮັກເຮົາຈິ່ງເພີ່ນຄົງບໍ່ປ່ອຍໃຫ້ເຮົາໃຫ່ຍມາປານນີ້ດອກ

ກັບເນື້ອກັບໃຈສາເດີ້ກ່ອນທີ່ມັນຈະເປັນເໝືອກັບນິທານໃນບົດເລື່ອງນີ້.

ດ້ວຍຄວາມຫວັງດີຈາກຄົນທີ່ມີຄວາມຮູ້ຕ່ຳ (ນາມສິງ ອາຈານແຫ່ງປະລະມະຈານນາມ)


ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  •    ຈິດໃຈມີຫຼັກໝັ້ນ ...............................ແຂງແກ່ນທົນທານ

ອຸປະສັກທຸກປະການ.....................................ບໍ່ຫວັ່ນເກງກົວຢ້ານ

ໃຈ-ກາຍປະສານເຂົ້າ......................................ລວມກັນເປັນໜຶ່ງ

ຊີວິດຈິ່ງດຸ່ງດັ້ນ..............................................ເຖິງບັ້ນບ່ອນຫວັງ

  •    ຍາມເມື່ອຍັງໝຸ່ມແໜ້ນ........................ຈິດຜ່ອງກາຍພອງ

ສະໝອງຍັງເສາະໃສ......................................ເຮື່ອແຮງແຂງຫ້າວ

ອານາຄົດຍັງໄກກ້າວ......................................ທາງຍາວຍາກຍິ່ງ

ຍັງມີສິ່ງຍາກຫຍຸ້ງ..........................................ຄອຍຕ້ານລັດທາງ

  •    ອຸປະສັກຢຸດຖ້າ...................................ທຸກຮ່ອງທາງທຽວ

ຄົນເດັດດ່ຽວທົນທານ....................................ຍ່າງເດີນເຂົ້າໃກ້

ຫົວໃຈ-ກາຍແຂງເຂັ້ມ......................................ສະຕິເຕີມວາດທ່າ

ສອງຂາສອງແຂ່ງຈັ້ງ.......................................ປັນຍາຕັ້ງສຽບຊອນ

  •    ສຸກຢູ່ເມືອງເພີ່ນນັ້ນ...............................ບໍ່ທໍ່ທຸກຢູ່ເມືອງເຮົາ

ແຕ່ຕ້ອງຈຳໃຈອົດ...........................................ເພື່ອໃຫ້ສົມໃຈຕັ້ງ

ເພື່ອສ້າງຝັນໃນວັນນີ້......................................ໃຫ້ເປັນຈິງໃນວັນໃໝ່

ສຸກຫຼືທຸກນັ້ນ..................................................ບໍ່ເຄີຍຢ້ານຫວັ່ນໄຫວ

  •    ເໝືອນດັ່ງຟອງແມ່ນ້ຳ...........................ສະໝຸດໃຫຍ່ຄົງຄາ

ບໍ່ເກງກົວພະຍຸ................................................ທັ່ງແທງແປວຄື້ນ

ຊີວິດກໍ່ຄືນ້ຳ.....................................................ມະຫາສະໝຸດໃຫຍ່

ທີ່ໄຫຼໄປເລື້ອຍໆ.............................................ບໍ່ມີຢ້ານຫວັ່ນລົມ.

 

  •  ຂໍມອບແດ່ເພື່ອນໆທຸກຄົນທີ່ກຳລັງເຈີກັບບັນຫາຂໍຈັ່ງລຸກຂື້ນມາຕໍ່ສູ້ຢ່າຍອມແພ້ ຄົນທີ່ບໍ່ສູ້ນັ້ນເພີ່ນປຽບເໝືອກັບຄົນທີ່ຕາຍໄປແລ້ວ

ບໍ່ມີສິງໃດດອກທ່ານທີ່ເຮົາຈະເຮັດບໍ່ໄດ້ນອກຈາກວ່າເຮົາບໍ່ເຮັດເທົ່ານັ້ນແຫຼະຂພຈບໍ່ເຄີຍຄິດວ່າບັນຫາເປັນອຸປະສັກເພາະບັນຫານັ້ນແຫຼະເຮັດໃຫ້

ຂພຈເຂັ້ມແຂງຢືນຢູ່ໄດ້ທຸກວັນນີ້ກະເພາະບັນຫາ ຖ້າບໍ່ມີ​ບັນຫາ​ຂພຈກໍ່ຄົງ​ຈະ​ບໍ່ຮູ້​ຄຳ​ວ່າ " ​ຜົນສຳ​ເລັດ ". ເອົ໋າໆ....​ເວົ້າ​ໄປຫຼາຍມັນ​

ສິຍາວອ່ານ​ກອນ​ຕາມ​ສະບາຍ​ເດີ......ຂອບ​ໃຈ​ທ່ານ​ທີ່ເຂົ້າ​ມາອ່ານ...ກອນນີ້ເຄີຍເອົາມາລົງແລ້ວເທື່ອໜຶ່ງແຕ່ລຶບອອກກະເລີຍຂໍເກັບ

ມາລົງອີກຄັ້ງເພາະຄິດວ່າຍັງມີຫຼາຍຄົນທີ່ຍັງບໍ່ໄດ້ອ່ານ....ບາງທີກະພໍສິມີປະໂຫຍດຝາກໄວ້ກ່ອນຈະຈາກລາໄປ...ແລະກະບໍ່ຮູ້ວ່າເມື່ອ

ໃດສິໄດ້ເຂົ້າມາ...... ຂພຈຂໍລາເພື່ອນໆໄປພ້ອມກັບກອນບົດນີ້ເດີ້...ໂຊກດີ....ມີໂອກາດລະເຈີກັນໃໝ່.... ຂໍຄວາມສະຫວັດດີໂຊກດີຈົ່ງ

ມີແກ່ທຸກໆຄົນ...... ໄປລະ.... ສະເວັບ.........

ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2012 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພຣະສັມມາສັມພຸທທະເຈົ້າໄດ້ຕຣັສໄວ້ໃນວິຕັກສັນຖານສູຕຣ໌ ກ່ຽວກັບການຄວບຄຸມຄວາມຄິດ ມີຢູ່ 5 ຂໍ້ຄື :

  1. ໃຫ້ປ່ຽນຄວາມຄິດ.
  2. ໃຫ້ພິຈາລະນາໂທດຂອງຄວາມຄິດ.
  3. ໃຫ້ເຊົາຄິດ.
  4. ໃຫ້ຕຶກຕອງຫາເຜດຜົນວ່າເປັນຫຍັງຈິ່ງຄິດ ?.
  5. ໃຫ້ກັດຟັນໃຊ້ລີ້ນກົດດັນເພດານໃຫ້ແໝ້ນ.

ທັງໝົດນີ້ເປັນໄປເພື່ອການຄວບຄຸມຄວາມຄິດ ບໍ່ໃຫ້ເປັນໄປໃນທາງທີ່ຈະກໍ່ໃຫ້ເກີດໂທດ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ການຂຽນແມ່ນສິຣປະທີ່ບໍ່ມີມື້ສີ້ນສຸດ, ແມ່ນຜະລິດຕະພັນຂອງຄົນບໍ່ແມ່ນທຳມະຊາດ, ແມ່ນຜະລິດຕະພັນອັນຍອດຢ້ຽມຈິ່ງຄ່ອຍມາເປັນສິຣປ໌. ຖ້າຢາກເປັນນັກຂຽນທີ່ດີເມື່ອມີບົດຮຽນ ຕ້ອງອ່ານໃຫ້ຫຼາຍ ແລະຖ້າຢາກອ່ານເລື່ອງໃດໜຶ່ງໃຫ້ຈື່ດີຕ້ອງມີຄວາມຈຳ. ຄວາມຈຳທີ່ວ່ານີ້ ມີຢູ່2ປະເພດຄື :

  1. ສະໝອງ
  2. ບັນທຶກ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

ໄດຣອາຣີສະບັບນີ້ຂຽນຂື້ນມາເພື່ອຕ້ອນຮັບ ວັນວາເລັນທາຍທີ່​ໃກ້​ຈະ​ມາ​ຮອດ​ໃນມໍ່ໆນີ້ ເພື່ອເປັນການເຕືອນສະຕິຂອງທຸກຄົນ. ວັນທີ່ເສຍຫຼາຍຂອງຜູ້ຊາຍ ແລະວັນອັນຕະລາຍຂອງຜູ້ຍິງນີ້ ມີຢູ່4ວັນດ້ວຍກັນ ຂພຈຈະບໍ່ຂໍອະທິບາຍເພາະຄຳຕອບສ່ວນຫຼາຍຢູ່ໃນໃຈຂອງພວກທ່ານໝົດແລ້ວ... ວັນແບບນີ້ຂພຈຄິດວ່າ ມັນຄົງຈະມີຫຼາຍວັນກວ່ານີ້ ແຕ່ຂພຈຂໍນຳເອົາມາສະຫຼຸບຫຍໍ້ໆໃນວັນສຳຄັນໆດັ່ງນີ້ :

  1. ວັນຄົບຮອດວັນເກີດ
  2. ວັນສົງການ
  3. ວັນວາເຣັນໄທນ໌
  4. ວັນລອຍກະທົງ

ເມັ້ນໃຫ້​ແດ່​ເດີ້ວ່າ ​ເປັນ​ຫຍັງ​ທັງ4ວັນ​ນີ້ຈິ່ງ​ເອີ້ນ​ວ່າ ວັນທີ່ເສຍຫາຍຂອງຜູ້ຊາຍແລະວັນອັນຕະລາຍຂອງຜູ້ຍິງ ? ກ.ລ.ນ ຊ່ອຍ​ໃຫ້​ຂໍ​ຄິດ​ເຫັນ​ແດ່? ... ຂອບ​ໃຈ ...

 
ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  • ແນມເຫັນດາວລະດາດຟ້າ                     ນະພາພາກພາຍບົນ

ເບີກບານຮຽງແສງຈັນ                                   ຮຸ່ງໃສລະໄມແຍ້ມ

ອ້າຍແຫງນແນມຫານ້ອງ                                ໃນຈັນທີ່ໃສສ່ອງ

ຫວັງພົບໜ້ານາດນ້ອງ                                   ປະສານຈ້ອງສ່ອງຢູ່ຈັນ.

  • ຄິດເຖິງຄັ້ງກ່ອນນັ້ນ                            ເມື່ອເຮົາຮ່ວມຮຽງສອງ

ປະຈັກສານສາຍຕາ                                       ຄູ່ກັນໝາຍໝັ້ນ

ໃຕ້ແສງຈັນສັນຍາກ້ຽວ                                   ຮັກດຽວບໍ່ໝາຍຫ່າງ

ເໝືອນດັ່ງດາວບໍ່ຮ້າງ                                     ຮຽງຂ້າງຄູ່ຈັນ.

  • ບັດນີ້​ ! ແສນສິຫວານຊາບຊຶ້ງ                 ກັບຂົມຂື່ນປານເຂົາຮໍ

ຂົມພໍໆກັບຄິນິນ                                          ຫຼັ່ງນ້ຳຕາລີນຍ້ອຍ

ຍ້ອນນ້ອງພອຍໄກອ້າຍ                                  ໜີໄປບໍ່ໂຄ້ງຕ່າວ

ລືມຄືນຈັນຄູ່ດາວ                                           ລືມສັນຍາທີ່ກ່າວໄວ້  ໄລອ້າຍບໍ່ສັ່ງລາ.

  • ຍີນຂ່າວວ່ານ້ອງຫຼ້າ                              ມີໃໝ່ໃຈສອງ

ປອງເສດຖີຄົນລວຍ                                         ປ່ວຍໃຈເມື່ອຊາຍຮູ້

ບໍ່ອິດູຕົນອ້າຍ                                               ຜູ້ໝາຍດອມເນື້ອອຸ່ນໆ

ຫຼື ບຸນຊາຍບໍ່ພ້ອມ                                          ແສນສິຍົກເຢັ່ງຢື້ ມືຄ້ວາໄຂ່ວບໍ່ເຖິງ   ບໍ່ນໍ !

  • ຍິ່ງຄິດຍິ່ງເວີ່ງວ້າງ                                 ເວຫວ່າງໃນຫົວໃຈ

ເໝືອນດັ່ງໄຟລາມເຜົາ                                      ເໜົ່າໃນມະໂນອ້າຍ

ໝາຍຢາກບຸລົງພື້ນ                                          ຜືນດີນໂລກລຸ່ມ

ລາງເທື່ອຫາຍເລື່ອງຮ້ອນ                                  ຮົມໄໝ້ກະໜ່ຳໃຈ.

  • ຂໍວິ່ງວອນເທບໄທ້                                ອົງເອກອີນທາ

ເນົາຢູ່ໃນເມືອງແມນ                                         ເຂດແດນສະຫວັນຟ້າ

ສະເດັດດົນໃຈໃຫ້                                            ນວນນາງຜູ້ໄກຖີ່ນ

ກັບສູ່ດີນແຫ່ງຫ້ອງ                                          ເຮືອນຢ້າວຖີ່ນສະຖານ   ແດ່ທ້ອນ !

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2012 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 


ຫຼັການແຕ່ງເພງມີຢູ່ສອງຫຼັກການ ແຕ່ຂພຈຈະຂໍຍົກເອົາພຽງຫຼັກການດຽວ ມາເປັນຕົວຢ່າງແກ່ພວກທ່ານ ຜິດຖືກແນວໃດກະໃຫ້ຄຳຕຳນິຕິຊົມແນ່ ຂພຈຂໍນ້ອມຮັບເອົາຄຳຕຳນິຕິຊົມຂອງພວກທ່ານ ດ້ວຍຄວາມເຕັມໃຈ....

ຕົວຢ່າງ2 : ແຕ່ງເພງກ້ຽວສາວອຸດົມໄຊ

  • ເມື່ອເດືອນຕຸລາ                                      ລົມໜາວພັດມາ  ຫອມກີ່ນດອກໄມ້

ຄິດຮອດແຕ່ໜ້າຈອມໃຈ                                    ສາວອຸດົມໄຊ  ເຂດແຄວ້ນແດນເໜືອ

ສາວງາມ  ດັ່ງເມືອງສະຫວັນ                              ມາເຫັນນ້ອງນັ້ນ  ບໍ່ຢາກຈາກເມືອ

ເຈົ້າງາມແທ້ນໍ  ສາວເໜືອ                                    ໂອ໋ສາວເມືອງເໜືອ  ດີນແດນໝໍ່ຂົມ.

  • ສາວເມືອງຮຸນເມືອງແບ່ງ                          ອ້າຍນີ້ລັກແຍງນ້ອງຢູ່ບໍ່ຫາຍ

ຄິດຮອດນ້ອງຢູ່ຫຼາຍ  ໆ                                     ຢ່າພ້າວເບື່ອໜ່າຍ  ອ້າຍເດີຕາກົມ

ສາວນາແກ້ວນາໝໍ້                                             ນ້ອງຮູ້ບໍ່ນໍ  ອ້າຍຄິດຮອດໜ້າມົນ

ຄິດຮອດແກງໜໍ່ໄລ່ໜໍ່ຂົມ                                    ເຮົາເຄີຍນັ່ງລົມ  ກີນນຳກັນແຊບຫຼາຍ.

  • ໂອ໋ສາວເມືອງໄຊ                                       ນ້ອງມີນ້ຳໃ  ໂອບເອື້ອອາລີ

ນ້ຳໃຈນ້ອງດີແສນ ດີ                                            ມີໄມຕຣີ  ຍີ້ມແຍ້ມຕໍ່ຊາຍ

ສອງເຮົາພາກັນທ່ຽວຊົມ                                      ເຂດແຄ້ນອຸດົມ  ລ້ອງຫ້ວຍລະຮາ

ທ່ຽວນ້ຳຕົກຕາດເດືອນ ຫ້າ                                  ຝາກຮັກສັນຍາ  ດ້ວຍສອງໃຈເຮົານັ້ນ.

  • ນ້ອງຊ່າງງາມບາດໃຈ                                 ໂອ໋ສາວເມືອງໄຊ  ໃຜຈະມາທຽບເທົ່າ

ນ້ອງງາມແທ້ນໍນົງເຍົາ                                          ຢ່າພ້າວແຕ່ງງານ  ເດີແຈ່ມຈັນ

ອ້າຍຈາກນ້ອງລົງມາ                                            ຝາກຮັກສັນຍາ  ຄືນສູ່ວຽງຈັນ

ແຕ່ໃຈຄິດຮອດຈອມຂວັນ                                     ອ້າຍບ່າວວຽງຈັນ  ກັບດ້ວຍຄວາມຫ່ວງຫາ.

ລອງເອົາໄປຫັດແຕ່ງເບີ່ງເດີ ຂພຈກະກຳລັງຫັດແຕ່ງຄືກັນ ຍັງບໍ່ທັນເຂົ້າໃຈຫຼັກການປານໃດເທື່ອ ມີຫຍັງລະກະເພີ່ມເຕີມຊ່ອຍກັນ ແລະສຶກສາໄປນຳກັນ.. ຂອບໃຈ...

ຂຽນເມື່ອ ຂຽນເມື່ອ: ກ.ພ.. 5, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

ຂພຈເຄີຍຂັບລົດໂດຍສານໄປກັບອ້າຍ...  ແລະໃນໄລຍະທາງມີຄົນໜຶ່ງຕົດອອກມາແບບບໍ່ມີສຽງ ເຮັດໃຫ້ເໝັນກຸ້ມຂັບລົດຈົນວ່າຫຼາຍຄົນຕ້ອງເອົາມືອັດດັງ ມີຄົນໂດຍສານຜູ້ໜຶ່ງບໍ່ພໍໃຈອົດບໍ່ໄດ້ເລີຍຮ້າຍຂື້ນ

ຄົນໂດຍສານ : ແມ່ນໃຜຕົດຫວະ.? ຜ່ານໄປ 5 ນາທີກະຍັງບໍ່ມີສຽງຕອບ ລາວຈິ່ງໃຊ້ອຸບາຍໃໝ່ວ່າ :
ແມ່ນໃຜຕົດສິເອົາເງີນໃຫ້.?  ມິດຈີ່ລີ່ເຊັ່ນເຄີຍ...

ຂພຈນັ່ງສັງເກດການຢູ່ຢ່າງມິດໆ ໂດຍບໍ່ອອກຄຳຄິດເຫັນຫຍັງ ຈົນວ່າລົດຂອງຂພຈໄປຮອດທີ່ໝາຍ ແລະກໍ່ພໍດີມີໂອກາດຕອນເກັບເງິນນີ້ເອງ.

ຫຼັງຈາກລົດຈອດປືບ ຂພຈກໍ່ເຂົ້າໄປເກັບເງີນນຳຄົນໂດຍສານ ແລະກໍ່ພໍດີອ້າຍຂອງຂພຈ ກໍ່ເຂົ້າມາຖາມຂພຈວ່າ :

ອ້າຍຂອງຂພຈ : ຈັ່ງໃດ... ເກັບເງິນໄດ້ໝົດແລ້ວຫວາ.

ຂພຈເລີຍຕອບອ້າຍໄປວ່າ : ຍັງບໍ່ທັນໄດ້ໝົດເທື່ອ... ຍັງແຕ່ຜູ້ຕົດຜູ້ດຽວທີ່ຍັງບໍ່ທັນຈ່າຍ.

ແລະກໍ່ພໍດີມີສຽງຫຼຸດອອກມາວ່າ : ຂ້ອຍກະຈ່າຍເມື່ອກີ້ແລ້ວເດ. 5555+++ ສົງໃສລາວເປັນຄົນຕົດ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 5, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ມີສອງຜົວເມຍຄູ່ໜຶ່ງໄດ້ຮັບເອົາທ້າວຈ້າເຂົ້າມາຢູ່ນຳ ອັນຊື່ຈ້ານີ້ມັນກະບໍ່ແມ່ນຊື່ແທ້ຂອງລາວດອກ ແບບວ່າຂະເຈົ້າເຫັນລາວເປັນຄົນຊື່ ແລະກໍ່ຊື່ຈົນຈ້າຊັ້ນສະ ຂະເຈົ້າກະເລີຍເອີ້ນລາວວ່າ " ບັກຈ້າ ".  ...ມີຄັ້ງໜຶ່ງຜູ້ເປັນຜົວຕິດທຸລະຢູ່ຕ່າງແຂວງເລີຍເອີ້ນບັກຈ້າມາສັ່ງສອນວ່າ :

ຜູ້ເປັນຜົວ : ບັກຈ້າຍາມກູບໍ່ຢູ່ ຖ້າເອື້ອຍມຶງບອກໃຫ້ເຮັດຫຍັງມຶງເຮັດໂລດເດີ.

ບັກຈ້າ : ໂດຍໆໆໆໆ.

ຜູ້ເປັນຜົວ : ຕື່ນມາມຶງກະຕ້ອງເຮັດວຽກໜຶ້ງເຂົ້າຄົວກີນໃຫ້ເອື້ອຍມຶງກີນ ຕາມທີ່ເອື້ອຍມຶງສັ່ງ.

ບັກຈ້າ : ໂດຍໆໆໆໆ.

... ຫຼັງຈາກນັ້ນຜ່ານໄປໄດ້ໜຶ່ງເດືອນຜູ້ເປັນຜົວກັບມາ ແລະໄດ້ຖາມບັກຈ້າວ່າ :

ຜູ້ເປັນຜົວ : ບັກຈ້າລະຫວ່າງກູບໍ່ຢູ່ເມຍກູໄດ້ໃຊ້ໃຫ້ມຶງເຮັດຫຍັງແດ່? ລາວບອກມຶງຕັກນ້ຳລ້າງຖ້ວຍແມ່ນບໍ່ ?

ບັກຈ້າ : ບໍ່ແມ່ນ.

ຜູ້ເປັນຜົວ : ຊັ້ນກະຄົງຈະແມ່ນລາວບອກໃຫ້ມຶງ ຄົວກີນໃຫ້ລາວກີນແມ່ນບໍ່.?

ບັກຈ້າ : ບໍ່ແມ່ນ.

ຜູ້ເປັນຜົວ : ຊັ້ນກະຄົງແມ່ນລາວບອກໃຫ້ມຶງໄປເສຍຫຍ້າສວນແມ່ນບໍ່.?

ບັກຈ້າ : ບໍ່ແມ່ນ.

ຜູ້ເປັນຜົວ : ຮ້ວຍ...! ຊັ້ນມັນແມ່ນຫຍັງຫວະຫຼືວ່າ... ລາວບອກໃຫ້ມຶງໄປນອນນຳ.?

ບັກຈ້າ : 555 ຈ່າກ ຈ໋າກ ຈ່າກ.... ບໍ່ຮູ້ກະເວົ້າຖືກ..... ຫະຫະໆໆໆໆ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2012 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ພໍດີຂພຈເຂົ້າໄປທ່ານເຈີຢູ່ໃນເຟສບຸກ ເຫັນວ່າມັນເປັນຄຳເວົ້າທີ່ມ່ວນແລະກວນໆດີ ກະເລີຍນຳເອົາມາໂພດໃຫ້ເພື່ອນພັນລາວທີ່ຍັງບໍ່ໄດ້ອ່ານ ໃຫ້ໄດ້ອ່ານນຳກັນ.

 

 

 

 

 

 

 

 

 

 

 

 

 

 

 

ພໍໆໆແລ້ວລະ...ບໍ່ຮູ້ວ່າສິຜິດກະຕິກາຫຼືບໍ່ ຄົງຈະບໍ່ເປັນຫຍັງຕິເນາະ ຖ້າສົນໃຈເຂົ້າໄປອ່ານເອົາເອງເດີ້ ທີ່ມາ  www.facebook.com/pages/ຄຳຄົມ-ຄັນໆ/365268946831875   ຫຼື ຈະເຂົ້າໄປອ່ານຢູ່ອັລບັ້ມພາບ ຂອງຂພຈກະໄດ້ punlao.com/Virus2011/albums/35314

ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

ສອງສ່ຽວໄປກີນເຫຼົ້ານຳກັນມາ ຂາກັບສ່ຽວກໍຂໍຊ້ອມລົດຂອງສ່ຽວຂໍ. ໃນເວລາກັບນັ້ນພັດເປັນຍາມກາງຄືນລົດທີ່ແລ່ນແຕ່ລະຄັນຈຳເປັນຕ້ອງໄຕ້ໄຟຕາ.

ໃນຂະນະທີ່ສ່ຽວກໍແລະສ່ຽວຂໍຂີ່ລົດຈັກຊ້ອນກັນມາຢູ່ນັ້ນ ກໍ່ບັງເອີນມີລົດຈັກສອງຄັນແລ່ນຮຽງກັນມາ ສ່ຽວກໍຟ້າວຖາມສ່ຽວຂໍ :

ສ່ຽວກໍ : ເຮົາສິຫຼີກລົດໄປທາງໃດສ່ຽວ.

ສ່ຽວຂໍ : ເຂົ້າກາງໂລດສ່ຽວ.

ຖືວ່າລອດໄປຊຸດທີ່ໜຶ່ງ ມາຮອດຊຸດທີ່ສອງ ສ່ຽວກໍຫຼຽວໄປເຫັນລົດບັນທຸກ (ລົດສິບລໍ້) ແລ່ນສວນທາງມາພໍດີ ສ່ຽວກໍເລີຍພ້າວຖາມສ່ຽວຂໍອີກເທື່ອໜຶ່ງ :

ສ່ຽວກໍ : ເຮົາສິຫຼີກໄປທາງໃດສ່ຽວ.

ສ່ຽວຂໍ : ຄິດວ່າແມ່ນລົດຈັກສອງຄັນຮຽງກັນມາເພາະເຫັນໄຟຕາສອງອັນ ເລີຍຮ້ອງບອກສ່ຽວກໍໄປວ່າ : ເຂົ້າກາງເຊັ່ນເຄີຍໂລດສ່ຽວ.

ສ່ຽວກໍ : ຫັກລົດເຂົ້າກາງຕາມທີ່ສ່ຽວຂໍບອກ.... ສຽງດັງຕັ໋ບ...ບາດໜຶ່ງ.... ສ່ຽວກໍແລະສ່ຽວຂໍເຂົ້າກ້ອງລົດສິບລໍ້ມຸ່ນອະຍະ ນີ້ລະໜາເພີ່ນວ່າມັກເຂົ້າກາງຫຼາຍ... ສົມແນ່ 555++

ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2012 | ມີ 17 ຄຳເຫັນ ແລະ 0 trackback(s)

ມີກວາງຕາບອດໂຕໜຶ່ງກີນຫຍ້າຢູ່ແຄມທະເລ ມັນຄິດໃຈໃນວ່າທີ່ນີ້ແຫຼະເປັນທີ່ປອດໄພທີ່ສຸດຂອງມັນ

ເມື່ອມັນຄິດເຊັ່ນນັ້ນມັນຈິ່ງຫັນຕາຂ້າງທີ່ບອດຂອງມັນໄປທາງທະເລ ແລະຫັນຕາທີ່ດີໄປທາງຝັ່ງພື້ນ

ດີນ. ໂດຍມັນຄິດວ່າຖ້າມີນາຍພານຫຼືໝາຈອກມາມັນຈະໄດ້ເຫັນແລະແລ່ນໜີທັນ.

ສ່ວນທາງທະເລມັນພັດຄິດວ່າ ບໍ່ມີຫຍັງທີ່ເປັນອັນຕະລາຍຕໍ່ມັນ ແລະມັນກໍ່ກົ້ມລົງກັດກີນຫຍ້າອ່ອນ

ຢ່າງມ່ວນມັນ. ໃນທັນໃດນັ້ນກໍ່ມີຊາວເຮືອແລ່ນເຮືອເຂົ້າມາເຫັນກວາງໂຕນີ້ພໍດີ ພວກເຂົາຈິ່ງເລັງປືນ

ແລະຍິງກວາງໂຕນີ້ທັນທີ. ກ່ອນກວາງໂຕນີ້ຈະຂາດໃຈຕາຍ ມັນໄດ້ສັ່ງຄວາມຂພຈມາບອກພວກ

ທ່ານວ່າ: ທ່ານທັງຫຼາຍເອີຍ.... ພວກທ່ານຢ່າໄດ້ມີຄວາມປະໝາດເຖີດ ! ທຸກບັນຫາໃຫຍ່ມັກຈະມາ

ຈາກທິດທີ່ເຮົາຄາດບໍ່ເຖິງສະເໜີ... ຫາກພວກທ່ານບໍ່ເຊື່ອຟັງຫຼືຍັງມີຄວາມປະໝາດຢູ່.

ພວກທ່ານກໍ່ຈະຕາຍເໝືອນກັບຂພຈ....     (*_*)     .....

ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຝ່າຍຍິງ:

I love you ຈິງໆບໍ່ກິ້ງກອກ

I no ຫຼອກໃຫ້ you ຝັນສະລາຍ

I love you ຈິງໆບໍ່ດີ້ນຕາຍ

ຄົງບໍ່ຄາຍຈາກໃຈ I love you.

ຝ່າຍຊາຍ:

ເຖິງມ້ວຍດີນສີ້ນຟ້າ Star ດັບ

The sun ຫຼັບຂອບຟ້າໝົດລາສີ

ແມ້ The moon ສີ້ນແສງແຫ່ງລາຕີ

But ຕົວ mee ຍັງ  love you ຢູ່ຜູ້ດຽວ.

ຫຼາຍເດືອນຜ່ານໄປຄືນໜຶ່ງຝ່າຍຊາຍຄິດຮອດຝ່າຍຍິງນອນບໍ່ຫຼັບເລີຍເປີດປ່ອງຢ້ຽມແລ້ວລຳພັນວ່າ :

ເປີດ Window ໂອ້ The moon ກະຈ່າງຟ້າ

See Star ລາຍລອບຂອບບຸຜັນ

I did not see you ມາຫຼາຍວັນ

ປ່ອຍໃຫ້ຂ້ອຍນັ້ນ Sleeping ຢູ່ຜູ້ດຽວ.

ພໍຕື່ນເຊົ້າມາຝ່າຍຊາຍຍັງບໍ່ຫາຍຈາກຄວາມຄິດຮອດຄິດເຖິງຝ່າຍຍິງກໍ່ເລີຍເຂົ້າໄປຫາຄູບາທີ່ວັດ ແລະຄູບາກໍ່ສອນວ່າ:

ສັບພະສິ່ງໃດໆໃນໂລກນີ້

ລ້ວນແຕ່ມີຄວາມຜັນປ່ຽນວຽນແປຜັນ

ມີສຸກມີທຸກຄຸກເຄົ້າກັນ

ຢ່າຢຶດໝັ້ນເພາະມັນອະນິດຈັງ.

ຄູບາເຫັນຝ່າຍຊາຍບໍ່ເຂົ້າໃຈຍັງງົງໆຢູ່ ຄູບາເລີຍເວົ້າຕໍ່ວ່າ:

ສັບພະລັນອັນສະລອນ On the ground

This is round ຕົວເຮົາຢ່າໄປຫຼົງ

Every thing ເປັນສິ່ງບໍ່ຢືນຢົງ

ມັນກໍ່ຄົງພັງພີນ In one day.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ທີ່ຮ້ານເບຍແຫ່ງໜຶ່ງມີນັກເລງກະຈອກຄົນໜຶ່ງ ຮ້ອງໂວຍມາໃສ່ສຽງດັງກ້ອງສະໜັ່ນ

ນັກເລງກະຈອກ : ຢູ່ນີ້ມີໃຜໃຫຍ່.

ຂພຈແລະໝູ່ສີ່ຫ້າຄົນກີນເບຍນຳກັນໄດ້ຍີນເລີຍພາກັນລຸກຂື້ນແລະຮ້ອງຕອບໄປວ່າ : ກູນີ້ແຫຼະໃຫຍ່.

ນັກເລງກະຈອກ : ຊັ້ນມືງໃຫຍ່ຢູ່ທີ່ນີ້ ດຽວກູສິໄປໃຫຍ່ຢູ່ທີ່ອື່ນ.

ຂພຈແລະໝູ່ຫົວຂວັນ :  555++ ຄິດວ່າສິແນ່ ແຮະໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ກີນເຂົ້າແລ້ວຍັງອັນໜຶ່ງແດງໆ ຜູ້ເປັນຜົວເອີ່ຍຂື້ນ. ຜູ້ເປັນເມຍໄດ້ຍີນເລີຍຢອດມາໃສ່ຜົວວ່າ

ເມຍ : ກີນເຂົ້າແລ້ວຍັງອັນໜຶ່ງແດງໆ ແມ່ນເຈົ້າສິສູບຢາແມ່ນບໍ່ເຖົ້າ.

ຜົວ : ຍີ້ມອອກມາໜ່ອຍໜຶ່ງແລ້ວຕອບວ່າບໍ່ແມ່ນ.

ເມຍ : ຊັ້ນກະແມ່ນອົ້ມໝ້ຽງແມ່ນບໍ່ເຖົ້າ.

ຜົວ : ບໍ່ແມ່ນເຊັ່ນເຄີຍ ບໍ່ຖືກ.

ເມຍ : ເລີ່ມຢາກຮ້າຍ ເລີຍຖາມຜູ້ເປັນຜົວວ່າມັນແມ່ນຫຍັງຊັ້ນນ່າເຖົ້າ.

ຜົວ : ບໍ່ບອກ.

ເມຍ :​ ເກີດອາການໃຈຮ້າຍແຮງເລີຍຕອບໄປວ່າ ຮູkeeກູນິ. ຄຳຕອບນີ້ເຮັດໃຫ້ຜູ້ເປັນຜົວຕ້ອງຫົວຂື້ນ.

ຜົວ : 555++ ເກືອບຖືກ...ຫວິດສອງນິ້ວ...ວ່າຊ້ານນນ  ແຮະໆໆ

.........ຫວິດຈາກຮູkeeໄປສອງນິ້ວຄິດເອົາເດີ້ພີ່ນ້ອງວ່າແມ່ນຫຍັງ ? ຂພຈກະບໍ່ຮູ້ຄືກັນ 555+++

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ກະສັດອົງໜຶ່ງເພີ່ນໄປຢ້ຽມຢາມໄພ່ຟ້າລາຊະດອນຂອງເພີ່ນ ລະຫວ່າງການໄປຢ້ຽມຢາມນັ້ນມີ

ລາຊະດອນຄົນໜຶ່ງເຂົ້າມາຖາມພະອົງວ່າ

ລາຊະດອນ: ພະອົງມີອາຍຸໄຂໄດ້ຈັກປີແລ້ວ

ກະສັດ: 40 ປີ

ແລະຕໍ່ມາອີກ10ປີ ກະສັດອົງດັ່ງກ່າວກໍ່ໄດ້ໄປຢ້ຽມຢາມລາຊະດອນຂອງເພີ່ນອີກ

ມາເທື່ອນີ້ລາຊະດອນຂອງເພີ່ນກໍ່ຖາມແບບເກົ່າວ່າ

ລາຊະດອນ: ພະອົງມີອາຍຸໄຂໄດ້ຈັກປີແລ້ວ

ກະສັດ: 40 ປີ

ລາຊະດອນ: ເປັນຫຍັງພະອົງຄືຕອບຂພຈແນວນັ້ນ ທັ້ງໆທີ່ເມື່ອກ່ອນພະອົງກໍ່ເຄີຍຕອບ

ຂພຈວ່າ40 ປີມາແລ້ວ ແລະນີ້ກໍ່ຜ່ານມາໄດ້10ປີນີ້ແລ້ວ

ກະສັດ: ເຮົາເປັນກະສັດ ຕັດແລ້ວບໍ່ຄືນຄຳ 555+++

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ຢູ່ທີ່ຍົມມະໂລກມີຊາຍຄົນໜຶ່ງຖືກຈັບມາສອບສວນ

ຍົມມະທູດຖາມ: ມືງເປັນຫຍັງຈິ່ງຕາຍ

ຊາຍຄົນນັ້ນຕອບ: ຂະນ້ອຍຕາຍຍ້ອນສາເຫດຫຼີ້ນເມຍເຂົາ ແລ້ວຖືກຜົວເຂົາຂ້າຂະນ້ອຍ

ຍົມມະທູດ: ໂອ໋..! ຄັ້ນຊັ້ນມືງໄປຂື້ນສະຫວັນດຽວນີ້

ຊາຍຄົນນັ້ນງົງຈິ່ງຖາມຄືນ: ເປັນຫຍັງຈິ່ງໃຫ້ຂະນ້ອຍຂື້ນສະຫວັນນໍ

ບໍ່ເຂົ້າໃຈ...ໝົດທັງຊີວິດຂະນ້ອຍ ບໍ່ເຄີຍສ້າງຄວາມດີມາກ່ອນເລີຍ

ຍົມມະທູດຖາມເພື່ອຄວາມແນ່ໃຈ: ມືງຕາຍຍ້ອນຫຼີ້ນເມຍເຂົາແມ່ນບໍ່

ຊາຍຄົນນັ້ນຕອບ: ໂດຍ....ແມ່ນແລ້ວຂະນ້ອຍ

ຍົມມະທູດ: ຄັນຊັ້ນກູສິໃຫ້ມືງຂື້ນໄປສະຫວັນ ດຽວມືງຢູ່ນີ້ມືງສິຫຼີ້ນເມຍກູ 555+++

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ
  • ພີ່ນີ້ເຈັບແສບຊ້ຳ............................ລະກຳໜ່ວງໃນອົກ

ຕົກວ່າງເວຄະນິງຄິດ...................................ໄຄ່ຄວນຄອຍນ້ອງ

ຄອງວັນມື້...................................................ຄອຍນາງກັບຕ່າວ

ຖາມຂ່າວຄົ້ນ..............................................ຫານ້ອງຢູ່ທຸກຍາມ.

  • ພຽງແຕ່ພາຍພົບນ້ອງ....................ພອຍພ່ຳພະວັງຫາ

ພຽງແຄ່ຕາສົບຕາ.......................................ເມື່ອດຽວຍາມນັ້ນ

ກັບມານອນເຝືອຝັ້ນ....................................ຝັນປອງນ້ອງອຸ່ນ

ໃຈຊາຍເວວັ່ງວຸ້ນ..........................................ຢາກພານພໍ້ອີກເທື່ອສອງ.

  • ຂໍວອນອີນທາໄທ້...........................ທວຍເທບທະນົງລົິດ

ນິມິດຄວາມເປັນຈິງ.....................................ມິ່ງສະໝອນຊອນອ້າຍ

ໝາຍວ່າບຸບເພແທ້......................................ຂອງຊາຍແຕ່ປາງກ່ອນ

ຫວັງໄດ້ຮ່ວມຫ້ອງ.......................................ແຊມເຊື້ອຊາດນາງ.

  • ຫຼື ບໍ່ເປັນດັ່ງນັ້ນ..............................ຂໍໃຫ້ຂ່າວຄວາມໃນ  ພະອົງເອີຍ !

ບົນບອກໃນຄວາມຝັນ..................................ໃຫ້ຫ່າງນາງນວນນ້ອງ

ຈິ່ງບໍ່ໝອງມະໂນເສົ້າ.....................................ເນົານຳນຸດທະນາດ

ໃຈສິຂາດທ່າວລົ້ມ.........................................ຫຼົງລົ້ມລະຫວ່າງຊວງ.


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 60  |  ໜ້າຕໍ່ໄປ »