ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

   ອາຈານສອນກິລາຊາວຍີ່ປຸ່ນໄວສະລາຄົນໜຶ່ງ ຊວນລູກສິດໝຸ່ມຊາວອາເມລິກາ ທີ່ຍ່າງຕາມຫຼັງໄປຕາມຫາດຊາຍຕອນແລງໆ ຊ່ວງໜຶ່ງຂອງການສົນທະນາ ອາຈານໃຊ້ໄມ້ຄ້ອນເທົ້າຂີດເສັ້ນສອງເສັ້ນຂະໜານກັນ ລົງໃນພື້ນທີ່ໆມີຊາຍຂາວລະອຽດ ເສັ້ນໜຶ່ງຍາວປະມານ 3ຟຸດ ອີກເສັ້ນໜຶ່ງຍາວປະມານ 5ຟຸດ. 

ອາຈານບອກລູກສິດ  >>> ເຈົ້າລອງເຮັດໃຫ້ເສັ້ນທີ່ຍາວ 3ຟຸດ ຍາວກວ່າເສັ້ນທີ່ຍາວ 5ຟຸດໃຫ້ອາຈານເບີ່ງດູ.! ສຽງຂອງອາຈານເປັກລັກສະນະທ້າທາຍ. ລູກສິດຊາວອາເມລິກາຢຸດຄິດເພື່ອພິຈາລະນາເສັ້ນທັງສອງຢູ່ບຶດໜຶ່ງກໍ່ຍີ້ມອອກມາ ເໝືອນກັບຄົ້ນພົບຄຳຕອບຢູ່ໃນໃຈ ເຂົາຕັ້ງໃຈໃຊ້ຕີນເບື້ອງໜຶ່ງລຶບຮອຍເສັ້ນທີ່ມີຄວາມຍາວ 5ຟຸດນັ້ນ ໃຫ້ສັ້ນເຂົ້າຈົນເຫຼືອໜ່ອຍດຽວ ດ້ວຍວິທີນີ້ເສັ້ນທີ່ຍາວ 3ຟຸດ ຈິ່ງໂດດເດັ່ນຂື້ນມາແທນ ເມື່ອລຶບແລ້ວລາວກໍ່ເງີຍໜ້າຂື້ນມາສົບຕາກັບອາຈານ ຄ້າຍໆກັບຂໍຄຳເຫັນ.
ລູກສິດ  >>> ແບບນີ້ໃຊ້ໄດ້ບໍ່ອາຈານ..?. ຜູ້ເປັນອາຈານໃຊ້ໄມ້ຄ້ອນເທົ້າເຄາະຫົວລາວບາດໜຶ່ງແລ້ວບອກວ່າ " ໃຊ້ວິທີນີ້ຊີວິດຂອງເຈົ້າກໍ່ຈະລົ້ມເຫຼວຕະຫຼອດໄປຮູ້ບໍ່? ຄົນທີ່ຈະຍົກຕົວໃຫ້ສູງໂດຍການທຳຮ້າຍຄູ່ແຂ່ງຂັນນັ້ນບໍ່ຄ່ອຍສະຫຼາດເລີຍ ທາງທີ່ດີຈົ່ງຍົກຕົວເອງຂື້ນແຕ່ຢ່າຫຼຸດຄົນອື່ນລົງ ". ວ່າແລ້ວອາຈານກໍ່ຂີດເສັ້ນທັງສອງຄືນໃໝ່ ແລ້ວສາທິດໃຫ້ເບີ່ງ ໂດຍການທີ່ປ່ອຍເສັ້ນທີ່ຍາວ 5ຟຸດ ໄວ້ຄຶເກົ່າ ແຕ່ຂີດເສັ້ນທີ່ຍາວ 3ຟຸດໃຫ້ຍາວຂື້ນເປັນ 10ຟຸດ ຄະນະທີ່ຝ່າຍລູກສິດຍັງງົງຢູ່   ຄູ່ແຂ່ງຂອງເຈົ້າບໍ່ແມ່ນສັດຕູແຕ່ຄືອາຈານຂອງເຈົ້າ ແລະ ເຂົາຄືຄົນສຳຄັນ ທີ່ຈະເຮັດໃຫ້ເຈົ້າກ້າວໜ້າຕໍ່ໄປຢ່າງສະຫງ່າງາມແລະມີກຽດສັກສີ ລອງຄິດເບີ່ງຖ້າບໍ່ມີຄູ່ແຂ່ງເຈົ້າຈະຮູ້ໄດ້ຢ່າງໃດ ວ່າຕົວເອງມີສັກກະຍະພາບໃນການເຮັດວຽກໄດ້ດີຂະໜາດໃດ? ບໍ່ມີອັນຂີ້ຮ້າຍແລ້ວເຈົ້າຈະຮູ້ໄດ້ແນວໃດວ່າຄວາມສວຍງາມເປັນແນວໃດ? ຄູ່ແຂ່ງຂັນຂອງເຮົາຍິ່ງເກັ່ງຍິ່ງສະຫຼາດເທົ່າໃດ ກໍ່ຈະເຮັດໃຫ້ເຮົາກ້າວໜ້າຕໍ່ໄປໃຫ້ສູງຍິ່ງຂື້ນ ນັກສູ້ທີ່ດີນັ້ນເຂົາຢືນຢັນຢູ່ໃນສັງວຽນໄດ້ ເພາະມີຄູ່ຕໍ່ສູ້ທີ່ເຂັ້ມແຂງ ຄູ່ຕໍ່ສູ້ທີ່ອ່ອນແອເຮັດໃຫ້ເຮົາຊະນະໄດ້ ແຕ່ໄຊຊະນະນັ້ນກໍ່ບໍ່ຍືນຍົງຄົງກະພັນ ຄົນທີ່ຈະພະຍາຍາມທີ່ຈະເລື່ອນໂຕເອງຂື້ນ ໂດຍການຂ້າລູກນ້ອງຟ້ອງເຈົ້ານາຍແລະຂາຍໝູ່ເພື່ອນນັ້ນ ເຖິງຈະເຮັດໄດ້ສຳເລັດ ແຕ່ນັ້ນກໍ່ເປັນພຽງຄວາມສຳເລັດທີ່ປາສະຈາກກຽດຕິຄຸນ ທີ່ບໍ່ອາດອ້າງອີງໄດ້ເຕັມເມັດເຕັມໜ່ວຍ ການທີ່ເລື່ອນໂຕເອງຂື້ນ ໂດຍໃຊ້ວິທີບໍ່ຊອບທຳກັບການເລື່ອນໂຕເອງຂື້ນ ໂດຍປ່ອຍໃຫ້ຄົນອື່ນ ໄດ້ກ້າວເດີນໄປຕາມວິທີທາງຂອງເຂົາຢ່າງມີເສລີພາບນັ້ນ ຈະມີຜົນໄດ້ຮັບແຕກຕ່າງກັນຢ່າງເຫັນໄດ້ຊັດເຈນ. ການເລື່ອນໂຕເອງຂື້ນພ້ອມກັບການຫຼຸດຄົນອື່ນລົງ ເຮົາອາດຊະນະແຕ່ກໍ່ມີສັດຕູເປັນຂອງແຖມໂດຍຄິດບໍ່ເຖິງ ສ່ວນການເລື່ອນໂຕເອງຂື້ນແຕ່ບໍ່ຫຼຸດຄົນອື່ນລົງນັ້ນ ເຮົາອາດເປັນຜູ້ຊະນະພ້ອມກັບມີເພື່ອນທີ່ແທ້ຈິງເພີ່ມຂື້ນຢ່າງມາກມາຍກ່າຍກອງ  ວິທີໃດດີເລືອກເອົາໄປນຳໃຊ້ໃນຊີວິດຈິງໄດ້.
ເລື່ອງນີ້ ຂພຈ ໄດ້ອ່ານແລ້ວຮູ້ສຶກວ່າມັນກີນໃຈດີເລີຍເສຍສະຫຼະເວລາມາຂຽນ ເພື່ອໃຫ້ເພື່ອນໆພັນລາວໄດ້ອ່ານກັນ ຄິດວ່າຄືສິນຳເອົາຄວາມຮູ້ມາໃຫ້ທ່ານບໍ່ຫຼາຍກໍ່ໜ່ອຍ .ຄັດຈາກປື້ມວາລະສານປີ 2007 .


Delicious Digg Fark Twitter