ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2011 | ມີ 32 ຄຳເຫັນ ແລະ 0 trackback(s)

ຂ້ອຍເຮັດວຽກເປັນພະນັກງານຂາຍຢູ່ບໍລິສັດແຫ່ງໜຶ່ງ (ບໍ່ຂໍບອກວ່າບໍລິສັດຫຍັງດຽວສິເສຍຫາຍ).  ມີມື້ໜຶ່ງຫົວໜ້າຂ້ອຍໃຫ້ຂ້ອຍໄປຂາຍເຄື່ອງ ກັບຕາເຖົ້າຫົວງູພຽງສອງຄົນ

ຕອນໄປບໍ່ມີບັນຫາແຕ່ຂາກັບນີ້ຕິຕາຊັງ. ຫຼັງຈາກຂາຍເຄື່ອງໝົດແລ້ວປະມານ4ໂມງແລງນີ້ລະ  ຂ້ອຍກໍ່ໄດ້ກັບໆຕາເຖົ້າຫົວງູ. ບັງເອີນຂີ່ລົດມາພໍດີຮອດເຄີ່ງທາງລາວເລີຍຖາມຂ້ອຍວ່າ......

ຕາເຖົ້າ : ນ້ອງຈະໃຫ້ອ້າຍໄປສົ່ງຢູ່ໃສ?

ຂ້ອຍ :  ສົ່ງຂ້ອຍຢູ່ບໍລິສັດກະໄດ້ ແລ້ວຂ້ອຍຈະຍ່າງກັບເອງເພາະບໍ່ໄດ້ເອົາລົດໄປນຳ

ຕາເຖົ້າ : ບໍ່ໄປອາບນ້ຳກັບອ້າຍກ່ອນບໍ

ຂ້ອຍ : ບໍ່ດອກຂ້ອຍໄປອາບຢູ່ບ້ານກະໄດ້ ຂ້ອຍຕອບແບບນັ້ນເພາະຂ້ອຍບໍ່ຮູ້ວ່າລາວໝາຍເຖິງຫຍັງ

ຕາເຖົ້າ : ຟັງຄຳເວົ້າເຮົາບໍ່ເຂົ້າກັບເປົ້າໝາຍເພີ່ນເລີຍຊີ້ແຈງວ່າ ອ້າຍບໍ່ໄດ້ໝາຍຄວາມວ່າແນວນັ້ນ  ອ້າຍໝາຍຄວາມວ່າໄປບ້ານພັກຕ່າງຫາກ

ຂ້ອຍ : ຕົກໃຈພ້າວປະຕິເສດ ບໍ່ຂ້ອຍບໍ່ໄປ

ຕາເຖົ້າ : ເປັນຫຍັງ?

ຂ້ອຍ : ບໍ່ເປັນຫຍັງຂ້ອຍບໍ່ມັກ

ຕາເຖົ້າ : ເຈົ້າມີແຟນແລ້ວຫວາ ?

ຂ້ອຍ : ຕອບລາວວ່າມີແລ້ວ

ຕາເຖົ້າ : ບໍ່ເປັນຫຍັງດອກບໍ່ຕ້ອງຢ້ານ ຖ້າເຈົ້າກັບອ້າຍບໍ່ເວົ້າໄປໃສ ຈ້າງກະບໍ່ມີຄົນຮູ້ ເພີນວ່າ

ຂ້ອຍ : ຈັ່ງໃດຂ້ອຍກະບໍ່ໄປຂ້ອຍບໍ່ມັກ

ຕາເຖົ້າ : ເຈົ້າຢາກໄດ້ຫຍັງ ອ້າຍຈະຊື້ໃຫ້

ຂ້ອຍ : ຕອບລາວວ່າຂ້ອຍບໍ່ຢາກໄດ້ຫຍັງທັງນັ້ນ ເຈົ້າເຂົ້າໃຈຂ້ອຍຜິດແລ້ວລະ ຂ້ອຍບໍ່ໄດ້ແມ່ນຜູ້ຍິງຂາຍຕົວເດີ ສິເວົ້າຫຍັງຄວນໃຫ້ກຽດຂ້ອຍແດ່ ຕອນນີ້ຂ້ອຍຢາກກັບບ້ານຖ້າເຈົ້າບໍ່ຢາກໄປສົ່ງຂ້ອຍໆກໍ່ຈະຍ່າງໄປເອງ.

ຕາເຖົ້າ : ເມື່ອເຫັນຂ້ອຍຈິງຈັງນຳ ກໍ່ເລີຍໝົດຫົນທາງຍອມສົ່ງຂ້ອຍກັບບ້ານ ໄລຍະທາງທີ່ຂີ່ລົດມາຜ່ານບ້ານພັກແຕ່ລະບ່ອນ ລາວມັກຈະຫຼຽວໄປເບີ່ງສະເໝີ ແລ້ວຫຼຽວມາເບີ່ງຂ້ອຍ

ຂ້ອຍເຮັດເສີຍໆທັ້ງໆທີ່ໃຈຊັ່ນ,ຢ້ານລາວຢູ່ ຂ້ອຍຄິດໃນໃຈຖ້າລາວພາຂ້ອຍ ແວະໄປບ້ານພັກ ຂ້ອຍສິເອົາກຳປັ້ນຊັດໜ້າມັນບາດໜຶ່ງ ແລ້ວໂດນລົດແລ່ນ ແຕ່ກະຖືວ່າໂຊກຂອງຂ້ອຍຍັງມີທີ່ລາວອົດສາສົ່ງຂ້ອຍຮອດບໍລິສັດ.

ຂ້ອຍ : ລົງຈາກລົດແລ້ວກໍ່ພ້າວຍ່າງທັງຍ່າງທັງແລ່ນເພາະຢ້ານລາວ ມາຮອດບ້ານຂ້ອຍໄດ້ເວົ້າໃຫ້ໝູ່ແລະເອື້ອຍອ້າຍນ້ອງຟັງ ທັງເວົ້າທັງສັ່ນໝົດທັ້ງຊີວິດຂ້ອຍ

ມີຄັ້ງນີ້ເທື່ອດຽວທີ່ເຮັດໃຫ້ຂ້ອຍຕົກໃຈຜະວາຢ້ານ, ສັ່ນຈົນໂຕແຂງ. ຄົນອີຫຍັງຈັ່ງແມ່ນເຮັດເປັນຕາຊັງເອົາແທ້ເອົາວ່າ ສັງບໍ່ອິໂຕນຄົນອື່ນແດ່ຖ້າບໍ່ອິໂຕນຄົນອື່ນກະໃຫ້ຄິດຮອດລູກຮອດເມຍແດ່ຫວາ

ທັ້ງໆທີ່ລາວກະມີລູກສອງລູກສາມແລ້ວ ຍັງເຮັດແນວນີ້ຢູ່ ໜ້າຈະຄວນຄິດເອົາໃຈເຂົາມາໃສ່ໃຈເຮົາແດ່ເນາະ ລອງຄິດເບີ່ງຖ້າກົງກັນຂ້າມ ຄົນຮັກຂອງເຮົາພັດໄປມີຫຍັງກັບຄົນອື່ນເຮົາສິຮັບໄດ້ບໍ່

ເວົ້າມາລະຢາກຊັບໆໆໆມັນເດ.

Delicious Digg Fark Twitter