ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2012 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບົດບັນທຶກຊີວິດຮັກຂອງນັກປະພັນ " ພຸດທະວົງ ນາມສິງ "  ນະວະນິຍາຍເລື່ອງ ” ອະດີດເກົ່າແລະຄວາມເສົ້າທີ່ຍາກຈະລືມ “. ຕໍ່ຈາກນະວະນິຍາຍເລື່ອງ " ຮັກແທ້ຕ້ອງເຂົ້າໃຈກັນ " punlao.com/Virus2011/diary/20154/

  • ມອບແດ່ບຸນຫຼອມ ແກ້ວມະນີວັນ ( ນ້ອຍ )

...ຫຼອມ ເຈົ້າໄດ້ໃຫ້ຄວາມຮັກທີ່ເຈັບແສບທີ່ສຸດແກ່ຂ້ອຍ ຈະມີຫຍັງເຫຼືອໄວ້ແດ່ ໝົດແລ້ວຄວາມຮັກແລະຄວາມຫວັງ ຍັງພໍມີເຫຼືອໄວ້ກໍ່ພຽງຮ່ອງຮອຍຂອງຮູບພາບເບື້ອງຫຼັງ ທີ່ຄອຍຫຼອກຫຼອນຢູ່ໃນດວງໃຈກັບຮອຍມົນທີນທີ່ບໍ່ມີມື້ທີ່ຈະລຶບຫາຍ ແລະຄວາມເຈັບຊ້ຳເຊິ່ງກາຍເປັນແຜຫົວໃຈ ທີ່ບໍ່ອາດປີ່ນປົວໃຫ້ຊ່ວງເຊົາໃຫ້ລືມໄດ້ຢ່າງງ່າຍໆ.

...ຂ້ອຍຍັງບໍ່ລືມວັນທີ່ເຮົາໄດ້ພົບກັນຄັ້ງແລກ ວັນນັ້ນມັນເປັນວັນແຫ່ງຄວາມຮັກ ແລະເຈົ້າເອງທີ່ພາຂ້ອຍໄປຫຼີ້ນເຮືອນຂອງເຈົ້າ ແລ້ວເຈົ້າກໍ່ໄດ້ເປີດເຜີຍຄວາມໃນໃຈໃຫ້ຂ້ອຍຮູ້... ຫຼອມເຈົ້າເປັນຍິງຄົນແລກທີ່ເຂົ້າມາໃນຊີວິດຂ້ອຍ ແລະກ້າບອກຮັກຂ້ອຍ.

...ພໍຕົກມາຄືນທີ່ສອງຂອງບຸນທາດຫຼວງ ເຈົ້າເອງເປັນຄົນບອກໃຫ້ຂ້ອຍມາແລະຂ້ອຍກໍ່ໄດ້ມາຕາມການນັດພົບ ພວກເຮົາຍ່າງຄຽງຂ້າງກັນໄປບາງເທື່ອລົມໜາວພັດມາ ຂ້ອຍຢືນຄຽງຂ້າງເຈົ້າ ຮູ້ສືກວ່າມັນອົບອຸ່ນເຂົ້າໄປຮອດຫົວໃຈ. ເຖິງແນວໃດກໍ່ຂອບໃຈເທບພະເຈົ້າທີ່ຊ່ວຍມອບຄວາມຮັກໃຫ້ແກ່ພວກເຮົາ ຂ້ອຍອະທິຖານຢູ່ໃນໃຈວ່າຈະຮັກເຈົ້າຈົນຊົ່ວຟ້າດີນສະລາຍ... ສາຍຕາພວກເຮົາປະສານກັນຕັ້ງດົນນານ  ຂ້ອຍຮູ້ສຶກອ່ອນໄຫວໄປທັ້ງຕົວ ຫົວໃຈເຕັ້ນແຮງກວ່າປົກກະຕິ...

...ແມ່ນແລ້ວ...ຫຼອມ...ຂ້ອຍຮັກເຈົ້າແລ້ວ ຮັກຈົນລົ້ນໃຈເລີຍ ຂ້ອຍກຽມພ້ອມທີ່ຈະມອບຫົວໃຈທັງໝ່ວຍໃຫ້ເຈົ້າຄົນດຽວ. ຕອນນັ້ນຫົວໃຈຂ້ອຍປ່ຽມລົ້ນໄປດ້ວຍຄວາມຮັກທີ່ບໍລິສຸດ ຄວາມຮັກແລະຄວາມຫວັງແມ່ນຂ້ອຍຢາກມອບໃຫ້ເຈົ້າ ເພາະມັນແມ່ນຄວາມຮັກຄັ້ງທຳອິດຂອງຂ້ອຍ ໃນຊີວິດທີ່ຂ້ອຍໄດ້ຕົກລົງປົງໃຈມອບໃຫ້ແກ່ເພດກົງກັນຂ້າມ... ຂ້ອຍຮູ້ດີວ່າຄວາມຮັກ ຄວາມອົບອຸ່ນທີ່ໄດ້ຮັບຈາກເຈົ້ານັ້ນ ແມ່ນບໍ່ສາມາດທີ່ຈະພັນລະນາໄດ້.

...ຄວາມຮັກແມ່ນຫຍັງ? ມີຫຼາຍຄົນໃຫ້ທັດສະນະແລະຄຳຕອບແຕກຕ່າງກັນ ແຕ່ສຳຫຼັບຂ້ອຍຄວາມຮັກແມ່ນ ຄວາມເຂົ້າອົກເຂົ້າໃຈກັນທັງສອງຝ່າຍ ແລະຈະບໍ່ມີສິ່ງໃດທີ່ຈະພັດພາກ ຮັກແທ້ໄປຈາກສອງຫົວໃຈທີ່ໝາຍໝັ້ນຕໍ່ກັນ...

...ຫຼອມເຈົ້າຍັງຈື່ບໍ່ ຕອນທີ່ເຮົາຍ່າງຄຽງຂ້າງກັນນັ້ນມັນມີຫຍັງເກີດຂື້ນ ສຳຫຼັບຂ້ອຍໆຍັງຈື່ບໍ່ມີວັນລືມ ເພາະມັນເປັນວັນທີ່ຂ້ອຍກ້າບັງອາດໄປແຍ້ງແຟນຂອງຄົນອື່ນ... ຂ້ອຍກັບເຂົາເກືອບຈະປະທະກັນ ແຕ່ພໍເຈົ້າໄປບອກເຂົາວ່າເຈົ້າຮັກຂ້ອຍ ແລະບໍ່ເຄີຍຮູ້ສຶກດີໆກັບເຂົາມາກ່ອນເຂົາກໍ່ເລີຍຍອມຖອນຕົວ. ແຕ່ມັນຄົງເປັນເວນກຳທີ່ຂ້ອຍເຮັດກັບເຂົາຫຼືຢ່າງໃດ ຟ້າຈິ່ງປັ້ນມືທີ່ສາມເຂົ້າມາແຊງ... ຂ້ອຍຮູ້ດີວ່າເຈົ້າບໍ່ໄດ້ຮັກເຂົາແຕ່ຢ່າງໃດເລີຍ ສິ່ງທີ່ເຈົ້າເຮັດໄປກໍ່ເພາະເພື່ອຕ້ອງການຕອບແທນພະຄຸນຂອງພໍ່ແມ່ ເລື່ອງນີ້ຂ້ອຍຮູ້ກ່ອນເຈົ້າບອກຂ້ອຍດ້ວຍຊ້ຳ ຂ້ອຍຈະບໍ່ໂທດພໍ່ແມ່ຂອງເຈົ້າແຕ່ຢ່າງໃດເລີຍ ສິ່ງທີ່ພວກເພີ່ນເຮັດແນວນັ້ນກໍ່ເພື່ອຕ້ອງການໃຫ້ລູກຂອງເພີ່ນມີຄວາມສຸກ ຄວາມສະບາຍ ໃຊ້ຈ່າຍເງີນຄຳຢ່າງໂກ້ເກ....

...ເມື່ອມືທີ່ສາມກ້າວເຂົ້າມາ ຄວາມຮັກຂອງເຮົາເກີດມີບັນຫາ ເພາະພໍ່ແມ່ຂອງເຈົ້າບັງຄັບໃຫ້ເຈົ້າແຕ່ງງານກັບເຂົາ ຕອນທີ່​ເຈົ້າ​ບອກ​ຂ້ອຍ​ນັ້ນ​ເຈົ້າ​ຮູ້​ບໍ່ຂ້ອຍ​ເຈັບ​ພຽງ​ໃດ ​ເຈົ້າ​ສອນ​​ໃຫ້ຂ້ອຍ​ຮູ້ຈັກ​ຄວາມຫວານ​ຊື່ນ​ຂອງ​ຄວາມ​ຮັກ ບັດ​ນີ້​ຂ້ອຍ​ໄດ້​ຊີມ​ລົດ​ຊາດ​ອັນ​ຂົມ​ຂື່ນຂອງຄວາມ​ຜິດ​ຫວັງ... ຂ້ອຍ​ຈຳ​ເປັນ​ຕ້ອງ​ໄປ​ຈາກ​ທີ່​ນັ້ນ ​ໄປ​ຢູ່ຫຼວງພະ​ບາງ​ບໍ່ພໍ​ວັນ​ກໍ່ມີ​ຄົນ​ມາ​ຊອບ​ຂ້ອຍ​ ແລະ​ບອກ​ຮັກ​ຂ້ອຍ ​ແຕ່​ຂ້ອຍ​ບໍ່​ໄດ້​ຕອບ​ຮັບເຂົາ​ແຕ່​ຢ່າງ​ໃດ​ເລີຍ ​ເພາະ​ຂ້ອຍ​ມີ​ຫົວ​ໃຈດວງດຽວ ​ແລະ​ໃຈ​ດວງ​ນີ້​ຂ້ອຍ​ກໍ່ມີ​ແຕ່​ເຈົ້າຄົນ​ດຽວ ຂ້ອຍ​ບໍ່​ຕ້ອງການຮັກ​ຄົນ​ໃດ​ອີກ​​ນອກຈາກ​ເຈົ້າ...

...ພໍ​ຂ້ອຍ​ກັບ​ມາ​ຈາກຫຼວງພະ​ບາງ ຂ້ອຍ​ກໍ່​ໄດ້​ມາຫຼີ້ນນຳ​ເຈົ້າ​ອີກ​ຄັ້ງ. ​ເຈົ້າ​ໄດ້​ເລີກ​ລົ້ມ​ການ​ແຕ່ງງານ​ມາ​ຄົບ​ກັບ​ຂ້ອຍ. ​ໃນຕອນ​ນີ້ຄວາມ​ຮັກ​ທີ່​ເຈົ້າ​ມີ​ໃຫ້​ຂ້ອຍ​ນັ້ນ ຂ້ອຍ​ຄິດ​ວ່າມັນ​ຄົງ​ເປັນຄວາມ​ຮັກ​ທີ່​ອຳ​ມະຕະ. ຂ້ອຍ​ແລະ​ເຈົ້າ​​ເດີນ​ຄຽງຂ້າງ​ກັນ​ອີກ​ຄັ້ງ ຈົນ​ເຮັດ​ໃຫ້​ຄົນ​ອື່ນ​ແທບ​ອິດສາ. ມີ​ເທື່ອໜຶ່ງ​ເຈົ້າ​ມາ​ຫາ​ຂ້ອຍ ພວກ​ເຮົານັ່ງ​ຢູ່​ເທິງ​ແປ້ນ​ມ້າ​ແຫ່ງໜຶ່ງ ຂ້ອຍ​ແລະ​ເຈົ້າ​ຟັງ​ເພງ​ນຳ​ກັນ.... ​ເຈົ້າ​ຍັງ​ຈື່​ບໍ່ລະ​ເພງ​ນັ້ນ​ແມ່ນ​ເພງ​ຫຍັງ? ​ເພງ​ນັ້ນ​ແມ່ນ​ເພງ​ຂອງ​ຕິກ​ຊີ​ໂລ ”ຮັກ​​ໄມ່ຍອມ​ປ່ຽນ​ແປງ“  ​ແລະ​ຂ້ອຍ​ຍັງ​ຫວັງ​ວ່າຄວາມ​ຮັກ​ທີ່​ເຈົ້າ​ມີ​ໃຫ້​ຂ້ອຍ​ນັ້ນ ຄົງ​ບໍ່ມີ​ວັນ​ປ່ຽນ​ແປງ. ອີກ​ບໍ່ດົນ​ຂ້ອຍ​ຄົງ​ໄດ້​ຈາກ​​ເຈົ້າ​ໄປ​ຄົນ​ລະ​ທີ່​ແລ້ວ​ລະຫຼອມ ຂ້ອຍ​​ເວົ້າກັບເຈົ້າ​ແລະ​ເຈົ້າບອກ​ຂ້ອຍ​ວ່າ​ເຈົ້າ​ຈະ​ລໍ​ຂ້ອຍ ລໍ​ຈົບກວ່າ​ຂ້ອຍ​ຈະ​ກັບ​ມາ ​ແລ້ວ​ເຈົ້າ​ຈະ​ໃຫ້​ຂ້ອຍ​ລໍ​ຈັກ​ປີ ຊາດໜ້າຂ້ອຍ​ບອກ​ເຈົ້າ​ໄປ​ຫຼີ້ນໆແບບ​ນັ້ນ ​ເຖິງ​ຊາດໜ້າຂ້ອຍ​ກໍ່ລໍ​ໄດ້​ຖ້າ​ເຈົ້າ​ຮັກ​ຂ້ອຍ... ຫຼອມຂ້ອຍ​ຮັກ​ເຈົ້າ100% ​ແຕ່​ເຈົ້າ​ບອກ​ຂ້ອຍ​ວ່າ​ເຈົ້າ​ຮັກ​ຂ້ອຍຫຼາຍກວ່າ​ນັ້ນ ຕັ້ງ500%ພຸ້ນ​ນ່າ....

...ບຸນຫຼອມ...ທີ່​ຮັກ..! ຂ້ອຍ​ຂໍ​ຂອບ​ໃຈ​ຕໍ່ຄວາມ​ຮັກ​ທີ່​ບໍລິສຸດ​ຂອງ​ເຈົ້າທີ່​ມີ​ຕໍ່ຂ້ອຍ ຂ້ອຍ​ຈະ​ຈົດ​ຈຳ​ມັນ​ໄວ້​ບໍ່ມີ​ວັນ​ລືມ... ​ເຖິງ​ວ່າ​ຂ້ອຍ​ຈະ​ຈາກ​ເຈົ້າ​ໄປ​ແລ້ວ​ກໍ່ຕາມ ​ແຕ່ຍາມ​ໃດ​ຂ້ອຍ​ກໍ່ຍັງຮັກ​ແລະ​ຄິດ​ຮອດ​ເຈົ້າ​ຢູ່​ຕະຫຼອດ​ເວລາ ຮູບ​ພາບ​ຄວາມ​ຫຼັງທີ່​ຫວານ​ຊື່ນ ຍັງ​ສະຖິດ​ຢູ່​ໃນ​ຫົວ​ໃຈ​ຂ້ອຍ​ໂດຍ​ບໍ່ມີ​ວັນ​ຈະຫຼົງລືມ​ໄດ້. ​ເມື່ອ​ເຖິງ​ເວລາ​ຈະ​ຈາ​ກກັນ ​ຂ້ອຍ​ຮູ້ສຶກ​ວ່າ​ຫົວ​ໃຈ​ມັນ​ສິສະ​ລາຍ​ອອກ​ເປັນ​ປ່ຽງໆ ຍ້ອນ​ຄວາມ​ໂດດດ໋ຽວປ່ຽວພອຍ​ແລະ​ຫງອຍ​ເຫງົາ ຢູ່​ເບື້ອງຫຼັງຂອງ​ຂ້ອຍ​ເຕີມ​ໄປ​ດ້ວຍ​ຄວາມ​ອ້າງ​ຫວ້າງ ຄວາມ​ຫງຽບ​ເຫ​ງົາ​ແລະ​ຄວາມ​ເສົ້າ​ທີ່​ພວມ​ຄອງ​ຄອຍ. ຍາມ​ໃດ​ຂ້ອຍ​ກໍ່ຄິດ​ເປັນ​ຫ່ວງຢ້ານ​ເຈົ້າ​ຈະຫຼົງລືມ ​ແລະ​ປ໋ະຖີ້ມຂ້ອຍ​ໄປ​ຫາ​ຊາຍ​ອື່ນ​ເວລາ​ຢູ່​ຫ່າງ​ໄກ​ກັນ.

...ມີ​ຮັກ​ກໍ່ຕ້ອງ​ມີ​ຈາກ​ເປັນ​ຂອງ​ທຳ​ມະ​ດາ ​ແຕ່ພວກ​ເຮົາກໍ່ບໍ່​ແມ່ນ​ວ່າ​ຈະ​ຈາກ​ກັນ​ໄປ​ໄກ​ຈົນ​ສຸດ​ຂອບ​ຟ້າ ຫົນທາງ​ແລະ​ເວລາ​ທີ່​ພວກ​ເຮົາ​ຈະ​ພົບ​ກັນ​ນັ້ນ​ມີ​ຢູ່​ສະ​ເໝີ... ພໍ​ຂ້ອຍ​ຈາກ​ເຈົ້າ​​ໄປ​ຢູ່​ເມືອງ​ທົ່ງມີ​ໄຊ​ບໍ່ນານ ຂ້ອຍ​ກໍ່​ໄດ້​ຮັບ​ຂ່າວ​ວ່າ​ເຈົ້າ​ມີ​ແຟນ​ໃໝ່​ແລ້ວ ທັງຫຼໍ່ອີກ​ດ້ວຍ ​ເມື່ອ​ຂ້ອຍ​ໄດ້​ຮັບ​ຂ່າວ​ນັ້ນ​ຄວາມ​ແຄ້ນ ບໍ່​ໄດ້​ເຮັດ​ໃຫ້​ຂ້ອຍ​ເສຍ​ໃຈ​ແມ່ນ​ແຕ່​ນ້ອຍ​ເລີຍ. ດຽວນີ້​ຂ້ອຍ​ຄອງ​ຄອຍປານ​ໃດ​ປີ​ເກົ່າ​ຈະໝົດ​ໄປ ຂ້ອຍ​ຢາກ​ໃຫ້​ທຸກ​ສິ່ງ​ງທຸກ​ຢ່າງ​ມັນໝົດ​ໄປ​ນຳ​ປີ​ເກົ່າ ​ແລະ​ໃຫ້​ມັນ​ເຫຼືອ​ໄວ້​ພຽງຄວາມ​ຫວັງ​ອັນ​ໃໝ່ ຊີວິດ​ທີ່​ປາສະຈາກ​ຮອຍ​ມົນ​ທີ​ນ...

...ບຸນຫຼອມ ບົດ​ບັນ​ທືກຂອງຂ້ອຍຄົງ​ຈະ​ສີ້​ນສຸດ​ລົງພຽງ​ເທົ່າ​ນີ້ ​ເພາະ​ເສັ້ນທາງ​ເດີນ​ຂອງ​ພວກ​ເຮົາ​ໄດ້​ຖຶກຂີດ​ເປັນ​ເສັ້ນ​ຂະໜານກັນ​​ແລ້ວ....ຂໍ​ໃຫ້​ໂຊກ​ດີ...

  •   ຄວາມ​ຮັກ​ກໍ່​ເປັນ​ກິລາ​ຊະ​ນິດໜຶ່ງ ​ເຊິ່ງ​ໃຜໆກໍ່ຕ້ອງປະສົບ​ພາວະ​ໃດ​ພາວະໜຶ່ງ ນັ້ນ​ກໍ່ຄືບໍ່​ແພ້​ກໍ່ຊະນະ ​ແຕ່​ການຜ່າ​ຍຮັກ​ມີ​ຜົນ​ກະທົບ ກະ​ເທືອ​ນ​ແລະ​ຝັງ​ໃຈຫຼາຍກວ່າ​ການ​ແພ້​ກິລາ​ຊະນິດ​ອື່ນ ບາງ​ຄົນ​ລະ​ທົມໝົ່ນໝອງ​ໄປ​ຕະຫຼອດຊີວິດ ບາງ​ຄົນ​ໃຊ້​ເວລາ​ຮັກສາ​ແຜ​ໃຈ​ເປັນ​ເວລາ​ນານ​ປີ ກິລາ​ຮັກ​ເປັນ​ການ​ລົງ​ແຂ່ງ​ສະໝາມກັບ​ຂູ່​ຕໍ່ສູ້ພຽງຕົວ​ຕໍ່ຕົວ ຄົນ​ທີ່​ກ້າຫຼີ້ນກັບ​ຄວາມ​ຮັກ​ຕ້ອງ​ກ້າ​ໄດ້​ກ້າ​ເຜີຍ​ຄວາມ​ຈິງ. ​ເຖິງ​ແມ່ນ​ວ່າ​ທຸກ​ຄົນ​ຕ້ອງການ​ໄຊຊະນະ​ແລະ​ຄວາມ​​ຫວັງ​ໃນ​ຄວາມ​ຮັກ ຄວາມ​ຮັກ​ກໍ່​ໃຫ້​ຄວາມ​ຫວັງ​ແກ່​ຄົນ​ໄດ້​ພຽງບໍ່​ເທົ່າ​ໃດ​ຄົນ ​ແຕ່​ບາງ​ຄົນ​ຊະນະ​ໃນ​ເບື້ອງ​ຕົ້ນ ​ແຕ່​ໄປ​ຜ່າ​ຍ​ແພ້​ໃນ​ບັ້ນ​ປາຍ ​ເໝືອນດັ່ງ​ຊາຍ​ທີ່​ຕ້ອງ​ຜ່າ​ຍຮັກ....​ແຮະໆໆ
Delicious Digg Fark Twitter