ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ເລື່ອງຕະລົກ ບັກສະໄລ

ຂພຈຈະຂໍເລົ່າເລື່ອງທີ່ເກີດຂື້ນຕອນທີ່ຂພຈໄດ້ໄປປະຕິບັດໜ້າທີ່ ຢູ່ເມືອງນ້ອຍແຫ່ງໜຶ່ງຂອງແຂວງ (ເປັນຄູສອນພາສາລາວ - ວັນນະຄະດີ) ຂພຈໃຫ້ຊື່ເລື່ອງນີ້ວ່າ " ບັກສະໄລ " ເລື່ອງຂອງເລື່ອງມີຢູ່ວ່າ: ຂພຈເປັນຄົນຕະລົກ ເຮຮາ ແລະຊ່າງເວົ້າຊ່າງຈາ ແບບວ່າຄົນໃດຢູ່ໃກ້ຂພຈຕ້ອງລະວັງນ້ຳລາຍເອົາໄວ້ໂລດວ່າຊັ້ນສະ ແຮະ..ບໍ່ແມ່ນ..ໂອຍນໍ..ແບບວ່າ ຄົນໃດຢູ່ໃກ້ຂພຈຕ້ອງຫົວຢ່າງບໍ່ຢຸດໂລດ..ເອີ.... ດັ່ງນັ້ນຂພຈຈິ່ງເປັນຄົນໜຶ່ງທີ່ຂະເຈົ້າຮັກແລະຮູ້ຈັກຫຼາຍໃນແຖບນັ້ນ. ມື້ນີ້ໜຶ່ງມີລຸງຄົນໜຶ່ງມາຊວນຂພຈໄປຢາມເຮືອນຂອງລາວ ແລະຂພຈກໍ່ໄດ້ໄປຕາມຄຳເຊີນ ພໍແຕ່ຂພຈຂຶ້ນເຮືອນ ລາວກໍ່ບອກໃຫ້ຜູ້ເປັນເມຍໄປຈັດແຈງແຕ່ງພາເຂົ້າພານ້ຳມາສູ່ຂພຈກີນ ອາຫານມື້ນີ້ແມ່ນຕົ້ມໄກ່ ແຕ່ມີສິ່ງໜຶ່ງທີ່ຂພຈແປກໃຈກໍ່ຄືຖ້ວຍ ທີ່ມີຄາບເປັນລິງລາຍເໝືອນກັບວ່າບໍ່ໄດ້ລ້າງມາປະມານ10ກວ່າປີນີ້ລະແຮະໆ ຂພຈເປັນຄົນສະຫຼອກກອກອົດສົງໃສບໍ່ໄດ້ກໍ່ເລີຍຖາມລຸງແບບຢອກໆໄປວ່າ ຖ້ວຍນີ້ກະລ້າງຢູ່ບໍລຸງ ແລະລຸງຕອບຂພຈວ່າອັນເລື່ອງລ້າງຖ້ວຍນັ້ນຫຼານບໍ່ຕ້ອງຫ່ວງ ລຸງໃຊ້ສະໄລຈັດການຮຽບຮ້ອຍແລ້ວວ່າຊັ້ນ ແຮະໆ ຂພຈກໍ່ເລີຍຄິດໃນໃຈວ່າສະໄລຈັກການກະຈັດການ ມື້ນີ້ຂໍກີນກ່ອນມີຫຍັງລະຈັ່ງວ່າກັນຕາມຫຼັງ... ຫຼັງຈາກທີ່ກີນເຂົ້າກີນນ້ຳແລະຖາມສຸກທຸກຂອງລຸງຄົນນີ້ຮຽບຮ້ອຍແລ້ວ ຂພຈກໍ່ຂໍລາລຸງກັບ ບັງເອີນຕອນທີ່ຂພຈກຳລັງລົງວິດຈາກຫົວຂັ້ນໄດມາພໍດີ ມີໝາແດງໂຕໜຶ່ງມັນເຫົ່າຂພຈຢ່າງສະໜັ່ນຫວັ່ນໄຫວ ເບີ່ງມັນຄົງເຫັນຂພຈເປັນໝູ່ຂອງມັນຕິເບາະມັນກໍ່ເລີຍຖາມທັກທາຍສະບາຍດີນຳ ແຮ່ໆໂອ໋ຍ..ບໍ່ແມ່ນ.. ໝາມັນຄົງເຫັນຂພຈເປັນຄົນແປກໜ້າຕິເບາະມັນກະເລີຍເຫງົ່າ..ເອີ...ຈັ່ງແມ່ນ...ໝາມັນເຫົ່າຂພຈຢູ່ກໍ່ພໍດີລຸງຮ້ອງມາໃສ່ມັນວ່າ ເຊະ...ບັກສະໄລ..! ມຶງຢ່າໃດ​ ! ມຶງຢ່າໃດ ! ພໍລຸງເວົ້າສຸດໝາມັນກໍ່ມິດ ແຕ່ສຽງຮ້ອງຂອງລຸງທີ່ຮ້ອງໃສ່ໝາບັກສະໄລເມື່ອຕະກີ້ ເຮັດໃຫ້ຂພຈຕະລຶງກັບຄຳເວົ້າຂອງລຸງທີ່ເຄີຍຕອບຄຳຖາມທີ່ຂພຈຖາມກ່ຽວກັບຖ້ວຍວ່າ " ລຸງໃຊ້ສະໄລຈັດການຮຽບຮ້ອຍແລ້ວ " ແລະໝາຂອງລຸງກໍ່ຊື່ບັກສະໄລ ແລະສະໄລທີ່ລຸງໝາຍເຖິງມັນແມ່ນໝາໂຕນີ້ບໍ່ນໍ ແຮ່ໆ ສົງໃສຂພຈຄົງຖືກບັກສະໄລຈັກການແລ້ວລະ ຂພຈຄິດຢູ່ໃນໃຈ...ແຮະໆ

Delicious Digg Fark Twitter