ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ຂົງເບັ້ງຜູ້ທີ່ສະຫຼາດສາມາດຢັ່ງຮູ້ຟ້າດີນໄດ້ເດີນທາງຜ່ານໝູ່ບ້ານແຫ່ງໜຶ່ງ ບັງເອີນໄດ້ເຫັນເດັກນ້ອຍກຸ່ມໜຶ່ງແລ່ນຫຼີ້ນຂວາງທາງຢູ່ ລາວຈິ່ງຮ້ອງຕະໂກນໄປໃສ່ເດັກນ້ອຍວ່າ : ເຮີຍ..! ພວກເດັກນ້ອຍທັງຫຼາຍຈົ່ງຫຼີກທາງໄປດຽວນີ້. ໜຶ່ງໃນຈຳນວນເດັກນ້ອຍໃນກຸ່ມນັ້ນໄດ້ຢືນຄ້ຳແອວຫຼຽວໄປເບີ່ງຂົງເບັ້ງແລ້ວເວົ້າຂື້ນວ່າ : ພວກຂ້ອຍກຳລັງສ້າງກຳແພງເມືອງ ແລະ ກໍ່ບໍ່ເຄີຍເຫັນກຳແພງເມືອງແຫ່ງໃດຫຼີກລົດມ້າໄດ້ ມີແຕ່ລົດມ້າເທົ່ານັ້ນທີ່ຈຳຕ້ອງໄດ້ຫຼີກກຳແພງເມືອງ. ຂົງເບັ້ງໄດ້ຍີນແນວນັ້ນກັບຕະລຶງເຖິງຄວາມສະຫຼາດຂອງເດັກນ້ອຍຄົນນັ້ນ ລາວຈິ່ງລົງຈາກລົດມ້າແລ້ວເຂົ້າໄປຫາເດັກນ້ອຍ ແລ້ວເວົ້າວ່າ : ເຈົ້ານີ້ຊ່າງສະຫຼາດເຫຼືອເກີນ ໄປບໍ່ໄປຢູ່ກັບລຸງໆຈະພາເຈົ້າປາບໂລກນີ້ໃຫ້ຮາບເປັນໜ້າກອງເລີຍ. "

" ເປັນໄປບໍ່ໄດ້ " ເດັກນ້ອຍຕອບ

" ເປັນຫຍັງຈິ່ງເປັນໄປບໍ່ໄດ້ " ຂົງເບັ້ງຖາມຄືນ

ຖ້າໂລກນີ້ຮາບເປັນໜ້າກອງນ້ຳຈະຖ້ວມໂລກ ຄົນແລະສັດຈະໄປຢູ່ໃສ ?

ອືມ...ຂົງເບັ້ງຄາງຄ່ອຍໆ ເພາະບໍ່ຮູ້ວ່າຈະຕໍ່ຄຳເວົ້າກັບແນວໃດ.

ເດັກນ້ອຍເຫັນວ່າຂົງເບັ້ງມິດໄປຈິ່ງໄດ້ເອີ່ຍປາກຖາມໄປວ່າ : ຢູ່ເທິງຟ້າມີດາວຈັກດວງ ? ຢູ່ທະເລມີປາຈັກໂຕ ? ຂົງເບັ້ງຕອບບໍ່ໄດ້ເລີຍເອີ່ຍໄປວ່າ ຖາມເຮັດຫຍັງສິ່ງທີ່ຢູ່ໄກຕົວເຮົາໃຜສິຕອບໄດ້ ຄືບໍ່ຖາມສິ່ງທີ່ຢູ່ໃກ້ຕົວເຮົານີ້ດີກວ່າ.  

" ຖ້າຈັ່ງຊັ້ນຂົນຄິ້ວທ່ານມີຈັກເສັ້ນ " ເດັກນ້ອຍຖາມ.

" ອືມ " ເປັນຄຳຖາມອີກຄຳຖາມໜຶ່ງທີ່ເຮັດໃຫ້ຂົງເບັ້ງຕອບບໍ່ໄດ້ ໃຜສິໄປຄິດວ່າສິເຈີກັບຄຳຖາມແບບນີ້. ຂົງເບັ້ງຜູ້ທີ່ອ້າງຕົວເອງວ່າສະຫຼາດສາມາດຢັ່ງຮູ້ຟ້າດີນ ມາບັດນີ້ຈົນມູມໃຫ້ກັບເດັກນ້ອຍຢ່າງບໍ່ຄາດຝັນ ນີ້ລະໜ່າເພີ່ນວ່າເໜືອຟ້າຍັງມີຟ້າ ເຫຼັກກ້າເຈີຫີນຊາ.

ຫາກທ່ານໄດ້ເບີ່ງ, ໄດ້ອ່ານສາລະຄະດີສາມກົກ ທ່ານຈະຮູ້ວ່າຂົງເບັ້ງແມ່ນໃຜ ມີຄວາມເກັ່ງກ້າສາມາດແນວໃດ ເພາະຢູ່ໃນບົດຄວາມນີ້ຂພຈໄດ້ເວົ້າເຖິງຂົງເບັ້ງ ຜູ້ທີ່ຊາວໂລກຮັບຮູ້ວ່າສະຫຼາດ ຍັງມາພາດທ່າໃຫ້ເດັກນ້ອຍໆໆໄດ້ຢ່າງບໍ່ຄິດບໍ່ຝັນ.

Delicious Digg Fark Twitter