ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  •     ຫຼັກການທີ່ຈະນຳໄປສູ່ຄວາມສຳເລັດຢູ່ໃນພຸດທະສາສນາຂອງເຮົາມີຢູ່ສີ່ຂໍ້ດ້ວຍກັນນັ້ນກໍ່ຄື:

- ສັນທະ ໝາຍເຖິງ ຄວາມພໍອົກພໍໃຈ ຮັກໄຄ່ໃນໜ້າທີ່ວຽກງານ.

- ວິຣິຍະ ໝາຍເຖິງ ຄວາມພາກພຽນ ພະຍາຍາມໃນໜ້າທີ່ການງານ.

- ຈິຕຕະ ໝາຍເຖິງ ຄວາມເອົາໃຈໃສ່ໃນໜ້າທີ່ການງານ.

- ວິມັງສາ ໝາຍເຖິງ ຄວາມຄິດຕຶກຕອງ ພິຈາລະນາຫາເຫດຜົນໃນໜ້າທີ່ການງານ.

.............................................................................................................

  •     ສັນທະ ມີຈິດໃຈມາດມຸ້ງ............... ປະສົງຕໍ່ການງານ

ປະສານກາຍໃຈຈິດ................................ ພິຊິດຄວາມງົງຊ້າ

ຂັນອາສາຊູຊວ້ານ................................. ໂຊມງານທຸກຢ່າງ

ປະກອບສ່ວນຊ່ວຍສ້າງ.......................... ໃຫ້ງານມຸ້ງສູ່ທີ່ໝາຍ.

  •     ວິຣິຍະ ເພີ່ນກ່າວໄວ້.................... ວ່າໃຫ້ພາກພຽນຂະຫຍັນ

ຝ່າຟັນອຸປະສັກ.................................... ພິທັກງານໃຫ້ເດີນກ້າວ

ມີຈິດໃຈຫັນຫ້າວ................................... ໂຮມແຮງຮັກວຽກ

ພຽບພ້ອມທຸກເມື່ອມື້.............................. ຢືນສູ້ບໍ່ຖອຍ.

  •     ຈິຕຕະ ຈິດຄິດຄົ້ນ...................... ຄຳນຶງເຫດກັບຜົນ

ວຽກງານຕົນບໍ່ເມີນເສີຍ.......................... ລ່ວງເລີຍເກີນແກ້

ງານໃດສຳຄັນແທ້................................. ອັນດັບຮຽງໄວ້ທີ່ໜຶ່ງ

ເຖິງສິໜັກຍາກຫຍຸ້ງ.............................. ພະຍຸງກ້າວກ່ອນອື່ນໃດ ຊອບແລ້ວ !

  •     ວິມັງສາ ວິໄຈຈົນແຈບແຈ້ງ............ ຜົນແຫ່ງການງານ

ຜ່ານຂະບວນຕົວຈິງ.............................. ຈິ່ງຖອດຖອນມານຳໃຊ້

ງານໃດຍັງຄົງຄ້າງ................................ ຫາແນວທາງປັບປ່ຽນ

ຮຽນຮູ້ເຮັດພ່ຳພ້ອມ.............................. ເພື່ອພູນເພີ່ມຄ່າງານ.

  •     ໃຜຜູ້ເຮັດດັ່ງເວົ້າ....................... ຊິສົມຊື່ຄົນງານຈິງ

ຫາກພຽງຂານວາຈາ............................. ວ່າຮັກງານເອົາແທ້

ແຕ່ບໍ່ແລງານນັ້ນ.................................. ບໍ່ສົມກັນກັບຕົນກ່າວ

ຂາດສັຈຈະທັມສີ່ຂໍ້............................... ງານເຈົ້າບໍ່ດຸ່ງເດີນ ແທ້ໄດ໋ !

Delicious Digg Fark Twitter