ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2013 | ມີ 9 ຄຳເຫັນ ແລະ 0 trackback(s)

 

... ມື້ນີ້ໄດ້ມີໂອກາດໄປວັດຄູບາເພີ່ນກໍ່ເລີຍເທດສອນມາຫຼາຍຢ່າງເລີຍ ໃນັນ້ນເພີ່ນໄດ້ສອນກ່ຽວກັບ ການສ້າງຄຸນງາມຄວາມດີ ເພີ່ນວ່າເຮັດບໍ່ຍາກວ່າຊັ້ນ ເຮັດແລ້ວຈິດໃຈເຮົາຈະເປັນສຸກຊັ້ນເດ.

... ພໍລາກັບຈາກເພີ່ນແລະອອກຈາກວັດມາກໍ່ມາເຈີກັບສິ່ງທີ່ເຫັນນີ້ລະ ບາງຄົນຍັງສົງໃສວ່າ ເອ໋... ຂະເຈົ້າເຮັດຫຍັງກັນ ! ແຕ່ທີ່ຈິງແລ້ວຍິງຄົນທີ່ນຸ່ງໂສ້ງແດງນອນຢູ່ກັບພື້ນນັ້ນ ລາວນັ່ງຢູ່ດີໆກໍ່ເປັນລົມລົ້ມລົງໝົ້ດສະຕິ, ຫົວໃຈຢຸດເຕັ້ນເມື່ອເປັນເຊັ່ນນັ້ນ ຊາຍທີ່ມານຳກັນກັບລາວນັ້ນກໍ່ເຂົ້າໄປປ້ຳຫົວໃຈໃຫ້ລາວຈົນຫົວໃຈລາວເລີ່ມເຕັ້ນແລະຫາຍໃຈໄດ້ ແຕ່ຍັງໝົດສະຕິຢູ່

... ຂພຈ ອອກຈາກວັດມາເຫັນກໍ່ເລີຍເຂົ້າໄປເບີ່ງ ແລ້ວກໍ່ຈົກເອົາໂທລະສັບອອກມາ ຖ່າຍຮູບສຽງດັງແກັບບາດໜຶ່ງ ທັນໃດນັ້ນກໍ່ມີສຽງດັງຮ້ອງມາໃສ່ຂ້ອຍວ່າ " ຄົນສິເປັນສິຕາຍ ຍັງມີອາລົມມາຖ່າຍຮູບເສຍຫວະ " ສຽງນັ້ນເຮັດໃຫ້ຂ້ອຍສະດຸ້ງຄິດເຫັນຄຳສອນຂອງຄູບາເພີ່ນທີ່ເພີ່ນສອນເຮົາມາ ຂພຈກໍ່ເລີຍຄິດອອກວ່າເອີໄດ້ໂອກາດແລ້ວລະ ເຮົາໜ້າຈະເຮັດສິ່ງໃດສິ່ງໜຶ່ງເພື່ອຊ່ອຍເຫຼືອສັງຄົມ

... ເມື່ອຄິດໄດ້ແນວນີ້ ຂພຈ ກໍ່ເລີຍແລ່ນອອກໄປລັດລົດແລ້ວກໍ່ພາໄປຫາຄົນເຈັບ ຈາກນັ້ນກໍ່ຊ່ອຍອຸ້ມເອົາຄົນເຈັບຂື້ນລົດໄປໂຮງໝໍ ພຽງເທົ່ານີ້ເອ໋ຄວາມດີຄືມາສ້າງງ່າຍແທ້ ເໝືອດັັ່ງຄຳເວົ້າຄູບາເພີ່ນວ່າອິຫຼີ ຄວາມດີສ້າງບໍ່ຍາກ.

... ດັ່ງນັ້ນ, ຂພຈຈິ່ງຢາກຟາກໆໃຫ້ພາກັນຫັນມາສ້າງຄວາມດີເພື່ອຊ່ອຍເຫຼືອສັງຄົມກັນແດ່ ຫາກເຮົາບໍ່ເປັນຄົນດີແລ້ວສິໃຫ້ຄົນອື່ນມາເປັນຄົນດີແທນມັນກະເປັນໄປບໍ່ໄດ້ ຕ້ອງໄດ້ຊ່ອຍໆກັນເປັນຄົນດີແລ້ວໂລກນີ້ຈິ່ງຈະໄດ້ມີຄົນດີຫຼາຍຂື້ນ ^ ຂອບໃຈ ^.

Delicious Digg Fark Twitter