ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ນຸ່ງສິ້ນໄໝ ໃຜວ່າເຊີຍ

 
 ດວງດາວເຕັມທ້ອງຟ້າ        ລ້ານໜ່ວຍອະນັນຕັງ

ຍັງໄປ່ປານດວງເດືອນ        ໜ່ວຍດຽວເຮືອງແຈ້ງ

ຍາມເມື່ອແຍງລົງພື້ນ         ປັດຖະພີໂລກລຸ່ມ ເຮົາພີ້
ຫາຍິງໃດຊິມາປຸນປຽບໄດ້         ຍິງລາວນີ້ບໍ່ຫ່ອນມີ ດອກນາ
 
ເບິ່ງແມ ຫຼຽວເບິ່ງຍົກຍ່າງຍ້າຍ        ຄ້າຍຄ່ອງປານນາງຫົງ
ແຕ່ງເພດຊົງລາຍລາວ         ສະຫງ່າງາມປານແຕ້ມ

ແຖມຍັງວາຈາເວົ້າ        ສຽງນວນໆ ຄຳມ່ວນໆ

ຊວນໃຫ້ໃຈບ່າວອ້າຍ         ຂະຫຍອງເຕັ້ນຕື່ນບໍ່ເຊົາ ນາງເອີຍ
 

ງາມເດ ຍາມນ້ອງນຸ່ງສິ້ນຝ້າຍ        ໝຸກໝີ່ສີລາຍຄັດ

ລາຍມັດສາໄກວຄີ         ແກວ່ງຫາງສະບັດທ້າຍ

ລາຍດອກຄາຍ ເຂືອ ເອື້ອງ        ເຫຼືອງ ແດງຊ້ອນຊໍ່

ລາຍດອກຈິກ ດອກຍໍ         ພໍອ້າຍເຫັນແລ້ວຢາກຢື້

ຖະໜອມຕຸ້ມຫົ່ມຄິງ ເບິ່ງເດ
 

ໃຜວ່ານຸ່ງສິ້ນຝ້າຍ        ໄໝ ໝີ່ ວ່າມັນເຊີຍ

ຮຽມຊິນຳໄປຖຽງ        ໄລ່ຖາມເຖິງບ້ານ

ຍັງບໍ່ພໍຊິຂຶ້ນ          ສານໄຄຟົງຟ້ອງຕໍ່

ພໍໃຫ້ເຂົາຮຸ່ງຮູ້          ວ່າສິ້ນໄໝມີຄ່າລົ້ນ

ສົມຄວນອ້າງຄູ່ຊາດລາວ ເຮົານາ !
 

Delicious Digg Fark Twitter