ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

 

 


            ນັກ​ເວົ້າ​ທີ່​ເປັນ​ທີ່​ຮູ້​ຈັກ​ກັນ​ດີ ທ່ານ​ໜຶ່ງ​ໄດ້​ເລີ່ມ​ຢຸດ​ການ​ສຳ​ມະ​ນາ​ຂອງ​ເຂົາໂດຍ​ການຢິບເງິນ​ໃບ 50,000 ກີບຂຶ້ນ​ມາໃນ​ຫ້ອງ​ທີ່​ມີ​ຜູ້​ເຂົ້າ​ຮ່ວມ 200 ທ່ານ ແລ້ວ​ເຂົາ​ກໍ​ເວົ້າ​ວ່າ

 

"ໃຜ​ຢາກ​ໄດ້​​ໃບ 50,000 ​ໃບ​ນີ້​ແດ່?”

 

ມື​ໄດ້​ຖືກ​ຍົກ​ຂຶ້ນ​ເປັນ​ຈຳນວນ​ຫລາຍ ແລະ​ເຂົາ​ກໍ​ເວົ້າ​ຕໍ່ວ່າ

 

"ຂ້ອຍ​ຈະ​ເອົາ​ເງິນ​ໃບ​ນີ້​ໃຫ້​ຜູ້​ໜຶ່ງ​ໃນ​ນີ້ ​ແຕ່​ເທື່ອ​ທໍາອິດ​ນີ້​ຂ້ອຍ​ຈະ​ເຮັດ​ຈັ່ງ​ຊີ້

​ເຂົາ​​ເລິ່ມມ້ວນ​ເງິນ​ໃບ​ນັ້ນ​ໃຫ້​ຫຍໍ້​ເຂົ້າກັບ​ມື ​ແລ້ວ​ເຂົາ​ກໍ​ຖາມ​ອີກ​ວ່າ

"ໃຜ​ຍັງ​ຕ້ອງ​ການ​ມັນ​ອີກ"

 

ຍັງ​ຄົງ​ມີ​ມື​ທີ່​ຍົກ​ຂຶ້ນ​ອີກ

 

"ດີ" ເຂົາ​ຕອບ

 

" ແລ້ວ​ຖ້າ​ຂ້ອຍ​ເຮັດ​ຈັ່ງ​ຊີ້​ເດ"

 

ແລະ​ເຂົາ​ກໍ​ຖິ້ມ​ມັນ​ລົງ​ພື້ນ​ແລະ​ເລີ່ມ​ຢຽບ​ຢໍ່າມັນ​ດ້ວຍ​​ເກີບ​ຂອງ​ເຂົາ ແລ້ວເຂົາ​ກໍ​ເກັບ​ຂຶ້ນ​ມາ ຂະນະ​ນີ້​ມັນ​ທັງຫຍໍ້​ແລະ​ສົກກະປົກ

 

"ຕອນ​ນີ້​ໃຜ​ຍັງ​ຕ້ອງ​ການ​ມັນ​ອີກ"

ກໍ​ຍັງ​ຄົງ​ມີ​ຄົນ​ຍົກ​ມື​ອີກ

 

ເຖິງ​ຕອນ​ນີ້

"ເພື່ອນ​ໆໄດ້​ຮຽນ​ຮູ້​ບົດ​ຮຽນ​ທີ່​ມີ​ຄຸນຄ່າ​ຫລາຍ​ທີ່ສຸດ​ບົດ​ໜຶ່ງ​ແລ້ວ​ວ່າບໍ່​ວ່າ​ຂ້ອຍ​ຈະ​ເຮັດຫຍັງ​ກັບ​ເງິນ ພວກ​ທ່ານກໍ​ຍັງ​ຕ້ອງ​ການ​ມັນ​ຢູ່ ເພາະ​ວ່າ​ມັນ​ບໍ່​ໄດ້​ລຸດ​ຄຸນຄ່າ​ໃນ​ຕົວ​ມັນ​ລົງເລີຍ ມັນ​ກໍ​ຍັງ​ຄົງ​ມີ​ຄ່າ 50,000 ກີບ ຢູ່​ນັ້ນ​ເອງ ເໝືອນ​ກັບ​ຫລາຍໆເທື່ອ​ໃນ​ຊີວິດ​ຂອງ​ເຮົາທີ່​ຖືກ​ຖິ້ມ ຖືກ​ຽບ​ຍ່ຳ ແລະ ​ຖືກ​ເຮັດໃຫ້​ສົກກະປົກ ໂດຍ​ສິ່ງ​ທີ່​ເຮົາ​ຕັດ​ສິນ​ໃຈ​ເຮັດ​ມັນ ​ແລະ ​ສະພາບ​ແວດ​ລ້ອມ​ທີ່​ເຮົາ​ພົບເຮັດໃຫ້ເຮົາ​ຮູ້ສຶກ​ວ່າ​ຄຸນຄ່າ​ຂອງ​ເຮົາ​ລຸດ​ນ້ອຍ​ລົງ

 

ແຕ່​ບໍ່​ວ່າ​ຫຍັງ​ທີ່​ໄດ້​ເກີດ​ຂຶ້ນ​ແລ້ວ​ ຫລື​ ຍັງບໍ່ທັນ​ເກີດ​ຂຶ້ນ ທ່ານບໍ່ເຄີຍ​ສູນ​ເສຍ​ຄຸນຄ່າ​ຂອງ​ທ່ານ, ທ່ານ​ເປັນ​ຄົນ​ພິເສດ.

 

-- ຢ່າ​ລືມ​ມັນ​ຕະຫລອດ​ໄປ!

 

"ຢ່າ​ນຳ​ຄວາມ​ຜິດ​ຫວັງ​ຂອງ​ມື້ວານ​ມາ​ບົດ​ບັງ​ຄວາມ​ຝັນ​ໃນ​ມື້​ອື່ນ​​ນີ້"

Delicious Digg Fark Twitter