ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2010 | ມີ 32 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
  1. ການທີ່ຜູ້ຍິງໂທຫາຕະຫລອດ ແລະ ມັກຖາມວ່າ ຢູ່ໃສ, ຢູ່ກັບໃຜ ຮູ້ບໍ່ວ່າເຂົາເປັນຫ່ວງເຈົ້າ ຜູ້ຊາຍຫລາຍຄົນອາດຮູ້ສຶກເບື່ອ,ລຳຄານ ແຕ່ຮູ້ບໍ່ວ່າທີ່ຈີງແລ້ວ ເຂົາບໍ່ຢາກໂທໄປລົບກວນເຈົ້າດອກ ເຂົາພຽງແຕ່ເປັນຫ່ວງ ຢາກຮູ້ຈັກຄວາມເປັນຢູ່ຂອງເຈົ້າເທົ່ານັ້ນເອງ ຜູ້ຊາຍຄວນເຂົ້າໃຈແດ່.
  2. ການທີ່ເຂົາຫືງ ຜູ້ຊາຍຢ່າຄິດລຳຄານເລີຍ ທີ່ເຂົາຫືງກໍເພາະເປັນການກະທຳທີ່ບອກວ່າ ເຂົາຮັກເຈົ້າຫລາຍທີ່ສຸດ ເຂົາຮູ້ດີວ່ານິໄສເຈົ້າຊູ້ ເປັນເລື່ອງປົກກະຕິຂອງຜູ້ຊາຍທຸກໆຄົນຢູ່ແລ້ວ ແຕ່ຢ່າງນ້ອຍ ຖ້າຜູ້ຊາຍມີແມ່ນຢູ່ແລ້ວ ກໍ່ຄວນຈະລົດນ້ອຍລົງແດ່ ຫ້າມເອົານິໄສທີ່ເຮັດກັບແຟນເຈົ້າໄປເຮັດກັບຍິງຄົນອື່ນເດັດຂາດ ຮູ້ບໍ່ວ່າຖ້າຜູ້ຍິງຮູ້ເຂົາຈະເສຍໃຈຫລາຍປານໃດ.
  3. ຖ້າຜູ້ຍິງມີປັນຫາຜູ້ຊາຍຄວນຮັບຟັງເຂົາແດ່ຮູ້ບໍ່ ຢ່າຄິດວ່າບໍ່ແມ່ນເລື່ອງຂອງໂຕເອງແລ້ວບໍ່ຢາກຮູ້ ການທີ່ເຂົາເອົາປັນຫາມາບອກເຈົ້າ ນັ້ນສະແດງເຖີງຄວາມໄວ້ໃຈທີ່ເຂົາມີຕໍ່ເຈົ້າຮູ້ບໍ່ ເຖີງວ່າປັນຫາຂອງເຂົານັ້ນ ເຈົ້າຈະຊ່ວຍໄດ້ຫລືບໍ່ໄດ້ກໍ່ຕາມ ຢ່າງນ້ອຍເຈົ້າຄວນເວົ້າປອບໃຈເຂົາແດ່ ເຮັດໃຫ້ເຂົາຮູ້ສຶກດີ ຢ່າງນ້ອຍເຈົ້າກະເຮັດໃຫ້ເຂົົາຮູ້ສຶກວ່າຍັງມີເຈົ້າຢູ່ຂ້າງສະເໝີ.
  4. ຢ່າປ່ອຍໃຫ້ເຂົາຮູ້ສຶກວ່າເຈົ້າປ່ຽນໄປ ພຽງເພາະເຈົ້າບໍ່ມີເວລາວ່າງໃຫ້ກັບເຂົາເທົ່ານັ້ນຢ່າງນ້ອຍ ຖ້າເຈົ້າບໍ່ວ່າງກໍ່ໜ້າຈະບອກເຂົາກ່ອນ ເຂົາບໍ່ຕ້ອງເປັນຫ່ວງເຈົ້າຫລາຍເກີນໄປວ່າຕອນນີ້້ເຈົ້າເປັນຫຍັງຫລືບໍ່ ບໍ່ສະບາຍຫລື ຢູ່ກັບຜູ້ຍິງອື່ນ ຜູ້ຊາຍຄວນຮູ້ໄວ້ວ່າໂລກປະຈຳຕົວຂອງຜູ້ຍິງຄືໂລກຄິດຫລາຍນີ້ແຫລະ ຖ້າບໍ່ຮີບບອກໃຫ້ເຂົາເຂົ້າໃຈ ເຂົາຈະຄິດໄປໄດ້ໄກແສນໄກເລີຍຊິບອກໃຫ້.
 
<!--Session data-->
 
Delicious Digg Fark Twitter