ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ສ.ຫ.. 30, 2011 25 ຄົນໂຫວດ, 0 ຄຳເຫັນ, ອ່ານ 576 ເທື່ອ
ເພື່ອນໆຄິດວ່າຄົນທີ່ມັກນິນທາຂວັນຄົນອື່ນ ກະເຈົ້ານິນທາເພື່ອຫຍັງ ?

 
ສ້າງເມື່ອ ສ.ຫ.. 30, 2011 23 ຄົນໂຫວດ, 0 ຄຳເຫັນ, ອ່ານ 542 ເທື່ອ
ຍາມເມື່ອເຈົ້າຮູ້ສຶກທໍ້ແທ້ກັບຊີວິດ ກັບຫນ້າທີ່ວຽກງານ ເພື່ອນໆ ຈະຄິດຫາໃຜເປັນພິເສດ

 
ສ້າງເມື່ອ ສ.ຫ.. 30, 2011 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 402 ເທື່ອ
ຈະເຮັດແນວໃດດີ ເມື່ອຫມູ່ທີ່ສະນິດທີ່ສຸດຂອງເຈົ້າ ຖີ້ມເຈົ້າໄວ້ຮ້ານເບຍ ແລ້ວນຳໄປຫາແຟນແບບຫນ້າຕາເສີຍ ໂດຍບໍ່ຖາມວ່າເຮົາກັບ ກັບໃຜ ແລະ ບໍ່ໃສ່ໃຈເລີຍວ່າເຮົາຊິເປັນແນວໃດ.

 
ສ້າງເມື່ອ ສ.ຫ.. 23, 2011 20 ຄົນໂຫວດ, 0 ຄຳເຫັນ, ອ່ານ 521 ເທື່ອ
ເພື່ອນໆພັນລາວທັງຫລາຍ ມີໃຜເຄີຍເຈີ ເຫດການແບບນີ້ແດ່ ແບບວ່າ ໄປຮ້ານອາຫານ ລະບັງເອີນມີຫມູ່ທີ່ໄປຫລີ້ນນຳກັນຫັນລະ ລືມໃສ່ສີບໂສ້ງ ເພື່ອນຖ້າເຈີລະມີວິທີບອກກະເຈົ້າແນວໃດ ອິອິອິ

 
ສ້າງເມື່ອ ສ.ຫ.. 23, 2011 22 ຄົນໂຫວດ, 0 ຄຳເຫັນ, ອ່ານ 530 ເທື່ອ
ອາທິດແລ້ວນີ້ ອ່ານຫນັງສືພີມ ເຫັນແຈ້ງການກ່ຽວກັບ ໂທລະສັບນີ້ລະ ກະເຈົ້າແຈ້ງມາວ່າ ທາງລັດຖະບານໃຫ້ຍົກເລີກ ທຸກໂປຣໂມຊັນ ຂອງເບີເຕີມເງິນ ທຸກເຄືອຂ່າຍ ຖາມຫລາຍຄົນ ວ່າເປັນຍ້ອນຫຍັງ ແຕ່ລະຄົນກະມີຄຳເຫັນແຕກຕ່າງກັນໄປ ເພື່ອນໆ ຄິດວ່າດີ ຫລື ບໍ່ດີ

 
ສ້າງເມື່ອ ສ.ຫ.. 23, 2011 20 ຄົນໂຫວດ, 0 ຄຳເຫັນ, ອ່ານ 448 ເທື່ອ
ຈະເຮັດແນວໃດດີ ເມື່ອເຮົາຍັງຮັບຄວາມຈີງບໍ່ໄດ້ ວ່າຄວາມຈີງແລ້ວ ເຂົາຄົນນັ້ນຖີ້ມເຮົາໄປ ເຂົາບໍ່ມີວັນຈະຍ້ອນຄືນກັບມາຫາເຮົາແລ້ວ ເຂົາມີຄົນໃຫມ່ຫລາຍໆຄົນ ແຕ່ເຮົາບໍ່ຍອມມີໃຜ ຄອຍຖ້າແຕ່ເຂົາ ຄິດວ່າມື້ຫນື່ງເຂົາຈະກັບມາ.

 
ສ້າງເມື່ອ ສ.ຫ.. 23, 2011 18 ຄົນໂຫວດ, 0 ຄຳເຫັນ, ອ່ານ 289 ເທື່ອ
ເພື່ອນໆພັນລາວທຸກຄົນ ມີໃຜມັກຫລີ້ນເນັດຢູ່ມືຖື ຢາກຮູ້ວ່າ ສ່ວນຫລາຍເພື່ອນໆ ໃຊ້ເຄືອຂ່າຍໃດຫລີ້ນ ມັນຈື່ງປະຍັດ ແລະ ໄວ ລະຫວ່າງ ທີໂກ້ ກັບ ຢູນິເທວ.

 
ສ້າງເມື່ອ ມິ.ຖ.. 15, 2011 14 ຄົນໂຫວດ, 0 ຄຳເຫັນ, ອ່ານ 400 ເທື່ອ
ຢາກຮູ້ວ່າເປັນຫຍັງໄກ່ຈື່ງມັກຂັນໃນຕອນເຊົ້າ ມັນຂັນເພື່ອຈຸດປະສົງຫຍັງ.

 
ສ້າງເມື່ອ ມິ.ຖ.. 8, 2011 23 ຄົນໂຫວດ, 0 ຄຳເຫັນ, ອ່ານ 486 ເທື່ອ
ເລື່ອງກະມີຢູ່ວ່າ: ຄືວ່າຫມູ່ສະນິດຂອງຂ້ອຍຄົນຫນື່ງລາວມີແຟນແລ້ວ ,ແຟນລາວກໍ່ເປັນຫມູ່ເຮົາຄືກັນ ແລະ ໃນເວລາດຽວກັນກໍ່ມີກິ໋ກອີກ1ຄົນ ຢູ່ມາມື້ນື່ງ ລາວໄປຫລີ້ນກັບກິ໋ກໂດຍບໍ່ຊວນຂ້ອຍ ແລະບອກຂ້ອຍໃຫ້ຮູ້. ບັງເອີນມື້ນັ້ນລາວກັບກິ໋ກລາວໄດ້ເຮັດລົດລົ້ມເຈັບຫລາຍສົມຄວນ ແຖມລາວຍັງຕົວະແຟນລາວວ່າໄປກັບຂ້ອຍ ແຟນລາວເລີຍຖາມວ່າຖ້າໄປນຳກັນເປັນຫຍັງຂ້ອຍບໍ່ເຈັບເລີຍ . ແລ້ວຂ້ອຍຈະຕອບແນວໃດດີລະນິ

 
ສ້າງເມື່ອ ມິ.ຖ.. 8, 2011 21 ຄົນໂຫວດ, 0 ຄຳເຫັນ, ອ່ານ 571 ເທື່ອ
ທຸກໆມື້ໄປຮຽນ ມີຫມູ່ທີ່ຮຽນຢູ່ຫ້ອງດຽວກັນຄົນນື່ງ ທີ່ແລກຕອນຮຽນເທີມ 1 ກະສະນິດກັນດີຢູ່ ແຕ່ພໍເຂົາມາເທີມ 2 ບໍ່ຮູ້ເປັນຫຍັງ ຫມູ່ຄົນນັ້ນບໍ່ຍອມເວົ້າກັບເຮົາ ຍີ້ມໃຫ້ກະບໍ່ຍີ້ມ ເປັນຈັ່ງຊີ້ລະບໍ່ສະບາຍໃຈນະ ເພື່ອນໆພັນລາວຊ່ວຍໃຫ້ຄຳເຫັນແດ່ ໄດ້ບໍ

 
ສ້າງເມື່ອ ມິ.ຖ.. 6, 2011 28 ຄົນໂຫວດ, 0 ຄຳເຫັນ, ອ່ານ 571 ເທື່ອ
ຈະເຮັດແນວໃດດີ ຖ້າພໍ່ແມ່ເຈົ້າໃຫ້ເຈົ້າແຕ່ງງານກັບຄົນທີ່ເຈົ້າບໍ່ມັກ ແລະ ບໍ່ເຄີຍລົມກັນມາກ່ອນ ແຖມຍັງອາຍຸຫ່າງກັນ ຫລາຍໆປີ.

 
ສ້າງເມື່ອ ມ.ນ.. 31, 2011 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 788 ເທື່ອ
ຢູ່ບໍ່ຢູ່ມີຄົນເວົ້າໃຫ້ເຈົ້າວ່າເຈົ້າເປັນຄົນຊົ່ວ ໂດຍທີ່ເຮົາບໍ່ໄດ້ເຮັດຫຍັງ ແລະ ບໍ່ໄດ້ເປັນຄືເຂົາເຈົ້່າກ່າວຫາ ເພື່ອນໆມີວິທີແກ້ໄຂແນວໃດ ຊ່ວຍບອກຂ້ອຍແດ່.

 
ສ້າງເມື່ອ ມ.ນ.. 31, 2011 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 321 ເທື່ອ
ເພື່ອນໆໃຜເຄີຍຮັກຄົນມີເຈົ້າຂອງບໍ່ ທັງທັງທີ່ຮູ້ວ່າເປັນໄປບໍ່ໄດ້ ແຕ່ກະຍັງຮັກເຂົາເຈົ້າຢູ່ ຖ້າພົບສະຖານະການແບບນີ້ເພື່ອນຄວນຈະເຮັດແນວໃດດີ ຊ່ວຍໃຫ້ຄຳແນະນຳແດ່ .

 
ສ້າງເມື່ອ ກ.ຍ.. 15, 2010 24 ຄົນໂຫວດ, 0 ຄຳເຫັນ, ອ່ານ 388 ເທື່ອ
ຄິດວ່າເພື່ອນໆກໍ່ຄົງຈະຮູ້ເນາະ ວ່າດອກໄມ່ປະຈຳຊາດເຮົາ ຄືດອກຈຳປາ ແຕ່ວ່າປັດຈຸບັນນີ້ ບໍ່ປະກົດເຫັນຄົນນິຍົມປູກປານໃດ ເລີຍໃຫ້ເຮັດຄົນຮຸ້ນເກົ່າກະຄືພໍ່ເຖົ້າ ແມ່ເຖົ້າຂອງພວກເຮົານັ້ນເອງພາກັນຈັດງານເພື່ອລະດົມໃຫ້ລູກໆຫລານໆປູກດອກຈຳປາ ແລະ ຢາກໃຫ້ຄົນຍຸກໃຫມ່ ຮູ້ຄຸນຄ່າຂອງດອກໄມ່ປະຈຳຊາດ ເພື່ອນໆຄິດວ່າຈັ່ງໃດ.

 
ສ້າງເມື່ອ ກ.ຍ.. 14, 2010 28 ຄົນໂຫວດ, 0 ຄຳເຫັນ, ອ່ານ 447 ເທື່ອ
ເພື່ອນໆພັນລາວທຸກຄົນ ຂໍຖາມແດ່ ຖ້າຢູ່ມາມື້ໜື່ງໝູ່ທີ່ສະນິດກັນມາຫລາຍປີ ຂໍເປັນແຟນກັບເຮົາ ໂດຍທີເຮົາບໍ່ເຄີຍຄິດກັບເຂົາເຈົ້າເກີນຄຳວ່າໝູ່ເລີຍ ເຮົາຄວນຕອບແນວໃດດີ.

 
ສ້າງເມື່ອ ກ.ຍ.. 2, 2010 33 ຄົນໂຫວດ, 0 ຄຳເຫັນ, ອ່ານ 392 ເທື່ອ
ເພື່ອນຫລາຍຄົນຄືຊິຮູ້ລະນໍ ວ່າມື້ອື່ນແມ່ນມື້ຮັບໃບປະກາດສະນີຍະບັດ ຢູ່ ມ ຊ ລະເພື່ອນໆໃຜທີ່ມີຄົນຮັກ ຫລື ໝູ່ ທີ່ກຳລັງຮຽນຈົບ ແລະ ຮັບມືອື່ນນີ້ ເພື່ອນໆຄິດວ່າຈະຊື້ຫຍັງໃຫ້ເປັນຂອງຂັວນດີ.

 
ສ້າງເມື່ອ ສ.ຫ.. 18, 2010 40 ຄົນໂຫວດ, 0 ຄຳເຫັນ, ອ່ານ 437 ເທື່ອ
ເພື່ອນໆພັນລາວທຸກຄົນເອີຍ....... ເຮົາຄວນເຮັດຈັ່ງໃດດີ ກັບໝູ່ທີ່ມັກເວົ້າດູຖູກເຮົາ ມັກເວົ້າໃສ່ເວົ້າເຍາະເຍີຍ ສາລະພັດ ເຮັດຄືວ່າອິດສາເຮົາເອົາແທ້ເອົາວ່ານິ .

 
ສ້າງເມື່ອ ກ.ລ.. 9, 2010 43 ຄົນໂຫວດ, 0 ຄຳເຫັນ, ອ່ານ 415 ເທື່ອ
ເພື່ອນໆຮູ້ສຶກຈັ່ງໃດເມື່ອໂຕເອງເປັນທີ່ຮອງຮັບອາລົມ ຂອງເພື່ອນຮ່ວມງານດຽວກັນ ບໍ່ວ່າເຂົາເຈົ້າຈະໃຈຮ້າຍໃຫ້ຄົນອື່ນທີ່ເຮັດວຽກນຳກັນ ແລະ ບາງຄັ້ງກໍ່ໃຈຮ້າຍມາແຕ່ບ້ານ ຕ້ອງມາລົງທີ່ເຮົາໝົດ ທັງທີເຮົາບໍ່ໄດ້ເຮັດຫຍັງຜິດເລີຍ.