ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  • ອັນເວລາ........ນະທີ.................ທີ່ໄຫຼລັບ

ບໍ່ໄຫຼກັບ..................ຫວນຄືນ...........ໃຫ້ຂຶ່ນຂົມ


ສິ່ງໃດທຸກ ................ຈົ່ງປ່ວຍໄປ..........ຢ່າຊື່ນຊົມ


ຢ່າມົວດົມ.................ຄວັນພິດ............ໃຫ້ຈິດໝອງ


  • ຈົ່ງໝັ່ນສ້າງ.........ກຸສົນ................ຂຶ້ນດົນຈິດ

ເປັນເຂັມທິດ.................ນຳໄປ...............ໃນທາງສຸກ


ເມື່ອຜິດຫວັງ.................ມື່ນລົ້ມ..............ຈະໄດ້ລຸກ


ດ້ວຍຄວາມສຸກ...............ສົ່ງໃຫ້...............ໄດ້ມີທັມ


  • ອອກກຳລັງ...........ທາງກາຍ...........ຕ້ານໄພໂຣກ

ຝ່າຍທຸກໂສກ.................ໃຫ້ຂະຫຍັນ..........ໝັ່ນຝຶກຝົນ


ອອກກຳລັງ...................ທາງໃຈ..............ໄວ້ຊ່ວຍຕົນ


ເກີດເປັນຄົນ..................ຖ້າເຮັດຄົບ...........ພົບສຸກແລ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄົນບໍ່ຮຽນເປັນຄົນພານ                                      ຄົນບໍ່ທຳງານເປັນຄົນຮົກໂລກ

ຄົນທີ່ຖືແຕ່ໂຊກຄືຄົນປະໝາດ                              ຄົນທີ່ສະຫຼາດຄືຄົນຮູ້ພັດທະນາຕົນເອງ

ຄົນທີ່ຊອບຮ້ອງເພງຄືຄົນມັກມ່ວນ                         ຄົນທີ່ຊວນຫົວຄືຄົນຕະລົກ

ຄົນທີອົກຮັກຄືຄົນຖືກແຟນທີ້ງ                                        ຄົນທີ່ຈີງໃຈຄືຄົນຮັກແທ້

ຄົນທີ່ຂໍຍອມແພ້ເພາະຮັກແທ້ແພ້ໄກ້ສິດ.                ຄົນທີ່ຄິດແຍ້ງແຟນຄົນອື່ນຄືຄົນເຫັນແກ່ຕົວ

 ຄົນທີ່ຫົວຕອນນີ້ຄືຜູ້ອ່ານ                                         5555555555555555555555555555

             ຂຽນດ້ວຍຄວາມບັງເອີນ  ຂໍຜູ້ອ່ານຈົ່ງຈະເລີນ ເຊີນໃຫ້ຄວາມເຫັນໄດ້

                                (ຂໍໍໂທດຂໍອາໄພຖ້າຂຽນບໍ່ເໝາະສົມ)