ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2008 | ມີ 30 ຄຳເຫັນ ແລະ 0 trackback(s)

ກ່ອນອື່ນຢາກຮູ້ວ່າມີພີ່ນ້ອງພັນລາວມີຄົນທີ່ຮຽນຢູ່ຕ່າງປະເທດຫລາຍບໍ່

        ສຳລັບຂ້ອຍເອງການທີ່ຮຽນຢູ່ຕ່າງປະເທດນັ້ນເປັນສິງທີ່ໜ້າເບື່ອໜ່າຍຫລາຍຕ່າງກັບຢູ່ບ້ານເກີດເຮົາ

ເພາະແຕ່ລະວັນຂອງຂ້ອຍແມ່ນຕອນເຊົ້າອາກາດແມ່ງໂຄດໜາວບໍ່ຊວນໃຫ້ລຸກຈາກບ່ອນນອນເລີຍ.....ຖ້າມື້ໃດມີຮຽນກະຕ້ອງໄດ້ກ້ຳກືນຝືນທົນລຸກໄປໂຮງຮຽນແຕ່ເຊົ້າາາາ.....ຮອດຕອນສວຍກະກິນອາຫານທີເຄີຍກິນມື້ວານຫຼືມື້ກ່ອນແລ້ວ....ກະຈຳໃຈກິນ..ມື້ແລງກະມານອນບໍ່ໄດ້ເຮັດຫຍັງເປັນຈັ່ງຊີ້ຈົນຮອດວັນສຸກ....ເຊັງໂຄດ....ບາງມື້ໃຄແຕ່ກະມີຫຼີ້ນກິລາຕອນແລງ...ອັນນີ້ກະຮູ້ສຶກວ່າພິເສດສຸດໆແລ້ວ...

        ແຕ່ວ່າມື້ພັກຜ່ອນກະໃຄແຕ່ໄດ້ຕື່ນສວຍແຕ່ກະບໍ່ມີຫຍັງ..ຕື່ນມາກະເຈິແຕ່ໃບໜ້າອັນຫລໍ່ເຫຼົາເກົ່າໆຂອງຫມູ່ທີ່ຢູ່ນຳກັນເກືອບຕະຫຼອດເວລາ..ເຊັງຮັບປະທານອີກແລ້ວ...ຕື່ນມາກະສວຍແລ້ວນອກຈາກໄປກິນເຂົ້າສວຍມາແລ້ວປະມານ 1-5 ໂມງກະນັ່ງຢູ່ລ້າໆຈົນຄ່ຳໃຄແນ່ບາງເທື່ອມີຄອມໃຫ້ຫຼີ້ນເກມອອນລາຍ..ມື້ແລງອາກາດໜາວໆແຮງຄິດຮອດບ້ານ..ບາງມື້ຈົນຄິດຢາກໂຕນໜີກັບບ້ານ...ຈົນເຮັດໃຫ້ໂຕເອງຮູ້ເຖິງເນື້ອໃນແກ່ນແທ້ຂອງຄຳວ່າເຫງົາໄດ້ເປັນຢ່າງດີ..ແຕ່ກະຕ້ອງຈຳໃຈປີນປ່າຍຂື້ນຫາບ່ອນນອນເພື່ອຫຼັບໄຫຼຄືເກົ່າ...ງານສັງສັນກະມີໜ້ອຍ...ກິນເຫຼົ້າກະກິນກັບໝູ່ເກົ່າ..ບໍ່ມີຮອດຜູ້ສາວມານັ່ງກິນນຳ....ໃນວົງເຫຼົ້າລົມກັນກະມີແຕ່ເລື່ອງເກົ່າໆ...(ສະໄຕເພງ ວັນຕໍ່ວັນ ຂອງຄຳພີເລີຍ)...ຂ້ອຍກະຄິດວ່າເພື່ອນໆບາງຄົນກະອາດຈະເປັນແບບຂ້ອຍແມ່ນບໍ່......

alt

Delicious Digg Fark Twitter