ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2008 | ມີ 26 ຄຳເຫັນ ແລະ 0 trackback(s)

 

    ບໍ່ເຂົ້າໃຈຄືກັນຕອນເປັນນັກຮຽນ ມ.ປາຍ ຂ້ອຍຍ່າງຢູ່ໃນໂຮງຮຽນຕາມພາສາຂອງຂ້ອຍກາຍໜ້ານັກຮຽນກຸ່ມໜຶ່ງໄປ..ຂ້ອຍກະບໍ່ໄດ້ສົນໃຈ,ແຕ່ນັກຮຽນກຸ່ມນັ້ນມັນຫັນມາຖາມຕີຂ້ອຍ....ຂ້ອຍຈົນສັ່ນ ..

      ຂ້ອຍງົງ..??? ແລ້ວຖາມຄືນໄປວ່າ "ຫ້ວຍບັກໜິ" (ບໍ່ແມ່ນເດີ້ອັນນິ..ຮ່າໆໆ) ຂ້ອຍວ່າ: ສິຕີຂ້ອຍຍ້ອນຫຍັງ...??

     ມັນວ່າ "ຍ້ອນມຶງເບິ່ງໜ້າກູ"ເປັນຕາຊັງໂພດ...ຂ້ອຍຄິດໃນໃຈ(ແນວນີ້ກະມີຫວາ...??) ກະເລີຍຂໍໂທດນັກຮຽນກຸ່ມນັ້ນໄປ....

ກະເລີຍເຂົ້າໃຈແລ້ວວ່າ

ນັກຮຽນ ຄືຄົນທີ່ໄປໂຮງຮຽນ ,ນຸ່ງເຄື່ອງສຸພາບຮຽບຮ້ອຍ,ສຶກສາເອົາຄວາມຮູ້ນຳຄູບາອາຈານ...ຊອກຫາຄຳຖາມກັບ ອ.ຈ ເພື່ອໃຫ້ເພິ່ນພາກພູມ,ມັກອ່ານປື້ມຢູ່ຫ້ອງ,ແຂ່ງຂັນກັນຮ່ຳຮຽນເພື່ອໃຫ້ເປັນທີ 1 ຂອງຊັ້ນ ..,ຫຼີ້ນກິລາ ຕີບານ,ເຕະບານ,ກະໂດດສູງ ເພື່ອໃຫ້ຮາງກາຍແຂງແຮງ,ມີສິລະປະ ຮ້ອງເພງຂັບລຳ  ມ່ວນຊື່ນ.....ກັບບ້ານຫາພໍ່ແມ່ ຊ່ອຍພໍ່ແມ່ເຮັດວຽກເຮືອນ,ຫາເງິນຊ່ວຍພໍ່ແມ່....ຕອນຄ່ຳກິນເຂົ້າ,ເບິ່ງໂທລະພາບ, ເຂົ້ານອນແຕ່ຫົວເວັນ......

 

ສ່ວນ

    ນັກເລງຄືຄົນທີ່ໄປໂຮງຮຽນ ....ນຸ່ງເຄື່ອງເຄື່ອງກວນສົ້ນໜ່ອງ,ສຶກສາຫາຄວາມຊົ່ວໃສ່ໂຕເອງກັບໝູ່ຄູ່, ຊອກຫາຄຳຖາມກວນ ອ.ຈ ເພື່ອໃຫ້ໝູ່ພາກພູມ,ມັກຫຼີ້ນໄພ້ຢູ່ຫ້ອງຮຽນ,ແຂ່ງຂັນກັນເລງເພື່ອໃຫ້ເປັນທີ 1 ຂອງແກ້ງ...ຫຼີ້ນກິລາ ຕີມວຍ,ເຕະຕີ,ກະໂດດຮົ້ວໂຮງຮຽນ ເພື່ອໃຫ້ຮ່າງກາຍເຈັບປວດຊ້ຳໃນ...ມີສິລະປະໃນການດ່າ ຢ່າງມ່ວນຊື່ນ....ກັບບ້ານບໍ່ທັກພໍ່ແມ່ ເຮັດຮົກໃສ່ເຮືອນ,ຫາເງີນຈາກພໍ່ແມ່.....ຕອນຄ່ຳກິນເຂົ້າໜ້ອຍໜຶ່ງ, ເອົາລົດໄປເລາະກັບໜູ່...ໄປຫຼີ້ນເທັກ,ກິນເບຍ,ນອນແຕ່ເຊົ້າ 2-3 ໂມງຄ່ອຍນອນ........

alt 

Delicious Digg Fark Twitter