ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

        ເຄີຍຄິດວ່າຢາກຂຽນໄດອາຣີ່ຈັກບົດສອງ ແຕ່ກໍບໍ່ມີເວລາໄດ້ລົງມືຂຽນຈັກເທື່ອ

ມື້ນີ້ເປັນເລີກງາມຍາມດີ(ຕອນກຳລັງກຽມເສັງ?) ເບິ່ງບົດຮຽນຈົນເມື່ອຍແລ້ວ

ກໍເລີຍວ່າຢາກພັກຜ່ອນຈັກຫນ້ອຍຫນຶ່ງ


       ສະໄຫມນີ້ບໍ່ມີໃຜທີ່ບໍ່ຮູ້ຈັກ facebook ດອກນໍ້ ແລະ ກໍຄົງບໍ່ມີໃຜທີ່ຈະບໍ່ຫລິ້ນ facebook

ເມື່ອເທັກໂນໂລຢີເລີ່ມພັດທະນາ ການຫລິ້ນອິນເຕີເນັດມັນກໍບໍ່ແມ່ນເລື່ອງຍາກອີກຕໍ່ໄປ

ສະໄຫມນີ້ແມ່ນໃຜກໍຮູ້ຈັກຫລິ້ນອິນເຕີເນັດຫມົດແລ້ວ ບໍ່ຄືສະໄຫມກ່ອນ (ເຮົາຍັງເຄີຍໄປສະຫມັກຮຽນຫລິ້ນອິນເຕີເນັດເລີຍ)


       ເຂົ້າເລື່ອງເລີຍດີກ່ວາ ເນື່ອງຈາກສັງຄົມອອນລາຍນ໌ມັນກວ້າງຂວາງ ເປັນທີ່ຮູ້ຈັກຫລາຍ

ເຮັດໃຫ້ເກີດມີການຂາຍເຄື່ອງອອນລາຍນ໌ເກີດຂຶ້ນຢ່າງຫລວງຫລາຍ(ໃນເຟສບຸກ)

ບອກໄວ້ກ່ອນວ່າຕອນນີ້ເຮົາກຳລັງສຶກສາຢູ່ທີ່ປະເທດຈີນ ແລະມີຫມູ່ຫລາຍຄົນທີ່ຢູ່ທີ່ນີ້ເຮັດທຸລະກິດອອນລາຍນ໌ນີ້

ຍົກຕົວຢ່າງຫມູ່ຄົນຫນຶ່ງລະກັນ 


       ການຂາຍເຄື່ອງແທ້ໆນັ້ນມັນບໍ່ໄດ້ງ່າຍຄືກັບການຂາຍເຄື່ອງຫລິ້ນໆທີ່ພວກເຮົາມັກຫລິ້ນກັນໃນຕອນນ້ອຍ

ທຸກໆມື້ລາວຈະຕ້ອງອອນລາຍນ໌ Line ຫລື Whatsapp(ໂປຣແກຣມແຊັດເທິງມືຖື)ໄວ້ຕະຫລອດ

ເພາະຈະມີຄົນທີ່ສັ່ງເຄື່ອງນຳຕະຫລອດ ແລະ ລາວກໍຈະຕ້ອງຈົດບັນທຶກເຄື່ອງທີ່ຖືກສັ່ງໄວ້

ຈາກນັ້ນກໍຕ້ອງໄປສັ່ງເຄື່ອງຈາກເວັບຂາຍເຄື່ອງອອນລາຍນ໌ຂະຫນາດໃຫຍ່ຂອງຈີນ

ຖ້າເຄື່ອງສົ່ງມາຮອດແລ້ວກໍຕ້ອງເອົາໄປຝາກຕໍ່ເມືອລາວໃຫ້ລູກຄ້າ


       ແນ່ນອນວ່າການເຮັດທຸລະກິດຂອງລາວມັນມີຜົນກະທົບເຖິງການຮ່ຳຮຽນ

ເວລາຂຶ້ນຫ້ອງເຮົາມັກຈະເຫັນລາວກົດແຕ່ໂທລະສັບ ແລະ ຈົດຫລືເຮັດບັນຊີເຄື່ອງຂອງລາວ

ບາງຄັ້ງເຖິງຕ້ອງຂາດຮຽນກໍມີ

ມີໂອກາດຄັ້ງຫນຶ່ງທີ່ໄດ້ລົມກັບເພິ່ນ ເພິ່ນກໍບອກເຮົາວ່າ

ເພິ່ນຮູ້ສຶກບໍ່ມັກສິ່ງທີ່ກຳລັງຮຽນຢູ່ ບໍ່ມີຄວາມສົນໃຈຢາກຮຽນ ເພິ່ນມັກເຮັດທຸລະກິດຫລາຍກ່ວາ

ເຮົາກໍຄິດໃນໃຈ ຖ້າບໍ່ມັກຮຽນແລ້ວມາຮຽນເພື່ອຫຍັງ


        ຈຸດປະສົງຂອງການມາປະເທດຈີນນີ້ມາເພື່ອຫຍັງ?

ມາສຶກສາຮ່ຳຮຽນ  ກໍຕ້ອງຍຶດເອົາການຮຽນເປັນຫລັກ ເລື່ອງອື່ນເປັນຮອງແມ່ນບໍ່

ແຕ່ນັກສຶກສາລາວສ່ວນໃຫຍ່ບໍ່ແມ່ນຈັ່ງຊັ້ນ

ບາງຄົນກໍມາເພື່ອຫລິ້ນ?ມາເພື່ອກິນເບຍ?ມາເພື່ອຫາແຟນ?ມາຢູ່ກັບແຟນ

ບາງລາຍແມ່ນນຳກັນມາຮຽນພຸ້ນແຫລະ

ແລະ ຫນ້າແປກທີ່ນັກສຶກສາຈຳນວນນີ້ມັກໄດ້ມາຮຽນໂດຍທຶນຂອງລັດຖະບານ

ກໍຄືໄດ້ຮຽນຟຣີ ຢູ່ຟຣີ ມີເງິນເດືອນໃຫ້ທຸກເດືອນ

ຫລືອາດເປັນຍ້ອນວ່າໄດ້ມາຮຽນລ້າໆບໍ ພວກເພິ່ນກໍເລີຍບໍ່ຢາກຮຽນປານໃດ ເຮິເຮິ


       ເມື່ອເຮົາລອງປ່ຽນມຸມມອງ ເບິ່ງໃນແງ່ດີ

ເຖິງຫມູ່ຂອງເຮົາຄົນນັ້ນລາວຈະບໍ່ມັກຮຽນ ແຕ່ຢ່າງຫນ້ອຍລາວກໍໄດ້ຄົ້ນພົບທາງຂອງຕົນເອງ

ເຮົາວ່າລາວສາມາດເປັນແມ່ຄ້າທີ່ເຮັດທຸລະກິດໄດ້ດີໃນອະນາຄົດ

ສ່ວນຈຳພວກທີ່ມາເພື່ອຫລິ້ນ ເຂົາເຈົ້າກໍຈະມີປະສົບການຊີວິດທີ່ເຫລືອລົ້ນ

ພວກທີ່ມາກິນເບຍ ກໍໄດ້ລິ້ມລອງລົດຊາດເບຍຫລາຍໆແບບ ເພື່ອກັບໄປແລ້ວສາມາດໄປພັດທະນາວົງການເບຍຂອງລາວເຮົາ

ພວກທີ່ມາຫາແຟນ ມາຢູ່ກັບແຟນ ກໍໄດ້ມາທົດລອງຢູ່ນຳກັນກ່ອນ ເພື່ອສຶກສາໃຈກັນ

ເມື່ອຮູ້ວ່າເຂົ້າກັນບໍ່ໄດ້ກໍຈະໄດ້ເລີກກັນໄດ້ໂດຍທີ່ບໍ່ເສຍຫາຍ(ແມ່ນບໍ?)


      ແລະສຸດທ້າຍທີ່ຢາກເວົ້າ ລັດຖະບານຄວນເອົາໃຈໃສ່ພັດທະນາການສຶກສາຂອງຄົນລາວໃຫ້ທົ່ວເຖິງກວ່ານີ້

ເພາະການທີ່ປະເທດຫນຶ່ງໆຈະພັດທະນາໄດ້ນັ້ນຕ້ອງອາໄສຄວາມຮູ້ ແລະ ຄວາມສາມາດຂອງພົນລະເມືອງ

ສ່ວນໃຫຍ່ແລ້ວກຸ່ມຄົນທີ່ບໍ່ມີໂອກາດໄດ້ຮຽນຫັ້ນແຫລະ ທີ່ມັກໃນການຮ່ຳຮຽນ ແລະ ມີພອນສະຫວັນ

ປະເທດທີ່ພັດທະນາມັນບໍ່ແມ່ນແຕ່ວ່າມີຕຶກສູງໃຫຍ່ ມີລົດໄຟຟ້າ ມີຊັບສິນ

ແຕ່ຕ້ອງມີບຸກຄະລາກອນທີ່ມີຄຸນນະພາບເອົາໄວ້ສ້າງສາພັດທະນາບ້ານເມືອງໃຫ້ຮຸ່ງເຮືອງຂຶ້ນຕໍ່ໆໄປ

 

ຂໍຂອບໃຈ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 25, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

           

             ສຳລັບໃຜທີ່ຈາກບ້ານມາໄກ ເພື່ອມາຮຽນ ຫລື ເຮັດວຽກ ເມື່ອໄດ້ໄປພົບເຈີກັບສະພາບແວດລ້ອມທີ່ບໍ່ລຶ້ງເຄີຍ ສະຖານທີ່ໃຫມ່ໆ ອາດເຮັດໃຫ້ມີອາການຄິດຮອດຖິ່ນຖານບ້ານເກີດ

ຄິດຮອດພໍ່ແມ່ ອ້າຍເອື້ອຍນ້ອງ ຫລື ຄົນຮັກຢູ່ບ້ານ ເຊິ່ງອາການແບບນີ້ເຂົາເອິ້ນກັນວ່າ Homesick

        Homesick ເປັນອາການອາໄລອາວອນ ຄິດຮອດບ້ານ ພໍ່ແມ່ ລຸງປ້ານ້າອາ ແລະ ແຟນ ທີ່ຢູ່ໄກກັນ ຈົນໄປຮອດສິ່ງຂອງ ສະຖານທີ່ ຫລືຄິດຮອດວັນເວລາແຫ່ງຄວາມສຸກ

ເວລາທີ່ເຮົາຢູ່ບ້ານ ໄປຈົນເຖິງທຸກຢ່າງທີ່ເຮົາຈະຄຶດພໍ້ໄດ້

        ສາເຫດຂອງມັນກໍຄື ການຈາກບ້ານເກີດເມືອງນອນ ມາປະເຊີນກັບໂລກພາຍນອກ ພົບກັບສັງຄົມ, ວັດທະນະທຳ, ພູມອາກາດ ແລະສິ່ງຕ່າງໆທີ່ບໍ່ຄຸ້ນເຄີຍ

ອາການໂຫຍຫາອະດີດຈຶ່ງເກີດຂຶ້ນ

          Homesick ບໍ່ແມ່ນອາການທີ່ຈະເກີດຂຶ້ນກັບທຸກຄົນໄດ້ ເພາະບາງຄົນທີ່ໄປຕ່າງປະເທດແລ້ວເຈິສັງຄົມ ແລະ ສິ່ງແວດລ້ອມທີ່ຖືກໃຈ ຫລື ຄົນທີ່ສາມາດປັບໂຕກັບ

ສິ່ງໃຫມ່ໆໄດ້ໄວ ອາການແບບນີ້ກໍຈະບໍ່ເກີດຂຶ້ນ, ເຊິ່ງອາການຈະສະແດງອອກມາຍາມໃດນັ້ນ ກໍແລ້ວແຕ່ກໍລະນີ, ບາງຄົນກໍເປັນຕັ້ງແຕ່ຊ່ວງທຳອິດທີ່ໄປຮອດ ໃນກໍລະນີນີ້ແມ່ນ

ປະເພດທີ່ບໍ່ເຄີຍອອກຈາກບ້ານໄປໄກ ບໍ່ສາມາດປັບໂຕໄດ້ທັນ ຫລື ບໍ່ມັກ ແລະ ບໍ່ລຶ້ງເຄີຍກັບສະຖານທີ່ໃຫມ່ທີ່ມາຢູ່. ແຕ່ບາງຄົນພັດມາມີອາການໃນຊ່ວງຫລັງໆ

ປີທຳອິດມາບໍ່ເປັນຫຍັງ ເຂົ້າປີທີ່ສອງເລີ່ມມີອາການ ມັນເປັນຍ້ອນວ່າ ເຮົາເລີ່ມເບື່ອກັບສິ່ງອ້ອມຂ້າງ ຄວາມສົນໃຈໃນສິ່ງຕ່າງໆເລີ່ມຫນ້ອຍລົງ

ເຊິ່ງອາການນີ້ມັກມາເປັນໄລຍະໆ ໂດຍສະເພາະແມ່ນມັກເກີດໃນລະດູແຫ່ງຄວາມເຫົງາ ເຊັ່ນວ່າ ລະດູຝົນ, ລະດູຫນາວ....

 

         ຄົນທີ່ເປັນໂຣກນີ້ບາງທີກໍບໍ່ຮູ້ໂຕ. ອາລົມ ແລະ ພຶດຕິກຳທີ່ເຂົ້າຄ່າຍວ່າເປັນອາການ Homesick ນັ້ນໄດ້ແກ່ : ມີອາລົມອ່ອນໄຫວ, ຮ້ອງໄຫ້ງ່າຍ, ມີຫຍັງໄປກະທົບ

ກະເທືອນຈິດໃຈຫນ້ອຍດຽວກໍໄຫ້ ຫລື ບາງທີອາດໄຫ້ບໍ່ເຊົາ, ຢູ່ໆກໍຮູ້ສຶກເບື່ອອາຫານ, ໂທຫາພໍ່ແມ່ ແລະ ຄົນຮັກ ຫລາຍຂຶ້ນ.

          

         ສຳລັບຢາແກ້ອາການນີ້ເບື້ອງຕົ້ນກໍມີ:

1. ຢ່າຢູ່ຄົນດຽວ, ພະຍາຍາມໄປຫລິ້ນຫາຫມູ່ ແລະ ຫມັ່ນຊອກຮູ້ສິ່ງໃຫມ່ໆທີ່ຕົນສົນໃຈຢູ່ສະເຫມີ

2. ຫາກິດຈະກຳເຮັດຫລາຍໆ ຢ່າປ່ອຍໃຫ້ໂຕເອງວ່າງຫລາຍ ເພາະແຮ່ງຈະເຮັດໃຫ້ຄິດຫລາຍ

3. ຕິດຕາມຂ່າວສານຂອງບ້ານເມືອງເຮົາ ຕາມເວັບໄຊທ໌ ຫລື ຈະເຂົ້າໄປສະມັກຫລິ້ນປະເພດເວັບsocial network

    ຢ່າງເຊັ່ນເວັບພັນລາວນີ້ກໍດີ  ເພາະການໃຊ້ພາສາລາວ ການໂອ້ລົມກັບຫມູ່ເພື່ອນຄົນລາວເຮົາເອງ

      ອາດຈະຊ່ວຍໃຫ້ເຮົາຫາຍຄິດຮອດບ້ານໄປໄດ້ບໍ່ຫລາຍກໍຫນ້ອຍແຫລະ

4. ສຳລັບຄົນທີ່ບໍ່ລຶ້ງເຄີຍສະຖານທີ່ ພໍແຕ່ຄິດຮອດບ້ານ ກໍຈະກັບບ້ານຕອນນີ້ເລີຍ ລອງໃຫ້ໂອກາດໂຕເອງໄດ້ປັບໂຕກັບສະພາບ

ແວດລ້ອມໃຫມ່ເບິ່ງ ລອງຫາແຮງບັນດານໃຈໃຫ້ເຮົາມີໃຈສູ້ ເຊັ່ນວ່າ ເຮົາມາສຶກສາຮ່ຳຮຽນ ເຮົາກໍຕ້ອງຕັ້ງໃຈຮຽນໃຫ້ໄດ້

ເພື່ອກັບບ້ານໄປເປັນທີ່ພູມໃຈໃຫ້ແກ່ພໍ່ແມ່ (ເດັກນ້ອຍສະໄຫມນີ້ເຂົາບໍ່ຄ່ອຍຄຶດແບບນີ້ກັນແລ້ວ ສ່ວນຫລາຍມາຮຽນ

ຕ່າງປະເທດເພື່ອມາກິນເບຍ ເວນກຳ=_=)

5. ລົມແຊັດກັບຫມູ່ຢູ່ລາວ ຫລືຈະໂທຫາພໍ່ແມ່ເລື້ອຍໆກໍໄດ້ ອາການຄິດຮອດບ້ານມັນກໍພໍໄຄໄປແດ່

 

     ທີ່ຍົກເອົາເລື່ອງນີ້ມາຂຽນ ເພາະວ່າ ຄິດຮອດບ້ານ, ມັນມາເປັນໄລຍະໆ ຕອນນີ້ມັນກຳລັງມາ

ນັ່ງຮຽນຢູ່ດີໆກໍເກີດຢາກກິນ ແກງສົ້ມປາເອີ່ຍ, ປິ້ງຊີ້ນເອີ່ຍ....ສ່ວນຫລາຍຄິດແຕ່ເລື່ອງກິນນີ້ແຫລະ ຮະຮະ

ແລ້ວມີຫມູ່ເພື່ອຄົນໃດທີ່ຕອນນີ້ກຳລັງສຶກສາ ຫລື ເຮັດວຽກຢູ່ທີ່ຕ່າງປະເທດແດ່

ສ່ວນໃຫຍ່ກໍຈະມີອາການຄິດຮອດບ້ານຄືກັນນີ້ແຫລະເນາະ ^_^

 

ທີ່ມາwww.vcharkarn.com/vblog/40668

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2011 | ມີ 11 ຄຳເຫັນ ແລະ 0 trackback(s)



ຮົາຄິດຫນັກກັບການຊື້ປີ້ຍົນກັບບ້ານຊ່ວງນີ້
ທັ້ງໆທີ່ມັນບໍ່ຫນ້າຈະເປັນເລື່ອງໃຫຍ່ເຖິງຂະຫນາດຕ້ອງໃຫ້ກັງວົນຫຍັງກັບມັນເລີຍ (ກະຫັ້ນແຫລະ!)

ບັນຫາແມ່ນລາຄາຂອງປີ້ຍົນກັບເວລາທີ່ມັນບໍ່ລົງຕົວກັນຈັກເທື່ອ
ເພາະວ່າພໍ່ບໍ່ອະນຸຍາດໃຫ້ເຮົາກັບຄົນດຽວໄດ້
ສະນັ້ນ ເຮົາເລີຍຕ້ອງຊອກຄົນເກາະໄປນຳ
ແລະກໍມີຄົນມາສະເຫນີໃຫ້ເຮົາເກາະນຳຢ່າງຫລວງຫລາຍເລີຍແຫລະ (ອຸກໃຈເດ້)

ຜູ້ທີ່1: ພີ່ນ້ອງເຮົາເອງແຫລະ ຖ້າກັບນຳລາວຈະຕ້ອງຂີ່ຍົນໄປຮອດຄຸນຫມິງ
ຈາກນັ້ນຕໍ່ລົດບັສໄປຮອດເຫມີງຫລ້າ ປະປ໊າ ມະມ໊າ ມາຮັບ
ທີ່ຜ່ານມາເຮົາກໍກັບແບບນີ້ຢູ່ແລ້ວ ແຕ່ເທື່ອນີ້ມັນຕ້ອງລັງເລ
ເພາະວ່າ ຕ້ອງຖ້າໃຫ້ລາວເສັງແລ້ວ ເຊິ່ງຈະເລດໄປ 2-3 ມື້ ,
ຊ່ວງນີ້ຢູ່ລາວເປັນລະດູຝົນ ພໍ່ຂັບລົດເຂົ້າມາຈີນອາດຈະລຳບາກ
ແລະກໍເປັນແນວນີ້ແຫລະ ຖ້າກັບນຳລາວ ແນ່ນອນວ່າເຮົາຕ້ອງກັບຊ້າກ່ອນ
ຄົນອື່ນຫລາຍມື້ (ໃຈຈິງຢາກກັບໄວໄວ)


ຜູ້ທີ່2: ອັນນີ້ຫມູ່ສະນິດ ມັນກັບໄວຄົນນີ້ ເສັງແລ້ວປຸ໊ບມັນກັບປັ໊ບ ເຊິ່ງມັນຫນ້າ
ສົນໃຈດີ ມັນຊື້ປີ້ຍົນມື້ດຽວໄປຮອດວຽງເລີຍ ແຖມລາຄາຍັງຖືກອີກ
ແຕ່ບັນຫາມັນຢູ່ທີ່ວ່າຕ້ອງໄປລົງວຽງຈັນຫັ້ນລະ ແບບນັ້ນກໍຕ້ອງໄປຄ້າງຢູ່ວຽງ
ກວ່າຈະມີຍົນແຕ່ວຽງຈັນ-ອຸດົມໄຊ ມັນກໍເລດໄປ2-3ມື້ແລ້ວຄືກັນ

ຜູ້ທີ່3: ຄົນບ້ານດຽວກັນ ຜູ້ນີ້ສະເຫນີໃຫ້ກັບທາງສາຍການບິນໄທ ເຊິ່ງເພິ່ນບອກ
ວ່າມັນຖືກ ສະດວກ ສະບາຍ ແຖມເອົາເຄື່ອງໄປໄດ້ຫລາຍບໍ່ຈຳກັດນ້ຳຫນັກ
ແຕ່ບັນຫາ ມັນຕ້ອງໄດ້ໄປຖ້າຍົນຢູ່ສະຫນາມບິນສຸວັນນະພູມຕັ້ງວ່າ 7ຊົ່ວໂມງ
ໂອ້! ພໍດີແຫລະ ກົ້ນອອກຮາກ ແລະສຸດທ້າຍ ປາຍທາງມັນກໍໄປລົງ
ສະຫນາມບິນວັດໄຕ(ວຽງຈັນ)ຄືເກົ່າ ເຊິ່ງຢ່າງທີ່ບອກທາງເທີງ
ເຮົາບໍ່ຢາກໄປຢູ່ວຽງຈັນ (ມີເຫດຜົນສ່ວນຕົວທີ່ກ່າວບໍ່ໄດ້)

 

ແລະສຸດທ້າຍ ເຮົາຈະຕັດສິນໃຈຢ່າງໃດດີ
ຢາກຮີບຊື້ຮີບຕັດສິນໃຈໃຫ້ມັນຮຽບຮ້ອຍ
ເພາະຍັງມີອີກຫລາຍຢ່າງໃຫ້ຈັດການ (ກໍເລື່ອງຮຽນຫັ້ນແຫລະ)

ແຮະໆ ຢາກມາຈົ່ມໃຫ້ຟັງຊື່ໆ
ທີ່ຈິງກໍມີຄຳຕອບໃນໃຈຢູ່ແລ້ວ ແຕ່ຍັງລັງເລຢູ່ເທົ່ານັ້ນ

ສຸດທ້າຍ ຂອບໃຈທີ່ເຂົ້າມາແວ່ຊົມ :)

ຂຽນເມື່ອ ຂຽນເມື່ອ: ມ.ສ.. 10, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສຳລັບຄົນທີ່ສູນເສຍຄວາມຮັກ...

 

ກ່ອນທີ່ຈະມາຄົບກັນໄດ້ ມັນຍາກ

ແຕ່ເປັນຫຍັງຕອນເລີກກັນ ມັນງ່າຍ...

 

ເລື່ອງນີ້ໃຜເປັນຄົນຜິດ...?

ເຈົ້າຜິດ ?

ຜິດທີ່ຫມົດຮັກກັນ

ຜິດທີ່ເບື່ອຫນ່າຍກັບຄົນໆນີ້ທີ່ມັນບໍ່ດີ

ຜິດທີ່ຫລົງເຊື່ອຄຳເວົ້າຂອງຄົນອື່ນ ແທນທີ່ຊິເຊື່ອໃຈກັນ

 

ຂ້ອຍຜິດ ?

ຜິດທີ່ປ່ອຍປະລະເລີຍເຈົ້າ

ຜິດທີ່ເຫັນສິ່ງອື່ນສຳຄັນກວ່າເຈົ້າ

ຜິດທີ່ຂ້ອຍມັນນິໄສບໍ່ດີ....

 

ຜິດທັງສອງ!

ຢູ່ທີ່ວ່າໃຜຜິດຫລາຍຜິດຫນ້ອຍ

 

ໃນເມື່ອເສັ້ນທາງທີ່ເຮົາກຳລັງຍ່າງ ມັນບໍ່ແມ່ນເສັ້ນດຽວກັນ

ແຮ່ງຍ່າງ ມັນກໍແຮ່ງໄກກັນອອກໄປເລື້ອຍໆ...


ຢາກບອກວ່າ ຂ້ອຍເສຍໃຈ...

ກັບທຸກສິ່ງທຸກຢ່າງທີ່ຂ້ອຍໄດ້ເຮັດຜິດໄປ

ເຖິງປາກຈະບອກວ່າບໍ່ສົນໃຈ ຂ້ອຍຢູ່ໄດ້ ຂ້ອຍຍັງຫາຍໃຈ

ແຕ່ວິນຍານຂອງຂ້ອຍມັນໄດ້ສະຫລາຍຫາຍໄປແລ້ວ


ທຸກມື້ນີ້ ສິ່ງທີ່ຂ້ອຍເຮັດໄດ້ກໍມີແຕ່ຍິ້ມ

ຍິ້ມໃຫ້ກັບທຸກຄົນ

ຍິ້ມໃຫ້ກັບໂຊກຊະຕາ

ຍິ້ມໃຫ້ກັບໂຕເອງ

ຍິ້ມເພື່ອໃຫ້ມັນເປັນຢາຊ່ວຍບັນເທົາບາດແຜໃນຈິດໃຈ....

 

ປ.ລ: ບໍ່ແມ່ນປະສົບການຈິງເດີ້

ຂຽນເມື່ອ ຂຽນເມື່ອ: ມ.ສ.. 9, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

 

ເຈົ້າຄິດວ່າໂລກນີ້ເປັນສີຫຍັງ ?

 

ສຳລັບຂ້ອຍ ເມື່ອກ່ອນຂ້ອຍຄິດວ່າມັນເປັນສີຮຸ້ງ

ທີ່ມີຫລາກຫລາຍສີ ປົນກັນສວຍງາມ

ວັນແລະເວລາ ມັນຜ່ານໄປຢ່າງວ່ອງໄວ

ມີຄວາມສຸກກັບສິ່ງເລັກໆນ້ອຍໆ

ຄົນອ້ອມຂ້າງ ໃຜໆກໍເປັນຄົນດີ ໃຜໆກໍໃຈດີ.....

 

ມັນເປັນໂລກນິທານຂອງເດັກນ້ອຍຄົນຫນຶ່ງ

ເຊິ່ງຕອນນີ້ຂ້ອຍໄດ້ກ້າວລ້ຳເສັ້ນນັ້ນມາແລ້ວ

 

ເຂົ້າມາສູ່ໂລກຂອງຜູ້ໃຫຍ່....

ໂລກຂອງຄວາມເປັນຈິງອັນແສນໂຫດຮ້າຍ

ທຸກສິ່ງທຸກຢ່າງເປັນສີເທົາ

ອຸກໃຈກັບສິ່ງທີ່ເຮັດ ແລະ ເປັນຢູ່

ເບິ່ງເຫັນດ້ານມືດ ຄວາມເຫັນແກ່ໂຕຂອງມະນຸດ

 

 

ແລ້ວໂລກຂອງເຈົ້າເດ ມັນເປັນສີຫຍັງ ?

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 13, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ອັນນີ້ແມ່ນລິ້ງຂອງຕອນກ່ອນຫນ້ານີ້ເດີ້

http://punlao.com/XuXiujing/diary/13924/

---------------------------------------------------

 

ບົດທີ່5: Password

 

"ເຈົ້າເປີດເບິ່ງໄຟລ໌ນັ້ນກ່ອນແລ້ວ!" ຂ້ອຍເວົ້າໃຫ້ຊູເຮ

 

"ອືມ ຂ້ອຍຢາກຮູ້ເລີຍເປີດເບິ່ງກ່ອນ ຮູ້ສຶກວ່າມັນຈະແມ່ນໄຟລ໌ຂອງເກມ Perfect crime

ຫັ້ນແຫລະ ແຕ່ມັນບໍ່ມີຫຍັງເລີຍ ຂ້ອຍເຂົ້າໄປໃນເກມແລ້ວ ມັນຕ້ອງໄດ້ລົງຊື່ຜູ້

ຫລິ້ນອີກ 5ຄົນ ຈຶ່ງຈະສາມາດຫລິ້ນໄດ້"

 

"ແລ້ວແນວໃດຕໍ່?"

 

"ມັນຍັງບອກອີກວ່າ ໃຫ້ລົງຊື່ນາມສະກຸນແທ້ ກັບ ວັນເດືອນປີເກີດແທ້ ຂ້ອຍວ່າມັນແປກໆ

ເລີຍຍັງບໍ່ໄດ້ຫລິ້ນ"

 

"ແມ່ນຫວາ...." ຂ້ອຍຄິດໃນໃຈວ່າຈະເຮັດແນວໃດຕໍ່

 

"ຂ້ອຍລະບໍ່ຢາກບອກຂໍ້ມູນແທ້ກັບເວັບບ້າໆນັ້ນ  ແລະທີ່ສຳຄັນ ມັນຕ້ອງໄດ້ລາກ

ຄົນມາກ່ຽວຂ້ອງອີກຕັ້ງວ່າ 5ຄົນພຸ້ນນະ" ຂ້ອຍຈົ່ມ

 

"ກົດຂອງເກມມັນວ່າຈັ່ງຊັ້ນເດະ ແຕ່ທີ່ສຳຄັນກ່ວານັ້ນບໍ່ແມ່ນເລື່ອງເກມດອກ

ເມື່ອເປັນສະມາຊິກພິເສດແລ້ວ ພວກເຮົາສາມາດເບິ່ງໄດ້ ວ່າມີໃຜເຄີຍຫລິ້ນເກມ

ນັ້ນມາກ່ອນແດ່..."

ຊູເຮເບິ່ງຫນ້າຂ້ອຍໃນແບບທີ່ວ່າ ຂ້ອຍເດົາໄດ້ແນ່ນອນວ່າລາວຫມາຍເຖິງໃຜ

 

"ໂມໂມ! ໂມໂມເຄີຍຫລິ້ນເກມນີ້ແມ່ນບໍ່?" ຂ້ອຍຮູ້ສຶກຕຳຫນິໂມໂມໃນໃຈ ແຕ່ກໍນຶກຂຶ້ນໄດ້

"ແລ້ວໂມໂມໃສ່ຊື່ໃຜລົງໄປອີກ5ຄົນ?" ຂ້ອຍຖາມ

 

"ເລື່ອງນັ້ນກວດເບິ່ງຈາກ userອື່ນບໍ່ໄດ້ ນອກຈາກຂອງໂມໂມເອງ"

 

ສະແດງວ່າ ພວກເຮົາຕ້ອງກັບໄປຄົ້ນຫາລະຫັດຂອງໂມໂມອີກຄັ້ງ

 

"ຖ້າເປັນຄອມພິວເຕີ້ທີ່ບ້ານຂອງໂມໂມ ລາວອາດຈະສັ່ງໃຫ້ຈື່ລະຫັດໄວ້ກໍເປັນໄດ້!" ຂ້ອຍເວົ້າ

"ຮະຮະ ເລື່ອງງ່າຍໆແບບນີ້ ພວກເຮົາຫນ້າຈະຄິດໄດ້ແຕ່ດົນ, ປະ!ຊູເຮ ໄປບ້ານໂມໂມ" ຂ້ອຍຊວນ

 

"ເຈົ້ານິຈັ່ງແມ່ນໃຈຮ້ອນ ຕອນນີ້ຫາກໍພັກທ່ຽງຊື່ໆ ຍັງອີກຕັ້ງດົນກ່ວາຈະເລີກຮຽນ"

 

ກໍແມ່ນໄດ໊ເນາະ ຮູ້ສຶກວ່າ 2-3ມື້ມານີ້ຂ້ອຍໂຕນຫ້ອງຕະຫລອດ ສົງໄສຕ້ອງໄດ້ໄປເຂົ້າຮຽນແດ່

ແລ້ວ. ຂ້ອຍຕັ້ງໃຈຮຽນເຕັມທີ່ ເພາະເລີ່ມຈະວາງໃຈໄດ້ແລ້ວ ປິດສະຫນາທຸກຢ່າງມັນກຳລັງຈະ

ໄຂອອກມາຫມົດແລ້ວ.

 

ມື້ນີ້ຮຽນກ່ຽວກັບ ບົດກະວີພາສາອັງກິດ ຂ້ອຍຕັ້ງໃຈນັ່ງຟັງອາຈານອາ່ນບົດກະວີຈົນໄປຮອດ

ວັກທີ່ວ່າ "Baby,please kill me under the sunlight" ຂ້ອຍຮູ້ສຶກມັກປະໂຫຍກນີ້ຫລາຍ

 

"ເຮ້! ເຈົ້າຄືມາເຮັດຫນ້າເຫລີແທະ" ຊູເຮເວົ້າກວນ

 

"ເວົ້າຫັ້ນນ່າ...ຂ້ອຍກຳລັງຕັ້ງໃຈຮຽນ"

 

"ເຈົ້າຢາກຖືກຂ້າໃຕ້ແສງຈັນ ຫລື ໃຕ້ແສງອາທິດ ?" ຊູເຮຖາມກວນໆ

 

"ອ້າກກກກກກກກກກກກກ! ເຈົ້າໄປຂ້າສາວອື່ນໄປ໊ ມີຫລາຍຄົນເຕັມໃຈຢາກໃຫ້ເຈົ້າຂ້າຢູ່ດອກ"

 

"ເວົ້າແທ້ຫວາ" "ຢູ່ຊື່ໆ ຊູເຮກໍເຮັດສີຫນ້າຈິງຈັງຂຶ້ນມາ

 

"ໂອ້ຍ....ເຈົ້າເປັນຄົນດີ ຢ່າຂ້າຂ້ອຍເລີຍ" ຂ້ອຍເວົ້າກວນກັບໄປ

 

"ບໍ່! ເຈົ້າຕ້ອງໃຫ້ຂ້ອຍຂ້າ ເຂົ້າໃຈບໍ່ ຂ້ອຍຄົນດຽວເທົ່ານັ້ນ"

 

"ເວົ້າຫຍັງແທ້ເກາະ,ຂ້ອຍງົງໄປຫມົດແລ້ວ ຄຳວ່າ ຂ້າ ຂອງເຈົ້າຫັ້ນຫມາຍເຖິງຫຍັງ?"

ຊູເຮຍັງບໍ່ທັນໄດ້ຕອບ ອາຈານກໍຍ່າງເຂົ້າມາກ່ອນ

 

"ສອງຄົນນີ້ຖ້າຈະຈີບກັນລະອອກໄປຈີບຢູ່ນອກຫ້ອງໄປ໊!!"

 

ອົດສາວ່າຕັ້ງໃຈຮຽນ ສຸດທ້າຍກໍຖືກອາຈານໄລ່ອອກມາຢູ່ນອກຫ້ອງອີກ

 

ຕອນນີ້ຂ້ອຍກຳລັງຢືນຢູ່ນອກ້ອງກັບຊູເຮ ພ້ອມທັງຮ້າຍລາວໄປພ້ອມ ທີ່ມາກວນຂ້ອຍ

ຈົນຕ້ອງຖືກໄລ່ອອກມາຢູ່ນອກແບບນີ້, ແຕ່ຊູເຮບໍ່ສະເທືອນຫຍັງເລີຍ

ລາວຈັບມືຂ້ອຍແລ້ວຍິ້ມຢູ່ແນວນັ້ນ ເບິ່ງລາວຄືມີຄວາມສຸກແທ້ເນາະ

ແຕ່ວາຂ້ອຍເມື່ອຍຍຍຍຍຍຍຍຍຍຍຍ ຢືນມາເປັນຊົ່ວໂມງແລ້ວ

 

ຈາກນັ້ນບໍ່ດົນ ອາຈານກໍເອິ້ນໃຫ້ເຂົ້າໄປຮຽນຄືເກົ່າ

ເທື່ອນີ້ພວກເຮົາຕັ້ງໃຈຮຽນກັນແທ້ໆແລ້ວ

 

......ຈົນຮອດເວລາເລີກຮຽນ........

 

"ໂທຄິໂກະ ບ້ານໂມໂມໄປທາງໃດ?" ຊູເຮຖາມ

 

"ໄປທາງຖະຫນົນ ກ. ແລ້ວລ້ຽວເຂົ້າໄປໃນຊອຍ ຂ. ......" ຂ້ອຍບອກທາງ

ແລ້ວສຽງມືຖືຂ້ອຍກໍດັງຂຶ້ນ

 

'ຮາໂຫລ ນີ້ແມ່ນເບີໂທຄິໂກະບໍ່?'

'ແມ່ນແລ້ວ...ນີ້ແມ່ນຕຳຫລວດທີ່ສືບເລື່ອງຂອງທະນາຍວາກະຫວາ?'

'ແມ່ນແລ້ວ ຕອນແລງນີ້ພວກເຮົາຂໍເຊີນເຈົ້າມາໃຫ້ປາກຄຳແດ່ເດີ້'

 

ຈັ່ງແມ່ນບັງເອີນ ກຳລັງຈະໄດ້ຮູ້ລະຫັດຂອງໂມໂມຢູ່ແລ້ວ ແຕ່ກໍຕ້ອງໄປຫາຕຳຫລວດກ່ອນ

ຂ້ອຍເລີຍໂທໄປຄອບແມ່ຂອງໂມໂມ

 

'ຮາໂຫລ ແມ່ຂອງໂມໂມຫວາ ນີ້ແມ່ນໂທຄິໂກະເດີ້  ພໍດີຕອນແລງນີ້ຕຳຫລວດທີ່ເຮັດຄະດີຂອງ

ທະນາຍວາກະນັດເຮົາໄປພົບນະ ເອົາໄວ້ມື້ອື່ນເຮົາຈຶ່ງໄປຫາເດີ້"

'ບໍ່ເປັນຫຍັງ ມື້ອື່ນມາກໍໄດ້'

'ໂດຍ ຂອບໃຈແມ່ຫລາຍໆ'

ກ່ອນຈະວາງສາຍໄປ ຂ້ອຍໄດ້ຍິນສຽງບົດສວດອີ່ຫຍັງຈັກຢ່າງ ລອດມາຕາມສາຍ ຂ້ອຍຄຶດບໍ່ອອກ

ວ່າເຄີຍໄດ້ຍິນບົດສວດນັ້ນຢູ່ໃສ

 

ຕອນແລງຂ້ອຍກໍໄປຕາມນັດ ແລ້ວກໍຖືກຊັກຖາມເລື່ອງຕ່າງໆ ທີ່ກ່ຽວຂ້ອງກັບຄະດີຂອງທະນາຍ

ວາກະ ແລ້ວຫລັງຈາກນັ້ນກໍກບໄປພ້ອມກັບຊູເຮ

 

"ໂທຄິໂກະ ໄປແວ່ບ້ານຂ້ອຍກ່ອນບໍ່?"

 

"ອືມ ກໍດີ ຂ້ອຍຢາກໄປເປີດເບິ່ງໄຟລ໌ນັ້ນຢູ່ພໍດີ"

 

ນີ້ເປັນມື້ທີ່4ແລ້ວ ທີ່ໂມໂມຕາຍ ແລະກໍເປັນມື້ທີ່3ແລ້ວ ທີ່ຂ້ອຍໄປບ້ານຂອງຊູເຮ

ຕິດຕໍກັນ

 

ພວກເຮົາເຂົ້າໄປທີ່ເວັບຂອງ funny dead duck ຄືທຸກທເທື່ອ  ເຊິ່ງຕອນນີ້ມັນມີການອັບເດດເກມ

ໃຫມ່ ກໍຄືເກມທີ່ສາມາດບັງຄັບຄື້ນສຶນາມິສາດໃສ່ຄົນໄດ້ຫັ້ນລະ

ຂ້ອຍລະຫງຸດຫງິດທີ່ເຈົ້າຂອງເວັບເຫັນການຕາຍ ເປັນພຽງເລືອງຕະລົກ

 

ເມື່ອເຂົ້າໄປໃນເກມ dead duck ມັນກໍບໍ່ໄດ້ມີຫຍັງແຕກຕ່າງຈາກເກມອື່ນໆຫລາຍ

ກຣາຟຟິກກໍທຳມະດາ ສຽງປະກອບກໍແມ່ນບົດສວດມົນຄືເກມກ່ອນໆ

 

ເອະ!! ບົດສວດມົນ! ແມ່ນແລ້ວ ຂ້ອຍຫາກໍນຶກຂຶ້ນໄດ້ ສຽງບົດສວດທີ່ຂ້ອຍໄດ້ຍິນ

ກ່ອນທີ່ຈະວາງສາຍກັບແມ່ໂມໂມແມ່ນບົດສວດຂອງເວັບນີ້ນິເອງ

 

ຂ້ອຍຄຶດຫາຈຸດເຊື່ອມຕໍ່ລະຫວ່າງການຕາຍຂອງໂມໂມກັບທະນາຍວາກະແລ້ວ

ກໍຄື ເຂົາເຈົ້າຫລິ້ນ funny dead duck ຄືກັນ

 

"ໂທຄິໂກະ ເປັນອີ່ຫຍັງ?" ຊູເຮເບິ່ງຫນ້າຂ້ອຍງົງໆ ແລ້ວຖາມຂຶ້ນ

 

"ຕາຍລະ...ແມ່ຂອງໂມໂມຫລິ້ນ funny dead duck ແລ້ວ"

 

"ຫມາຍຄວາມວ່າຫຍັງ?" ຊູເຮຍັງງົງໆ

 

"ຂ້ອຍບໍ່ຫນ້າບອກເລື່ອງນີ້ໃຫ້ແມ່ໂມໂມຮູ້ເລີຍ ແມ່ຂອງໂມໂມຕ້ອງໃຊ້ຄອມເຄືອງດຽວກັບ

ຂອງໂມໂມແນ່ນອນ ສະນັ້ນ ແມ່ຂອງໂມໂມອາດຈະເຂົ້າລະຫັດຂອງໂມໂມໄດ້ແລ້ວ"

 

ຊູເຮກໍກັງວົນຂຶ້ນມາຄືກັນ ແຕ່ລາວກໍບອກໃຫ້ຂ້ອຍໃຈເຢັນ ຢ່າຟ້າວສະຫລຸບຄວາມເອົາເອງ

ແລະໃຫ້ຂ້ອຍໂທໄປຖາມແມ່ໂມໂມອີກ ເພື່ອຄວາມແນ່ໃຈ

 

------ຕູ໊ດດດດດດດດດດດດດດດດດດດດດດດດດ-----

 

ສາຍວ່າງ ແຕ່ບໍມີຄົນຮັບອີກແລ້ວ!!!

 

-----------------------------------------------------

 

 

ຂ້ອຍເລີ່ມກະວົນກະວາຍ ທັງເຫື່ອ ທັງນ້ຳຕາໄຫລອອກມາ ທີ່ຈິງມັນອາດຈະບໍ່ມີຫຍັງ

ເກີດຂຶ້ນເລີຍກໍໄດ້ ຂ້ອຍອາດຈະຄິດຫລາຍໄປເອງຢ່າງທີ່ຊູເຮບອກ

ແຕ່ວ່າຂ້ອຍມີລາງສັງຫອນເລິກໆໃນໃຈ

 

ເຫັນຂ້ອຍກະວົນກະວາຍ ຍ່າງໄປຍ່າງມາສຸດທ້າຍ ຊູເຮເລີຍອາສາພາຂ້ອຍໄປທີ່ບ້ານຂອງໂມໂມເລີຍ

 

"ໂທຄິໂກະ ບໍ່ເປັນຫຍັງ ໃຈເຢັນໆໄວ້"

ເຖິງຈະເວົ້າປອບຂ້ອຍ ແຕ່ສຽງລາວກໍສັ່ນໆໄປຄືກັນ

 

ແລະແລ້ວ ພວກເຮົາກໍມາຮອດບ້ານຂອງໂມໂມຢ່າງໄວວາ

 

ຕອນນີ້ຊູເຮພະຍາຍາມໂທເຂົ້າໄປໃນບ້ານແທນຂ້ອຍ ສ່ວນຂ້ອຍກົດກະດິ່ງຢູ່ປະຕູ

ພ້ອມທັງຮ້ອງເອິ້ນພໍ່ແມ່ຂອງໂມໂມໄປພ້ອມ ແຕ່ກໍບໍ່ມີໃຜອອກມາເລີຍ

 

"ມີໃຜຢູ່ບໍ່ ເປີດປະຕູໃຫ້ແນ່!!"

"ເປີດປະຕູແດ່...!!"

 

ບໍ່ມີຄົນຮັບໂທລະສັບ ແລະກໍບໍ່ມີຄົນມາເປີດປະຕູ ມັນແປກໆແລ້ວໄດ໊

 

ຊູເຮຕັດສິນໃຈຫງັດປະຕູເຂົ້າໄປ, ເມື່ອປະຕູເປີດອອກ ຄວັນໄຟກໍລອຍອອກມາທັນທີ

"ໄຟໄຫມ້!"

 

ບໍ່ທັນໃດ ແກ້ວຈາກປ່ອງຢ້ຽມທຸກບານກໍແຕກອອກມາພ້ອມກັນ ເພາະຄວາມຮ້ອນພາຍໃນບ້ານ

ສຽງເຄື່ອງຂອງໃນບ້ານທີ່ຕົກລົງມາ ເຮັດໃຫ້ຄົນແຖວນັ້ນອອກມາມຸງເບິ່ງ

 

ຂ້ອຍພະຍາຍາມຮ້ອງເຂົ້າໄປ ແຕ່ກໍບໍ່ມີໃຜຕອບກັບມາ ຂ້ອຍເລີຍຄິດຈະແລ່ນເຂົ້າໄປໃນບ້ານ

ແຕ່ກໍຖືກຊູເຮດຶງໄວ້ ເພາະຊູເຮບອກວ່າຈະເຂົ້າໄປເອງ , ແຕ່ຊູເຮກໍຖືກຄົນແຖວນັ້ນ

ດຶງໂຕໄວ້ອີກ

ຂ້ອຍຮ້ອງເອິ້ນພໍ່ແມ່ຂອງໂມໂມຢູ່ແນວນັ້ນ ກ່ອນທີ່ພາບເບື້ອງຫນ້າຈະມືດລົງ

 

ຝັນຮ້າຍປາກົດຂຶ້ນມາອີກ...

 

ພໍ່ແມ່ຂອງໂມໂມ ພ້ອມທັງໂມໂມຢືນຢູ່ທ່າມກາງໄຟທີ່ລຸກໄຫມ້

"ທັງສາມຄົນອອກມານີ້ໄວໄວ" ຂ້ອຍຮ້ອງບອກ

 

"ບໍ່ໄດ້ ໂທຄິໂກະ .......... ມັນເປັນໂຣກຕິດຕໍ່ຂອງຄວາມຕາຍ..."

 

ແລ້ວເປວໄຟກໍລຸກຮືຂຶ້ນຢ່າງໃຫຍ່ ຈົນເຜົາບ້ານທັງຫລັງໃຫ້ຫາຍໄປໃນຊົ່ວພິບຕາ

ແລ້ວຂ້ອຍກໍສະດຸ້ງຕື່ນຂຶ້ນມາ

 

 

"ໂທຄິໂກະຕື່ນແລ້ວ" ໄດ້ຍິນສຽງຊູເຮກ່ອນເລີຍ

 

ຫລັງຈາກທີ່ໄດ້ສະຕິ ກໍຮູ້ວ່າຕອນນີ້ຂ້ອຍຢູ່ທີ່ໂຮງຫມໍ ມີພໍ່ແມ່ ແລະນ້ອງຊາຍຂອງຂ້ອຍ

ຢູ່ນຳ  ພ້ອມທັງຊູເຮ

 

"ເຈົ້າສະຫລົບໄປດົນຫລາຍ ຂ້ອຍນຶກວ່າເຈົ້າຈະຕາຍໄປອີກຄົນຫນຶ່ງແລ້ວ" ຊູເຮເວົ້າ

ຕາຂອງຊູເຮຊ້ຳໆບວມໆ ສົງໄສກ່ອນຫນ້ານີ້ລາວໄຫ້

 

"ດຽວກ່ອນ ທີ່ເຈົ້າວ່າອີກຄົນຫນຶຶ່ງນີ້ຫມາຍເຖິງພໍ່ແມ່ຂອງໂມໂມ...."

 

ຂ້ອຍໄຫ້ອອກມາອີກຮອບ ເວລາແບບນີ້ຄອບຄົວຄືຄົນທີ່ອົບອຸ່ນທີ່ສຸດ

ຂ້ອຍກອດພໍ່ກັບແມ່ແລ້ວໄຫ້ຢ່າງຫນັກຫນ່ວງ

 

"ແມ່ ລູກອອກໄປນອກກັບອ້າຍຄົນນີ້ບຶດຫນຶຶ່ງເດີ້ "

ນ້ອງຊາຍຂ້ອຍເວົ້າແລ້ວລາກຊູເຮອອກໄປນອກພ້ອມກັນ

 

"ເຈົ້າເປັນຫຍັງກັບເອື້ອຍຂ້ອຍ" ນ້ອງຊາຍຂ້ອຍຖາມຊູເຮ

 

"ເປັນຫມູ່...ຫລືອາດຈະຫລາຍກ່ວານັ້ນ" ຊູເຮຕອບ

 

"ເຮິ! ບໍ່ຄິດວ່າເອື້ອຍຂ້ອຍຈະເອົາຄົນຄືເຈົ້າ" ນ້ອງຊາຍຂ້ອຍເວົ້າຄ້າຍໆຢຽດຫຍາມ

ແຕ່ແລ້ວຢູ່ໆກໍເວົ້າຈິງຈັງຂຶ້ນມາ

"ເຈົ້າຕ້ອງເບິ່ງເອື້ອຍຂ້ອຍໃຫ້ດີໆ ຕໍ່ໄປນີ້ຢ່າໃຫ້ລາວເຂົ້າໄປຫຍຸ້ງກັບ

ເລື່ອງອັນຕະລາຍແບບນີ້ອີກ" ເວົ້າແລ້ວກໍຍ່າງຫນີ

ແລ້ວຊູເຮກໍຮ້ອງຕອບໄປ

 

"ຂ້ອຍຕ້ອງເບິ່ງເອື້ອຍເຈົ້າໃຫ້ດີຢູ່ແລ້ວ ເຈົ້າກໍຄືກັນ ເວລາທີ່ຂ້ອຍບໍ່ຢູ່

ກັບໂທຄິໂກະ ກໍຊວຍເບິ່ງລາວແດ່!"

ນ້ອງຊາຍຂ້ອຍຍິ້ມໃຫ້ກັບຊູເຮ ກ່ອນຈະອອກໄປຈາກບໍລິເວນນັ້ນ

 

ຂ້ອຍຮູ້ສຶກວ່າດີຂຶ້ນແລ້ວ ເລີຍບອກໃຫ້ພໍ່ແມ່ໄປເຮັດວຽກຄືເກົ່າ

ພໍ່ແມ່ລູບຫົວຂ້ອຍຢ່າງເປັນຫ່ວງກ່ອນຈະອອກໄປ

ພໍດີກັບທີ່ຊູເຮຍ່າງສວນເຂົ້າມາ

 

"ເຈົ້າກໍຄວນໄປໂຮງຮຽນໄດ້ແລ້ວ" ຂ້ອຍບອກຊູເຮ

 

ຊູເຮບໍ່ຟັງ ລາວນັ່ງລົງຂ້າງຕຽງຂ້ອຍ ແລ້ວເອົາແຕ່ຈ້ອງເບິ່ງຫນ້າຂ້ອຍ

 

ຂ້ອຍລຳຄານເລີຍຫັນຫລັງໃຫ້ລາວແລ້ວນອນ

ແຕ່ແລ້ວຊູເຮກໍເວົ້າເລື່ອງທີ່ເຮັດໃຫ້ຂ້ອຍນອນບໍ່ໄດ້ອອກມາ

 

"ຂ້ອຍໄດ້ລະຫັດຂອງໂມໂມມາແລ້ວ..."

 

------------------------------------------------------

ຕອນຫນ້າເປັນຕອນສຸດທ້າຍແລ້ວ

ປິດສະຫນາທຸກຢ່າງຈະສະເຫລີຍໃນຕອນຫນ້ານີ້ແລ້ວ

ຢ່າພາດເດີ້!

 

(ຕິດຕາມຕອນຕໍ່ໄປ)

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ນີ້ແມ່ນລິ້ງສຳລັບຕອນກ່ອນຫນ້ານີ້

http://punlao.com/XuXiujing/diary/13854/

 

----------------------------------------------------

ບົດທີ່4: Dead Diary

 

 

ເມື່ອຮອດຍາມພັກຜ່ອນ ຂ້ອຍກັບຊູເຮຈຶ່ງພາກັນໄປທີ່ສວນຫຼັງໂຮງຮຽນ

ເພື່ອຊອກບ່ອນມິດໆ ອ່ານໄດອາຣີ່ຂອງໂມໂມ

 

ພວກເຮົາເປີດໄປຫນ້າເກົ່າ ທີ່ເຄີຍຂຽນໄວ້ວ່າ 'ຂ້ອຍອາດຈະ...ຊູເຮ ໂທຄິໂກະ ຖ້າຈັກຫນ່ອຍເດີ້

ແລ້ວຂ້ອຍຊິບອກ ແຕ່ຕອນນີ້ຂ້ອຍອາຍ'

 

ເມື່ອເປີດໄປເລື້ອຍໆກໍພົບວ່າ ສ່ວນໃຫຍ່ໂມໂມຈະຂຽນກ່ຽວກັບການໄປທ່ຽວຫຼິ້ນໃນທີ່ຕ່າງໆ

ຂອງຂ້ອຍກັບໂມໂມ ແລະ ຍັງເວົ້າເຖິງເລື່ອງທີ່ໂມໂມແອບມັກຊູເຮ. ຂ້ອຍນີ້ໂງ່ແທ້ໆທີ່ບໍ່ຮູ້

ເລື່ອງນີ້ເລີຍ ທັ້ງທີ່ເປັນຫມູ່ສະຫນິດກັບໂມໂມ

 

ເມື່ອເປີດໄປຫນ້າທີ່ຖັດຈາກ 'ມື້ນີ້ຂ້ອຍໄດ້ລົມກັບຊູເຮແລ້ວ' ເບິ່ງຈາກວັນທີ່ແລ້ວ

ໂມໂມປະຈາກການຂຽນໄປໄລຍະຫນຶ່ງເລີຍ

 

18/4/200X

ຂ້ອຍຄົງບໍ່ມີຫວັງເລື່ອງຊູເຮແລ້ວ ຫຼັງຈາກທີ່ແອບມັກລາວມາດົນ ຂ້ອຍຮູ້ມາຕະຫຼອດ

ວ່າລາວແອບມັກໂທຄິໂກະ...ຖ້າແມ່ນໂທຄິໂກະ ຂ້ອຍຍອມໃຫ້ໄດ້...ແຕ່ວ່າ ໂທຄິໂກະບໍ່ຮູ້ໂຕເລີຍ

ວ່າຊູເຮແອບມັກ ແລະ ລັກເບິ່ງໂທຄິໂກະຕະຫຼອດ

 

ຂ້ອຍຕົກໃຈ, ເອກະສານກັອບປີ້ໄດອາຣີ່ຂອງໂມໂມຫຼຸດຈາກມືຂ້ອຍ ໃນຂະນະທີ່ຊູເຮກໍຈ້ອງຫນ້າຂ້ອຍຢູ່.

ຂ້ອຍເວົ້າຫຍັງບໍ່ອອກ ຊູເຮກໍບໍ່ຍອມເວົ້າຫຍັງຄືກັນ

ພວກເຮົາມີແຕ່ຈ້ອງຫນ້າກັນຢູ່ແນວນັ້ນ

 

ແຕ່ແລ້ວຊູເຮກໍເປັນຝ່າຍຫຼົບສາຍຕາໄປກ່ອນ. ລາວກົ້ມລົງໄປຈັບເອກະສານມາວາງໃສ່ມືຂ້ອຍຄືເກົ່າ

ແລ້ວຈັບມືຂ້ອຍ ພ້ອມຍິ້ມນ້ອຍໆແລ້ວເວົ້າວ່າ

 

"ກໍຄືທີ່ໂມໂມຂຽນຫັ້ນລະ" ແລ້ວຊູເຮກໍຍ່າງອອກໄປຈາກບໍລິເວນນັ້ນ

 

ຕັ້ງແຕ່ນ້ອຍຈົນໃຫຍ່ ນີ້ເປັນຄັ້ງທຳອິດທີ່ຂ້ອຍຖືກບອກຮັກ (ໂດຍທາງອ້ອມ) ແຕ່ຫົວໃຈຂ້ອຍ

ມັນບໍ່ໄດ້ຮູ້ສຶກດີໃຈເລີຍ ກົງກັນຂ້າມ ຂ້ອຍຮູ້ສຶກຜິດຕໍ່ໂມໂມຫຼາຍກ່ວາ

 

ຂ້ອຍນັ່ງລົງອ່ານໄດອາຣີ່ຂອງໂມໂມຕໍ່ ແຕ່ບໍ່ທັນໃດ ຊູເຮກໍກັບມາແລ້ວຮ້ອງຂຶ້ນ

 

"ໂທຄິໂກະ! ປະ! ໄປທ່ຽວ"

 

"ໂອ້ຍ! ບໍ່ຕ້ອງຮ້ອງສຽງແຮງກໍໄດ້"

 

"ເຈົ້າເຂີນຫວາ ທີ່ຮູ້ວ່າຂ້ອຍມັກເຈົ້ານະ!"

ເທື່ອນີ້ຊູເຮເວົ້າແຮງກ່ອນເກົ່າ ຈົນຄົນທີ່ຢູ່ບໍລິເວນນັ້ນຫັນມາສົນໃຈ

 

ໂອ້ວວວ.. ຕອນນີ້ຫົວໃຈກັບຫນ້າຂອງຂ້ອຍ ມັນຢາກຈະຫມຸດດິນຫນີຢູ່ແລ້ວ ເມື່ອຊູເຮເວວົ້າ

ອອກມາອີກວ່າມັກຂ້ອຍ ໃຈຂ້ອຍມັນກໍເຕັ້ນແປກໆ ທົນບໍ່ໄຫວແລ້ວ ສະຖານະການແບບນີ້

ຫນີກ່ອນດີກ່ວາ

 

ແຕ່ວ່າຊູເຮກໍແລ່ນນຳມາ ພວກເຮົາແລ່ນໄລ່ກັນປານຫນັງອິນເດຍເລີຍ ຮະຮະ...

 

ຕອນນີ້ຂ້ອຍເຊົາແລ່ນແລ້ວ ເພາະຊູເຮແລ່ນໄປແລະຮ້ອງບອກວ່າມັກຂ້ອຍໄປນຳ ຈັ່ງແມ່ນບໍ່ອາຍ

ເພາະຂ້ອຍອາຍເລີຍຢຸດແລ່ນ. ເມືອຂ້ອຍຢຸດແລ່ນ ຊູເຮກໍເຂົ້າມາຈັບບ່າຂ້ອຍໄວ້

 

"ໄປທ່ຽວປະ ຕອນນີ້ເລີຍ"

 

ຂ້ອຍບໍ່ປະຕິເສດ ເພາະໄປຂຶ້ນຫ້ອງຕອນນີ້ກໍຮຽນບໍ່ເຂົ້າຫົວຢູ່ດີ

ຊູເຮພາຂ້ອຍຂຶ້ນລົດແລ້ວຂັບອອກໄປຈາກໂຮງຮຽນ. ລາວຖາມຂ້ອຍວ່າຢາກໄປໃສ ຂ້ອຍເລີຍຕອບຈາກຄວາມ

ຮູ້ສຶກຕອນນີ້ວ່າ ໄປໃຫ້ພົ້ນຈາກເລື່ອງຮ້າຍໆທັງຫມົດ

 

ຊູເຮພາຂ້ອຍມາທີ່ສວນສາທາລະນະແຫ່ງຫນຶ່ງ ແລ້ວພາຂ້ອຍຍ່າງຫຼິ້ນໄປເລື່ອຍໆໃນສວນ

ຈົນມາຢຸດຢູ່ບ່ອນທີ່ມີຮູບປັ້ນເທພີຕັ້ງຢູ່

 

"ບໍ່ຕ້ອງຢ້ານເດີ້ ແລະກໍຢ່າຫນີຂ້ອຍໄປໃສ..."

 

ຊູເຮຈັບມືຂ້ອຍແລ້ວເວົ້າອອກມາ ກ່ອນທີ່ຈະໂນ້ມໃບຫນ້າລາວເຂົ້າມາໃກ້ໆຂ້ອຍ ຈົນຫນ້າພວກເຮົາ

ເກືອບຈະຕິດກັນ ຂ້ອຍເລີຍເຫັນໃບຫນ້າລາວຢ່າງຊັດເຈນ. ໃບຫນ້າຂອງລາວນັ້ນງົດງາມຫຼາຍ

ຄິດບໍ່ເຖິງວ່າລາວຈະມາມັກຄົນທຳມະດາຄືຂ້ອຍ

 

ຊູເຮເບິ່ງຕາຂ້ອຍແລ້ວກົ້ມລົງຈູບທີ່ຫນ້າຜາກຂ້ອຍເບົາໆ ຂ້ອຍຕົກໃຈເລີຍຜະອອກຈາກລາວ

ແຕ່ລາວກໍກອດຂ້ອຍໄວ້ໄດ້ທັນ ຈາກນັ້ນກໍຈູບທີ່ດັງຂ້ອຍເບົາໆອີກເທື່ອຫນຶ່ງ

ກ່ອນທີ່ຈະຈູບບ່ອນສຸດທ້າຍ.........ທີ່ຮີມສົບຂອງຂ້ອຍ

 

ພວກເຮົາຢຸດເລື່ອງຮັກເອົາໄວ້ແຕ່ເທົ່ານັ້ນ

 

ເມື່ອຮອດເວລາເລີກຮຽນ ຂ້ອຍກໍໄປທີ່ບ້ານຂອງຊູເຮອີກ ເພື່ອໄປເປີດເບິ່ງເວັບໄຊດ໌ໂຕບັນຫານັ້ນ

ມື້ນີ້ຮູ້ສຶກວ່າຟ້າຈະມືດໄວກ່ວາປົກກະຕິ ຫຼືວ່າຝົນກຳລັງຈະຕົກ.

 

ຂ້ອຍບອກໃຫ້ຊູເຮເປີດເວັບ funny dead duck ຂຶ້ນມາ ເທື່ອນີ້ເຂົ້າໄປຫນ້າເກມເລີຍ ແລ້ວລັອກອິນ

ເຂົ້າໃນຊື່ ຣຽວເຮ ເຊິ່ງເປັນຊື່ທີ່ຊູເຮສະຫມັກໄວ້ ກ່ອນຈະະເຂົ້າໄປໃນເກມ Perfect crime ທີ່ເທື່ອກ່ອນຂ້ອຍຫຼິ້ນຄ້າງໄວ້

 

ຍິນດີຕ້ອນຮັບເຂົ້າສູ່ການຫຼິ້ນ Perfect crime ຂໍໃຫ້ທ່ານເຂົ້າໃຈວ່າ ເກມນີ້ເປັນເກມ

ມໍລະນະຂອງແທ້ ຫາກທ່ານໃດບໍ່ປະສົງທີ່ຈະຕາຍ ກະລຸນາອອກຈາກເກມໄປ ຂໍຢ້ຳ ວ່າມັນແມ່ນ

ຄວາມຈິງ!

 

ເປີດມາກໍເຈິຄຳຂູ່ຂອງເກມນີ້ອີກແລ້ວ ຂ້ອຍບໍ່ສົນໃຈແລ້ວບອກໃຫ້ຊູເຮລັອກອິນເຂົ້າເກມນັ້ນ

ໄປເລີຍ , ດຽວພວກເຮົາກໍຈະໄດ້ເຫັນໃນສິ່ງທີ່ໂມໂມ ແລະ ທະນາຍວາກະເຫັນແລ້ວ ຊ້ອຍເຊື່ອ ວ່າເກມນີ້

ມັນແມ່ນປິດສະຫນາທີ່ພວກເຮົາກຳລັງຄົ້ນຫາຢູ່

 

ແຕ່ແລ້ວຫນ້າຈໍກໍຂຶ້ນມາວ່າ

 

password denied ສຳລັບສະມາຊິກພິເສດເທົ່ານັ້ນ

 

"ອ້າວ! ເປັນສະມາຊິກແລ້ວ ຍັງຕ້ອງເປັນສະມາຊິກພິເສດອີກຫວະ!"

ຊູເຮຈົ່ມອອກມາຢ່າງເຊັງໆ ຂ້ອຍກໍເຊັງຕາມ ລຸ້ນເກືອບຕາຍ ສຸດທ້າຍກໍເຂົ້າບໍ່ໄດ້

 

"ຂ້ອຍຈະລອງສົ່ງອີເມວຫາເວັບມາສເຕີ້ຂໍເປັນສະມາຊິກພິເສດເບິ່ງ"

ຊູເຮເວົ້າແລ້ວກໍພິມຂໍ້ຄວາມຫາເວັບມາສເຕີ້, ສົງໄສມັນຈະເປັນລະບົບອັດຕະໂນມັດ ເພາະມີເມວ

ຕອບກັບມາທັນທີ

 

ຊູເຮຟ້າວເປີດເມວນັ້ນຂຶ້ນມາ ແຕ່ບໍ່ມີຂໍ້ຄວາມຫຍັງ ນອກຈາກລິ້ງທີ່ແນບມາ

ເມື່ອຊູເຮຄລິກເຂົ້າໄປ ກໍມີຫນ້າແປກໆຂຶ້ນມາ

ມັນເປັນພື້ນສີດຳ ແຕ່ມີໂຕຫນັງສືສີແດງ ຂຽນໄວ້ວ່າ

 

ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ

ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ

ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ

ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ

ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ ຕາຍ

 

ຊູເຮຟ້າວປິດຫນ້ານັ້ນທັນທີ ແຕ່ປິດໄປເທື່ອຫນຶ່ງ ມັນແຮ່ງເດັ້ງຂຶ້ນມາເປັນຮ້ອຍໆເທື່ອ

ຂຶ້ນມາຈົນເຕັມຫນ້າຈໍ ຄ້າຍໆກັບຖືກໄວຣັສ ແລ້ວຄອມຂອງຊູເຮກໍຮ້ອງ ວີ້ດດດດດດດດດດດດດດດ

ຂຶ້ນມາຢ່າງໂຫຍຫວນ, ເມື່ອບໍ່ມີວິທີປິດ ຊູເຮເລີຍຖອດປັກສຽບອອກເລີຍ

 

ບໍ່ພຽງແຕ່ໄຟຫນ້າຈໍຄອມເທົ່ານັ້ນ ທີ່ດັບ ໄຟຫມົດບ້ານກໍດັບໄປພ້ອມໆກັນ

 

ວີ້ດດດດດດດດດດດດດດດດດດດດ...ສຽງຄອມຂອງຊູເຮຍັງຮ້ອງຂຶ້ນເບົາໆ

 

"ເກີດຫຍັງຂຶ້ນນິ ເປັນຫຍັງໄຟຄືດັບ?" ຂ້ອຍເວົ້າຜ່ານຄວາມມືດອອກໄປ

 

""ຢ້ານຫວາ?" ຊູເຮຖາມສຽງແປກໆ ແຕ່ຕອນນີ້ຂ້ອຍບໍ່ເຫັນຫນ້າລາວດອກ

ຂ້ອຍຢ້ານ ແລະ ຢູ່ດີໆອາກາດຂອງຫ້ອງກໍເຢັນລົງຢ່າງບໍ່ມີສາເຫດ ຂ້ອຍຫນາວຈົນໂຕສັ່ນ

ຊູເຮເລີຍກອດຂ້ອຍໄວ້ຫຼົມໆ

 

"ໂທຄິໂກະ...ກ່ອນຫນ້າທີ່ໄຟຫນ້າຈໍຄອມຈະດັບລົງຂ້ອຍເຫັນ....." ສຽງຊູເຮຫາຍໄປໃນລຳຄໍ

ຂ້ອຍບໍ່ຢາກໃຫ້ລາວເວົ້າຕໍ່ ເດົາວ່າຕ້ອງແມ່ນເລື່ອງເປັນຕາຢ້ານແຫຼະ ເພາະມືຂອງລາວເຢັນຫຼາຍ

 

"ຂ້ອຍເຫັນພາບ ຕອນທີ່ໂມໂມຍິ້ມໃຫ້ຂ້ອຍກ່ອນຕາຍ...."

 

"..........................................."

 

"..............................................."

 

"ໂມໂມລາວຍິ້ມແນວໃດ?" ຂ້ອຍຖາມແບບຢ້ານໆ

 

ຊູເຮມິດໄປບຶດຫນຶ່ງ ກ່ອນຈະຕອບ

 

"ລາວຍິ້ມຢ່າງເຢັນຢະເຢືອກທີ່ສຸດ ເທົ່າທີ່ເຄີຍເຫັນມາ ມັນເປັນຮອຍຍິ້ມທີ່ແປກປະຫຼາດ

ຄືກັບວ່າປາກລາວຍິ້ມ ແຕ່ຕາບໍ່ຍິ້ມ ໃບຫນ້າລາວຂາວຈືດ ຜົມຂອງລາວຖືກລົມພັດຂຶ້ນເທິງ

ສ່ວນທາງຫນ້າແນບຕິດກັບໃບຫນ້າຄືກັບຫົວລອຍໄດ້ ຕົນໂຕຂອງລາວຫັນຂ້າງ ແຕ່ຫນ້າພັດບິດມາ

ທາງຂ້ອຍ ຕອນນີ້ຂ້ອຍພໍຈະເດົາອອກແລ້ວ ວ່າລາວເວົ້າຫຍັງອອກມາ ກ່ອນຈະຖືກລົດຂ້ອຍຕຳ"

 

ເມື່ອຕາຂ້ອຍເລີ່ມຊິນກັບຄວາມມືດ ຂ້ອຍຈຶ່ງແນມເຫັນຫນ້າຂອງຂູເຮ ທີ່ເຕັມໄປດ້ວຍ

ຄວາມຢ້ານ

 

"ລາວເວົ້າວ່າ......ໂຣກຕິດຕໍ່ຂອງຄວາມຕາຍ......"

 

ຄວາມງຽບເຂົ້າມາປົກຄຸມອີກ

ຕອນນີ້ຂ້ອຍຢ້ານ ຢ້ານຈົນຢາກແລ່ນຫນີໄປໃຫ້ໄກ ແຕ່ແລ້ວ ໄຟກໍຮຸ່ງຂຶ້ນມາ.

 

ຊູເຮເປີດຄອມອີກຄັ້ງ ແລະ ກໍພົບເຫັນໄຟລ໌ແປກໆຢູ່ໃນຄອມ ມັນເປັນ icon ມະນຸດຂໍຂາດອອກຈາກບ່າ

ແລ້ວເລືອດນອງພື້ນ. ແຕ່ຕອນນີ້ ສະພາບຈິດໃຈຂອງຂ້ອຍກັບຊູເຮບໍ່ປົກກະຕິດີແລ້ວ

ເພາະເລື່ອງທີ່ລາວເລົ່າຫັ້ນລະ ຂ້ອຍເລີຍຂໍກັບບ້ານກ່ອນ ມື້ອື່ນຈຶ່ງມາເປີດໄຟລ໌ນັ້ນເບິ່ງ

ພ້ອມກກັນ

 

-----------------------------------------------

ຂໍໂທດທີ່ລົງຊ້າ ບໍ່ມີຄຳແກ້ໂຕ

ລອງປັບໂຕຫນັງສືໃຫ້ມັນໃຫຍ່ຂຶ້ນ ເພື່ອວ່າຈະໄດ້ອ່ານສະບາຍ

ແຕ່ມັນຈະຄືວ່າຫຼາຍຂຶ້ນເນາະ

 

ຢາກຮູ້ວ່າໃນໄຟລ໌ນັ້ນມີຫຍັງຕ້ອງ.....

 

(ຕິດຕາມຕອນຕໍ່ໄປ)

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ນີ້ແມ່ນລິ້ງຂອງຕອນນກ່ອນຫນ້ານີ້ເດີ້

http://punlao.com/XuXiujing/diary/13801/

-------------------------------------------------

 

ບົດທີ່3: Perfect crime

 

ຂ້ອຍກັບຊູເຮຟ້າວຄລິກໄປທີ່ຫ້ອງແຊັດ ເພື່ອຖາມເບິ່ງ ວ່າແມ່ນໃຜກັນແທ້ ທີ່ກຳລັງເອົາຊື່ momo ມາອອນໄລນ໌ຢູ່

 

chat room

Ryohei: ສະບາຍດີ

momo: ...........

Ryohei : ແມ່ນໃຜນິ? ໂມໂມບໍ?

momo: ໂຣກຕິດຕໍ່...

[momo has sign out this chat room]

 

"ອີ່ຫຍັງຫວະ!!" ຊູເຮຮ້ອງຂຶ້ນມາ, ລາວພະຍາຍາມພິມຂໍ້ຄວາມສົ່ງໄປຕື່ມ ແຕ່ບໍ່ມີໃຜຕອບກັບມາ

ຂ້ອຍກັບຊູເຮສົງໄສຢ່າງແຮງ ວ່າແມ່ນໃຜ ທີ່ແອບອ້າງເອົາ user ຂອງໂມໂມມາອອນໄລນ໌

 

ຊຸເຮເຂົ້າໄປກວດເບິ່ງຢູ່ທີ່ຫນ້າສະມາຊິກຂອງເວັບ ເພື່ອເບິ່ງວ່າມີຊື່ momo ຈັກຄົນ

ແຕ່ປາກົດວ່າ ຊື່ momo ມີແຕ່ຄົນດຽວ

 

ຕອນນີ້ພວກເຮົາທັງສອງພາກັນຂົນລຸກໄປຫມົດແລ້ວ

ດ້ວຍຄວາມຢາກຮູ້ ຂ້ອຍເລີຍໂທໄປທີ່ບ້ານຂອງໂມໂມ

 

"ຮາໂຫຼ, ນີ້ແມ່ນແມ່ຂອງໂມໂມຫວາ, ຂໍຖາມແນ່ ຢູ່ຫັ້ນມີໃຜກຳລັງໃຊ້ອິນເຕີເນັດຢູ່ບໍ່?"

 

"ບໍ່, ບໍ່ມີ... ໂທຄິໂກະແມ່ນບໍ່ນິ?" ແມ່ຂອງໂມໂມຖາມຂຶ້ນ

 

ຂ້ອຍເລົ່າເລື່ອງຂອງ funny dead duck  ໃຫ້ແມ່ຂອງໂມໂມຟັງຈົນຫມົດ, ລວມເຖິງຄົນທີ່ອອນໄລນ໌ໂດຍໃຊ້ຊື່ momo ນັ້ນ

ແລ້ວກໍວາງສາຍໄປ

 

"ເຈົ້າຄິດວ່າມີໃຜແດ່ ທີ່ພໍຈະຮູ້ລະຫັດຂອງໂມໂມ?" ຊູເຮຖາມ

 

"ໂມໂມເອງ ເຈົ້າຂອງເວັບ ແຮັກເກີ້ ຄົນທີ່ໂມໂມບອກ..." ຂ້ອຍເວົ້າໄປເລື້ອຍໆ

 

"ຂ້ອຍວ່າຍັງມີອີກຄົນຫນຶ່ງ...ຄົນທີ່ອ່ານຄວາມລັບຂອງໂມໂມ"

 

"ທະນາຍວາກະ!!"

 

"ແມ່ນແລ້ວ, ລາວມີໄດອາຣີ່ຂອງໂມໂມ ເຊິ່ງໂມໂມອາດຈະຂຽນບອກລະຫັັດໄວ້ ແລະທີ່ສຳຄັນ ລາວຮູ້ເລື່ອງເວັບໄຊດ໌ນີ້"

 

"ແມ່ໂມໂມກະຫາຮູ້ເລື່ອງເວັບນີ້ວ່າງກີ້ ເພາະຂ້ອຍຫາກໍບອກ...ຕ້ອງແມ່ນທະນາຍວາກະຄົນນັ້ນແນ່ນອນ ລາວແຮ່ງ

ສະຫຼາດໆ ແລະມັກສອດແດ່" ພໍຄິດວ່າເປັນທະນາຍວາກະກໍຮູ້ສຶກໂລ່ງໃຈຂຶ້ນມາ ຢ່າງນ້ອຍຄົນທີ່ຫຼິ້ນກໍບໍ່ແມ່ນ

ໂມໂມກໍແລ້ວກັນ.

 

ເພື່ອຄວາມແນ່ໃຈ ຂ້ອຍເລີຍໂທໄປຂໍເບີທະນາຍວາກະກັບແມ່ໂມໂມ , ໄດ້ເບີມາປຸ໊ບ ຂ້ອຍກໍໂທຫາທະນາຍວາກະທັນທີ

 

ຕູ໊ດດດດດດດດດດດ-------ຕູ໊ດດດດດດດດດດ

 

"ສາຍວ່າງ ແຕ່ບໍ່ມີຄົນຮັບ" ຂ້ອຍບອກ

 

"ລາວກຳລັງຫຍຸ້ງກັບເນັດຢູ່ຕິເບາະ"ຊູເຮເດົາ, ແລ້ວມືຖືຊູເຮກໍດັງຂຶ້ນ

 

(ຮາໂຫຼ ຊູເຮຫວາ?) ສົງໄສຈະແມ່ນຫມູ່ເພິ່ນຫັ່ນລະ

 

(ຊ່ວງນີ້ຫາຍຫນ້າຫາຍຕາໄປໃສຫວາ ໄດ້ຂ່າວວ່າກຳລັງກິກກັບໂທຄິໂກະຢູ່ຫວາ ຮ່າໆໆໆໆ)

ຫມູ່ຂອງຊູເຮເວົ້າແຮງຈົນດັງອອກມາ, ສົງໄສຊູເຮຈະເຂີນເລີຍຢ່າງອອກໄປລົມຢູ່ນອກຫ້ອງ

 

ລະຫວ່າງທີ່ຊູເຮກຳລັງລົມກັບຫມູ່ລາວ ຂ້ອຍເລີຍລອງເຂົ້າໄປເບິ່ງໃນເວັບ ວ່າມີເກມຫຍັງແດ່ທີ່ເປັນສະມາຊິກເທົ່ານັ້ນ

ຈຶ່ງຈະຫຼິ້ນໄດ້

 

- ເຂົາວົງກົດມໍລະນະ ແມ່ນເກມທີ່ຈະຕ້ອງເຂົ້າໄປໃນເຂົາວົງກົດ ແລ້ວຂ້າຄູ່ຕໍ່ສູ້ໃຫ້ຕາຍຫມົດ ແລ້ວຫາທາງ

ອອກຈາກເຂົາວົງກົດນັ້ນມາໃຫ້ໄດ້ພາຍໃນເວລາທີ່ກຳນົດ

- ເກມbasketball ຟັງເບິ່ງເປັນເກມບາສທຳມະດາ ແຕ່ວ່າຫມາກບານມັນເປັນຫົວຄົນ

- ພູເຂົາຜີສາດ ແມ່ນເກມທີ່ຜູ້ຫຼິ້ນຕ້ອງເປັນຍົມມະທູດ ໄລ່ລ້າວິນຍານທີ່ເລ້ລ້ອນໄປຂັງໄວທີ່ພູເຂົາຜີສາດ

ແຕ່ຕ້ອງລະວັງຢ່າໃຫ້ຖືກວິນຍານຂ້າ ແລະເມື່ອຄົບກຳນົດຈະໄດ້ກິນວິນຍານເຫຼົ່ານັ້ນເພີ່ມພະລົງ

- ເກມ perfect crime ບໍ່ມີຄຳອະທິບາຍ

 

ດ້ວຍຄວາມຢາກຮູ້ ຂ້ອຍເລີຍລອງກົດເຂົ້າໄປຫຼິ້ນເບິ່ງ ແຕ່ມັນບອກໃຫ້ໃສ່ລະຫັດອີກຄັ້ງ

ເພາະຂ້ອຍບໍ່ຮູ້ລະຫັດຂອງຊູເຮເລີຍບໍ່ໄດ້ຫຼິ້ນຊ້ຳ

 

"ໂທຄິໂກະ ຫຼັງຈາກນີ້ແລ້ວວ່າງບໍ່? ຟ້າວກັບບ້ານບໍ່?" ຊູເຮເຂົ້າມາໃນຫ້ອງແລ້ວຖາມຂຶ້ນ

 

"ກະວ່າງຢູ່, ບໍ່ໄດ້ຟ້າວກັບດອກ, ມີຫຍັງບໍ່?"

 

"ແຫະໆ ພໍດີຫມູ່ຂ້ອຍຊວນໄປກິນເບຍທີ່ຮ້ານ  Tripleແ ນະ ໄປນຳກັນບໍ່?"

 

Triple ແມ່ນຮ້ານອາຫານທີ່ຄ່າອາຫານໂຄດແພງເລີຍ ແຕ່ກໍບໍ່ຮູ້ເປັນຫຍັງໄວລຸ້ນຈຶ່ງມັກໄປກິນເບຍຢູ່ຮ້ານນີ້

ຂ້ອຍກຳລັງຈະປະຕິເສດວ່າບໍ່(ບໍ່ມີເງິນ) ແຕ່ຊູເຮກໍລາກຂ້ອຍຂຶ້ນລົດກ່ອນແລ້ວ

 

ໄປກໍດີຄືກັນ ເພາະຮູ້ສຶກວ່າຕັ້ງແຕ່ໂມໂມຕາຍ ຂ້ອຍຈະຫມອງລົງໄປເລື້ອຍໆ  ອອກໄປຜ່ອນຄາຍຫນ້ອຍຫນຶ່ງຄືຊິສົດຊື່ນ

ຂຶ້ນມາແດ່

 

ຊູເຮພາຂ້ອຍໄປແນະນຳໂຕກັບຫມູ່ຂອງລາວ, ຫມູ່ລາວກໍມີແຊວໆເລື່ອງຂ້ອຍກັບຊູເຮຫນ້ອຍຫນຶ່ງ

ຊູເຮກັບຂ້ອຍຕ່າງກໍຫນ້າແດງໄປຕາມໆກັນ

 

ຂ້ອຍນັ່ງຢູ່ຟາກແຈຫນຶ່ງຕ່າງຫາກແລ້ວກິນນັ້ນກິນນີ້ຄົນດຽວ ເພາະວ່າບໍ່ລຶ້ງໃຜກໍເລີຍບໍ່ໄດ້ລົມກັບໃຜ

ສ່ວນຊູເຮແມ່ນນັ່ງກິນເບຍແລ້ວຝອຍກັບຫມູ່ລູກດຽວ, ພໍຫມູ່ລາວເລີ່ມເມົາ ລາວຈຶ່ງປິ່ນມາຫາຂ້ອຍ

 

"ໂທຄິໂກະບໍ່ກິນເບຍຫວາ?"

 

"ບໍ່ກິນ, ຂ້ອຍວ່າພວກເຈົ້າເຊົາກິນເທາະ ເມົາຫຼາຍແລ້ວ ດຽວຊິພາກັນກັບບໍ່ໄດ້"

 

ຊູເຮເຫັນດີນຳເລີຍເອິ້ນບັນດາຫມູ່ໆຂອງລາວໃຫ້ໄດ້ສະຕິແລ້ວແຈກຢາຍກັນກັບບ້ານ

 

ເມື່ອມາຮອດຫນ້າບ້ານຂ້ອຍ ລາວກໍລົງມາສົ່ງຂ້ອຍຄືເທື່ອກ່ອນ

 

"ຢ່າສຸໄຫ້ເດີ້ ຂ້ອຍເປັນຫ່ວງ...ຫຼາຍກ່ວາມື້ວານອີກ"

ຊູເຮລູບຫົວຂ້ອຍເບົາໆແລ້ວຂຶ້ນລົດໄປ.

 

ເມື່ອເຂົ້າມາໃນບ້ານ ຂ້ອຍກໍຄິດຮອດໂມໂມອີກແລ້ວ, ເພາະວ່າໂມໂມມັກມາຫຼິ້ນບ້ານຂ້ອຍປະຈຳ

ສະນັ້ນ ບໍ່ວ່າຈະຫຼຽວໄປທາງໃດກໍຄິດເຫັນແຕ່ພາບຂອງໂມໂມ

 

ອະ! ນຶກເຖິງໂມໂມກໍນຶກເຖິງຄົນທີ່ໃຊ້ຊື່ໂມໂມອອນໄລນ໌ເມື່ອຫົວແລງນີ້

ທະນາຍວາກະ!! ຂ້ອຍໂທໄປປຫາທະນາຍວາກະອີກຄັ້ງ

 

ຕູ໊ດດດດດດດດດດດດດ------------ຕູ໊ດດດດດດດດດດດດດ

 

ສາຍວ່າງ ແຕ່ວ່າບໍ່ມີຄົນຮັບອີກແລ້ວ

 

ແລະແລ້ວຄືນນັ້ນ ຂ້ອຍກໍຝັນເຫັນໂມໂມອີກ

 

"ໂທຄິໂກະ  ມັນເປັນໂຣກຕິດຕໍ່ ເຊົາໄດ້ແລ້ວ" ໂມໂມເວົ້າ

 

"ແມ່ນຫຍັງ?"

 

"ໂຣກຕິດຕໍ່ນະ..."

 

"ເຮ້! ໂມໂມ ມື້ນີ້ມີຄົນໃຊ້ຊື່ໂຕອອນໄລນ໌ແຫຼະ "

 

"ມັນເປັນໂຣກຕິດຕໍ່ຂອງຄວາມຕາຍ"

 

ໂມໂມບໍ່ຟັງຂ້ອຍເລີຍ. ເວົ້າຈົບໂມໂມກໍໂດດຕຶກລົງໄປອີກ, ຂ້ອຍແລ່ນໄປຈະດຶງໂມໂມໄວ້ ແຕ່ບໍ່ທັນ.

ຂ້ອນສະດຸ້ງຕື່ນຂຶ້ນມາ, ຝັນອີກແລ້ວ ຂ້ອຍຝັນເຫັນຫມູ່ຕາຍມາສອງຄືນຕິດໆກັນ

 

ຢູ່ດີໆສຽງມືຖືຂ້ອຍກໍດັງຂຶ້ນ ມັນຂຶ້ນຊື່ວ່າທະນາຍວາກະ, ຂ້ອຍດີໃຈທີ່ລາວຕິດຕໍ່ກັບມາ

 

(ຮາໂຫຼ ແມ່ນໃຜນິ)

"ຂ້ອຍແມ່ນໂທຄິໂກະ ຈື່ໄດ້ບໍ່ ທີ່ເຈົ້າມາສອບສວນເລື່ອງຂອງໂມໂມຫັ້ນເດະ ຄືວ່າ..."

ເວົ້າຍັງບໍ່ຫມົດ ຝ່າຍນັ້ນກໍເວົ້າຂຶ້ນກ່ອນ

(ໂທດເດີ້ ທະນາຍວາກະໄດ້ເສຍຊີວິດແລ້ວ ເມື່ອຫົວຄ່ຳວານນີ້ ພວກເຮົາສັນນິຖານວ່າເປັນການຂ້າໂຕຕາຍ

ແຕ່ຍັງບໍ່ພົບແຮງຈູງໃຈໃນການຕາຍ ແລະເຈົ້າກໍເປັນຄົນສຸດທ້າຍ ທີ່ພະຍາຍາມຕິດຕໍ່ຫາລາວ

ດັ່ງນັ້ນ ພວກເຮົາຂໍສອບປາກຄຳເຈົ້າແດ່ເດີ້ ດຽວຊິໂທນັດຕາມຫຼັງອີກ"

 

"ໂດຍ..."

 

ຫົວໃຈຂ້ອຍຕົກວູບລົງກັບພື້ນ

ມັນເກີດຫຍັງຂຶ້ນ

ມັນແມ່ນຫຍັງ

ຫຼືມັນຈະເປັນ

ໂຣກຕິດຕໍ່ຂອງຄວາມຕາຍ...

 

ຂ້ອຍວ່າການຕາຍຂອງທະນາຍວາກະ ມັນມີບາງສິ່ງບາງຢ່າງຄ້າຍຄືກັບການຕາຍຂອງໂມໂມ

ທະນາຍວາກະກຳລັງສືບເລື່ອງຂອງໂມໂມ ສະນັ້ນ ເປັນໄປບໍ່ໄດ້ທີ່ລາວຈະຂ້າໂຕຕາຍຕອນນີ້

 

ລາວຂ້າໂຕຕາຍແບບບໍ່ມີເຫດຈູງໃຈຫຍັງຄືກັນກັບໂມໂມ

 

ລາວຫຼິ້ນ funny dead duck ຄືກັນກັບໂມໂມ

 

ແລ້ວຈຸດເຊື່ອມຕໍ່ການຕາຍຂອງທັງສອງຄົນນັ້ນກໍຄືເວັບໄຊດ໌ດັ່ງກ່າວ

ແຕ່ຄິດໄປຄິດມາ ໍຫຼືວ່າສອງຄົນຈະຖືກຂ້າໂດຍຄົນໆດຽວກັນ ແຕ່ວ່າມັນສົມບູນແບບເກີນໄປ

ມັນບໍ່ມີຫຼັກຖານຫຍັງຫຼົງເຫຼືອໄວ້ເລີຍ ແຖມຜູ້ຂ້າຍັງສາມາດດຳເນີນການໄດ້ຢ່າງວ່ອງໄວ

 

ຂ້ອຍລອງໂທເຂົ້າໄປທີ່ເບີຂອງທະນາຍວາກະອີກເທື່ອຫນຶ່ງ

 

"ໂທດເດີ້ ນີ້ແມ່ນເບີຂອງທະນາຍວາກະແມ່ນບໍ່?"

 

"ແມ່ນແລ້ວ, ແຕ່ຕອນນີ້ທະນາຍວາກໄດ້ເສຍຊີວິດໄປແລ້ວ"

 

"ເລື່ອງນັ້ນຂ້ອຍຮູ້ແລ້ວ, ຢາກຮູ້ວ່າລາວເປັນຫຍັງຕາຍ?"

 

"ລາວກິນຢານອນຫຼັບເກີນຂະຫນາດ"

 

"ແລ້ວລາວເສຍຊີວິດຢູ່ໃສ? ຕອນຈັກໂມງ?"

 

"ປະມານ 7ໂມງແລງ ຢູ່ທີ່ຫ້ອງເຮັດວຽກຂອງລາວນີ້ແຫຼະ"

ຕອນ 7ໂມງຂ້ອຍຍັງຢູ່ກັບຊູເຮ

 

"ຂໍຖາມອີກຢ່າງເດີ່ ຕອນນີ້ເຈົ້າຢູ່ທີ່ຫ້ອງເຮັດວຽກຂອງທະນາຍວາກບໍ່?"

 

"ແມ່ນແລ້ວ"

 

"ລາວໄດ້ເປີດຄອມພິວເຕີໄວ້ບໍ່?"

 

"ອືມ ເປີດຢູ່"

 

"ຊ່ວຍກວດເບິ່ງໃຫ້ແດ່ ວ່າລາວໄດ້ເຂົ້າເວັບ funny dead duck  ບໍ່?"

 

"ໄດ້ໆ ຖ້າບຶດຫນຶ່ງເດີ້......ລາວໄດ້ເຂົ້າເວັບນັ້ນອີ່ຫຼີ, ຢາກຮູ້ວ່າເຈົ້າຖາມເລື່ອງນີ້ໄປເຮັດຫຍັງ?"

 

"ຂ້ອຍກໍບໍ່ແນ່ໃຈຄືກັນ ເມື່ອຕອນຫົວຄ່ຳຂ້ອຍໄດ້ລົມກັບລາວທາງເວັບນັ້ນແຫຼະ ແຕ່ລາວບໍ່ຕອບຫຍັງເລີຍ

ແລະລາວຍັງຫຼິ້ນໂດຍໃຊ້ຊື່ຄົນອື່ນ"

 

ຕຳຫຼວດງົງໆ ກັບເລື່ອງທີ່ຂ້ອຍເລົ່າ ລາວເລີຍນັດໃຫ້ຂ້ອຍອອກໄປຫາຕອນນີ້ເລີຍ

 

ກ່ອນຈະອອກໄປ ຂ້ອຍໄດ້ໂທໄປເລົ່າເລື່ອງການຕາຍຂອງທະນາຍວາກະໃຫ້ແມ່ໂມໂມຟັງ

ແຕ່ກ່ອນຈະວາງສາຍຂ້ອຍກໍນຶກໄດ້ວ່າໄດອາຣີ່ຂອງໂມໂມຢູ່ກັບທະນາຍວາກະ ຂ້ອຍຢາກອ່ານມັນໃຫ້ລະອຽດຕື່ມ ເພາະສັງຫອນໃຈວ່າ

ໄດອາຣີ່ເຫຼັ້ມນັ້ນມັນຕ້ອງກຳຄວາມລັບໄວ້ແນ່ນອນ, ຂ້ອຍຈຶ່ງຂໍຮ້ອງໃຫ້ແມ່ໂມໂມ ໄປເອົາໄດອາຣີ່ນັ້ນກັບຕຳຫຼວດມາໃຫ້ຂ້ອຍ

ຂ້ອຍຈຶ່ງຊວນແມ່ຂອງໂມໂມ ໄປທີ່ບ້ານຂອງທະນາຍວາກະນຳກັນ

 

ຂ້ອຍໂຕນຮຽນຄາບເຊົ້າ

 

ທີ່ບ້ານຂອງທະນາຍວາກະ ຍັງມີຕຳຫຼວດແລະພວກພີ່ນ້ອງຢູ່ຈຳນວນຫນຶ່ງ ແຕ່ສົບຂອງທະນາຍວາກະໄດ້ຖືກສົ່ງໄປໂຮງ

ຫມໍແລ້ວ ແຕ່ກໍບໍ່ທັນ ເພາະລາວຂາດໃຈຕາຍກ່ອນ

 

ຂ້ອຍໄປຫາຕຳຫຼວດຜູ້ທີ່ຮັບໂທລະສັບຂອງທະນາຍວາກະມື້ວານນີ້

ຕຳຫຼວດຄົນນັ້ນພະຍາຍາມຊັກໄຊ້ເລື່ອງຕ່າງໆ, ຂ້ອຍເລີຍເລົ່າເລື່ອງທຸກຢ່າງໃຫ້ລາວຟັງ

ພ້ອມທັງແມ່ຂອງໂມໂມກໍຢູ່ນຳ.

 

ຕຳຫຼວດເຮັດຫນ້າງົງໆ ແລະ ຖາມເລື່ອງນີ້ເລື່ອງນັ້ນຕໍ່, ຖາມໄປຖາມມາ ສຸດທ້າຍກໍໄປຊອດເລື່ອງການຕາຍຂອງໂມໂມ

ເມື່ອຖືກຖາມຫຼາຍ ຂ້ອຍກັບແມ່ຂອງໂມໂມເລີຍໄຫ້ອອກມາພ້ອມກັນ

 

ແລ້ວກໍສຳເລັດ, ແມ່ໂມໂມເອົາໄດອາຣີ່ຄືນມາໄດ້ ແລະ ກະວ່າຊິເອົາໃຫ້ຂ້ອຍເລີຍ

ແຕ່ຂ້ອຍເກງໃຈ ເລີຍເອົາໄປກັອບປີ້ ແລ້ວຄືນໄດອາຣີ່ໄປໃຫ້ແມ່ໂມໂມເກັບໄວ້ແທນ

 

- ໃນຫ້ອງຮຽນ -

 

"ເຈົ້ານອນບໍ່ຫຼັບແມ່ນບໍ່? ເຈົ້າໄຫ້ຫວາ?" ພໍແຕ່ມານັ່ງ ຊູເຮກໍຖາມຂຶ້ນທັນທີ

 

" ອືມ ມັນກໍບໍ່ແປກດອກ ຖ້າຂ້ອຍຈະໄຫ້ ຫຼື ນອນບໍ່ຫຼັບ"

 

"ອື້ມ ຂ້ອຍເຂົ້າໃຈ ແຕ່ເປັນໄປໄດ້ ຂ້ອຍຢາກໃຫ້ເຈົ້າກັບມາສົດໃສຄືເກົ່າໄວໆ"

ຊູເຮເວົ້າແລ້ວກັບໄປຟັງອະຈານອະທິບາຍບົດຮຽນ

 

ທີ່ຈິງຕັ້ງແຕ່ໂມໂມຕາຍ ຂ້ອຍກໍບໍ່ໄດ້ຕັ້ງໃຈຮຽນເລີຍ

ຕອນນີ້ຂ້ອຍກຳລັງແນມເບິ່ງຫນ້າຊູເຮ ຄິດຢູ່ວ່າຕອນນີ້ພວກເຮົາລົງເຮືອລຳດຽວກັນແລ້ວ

 

ຂ້ອຍຕັດສິນໃຈສົ່ງເຈ້ຍນ້ອຍໃຫ້ລາວ

 

-ຊູເຮ...ທະນາຍວາກະຕາຍແລ້ວມື້ວານຕອນຫົວຄ່ຳ, ມື້ເຊົ້າຂ້ອຍໄປບ້ານລາວມາ ພົບວ່າລາວໄດ້ຫຼິ້ນ

ເວັບນັ້ນ ແຕ່ຍັງບໍ່ແນ່ໃຈວ່າລາວເປັນຄົນໃຊ້ຊື່ໂມໂມບໍ່. ແລະຕອນນີ້ຂ້ອຍກັອບປີ້ໄດອາຣີ່ຂອງໂມໂມມາແລ້ວ

ຂ້ອຍວ່າໄດອາຣີ່ເຫຼັ້ມ ຕ້ອງມີຫຍັງບໍ່ທຳມະດາແນ່ນອນ-

 

----------------------------------------

 

ຂໍອະໄພ ອາດມີບາງຄຳທີ່ພິມຜິດ ແຕ່ມັນຟ້າວບໍ່ໄດ້ກວດຄືນ  ເພາະພິມຕອນເດິກ ແຫະໆ

 

ຢາກຮູ້ວ່າໄດອາຣີ່ເຫຼັ້ມນັ້ນມີຫຍັງຕ້ອງ....

 

(ຕິດຕາມຕອນຕໍ່ໄປ)

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 29, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ນີ້ແມ່ນລິ້ງຂອງງຕອນກ່ອນຫນ້ານີ້ ຖ້າຍັງບໍ່ທັນໄດ້ອ່ານ ກົດເຂົ້າໄປອ່ານໄດ້ເລີຍ

http://punlao.com/XuXiujing/diary/13770/

 

-----------------------------------------------------------

 

--ບົດທີ່2: Funny Dead Duck--

 

 

Funny dead duck ເປັນຊື່ຂອງເວັບໄຊດ໌ຫນຶ່ງ ທີ່ຂ້ອຍເຄີຍຫຼົງເຂົ້າໄປຫຼິ້ນກັບໂມໂມ

ຂ້ອຍຕົກໃຈແຮງທີ່ຊູເຮກໍເວົ້າຊື່ເວັບໄຊດ໌ນີ້ຂຶ້ນມາພ້ອມຂ້ອຍ

 

"ເຈົ້າເວົ້າເຖິງຊື່ຂອງເວັບໄຊດ໌ແມ່ນບໍ່? ເຈົ້າເຄີຍເຂົ້າໄປຫຼິ້ນເວັບນີ້ຫວາ?"

ຊູເຮ ລາວກໍຕົກໃຈຄືກັນ ທີ່ຂ້ອຍເວົ້າຊື່ນີ້ອອກມາ

 

"ຂ້ອຍເຄີຍເຂົ້າໄປຫຼິ້ນ...ອໍ້! ແມ່ນແລ້ວ ຂ້ອຍເຄີຍລົມເລື່ອງນີ້ກັບໂມໂມ ພວກຂ້ອຍລົມກັນເລື່ອງນີ້ແຫຼະ

ກ່ອນທີ່ໂມໂມຈະເວົ້າປະໂຫຍກນັ້ນອອກມາ"

 

ຂ້ອຍພໍຈະຄິດອອກ ເລື່ອງຂອງເວັບນີ້ ມັນເປັນເວັບທີ່ມີເນື້ອຫາກ່ຽວກັບຕາຍ ຕາຍ ຕາຍ ເບິ່ງແລ້ວຮູ້ສຶກໃຈບໍ່ດີ

ໃນຕອນນັ້ນ ເລີຍບອກໃຫ້ໂມໂມປິດໄປ

 

"ຊູເຮ! ເຈົ້າຈື່ url ຂອງເວັບນີ້ໄດ້ບໍ່? ຂ້ອຍບໍ່ຈື່ແລ້ວນະ"

 

"ອືມ...ບໍ່ຄ່ອຍແນ່ໃຈ ມັນອາດຈະຍັງຢູ່ໃນ history ຂອງຄອມບ້ານຂ້ອຍ ເຈົ້າຊິໄປເບິ່ງບໍ່?"

ຮູ້ສຶກແປກໆຄືກັນ ທີ່ຢູ່ໆກໍເຂົ້າໄປບ້ານຂອງຫມູ່ຜູ້ຊາຍ ທີ່ບໍ່ສະຫນິດສະຫນົມກັນ

ແຕ່ວ່າຂ້ອຍຢາກຮູ້ເລື່ອງເວັບນັ້ນຫຼາຍກ່ວາ ເລີຍຕ້ອງໄປ

 

-ທີ່ບ້ານຂອງຊູເຮ-

ຊູເຮຍ່າງນຳຂ້ອຍເຂົ້າໄປໃນຫ້ອງນອນຂອງລາວ ແລ້ວເປີດຄອມ ຊອກຫາເວັບດັ່ງກ່າວໃນ history ແລ້ວກໍພົບ

 

Funny Dead Duck ພວກເຮົາຈະເຮັດໃຫ້ທ່ານ ມ່ວນຊື່ນກັບຄວາມຕາຍ

 

ໂອ້ຍ... ເປີດມາຫນ້າທຳອິດກໍມີຄຳເວົ້າບ້າໆນີ້ແລ້ວ ຖ້າເປັນປົກກະຕິຂ້ອຍປິດໄປດົນແລ້ວ

ແຕ່ຕອນນີ້ ມັນຄືມີຫຍັງຄາໃຈກ່ຽວກັບເວັບໄຊດ໌ນີ້ແຫຼະ

 

"ເອົາຈັ່ງໃດຕໍ່ ໂທຄິໂກະ" ຊູເຮປີ່ນມາຖາມຂ້ອຍ

 

"ລອງອ່ານເບິ່ງວ່າ ເວັບນີ້ມັນຂຽນກ່ຽວກັບຫຍັງແດ່"

 

ຂ້ອຍກັບຊູເຮ ເຂົ້າໄປທຸກຫນ້າຂອງເວັບ, ແຕ່ມັນບໍ່ມີຫຍັງເລີຍ ນອກຈາກ ການສອນວິທີຂ້າໂຕຕາຍໃນຮູບແບບຕ່າງໆ

ຫຼືບໍ່ກະວິທີຂ້າຄົນອື່ນໃຫ້ຕາຍ ຂ້ອຍນຶກດ່າເຈົ້າຂອງເວັບນີ້ໃນໃຈ ມັນຕ້ອງເປັນໂຣກປະສາດແນ່ນອນ

 

ຊູເຮກົດເຂົ້າລິ້ງຂໍ້ມູນຫຼາຍໆຫນ້າ ແຕ່ບໍ່ວ່າຈະເຂົ້າໄປຫນ້າໃດ ມັນກກະມີເນື້ອຫາອັນດຽວກັນຫມົດ

ມັນມີແຕ່ເລື່ອງຂອງການຕາຍ

 

"ເຈົ້າເຄີຍຫຼິ້ນເວັບນີ້ແທ້ຫວະ? ຄົນປົກກະຕິຢູ່ໃສເຂົາຫຼິ້ນກັນແດ່ຫວະ" ຂ້ອຍຖາມຊູເຮໃນທາງປະຊົດ ເພາະຂ້ອຍຮູ້ສຶກ

ບໍ່ມັກເວັບນີ້ອີ່ຫຼີ

 

"ປົກກະຕິຂ້ອຍເຫັນວ່າມັນເປັນເລື່ອງຕະລົກນະ ຫຼິ້ນໄປຊັ້ນແຫຼະ, ແຕ່ຕອນນີ້ມັນບໍ່ຕະລົກແລ້ວ

ເພາະມັນກາຍເປັນເລື່ອງໃກ້ໂຕແລ້ວ"

 

"ແລ້ວຕອນນັ້ນ ເຈົ້າລົມຫຍັງກັບໂມໂມກ່ຽວກັບເວັບນີ້?" ຂ້ອຍຖາມຂຶ້ນອີກ

 

"ກ່ຽວກັບເກມ, ພວກຂ້ອຍເວົ້າເຖິງເກມ Dead Duck(ບຸກຄົນທີ່ໃກ້ຈະຕາຍ) ຂອງເວັບນີ້ແຫຼະ"

 

"ມັນເປັນເກມແນວໃດ? ເປີດໃຫ້ຂ້ອຍເບິ່ງດຸ!!"

 

ເກມ Dead duck ມັນເປັນຄ້າຍໆກັບເກມແຟລດ, ກຣາຟຟິກກະໂອເຄຢູ່ ແຕ່ sound effect ນີ້ຕິ...ມັນເປັນຄືບົດສວດ

ອີ່ຫຍັງຈັກຢ່າງນີ້ແຫຼະ, ບໍ່ຮູ້ວ່າຍ້ອນມັນຄ່ຳແລ້ວ ຫຼືວ່າຍ້ອນເກມນີ້ ຢູ່ດີໆຂົນຫນາວຂ້ອຍກໍລຸກ

 

"ມັນແມ່ນເກມກ່ຽວກັບຫຍັງ?"

 

"ມັນເລືອກໄດ້ຫຼາຍໂຫມດນະ ສາມາດເລືອກເຂົ້າໄປຫຼິ້ນເກມ Shooting(ຍິງຫົວຄົນ) ຫຼືເກມວາງລະເບີດ ແລະອີກຫຼາຍໆເກມ

ເວັບມາສເຕີ້ບອກວ່າ ກຳລັງສ້າງເກມທີ່ສາມາດບັງຄັບຄື້ນສຶນາມິສາດໃສ່ຄົນໄດ້ຢູ່. ເອີ້!...ແຕ່ບາງເກມຕ້ອງສະຫມັກເປັນ

ສະມາຊິກກ່ອນ ຈຶ່ງຈະຫຼິ້ນໄດ້"

 

ເວົ້າຈົບຊູເຮກໍເປີດໄປທີ່ຫນ້າສະມາຊິກ ທີ່ຈະບອກວ່າ ຖ້າເປັນສະມາຊິກແລ້ວຈະສາມາດຫຼິ້ນຫຍັງໄດ້ເພີ່ມແດ່

ທີ່ຫນ້າຕົກໃຈກໍຄື ມີຊື່ momo ສະແດງຢູ່ໃນຫນ້າສະມາຊິກ

 

ຂ້ອຍກັບຊູເຮຕ່າງກໍຈ້ອງຫນ້າກັນດ້ວຍຄວາມຕົກໃຈ

 

"ລອງລັອກອິນໃນຊື່ຂອງ momo ເບິ່ງບໍ່?" ຊູເຮຖາມຂຶ້ນ ແລ້ວກະຖາມອີເມວຂອງໂມໂມກັບຂ້ອຍ ແຕ່ບັນຫາມັນແມ່ນຕ້ອງໃສ່

ລະຫັດໃນການລັອກອິນ

 

ພວກເຮົາລອງໃສ່ທຸກຢ່າງ ທີ່ຄິດວ່າຫນ້າຈະເປັນລະຫັດຂອງໂມໂມ ບໍ່ວ່າຈະເປັນຊື່ຂອງໂມໂມ, ຊື່ຂ້ອຍ, ຊື່ພໍ່, ຊື່ແມ່,

ຊື່ໂຮງຮຽນ, ວັນເກີດໂມໂມ, ເບີໂທ ລວມທັງຊື່ຂອງຊູເຮ... ແຕ່ບໍ່ຖືກຈັກຢ່າງ

 

ທີ່ຈິງມັນຍັງມີໂຫມດໃນກໍລະນີທີ່ລືມລະຫັດຢູ່ແຕ່ເຖິງຢ່າງນັ້ນ ເມື່ອລະຫັດຖືກສົ່ງເຂົ້າໄປໃນອີເມວຂອງໂມໂມ

ຂ້ອຍກໍຍັງບໍ່ມີລະຫັດທີ່ຈະເປີດເບິ່ງອີເມວຂອງໂມໂມຢູ່ດີ

 

ແລ້ວສຸດທ້າຍກໍບໍ່ສຳເລັດ...ຫຼືວ່າຂ້ອຍຈະລືມບາງສິ່ງບາງຢ່າງທີ່ສຳຄັນໄປ...

 

ຕອນນີ້ເປັນເວລາ 9 ໂມງແລງແລ້ວ ຂ້ອຍເລີຍຂໍກັບບ້ານກ່ອນ, ຊູເຮອາສາໄປສົ່ງຂ້ອຍ

ເມື່ອກຳລັງນັ່ງຢູ່ໃນລົດ ຂ້ອຍກະຄິດຂຶ້ນມາໄດ້ວ່າລົດທີ່ຂ້ອຍກຳລັງຂີ່ຢູ່ນີ້ມັນແມ່ນຄັນດຽວກກັບທີ່ຢຽບໂມໂມ

ຮູ້ສຶກຫຼອນຂຶ້ນມາໃນທັນທີ

 

"ນີ້ແມ່ນລົດທີ່ຕຳໂມໂມແມ່ນບໍ່?"

 

"ເຮີ້ຍ! ບໍ່ແມ່ນໆ ລົດຄັນນັ້ນກຳລັງເອົາໄປແປງຢູ່ ຂ້ອຍບໍ່ກ້າຂັບລົດຄັນນັ້ນດອກ ຂ້ອຍກະຢ້ານຄືກັນ"

ເຮີ້! ໄຄແນ່

 

ເມື່ອມາຮອດຫນ້າບ້ານຂ້ອຍ ຊູເຮກໍລົງມາສົ່ງຂ້ອຍພ້ອມ

 

"ໂທຄິໂກະ..."

 

"ຫືມ?..."

 

"ຢ່າເປັນຫຍັງໄປເດີ້...ຂ້ອຍເປັນຫ່ວງ"

ພໍແຕ່ໄດ້ຍິນຊູເຮເວົ້າອອກມາ ໃຈຂ້ອຍມັນກໍເຕັ້ນບໍ່ເປັນຈັງຫວະ

ແຕ່ເມື່ອເຂົ້າມາໃນບ້ານ ຂ້ອຍກໍຄິດຮອດໂມໂມຂຶ້ນມາທັນທີ ເຮັດໃຫ້ລືມຄວາມຮູ້ສຶກວ່າງກີ້ນີ້ໄປເລີຍ

 

ໃນຄືນນັ້ນ...

ຂ້ອຍຝັນເຫັນໂມໂມ, ລາວຢືນຢູ່ເທິງດາດຟ້າແລ້ວເວົ້າກັບຂ້ອຍ

 

"ໂທຄິໂກະ...ເຮົາຂໍໂທດ ມັນເປັນໂຣກຕິດຕໍ່"

 

"ໂມໂມ! ເປັນຫຍັງໂຕຕ້ອງໂດດຕຶກຕາຍ? ໂຕຂ້າໂຕຕາຍເຮັດຫຍັງ? ຫຼືວ່າ ມີໃຜຂ້າໂຕ" ຂ້ອຍຮ້ອງຖາມອອກໄປ

 

"ຢ່າ...ໂທຄິໂກະ...ຢ່າ!!" ໂມໂມບໍ່ສົນໃຈທີ່ຂ້ອຍເວົ້າເລີຍ

 

"ໂມໂມໂຕຂ້າໂຕຕາຍແມ່ນບໍ່?"

 

"ໂທຄິໂກະ...ຢ່າ...ມັນເປັນໂຣກຕິດຕໍ່..."

 

ຂ້ອຍຍ່າງເຂົ້າໄປຫາໂມໂມ ແຕ່ລາວຍ່າງຖອຍຫຼັງໄປກ່ອນ ເຮັດໃຫ້ລາວຕົກລົງໄປ

ແຕ່ກ່ອນທີ່ຈະຕົກລົງໄປ ໂມໂມເວົ້າປະໂຫຍກສຸດທ້າຍອອກມາຕື່ມວ່າ

"ໂຣກຕິດຕໍ່ຂອງຄວາມຕາຍ"

------------------------

(ຕໍ່ໆ)

 

ຂ້ອຍຮ້ອງກຣີ້ດອອກມາດ້ວຍຄວາມຕົກໃຈ ແລະ ສະດຸ້ງຕື່ນຂຶ້ນມາ, ນ້ຳຕາຂ້ອຍໄຫຼປຽກຫມອນຈົນຊຸ່ມ

ຝັນຮ້າຍ...ແຕ່ຂ້ອຍຮູ້ສຶກເສົ້າຫຼາຍກ່ວາ

 

ເຊົ້າມື້ຕໍ່ມາ ທະນາຍວາກະເອິ້ນຂ້ອຍກັບຊູເຮໄປຫາອີກ, ຂ້ອຍກັບຊູເຮປຶກສາກັນວ່າຈະບອກເລື່ອງ Funny Dead Duck ດີບໍ່

ຊູເຮບອກວ່າ ບໍ່ຟ້າວບອກເທື່ອ  ຖ້າເຫັນວ່າມັນກ່ຽວຂ້ອງແທ້ໆແລ້ວຄ່ອຍບອກ

 

ເມື່ອພວກເຮົາໄປພົບທະນາຍວາກະ ລາວກໍເອົາສິ່ງໆຫນຶ່ງມາໃຫ້ພວກເຮົາເບິ່ງ

ມັນແມ່ນໄດອາຣີ່ຂອງໂມໂມນັ້ນເອງ

ທະນາຍວາກະຍື່ນໄດອາຣີ່ນັ້ນມາໃຫ້ຂ້ອຍອ່ານ, ລາວບອກວ່າຂ້ອຍອາດຈະຄິດຫຍັງອອກ

 

ແນ່ນອນ ວ່າຂ້ອຍເປີດໄປຫນ້າສຸດທ້າຍທັນທີ ເພາະຢາກຮູ້ວ່າກ່ອນຈະຕາຍ ໂມໂມໄປເຈິຫຍັງມາ

 

ໃນຫນ້າສຸດທ້າຍ ມັນມີພຽງປະໂຫຍກສັ້ນໆທີ່ຂຽນໄວ້ວ່າ

' ມື້ນີ້ຂ້ອຍໄດ້ບອກເລື່ອງໂຣກຕິດຕໍ່ນັ້ນກັບໂທຄິໂກະແລະຊູເຮແລ້ວ '

 

"ທຳອິດຂ້ອຍຄິດວ່າ ຊູເຮເປັນພຽງຄົນທີ່ບັງເອີນຂັບລົດມາພໍດີຊື່ໆ ແຕ່ຫຼັງຈາກທີ່ອ່ານ

ໄດອາຣີ່ເຫຼັ້ມນີ້ແລ້ວ ຂ້ອຍຄິດວ່າ ເຫດການມັນແປກໆ" ທະນາຍວາກະເວົ້າຂຶ້ນ

 

ຂ້ອຍເລີ່ມເປີດຄືນໄດອາຣີ່ອ່ານ, ຄວາມຊົງຈຳລະຫວ່າງຂ້ອຍກັບໂມໂມຄ່ອຍໆຂຶ້ນມາເທື່ອລະຫນ້ອຍ

ຂ້ອຍໄຫ້ໄປອ່ານໄປ ສ່ວນໃຫຍ່ໂມໂມຈະຂຽນກ່ຽວກັບໂຕເອງ ແລະ ກໍບອກວ່າໄປທ່ຽວຫຼິ້ນຢູ່ໃສມາກັບຂ້ອຍ

ແຕ່ມີຢູ່ຫນ້າຫນຶ່ງຂຽນໄວ້ວ່າ ' ມື້ນີ້ໄດ້ລົມກັບຊູເຮແລ້ວ '

 

ຊູເຮສະດຸ້ງກັບຂໍ້ຄວາມນັ້ນ ເພາະຊູເຮມີທ່າທີແປກໆ ທະນາວວາກະເລີຍຖາມຂຶ້ນ

 

" ພໍຈະຈື່ໄດ້ບໍ່ວ່າ ຕອນນັ້ນລົມເລື່ອງຫຍັງກັນ?"

 

ຊູເຮຫຼຽວມາເບິ່ງຫນ້າຂ້ອຍ ທຳທ່າຈະຖາມວ່າຊິບອກເລື່ອງນັ້ນດໍບໍ່

ແຕ່ແລ້ວຊູເຮກໍຫັນໄປຕອບ

 

" ຕອນນັ້ນລົມກັນເລື່ອງເວັບໄຊດ໌ຫນຶ່ງ ທີ່ພວກຂ້ອຍຫຼິ້ນ, ແຕ່ປົກກະຕິແລ້ວ ບໍ່ຄ່ອຍໄດ້ລົມກັນດອກ"

ລົມກັນໄປມາ ສຸດທ້າຍ ທະນາຍວາກະກໍຮູ້ເລື່ອງ funny dead duck ນັ້ນຈົນຫມົດ

 

ທຳອິດພວກເຮົາຄິດວ່າຈະຖືກລາວວ່າໃຫ້ວ່າໄຮ້ສາລະ ແຕ່ຜິດຄາດ ນອກຈາກລາວຈະບໍ່ເວົ້າຫຍັງແລ້ວ

ລາວຍັງສົນໃຈອີກ ລາວບອກວ່າມັນອາດຈະເປັນເຫດຈູງໃຈໃຫ້ໂມໂມຂ້າໂຕຕາຍກໍເປັນໄດ້

ເພາະເນື້ອຫາຂອງເວັບນັ້ນ ມັນກ່ຽວກັບການຕາຍ

ທະນາຍວາກະເອົາ url ຂອງເວັບດັ່ງກ່າວກັບຊູເຮແລ້ວອອກຈາກຫ້ອງໄປ

 

ແຕ່ວ່າ ກ່ອນທີ່ທະນາຍວາກະຈະອອກໄປ ຂ້ອຍໄດ້ເປີດອ່ານຜ່ານໆໄດອາຣີ່ຂອງໂມໂມ ແລະກໍໄປສະດຸດກັບຫນ້າຫນຶ່ງ

ທີ່ຂຽນໄວ້ວ່າ ' ບາງເທື່ອຂ້ອຍອາດຈະ...ຊູເຮ, ໂທຄິໂກະ ຖ້າກ່ອນເດີ້ ແລ້ວເຮົາຈະບອກ ແຕ່ຕອນນີ້ເຮົາອາຍ '

 

ຊູເຮບໍ່ທັນໄດ້ອ່ານປະໂຫຍກນັ້ນ ຂ້ອຍກໍຍັງອ່ານບໍ່ຈົບທະນາຍວາກະກໍເອົາໄດອາຣີ່ໄປກ່ອນ

 

ເລີກຮຽນ ຊູເຮຊວນຂ້ອຍໄປບ້ານລາວ ເພື່ອໄປຂຸດຂຸ້ຍເລື່ອງເວັບໄຊດ໌ນັ້ນອີກ

 

" ໂທຄິໂກະ ຂ້ອຍລອງສະຫມັກເປັນສະມາຊິກແລ້ວ"

 

"ແມ່ນຫວາ, ເປັນແນວໃດລະ?"

 

"ມັນກະບໍ່ໄດ້ມີຫຍັງປ່ຽນແປງດອກ, ມີແຕ່ວ່າ ເຮົາສາມາດຫຼິ້ນເກມໄດ້ຫຼາຍກ່ອນເກົ່າ...ເອີ້! ເຈົ້າຊິສະຫມັກນຳບໍ່?"

 

"ບໍ່ແຫຼະ... ທີ່ຈິງຖ້າມັນບໍ່ໄດ້ກ່ຽວກັບໂມໂມ ຂ້ອຍບໍ່ມີທາງເຂົ້າເວັບບ້າໆນີ້ດອກ. ວ່າແຕ່ ເຈົ້າສະຫມັກ

ເປັນສະມາຊິກນີ້ໄດ້ເສຍຄ່າຫຍັງບໍ່?"

 

"ບໍ່ໆ, ມີແຕ່ຂຽນຊື່ ນາມສະກຸນ ທີ່ຢູ່ ເບີໂທ ແລະ ຮູບຖ່າຍ ພ້ອມທັງຕອບຄຳຖາມ2-3ຂໍ້ກະໂອເຄແລ້ວ" ຊູເຮຕອບ

 

"ໄປໃຫ້ຂໍ້ມູນກັບເວັບແນວນີ້ມັນບໍ່ອັນຕະລາຍຫວາ?"

 

"ບໍ່ດອກ, ຂ້ອຍບອກໄປແຕ່ວັນເກີດກັບເບີໂທລະສັບ ສ່ວນຊື່ແມ່ນໃຊ້ຊື່ປອມວ່າ ຣິວເຮ ອິອິ ມ່ວນບໍ່?"

 

ເຮິເຮິ ຂ້ອຍວ່າ ຊູເຮ ກັບ ຣິວເຮ ມັນກະບໍ່ໄດ້ຕ່າງຫຍັງກັນຫຼາຍດອກ

 

" ເອີ້! ເມື່ອເປັນສະມາຊິກແລ້ວ ຈະສາມາດເບິ່ງໄດ້ວ່າ ສະມາຊິກຄົນໃດກຳລັງອອນຢູ່ ແລະດຶງເຂົ້າມາຫຼິ້ນເກມນຳໄດ້"

 

ໃນຕອນທີ່ຊູເຮກຳລັງເລືອກວ່າຈະຫຼິ້ນເກມໃດ ກໍເກີດມີສິ່ງຫນຶ່ງທີ່ເຮັດໃຫ້ພວກເຮົາປະຫຼາດໃຈ

ນັ້ນກໍຄືຊື່ຂອງ momo ມັນເດັ້ງຂຶ້ນບອກວ່າ online

 

---------------------------

 

ໂອ້ວ! ໂມໂມຕາຍໄປແລ້ວບໍ່ແມ່ນຫວາ

ແລ້ວແມ່ນໃຜກັນທີ່ກຳລັງອອນໄລນ໌ຢູ່ນໍ້

ຖ້າຢາກຮູ້ຕ້ອງ

(ຕິດຕາມຕອນຕໍ່ໄປ)

 

 

 


 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ເປັນນິຍາຍແນວເລິກລັບສະຫຍອງຂວັນທີ່ຂ້າພະເຈົ້າມັກອ່ານເອງແຫຼະ

ບັງເອີນວ່າໄປເຫັນມາຢູ່ເວັບໆຫນຶ່ງ

ເນື້ອເລື່ອງມັນຫນ້າສົນໃຈດີ ມີໃຫ້ລຸ້ນຕະຫຼອດ

ກໍເລີຍຢາກເອົາມາແປໃຫ້ເພື່ອນໆອ່ານນຳ ໃຜທີ່ເຄີຍອ່ານແລ້ວກໍອ່ານຕື່ມອີກໃນເວີຊັ່ນພາສາລາວ

ຜູ້ແຕ່ງເລື່ອງນີ້ໃຊ້ນາມປາກກາວ່າ vicvic

-----------------------------------------------------------------


 

--- ບົດນຳ --

 

" ໂຕຮູ້ບໍ່ ວ່າເຮົາກຳລັງຈະຕາຍ"

 

ໂທຄິໂກະຢືນຊຶງທັນທີ ທີ່ຫມູ່ຮັກເວົ້າອອກມາແນວນີ້

 

"ຮຶ... ໂຕເປັນພະຍາດຮ້າຍແຮງຫຍັງ ບອກມາດຽວນີ້... ເອະ! ໂຕຕົວະເຮົາແມ່ນບໍ່ນິ ໂອ້ຍ... ຕົວະມາໄດ້ເນາະ"

 

ໂທຄິໂກະພໍຮູ້ໂຕວ່າຖືກຫມູ່ສະນິດຕົ້ມ ກໍເລີ່ມໄລ່ຕີຫມູ່

ທັງສອງສາວແລ່ນໄລ່ກັນໄປມາ

 

"ໂມໂມ!!...ກັບມາດຽວນີ້" ໂທຄິໂກະຮ້ອງຫມູ່

 

ໂມໂມຫັນມາຍິ້ມໃຫ້ໂທຄິໂກະໂດຍບໍ່ໄດ້ເວົ້າຫຍັງແລ້ວກໍຍ່າງອອກໄປຈາກຫ້ອງຮຽນ

 

'ບາງເທື່ອ ໂມໂມກໍມັກເຮັດສີຫນ້າແປກໆ' ໂທຄິໂກະຄິດ

 

....ແຕ່ຈະມີໃຜຮູ້ ວ່ານີ້ເປັນຈຸດເລີ່ມຕົ້ນຂອງໂຣກຕິດຕໍ່ທີ່ຈະແຜ່ລາມໄປເຖິງທຸກຄົນທີ່ກ່ຽວຂ້ອງ....

 

----------------------

 

 

--- ບົດທີ່1: ໂຣກຕິດຕໍ່ຂອງຄວາມຕາຍ ---

 

ເຊົ້າມື້ຕໍ່ມາ ທົ່ວໂຮງຮຽນມີແຕ່ສຽງວົນແຊວ ເທົ່າທີ່ຈັບໃຈຄວາມໄດ້ ເຂົາເຈົ້າກຳລັງເວົ້າເຖິງເລື່ອງດຽວກັນຢູ່

 

" ໂທຄິໂກະ!" ຊູເຮ ຊາຍຫນຸ່ມທີ່ຈັດວ່າເປັນຄົນຫນ້າຕາດີຄົນຫນຶ່ງໃນໂຮງຮຽນ ຂ້ອຍກັບລາວຮຽນຢູ່ຫ້ອງດຽວກັນ ກຳລັງເອິ້ນຂ້ອຍ

 

" ເຈົ້າ... ຮູ້ຂ່າວລະບໍ? "

 

" ຂ່າວຫຍັງ? ຖ້າເປັນຂ່າວພວກໂຈນປຸ້ນຈີ້,ລົດຕຳຄົນຕາຍຫຍັງນິ ຂ້ອຍບໍ່ຢາກຟັງແລ້ວເດີ້ ບໍ່ຮູ້ເປັນຫຍັງ ຟັງຂ່າວພວກນີ້ແລ້ວ

ມັນຫງຸດຫງິດນະ" ຂ້ອຍຈົ່ມ

 

"ຄືວ່າ... ໂມໂມຕາຍແລ້ວ "

 

ສຸດສຽງຂອງຊູເຮ ຂ້ອຍຮູ້ສຶກວ່າໂລກມັນຂຶ້ນສູງ ແລ້ວກຳລັງດິ່ງລົງສູ່ພື້ນດິນພາຍໃນວູບດຽວ

ຄວາມມືດແຜ່ກະຈາຍໄປທົ່ວຮ່າງກາຍ .... ຂ້ອຍເກືອບຈະເປັນວິນ

 

"ເຈົ້າ...ຕົວະຂ້ອຍແມ່ນບໍ່?" ຕອນນີ້ປາກ ແລະ ມືເລີ່ມສັ່ນ

 

" ບໍ່... ມັນແມ່ນເລື່ອງແທ້ ແລະຕອນນີ້ ມີທະນາຍທີ່ຕ້ອງການສືບສວນເລື່ອງການຕາຍຂອງໂມໂມ ເພາະເຂົາເຈົ້າວ່າມັນບໍ່ຄ່ອຍເປັນທຳມະ

ຊາດ ປະມານວ່າ ການຂ້າໂຕຕາຍຂອງໂມໂມ ມັນບໍ່ມີແຮງຈູງໃຈຫຍັງເລີຍ"

 

"ໂມໂມບໍ່ມີທາງຂ້າໂຕຕາຍ! ລາວເປັນຄົນມັກມ່ວນຈະຕາຍໄປ ມື້ວານນີ້ຂ້ອຍຍັງລົມກັບລາວ ຫຼິ້ນກັບລາວຢູ່ເລີຍ"

 

ແຕ່ພໍເວົ້າເຖິງເລື່ອງມື້ວານນີ້ ຂ້ອຍກໍນຶກເຖິງເລື່ອງຄຳເວົ້າຂອງໂມໂມທັນທີ

 

'ໂຕຮູ້ບໍ່ ວ່າເຮົາກຳລັງຈະຕາຍ' ຂ້ອຍຄຶດ

 

ຊູເຮແນມເບິ່ງຂ້ອຍ ທີ່ຢູ່ໆກໍມິດໄປ

 

" ໂທຄິໂກະ..... ຫຼືວ່າເຈົ້າຈະຮູ້ຫຍັງ?"

 

ຂ້ອຍຄວນບອກລາວດີບໍ່ ກ່ຽວກັບສິ່ງທີ່ໂມໂມເວົ້າກັບຂ້ອຍ ແຕ່ເລື່ອງມັນໃຫຍ່ຂະຫນາດນີ້ ຂ້ອຍຕ້ອງການຫາທີ່ປຶກສາແລ້ວລະ

 

"ຊູເຮ...ທີ່ຈິງແລ້ວ ມື້ວານໂມໂມລາວ...ຮື~~~"

 

ຂ້ອຍພະຍາຍາມຈະບອກເລື່ອງນັ້ນກັບຊູເຮ ແຕ່ນ້ຳຕາກໍໄຫຼອອກມາກ່ອນ

 

ເວລາຜ່ານໄປເກືອບຊົ່ວໂມງ ຂ້ອຍຈຶ່ງສາມາດເຊົາໄຫ້ໄດ້ແລະຕອນນີ້ກໍໄດ້ເວລາຂຶ້ນຫ້ອງແລ້ວ

ແຕ່ຂ້ອຍບໍ່ຢາກໄປນັ່ງບ່ອນທີ່ບໍ່ມີໂມໂມນັ່ງທາງຂ້າງອີກແລ້ວ ຂ້ອຍເລີຍຍ້າຍໄປນັ່ງບ່ອນໃຫມ່ ຊູເຮກໍນຳຂ້ອຍມາພ້ອມ

 

"ຂໍຖາມແດ່ຊູເຮ ໂມໂມຕາຍແນວໃດ?"  ພໍດີຄິດຂຶ້ນມາໄດ້ ເລີຍຖາມໄປ

 

" ໂມໂມໂດດຕຶກຕາຍ ແລ້ວຕອນທີ່ລາວຕົກຕຶກລົງມາ ມີລົດຄັນຫນຶ່ງຂັບມາພໍດີ ເລີຍເຮັດໃຫ້ລົດຄັນນັ້ນຢຽບທັບໂມໂມຈົນ..."

 

" ພໍແລ້ວ ພໍໆໆ..." ຂ້ອຍບໍ່ຢາກຄິດພາບຕາມ

 

ແມ່ນແຕ່ຮ່າງກາຍຂອງໂມໂມ ກໍບໍ່ເຫຼືອໄວ້ເລີຍຫວາ ຄົນເຮົາຫາຍໄປໄດ້ຢ່າງງ່າຍດາຍແນວນີ້ເລີຍຫວາ

 

' ຄິຣາຊາກິ ໂທຄິໂກະ ກັບ ອິຄາຣິ ຊູເຮ ຂໍໃຫ້ທັງສອງມາທີ່ຫ້ອງຂອງທ່ານຜູ້ອຳນວຍການໂດຍດ່ວນ'

ຢູ່ດີໆກໍມີສຽງປະກາດເອິ້ນເຮົາສອງຄົນໄປພົບ

 

ເມື່ອມາເຖິງຫ້ອງຂອງທ່ານຜູ້ອຳນວຍການ

 

" ເຊີນນັ່ງໄດ້" ທ່ານຜູ້ອຳນວຍການເຊີນຂ້ອຍກັບຊູເຮນັ່ງ

 

ຫ້ອງຂອງຜູ້ອຳນວຍການນັ້ນກ້ວາງຂວາງ ທີ່ໃນເວລານີ້ມີທັງທະນາຍຄວາມ, ຕຳຫຼວດ ແລະ ພໍ່ແມ່ຂອງໂມໂມຢູ່ນຳ

 

" ພວກເຈົ້າຄົງຈະຮູ້ຂ່າວຂອງໂມໂມແລ້ວ"

 

" ໂດຍ" ຂ້ອຍກັບຊູເຮຕອບພ້ອມກັນ

 

ຂ້ອຍແນມເບິ່ງຫນ້າຂອງພໍ່ແມ່ໂມໂມແລ້ວ ນ້ຳຕາກໍໄຫຼອອກມາອີກຮອບ, ຕອນນີ້ບັນຍາກາດໃນຫ້ອງຈັ່ງແມ່ນຫົດຫູ່

 

" ຂໍໂທດທີ່ຂັດຈັງຫວະ... ໂທຄິໂກະ ເຈົ້າແມ່ນຫມູ່ສະນິດຂອງໂມໂມແມ່ນບໍ່?" ທະນາຍຄວາມຖາມຂຶ້ນ

 

" ແມ່ນແລ້ວ" ຂ້ອຍຕອບ

 

" ຂ້ອຍເປັນທະນາຍຄວາມກ່ຽວກັບເລື່ອງນີ້ ຂ້ອຍຊື່ ໂທໂຍມະ ວາກະ"

 

" ອືມ ຍິນດີທີ່ໄດ້ຮູ້ຈັກ"

 

" ຂ້ອຍຂໍຖາມຄຳຖາມຫນຶ່ງເດີ້ ຂໍໃຫ້ພວກເຈົ້າທັງສອງຕອບມາຕາມຄວາມຈິງ"

 

" ໂດຍ"

 

ຂ້ອຍສົງໄສຢູ່ວ່າ ທະນາຍຄວາມເອິ້ນຊູເຮມານຳເຮັດຫຍັງ ເພາະຫມູ່ສະນິດຂອງໂມໂມ ມີແຕ່ຂ້ອຍຄົນດຽວເທົ່ານັ້ນ

 

ທະນາຍຄວາມວາກະໄດ້ຈັບເອົາເຈ້ຍນ້ອຍໆແຜ່ນຫນຶ່ງ ທີ່ຄາດວ່າຫນ້າຈະຈີກອອກມາຈາກປື້ມຂຽນທົ່ວໄປ

ໃນເຈ້ຍໃບນັ້ນມີລາຍມືຂອງໂມໂມຂຽນໄວ້ວ່າ

....ໂຣກຕິດຕໍ່ຂອງຄວາມຕາຍ....

-----------------------

 ອັບເດດຄັ້ງທີ່3

 

 

ມັນແມ່ນຫຍັງຫວະ!! ບໍ່ເຫັນເຂົ້າໃຈ

ທະນາຍວາກະເອົາຫຍັງມາໃຫ້ຂ້ອຍເເບິ່ງ ບໍ່ຕະລົກໄດ໊ ແລະ ຊູເຮເອງກະຄືຊິຄຶດຄືກັນກັບຂ້ອຍ

 

"ແມ່ນເຈົ້າເອົາຫຍັງມາໃຫ້ຂ້ອຍເບິ່ງນິ! ມັນແມ່ນເຈ້ຍຫຍັງ?" ຊູເຮເວົ້າຂຶ້ນກ່ອນ

 

"ມັນແມ່ນລາຍມືຂອງໂມໂມ" ຂ້ອຍເວົ້າອອກໄປ

"ແຕ່ເປັນຫຍງລາວຈຶ່ງຂຽນຂໍ້ຄວາມແບບນີ້?"

 

ພໍ່ແມ່ຂອງໂມໂມ ຮ້ອງໄຫ້ຂຶ້ນມາອີກ ເບິ່ງຊົງທະນາຍວາກະຫນ້າຈະເອົາໄປທຽບກັບລາຍມືຂອງໂມໂມມາກ່ອນແລ້ວ

ຄ່ອຍເອົາມາໃຫ້ຂ້ອຍເບິ່ງ, ລາວເອົາມາໃຫ້ຂ້ອຍເບິ່ງອີກເຮັດຫຍັງ

ແລະ ເລື່ອງນີ້ມັນບໍ່ກ່ຽວກັບຊູເຮເລີຍ ເປັນຫຍັງຕ້ອງດຶງເອົາຊູເຮມາພົວພັນນຳ

 

"ຂ້ອຍຮູ້ແລ້ວ ວ່າແມ່ນລາຍມືຂອງໂມໂມ, ຂ້ອຍຢາກຖາມເລື່ອງນີ້ກັບເຈົ້າຫັ້ນແຫຼະ ຂໍ້ຄວາມໃນເຈ້ຍ

ນີ້ມັນຫມາຍຄວາມວ່າແນວໃດ?"

 

"ຂ້ອຍບໍ່ຮູ້"

 

"ເຈົ້າແມ່ນຫມູ່ສະນິດຂອງໂມໂມບໍ່ແມ່ນຫວະ!"

 

"ຂ້ອຍບໍ່ຮູ້ອີ່ຫຼີ ເປັນຫຍັງເຈົ້າຕ້ອງເວົ້າແບບນີ້, ຂ້ອຍແມ່ນຫມູ່ສະນິດກັບລາວ ແລະ ຕອນນີ້ຂ້ອຍກະກຳລັງ

ເສຍໃຈກັບເລື່ອງນີ້ຢູ່ ເຈົ້າບໍ່ເຫັນຫວາ!" ເວົ້າຈົບ ຂ້ອຍກໍໄຫ້ຂຶ້ນມາອີກ

 

ທະນາຍວາກະເຮັດສີຫນ້າອ່ອ່ນລົງ

"ຂໍໂທດ ຂ້ອຍກະພຽງສອບຖາມໄປຕາມເລື່ອງຊື່ໆ ຈັ່ງໃດກະຂໍຖາມຕໍ່ເລີຍເດີ້" ທະນາຍວາກະຫັນໄປຖາມຊູເຮ

 

"ແລ້ວເຈົ້າເດ... ຮູ້ຫຍັງກ່ຽວກັບຂໍ້ຄວາມນີ້ບໍ່?"

 

"ບໍ່......." ຊູເຮເກືອບຈະຕອບໃນທັນທີ ແຕ່ກະຄືກັບວ່າຄິດຫັງອອກກ່ອນ

 

"ບໍ່.... ຂ້ອຍບໍ່ແນ່ໃຈ"

 

ຂ້ອຍຕົກໃຈ ແລະ ຫຼຽວໄປເບິ່ງຫນ້າລາວ, ຊູເຮຮູ້ຫຍັງ

ທຸກຄົນໃນຫ້ອງມີສີຫນ້າຕົກໃຈ

 

"ມື້ວານ ລາວເວົ້າກັບຂ້ອຍວ່າ... ເຈົ້າຮູ້ບໍ່ ວ່າຂ້ອຍກຳລັງຈະຕາຍ..."

 

ເຫ!... ຄຳເວົ້ານັ້ນ ຂ້ອຍໄດ້ຍິນໂມໂມເວົ້າຄືກັນ ແຕ່ບໍ່ຄິດວ່າໂມໂມຈະໄປເວົ້າກັບຊູເຮພ້ອມ

 

"ໂມໂມເວົ້າແບບນັ້ນກັບຂ້ອຍຄືກັນ" ຂ້ອຍເວົ້າເສີມຂຶ້ນ

 

"ແລ້ວເປັນຫຍັງບໍ່ບອກແຕ່ທຳອິດ" ທະນາຍວາກະຕິ

 

"ຂໍໂທດ ຂ້ອຍຄິດວ່າໂມໂມເວົ້າຫຼິ້ນຊື່ໆ"

 

"ຂ້ອຍກະຄິດວ່າລາວເວົ້າຫຼິ້ນຄືກັນ" ຊູເຮເວົ້າຕື່ມ

 

"ແລ້ວມີຫຍັງແປກໆ ກ່ຽວກັບໂມໂມອີກບໍ່?"

 

"ບໍ່ມີແລ້ວ" ຂ້ອຍຕອບ

 

"ອືມ ຂອບໃຈທີ່ໃຫ້ຄວາມຮ່ວມມື ຈັ່ງໃດກະຕ້ອງໄດ້ຮ້ອງພວກເຈົ້າມາລົມອີກ ເມື່ອຮອດເວລານັ້ນ

ຕ້ອງຂໍລົບກວນພວກກເຈົ້າອີກຄັ້ງ"

ທະນາຍຄວາມຕັດບົດໄປ ແລ້ວຍ່າງໄປເວົ້າຫຍັງກັບພໍ່ແມ່ໂມໂມບຸ

ຫຼັງຈາກນັ້ນ ຜູ້ອຳນວຍການກໍໃຫ້ຂ້ອຍກັບຊູເຮກັບໄປຂຶ້ນຫ້ອງຕາມປົກກະຕິ

 

ລະຫວ່າງທີ່ຍ່າງໄປຫ້ອງຮຽນ ຊູເຮຈະເຫຼືອບເບິ່ງຂ້ອຍຕະຫຼອດ ຄືກັບວ່າລາວກຳລັງຄິດເລື່ອງຫຍັງຢູ່

 

"ໂທຄິໂກະ"

 

"ຫືມ?"

 

"ທະນາຍຄົນນັ້ນຕ້ອງສົງໄສພວກເຮົາແຫຼະ"

 

"ເປັນຫຍັງເຈົ້າຄືຄິດແນວນັ້ນ.... ວ່າແຕ່ ເຈົ້າເຂົ້າມາກ່ຽວຂ້ອງກັບເລື່ອງນີ້ໄດ້ຈັ່ງໃດ?"

 

"ຂ້ອຍເປັນຄົນທຳອິດ ທີ່ພົບເຫັນສົບຂອງໂມໂມ, ທີ່ຈິງແລ້ວຂ້ອຍ......." ສຽງຂອງຊູເຮຫາຍໄປໃນລຳຄໍ

 

"ວ່າຫຍັງເກາະ? ຂ້ອຍບໍ່ໄດ້ຍິນ"

 

"ລົດຄັນທີ່ຢຽບໂມໂມນະ ທີ່ຈິງແລ້ວ ແມ່ນລົດຂອງຂ້ອຍເອງ..."

ຊູເຮຫນ້າຈືດກ່ອນຈະຕອບ ລາວຕ້ອງມີຄວາມຊົງຈຳອັນບໍ່ດີກ່ຽວກັບເຫດການນີ້ຢ່າງແນ່ນອນ

 

"ເຈົ້າ... ຮູ້ບໍ່ວ່າ ໂມໂມຍິ້ມມາທາງຂ້ອຍ ໃນຊ່ວງທີ່ຕົກລົງມາ ຂ້ອຍຄິດເຫັນຕອນນັ້ນແລ້ວ ມັນເປັນຕາຢ້ານ"

ເວົ້າຈົບປະໂຫຍກນີ້ ຊູເຮກໍຢືນໂຕແຂງທັນທີຄົນຍ່າງຜ່ານໄປມາເລີ່ມມີສຽງແຊວໆຂຶ້ນມາເລື້ອຍໆ

ອາດຈະເປັນຍ້ອນວ່າ ໃນເວລານີ້ ຂ້ອຍກັບຊູເຮກຳລັງຢືນລົມກັນດ້ວຍທ່າທີແປກໆຢູ່ທີ່ທາງຍ່າງ

ເພາະວ່າຊູເຮແມ່ນຄົນດັງຂອງໂຮງຮຽນ ເລີຍເຮັດໃຫ້ມີຄົນສົນໃຈລາວຫຼາຍ

ແຕ່ຕອນນີ້ສິ່ງທີ່ຂ້ອຍຢ້ານແມ່ນສິ່ງທີ່ຊູເຮກຳລັງເວົ້າຂຶ້ນມາ

 

"ເຈົ້າໄດ້ບອກເລື່ອງນີ້ກັບທະນາຍວາກະບໍ່?"

 

"ບອກແລ້ວ, ລາວວ່າຂ້ອຍຕາຝາດ ເພາະຄົນທີ່ຕົກຕຶກລົງມາດ້ວຍຄວາມໄວສູງແບບນັ້ນ ບໍ່ມີທາງທີ່ຈະສັງເກດໄດ້ທັນ

ແລະທີ່ສຳຄັນ ຕອນນັ້ນຂ້ອຍກະກຳລັງຢູ່ໃນຊ່ວງຕົກໃຈ ບໍ່ຫນ້າຈະເບິ່ງທັນ... ແຕ່ວ່າຂ້ອຍຫມັ້ນໃຈ ຂ້ອຍເຫັນໂມໂມ

ຍິ້ມໃຫ້ຂ້ອຍອີ່ຫຼີ ແຖມຍັງຄືກັບວ່າໂມໂມກຳລັງເວົ້າຫຍັງອອກມາ..."

 

"ແລ້ວມັນເຮັດໃຫ້ເຈົ້າຄິດວ່າ ທະນາຍວາກະສົງໄສວ່າເຈົ້າເປັນຄົນຂ້າໂມໂມຊັ້ນຫວາ...ເຖິງຕອນນັ້ນເຈົ້າບໍ່ຂັບລົດ

ຜ່ານມາ ແຕ່ໂມໂມກະໂດດລົງມາຢູ່ດີ"

 

"ບໍ່ໆ.... ມັນຄົນລະເລື່ອງກັນ ຕັ້ງແຕ່ຖືກສອບປາກຄຳແຕ່ທຳອິດ ຕຳຫຼວດໄດ້ສະຫຼຸບອອກມາແລ້ວ ວ່າມັນເປັນການ

ຂ້າໂຕຕາຍ ແຕ່ພໍ່ແມ່ຂອງໂມໂມບໍ່ເຊື່ອ ວ່າລູກສາວຂອງຕົນຂ້າໂຕຕາຍ ເລີຍຈ້າງໃຫ້ທະນາຍມາສືບສວນພວກເຮົານີ້ເດ່"

 

ພໍແຕ່ຊູເຮເວົ້າຈົບ ຂ້ອຍກໍຮູ້ສຶກບໍ່ດີຂຶ້ນມາທັນທີ, ຮູ້ສຶກຜິດຫວັງ ທີ່ຖືກຕົກເປັນຜູ້ຕ້ອງສົງໄສ

 

ເມື່ອເຂົ້າມາໃນຫ້ອງກໍພົບວ່າ ໂຕະຮຽນຂອງໂມໂມທີ່ເຄີຍຢູ່ຂ້າງໆຂ້ອຍ ໄດ້ຖືກຍົກອອກໄປແລ້ວ ມັນຄືກັບແຮ່ງເປັນການຊ້ຳເຕີມ

ວ່າໂມໂມໄດ້ຫາຍໄປຈາກໂລກນີ້ຢ່າງແທ້ຈິງ ຫມູ້ທຸກຄົນໃນຫ້ອງຕ່າງກໍພາກັນແນມເບິ່ງຂ້ອຍຢ່າງເຫັນໃຈ

ຂ້ອຍໄດ້ແຕ່ພະຍາຍາມຝືນຍິ້ມໄປໃຫ້ທຸກຄົນ

 

ຄຣືດດດດດດດດ---------- ຢູ່ດີໆ ຊູເຮກໍຫຍັບໂຕະຂອງລາວ ມາແທນທີ່ຂອງໂມໂມ

ຖ້າເປັນປົກກະຕິຫມູ່ເພື່ອນໃນຫ້ອງຕ້ອງພາກັນເວົ້າເຍີ້ຍໃຫ້ຂ້ອຍກັບລາວແນ່ນອນ

ແຕ່ໃນສະຖານະການແບບນີ້ ບໍ່ມີໃຜກ້າເວົ້າຫຍັງອອກມາເລີຍ

 

ແລ້ວຊົ່ວໂມງຂອງການຮຽນກໍເປັນໄປຕາມປົກກະຕິ ແຕ່ຂ້ອຍບໍ່ມີກະຈິດກະໃຈຮຽນດອກ

ຂ້ອຍຢາກຮູ້ເລື່ອງການຕາຍຂອງໂມໂມຫຼາຍກ່ວາ ເພາະມັນມີປິດສະຫນາຢ່າງຫຼວງຫຼາຍ

ທີ່ຍັງຫາຄຳຕອບບໍ່ໄດ້. ເປັນຫຍງໂມໂມຈຶ່ງຂ້າໂຕຕາຍ? ລາວຂ້າໂຕຕາຍໄປເພື່ອຫຍັງ?

ຫຼືຖ້າມີຄົນຂ້າລາວ ແລ້ວຄົນນັ້ນແມ່ນໃຜ?

ໃນຕອນທີ່ກຳລັງຄິດໄປເລື້ອຍໆ ຊູເຮກໍຍື່ນເຈ້ຍໃບຫນຶ່ງມາໃຫ້ຂ້ອຍ

-ຂ້ອຍຢາກຮູ້ເລື່ອງໂຣກຕິດຕໍ່ຂອງຄວາມຕາຍ ເລີກຮຽນແລ້ວວ່າງບໍ່? ໄປນຳຂ້ອຍແດ່.-

 

-ເລີກຮຽນ-

"ໂທຄິໂກະ...ກ່ຽວກັບເລື່ອງຂອງໂມໂມ ເຈົ້າໄດ້ບອກທະນາຍວາກະໄປຫມົດທຸກເລື່ອງເລີຍບໍ່?"

 

"ບອກຫມົດແລ້ວ...ເຈົ້າເດ?"

 

"ຂ້ອຍກະຄືກັນ"

 

"ແລ້ວເຮົາຈະເຮັດແນວໃດຕໍ່ໄປ ເຮົາຈະສາມາດຮູ້ເລື່ອງຂອງໂຣກຕິດຕໍ່ຂອງຄວາມຕາຍໄດ້ແນວໃດ?"

 

"ກາວ່າຢູ່... ເຮົາສອງຄົນບໍ່ຮູ້ຫຍັງເລີຍ, ແຕ່ຂ້ອຍກະຍັງຢາກຮູ້ອີ່ຫຼີວ່າມັນຫມາຍເຖິງຫຍັງກັນແທ້!"

 

ຂ້ອຍຮູ້ສຶກວ່າຕອນນີ້ກຳລັງງົມເຂັມໃນມະຫາສະຫມຸດ ເພາະຕອນນີ້ຂ້ອຍຄຶດຫຍັງບໍ່ອອກເລີຍ

ເບິ່ງຄືວ່າ ໂມໂມຕັ້ງໃຈຖິ້ມຂໍ້ຄວາມນັ້ນໄວ້ ເພື່ອໃຫ້ພວກເຮົາຊອກຫາອີ່ຫຍັງຈັກຢ່າງນິແຫຼະ

 

"ເຈົ້າຄິດວ່າກ່ອນຕາຍ ໂມໂມລາວມີທ່າທີແປກໆໄປບໍ່?" ຊູເຮຖາມຂ້ອຍ

 

"ຖ້າວ່າແປກກະແປກບ່ອນປະໂຫຍກນັ້ນຫັ້ນລະ ລາວບໍ່ພຽງແຕ່ເວົ້າກັບຂ້ອຍ,ແຕ່ລາວຍັງເວົ້າກັບເຈົ້າພ້ອມ"

"ເຈົ້າໄປລົມກັບໂມໂມຕອນໃດ?" ຂ້ອຍຖາມ

 

"ມື້ວານນີ້..."

ມື້ດຽວກັບຂ້ອຍເລີຍ ບາງເທື່ອຂ້ອຍກະຄິດວ່າ ໂມໂມອາດຈະແອບຮັກຊຸເຮຢູ່ກໍເປັນໄດ້

 

"ແລ້ວເຈົ້າເຄີຍລົມກັບລາວແບບສະນິດສະຫນົມບໍ່?"

 

"ບໍ່, ປົກກະຕິກໍຈະລົມກັນແບບທຳມະດາ ທັກທາຍກັນຕາມປະສາຄົນຮູ້ຈັກທົ່ວໄປເທົ່ານັ້ນ"

 

"ມີການກະທຳຫຍັງທີ່ພວກເຮົາເຮັດແລ້ວ ມັນຈະເຊື່ອມໂຢງເຂົ້າກັບຄວາມຕາຍແດ່ຫວະ!" ຂ້ອຍເວົ້າກັບໂຕເອງ

 

ແລ້ວບາງສິ່ງບາງຢ່າງກໍຂຶ້ນມາໃນສະຫມອງ ພ້ອມກັບຊູເຮ ພວກເຮົາຮ້ອງອອກມາພ້ອມກັນໃນທັນທີ

"Funny dead duck!"

-----------------------------------

(ຕິດຕາມຕອນຕໍ່ໄປ)

 

ຈົບໄປແລ້ວກັບຕອນທີ່1

ມີຄຳຖາມມາຖາມ:

ເຈົ້າຄິດວ່າການຕາຍຂອງໂມໂມມັນມີຄົນວາງແຜນ ຫຼືວ່າ ມັນກ່ຽວກັບສິ່ງທີ່ຈັບຕ້ອງບໍ່ໄດ້?

ຖິ້ມປິດສະຫນາໄວ້ໃຫ້ໄປຄຶດ 555 ແລ້ວຈະມາລົງຕອນທີ່2ໃຫ້

(ມັນກະມີຄົນອ່ານຢູ່ຫວານິ???)

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2010 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ໃນຫນັງສື

ໃນບົດສົນທະນາ

ມີການແຍກປະເພດມະນຸດແບບງ່າຍໆ

ເຊັ່ນວ່າ

 

ຄົນເຮົາມີ2ປະເພດຄື

 

ພວກທີ່ມັກມ່ວນ

ກັບພວກທີ່ບໍ່ມັກມ່ວນ

 

ພວກທີ່ປະສົບຜົນສຳເລັດ

ກັບພວກທີ່ລົ້ມເຫຼວ

 

ພວກຫົວບູຮານ

ກັບພວກທັນສະໄຫມ

 

ພວກທີ່ຕັ້ງໃຈ

ກັບພວກທີ່ຂີ້ຄ້ານ

 

ແຕ່ຕອນນີ້ຄິດໄດ້ 3 ປປະເພດຄື

 

ພວກທີ່ຍ່າງໄປທາງຫນ້າ

ພວກທີ່ຢຸດຢູ່ກັບທີ່

ພວກທີ່ຍ່າງຖອຍຫຼັງ

 

ຢາກເປັນຄົນແບບໃດ

ແລ້ວແຕ່ໂຕທ່ານເລືອກທີ່ຈະເປັນ...

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2010 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ມີຊາຍຫນຸ່ມຄົນຫນຶ່ງ

ແອບຮັກຫມູ່ຜູ້ຍິງໃນຫ້ອງດຽວກັນ

ແຕ່ລາວບໍ່ກ້າບອກ ແລະ ບໍ່ຄິດທີ່ຈະບອກໃຫ້ຫມູ່ຄົນນັ້ນຮູ້

 

ເຫດຜົນເພາະວ່າ

ຄົນໆນີ້ຍັງບໍ່ແມ່ນທີ່ສຸດ

ອາດຈະຍັງມີຄົນທີ່ລາວຮັກຫຼາຍກ່ວານີ້...

 

ລາວຈຶ່ງປ່ອຍໃຫ້ເວລາຜ່ານໄປ

ລ່ວງເລີຍມາຈົນຮອດປີສຸດທ້າຍ ທີ່ຈະໄດ້ຮຽນນຳກັນ

ພາຍໃນໃຈຂອງຊາຍຫນຸ່ມນັ້ນຮ້ອນຮົນ

ດ້ວຍຄວາມທີ່ຢ້ານວ່າຈະບໍ່ໄດ້ພົບກັບນາງອີກ

 

ລາວຈຶ່ງຕັັດສິນໃຈໄປປຶກສາ ແລະ ເລົ່າຄວາມໃນໃຈໃຫ້ອາຈານທີ່ສະໜິດຟັງ

ຫວັງວ່າ ອາຈານຄົນນັ້ນຈະມີຄຳຕອບແລ້ວຫາທາງອອກໃຫ້ກັບຫົວໃຈລາວໄດ້

 

ເມື່ອອາຈານຟັງຈົບ

ອາຈານຄົນນັ້ນຊ້ຳພັດບໍ່ມີຄຳຕອບໃຫ້ລາວ ຢ່າງທີ່ຫວັງໄວ້

ແຕ່ອາຈານຂໍໃຫ້ລາວຊ່ວຍຢ່າງຫນຶ່ງ

ນັ້ນກໍຄື...

 

ໃຫ້ລາວໄປເກັບດອກຫຍ້າດອກຫນຶຶ່ງ

ທີ່ລາວຄິດວ່າງາມທີ່ສຸດຢູ່ທີ່ເດີ່ນຫຍ້າມາ

ໂດຍມີເງື່ອນໄຂ

ວ່າຖ້າຍ່າງກາຍໄປແລ້ວ ບໍ່ໃຫ້ຍ່າງກັບຄືນມາທາງເກົ່າ

ໃຫ້ຍ່າງໄປແຕ່ທາງຫນ້າເລື້ອຍໆ...

 

ລາວບໍ່ຄ່ອຍເຂົ້າໃຈ

ແຕ່ກໍຍິນດີເຮັດຕາມທີ່ອາຈານຂໍ

 

ລາວເລີ່ມຕົ້ນຍ່າງ

ຈາກທາງຂ້າງຂອງເດີ່ນຫຍ້າ

ດອກຫຍ້ານີ້ງາມດີ ແຕ່ທາງຫນ້າຍັງມີດອກທີ່ງາມກ່ວານີ້

ລາວຈຶ່ງຍ່າງກາຍດອກຫຍ້ານັ້ນໄປ

ໂດຍທີ່ບໍ່ໄດ້ເດັດມັນ

 

ຍ່າງມາບຶດຫນຶ່ງ

ພົບເຫັນດອກທີ່ງາມກ່ວາ

ດອກນີ້ງາມກ່ວາດອກເມື່ອກີ້ ແຕ່ຍ່າງໄປອີກຄືຊິມີດອກທີ່ງາມກ່ວານີ້

ລາວຈຶ່ງຍ່າງກາຍໄປອີກ

ໂດຍທີ່ຍັງບໍ່ໄດ້ເດັດດອກຫຍ້ານັ້ນຄືເກົ່າ

 

ລາວຍ່າງໄປທາງຫນ້າເລື້ອຍໆ

ພົບເຫັນດອກຫຍ້າງາມໆອີກຫຼາຍດອກ

ທີ່ລາວຄິດວ່າງາມກ່ວາດອກກ່ອນໆ

ແຕ່ລາວກໍບໍ່ໄດ້ເດັດມັນຂຶ້ນມາ

ພຽງເພາະເຫດຜົນທີ່ວ່າ

ທາງຫນ້າຕ້ອງມີທີ່ງາມກ່ວານີ້ອີກ

 

ຈົນກະທັ້ງ...

ລາວຍ່າງມາສຸດເດີ່ນຫຍ້າ

ບໍ່ມີດອກຫຍ້າໃຫ້ເດັດອີກແລ້ວ

ແລະດ້ວຍເງື່ອນໄຂທີ່ວ່າ

ອາຈານບໍ່ໃຫ້ລາວຍ່າງກັບໄປທາງເກົ່າ

ລາວຈຶ່ງກັບໄປຫາອາຈານດ້ວຍມືເປົ່າ

 

ເມື່ອໄດ້ຟັງສິ່ງທີ່ລາວອະທິບາຍ

ອາຈານກໍຍິ້ມ ແລະ ເວົ້າກັບລາວວ່າ

ດອກຫຍ້າກໍຄືກັບຄົນ

ທີ່ໃນມື້ນີ້ເຮົາຊອກເຫັນ

ຖ້າເຮົາມັກ ກໍໃຫ້ເກັບມັນໄວ້

ຮັກສາໄວ້

ຢ່າຄິດວ່າມັນຈະຕ້ອງມີສິ່ງທີ່ດີກ່ວາ

ຫຼື ຈະຕ້ອງພົບສິ່ງທີ່ດີກ່ວາ

ແລ້ວປ່ອຍຖິ້ມ ຜ່ານມັນໄປ

 

ຈົນເມື່ອຍ້ອນກັບມາເບິ່ງ

ຄິດເສຍດາຍ

ເຮົາສູນເສຍສິ່ງນັ້ນໄປແລ້ວ

 

ໂອກາດກັບເວລາຢູ່ຄູ່ກັນສະເໝີ

ເມື່ອເສຍສິ່ງໆນັ້ນໄປແລ້ວ

ຍ່ອມບໍ່ມີທາງເອົາກັບຄືນມາໄດ້

 

ການທີ່ຈະຮັກຄົນໆຫນຶ່ງ

ໃຫ້ຄິດໄວ້ວ່າ

ເຂົາແມ່ນສິ່ງທີ່ດີທີ່ສຸດ

 

ແມ່ນຄົນທີ່ດີທີ່ສຸດນັ້ນກໍເພາະ

ຖ້າເຮົາຄິດວ່າມີສິ່ງທີ່ດີທີ່ສຸດຢູ່ແລ້ວ

ກໍຈະບໍ່ຊອກຫາສິ່ງທີ່ດີກ່ວາອີກ

 

ຢູ່ກັບຄວາມພໍພຽງ

ຊີວິດເຮົາກໍຈະພຽງພໍ

-----------------------------------------

ແລ້ວທ່ານເດ.... ເຫັນສິ່ງທີ່ດີທີ່ສຸດໃນຫົວໃຈແລ້ວບໍ?

ຖ້າເຫັນແລ້ວ.... ເດັດມັນຂຶ້ນມາເກັບໄວ້ແລ້ວຫຼືຍັງ?

ໂອກາດເຮົາເປັນຄົນສ້າງມັນຂຶ້ນມາເອງ

ເມື່ອມີໂອກາດ ຢ່າປ່ອຍໃຫ້ໂອກາດມັນຜ່ານໄປ

ໂດຍທີ່ຍັງບໍ່ໄດ້ເຮັດຫຍັງເລີຍ........

 

ຂອບໃຈ Postjung

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

           ມັນເປັນເລື່ອງງ່າຍໆ ທີ່ໃຜກໍຮູ້ ແຕ່ວ່າຍ້ອນຫຼາຍໆປັດໄຈ ເຮັດໃຫ້ຄົນເຮົາປ່ອຍປະລະເລີຍ

 ເພາະຄິດວ່າ ມັນເປັນພຽງເລື່ອງເລັກໆນ້ອຍໆ ແຕ່ວ່າ ການເລີ່ມຕົ້ນ ມັນກໍຕ້ອງເລີ່ມຈາກນ້ອຍໄປຫາໃຫຍ່ແມ່ນບໍ່

 ສູດງ່າຍໆ ຂອງການດຳລົງຊີວິດມີຄື :

  

   1. ດື່ມນ້ຳໃຫ້ຫຼາຍໆ

   2. ກິນເຂົ້າເຊົ້າໃຫ້ຄືກັບພະຣາຊາ , ກິນອາຫານທ່ຽງໃຫ້ຄືດັ່ງເຈົ້າຊາຍ ແລະ ເວລາກິນເຂົ້າແລງ ໃຫ້ຄິດວ່າ

 ໂຕເອງເປັນພຽງຂໍທານ ( ຕອນເຊົ້າກິນໃຫ້ດີ, ຕອນສວາຍກິນໃຫ້ຫຼາຍ, ຕອນແລງກິນໃຫ້ຫນ້ອຍ )

  3. ກິນອາຫານທີ່ກຳເນີດມາຈາກຫນ້າດິນ, ພະຍາຍາມຫຼີກລ່ຽງອາຫານທີ່ຜະລິດຈາກໂຮງງານ

  4. ໃຊ້ຊີວິດເທິງຫຼັກການ 3 E ນັ້ນກໍຄື energy ພະລັງງານ, enthusiasm ກະຕືລືລົ້ນ ແລະ emphty ເອົາໃຈເຂົາມາໃສ່ໃຈເຮົາ

  5. ຊອກເວລານັ່ງສະມາທິ

  6. ປົດປ່ອຍໂຕເອງແດ່ ຢ່າ serious ຫຼາຍ

  7. ອ່ານຫນັງສືໃຫ້ຫຼາຍໆ

  8. ນັ່ງມິດໆຢູ່ກັບໂຕເອງຈັກ 10 ນາທີລອງເບິ່ງ

  9. ນອນມື້ລະ 7 ຊົ່ວໂມງ

  10. ຍ່າງມື້ລະ 10 ເຖິງ 30 ນາທີ ແລ້ວແຕ່ຈສະດວກ

  11. ເວລາຍ່າງໃຫ້ຍິ້ມໄປພ້ອມ

                    -------------------------------------------------

From forward mail

ຂຽນເມື່ອ ຂຽນເມື່ອ: ພ.ພ.. 15, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

 

 

ສິ່ງທີ່ດີທີ່ສຸດກໍຄື... ການຮັກຕົວເອງ

ສິ່ງທີ່ດີທີ່ສຸດໃນຊີວິດເຮົາ... ຄືຊີວິດເຮົາ

ສິ່ງທີ່ມີຄ່າທີ່ສຸດໃນໃຈເຮົາ... ຄືຫົວໃຈເຮົາ

 

ຢ່າເອົາຊີວິດທັ້ງຊີວິດໄປຍົກໃຫ້ໃຜ

ຢ່າເອົາໃຈທັ້ງໃຈຍົກໃຫ້ຄົນໆດຽວ

ຢ່າເອົາສິ່ງທີ່ມີຄ່າທີ່ສຸດ ແລະ ດີທີ່ສຸດຂອງເຮົາ ໄປໃຫ້ໃຜເບິ່ງແຍງ

ເພາະບໍ່ມີໃຜ ທີ່ຈະຮັກສາມັນໄດ້ດີເທົ່າຕົວເຮົາເອງ

 

ຢ່າປິດກັ້ນຄວາມຮູ້ສຶກຂອງຕົວເອງ

ຢ່າບອກວ່າເກີດມາເພື່ອຮັກຄົນໆດຽວ

ຄົນໃຈແຄບເທົ່ານັ້ນ... ທີ່ເກີດມາເພື່ອຮັກໄດ້ແຕ່ຄົນດຽວ

ເຮົາສາມາດຮັກຄົນອື່ນໆອ້ອອມຂ້າງໄດ້ຢ່າງຫຼວງຫຼາຍ

 

ພຽງແຕ່ເຮົາຮູ້ຈັກຫນ້າທີ່ຂອງຄວາມຮັກ

ຫນ້າທີ່ທີ່ຈະປະຕິບັດຕໍ່ຄົນທີ່ເຮົາຮັກ

ຮັກຕ່າງແບບ... ປະຕິບັດໃນຫນ້າທີ່ຕ່າງກັນ

 

ແລ້ວມີມື້ໃດມື້ຫນຶ່ງ...

ຄົນບາງຄົນບໍ່ໄດ້ສົນໃຈກັບຄວາມຮັກທີ່ເຮົາມີໃຫ້ແລ້ວ

ເຮົາກໍຍັງມີຄົນອື່ນໆທີ່ຢູ່ອ້ອມຂ້າງ...

 

ແລະບໍ່ເຫັນຕ້ອງເຈັບປວດປາງຕາຍ

ຖ້າເຮົາຫມັ້ນໃຈ... ວ່າເຮົາເຮັດຫນ້າທີ່ໃຫ້ຄວາມຮັກຢ່າງເຕັມທີ່ແລ້ວ

 

ອາກາດຮ້ອນອົບເອົ້າ

ອອກມາຢືນຮັບແສງແດດ

ອາກາດຫນາວຂາດໃຈ

ອອກມາຫາໄອອຸ່ນລົມຫນາວ

ເຮົາຈະຮູ້ວ່າອາກາດຮ້ອນຫຼືຫນາວ ກໍຕໍ່ເມື່ອເຮົາໄດ້ສຳຜັດກັບມັນ

 

ເຊິ່ງກໍຄືກັນກັບຄວາມຮັກ...

ຢາກຮູ້ວ່າຣົດຊາດມັນເປັນແນວໃດ

ຕ້ອງໄປສຳຜັດກັບມັນເອງ

ແຕ່ຢ່າທໍລະມານຕົວເອງ

ດ້ວຍການຢືນຕາກແດດດົນໆ ຫຼືຢືນຕ້ານທານກັບລົມຫນາວ

 

ຖ້າຮູ້ສຶກວ່າຮ້ອນ

ກໍໃຫ້ຊອກຫາບ່ອນຮົ່ມ

ຖ້າຮູ້ສຶກວ່າຫນາວ

ກໍໃຫ້ກໍ່ກອງໄຟ

 

ຄວາມຮັກຈະບໍ່ທຳຮ້າຍເຮົາ

ຖ້າເຮົາບໍ່ທຳຮ້າຍຕົວເອງ

ຖ້າເຮົາຮູ້ຈັກຮັກ

ແສງແດດຈະເຮັດໃຫ້ອົບອຸ່ນ

ລົມຫນາວຈະເຮັດໃຫ້ຫຼັບສະບາຍ

 

ສິ່ງທີ່ດີທີ່ສຸດໃນຊີວິດເຮົາ ກໍຄືຊີວິດເຮົາ

ຢາກໃຫ້ຄົນອື່ນຮັກເຈົ້າ ກ່ອນອື່ນຫມົດແມ່ນຕ້ອງຮູ້ຈັກຮັກຕົວເອງກ່ອນ...

 

 

ຂໍຂອບໃຈ yenta4

ຂຽນເມື່ອ ຂຽນເມື່ອ: ພ.ພ.. 9, 2010 | ມີ 24 ຄຳເຫັນ ແລະ 0 trackback(s)

                           ກ່ອນອື່ນຫມົດຢາກບອກວ່າ "ຄິດຮອດພໍ່"

 

ພໍ່ເປັນຄົນດຽວ ທີ່ຮູ້ຈັກນິໄສລູກຄົນນີ້ດີທີ່ສຸດ...

ເພາະວ່າ ລູກນິໄສຄືພໍ່.... ແຕ່ອັນດຽວທີ່ລູກບໍ່ຄືພໍ່ກໍຄື "ຄວາມເດັດດ່ຽວ"

 

ລູກບໍ່ສາມາດ ຕັດສິນໃຈເດັດດ່ຽວຄືພໍ່ໄດ້...

ລູກລັງເລສະເຫມີ ເມື່ອຕ້ອງຕັດສິນໃຈເລື່ອງໃດເລື່ອງຫນຶ່ງ ຈົນເຮັດໃຫ້ ມັນກາຍເປັນເລື່ອງໃຫຍ່

ອັນນີ້ອາດຈະເປັນຍ້ອນວ່າ ລູກບໍ່ເຄີຍໄດ້ຕັດສິນໃຈຫຍັງມາກ່ອນ

ເພາະແຕ່ນ້ອຍຈົນໃຫຍ່ ພໍ່ເປັນຄົນຈັດການຫມົດ....

 

ພໍ່ລ້ຽງລູກດີໂພດ....

ເພາະພໍ່ບໍ່ຢາກໃຫ້ລູກທຸກ ຄືພໍ່ຕອນນ້ອຍ

ພໍ່ຍອມອົດ ເພື່ອໃຫ້ລູກອີ່ມ

ພໍ່ຍອມເມື່ອຍ ເພື່ອໃຫ້ລູກສະບາຍ

ແຕ່ພໍ່ຮູ້ບໍ່ ວ່າລູກສະບາຍຈົນເຄີຍຕົວ ອາດຈະເຮັດໃຫ້ລູກເສຍຄົນໄດ້

 

ແຕ່ລູກກໍສາມາດຮູ້ຈັກຄິດໄດ້ ເພາະຄຳບົ່ມສອນຂອງພໍ່

ພໍ່ມີເຫດຜົນສະເຫມີ ພໍ່ບໍ່ເຄີຍຕີລູກ

ທຸກຄັ້ງທີ່ລູກເຮັດຜິດ ພໍ່ກໍພຽງແຕ່ບອກວ່າ "ບໍ່ເປັນຫຍັງ ຄົນເຮົາສາມາດເຮັດຜິດພາດໄດ້ ຍ້ອນຄວາມບໍ່ຮູ້"

 

ພໍ່ບໍ່ເຄີຍບັງຄັບໃຫ້ລູກຮຽນຫນັງສືເກັ່ງໆ...

ແຕ່ໃຫ້ລູກຮຽນ ຕາມຄວາມສາມາດຂອງລູກ

 

ກ່ອນຫນ້ານີ້ພໍ່ບໍ່ມີຫັຍງເລີຍ

ສິ່ງທີ່ຕິດຕົວພໍ່ກໍມີແຕ່ຄວາມຮູ້

ແລະກໍຍ້ອນຄວາມຮູ້ນີ້ລະ ເຮັດໃຫ້ພໍ່ມີທຸກມືນີ້ໄດ້

ສະນັ້ນ ພໍ່ຈະບອກຕະຫຼອດ ວ່າໃຫ້ລູກຕັ້ງໃຈສຶກສາຮ່ຳຮຽນ

 

 

ມີບາງຄັ້ງທີ່ລູກ ມີຄວາມຄິດບໍ່ດີຕໍ່ພໍ່

ລູກຢາກຂໍອະໄພທຸກຢ່າງ ທີ່ລູກເຄີຍ ເຮັດບໍ່ດີກັບພໍ່ 

ເຄີຍຮ້າຍພໍ່ ຜິດຖຽງກັບພໍ....

ຫາແຕ່ເລື່ອງເດືອດຮ້ອນມາໃຫ້ພໍ່...ລູກເສຍໃຈ

 

ພໍ່ເປັນຄົນເວົ້າຊື່ ເວົ້າບໍ່ມ່ວນ ແຕ່ເວົ້າຄວາມຈິງ

ເຮັດໃຫ້ຄົນອື່ນບໍ່ມັກພໍ່ ຊັງພໍ່ ໃສ່ຮ້າຍພໍ່

ແຕ່ມີໃຜຮູ້ແດ່ວ່າໃນຈິດໃຈພໍ່ນັ້ນ ດີຂະຫນາດໃດ

 

ພໍ່ເຮັດເພື່ອຄົນອື່ນຫຼາຍໂພດ...

ຈົນບໍ່ສົນໃຈຕົວເອງ

ພໍ່ໃຈດີໂພດ...ຈົນຕົວເອງເດືອດຮ້ອນ

 

ເຖິງວ່າອ້າຍເອື້ອຍນ້ອງ ເຮັດບໍ່ດີຕໍ່ພໍ່

ແຕ່ພໍ່ກໍບໍ່ເຄີຍບອກໃຫ້ລູກຊັງເຂົາເຈົ້າ

ພໍ່ສອນສະເຫມີ ວ່າໃຫ້ລູກຮັກແພງກັບນ້ອງຫຼາຍໆ 

 

ເວລາມີເລື່ອງເດືອດຮ້ອນ

ເປັນພໍ່ສະເຫມີ ທີ່ຕ້ອງຮັບພາລະຫນ້າທີ່ແກ້ໄຂ

ແລ້ວເວລາພໍ່ເດືອດຮ້ອນເດ ມີໃຜເຂົ້າມາຊ່ວຍແດ່

 

ພໍ່ເຮັດດີໂດຍທີ່ບໍ່ເຄີຍຫວັງຜົນຕອບແທນ

ຫຼາຍຄັ້ງທີ່ລູກຖາມ

ພໍ່ເຮັດດີໄປເພື່ອຫຍັງ ໃນເມື່ອບໍ່ມີໃຜເຫັນຄຸນຄ່າ

ພໍ່ບອກວ່າ "ຄົນອື່ນບໍ່ເຫັນ ແຕ່ເຮົາຮູ້ດີແກ່ໃຈວ່າເຮົາເຮັດດີ ເທົ່ານີ້ກໍພຽງພໍແລ້ວ"

 

ຕອນນີ້ລູກຢາກບອກກັບພໍ່ວ່າ...

ໃຫ້ພໍ່ເບິ່ງແຍງຕົວເອງດີໆ ຢ່າເປັນຫ່ວງແຕ່ຄົນອື່ນຫຼາຍ

 

ອັນນິໄສຂີ້ໃຈນ້ອຍກໍຜ່ອນລົງແດ່

ເຊົາປາກຮ້າຍແດ່ກໍດີ ຄົນອື່ນຢ້ານຫມົດແລ້ວ

ກຽດສັກສີກໍຢ່າຖືຫຼາຍ ມັນຫນັກ ວາງລົງແດ່

 

ບໍ່ຢາກໃຫ້ພໍ່ເຮັດວຽກຫນັກຫຼາຍ 

ຮັກສາສຸຂະພາບຕົວເອງໃຫ້ດີ...ຢ່າໃຫ້ລູກເປັນຫ່ວງ

ແລະຢາກບອກວ່າ "ຮັກພໍ່ຫຼາຍໆ"

ເພາະວ່າບໍ່ກ້າບອກພໍ່ ເລີຍໄດ້ແຕ່ຂຽນ....

ຂຽນເມື່ອ ຂຽນເມື່ອ: ມ.ສ.. 12, 2010 | ມີ 23 ຄຳເຫັນ ແລະ 0 trackback(s)

ໃນເມື່ອກ່ອນ:

- ເຄີຍລຳຄານສຽງຈົ່ມຂອງແມ່

- ເຄີຍລຳຄານສຽງທີ່ແມ່ມາປຸກຕອນເຊົ້າ

- ເຄີຍລຳຄານ ເວລາທີ່ແມ່ຮ້ອງໃຊ້ວຽກ

- ເຄີຍລຳຄານ ເວລາທີ່ແມ່ບອກໃຫ້ມ້ຽນຫ້ອງ

- ເຄີຍລຳຄານ ທີ່ແມ່ບອກໃຫ້ເອົານ້ອງ

- ເຄີຍລຳຄານ ທີ່ແມ່ມັກຊື້ນັ້ນຊື້ນີ້ມາໃຫ້ ທັ້ງທີ່ເຮົາບໍ່ຕ້ອງການ

- ເຄີຍເບື່ອອາຫານ ທີ່ແມ່ແຕ່ງໃຫ້ກິນ

- ເຄີຍຖຽງ ເວລາທີ່ແມ່ບອກສອນ

- ເຄີຍລຳຄານ ເວລາທີ່ແມ່ບອກໃຫ້ນອນ...

 

ແຕ່ໃນຕອນນີ້:

- ບໍ່ໄດ້ຍິນສຽງຈົ່ມຂອງແມ່ແລ້ວ

- ບໍ່ມີສຽງແມ່ມາປຸກໃຫ້ຕື່ນແລ້ວ

- ບໍ່ມີແມ່ມາໃຊ້ວຽກເຮົາແລ້ວ

- ບໍ່ມີແມ່ມາບອກໃຫ້ປັດກວາດຫ້ອງແລ້ວ

- ບໍ່ມີແມ່ມາຊື້ເຄື່ອງໃຊ້ໃຫ້ແລ້ວ

- ບໍ່ມີແມ່ ມາຄົວກິນໃຫ້ແລ້ວ

- ບໍ່ມີແມ່ມາຄອຍບອກສອນແລ້ວ

- ບໍ່ມີແມ່ມາບອກໃຫ້ນອນແລ້ວ...

          ນີ້ແມ່ນສິ່ງທີ່ເຮົາປາດຖະຫນາໃຫ້ມັນເປັນ ບໍ່ມີແມ່ ມາຄອຍວຸ້ນວາຍກັບຊີວິດເຮົາ

 

ແຕ່ມັນບໍ່ແມ່ນ...ເຮົາພັດຮູ້ສຶກວ່າ ມີບາງສິ່ງບາງຢ່າງໃນຊີວິດເຮົາ ມັນຂາດຫາຍໄປ ນັ້ນກໍຄື ແມ່

ເຄີຍມີຄົນບອກວ່າ ຄົນເຮົາມັກຈະຮູ້ຄຸນຄ່າຂອງສິ່ງໆນັ້ນ ກໍຕໍ່ເມື່ອໄດ້ເສຍມັນໄປ

ບໍ່ມີສຽງຈົ່ມຂອງແມ່ແລ້ວ ແທນທີ່ຊິສະບາຍ ແຕ່ມັນພັດເຫງົາ

ເມື່ອກ່ອນ ເຄີຍຄິດວ່າເຮົາຫຍຸ້ງຢູ່ແລ້ວ ແມ່ຍັງມາໃຊ້ວຽກອີກ ແຕ່ຕອນນີ້ ເຮົາພັດມີເວລາວ່າງຫລາຍເກີນໄປ

 

ຂຽນຂຶ້ນມາດ້ວຍຄວາມຄິດຮອດຢ່າງແຮງ ເພື່ອ ແມ່ ຜູ້ທີ່ໃຫ້ກຳເນີດ ແລະ ລ້ຽງດູເຮົາໃຫ້ເຕີບໃຫຍ່ມາເປັນຄົນ

ຖ້າບໍ່ມີ ແມ່ ກໍບໍ່ມີເຮົາ ໃນມື້ນີ້...

ຂໍຂອບໃຈ ແລະຢາກບອກວ່າ ຮັກແມ່ທີ່ສຸດໃນໂລກ...

ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

 

 

  ຖ້າຖືກໄຟຟ້າຊອັດ

                   ກວດເບິ່ງວ່າ ຜູ້ປ່ວຍຍັງສຳພັດກັບສາຍໄຟຢູ່ຫລືບໍ່ ຖ້າຍັງສຳພັດຢູ່ແມ່ນ ໃຫ້ດຶງສາຍໄຟອອກໃນທັນທີ ເພາະວ່າປັດຈຸບັນນີ້ຄ່າໄຟມັນແພງຫລາຍ ຄວນປະຢັດພະລັງງານໄວ້

ຂັ້ນຕອນຕໍ່ໄປແມ່ນ ກວດສອບເບິ່ງຊີບພະຈອນຂອງຜູ້ປ່ວຍ ຂັບລົດພາຜູ້ປ່ວຍໄປສົ່ງໂຮງຫມໍທີ່ໃກ້ທີ່ສຸດ ແລະຖ້າຫາກວ່າ ລົດຂອງທ່ານນັ້ນສະຕາດບໍ່ໄດ້ຍ້ອນວ່າແບັດເຕີຣີ່ອ່ອນ

ລອງໃຊ້ມືຂອງຜູ້ປ່ວຍ ແຕະກັບຂົ້ວໄຟຂອງລົດ ລົດຈະສະຕາດຕິດໃນທັນທີ

 

  ໄຟໄຫມ້

                    ເອົານ້ຳເຢັນສາດໃສ່ທັນທີ (ໃນກໍລະນີໄຟທີ່ໄຫມ້ນັ້ນຍັງບໍ່ທັນດັບ) ຫລືນຳເອົາບາດແຜທີ່ຖືກໄຟໄຫມ້ນັ້ນເຂົ້າໄປແຊ່ໄວ້ໃນຕູ້ເຢັນ(ຖ້າເຮັດໄດ້) ຫລືຈະເອົາຕູ້ເຢັນ ວາງໃສ່ບ່ອນ

ບາດແຜ(ຖ້າເຮັດໄດ້ອີກຫັ້ນລະ) ກໍລະນີໄຟກຳລັງລຸກໄຫມ້ຜູ້ປ່ວຍຢູ່ຫມົດຕົວ ໃຫ້ໂຍນຜູ້ປ່ວຍລົງໃນບຶງ ແລ້ວປະຕິບັດຕາມຄູ່ມື ຊ່ວຍຄົນຈົມນ້ຳ 

 

  ກະດູກຫັກ

                   ລອງກວດເບິ່ງບາດແຜແລະຈຳນວນກະດູກທີ່ບວມອອກມາ ຖ້ານັບໄດ້ຫລາຍກວ່າ 50 ອັນ ລອງຈັບຊີບພະຈອນ ຖ້າທ່ານຊອກຫາກະດູກແຂນບໍ່ເຫັນ ບອກຜູ້ປ່ວຍໃຫ້ສວດ

ມົນ ຄິດຫາແຕ່ສິ່ງດີໆໄວ້ ຢ່າໄດ້ຈອງເວນຕໍ່ກັນ ແລະອາດຈະຖາມຕົວເລກຈັກ 3 ຕົວ ທີ່ເຂົາຄິດໄດ້ໃນຂະນະນັ້ນ ເພາະຄຳເວົ້າຂອງຄົນໃກ້ຕາຍນັ້ນເຊື່ອຖືໄດ້ ແຕ່ຖ້າກະດູກແຂນຂາ ບໍ່ໄດ້

ຫັກຫລາຍ ລອງໃຫ້ຜູ້ປ່ວຍນັ່ງລົງ ແລະຖ້ານັ່ງໄດ້ ສະແດງວ່າກະດູກສັນຫລັງຍັງດີ ໃຫ້ຜູ້ປ່ວຍຫມຸນຄໍ 360 ອົງສາ ຖ້າຜູ້ປ່ວຍສາມາດຫມຸນໄດ້ ສະແດງວ່າ ກະດູກຄໍຫັກ ແນະນຳໃຫ້ຜູ້ປ່ວຍ

ນອນຕໍ່ແລ້ວປະຕິບັດຕາມຂັ້ນຕົ້ນທີ່ໄດ້ກ່າວມາໃຫມ່ ຖ້າຜູ້ປ່ວຍລຸກຂຶ້ນຢືນ ແລະ ສາມາດຍ່າງອີ່ຢ່ອງໆໄດ້ ຈົ່ງບອກທາງໄປໂຮງຫມໍໃຫ້ລາວ ໄປໂຮງຫມໍໂດຍດ່ວນ

 

  ສະອຶກ

                  ການເຮັດໃຫ້ຕົກໃຈຫລືແປກໃຈເຊັ່ນ ແຕ່ງເປັນຜີຫລອກ ຈັບແຕ່ງຕົວເປັນກະເທີຍ ຊົກຫນ້າລາວ ຕົບກົກຫູ ສາມາດຊ່ວຍໃຫ້ເຊົາສະອຶກໄດ້ ຖ້າຈະໃຫ້ໄດ້ຜົນດີແມ່ນ ເຮັດທຸກ

ຢ່າງພ້ອມກັນບາດດຽວ ແຕ່ຖ້າວິທີທີ່ກ່າວມາທັງຫມົດນັ້ນ ບໍ່ໄດ້ຜົນ ລອງບອກວ່າ ທ່ານເປັນຕົວແທນຂາຍປະກັນ ລາວຈະຫາຍສະອຶກໃນທັນທີ ແຕ່ຈະປ່ຽນມາເປັນອາຫານຕິດຄໍຕາຍແທນ

 

  ຖືກມີດບາດ

                        ໃຫ້ລ້າງແຜໃນທັນທີ ໂດຍຫລັກການແມ່ນຕ້ອງໃຫ້ເລືອດຢຸດໄຫລກ່ອນ ດ້ວຍການໃຊ້ເຂັມຂັດ ຫລືເອົາຢາງຮັດໄວ້ເຫນືອບາດແຜ ເຊັ່ນວ່າ ແຜທີ່ນີ້ວມື ໃຫ້ຮັດທີ່ຂໍ່ແຂນ,

ແຜທີ່ສະດື ໃຫ້ຮັດທີ່ເອິກ , ແຜຢູ່ທີ່ເອິກ ໃຫ້ຮັດທີ່ຄໍ , ແຜຢູ່ທີ່ຄໍ ໃຫ້ຮັດທີ່ຫນ້າຜາກ ແລະ ແຜຢູ່ທີ່ຫນ້າຜາກ ໃຫ້ຮັດທີ່ເສັ້ນຜົມ ເປັນຕົ້ນ  ແຕ່ຖ້າຫາກວ່າທ່ານຈື່ບໍ່ໄດ້ ວ່າບາດແຜຢູ່ນີ້

ຮັດຢູ່ໃສແມ່ນ ໃຫ້ທ່ານຈື່ງ່າຍໆເລີຍ ບໍ່ວ່າໃນກໍລະນີໃດ ທ່ານຕ້ອງຮັດທີ່ຄໍໄວ້ກ່ອນໂລດ ຮັດໃຫ້ແຫນ້ນໆ ຫລັງຈາກນັ້ນ ໃຫ້ທ່ານອ່ານຄູ່ມືວິທີຊ່ວຍຜູ້ປ່ວຍ ຈາກການຂາດອາກາດຫາຍໃຈ

ເຊິ່ງຈະວາງຈຳຫນ່າຍໃນຕົ້ນປີຫນ້າ

 

   ວັດຖຸເຂົ້າຕາ

                    ຖ້າເປັນວັດຖຸທີ່ໃຫຍ່ກວ່າຕາ ມັນອາດຈະຫລຸດອອກມາເອງ "ມັນ" ໃນທີ່ນີ້ ອາດຈະເປັນວັດຖຸຫລືຕາກໍໄດ້ , ແຕ່ຖ້າເປັນພຽງເສດຂີ້ຝຸ່ນເລັກໆນ້ອຍໆ ໃຫ້ຊ່ວຍດ້ວຍການໃຊ້ນ້ຳ

ອຸ່ນທຳມະດາ ບໍ່ຈຳເປັນຕ້ອງປະສົມແຟັບ ຫລື ນ້ຳຢາລ້າງຖ້ວຍ ບໍ່ຄວນໃຊ້ມື ຕະປູ ຫລືມີດເຂ່ຍອອກ ຖ້າຈຳເປັນແທ້ໆຄວນໃຊ້ໄມ້ຖູແຂ້ວຊະນິດຂົນແປງນຸ້ມພິເສດ ແລະ ຢາສີແຂ້ວຊະນິດທີ່

ກຳຈັດຄາບຫີນປູນ ເອົາໄປຖູແຂ້ວໃຫ້ຜູ້ປ່ວຍ (ຢ່າເອົາໄປແທງຕາລາວໄດ໋ ດຽວອາການຈະຮ້າຍແຮງໄປກວ່າເກົ່າ) ການຖູແຂ້ວໃຫ້ຜູ້ປ່ວຍ ໃນຂະນະທີ່ມີວັດຖຸເຂົ້າຕາ ເປັນການທຳບຸນໂດຍ

ບໍ່ເອົາຫນ້າ ປິດທອງຫລັງພະ ທຳດີໂດຍບໍ່ຫວັງຜົນຕອບແທນ (ມັນກ່ຽວຫຍັງວະ?)

 

ສະຫລຸບ: ເມື່ອທ່ານອ່ານຄູ່ມືນີ້ຈົບແລ້ວ ຄວນຊອກຫາສະບັບມາດຕະຖານ ທີ່ຂຽນໂດຍຜູ້ຮູ້ມາປຽບທຽບ ເພື່ອໃຫ້ໄດ້ຄວາມຮູ້ອັນຫລາກຫລາຍ ແລ້ວຈຶ່ງບໍ່ຖືກໃຜຕົວະໄດ້ງ່າຍໆ

 

                  

 

ຫມາຍເຫດ: ມັນເປັນພຽງການຢອກຫລິ້ນ ຄວນໃຊ້ວິຈາລະນະຍານໃນການອ່ານ ເພື່ອທີ່ຈະບໍ່ໄດ້ຫລົງເຊື່ອ ຈົນນຳໄປປະຕິບັດແທ້ ເອີ້ກໆໆໆໆໆ!!!!

ຂໍຂອບໃຈ www.yenta4.com

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 14, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ໃນບາງຄັ້ງ ຄົນເຮົານີ້ກໍແປກ

 

 ບອກກັບໂຕເອງວ່າຈະເລີກເຮັດ........

ແຕ່ກໍບໍ່ເຫັນວ່າຈະເລີກໄດ້ຈັກເທື່ອ

 

 ຄິດຢາກຈົ່ງຜົມຍາວ.........

ແຕ່ພໍມັນຍາວເທື່ອໃດ ກໍຕັດຖິ້ມຕະຫລອດ

 

 ເຄີຍຄິດວາງແຜນຈະເຮັດນັ້ນເຮັດນີ້.......

ແຕ່ພັດບໍ່ເຄີຍໄດ້ເຮັດຈັກເທື່ອ

 

 ມັກຄົນໆຫນຶ່ງ ຮູ້ວ່າເຂົາມີແຟນແລ້ວ.......

ແຕ່ບາງຄັ້ງ ຍັງແອບຫວັງເລັກໆນ້ອຍໆ

 

 ເຫມືອນກັບວ່າຈະຮູ້ຈັກໂຕເອງດີກ່ວາຄົນອື່ນ........

ແຕ່ບາງທີເຮົາຍັງຕ້ອງຖາມຄົນອື່ນວ່າເຮົາເປັນຈັ່ງໃດ

 

  ເຫມືອນກັບວ່າຈະເປັນໂຕຂອງໂຕເອງ.........

ແຕ່ທຸກສິ່ງທີ່ເປັນນັ້ນບໍ່ແມ່ນເຮົາ

 

 ລຳຄານບາງຄົນ......

ທັ້ງທີ່ວ່າເຂົາດີກັບເຮົາທຸກຢ່າງ

 

 ຄິດວ່າເຮົາເຂົ້າໃຈແຈ່ມແຈ້ງແລ້ວ.....

ແຕ່ບາງຄັ້ງ ຍັງເກີດຂໍ້ຜິດພາດ

 

 ຢາກງາມ.....

ແຕ່ບໍ່ເຄີຍສົນໃຈເບິ່ງແຍງໂຕເອງເລີຍ

 

 ຢາກລໍຄອຍ......

ແຕ່ກໍບໍ່ຢາກຄອຍດົນ

 

  ຢາກບອກໃຫ້ເຂົາຮູ້ວ່າເຮົາຄິດແນວໃດ.....

ແຕ່ກໍໄດ້ແຕ່ເກັບໄວ້ ບໍ່ເຄີຍບອກໄປ

 

 ຢາກເຮັດສິ່ງດີໆໃຫ້ເຂົາຄົນນັ້ນ......

ແຕ່ເຂົາຄົນນັ້ນບໍ່ຢູ່ໃຫ້ເຮົາເຮັດສິ່ງດີໆໃຫ້ແລ້ວ

 

 ຢາກໄດ້ຄະແນນດີ.....

ແຕ່ຂີ້ຄ້ານເບິ່ງບົດຮຽນ

 

 ຢາກປ່ອຍວາງ......

ແຕ່ພໍເຫັນແລ້ວມັນປ່ອຍບໍ່ໄດ້

 

 ຢາກເປັນຄົນທີ່ໃຜໆກໍຮັກແລະເອັນດູ.....

ແຕ່ພັດວ່າ ມັກທຳໂຕໃຫ້ແຕ່ຄົນອື່ນຊັງ

 

 ຮ້ອງຂໍຄວາມຮັກ ຄວາມເຫັນໃຈ ຄວາມເອົາໃຈໃສ່..........

ໂດຍທີ່ບໍ່ເຄີຍແນມເບິ່ງ ວ່າເຂົາມີໃຫ້ຫລືບໍ່

 

 ມີຄວາມຮັກໃຫ້ຄົນອື່ນສະເຫມີ.....

ແຕ່ບໍ່ເຄີຍຮັກໂຕເອງ

 

 ພະຍາຍາມໄຂ່ວຄວ້າຫາສິ່ງທີ່ຢູ່ໄກ ແລະ ເປັນໄປບໍ່ໄດ້....

ແລ້ວເບິ່ງຂ້າມສິ່ງທີ່ຢູ່ໃກ້ໂຕໄປ

 

 ຢາກມີຄວາມສຸກ.......

ພັດວ່າ ຫາແຕ່ເລື່ອງທຸກມາໃສ່ໂຕ

 

 ຢາກອອກນອກໂລກ......

ພັດວ່າ ຂັງໂຕເອງຢູ່ແຕ່ໃນຂອບ

                                                               

ຂຽນເມື່ອ ຂຽນເມື່ອ: ມ.ນ.. 8, 2010 | ມີ 20 ຄຳເຫັນ ແລະ 0 trackback(s)

            ຄູ່ບ່າວສາວແຕ່ງງານໃຫມ່ ຕ່າງຝ່າຍຕ່າງກັງວົນກ່ຽວກັບການຮ່ວມຕຽງ ເນື່ອງຈາກທັງສອງຍັງບໍ່ເຄີຍມີປະສົບການມາກ່ອນ

ເຈົ້າບ່າວໂທໄປປຶກສາພໍ່ "ອີ່ພໍ່ໆ! ເຮົາຈະເລີ່ມຕົ້ນຈັ່ງໃດດີ" 

"ແກ້ເຄື່ອງລະກະຂຶ້ນໄປນອນເທິງຕຽງຫັ້ນເດ" ພໍ່ແນະນຳ

ແລ້ວເຈົ້າບ່າວກໍໄດ້ເຮັດຕາມທີ່ພໍ່ແນະນຳ

               ຝ່າຍເຈົ້າສາວເມື່ອເຫັນດັ່ງນັ້ນ ຈຶ່ງຟ້າວໂທໄປປຶກສາແມ່ "ແກ້ເຄື່ອງລະກະໄປມ່ວນກັບລາວຢູ່ເທິງຕຽງທະແມະ" ແມ່ແນະນຳ

ຄູ່ບ່າວສາວນອນເປືອຍກາຍຢູ່ເທິງຕຽງນຳກັນ ຕ່າງຝ່າຍຕ່າງບໍ່ຮູ້ອີກ ວ່າຊິເຮັດຈັ່ງໃດຕໍ່ ເຈົ້າບ່າວຈຶ່ງໄດ້ໂທໄປປຶກສາພໍ່ອີກຄັ້ງ

"ມັນຊິຍາກອີ່ສັງເດ້ ໄປຈັດການເອົາສ່ວນທີ່ແຂງທີ່ສຸດຂອງລູກ ຍັດໃສ່ສ່ວນທີ່ເຈົ້າສາວໃຊ້ຖ່າຍຫັ້ນນະ" ພໍ່ແນະນຳ

          ຫລັງຈາກທີ່ເຮັດຕາມຄຳແນະນຳຂອງພໍ່ແລ້ວ ຝ່າຍເຈົ້າສາວກໍໂທໄປປຶກສານຳແມ່ຕື່ມ

"ແລ້ວຊິເຮັດຈັ່ງໃດຕໍ່ໄປລະແມ່"

"ຕອນນີ້ໄປຮອດຂັ້ນໃດກັນແລ້ວ" ແມ່ເຈົ້າສາວຖາມ

"ລາວເຂົ້າຫ້ອງນ້ຳໄປແລ້ວ ກຳລັງເອົາຫົວມຸດຊັກໂຄກຢູ່" 5555555555555

ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2010 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

       ກ່ອນອື່ນຫມົດແມ່ນ ເອົາບິກກັບເຈ້ຍຂຶ້ນມາ ແລ້ວກຽມຈົດຄຳຕອບຂອງຕົນໄວ້ໃຫ້ດີໆ ຕອບຕາມຄວາມຈິງເດີ້ ຫ້າມລັກເບິ່ງກ່ອນເດັດຂາດ

ເລີ່ມເລີຍ

 

1. ໃຫ້ລຽງລຳດັບສັດຈຳພວກນີ້ຕາມທີ່ທ່ານມັກ

ງົວ ,   ເສືອ ,   ແກະ   ,   ມ້າ  ,   ຫມູ

 

 

 

2. ໃຫ້ຂຽນພຽງ 1 ຄຳ ທີ່ບົ່ງບອກເຖິງສັດແລະສິ່ງຂອງຕໍ່ໄປນີ້

ຫມາ  , ແມວ  , ຫນູ  , ກາເຟ  ,  ທະເລ

 

 

 

3. ຄິດເຖິງຄົນທີ່ຮູ້ຈັກທ່ານ ແລະ ມີຄວາມສຳພັນກັບທ່ານ ແລ້ວເຊື່ອມໂຍງຄວາມສຳພັນເຫລົ່ານີ້ ກັບສີຕ່າງໆຕໍ່ໄປນີ້ ໂດຍທີ່ບໍ່ໃຫ້ເລືອກສີຊ້ຳກັນ 1 ຄົນຕໍ່ 1 ສີ

ເຫລືອງ  , ສົ້ມ  , ແດງ  , ຂາວ  ,  ຂຽວ

 

 

 

ແລ້ວມາເບິ່ງຄຳຕອບນຳກັນເລີຍຍຍຍຍຍຍຍຍຍຍຍຍ

v

v

v

v

v

v

v

v

v

 

ຂໍ້ທີ່1  ເວົ້າເຖິງລຳດັບຄວາມສຳຄັນໃນຊີວິດຂອງທ່ານ

ງົວ ຫມາຍເຖິງ ອາຊີບການງານ

ເສືອ ຫມາຍເຖິງ ຄວາມພາກພູມໃຈ

ແກະ ຫມາຍເຖິງ ຄວາມຮັກ

ມ້າ ຫມາຍເຖິງ ຄອບຄົວ

ຫມູ ຫມາຍເຖິງ ຊັບສິນເງິນທອງ

 

 

 

ຂໍ້ທີ່2 ຂຽນເຖິງ...

ຫມາ ບົ່ງບອກເຖິງ ບຸກຄະລິກກະພາບຂອງທ່ານ

ແມວ ບົ່ງບອກເຖິງ ບຸກຄະລິກກະພາບຂອງຄູ່ຊີວິດທ່ານ

ຫນູ ບົ່ງບອກເຖິງ ບຸກຄະລິກກະພາບຂອງສັດຕູທ່ານ

ກາເຟ ບົ່ງບອກເຖິງ ຊີວິດຮັກຂອງທ່ານ

ທະເລ ບົ່ງບອກເຖິງ ຊີວິດຂອງທ່ານເອງ

 

 

ຂໍ້ທີ່3 

ສີເຫລືອງ  ແມ່ນຄົນທີ່ທ່ານບໍ່ລືມ

ສີສົ້ມ ແມ່ນຄົນທີ່ທ່ານຄິດວ່າເປັນມິດແທ້

ສີແດງ ແມ່ນຄົນທີ່ທ່ານຮັກຈິງ

ສີຂາວ ແມ່ນຄົນທີ່ເປັນຄົນຮັກຂອງທ່ານ

ສີຂຽວ  ແມ່ນຄົນທີ່ທ່ານຈະຈົດຈຳລາວໄປຕະຫລອດຊີວິດ

-----------------------------------------------------------

ຈົບ! ເອົາມາໃຫ້ທົດສອບກັນຫລິ້ນໆ ມັນບໍ່ຖືກ 100% ດອກ ເຮິເຮິເຮິ ຂອບໃຈທີ່ເຂົ້າມາອ່ານ

ເອົາມາຈາກ Forward mail

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

 

1. ສົມມຸດວ່າ ທ່ານກຳລັງຫລົງທາງຢູ່ໃນປ່າ ໃນຂະນະທີ່ຊອກຫາທາງອອກຢູ່ນັ້ນ ທ່ານໄດ້ພົບເຫັນບຶງນ້ຳຂວາງຢູ່ທາງຫນ້າ ທ່ານຄິດວ່າບຶງນັ້ນ ມີລັກສະນະແນວໃດ ລະຫວ່າງ

ກ. ເປັນບຶງຕື້ນໆ ບໍ່ເລິກ ແລະບໍ່ໃຫຍ່ຫລາຍ

ຂ. ເປັນບຶງໃຫຍ່ໆ ໂຄດເລິກເລີຍ

ຄ. ເປັນບຶງກ້ວາງໆ ບາງທີອາດຈະມີໂຕແຂ້ຢູ່ນຳ

 

2. ທ່ານກຳລັງຕັດສິນໃຈທີ່ຈະຂ້າມໄປອີກຟາກຫນຶ່ງຂອງບຶງແນວໃດ ທັນໃດນັ້ນ ສາຍຕາທ່ານກໍເຫລືອບໄປເຫັນເຮືອລຳຫນຶ່ງຈອດຢູ່ແຄມບຶງ ທ່ານຄິດວ່າ ເຮືອລຳນັ້ນມີລັກສະນະແນວໃດ?

ກ. ເປັນເຮືອໄມ້ ລຳນ້ອຍໆ ທຳມະດາໆ

ຂ. ເປັນເຮືອທີ່ເຮັດມາຈາກໄມ້ພິເສດ ມີສີສັນການຕົກແຕ່ງທີ່ພິເສດກວ່າເຮືອທຳມະດາ

ຄ. ເຮືອລຳໃຫຍ່ແຂງແຮງ

 

ໄປເບິ່ງຄຳຕອບກັນ

v

v

v

v

v

1. ບຶງທີ່ທ່ານເລືອກ ບອກໃຫ້ຮູ້ວ່າທ່ານມີທັດສະນະຄະຕິແນວໃດ ກັບຄວາມຮັກ

ກ. ບຶງຕຶ້ນໆ  ທ່ານເປັນຄົນເຈົ້າຊູ້ຫລາຍ ເຖິງວ່າຈະມີແຟນແລ້ວ ທ່ານຍັງທຽວມັກຜູ້ນີ້ຜູ້ນັ້ນໄປທົ່ວ

ຂ. ບຶງກ້ວາງແລະເລິກ ທ່ານເປັນຄົນທີ່ຮັກຄົນຍາກ ມັກຈະຕັ້ງມາດຕະຖານຂອງຄົນຮັກເອົາໄວ້ສູງ ແຕ່ທ່ານກໍເປັນຄົນຮັກແທ້ ຮັກແລ້ວຮັກເລີຍ ບໍ່ມີວັນປ່ຽນໃຈ

ຄ. ບຶງໃຫຍ່ແລະມີແຂ້ ທ່ານເປັນຄົນທີ່ມີທັດສະນະຄະຕິບໍ່ດີກັບຄວາມຮັກ ທ່ານບໍ່ແນ່ໃຈວ່າ ຄວາມຮັກທີ່ແທ້ຈິງນັ້ນ ມີຫລືບໍ່? ແລະເມື່ອໄດ້ຮັກໃຜແລ້ວ ກໍຈະລະແວງບໍ່ກ້າເທໃຈໄປໃຫ້ເຕັມຮ້ອຍ

 

2. ເຮືອທີ່ທ່ານເລືອກ ບອກໃຫ້ຮູ້ວ່າທ່ານກຳລັງລໍຄອຍຄວາມຮັກ ຈາກຄົນທີ່ມີນິໄສແນວໃດ?

ກ. ເຮືອນ້ອຍໆທຳມະດາໆ  ທ່ານຈະມັກຄົນທີ່ມີນິໄສລຽບງ່າຍ ເປັນຄົນທຳມະດາ ບໍ່ຕ້ອງຫນ້າຕາດີຂັ້ນເທບ ຂໍພຽງແຕ່ບໍ່ຫລາຍເລື່ອງລະກາເປັນພໍ

ຂ. ເຮືອທີ່ເຮັດມາຈາກໄມ້ພິເສດ    ທ່ານມັກຄົນທີ່ເປັນຕົວຂອງຕົວເອງ ແລະຕ້ອງມີບຸກຄະລິກທີ່ໂດດເດັ່ນບໍ່ຄືໃຜ ແຕ່ຕ້ອງບໍ່ໂອເວີ້ຈົນເກີນໄປ

ຄ. ເຮືອລຳໃຫຍ່ແຂງແຮງ   ຄົນທີ່ມີຄວາມຮັບຜິດຊອບສູງ ມີລັກສະນະເປັນຜູ້ໃຫຍ່ ຈະຖືກໃຈທ່ານເປັນພິເສດ

--------------------------------------------------------------------------------------

ເອົາມາໃຫ້ອ່ານກັນຫລິ້ນໆ ບໍ່ຕ້ອງປັກໃຈເຊື່ອເດີ້

ຈະຖືກຫລືບໍ່ຖືກ ມັນກໍຂຶ້ນກັບວິຈາລະນະຍານຂອງແຕ່ລະຄົນ

ເອົາມາຈາກ www.yenta4.com

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

1. ຄາດຫວັງໄວ້ໃຫ້ສູງໆ ແລະກຽມພ້ອມທີ່ຈະພົບກັບຄວາມຜິດຫວັງ.

2. ຢາກປະສົບຜົນສຳເລັດ ຕ້ອງກ້າທີ່ຈະປ່ຽນແປງຕົວເອງ.

3. ຖ້າເຊື່ອວ່າເຮົາບໍ່ແພ້ ເຮົາກໍຈະບໍ່ແພ້.

4. ຄົນເຂັ້ມແຂງເທົ່ານັ້ນ ທີ່ຈະອາໄສຢູ່ໃນໂລກນີ້ໄດ້.

5. ອຸປະສັກລ້ວນແຕ່ເປັນຢາຂົມ ບໍ່ມີໃຜຢາກລອງຊິມ ແຕ່ຄັນຂຶ້ນຊື່ວ່າຢາຂົມ ສ່ວນຫລາຍຈະເປັນຢາດີ.

6. ຂໍຂອບໃຈຄວາມທຸກ ທີ່ເຮັດໃຫ້ຄວາມສຸກໃນຄາວຕໍ່ມາ ເປັນຄວາມສຸກທີ່ແທ້ຈິງ.

7. ເຈົ້າລໍຄອຍຢ່າງບໍ່ມີຄວາມຫມາຍໄປເພື່ອຫຍັງ?

8. ບົດຮຽນຍາກຂຶ້ນເທົ່າໃດ ຖ້າເຮົາຜ່ານມັນໄປໄດ້ ເຮົາກໍຈະເກັ່ງຂຶ້ນເທົ່ານັ້ນ.

9. ກຸຫລາບບໍ່ມີຫນາມ ເປັນພຽງມິດຕະພາບເທົ່ານັ້ນ.

10. ຢ່າກັງວົນກັບສິ່ງທີ່ຍັງບໍ່ມາຮອດ ແຕ່ໃຫ້ຄຳນຶງເຖິງສິ່ງທີ່ກຳລັງກະທຳ.

11. ແມ່ນແຕ່ນິ້ວຂອງຄົນເຮົາຍັງຍາວບໍ່ເທົ່າກັນ ແລ້ວຈະເອົາຫຍັງກັບຄວາມຢັ້ງຢືນຂອງຊີວິດ.

12. ໂລກໃບນີ້ເຕັມໄປດ້ວຍສິ່ງມະຫັດສະຈັນ ຖ້າບໍ່ອອກເດີນທາງກໍບໍ່ມີວັນຄົ້ນພົບ.

13. ບໍ່ໃຜຈະສະດຸດພູເຂົາລົ້ມ ມີແຕ່ສະດຸດກ້ອນຫີນລົ້ມ.

14. ບໍ່ມີໃຜເຂັ້ມແຂງໄປຕະຫລອດ ແລະ ບໍ່ມີໃຜອ່ອນແອຕະຫລອດໄປ.

15. ໃນບາງຄັ້ງເຮົາກໍຄືຄົນຕາບອດ ວິທີດຽວທີ່ຈະພາເຮົາເດີນຫນ້າຕໍ່ໄປໄດ້ ມີພຽງການໃຊ້ປະສາດສຳຜັດຂອງຕົວເອງ.

16. ຢ່າຊັງນ້ຳຕາ ເພາະມັນຄືເພື່ອນແທ້ ຢ່າຊັງຄວາມອ່ອນແອ ພຽງເພາະວ້າມັນບໍ່ແມ່ນຄວາມເຂັ້ມແຂງ.

17. ມີພຽງຊີວິດທີ່ສ້າງປະໂຫຍດໃຫ້ແກ່ຄົນອື່ນເທົ່ານັ້ນ ທີ່ຄວນຄ່າແກ່ການມີຊີວິດ.

18. ຄວາມຜິດພາດມີຄ່າສະເຫມີ ຢ່າງນ້ອຍກໍເຮັດໃຫ້ເຮົາຮູ້ວ່າ ເຮົາບໍ່ຄວນຈະເຮັດມັນອີກ.

19. ຄົນສະຫລາດຍ່ອມບໍ່ນຳ ແຕ່ຕາມ ຍ່ອມບໍ່ເວົ້າ ແຕ່ຟັງ.

20. ທຸກຄົນຈະໄດ້ຍິນໃນສິ່ງທີ່ທ່ານເວົ້າ ມີແຕ່ເພື່ອນທີ່ດີທີ່ສຸດ ຈະໄດ້ຍິນໃນສິ່ງທີ່ທ່ານບໍ່ໄດ້ເວົ້າ.

21. ອວດວ່າໂງ່ ດີກ່ວາອວດສະຫລາດ.

22. ຄົນທີ່ວ່າຄົນອື່ນໂງ່ ຄືບຸກຄົນທີ່ໂງ່ກວ່າ ຄົນທີ່ວ່າຄົນອື່ນສະຫລາດ ບຸກຄົນນັ້ນແມ່ນຄົນສະຫລາດຢ່າງແທ້ຈິງ.

23. ຝັນໄດ້ ແຕຢ່າຫວັງ.

24. ຮຽນຮູ້ທີ່ຈະແພ້ຢ່າງຜູ້ຊະນະ ແລ້ວຈະພົບກັບໄຊຊະນະທີ່ແທ້ຈິງ.

25. ນັກປາດຄວນຮູ້ວ່າ ເມື່ອໃດຄວນຢຸດ.

26. ການຍຶດຕິດ ແມ່ນຄວາມເຈັບປວດ.

27. ພະເຈົ້າບໍ່ໄດ້ຮັກເຮົາຫລາຍກວ່າຄົນອື່ນ ແລະ ບໍ່ໄດ້ຮັກຄົນອື່ນຫລາຍກ່ວາເຮົາ.

28. ອຸປະສັກ ແມ່ນແບບທົດສອບຂອງຊີວິດ.

29. ໃນຊີວິດ ບໍ່ມີຄຳວ່າ ແນ່ນອນ.

30. ສິ່ງຮ້າຍໆ ຈະມາພ້ອມກັບສິ່ງດີໆສະເຫມີ.

31. ໂລກໃບນີ້ຍັງມີມຸມດີໆໃຫ້ສຳຜັດ.

32. ຕົວເຮົາຍັງບໍ່ໄດ້ດັ່ງໃຈເຮົາ ແລ້ວຄົນອື່ນຈະເປັນຢ່າງໃດ.

33. ຖະຫນົນບາງເສັ້ນອາດຈະໄກ ແຕ່ກໍຍັງມີວັນທີ່ຈະໄປຮອດຈຸດຫມາຍ.

34. ແຕ່ງຫນ້າດ້ອຍເຄື່ອງສຳອາງ ແຕ່ງໃຈດ້ວຍຄວາມດີ.

35. ຄວາມເຈັບປວດ ເຮັດໃຫ້ຫົວໃຈແຂງແຮງ.

36. ການຍ່າງຄົນດຽວອາດຈະຮູ້ສຶກບໍ່ດີ ແຕ່ຢ່າງນ້ອຍ ກໍມີເນື້ອທີ່ໄວ້ໃຫ້ເຮົາແກ່ວງແຂນ.

37. ເຮັດມື້ນີ້ໃຫ້ດີທີ່ສຸດ ແລ້ວເຮັດມື້ອື່ນໃຫ້ດີກ່ວາມື້ນີ້.

38. ຄວາມຜິດພາດເກີດຂຶ້ນໄດ້ສະເຫມີ ເພາະທຸກບັນຫາຍ່ອມແກ້ໄຂໄດ້.

39. ຖ້າບໍ່ລອງກ້າວຂາ ຈະຮູ້ໄດ້ແນວໃດ ວ່າຕົວເອງແລ່ນໄດ້.

40. ຕຶກທີ່ສູງພົ້ນຟ້າ ສ້າງມາຈາກກ້ອນດີນຈີ່.

41. ໃຊ້ຊີວິດຢູ່ກັບຄວາມຈິງ ຍອມຮັບໃນສິ່ງທີ່ເປັນ ເຫັນຂໍ້ດີຂອງຄົນອື່ນ ຍືນຢັດດ້ວຍຂາຕົວເອງ.

42. ເຮົາຈະຮັບຮູ້ລົດຊາດຂອງຄວາມສຸກໄດ້ ກໍຕໍ່ເມື່ອວ່າ ເຮົາຜ່ານຄວາມທຸກມາກ່ອນແລ້ວ.

43. ບັນຫາມີໄວ້ແກ້ ແລະຕ້ອງແກ້ດ້ວຍຕົວເອງ ບໍ່ແມ່ນຈະຄອຍຖ້າໃຫ້ຄົນອື່ນມາຊ່ວຍ.

44. ຈຸດເລີ່ມຕົ້ນຂອງສາຍສຳພັນ ຄືຄວາມເຊື່ອໃຈ.

45. ທຸກຄົນມີຄຸນຄ່າ ພຽງແຕ່ວ່າ ໂອກາດທີ່ຈະສະແດງຄຸນຄ່າມັນບໍ່ເທົ່າກັນ.

46. ບາງທີ ການປະສົບກັບບັນຫາກໍດີຄືກັນ.

47. ສິ່ງທີ່ຜ່ານມາແລ້ວ ກັບໄປແກ້ໄຂຫຍັງບໍ່ໄດ້ຕື່ມອີກ.

48. ບໍ່ວ່າຈະມີໃຜຕາຍ ຫລືຫາຍໄປ ສຸດທ້າຍແລ້ວໂລກກໍຍັງໝູນຕໍ່ໄປ.

49. ນ້ຳຕາ ໃຫ້ໄດ້ແຕ່ຄວາມເຫັນໃຈ.

50. ໃນການທີ່ຈະເລີ່ມຕົ້ນກະທຳສິ່ງຕ່າງໆ ໃຫ້ຄຳນຶງເຖິງຈຸດຈົບໄປພ້ອມ.

------------------------------------------------------------------------------------

ເຄຣດິດ: www.yenta4.com

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

                   "ລາວ" ເປັນພຽງຜູ້ຊາຍທຳມະດາຄົນຫນຶ່ງ ທີ່ຍັງແລ່ນຕາມຄວາມຝັນ ແລະ ຍັງຄົ້ນຫາຕົວເອງ

"ລາວ" ກໍຄືກັບຜູ້ຊາຍທົ່ວໄປ ບໍ່ອ່ອນຫວານ ແຕ່ອ່ອນໄຫວ, ແຂງແຮງ ແລະ ແຂງກະດ້າງ

ສະແດງອອກໃນສິ່ງທີ່ກົງກັນຂ້າມກັບຫົວໃຈ

ບໍ່ເຄີຍເວົ້າວ່າຮັກ ແລະ ບໍ່ເຄີຍສະແດງອອກວ່າຮັກ "ນາງ"

ສິ່ງດຽວທີ່ລາວມີຢ່າງສະເໝີຕົ້ນສະເໝີປາຍ ກໍຄືສາຍຕາ ແລະ ຄວາມຈິງໃຈ

"ລາວ" ຄິດວ່າມັນຫນ້າຈະພຽງພໍແລ້ວ ແລະ "ນາງ" ກໍຄິດເຊັ່ນດຽວກັນ

ທຸກເທື່ອທີ່ລາວຄິດຮອດນາງ ກໍຈະເວົ້າແຕ່ວ່າ "ມີວຽກຢາກລົມນຳ"

ມັນຈະດີກວ່ານີ້ຖ້າ "ລາວ" ກ້າທີ່ຈະຍອມຮັບ ຄວາມຕ້ອງການຂອງຫົວໃຈຕົວເອງ.

         "ນາງ" ເປັນຜູ້ຍິງທຳມະດາຄົນໜຶ່ງ ທີ່ຕ້ອງການໃຜຈັກຄົນ

ຄົນທີ່ "ນາງ" ຮັກ ແລະເປັນຄົນທີ່ຮັກ "ນາງ"

"ນາງ" ຍັງຄົງເຊື່ອໝັ້ນ ແລະ ສັດທາໃນຄວາມຮັກ

ແລະ ຫວັງວ່າມື້ໜຶ່ງຈະຕ້ອງພົບຄົນທີ່ເກີດມາເພື່ອກັນແລະກັນ "ນາງ" ຫວັງໄວ້ເຊັ່ນນັ້ນ

ຫາກແຕ່ວ່າ "ນາງ" ກໍບໍ່ເຄີຍບອກຄືກັນວ່າ "ນາງ" ຄິດຮອດ "ລາວ" ຫຼາຍເທົ່າໃດ

ສິ່ງທີ່ນາງມັກຢ້ຳເຕືອນລາວຢູ່ຕະຫຼອດເວລາແມ່ນ "ຮັກສາສຸຂະພາບແດ່ເດີ້"

ມັນຈະດີກວ່ານີ້ຖ້າ "ນາງ" ຈິງໃຈກັຍຄວາມຮູ້ສຶກຂອງຕົວເອງ

                  ເລຶ່ອງລາວຂອງຄູ່ນີ້ບໍ່ມີຕອນຈົບ ເພາະບໍ່ມີຕອນເລີ່ມຕົ້ນ

ທັງສອງຍັງຄົງດຳເນີນຊີວິດຕໍ່ໄປ ຕາມວິທີທາງຂອງຕົນ

ພົບກັບຄວາມສຸກໃຈ ແລະ ເກັບກ່ຽວເອົາຄວາມຮູ້ສຶກດີໆເອົາໄວ້

ແຕ່ທັງສອງບໍ່ສາມາດຮັບຮູ້ເຖິງ ຄວາມຮູ້ສຶກດີໆ ທີ່ຕ່າງຄົນຕ່າງກໍມີໃຫ້ແກ່ກັນ

ຈົ່ງຮັບຮູ້ໄວ້ເທາະ ວ່າມະນຸດ ມີຕາໄວ້ "ເບິ່ງ" ມີຫູໄວ້ "ຟັງ"

ມີຫົວໃຈເອົາໄວ້ຮູ້ຈັກກັບ "ຄວາມຮັກ"

ຄວາມຮັກທີ່ບໍ່ສາມາດສະແດງໃຫ້ຫົວໃຈອີກດວງໜຶ່ງໄດ້ຮັບຮູ້

ກໍເປັນຄວາມຮັກທີ່ວ່າງເປົ່າ ເປັນ "ຄວາມຮັກທີ່ໄຮ້ຄ່າ"

ຢ່າປ່ອຍໃຫ້ວັນເວລາຜ່ານພົ້ນໄປ ຈົນບໍ່ມີໂອກາດທີ່ສະແດງຄວາມຮັກ

ເພາະສຸດທ້າຍແລ້ວ ຄວາມຮັກແມ່ນຊີວິດ ແລະ ຊີວິດຢູ່ທີ່ຫົວໃຈ

 

ມື້ນີ້ທ່ານໄດ້ບອກຮັກກັບຄົນທີ່ທ່ານຮັກແລ້ວຫຼືຍັງ?

ຂໍໃຫ້ຄວາມຮັກທີ່ຢູ່ໃນເບື້ອງເລິກຈິດໃຈຂອງທ່ານຈົ່ງສົມຫວັງ.

ຈາກ: www.yenta4.com

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ຄົນເຮົາທຸກຄົນ...

ໃນຊ່ວງເວລາທີ່ມີຄວາມທຸກ

ບໍ່ສະບາຍໃຈ ສັບສົນ ວຸ້ນວາຍ ກັບເລື່ອງຕ່າງໆ

 

ຍັງມີຄົນໆຫນຶ່ງ

ທີ່ບໍ່ຍອມແພ້ ຕໍ່ບັນຫາ

ອົດທົນອີກຫນ້ອຍດຽວ ແລ້ວທຸກຢ່າງຈະດີຂຶ້ນ

 

ແຕ່ຍັງມີຄົນອີກຫລາຍຄົນ

ພໍແຕ່ປະສົບກັບບັນຫາຕ່າງໆໃນຊີວິດ

ກໍມັກຄິດທໍ້ແທ້ ກາຍເປັນທໍ້ຖອຍໄປ

ພຽງເພາະວ່າ ບໍ່ມີຄວາມອົດທົນ

 

ຄວາມທຸກ...

ຈະຢ້ານຄົນທີ່ບໍ່ຍອມແພ້

ຄວາມທຸກ...

ມັກຝັງຕົວຢູ່ກັບຄົນອ່ອນແອ

 

ຄົນທີ່ບໍ່ຍອມແພ້

ຈະຮຽນຮູ້ຄວາມທຸກຢ່າງເຂົ້າໃຈ

ເພາະຄິດວ່າ...

ຄວາມທຸກຄືຫມູ່ສະນິດ

ທີ່ມາທົດລອງ ເຝິກຝົນໃຫ້ຈິດໃຈເຮົາເຂັ້ມແຂງ

 

ແຕ່ສຳລັບຄົນທີ່ທໍ້ແທ້...

ເຂົາຈະຮຽນຮູ້ ວ່າຄວາມສຸກເປັນແນວໃດ

ມີລັກສະນະແນວໃດ

ພ້ອມທີ່ຄົບຫາກັບຄວາມສຸກຕະຫລອດເວລາ

 

ໂດຍທີ່ບໍ່ຮູ້ວ່າ...

ຄວາມສຸກ ຄວາມສະບາຍ

ແມ່ນສັດຕູຂອງຄົນທີ່ທໍ້ແທ້

ເພາະວ່າມັນຈະໃຫ້ຄວາມສຸກໃນຕອນຕົ້ນ

ແລ້ວຈະໃຫ້ຄວາມທຸກໃນຕອນທ້າຍ

 

ເພາະສະນັ້ນ...

ເຮົາຈົ່ງມາຮຽນຮູ້ວິທີທີ່ຈະຢູ່ກັບຄວາມສຸກ-ຄວາມທຸກ

ໃນທຸກໆເວລາທີ່ເກີດຄວາມທໍ້ແທ້ກັນດີກວ່າ

 

ເພື່ອນຕາຍ ຂອງຄົນທີ່ບໍ່ທໍ້ແທ້

ແມ່ນຄວາມທຸກ

ສ່ວນວ່າເພື່ອນກິນ ຂອງຄົນທີ່ທໍ້ແທ້

ແມ່ນຄວາມສຸກ

ຍ້ອນຫຍັງ?

 

ເຫດຜົນ ເພາະວ່າ...

ເວລາທີ່ເຮົາມີຄວາມສຸກ

ເຮົາມັກຈະເພີດເພີນ ຫລົງໄຫລ ໄປກັບຄວາມສຸກ

ແລ້ວພໍພົບກັບຄວາມທຸກ ກໍຈະບໍ່ຮູ້ເທົ່າທັນ...

 

ແຕ່ສຳລັບຄົນທີ່ບໍ່ທໍ້ແທ້

ບໍ່ວ່າຈະພົບກັບຄວາມທຸກໃນຮູບແບບໃດກໍຕາມ

ເຂົາພ້ອມທີ່ຈະຮຽນຮູ້ ແລະ ຢູ່ກັບມັນຢ່າງເຂົ້າໃຈ

 

ຮູ້ສຸກ-ຮູ້ທຸກ

ແລ້ວປ່ອຍວາງ ບໍ່ຍຶດຕິດກັບສຸກ-ທຸກ

ຮຽນຮູ້ ແລະ ເຂົ້າໃຈສຸກ-ທຸກ

 

ເທົ່ານີ້ແຫລະ...

ເຮົາຈຶ່ງຈະເຂົ້າໃຈຄວາມຮູ້ສຶກທີ່ປາສະຈາກສຸກແລະທຸກ

ນັ້ນກໍຄື...

ປ່ອຍວາງ...

ຄວາມຮຸ້ສຶກວ່າງເປົ່ານັ້ນເອງ

 

ຫມາຍເຫດ: ຖ້າທ່ານໄປບວດ ອາດຈະເຂົ້າໃຈດີກວ່ານີ້ ຂອບໃຈທີ່ເຂົ້າມາ  ເຖິງແມ່ນວ່າຈະຫລົງເຂົ້າມາກໍຕາມ.

ຈາກ: www.yenta4.com

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2009 | ມີ 25 ຄຳເຫັນ ແລະ 0 trackback(s)

ນີ້ແມ່ນເລື່ອງທີ່ແປມາຈາກພາສາໄທ ໃຜທີ່ເຄີຍໄດ້ອ່ານແລ້ວກໍຂໍອະໄພນຳ

1. ຕ້ອງຈື່ຊື່ຄົນອື່ນໃຫ້ໄດ້

                       ຖ້າຫາກທ່ານຍັງຈື່ຊື່ຂອງຄົນອື່ນບໍ່ໄດ້ ສະແດງວ່າທ່ານບໍ່ໄດ້ໃຫ້ຄວາມສົນໃຈກັບເຂົາເຈົ້າດີພໍເທື່ອ ທ່ານຮູ້ບໍ່ວ່າຊື່ເປັນສິ່ງທີ່ສຳຄັນ ໃນການເຊື່ອມຕໍ່ຄວາມສຳພັນທີ່ດີ ເພາະສະນັ້ນ ທ່ານຕ້ອງຈື່ຊື່ຄົນອື່ນໃຫ້ໄດ້ ແລະ ຮ້ອງໃຫ້ຖືກ.

2.ຮູ້ຈັກທັກທາຍກ່ອນ

            ການທັກທາຍຄົນອື່ນກ່ອນ ເປັນມາລະຍາດທີ່ດີຢ່າງຫນຶ່ງ ທີ່ສະທ້ອນໃຫ້ເຫັນເຖິງຄວາມເປັນມິດ ເຮັດໃຫ້ຜູ້ຖືກທັກທາຍຮູ້ສຶກດີ ທີ່ມີຄົນໃຫ້ຄວາມສຳຄັນ ທ່ານຈຳເປັນຕ້ອງຈື່ຊື່ຂອງຄົນອື່ນເຮັດຫຍັງ ຖ້າບໍ່ຮູ້ຈັກທັກທາຍກັນ.

3. ວາງໂຕໃຫ້ສະບາຍ

             ຈົ່ງວາງໂຕສະບາຍໆໄວ້ ເພື່ອທີ່ຜູ້ອື່ນຈະໄດ້ບໍ່ຮູ້ສຶກເກັງ ເວລາທີ່ຢູ່ກັບທ່ານ ຈົ່ງຢ່າວາງມາດ ຫລື ຖືໂຕ ຈະເຮັດໃຫ້ທ່ານເປັນຄົນທີ່ ບໍ່ຫນ້າເຂົ້າຫາ ແລະ ເປັນທີ່ລັງກຽດ.

4. ມີນິໄສງ່າຍໆ

               ບໍ່່ໄດ້ຫມາຍຄວາມວ່າເປັນຄົນມັກງ່າຍ ແຕ່ໃຫ້ທ່ານເປັນຄົນງ່າຍໆ ສາມາດຄວບຄຸມອາລົມໃຫ້ຄົງທີ່ໄດ້ ບໍ່ແປປວນຈົນເກີນໄປ, ຕ້ອງຍອມຮັບ ແລະ ເຂົ້າໃຈຄົນອື່ນ ເຖິງວ່າກັບຄົນທີ່ເປັນຕາລຳຄານທີ່ສຸດ ເປັນໃຜໃຜກໍຢາກຢູ່ໃກ້ ຄົນທີ່ມີອາລົມຄົງທີ່ ບໍ່ມັກຖືສາຄົນອື່ນ ເພາະວ່າບາງທີ ທ່ານອາດບໍ່ຮູ້ໂຕເອງ ວ່າມີຫຍັງທີ່ເຮັດໃຫ້ຄົນອື່ນລຳຄານທ່ານ ສະນັ້ນ ງ່າຍໆ ພຽງແຕ່ທ່ານ ວາງໃຈ ແລະບໍ່ຖືສາກັນນີ້ແຫລະ ດີທີ່ສຸດແລ້ວ.

5. ຢ່າອວດອ້າງຕົວເອງ

             ຈົ່ງລະວັງ ຢ່າສະແດງວ່າທ່ານຮູ້ໄປຫມົດທຸກເລື່ອງ ຈົ່ງປ່ອຍເຂົາສະແດງຄວາມຮູ້ຂອງເຂົາເຈົ້າອອກມາແນ່ ບໍ່ມີໃຜມັກຄົນທີ່ອວດອ້າງວ່າຕົນເກັ່ງນັ້ນ ເກັ່ງນີ້ດ໊ອກ ໃຫ້ຮູ້ຈັກຖ່ອມໂຕ ແລະ ສຸພາບ ຕາມກາລະເທສະ ຈະດີກ່ວາ.

6. ເປັນຄົນມັກມ່ວນ ເຮຮາ

                ໃຜໃຜກໍມັກຄົນທີ່ອາລົມດີ ມ່ວນຊື່ນ ເຮຮາຢູ່ຕະຫລອດ ເພື່ອທີ່ເວລາຢູ່ໃກ້ແລ້ວ ຈິດໃຈກໍເບີກບານມ່ວນຊື່ນໄປນຳ ບໍ່ຕຶງຄຽດ.

7. ພະຍາຍາມແກ້ໄຂຄວາມເຂົ້າໃຈຜິດ

               ໃນບາງຄັ້ງ ທ່ານອາດຈະເຄີຍເບິ່ງຄົນອື່ນໃນແງ່ຮ້າຍ ທ່ານອາດຈະເຄີຍຖືສາ,ຕຳຫນິ ຕິຕຽນໃນການກະທຳຂອງຄົນອື່ນ, ຢາກໃຫ້ທ່ານປ່ຽນ ແລະ ປັດຖິ້ມຄວາມຄິດນີ້ອອກຈາກໃຈ ລອງເບິ່ງໂລກໃນແງ່ດີ ເບິ່ງຄົນອື່ນໃນແງ່ບວກ ແລ້ວທຸກຢ່າງຈະດີ ມິດຕະພາບບໍ່ສາມາດກໍ່ເກີດ ແລະ ຫງອກງາມ ທ່າມກາງຄວາມລະແວງແຄງໃຈ ຈົ່ງກຳຈັດຄວາມຂັດຂ້ອງຫມອງໃຈ ຄວາມຄຽດ ຄວາມແຄ້ນໃຫ້ຫມົດໄປ ແລ້ວທ່ານກໍຈະກາຍເປັນທີ່ຮັກຂອງທຸກໆໄດ້.

8. ຖີ້ມມັນໄປ ນິໄສທີ່ບໍ່ດີ

            ບາງເທື່ອທ່ານກໍບໍ່ຮູ້ຕົວ ວ່າທ່ານມີຂໍ້ເສຍຫຍັງແດ່ ຢູ່ໃນຕົວ ຈົ່ງຟັງສຽງຈາກຄົນອ້ອມຂ້າງ ວ່ານິໄສອັນໃດແດ່ ທີ່ຄວນປັບປ່ຽນ ແລ້ວກໍປັບປຸງແກ້ໄຂໃຫ້ໄດ້ ນິໄສທີ່ບໍ່ດີນັ້ນ ເກັບໄວ້ກໍມີແຕ່ຈະເຮັດໃຫ້ຄົນອື່ນຊັງທ່ານ ສະນັ້ນ ຖິ້ມມັນໄປໃຫ້ໄກໆດີກ່ວາ.

9. ເຝິກໃຫ້ຮູ້ຈັກມັກຄົນອື່ນແດ່

                ມີຄົນບາງຄົນທີ່ມັກຈະທ່ຽວຊັງຜູ້ນີ້ຜູ້ນັ້ນໄປທົ່ວ ແບບບໍ່ມີເຫດຜົນ ນັ້ນເປັນສິ່ງທີ່ບໍ່ດີ ມີແຕ່ຈະສົ່ງຜົນຮ້າຍໃຫ້ຄົນອ້ອມຂ້າງ ແລະ ຕົວທ່ານເອງ, ລອງເຝິກໃຫ້ຕົນເອງຮູ້ຈັກມັກແລະປະທັບໃຈຜູ້ອື່ນແດ່ ເຊັ່ນວ່າ ມັກທີ່ລາວເປັນຄົນແນວນີ້ ມັກໃນສິ່ງທີ່ລາວເວົ້າຈາ ໆລໆ ຈົ່ງທ່ອງຄາຖາປະຈຳໃຈເອົາໄວ້ຕະຫລອດວ່າ ຂ ພ ຈ ບໍ່ເຄີຍພົບກັບບຸກຄົນທີ່ ຂ ພ ຈ ບໍ່ມັກເລີຍ.

10. ຍ້ອງຍໍໃຫ້ເປັນ

                 ບໍ່ແມ່ນການປະຈົບປະແຈງ ແຕ່ເປັນການເວົ້າອອກມາຈາກຄວາມຮູ້ສຶກຂອງທ່ານເອງ , ເມື່ອຄົນໃດຄົນຫນຶ່ງ ໃກ້ຕົວທ່ານ ໄດ້ກະທຳສິ່ງທີ່ດີ ເປັນແບບຢ່າງໃຫ້ແກ່ຜູ້ອື່ນ ຫລືວ່າຈະເປັນການກ່າວຄຳຍ້ອງຍໍ ໃນວັນທີ່ເຂົາເຈົ້າປະສົບຜົນສຳເລັດຢ່າງໃດຢ່າງຫນຶ່ງ ໃນເວລາຂະນະດຽວກັນ ກໍຕ້ອງສະແດງຄວາມເຂົ້າໃຈ ແລະ ເຫັນອົກເຫັນໃຈ ໃນຄວາມທຸກຮ້ອນ ແລະຄວາມຜິດພາດຂອງເຂົາເຈົ້ານຳ ເວົ້າງ່າຍໆກໍຄື ຕ້ອງເປັນຄົນທີ່ມີນ້ຳໃຈເອື້ອເຟື້ອດເພື່ອແຜ່ແດ່.

----------------------------------------------------------------------------------------------------------------------------------------------------

ທີ່ມາ http://webboard.yenta4.com/topic/349481

ເວັບໄຊທ໌ຂ້າງເທິງ ແມ່ນບົດຂຽນທີ່ເປັນພາສາໄທ ຜູ້ໃດທີ່ຢາກອ່ານແບບພາສາໄທ ກໍສາມາດເຂົ້າໄປອ່ານໄດ້ , ຂພຈ ເອງຫາກໍຂຽນໄດອາຣີ່ເປັນຄັ້ງທຳອິດ ຍັງບໍ່ມີປະສົບການ ໃນການຂຽນ ຖ້າຫາກທ່ານພົບເຫັນຂໍ້ຜິດພາດປະການໃດ ກໍສາມາດຕຳຫນິມາໄດ້ (ເວົ້າຊື່ໆໂລດເດີ້) ເພື່ອທີ່ ຂພຈ ຈະໄດ້ແກ້ໄຂ ແລະ ປັບປຸງສີມືໃນການຂຽນໃຫ້ດີຂຶ້ນ ເພື່ອການກ້າວໄປສູ່ເສັ້ນທາງແຫ່ງການເປັນນັກຂຽນສີມືດີແຫ່ງຊາດ (555+ ຝັນໄກ)

         ທ້າຍນີ້ ກໍຂໍຝາກໄວ້ຫນ້ອຍຫນຶ່ງ ເປັນຄົນລາວ ຈົ່ງໃຊ້ພາສາລາວໃຫ້ຖືກຕ້ອງຕາມຫລັກພາສາລາວເດີ້ພີ່ນ້ອງ.