ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 25, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

           

             ສຳລັບໃຜທີ່ຈາກບ້ານມາໄກ ເພື່ອມາຮຽນ ຫລື ເຮັດວຽກ ເມື່ອໄດ້ໄປພົບເຈີກັບສະພາບແວດລ້ອມທີ່ບໍ່ລຶ້ງເຄີຍ ສະຖານທີ່ໃຫມ່ໆ ອາດເຮັດໃຫ້ມີອາການຄິດຮອດຖິ່ນຖານບ້ານເກີດ

ຄິດຮອດພໍ່ແມ່ ອ້າຍເອື້ອຍນ້ອງ ຫລື ຄົນຮັກຢູ່ບ້ານ ເຊິ່ງອາການແບບນີ້ເຂົາເອິ້ນກັນວ່າ Homesick

        Homesick ເປັນອາການອາໄລອາວອນ ຄິດຮອດບ້ານ ພໍ່ແມ່ ລຸງປ້ານ້າອາ ແລະ ແຟນ ທີ່ຢູ່ໄກກັນ ຈົນໄປຮອດສິ່ງຂອງ ສະຖານທີ່ ຫລືຄິດຮອດວັນເວລາແຫ່ງຄວາມສຸກ

ເວລາທີ່ເຮົາຢູ່ບ້ານ ໄປຈົນເຖິງທຸກຢ່າງທີ່ເຮົາຈະຄຶດພໍ້ໄດ້

        ສາເຫດຂອງມັນກໍຄື ການຈາກບ້ານເກີດເມືອງນອນ ມາປະເຊີນກັບໂລກພາຍນອກ ພົບກັບສັງຄົມ, ວັດທະນະທຳ, ພູມອາກາດ ແລະສິ່ງຕ່າງໆທີ່ບໍ່ຄຸ້ນເຄີຍ

ອາການໂຫຍຫາອະດີດຈຶ່ງເກີດຂຶ້ນ

          Homesick ບໍ່ແມ່ນອາການທີ່ຈະເກີດຂຶ້ນກັບທຸກຄົນໄດ້ ເພາະບາງຄົນທີ່ໄປຕ່າງປະເທດແລ້ວເຈິສັງຄົມ ແລະ ສິ່ງແວດລ້ອມທີ່ຖືກໃຈ ຫລື ຄົນທີ່ສາມາດປັບໂຕກັບ

ສິ່ງໃຫມ່ໆໄດ້ໄວ ອາການແບບນີ້ກໍຈະບໍ່ເກີດຂຶ້ນ, ເຊິ່ງອາການຈະສະແດງອອກມາຍາມໃດນັ້ນ ກໍແລ້ວແຕ່ກໍລະນີ, ບາງຄົນກໍເປັນຕັ້ງແຕ່ຊ່ວງທຳອິດທີ່ໄປຮອດ ໃນກໍລະນີນີ້ແມ່ນ

ປະເພດທີ່ບໍ່ເຄີຍອອກຈາກບ້ານໄປໄກ ບໍ່ສາມາດປັບໂຕໄດ້ທັນ ຫລື ບໍ່ມັກ ແລະ ບໍ່ລຶ້ງເຄີຍກັບສະຖານທີ່ໃຫມ່ທີ່ມາຢູ່. ແຕ່ບາງຄົນພັດມາມີອາການໃນຊ່ວງຫລັງໆ

ປີທຳອິດມາບໍ່ເປັນຫຍັງ ເຂົ້າປີທີ່ສອງເລີ່ມມີອາການ ມັນເປັນຍ້ອນວ່າ ເຮົາເລີ່ມເບື່ອກັບສິ່ງອ້ອມຂ້າງ ຄວາມສົນໃຈໃນສິ່ງຕ່າງໆເລີ່ມຫນ້ອຍລົງ

ເຊິ່ງອາການນີ້ມັກມາເປັນໄລຍະໆ ໂດຍສະເພາະແມ່ນມັກເກີດໃນລະດູແຫ່ງຄວາມເຫົງາ ເຊັ່ນວ່າ ລະດູຝົນ, ລະດູຫນາວ....

 

         ຄົນທີ່ເປັນໂຣກນີ້ບາງທີກໍບໍ່ຮູ້ໂຕ. ອາລົມ ແລະ ພຶດຕິກຳທີ່ເຂົ້າຄ່າຍວ່າເປັນອາການ Homesick ນັ້ນໄດ້ແກ່ : ມີອາລົມອ່ອນໄຫວ, ຮ້ອງໄຫ້ງ່າຍ, ມີຫຍັງໄປກະທົບ

ກະເທືອນຈິດໃຈຫນ້ອຍດຽວກໍໄຫ້ ຫລື ບາງທີອາດໄຫ້ບໍ່ເຊົາ, ຢູ່ໆກໍຮູ້ສຶກເບື່ອອາຫານ, ໂທຫາພໍ່ແມ່ ແລະ ຄົນຮັກ ຫລາຍຂຶ້ນ.

          

         ສຳລັບຢາແກ້ອາການນີ້ເບື້ອງຕົ້ນກໍມີ:

1. ຢ່າຢູ່ຄົນດຽວ, ພະຍາຍາມໄປຫລິ້ນຫາຫມູ່ ແລະ ຫມັ່ນຊອກຮູ້ສິ່ງໃຫມ່ໆທີ່ຕົນສົນໃຈຢູ່ສະເຫມີ

2. ຫາກິດຈະກຳເຮັດຫລາຍໆ ຢ່າປ່ອຍໃຫ້ໂຕເອງວ່າງຫລາຍ ເພາະແຮ່ງຈະເຮັດໃຫ້ຄິດຫລາຍ

3. ຕິດຕາມຂ່າວສານຂອງບ້ານເມືອງເຮົາ ຕາມເວັບໄຊທ໌ ຫລື ຈະເຂົ້າໄປສະມັກຫລິ້ນປະເພດເວັບsocial network

    ຢ່າງເຊັ່ນເວັບພັນລາວນີ້ກໍດີ  ເພາະການໃຊ້ພາສາລາວ ການໂອ້ລົມກັບຫມູ່ເພື່ອນຄົນລາວເຮົາເອງ

      ອາດຈະຊ່ວຍໃຫ້ເຮົາຫາຍຄິດຮອດບ້ານໄປໄດ້ບໍ່ຫລາຍກໍຫນ້ອຍແຫລະ

4. ສຳລັບຄົນທີ່ບໍ່ລຶ້ງເຄີຍສະຖານທີ່ ພໍແຕ່ຄິດຮອດບ້ານ ກໍຈະກັບບ້ານຕອນນີ້ເລີຍ ລອງໃຫ້ໂອກາດໂຕເອງໄດ້ປັບໂຕກັບສະພາບ

ແວດລ້ອມໃຫມ່ເບິ່ງ ລອງຫາແຮງບັນດານໃຈໃຫ້ເຮົາມີໃຈສູ້ ເຊັ່ນວ່າ ເຮົາມາສຶກສາຮ່ຳຮຽນ ເຮົາກໍຕ້ອງຕັ້ງໃຈຮຽນໃຫ້ໄດ້

ເພື່ອກັບບ້ານໄປເປັນທີ່ພູມໃຈໃຫ້ແກ່ພໍ່ແມ່ (ເດັກນ້ອຍສະໄຫມນີ້ເຂົາບໍ່ຄ່ອຍຄຶດແບບນີ້ກັນແລ້ວ ສ່ວນຫລາຍມາຮຽນ

ຕ່າງປະເທດເພື່ອມາກິນເບຍ ເວນກຳ=_=)

5. ລົມແຊັດກັບຫມູ່ຢູ່ລາວ ຫລືຈະໂທຫາພໍ່ແມ່ເລື້ອຍໆກໍໄດ້ ອາການຄິດຮອດບ້ານມັນກໍພໍໄຄໄປແດ່

 

     ທີ່ຍົກເອົາເລື່ອງນີ້ມາຂຽນ ເພາະວ່າ ຄິດຮອດບ້ານ, ມັນມາເປັນໄລຍະໆ ຕອນນີ້ມັນກຳລັງມາ

ນັ່ງຮຽນຢູ່ດີໆກໍເກີດຢາກກິນ ແກງສົ້ມປາເອີ່ຍ, ປິ້ງຊີ້ນເອີ່ຍ....ສ່ວນຫລາຍຄິດແຕ່ເລື່ອງກິນນີ້ແຫລະ ຮະຮະ

ແລ້ວມີຫມູ່ເພື່ອຄົນໃດທີ່ຕອນນີ້ກຳລັງສຶກສາ ຫລື ເຮັດວຽກຢູ່ທີ່ຕ່າງປະເທດແດ່

ສ່ວນໃຫຍ່ກໍຈະມີອາການຄິດຮອດບ້ານຄືກັນນີ້ແຫລະເນາະ ^_^

 

ທີ່ມາwww.vcharkarn.com/vblog/40668

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2010 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ໃນຫນັງສື

ໃນບົດສົນທະນາ

ມີການແຍກປະເພດມະນຸດແບບງ່າຍໆ

ເຊັ່ນວ່າ

 

ຄົນເຮົາມີ2ປະເພດຄື

 

ພວກທີ່ມັກມ່ວນ

ກັບພວກທີ່ບໍ່ມັກມ່ວນ

 

ພວກທີ່ປະສົບຜົນສຳເລັດ

ກັບພວກທີ່ລົ້ມເຫຼວ

 

ພວກຫົວບູຮານ

ກັບພວກທັນສະໄຫມ

 

ພວກທີ່ຕັ້ງໃຈ

ກັບພວກທີ່ຂີ້ຄ້ານ

 

ແຕ່ຕອນນີ້ຄິດໄດ້ 3 ປປະເພດຄື

 

ພວກທີ່ຍ່າງໄປທາງຫນ້າ

ພວກທີ່ຢຸດຢູ່ກັບທີ່

ພວກທີ່ຍ່າງຖອຍຫຼັງ

 

ຢາກເປັນຄົນແບບໃດ

ແລ້ວແຕ່ໂຕທ່ານເລືອກທີ່ຈະເປັນ...

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 13, 2010 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ມີຊາຍຫນຸ່ມຄົນຫນຶ່ງ

ແອບຮັກຫມູ່ຜູ້ຍິງໃນຫ້ອງດຽວກັນ

ແຕ່ລາວບໍ່ກ້າບອກ ແລະ ບໍ່ຄິດທີ່ຈະບອກໃຫ້ຫມູ່ຄົນນັ້ນຮູ້

 

ເຫດຜົນເພາະວ່າ

ຄົນໆນີ້ຍັງບໍ່ແມ່ນທີ່ສຸດ

ອາດຈະຍັງມີຄົນທີ່ລາວຮັກຫຼາຍກ່ວານີ້...

 

ລາວຈຶ່ງປ່ອຍໃຫ້ເວລາຜ່ານໄປ

ລ່ວງເລີຍມາຈົນຮອດປີສຸດທ້າຍ ທີ່ຈະໄດ້ຮຽນນຳກັນ

ພາຍໃນໃຈຂອງຊາຍຫນຸ່ມນັ້ນຮ້ອນຮົນ

ດ້ວຍຄວາມທີ່ຢ້ານວ່າຈະບໍ່ໄດ້ພົບກັບນາງອີກ

 

ລາວຈຶ່ງຕັັດສິນໃຈໄປປຶກສາ ແລະ ເລົ່າຄວາມໃນໃຈໃຫ້ອາຈານທີ່ສະໜິດຟັງ

ຫວັງວ່າ ອາຈານຄົນນັ້ນຈະມີຄຳຕອບແລ້ວຫາທາງອອກໃຫ້ກັບຫົວໃຈລາວໄດ້

 

ເມື່ອອາຈານຟັງຈົບ

ອາຈານຄົນນັ້ນຊ້ຳພັດບໍ່ມີຄຳຕອບໃຫ້ລາວ ຢ່າງທີ່ຫວັງໄວ້

ແຕ່ອາຈານຂໍໃຫ້ລາວຊ່ວຍຢ່າງຫນຶ່ງ

ນັ້ນກໍຄື...

 

ໃຫ້ລາວໄປເກັບດອກຫຍ້າດອກຫນຶຶ່ງ

ທີ່ລາວຄິດວ່າງາມທີ່ສຸດຢູ່ທີ່ເດີ່ນຫຍ້າມາ

ໂດຍມີເງື່ອນໄຂ

ວ່າຖ້າຍ່າງກາຍໄປແລ້ວ ບໍ່ໃຫ້ຍ່າງກັບຄືນມາທາງເກົ່າ

ໃຫ້ຍ່າງໄປແຕ່ທາງຫນ້າເລື້ອຍໆ...

 

ລາວບໍ່ຄ່ອຍເຂົ້າໃຈ

ແຕ່ກໍຍິນດີເຮັດຕາມທີ່ອາຈານຂໍ

 

ລາວເລີ່ມຕົ້ນຍ່າງ

ຈາກທາງຂ້າງຂອງເດີ່ນຫຍ້າ

ດອກຫຍ້ານີ້ງາມດີ ແຕ່ທາງຫນ້າຍັງມີດອກທີ່ງາມກ່ວານີ້

ລາວຈຶ່ງຍ່າງກາຍດອກຫຍ້ານັ້ນໄປ

ໂດຍທີ່ບໍ່ໄດ້ເດັດມັນ

 

ຍ່າງມາບຶດຫນຶ່ງ

ພົບເຫັນດອກທີ່ງາມກ່ວາ

ດອກນີ້ງາມກ່ວາດອກເມື່ອກີ້ ແຕ່ຍ່າງໄປອີກຄືຊິມີດອກທີ່ງາມກ່ວານີ້

ລາວຈຶ່ງຍ່າງກາຍໄປອີກ

ໂດຍທີ່ຍັງບໍ່ໄດ້ເດັດດອກຫຍ້ານັ້ນຄືເກົ່າ

 

ລາວຍ່າງໄປທາງຫນ້າເລື້ອຍໆ

ພົບເຫັນດອກຫຍ້າງາມໆອີກຫຼາຍດອກ

ທີ່ລາວຄິດວ່າງາມກ່ວາດອກກ່ອນໆ

ແຕ່ລາວກໍບໍ່ໄດ້ເດັດມັນຂຶ້ນມາ

ພຽງເພາະເຫດຜົນທີ່ວ່າ

ທາງຫນ້າຕ້ອງມີທີ່ງາມກ່ວານີ້ອີກ

 

ຈົນກະທັ້ງ...

ລາວຍ່າງມາສຸດເດີ່ນຫຍ້າ

ບໍ່ມີດອກຫຍ້າໃຫ້ເດັດອີກແລ້ວ

ແລະດ້ວຍເງື່ອນໄຂທີ່ວ່າ

ອາຈານບໍ່ໃຫ້ລາວຍ່າງກັບໄປທາງເກົ່າ

ລາວຈຶ່ງກັບໄປຫາອາຈານດ້ວຍມືເປົ່າ

 

ເມື່ອໄດ້ຟັງສິ່ງທີ່ລາວອະທິບາຍ

ອາຈານກໍຍິ້ມ ແລະ ເວົ້າກັບລາວວ່າ

ດອກຫຍ້າກໍຄືກັບຄົນ

ທີ່ໃນມື້ນີ້ເຮົາຊອກເຫັນ

ຖ້າເຮົາມັກ ກໍໃຫ້ເກັບມັນໄວ້

ຮັກສາໄວ້

ຢ່າຄິດວ່າມັນຈະຕ້ອງມີສິ່ງທີ່ດີກ່ວາ

ຫຼື ຈະຕ້ອງພົບສິ່ງທີ່ດີກ່ວາ

ແລ້ວປ່ອຍຖິ້ມ ຜ່ານມັນໄປ

 

ຈົນເມື່ອຍ້ອນກັບມາເບິ່ງ

ຄິດເສຍດາຍ

ເຮົາສູນເສຍສິ່ງນັ້ນໄປແລ້ວ

 

ໂອກາດກັບເວລາຢູ່ຄູ່ກັນສະເໝີ

ເມື່ອເສຍສິ່ງໆນັ້ນໄປແລ້ວ

ຍ່ອມບໍ່ມີທາງເອົາກັບຄືນມາໄດ້

 

ການທີ່ຈະຮັກຄົນໆຫນຶ່ງ

ໃຫ້ຄິດໄວ້ວ່າ

ເຂົາແມ່ນສິ່ງທີ່ດີທີ່ສຸດ

 

ແມ່ນຄົນທີ່ດີທີ່ສຸດນັ້ນກໍເພາະ

ຖ້າເຮົາຄິດວ່າມີສິ່ງທີ່ດີທີ່ສຸດຢູ່ແລ້ວ

ກໍຈະບໍ່ຊອກຫາສິ່ງທີ່ດີກ່ວາອີກ

 

ຢູ່ກັບຄວາມພໍພຽງ

ຊີວິດເຮົາກໍຈະພຽງພໍ

-----------------------------------------

ແລ້ວທ່ານເດ.... ເຫັນສິ່ງທີ່ດີທີ່ສຸດໃນຫົວໃຈແລ້ວບໍ?

ຖ້າເຫັນແລ້ວ.... ເດັດມັນຂຶ້ນມາເກັບໄວ້ແລ້ວຫຼືຍັງ?

ໂອກາດເຮົາເປັນຄົນສ້າງມັນຂຶ້ນມາເອງ

ເມື່ອມີໂອກາດ ຢ່າປ່ອຍໃຫ້ໂອກາດມັນຜ່ານໄປ

ໂດຍທີ່ຍັງບໍ່ໄດ້ເຮັດຫຍັງເລີຍ........

 

ຂອບໃຈ Postjung

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 14, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ໃນບາງຄັ້ງ ຄົນເຮົານີ້ກໍແປກ

 

 ບອກກັບໂຕເອງວ່າຈະເລີກເຮັດ........

ແຕ່ກໍບໍ່ເຫັນວ່າຈະເລີກໄດ້ຈັກເທື່ອ

 

 ຄິດຢາກຈົ່ງຜົມຍາວ.........

ແຕ່ພໍມັນຍາວເທື່ອໃດ ກໍຕັດຖິ້ມຕະຫລອດ

 

 ເຄີຍຄິດວາງແຜນຈະເຮັດນັ້ນເຮັດນີ້.......

ແຕ່ພັດບໍ່ເຄີຍໄດ້ເຮັດຈັກເທື່ອ

 

 ມັກຄົນໆຫນຶ່ງ ຮູ້ວ່າເຂົາມີແຟນແລ້ວ.......

ແຕ່ບາງຄັ້ງ ຍັງແອບຫວັງເລັກໆນ້ອຍໆ

 

 ເຫມືອນກັບວ່າຈະຮູ້ຈັກໂຕເອງດີກ່ວາຄົນອື່ນ........

ແຕ່ບາງທີເຮົາຍັງຕ້ອງຖາມຄົນອື່ນວ່າເຮົາເປັນຈັ່ງໃດ

 

  ເຫມືອນກັບວ່າຈະເປັນໂຕຂອງໂຕເອງ.........

ແຕ່ທຸກສິ່ງທີ່ເປັນນັ້ນບໍ່ແມ່ນເຮົາ

 

 ລຳຄານບາງຄົນ......

ທັ້ງທີ່ວ່າເຂົາດີກັບເຮົາທຸກຢ່າງ

 

 ຄິດວ່າເຮົາເຂົ້າໃຈແຈ່ມແຈ້ງແລ້ວ.....

ແຕ່ບາງຄັ້ງ ຍັງເກີດຂໍ້ຜິດພາດ

 

 ຢາກງາມ.....

ແຕ່ບໍ່ເຄີຍສົນໃຈເບິ່ງແຍງໂຕເອງເລີຍ

 

 ຢາກລໍຄອຍ......

ແຕ່ກໍບໍ່ຢາກຄອຍດົນ

 

  ຢາກບອກໃຫ້ເຂົາຮູ້ວ່າເຮົາຄິດແນວໃດ.....

ແຕ່ກໍໄດ້ແຕ່ເກັບໄວ້ ບໍ່ເຄີຍບອກໄປ

 

 ຢາກເຮັດສິ່ງດີໆໃຫ້ເຂົາຄົນນັ້ນ......

ແຕ່ເຂົາຄົນນັ້ນບໍ່ຢູ່ໃຫ້ເຮົາເຮັດສິ່ງດີໆໃຫ້ແລ້ວ

 

 ຢາກໄດ້ຄະແນນດີ.....

ແຕ່ຂີ້ຄ້ານເບິ່ງບົດຮຽນ

 

 ຢາກປ່ອຍວາງ......

ແຕ່ພໍເຫັນແລ້ວມັນປ່ອຍບໍ່ໄດ້

 

 ຢາກເປັນຄົນທີ່ໃຜໆກໍຮັກແລະເອັນດູ.....

ແຕ່ພັດວ່າ ມັກທຳໂຕໃຫ້ແຕ່ຄົນອື່ນຊັງ

 

 ຮ້ອງຂໍຄວາມຮັກ ຄວາມເຫັນໃຈ ຄວາມເອົາໃຈໃສ່..........

ໂດຍທີ່ບໍ່ເຄີຍແນມເບິ່ງ ວ່າເຂົາມີໃຫ້ຫລືບໍ່

 

 ມີຄວາມຮັກໃຫ້ຄົນອື່ນສະເຫມີ.....

ແຕ່ບໍ່ເຄີຍຮັກໂຕເອງ

 

 ພະຍາຍາມໄຂ່ວຄວ້າຫາສິ່ງທີ່ຢູ່ໄກ ແລະ ເປັນໄປບໍ່ໄດ້....

ແລ້ວເບິ່ງຂ້າມສິ່ງທີ່ຢູ່ໃກ້ໂຕໄປ

 

 ຢາກມີຄວາມສຸກ.......

ພັດວ່າ ຫາແຕ່ເລື່ອງທຸກມາໃສ່ໂຕ

 

 ຢາກອອກນອກໂລກ......

ພັດວ່າ ຂັງໂຕເອງຢູ່ແຕ່ໃນຂອບ