ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

        ເຄີຍຄິດວ່າຢາກຂຽນໄດອາຣີ່ຈັກບົດສອງ ແຕ່ກໍບໍ່ມີເວລາໄດ້ລົງມືຂຽນຈັກເທື່ອ

ມື້ນີ້ເປັນເລີກງາມຍາມດີ(ຕອນກຳລັງກຽມເສັງ?) ເບິ່ງບົດຮຽນຈົນເມື່ອຍແລ້ວ

ກໍເລີຍວ່າຢາກພັກຜ່ອນຈັກຫນ້ອຍຫນຶ່ງ


       ສະໄຫມນີ້ບໍ່ມີໃຜທີ່ບໍ່ຮູ້ຈັກ facebook ດອກນໍ້ ແລະ ກໍຄົງບໍ່ມີໃຜທີ່ຈະບໍ່ຫລິ້ນ facebook

ເມື່ອເທັກໂນໂລຢີເລີ່ມພັດທະນາ ການຫລິ້ນອິນເຕີເນັດມັນກໍບໍ່ແມ່ນເລື່ອງຍາກອີກຕໍ່ໄປ

ສະໄຫມນີ້ແມ່ນໃຜກໍຮູ້ຈັກຫລິ້ນອິນເຕີເນັດຫມົດແລ້ວ ບໍ່ຄືສະໄຫມກ່ອນ (ເຮົາຍັງເຄີຍໄປສະຫມັກຮຽນຫລິ້ນອິນເຕີເນັດເລີຍ)


       ເຂົ້າເລື່ອງເລີຍດີກ່ວາ ເນື່ອງຈາກສັງຄົມອອນລາຍນ໌ມັນກວ້າງຂວາງ ເປັນທີ່ຮູ້ຈັກຫລາຍ

ເຮັດໃຫ້ເກີດມີການຂາຍເຄື່ອງອອນລາຍນ໌ເກີດຂຶ້ນຢ່າງຫລວງຫລາຍ(ໃນເຟສບຸກ)

ບອກໄວ້ກ່ອນວ່າຕອນນີ້ເຮົາກຳລັງສຶກສາຢູ່ທີ່ປະເທດຈີນ ແລະມີຫມູ່ຫລາຍຄົນທີ່ຢູ່ທີ່ນີ້ເຮັດທຸລະກິດອອນລາຍນ໌ນີ້

ຍົກຕົວຢ່າງຫມູ່ຄົນຫນຶ່ງລະກັນ 


       ການຂາຍເຄື່ອງແທ້ໆນັ້ນມັນບໍ່ໄດ້ງ່າຍຄືກັບການຂາຍເຄື່ອງຫລິ້ນໆທີ່ພວກເຮົາມັກຫລິ້ນກັນໃນຕອນນ້ອຍ

ທຸກໆມື້ລາວຈະຕ້ອງອອນລາຍນ໌ Line ຫລື Whatsapp(ໂປຣແກຣມແຊັດເທິງມືຖື)ໄວ້ຕະຫລອດ

ເພາະຈະມີຄົນທີ່ສັ່ງເຄື່ອງນຳຕະຫລອດ ແລະ ລາວກໍຈະຕ້ອງຈົດບັນທຶກເຄື່ອງທີ່ຖືກສັ່ງໄວ້

ຈາກນັ້ນກໍຕ້ອງໄປສັ່ງເຄື່ອງຈາກເວັບຂາຍເຄື່ອງອອນລາຍນ໌ຂະຫນາດໃຫຍ່ຂອງຈີນ

ຖ້າເຄື່ອງສົ່ງມາຮອດແລ້ວກໍຕ້ອງເອົາໄປຝາກຕໍ່ເມືອລາວໃຫ້ລູກຄ້າ


       ແນ່ນອນວ່າການເຮັດທຸລະກິດຂອງລາວມັນມີຜົນກະທົບເຖິງການຮ່ຳຮຽນ

ເວລາຂຶ້ນຫ້ອງເຮົາມັກຈະເຫັນລາວກົດແຕ່ໂທລະສັບ ແລະ ຈົດຫລືເຮັດບັນຊີເຄື່ອງຂອງລາວ

ບາງຄັ້ງເຖິງຕ້ອງຂາດຮຽນກໍມີ

ມີໂອກາດຄັ້ງຫນຶ່ງທີ່ໄດ້ລົມກັບເພິ່ນ ເພິ່ນກໍບອກເຮົາວ່າ

ເພິ່ນຮູ້ສຶກບໍ່ມັກສິ່ງທີ່ກຳລັງຮຽນຢູ່ ບໍ່ມີຄວາມສົນໃຈຢາກຮຽນ ເພິ່ນມັກເຮັດທຸລະກິດຫລາຍກ່ວາ

ເຮົາກໍຄິດໃນໃຈ ຖ້າບໍ່ມັກຮຽນແລ້ວມາຮຽນເພື່ອຫຍັງ


        ຈຸດປະສົງຂອງການມາປະເທດຈີນນີ້ມາເພື່ອຫຍັງ?

ມາສຶກສາຮ່ຳຮຽນ  ກໍຕ້ອງຍຶດເອົາການຮຽນເປັນຫລັກ ເລື່ອງອື່ນເປັນຮອງແມ່ນບໍ່

ແຕ່ນັກສຶກສາລາວສ່ວນໃຫຍ່ບໍ່ແມ່ນຈັ່ງຊັ້ນ

ບາງຄົນກໍມາເພື່ອຫລິ້ນ?ມາເພື່ອກິນເບຍ?ມາເພື່ອຫາແຟນ?ມາຢູ່ກັບແຟນ

ບາງລາຍແມ່ນນຳກັນມາຮຽນພຸ້ນແຫລະ

ແລະ ຫນ້າແປກທີ່ນັກສຶກສາຈຳນວນນີ້ມັກໄດ້ມາຮຽນໂດຍທຶນຂອງລັດຖະບານ

ກໍຄືໄດ້ຮຽນຟຣີ ຢູ່ຟຣີ ມີເງິນເດືອນໃຫ້ທຸກເດືອນ

ຫລືອາດເປັນຍ້ອນວ່າໄດ້ມາຮຽນລ້າໆບໍ ພວກເພິ່ນກໍເລີຍບໍ່ຢາກຮຽນປານໃດ ເຮິເຮິ


       ເມື່ອເຮົາລອງປ່ຽນມຸມມອງ ເບິ່ງໃນແງ່ດີ

ເຖິງຫມູ່ຂອງເຮົາຄົນນັ້ນລາວຈະບໍ່ມັກຮຽນ ແຕ່ຢ່າງຫນ້ອຍລາວກໍໄດ້ຄົ້ນພົບທາງຂອງຕົນເອງ

ເຮົາວ່າລາວສາມາດເປັນແມ່ຄ້າທີ່ເຮັດທຸລະກິດໄດ້ດີໃນອະນາຄົດ

ສ່ວນຈຳພວກທີ່ມາເພື່ອຫລິ້ນ ເຂົາເຈົ້າກໍຈະມີປະສົບການຊີວິດທີ່ເຫລືອລົ້ນ

ພວກທີ່ມາກິນເບຍ ກໍໄດ້ລິ້ມລອງລົດຊາດເບຍຫລາຍໆແບບ ເພື່ອກັບໄປແລ້ວສາມາດໄປພັດທະນາວົງການເບຍຂອງລາວເຮົາ

ພວກທີ່ມາຫາແຟນ ມາຢູ່ກັບແຟນ ກໍໄດ້ມາທົດລອງຢູ່ນຳກັນກ່ອນ ເພື່ອສຶກສາໃຈກັນ

ເມື່ອຮູ້ວ່າເຂົ້າກັນບໍ່ໄດ້ກໍຈະໄດ້ເລີກກັນໄດ້ໂດຍທີ່ບໍ່ເສຍຫາຍ(ແມ່ນບໍ?)


      ແລະສຸດທ້າຍທີ່ຢາກເວົ້າ ລັດຖະບານຄວນເອົາໃຈໃສ່ພັດທະນາການສຶກສາຂອງຄົນລາວໃຫ້ທົ່ວເຖິງກວ່ານີ້

ເພາະການທີ່ປະເທດຫນຶ່ງໆຈະພັດທະນາໄດ້ນັ້ນຕ້ອງອາໄສຄວາມຮູ້ ແລະ ຄວາມສາມາດຂອງພົນລະເມືອງ

ສ່ວນໃຫຍ່ແລ້ວກຸ່ມຄົນທີ່ບໍ່ມີໂອກາດໄດ້ຮຽນຫັ້ນແຫລະ ທີ່ມັກໃນການຮ່ຳຮຽນ ແລະ ມີພອນສະຫວັນ

ປະເທດທີ່ພັດທະນາມັນບໍ່ແມ່ນແຕ່ວ່າມີຕຶກສູງໃຫຍ່ ມີລົດໄຟຟ້າ ມີຊັບສິນ

ແຕ່ຕ້ອງມີບຸກຄະລາກອນທີ່ມີຄຸນນະພາບເອົາໄວ້ສ້າງສາພັດທະນາບ້ານເມືອງໃຫ້ຮຸ່ງເຮືອງຂຶ້ນຕໍ່ໆໄປ

 

ຂໍຂອບໃຈ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2011 | ມີ 11 ຄຳເຫັນ ແລະ 0 trackback(s)



ຮົາຄິດຫນັກກັບການຊື້ປີ້ຍົນກັບບ້ານຊ່ວງນີ້
ທັ້ງໆທີ່ມັນບໍ່ຫນ້າຈະເປັນເລື່ອງໃຫຍ່ເຖິງຂະຫນາດຕ້ອງໃຫ້ກັງວົນຫຍັງກັບມັນເລີຍ (ກະຫັ້ນແຫລະ!)

ບັນຫາແມ່ນລາຄາຂອງປີ້ຍົນກັບເວລາທີ່ມັນບໍ່ລົງຕົວກັນຈັກເທື່ອ
ເພາະວ່າພໍ່ບໍ່ອະນຸຍາດໃຫ້ເຮົາກັບຄົນດຽວໄດ້
ສະນັ້ນ ເຮົາເລີຍຕ້ອງຊອກຄົນເກາະໄປນຳ
ແລະກໍມີຄົນມາສະເຫນີໃຫ້ເຮົາເກາະນຳຢ່າງຫລວງຫລາຍເລີຍແຫລະ (ອຸກໃຈເດ້)

ຜູ້ທີ່1: ພີ່ນ້ອງເຮົາເອງແຫລະ ຖ້າກັບນຳລາວຈະຕ້ອງຂີ່ຍົນໄປຮອດຄຸນຫມິງ
ຈາກນັ້ນຕໍ່ລົດບັສໄປຮອດເຫມີງຫລ້າ ປະປ໊າ ມະມ໊າ ມາຮັບ
ທີ່ຜ່ານມາເຮົາກໍກັບແບບນີ້ຢູ່ແລ້ວ ແຕ່ເທື່ອນີ້ມັນຕ້ອງລັງເລ
ເພາະວ່າ ຕ້ອງຖ້າໃຫ້ລາວເສັງແລ້ວ ເຊິ່ງຈະເລດໄປ 2-3 ມື້ ,
ຊ່ວງນີ້ຢູ່ລາວເປັນລະດູຝົນ ພໍ່ຂັບລົດເຂົ້າມາຈີນອາດຈະລຳບາກ
ແລະກໍເປັນແນວນີ້ແຫລະ ຖ້າກັບນຳລາວ ແນ່ນອນວ່າເຮົາຕ້ອງກັບຊ້າກ່ອນ
ຄົນອື່ນຫລາຍມື້ (ໃຈຈິງຢາກກັບໄວໄວ)


ຜູ້ທີ່2: ອັນນີ້ຫມູ່ສະນິດ ມັນກັບໄວຄົນນີ້ ເສັງແລ້ວປຸ໊ບມັນກັບປັ໊ບ ເຊິ່ງມັນຫນ້າ
ສົນໃຈດີ ມັນຊື້ປີ້ຍົນມື້ດຽວໄປຮອດວຽງເລີຍ ແຖມລາຄາຍັງຖືກອີກ
ແຕ່ບັນຫາມັນຢູ່ທີ່ວ່າຕ້ອງໄປລົງວຽງຈັນຫັ້ນລະ ແບບນັ້ນກໍຕ້ອງໄປຄ້າງຢູ່ວຽງ
ກວ່າຈະມີຍົນແຕ່ວຽງຈັນ-ອຸດົມໄຊ ມັນກໍເລດໄປ2-3ມື້ແລ້ວຄືກັນ

ຜູ້ທີ່3: ຄົນບ້ານດຽວກັນ ຜູ້ນີ້ສະເຫນີໃຫ້ກັບທາງສາຍການບິນໄທ ເຊິ່ງເພິ່ນບອກ
ວ່າມັນຖືກ ສະດວກ ສະບາຍ ແຖມເອົາເຄື່ອງໄປໄດ້ຫລາຍບໍ່ຈຳກັດນ້ຳຫນັກ
ແຕ່ບັນຫາ ມັນຕ້ອງໄດ້ໄປຖ້າຍົນຢູ່ສະຫນາມບິນສຸວັນນະພູມຕັ້ງວ່າ 7ຊົ່ວໂມງ
ໂອ້! ພໍດີແຫລະ ກົ້ນອອກຮາກ ແລະສຸດທ້າຍ ປາຍທາງມັນກໍໄປລົງ
ສະຫນາມບິນວັດໄຕ(ວຽງຈັນ)ຄືເກົ່າ ເຊິ່ງຢ່າງທີ່ບອກທາງເທີງ
ເຮົາບໍ່ຢາກໄປຢູ່ວຽງຈັນ (ມີເຫດຜົນສ່ວນຕົວທີ່ກ່າວບໍ່ໄດ້)

 

ແລະສຸດທ້າຍ ເຮົາຈະຕັດສິນໃຈຢ່າງໃດດີ
ຢາກຮີບຊື້ຮີບຕັດສິນໃຈໃຫ້ມັນຮຽບຮ້ອຍ
ເພາະຍັງມີອີກຫລາຍຢ່າງໃຫ້ຈັດການ (ກໍເລື່ອງຮຽນຫັ້ນແຫລະ)

ແຮະໆ ຢາກມາຈົ່ມໃຫ້ຟັງຊື່ໆ
ທີ່ຈິງກໍມີຄຳຕອບໃນໃຈຢູ່ແລ້ວ ແຕ່ຍັງລັງເລຢູ່ເທົ່ານັ້ນ

ສຸດທ້າຍ ຂອບໃຈທີ່ເຂົ້າມາແວ່ຊົມ :)

ຂຽນເມື່ອ ຂຽນເມື່ອ: ມ.ສ.. 9, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

 

ເຈົ້າຄິດວ່າໂລກນີ້ເປັນສີຫຍັງ ?

 

ສຳລັບຂ້ອຍ ເມື່ອກ່ອນຂ້ອຍຄິດວ່າມັນເປັນສີຮຸ້ງ

ທີ່ມີຫລາກຫລາຍສີ ປົນກັນສວຍງາມ

ວັນແລະເວລາ ມັນຜ່ານໄປຢ່າງວ່ອງໄວ

ມີຄວາມສຸກກັບສິ່ງເລັກໆນ້ອຍໆ

ຄົນອ້ອມຂ້າງ ໃຜໆກໍເປັນຄົນດີ ໃຜໆກໍໃຈດີ.....

 

ມັນເປັນໂລກນິທານຂອງເດັກນ້ອຍຄົນຫນຶ່ງ

ເຊິ່ງຕອນນີ້ຂ້ອຍໄດ້ກ້າວລ້ຳເສັ້ນນັ້ນມາແລ້ວ

 

ເຂົ້າມາສູ່ໂລກຂອງຜູ້ໃຫຍ່....

ໂລກຂອງຄວາມເປັນຈິງອັນແສນໂຫດຮ້າຍ

ທຸກສິ່ງທຸກຢ່າງເປັນສີເທົາ

ອຸກໃຈກັບສິ່ງທີ່ເຮັດ ແລະ ເປັນຢູ່

ເບິ່ງເຫັນດ້ານມືດ ຄວາມເຫັນແກ່ໂຕຂອງມະນຸດ

 

 

ແລ້ວໂລກຂອງເຈົ້າເດ ມັນເປັນສີຫຍັງ ?

ຂຽນເມື່ອ ຂຽນເມື່ອ: ພ.ພ.. 9, 2010 | ມີ 24 ຄຳເຫັນ ແລະ 0 trackback(s)

                           ກ່ອນອື່ນຫມົດຢາກບອກວ່າ "ຄິດຮອດພໍ່"

 

ພໍ່ເປັນຄົນດຽວ ທີ່ຮູ້ຈັກນິໄສລູກຄົນນີ້ດີທີ່ສຸດ...

ເພາະວ່າ ລູກນິໄສຄືພໍ່.... ແຕ່ອັນດຽວທີ່ລູກບໍ່ຄືພໍ່ກໍຄື "ຄວາມເດັດດ່ຽວ"

 

ລູກບໍ່ສາມາດ ຕັດສິນໃຈເດັດດ່ຽວຄືພໍ່ໄດ້...

ລູກລັງເລສະເຫມີ ເມື່ອຕ້ອງຕັດສິນໃຈເລື່ອງໃດເລື່ອງຫນຶ່ງ ຈົນເຮັດໃຫ້ ມັນກາຍເປັນເລື່ອງໃຫຍ່

ອັນນີ້ອາດຈະເປັນຍ້ອນວ່າ ລູກບໍ່ເຄີຍໄດ້ຕັດສິນໃຈຫຍັງມາກ່ອນ

ເພາະແຕ່ນ້ອຍຈົນໃຫຍ່ ພໍ່ເປັນຄົນຈັດການຫມົດ....

 

ພໍ່ລ້ຽງລູກດີໂພດ....

ເພາະພໍ່ບໍ່ຢາກໃຫ້ລູກທຸກ ຄືພໍ່ຕອນນ້ອຍ

ພໍ່ຍອມອົດ ເພື່ອໃຫ້ລູກອີ່ມ

ພໍ່ຍອມເມື່ອຍ ເພື່ອໃຫ້ລູກສະບາຍ

ແຕ່ພໍ່ຮູ້ບໍ່ ວ່າລູກສະບາຍຈົນເຄີຍຕົວ ອາດຈະເຮັດໃຫ້ລູກເສຍຄົນໄດ້

 

ແຕ່ລູກກໍສາມາດຮູ້ຈັກຄິດໄດ້ ເພາະຄຳບົ່ມສອນຂອງພໍ່

ພໍ່ມີເຫດຜົນສະເຫມີ ພໍ່ບໍ່ເຄີຍຕີລູກ

ທຸກຄັ້ງທີ່ລູກເຮັດຜິດ ພໍ່ກໍພຽງແຕ່ບອກວ່າ "ບໍ່ເປັນຫຍັງ ຄົນເຮົາສາມາດເຮັດຜິດພາດໄດ້ ຍ້ອນຄວາມບໍ່ຮູ້"

 

ພໍ່ບໍ່ເຄີຍບັງຄັບໃຫ້ລູກຮຽນຫນັງສືເກັ່ງໆ...

ແຕ່ໃຫ້ລູກຮຽນ ຕາມຄວາມສາມາດຂອງລູກ

 

ກ່ອນຫນ້ານີ້ພໍ່ບໍ່ມີຫັຍງເລີຍ

ສິ່ງທີ່ຕິດຕົວພໍ່ກໍມີແຕ່ຄວາມຮູ້

ແລະກໍຍ້ອນຄວາມຮູ້ນີ້ລະ ເຮັດໃຫ້ພໍ່ມີທຸກມືນີ້ໄດ້

ສະນັ້ນ ພໍ່ຈະບອກຕະຫຼອດ ວ່າໃຫ້ລູກຕັ້ງໃຈສຶກສາຮ່ຳຮຽນ

 

 

ມີບາງຄັ້ງທີ່ລູກ ມີຄວາມຄິດບໍ່ດີຕໍ່ພໍ່

ລູກຢາກຂໍອະໄພທຸກຢ່າງ ທີ່ລູກເຄີຍ ເຮັດບໍ່ດີກັບພໍ່ 

ເຄີຍຮ້າຍພໍ່ ຜິດຖຽງກັບພໍ....

ຫາແຕ່ເລື່ອງເດືອດຮ້ອນມາໃຫ້ພໍ່...ລູກເສຍໃຈ

 

ພໍ່ເປັນຄົນເວົ້າຊື່ ເວົ້າບໍ່ມ່ວນ ແຕ່ເວົ້າຄວາມຈິງ

ເຮັດໃຫ້ຄົນອື່ນບໍ່ມັກພໍ່ ຊັງພໍ່ ໃສ່ຮ້າຍພໍ່

ແຕ່ມີໃຜຮູ້ແດ່ວ່າໃນຈິດໃຈພໍ່ນັ້ນ ດີຂະຫນາດໃດ

 

ພໍ່ເຮັດເພື່ອຄົນອື່ນຫຼາຍໂພດ...

ຈົນບໍ່ສົນໃຈຕົວເອງ

ພໍ່ໃຈດີໂພດ...ຈົນຕົວເອງເດືອດຮ້ອນ

 

ເຖິງວ່າອ້າຍເອື້ອຍນ້ອງ ເຮັດບໍ່ດີຕໍ່ພໍ່

ແຕ່ພໍ່ກໍບໍ່ເຄີຍບອກໃຫ້ລູກຊັງເຂົາເຈົ້າ

ພໍ່ສອນສະເຫມີ ວ່າໃຫ້ລູກຮັກແພງກັບນ້ອງຫຼາຍໆ 

 

ເວລາມີເລື່ອງເດືອດຮ້ອນ

ເປັນພໍ່ສະເຫມີ ທີ່ຕ້ອງຮັບພາລະຫນ້າທີ່ແກ້ໄຂ

ແລ້ວເວລາພໍ່ເດືອດຮ້ອນເດ ມີໃຜເຂົ້າມາຊ່ວຍແດ່

 

ພໍ່ເຮັດດີໂດຍທີ່ບໍ່ເຄີຍຫວັງຜົນຕອບແທນ

ຫຼາຍຄັ້ງທີ່ລູກຖາມ

ພໍ່ເຮັດດີໄປເພື່ອຫຍັງ ໃນເມື່ອບໍ່ມີໃຜເຫັນຄຸນຄ່າ

ພໍ່ບອກວ່າ "ຄົນອື່ນບໍ່ເຫັນ ແຕ່ເຮົາຮູ້ດີແກ່ໃຈວ່າເຮົາເຮັດດີ ເທົ່ານີ້ກໍພຽງພໍແລ້ວ"

 

ຕອນນີ້ລູກຢາກບອກກັບພໍ່ວ່າ...

ໃຫ້ພໍ່ເບິ່ງແຍງຕົວເອງດີໆ ຢ່າເປັນຫ່ວງແຕ່ຄົນອື່ນຫຼາຍ

 

ອັນນິໄສຂີ້ໃຈນ້ອຍກໍຜ່ອນລົງແດ່

ເຊົາປາກຮ້າຍແດ່ກໍດີ ຄົນອື່ນຢ້ານຫມົດແລ້ວ

ກຽດສັກສີກໍຢ່າຖືຫຼາຍ ມັນຫນັກ ວາງລົງແດ່

 

ບໍ່ຢາກໃຫ້ພໍ່ເຮັດວຽກຫນັກຫຼາຍ 

ຮັກສາສຸຂະພາບຕົວເອງໃຫ້ດີ...ຢ່າໃຫ້ລູກເປັນຫ່ວງ

ແລະຢາກບອກວ່າ "ຮັກພໍ່ຫຼາຍໆ"

ເພາະວ່າບໍ່ກ້າບອກພໍ່ ເລີຍໄດ້ແຕ່ຂຽນ....

ຂຽນເມື່ອ ຂຽນເມື່ອ: ມ.ສ.. 12, 2010 | ມີ 23 ຄຳເຫັນ ແລະ 0 trackback(s)

ໃນເມື່ອກ່ອນ:

- ເຄີຍລຳຄານສຽງຈົ່ມຂອງແມ່

- ເຄີຍລຳຄານສຽງທີ່ແມ່ມາປຸກຕອນເຊົ້າ

- ເຄີຍລຳຄານ ເວລາທີ່ແມ່ຮ້ອງໃຊ້ວຽກ

- ເຄີຍລຳຄານ ເວລາທີ່ແມ່ບອກໃຫ້ມ້ຽນຫ້ອງ

- ເຄີຍລຳຄານ ທີ່ແມ່ບອກໃຫ້ເອົານ້ອງ

- ເຄີຍລຳຄານ ທີ່ແມ່ມັກຊື້ນັ້ນຊື້ນີ້ມາໃຫ້ ທັ້ງທີ່ເຮົາບໍ່ຕ້ອງການ

- ເຄີຍເບື່ອອາຫານ ທີ່ແມ່ແຕ່ງໃຫ້ກິນ

- ເຄີຍຖຽງ ເວລາທີ່ແມ່ບອກສອນ

- ເຄີຍລຳຄານ ເວລາທີ່ແມ່ບອກໃຫ້ນອນ...

 

ແຕ່ໃນຕອນນີ້:

- ບໍ່ໄດ້ຍິນສຽງຈົ່ມຂອງແມ່ແລ້ວ

- ບໍ່ມີສຽງແມ່ມາປຸກໃຫ້ຕື່ນແລ້ວ

- ບໍ່ມີແມ່ມາໃຊ້ວຽກເຮົາແລ້ວ

- ບໍ່ມີແມ່ມາບອກໃຫ້ປັດກວາດຫ້ອງແລ້ວ

- ບໍ່ມີແມ່ມາຊື້ເຄື່ອງໃຊ້ໃຫ້ແລ້ວ

- ບໍ່ມີແມ່ ມາຄົວກິນໃຫ້ແລ້ວ

- ບໍ່ມີແມ່ມາຄອຍບອກສອນແລ້ວ

- ບໍ່ມີແມ່ມາບອກໃຫ້ນອນແລ້ວ...

          ນີ້ແມ່ນສິ່ງທີ່ເຮົາປາດຖະຫນາໃຫ້ມັນເປັນ ບໍ່ມີແມ່ ມາຄອຍວຸ້ນວາຍກັບຊີວິດເຮົາ

 

ແຕ່ມັນບໍ່ແມ່ນ...ເຮົາພັດຮູ້ສຶກວ່າ ມີບາງສິ່ງບາງຢ່າງໃນຊີວິດເຮົາ ມັນຂາດຫາຍໄປ ນັ້ນກໍຄື ແມ່

ເຄີຍມີຄົນບອກວ່າ ຄົນເຮົາມັກຈະຮູ້ຄຸນຄ່າຂອງສິ່ງໆນັ້ນ ກໍຕໍ່ເມື່ອໄດ້ເສຍມັນໄປ

ບໍ່ມີສຽງຈົ່ມຂອງແມ່ແລ້ວ ແທນທີ່ຊິສະບາຍ ແຕ່ມັນພັດເຫງົາ

ເມື່ອກ່ອນ ເຄີຍຄິດວ່າເຮົາຫຍຸ້ງຢູ່ແລ້ວ ແມ່ຍັງມາໃຊ້ວຽກອີກ ແຕ່ຕອນນີ້ ເຮົາພັດມີເວລາວ່າງຫລາຍເກີນໄປ

 

ຂຽນຂຶ້ນມາດ້ວຍຄວາມຄິດຮອດຢ່າງແຮງ ເພື່ອ ແມ່ ຜູ້ທີ່ໃຫ້ກຳເນີດ ແລະ ລ້ຽງດູເຮົາໃຫ້ເຕີບໃຫຍ່ມາເປັນຄົນ

ຖ້າບໍ່ມີ ແມ່ ກໍບໍ່ມີເຮົາ ໃນມື້ນີ້...

ຂໍຂອບໃຈ ແລະຢາກບອກວ່າ ຮັກແມ່ທີ່ສຸດໃນໂລກ...