ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

        ເຄີຍຄິດວ່າຢາກຂຽນໄດອາຣີ່ຈັກບົດສອງ ແຕ່ກໍບໍ່ມີເວລາໄດ້ລົງມືຂຽນຈັກເທື່ອ

ມື້ນີ້ເປັນເລີກງາມຍາມດີ(ຕອນກຳລັງກຽມເສັງ?) ເບິ່ງບົດຮຽນຈົນເມື່ອຍແລ້ວ

ກໍເລີຍວ່າຢາກພັກຜ່ອນຈັກຫນ້ອຍຫນຶ່ງ


       ສະໄຫມນີ້ບໍ່ມີໃຜທີ່ບໍ່ຮູ້ຈັກ facebook ດອກນໍ້ ແລະ ກໍຄົງບໍ່ມີໃຜທີ່ຈະບໍ່ຫລິ້ນ facebook

ເມື່ອເທັກໂນໂລຢີເລີ່ມພັດທະນາ ການຫລິ້ນອິນເຕີເນັດມັນກໍບໍ່ແມ່ນເລື່ອງຍາກອີກຕໍ່ໄປ

ສະໄຫມນີ້ແມ່ນໃຜກໍຮູ້ຈັກຫລິ້ນອິນເຕີເນັດຫມົດແລ້ວ ບໍ່ຄືສະໄຫມກ່ອນ (ເຮົາຍັງເຄີຍໄປສະຫມັກຮຽນຫລິ້ນອິນເຕີເນັດເລີຍ)


       ເຂົ້າເລື່ອງເລີຍດີກ່ວາ ເນື່ອງຈາກສັງຄົມອອນລາຍນ໌ມັນກວ້າງຂວາງ ເປັນທີ່ຮູ້ຈັກຫລາຍ

ເຮັດໃຫ້ເກີດມີການຂາຍເຄື່ອງອອນລາຍນ໌ເກີດຂຶ້ນຢ່າງຫລວງຫລາຍ(ໃນເຟສບຸກ)

ບອກໄວ້ກ່ອນວ່າຕອນນີ້ເຮົາກຳລັງສຶກສາຢູ່ທີ່ປະເທດຈີນ ແລະມີຫມູ່ຫລາຍຄົນທີ່ຢູ່ທີ່ນີ້ເຮັດທຸລະກິດອອນລາຍນ໌ນີ້

ຍົກຕົວຢ່າງຫມູ່ຄົນຫນຶ່ງລະກັນ 


       ການຂາຍເຄື່ອງແທ້ໆນັ້ນມັນບໍ່ໄດ້ງ່າຍຄືກັບການຂາຍເຄື່ອງຫລິ້ນໆທີ່ພວກເຮົາມັກຫລິ້ນກັນໃນຕອນນ້ອຍ

ທຸກໆມື້ລາວຈະຕ້ອງອອນລາຍນ໌ Line ຫລື Whatsapp(ໂປຣແກຣມແຊັດເທິງມືຖື)ໄວ້ຕະຫລອດ

ເພາະຈະມີຄົນທີ່ສັ່ງເຄື່ອງນຳຕະຫລອດ ແລະ ລາວກໍຈະຕ້ອງຈົດບັນທຶກເຄື່ອງທີ່ຖືກສັ່ງໄວ້

ຈາກນັ້ນກໍຕ້ອງໄປສັ່ງເຄື່ອງຈາກເວັບຂາຍເຄື່ອງອອນລາຍນ໌ຂະຫນາດໃຫຍ່ຂອງຈີນ

ຖ້າເຄື່ອງສົ່ງມາຮອດແລ້ວກໍຕ້ອງເອົາໄປຝາກຕໍ່ເມືອລາວໃຫ້ລູກຄ້າ


       ແນ່ນອນວ່າການເຮັດທຸລະກິດຂອງລາວມັນມີຜົນກະທົບເຖິງການຮ່ຳຮຽນ

ເວລາຂຶ້ນຫ້ອງເຮົາມັກຈະເຫັນລາວກົດແຕ່ໂທລະສັບ ແລະ ຈົດຫລືເຮັດບັນຊີເຄື່ອງຂອງລາວ

ບາງຄັ້ງເຖິງຕ້ອງຂາດຮຽນກໍມີ

ມີໂອກາດຄັ້ງຫນຶ່ງທີ່ໄດ້ລົມກັບເພິ່ນ ເພິ່ນກໍບອກເຮົາວ່າ

ເພິ່ນຮູ້ສຶກບໍ່ມັກສິ່ງທີ່ກຳລັງຮຽນຢູ່ ບໍ່ມີຄວາມສົນໃຈຢາກຮຽນ ເພິ່ນມັກເຮັດທຸລະກິດຫລາຍກ່ວາ

ເຮົາກໍຄິດໃນໃຈ ຖ້າບໍ່ມັກຮຽນແລ້ວມາຮຽນເພື່ອຫຍັງ


        ຈຸດປະສົງຂອງການມາປະເທດຈີນນີ້ມາເພື່ອຫຍັງ?

ມາສຶກສາຮ່ຳຮຽນ  ກໍຕ້ອງຍຶດເອົາການຮຽນເປັນຫລັກ ເລື່ອງອື່ນເປັນຮອງແມ່ນບໍ່

ແຕ່ນັກສຶກສາລາວສ່ວນໃຫຍ່ບໍ່ແມ່ນຈັ່ງຊັ້ນ

ບາງຄົນກໍມາເພື່ອຫລິ້ນ?ມາເພື່ອກິນເບຍ?ມາເພື່ອຫາແຟນ?ມາຢູ່ກັບແຟນ

ບາງລາຍແມ່ນນຳກັນມາຮຽນພຸ້ນແຫລະ

ແລະ ຫນ້າແປກທີ່ນັກສຶກສາຈຳນວນນີ້ມັກໄດ້ມາຮຽນໂດຍທຶນຂອງລັດຖະບານ

ກໍຄືໄດ້ຮຽນຟຣີ ຢູ່ຟຣີ ມີເງິນເດືອນໃຫ້ທຸກເດືອນ

ຫລືອາດເປັນຍ້ອນວ່າໄດ້ມາຮຽນລ້າໆບໍ ພວກເພິ່ນກໍເລີຍບໍ່ຢາກຮຽນປານໃດ ເຮິເຮິ


       ເມື່ອເຮົາລອງປ່ຽນມຸມມອງ ເບິ່ງໃນແງ່ດີ

ເຖິງຫມູ່ຂອງເຮົາຄົນນັ້ນລາວຈະບໍ່ມັກຮຽນ ແຕ່ຢ່າງຫນ້ອຍລາວກໍໄດ້ຄົ້ນພົບທາງຂອງຕົນເອງ

ເຮົາວ່າລາວສາມາດເປັນແມ່ຄ້າທີ່ເຮັດທຸລະກິດໄດ້ດີໃນອະນາຄົດ

ສ່ວນຈຳພວກທີ່ມາເພື່ອຫລິ້ນ ເຂົາເຈົ້າກໍຈະມີປະສົບການຊີວິດທີ່ເຫລືອລົ້ນ

ພວກທີ່ມາກິນເບຍ ກໍໄດ້ລິ້ມລອງລົດຊາດເບຍຫລາຍໆແບບ ເພື່ອກັບໄປແລ້ວສາມາດໄປພັດທະນາວົງການເບຍຂອງລາວເຮົາ

ພວກທີ່ມາຫາແຟນ ມາຢູ່ກັບແຟນ ກໍໄດ້ມາທົດລອງຢູ່ນຳກັນກ່ອນ ເພື່ອສຶກສາໃຈກັນ

ເມື່ອຮູ້ວ່າເຂົ້າກັນບໍ່ໄດ້ກໍຈະໄດ້ເລີກກັນໄດ້ໂດຍທີ່ບໍ່ເສຍຫາຍ(ແມ່ນບໍ?)


      ແລະສຸດທ້າຍທີ່ຢາກເວົ້າ ລັດຖະບານຄວນເອົາໃຈໃສ່ພັດທະນາການສຶກສາຂອງຄົນລາວໃຫ້ທົ່ວເຖິງກວ່ານີ້

ເພາະການທີ່ປະເທດຫນຶ່ງໆຈະພັດທະນາໄດ້ນັ້ນຕ້ອງອາໄສຄວາມຮູ້ ແລະ ຄວາມສາມາດຂອງພົນລະເມືອງ

ສ່ວນໃຫຍ່ແລ້ວກຸ່ມຄົນທີ່ບໍ່ມີໂອກາດໄດ້ຮຽນຫັ້ນແຫລະ ທີ່ມັກໃນການຮ່ຳຮຽນ ແລະ ມີພອນສະຫວັນ

ປະເທດທີ່ພັດທະນາມັນບໍ່ແມ່ນແຕ່ວ່າມີຕຶກສູງໃຫຍ່ ມີລົດໄຟຟ້າ ມີຊັບສິນ

ແຕ່ຕ້ອງມີບຸກຄະລາກອນທີ່ມີຄຸນນະພາບເອົາໄວ້ສ້າງສາພັດທະນາບ້ານເມືອງໃຫ້ຮຸ່ງເຮືອງຂຶ້ນຕໍ່ໆໄປ

 

ຂໍຂອບໃຈ