ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 9, 2010 | ມີ 24 ຄຳເຫັນ ແລະ 0 trackback(s)

                           ກ່ອນອື່ນຫມົດຢາກບອກວ່າ "ຄິດຮອດພໍ່"

 

ພໍ່ເປັນຄົນດຽວ ທີ່ຮູ້ຈັກນິໄສລູກຄົນນີ້ດີທີ່ສຸດ...

ເພາະວ່າ ລູກນິໄສຄືພໍ່.... ແຕ່ອັນດຽວທີ່ລູກບໍ່ຄືພໍ່ກໍຄື "ຄວາມເດັດດ່ຽວ"

 

ລູກບໍ່ສາມາດ ຕັດສິນໃຈເດັດດ່ຽວຄືພໍ່ໄດ້...

ລູກລັງເລສະເຫມີ ເມື່ອຕ້ອງຕັດສິນໃຈເລື່ອງໃດເລື່ອງຫນຶ່ງ ຈົນເຮັດໃຫ້ ມັນກາຍເປັນເລື່ອງໃຫຍ່

ອັນນີ້ອາດຈະເປັນຍ້ອນວ່າ ລູກບໍ່ເຄີຍໄດ້ຕັດສິນໃຈຫຍັງມາກ່ອນ

ເພາະແຕ່ນ້ອຍຈົນໃຫຍ່ ພໍ່ເປັນຄົນຈັດການຫມົດ....

 

ພໍ່ລ້ຽງລູກດີໂພດ....

ເພາະພໍ່ບໍ່ຢາກໃຫ້ລູກທຸກ ຄືພໍ່ຕອນນ້ອຍ

ພໍ່ຍອມອົດ ເພື່ອໃຫ້ລູກອີ່ມ

ພໍ່ຍອມເມື່ອຍ ເພື່ອໃຫ້ລູກສະບາຍ

ແຕ່ພໍ່ຮູ້ບໍ່ ວ່າລູກສະບາຍຈົນເຄີຍຕົວ ອາດຈະເຮັດໃຫ້ລູກເສຍຄົນໄດ້

 

ແຕ່ລູກກໍສາມາດຮູ້ຈັກຄິດໄດ້ ເພາະຄຳບົ່ມສອນຂອງພໍ່

ພໍ່ມີເຫດຜົນສະເຫມີ ພໍ່ບໍ່ເຄີຍຕີລູກ

ທຸກຄັ້ງທີ່ລູກເຮັດຜິດ ພໍ່ກໍພຽງແຕ່ບອກວ່າ "ບໍ່ເປັນຫຍັງ ຄົນເຮົາສາມາດເຮັດຜິດພາດໄດ້ ຍ້ອນຄວາມບໍ່ຮູ້"

 

ພໍ່ບໍ່ເຄີຍບັງຄັບໃຫ້ລູກຮຽນຫນັງສືເກັ່ງໆ...

ແຕ່ໃຫ້ລູກຮຽນ ຕາມຄວາມສາມາດຂອງລູກ

 

ກ່ອນຫນ້ານີ້ພໍ່ບໍ່ມີຫັຍງເລີຍ

ສິ່ງທີ່ຕິດຕົວພໍ່ກໍມີແຕ່ຄວາມຮູ້

ແລະກໍຍ້ອນຄວາມຮູ້ນີ້ລະ ເຮັດໃຫ້ພໍ່ມີທຸກມືນີ້ໄດ້

ສະນັ້ນ ພໍ່ຈະບອກຕະຫຼອດ ວ່າໃຫ້ລູກຕັ້ງໃຈສຶກສາຮ່ຳຮຽນ

 

 

ມີບາງຄັ້ງທີ່ລູກ ມີຄວາມຄິດບໍ່ດີຕໍ່ພໍ່

ລູກຢາກຂໍອະໄພທຸກຢ່າງ ທີ່ລູກເຄີຍ ເຮັດບໍ່ດີກັບພໍ່ 

ເຄີຍຮ້າຍພໍ່ ຜິດຖຽງກັບພໍ....

ຫາແຕ່ເລື່ອງເດືອດຮ້ອນມາໃຫ້ພໍ່...ລູກເສຍໃຈ

 

ພໍ່ເປັນຄົນເວົ້າຊື່ ເວົ້າບໍ່ມ່ວນ ແຕ່ເວົ້າຄວາມຈິງ

ເຮັດໃຫ້ຄົນອື່ນບໍ່ມັກພໍ່ ຊັງພໍ່ ໃສ່ຮ້າຍພໍ່

ແຕ່ມີໃຜຮູ້ແດ່ວ່າໃນຈິດໃຈພໍ່ນັ້ນ ດີຂະຫນາດໃດ

 

ພໍ່ເຮັດເພື່ອຄົນອື່ນຫຼາຍໂພດ...

ຈົນບໍ່ສົນໃຈຕົວເອງ

ພໍ່ໃຈດີໂພດ...ຈົນຕົວເອງເດືອດຮ້ອນ

 

ເຖິງວ່າອ້າຍເອື້ອຍນ້ອງ ເຮັດບໍ່ດີຕໍ່ພໍ່

ແຕ່ພໍ່ກໍບໍ່ເຄີຍບອກໃຫ້ລູກຊັງເຂົາເຈົ້າ

ພໍ່ສອນສະເຫມີ ວ່າໃຫ້ລູກຮັກແພງກັບນ້ອງຫຼາຍໆ 

 

ເວລາມີເລື່ອງເດືອດຮ້ອນ

ເປັນພໍ່ສະເຫມີ ທີ່ຕ້ອງຮັບພາລະຫນ້າທີ່ແກ້ໄຂ

ແລ້ວເວລາພໍ່ເດືອດຮ້ອນເດ ມີໃຜເຂົ້າມາຊ່ວຍແດ່

 

ພໍ່ເຮັດດີໂດຍທີ່ບໍ່ເຄີຍຫວັງຜົນຕອບແທນ

ຫຼາຍຄັ້ງທີ່ລູກຖາມ

ພໍ່ເຮັດດີໄປເພື່ອຫຍັງ ໃນເມື່ອບໍ່ມີໃຜເຫັນຄຸນຄ່າ

ພໍ່ບອກວ່າ "ຄົນອື່ນບໍ່ເຫັນ ແຕ່ເຮົາຮູ້ດີແກ່ໃຈວ່າເຮົາເຮັດດີ ເທົ່ານີ້ກໍພຽງພໍແລ້ວ"

 

ຕອນນີ້ລູກຢາກບອກກັບພໍ່ວ່າ...

ໃຫ້ພໍ່ເບິ່ງແຍງຕົວເອງດີໆ ຢ່າເປັນຫ່ວງແຕ່ຄົນອື່ນຫຼາຍ

 

ອັນນິໄສຂີ້ໃຈນ້ອຍກໍຜ່ອນລົງແດ່

ເຊົາປາກຮ້າຍແດ່ກໍດີ ຄົນອື່ນຢ້ານຫມົດແລ້ວ

ກຽດສັກສີກໍຢ່າຖືຫຼາຍ ມັນຫນັກ ວາງລົງແດ່

 

ບໍ່ຢາກໃຫ້ພໍ່ເຮັດວຽກຫນັກຫຼາຍ 

ຮັກສາສຸຂະພາບຕົວເອງໃຫ້ດີ...ຢ່າໃຫ້ລູກເປັນຫ່ວງ

ແລະຢາກບອກວ່າ "ຮັກພໍ່ຫຼາຍໆ"

ເພາະວ່າບໍ່ກ້າບອກພໍ່ ເລີຍໄດ້ແຕ່ຂຽນ....

Delicious Digg Fark Twitter