ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2011 | ມີ 11 ຄຳເຫັນ ແລະ 0 trackback(s)



ຮົາຄິດຫນັກກັບການຊື້ປີ້ຍົນກັບບ້ານຊ່ວງນີ້
ທັ້ງໆທີ່ມັນບໍ່ຫນ້າຈະເປັນເລື່ອງໃຫຍ່ເຖິງຂະຫນາດຕ້ອງໃຫ້ກັງວົນຫຍັງກັບມັນເລີຍ (ກະຫັ້ນແຫລະ!)

ບັນຫາແມ່ນລາຄາຂອງປີ້ຍົນກັບເວລາທີ່ມັນບໍ່ລົງຕົວກັນຈັກເທື່ອ
ເພາະວ່າພໍ່ບໍ່ອະນຸຍາດໃຫ້ເຮົາກັບຄົນດຽວໄດ້
ສະນັ້ນ ເຮົາເລີຍຕ້ອງຊອກຄົນເກາະໄປນຳ
ແລະກໍມີຄົນມາສະເຫນີໃຫ້ເຮົາເກາະນຳຢ່າງຫລວງຫລາຍເລີຍແຫລະ (ອຸກໃຈເດ້)

ຜູ້ທີ່1: ພີ່ນ້ອງເຮົາເອງແຫລະ ຖ້າກັບນຳລາວຈະຕ້ອງຂີ່ຍົນໄປຮອດຄຸນຫມິງ
ຈາກນັ້ນຕໍ່ລົດບັສໄປຮອດເຫມີງຫລ້າ ປະປ໊າ ມະມ໊າ ມາຮັບ
ທີ່ຜ່ານມາເຮົາກໍກັບແບບນີ້ຢູ່ແລ້ວ ແຕ່ເທື່ອນີ້ມັນຕ້ອງລັງເລ
ເພາະວ່າ ຕ້ອງຖ້າໃຫ້ລາວເສັງແລ້ວ ເຊິ່ງຈະເລດໄປ 2-3 ມື້ ,
ຊ່ວງນີ້ຢູ່ລາວເປັນລະດູຝົນ ພໍ່ຂັບລົດເຂົ້າມາຈີນອາດຈະລຳບາກ
ແລະກໍເປັນແນວນີ້ແຫລະ ຖ້າກັບນຳລາວ ແນ່ນອນວ່າເຮົາຕ້ອງກັບຊ້າກ່ອນ
ຄົນອື່ນຫລາຍມື້ (ໃຈຈິງຢາກກັບໄວໄວ)


ຜູ້ທີ່2: ອັນນີ້ຫມູ່ສະນິດ ມັນກັບໄວຄົນນີ້ ເສັງແລ້ວປຸ໊ບມັນກັບປັ໊ບ ເຊິ່ງມັນຫນ້າ
ສົນໃຈດີ ມັນຊື້ປີ້ຍົນມື້ດຽວໄປຮອດວຽງເລີຍ ແຖມລາຄາຍັງຖືກອີກ
ແຕ່ບັນຫາມັນຢູ່ທີ່ວ່າຕ້ອງໄປລົງວຽງຈັນຫັ້ນລະ ແບບນັ້ນກໍຕ້ອງໄປຄ້າງຢູ່ວຽງ
ກວ່າຈະມີຍົນແຕ່ວຽງຈັນ-ອຸດົມໄຊ ມັນກໍເລດໄປ2-3ມື້ແລ້ວຄືກັນ

ຜູ້ທີ່3: ຄົນບ້ານດຽວກັນ ຜູ້ນີ້ສະເຫນີໃຫ້ກັບທາງສາຍການບິນໄທ ເຊິ່ງເພິ່ນບອກ
ວ່າມັນຖືກ ສະດວກ ສະບາຍ ແຖມເອົາເຄື່ອງໄປໄດ້ຫລາຍບໍ່ຈຳກັດນ້ຳຫນັກ
ແຕ່ບັນຫາ ມັນຕ້ອງໄດ້ໄປຖ້າຍົນຢູ່ສະຫນາມບິນສຸວັນນະພູມຕັ້ງວ່າ 7ຊົ່ວໂມງ
ໂອ້! ພໍດີແຫລະ ກົ້ນອອກຮາກ ແລະສຸດທ້າຍ ປາຍທາງມັນກໍໄປລົງ
ສະຫນາມບິນວັດໄຕ(ວຽງຈັນ)ຄືເກົ່າ ເຊິ່ງຢ່າງທີ່ບອກທາງເທີງ
ເຮົາບໍ່ຢາກໄປຢູ່ວຽງຈັນ (ມີເຫດຜົນສ່ວນຕົວທີ່ກ່າວບໍ່ໄດ້)

 

ແລະສຸດທ້າຍ ເຮົາຈະຕັດສິນໃຈຢ່າງໃດດີ
ຢາກຮີບຊື້ຮີບຕັດສິນໃຈໃຫ້ມັນຮຽບຮ້ອຍ
ເພາະຍັງມີອີກຫລາຍຢ່າງໃຫ້ຈັດການ (ກໍເລື່ອງຮຽນຫັ້ນແຫລະ)

ແຮະໆ ຢາກມາຈົ່ມໃຫ້ຟັງຊື່ໆ
ທີ່ຈິງກໍມີຄຳຕອບໃນໃຈຢູ່ແລ້ວ ແຕ່ຍັງລັງເລຢູ່ເທົ່ານັ້ນ

ສຸດທ້າຍ ຂອບໃຈທີ່ເຂົ້າມາແວ່ຊົມ :)

Delicious Digg Fark Twitter