ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2009 | ມີ 25 ຄຳເຫັນ ແລະ 0 trackback(s)

ນີ້ແມ່ນເລື່ອງທີ່ແປມາຈາກພາສາໄທ ໃຜທີ່ເຄີຍໄດ້ອ່ານແລ້ວກໍຂໍອະໄພນຳ

1. ຕ້ອງຈື່ຊື່ຄົນອື່ນໃຫ້ໄດ້

                       ຖ້າຫາກທ່ານຍັງຈື່ຊື່ຂອງຄົນອື່ນບໍ່ໄດ້ ສະແດງວ່າທ່ານບໍ່ໄດ້ໃຫ້ຄວາມສົນໃຈກັບເຂົາເຈົ້າດີພໍເທື່ອ ທ່ານຮູ້ບໍ່ວ່າຊື່ເປັນສິ່ງທີ່ສຳຄັນ ໃນການເຊື່ອມຕໍ່ຄວາມສຳພັນທີ່ດີ ເພາະສະນັ້ນ ທ່ານຕ້ອງຈື່ຊື່ຄົນອື່ນໃຫ້ໄດ້ ແລະ ຮ້ອງໃຫ້ຖືກ.

2.ຮູ້ຈັກທັກທາຍກ່ອນ

            ການທັກທາຍຄົນອື່ນກ່ອນ ເປັນມາລະຍາດທີ່ດີຢ່າງຫນຶ່ງ ທີ່ສະທ້ອນໃຫ້ເຫັນເຖິງຄວາມເປັນມິດ ເຮັດໃຫ້ຜູ້ຖືກທັກທາຍຮູ້ສຶກດີ ທີ່ມີຄົນໃຫ້ຄວາມສຳຄັນ ທ່ານຈຳເປັນຕ້ອງຈື່ຊື່ຂອງຄົນອື່ນເຮັດຫຍັງ ຖ້າບໍ່ຮູ້ຈັກທັກທາຍກັນ.

3. ວາງໂຕໃຫ້ສະບາຍ

             ຈົ່ງວາງໂຕສະບາຍໆໄວ້ ເພື່ອທີ່ຜູ້ອື່ນຈະໄດ້ບໍ່ຮູ້ສຶກເກັງ ເວລາທີ່ຢູ່ກັບທ່ານ ຈົ່ງຢ່າວາງມາດ ຫລື ຖືໂຕ ຈະເຮັດໃຫ້ທ່ານເປັນຄົນທີ່ ບໍ່ຫນ້າເຂົ້າຫາ ແລະ ເປັນທີ່ລັງກຽດ.

4. ມີນິໄສງ່າຍໆ

               ບໍ່່ໄດ້ຫມາຍຄວາມວ່າເປັນຄົນມັກງ່າຍ ແຕ່ໃຫ້ທ່ານເປັນຄົນງ່າຍໆ ສາມາດຄວບຄຸມອາລົມໃຫ້ຄົງທີ່ໄດ້ ບໍ່ແປປວນຈົນເກີນໄປ, ຕ້ອງຍອມຮັບ ແລະ ເຂົ້າໃຈຄົນອື່ນ ເຖິງວ່າກັບຄົນທີ່ເປັນຕາລຳຄານທີ່ສຸດ ເປັນໃຜໃຜກໍຢາກຢູ່ໃກ້ ຄົນທີ່ມີອາລົມຄົງທີ່ ບໍ່ມັກຖືສາຄົນອື່ນ ເພາະວ່າບາງທີ ທ່ານອາດບໍ່ຮູ້ໂຕເອງ ວ່າມີຫຍັງທີ່ເຮັດໃຫ້ຄົນອື່ນລຳຄານທ່ານ ສະນັ້ນ ງ່າຍໆ ພຽງແຕ່ທ່ານ ວາງໃຈ ແລະບໍ່ຖືສາກັນນີ້ແຫລະ ດີທີ່ສຸດແລ້ວ.

5. ຢ່າອວດອ້າງຕົວເອງ

             ຈົ່ງລະວັງ ຢ່າສະແດງວ່າທ່ານຮູ້ໄປຫມົດທຸກເລື່ອງ ຈົ່ງປ່ອຍເຂົາສະແດງຄວາມຮູ້ຂອງເຂົາເຈົ້າອອກມາແນ່ ບໍ່ມີໃຜມັກຄົນທີ່ອວດອ້າງວ່າຕົນເກັ່ງນັ້ນ ເກັ່ງນີ້ດ໊ອກ ໃຫ້ຮູ້ຈັກຖ່ອມໂຕ ແລະ ສຸພາບ ຕາມກາລະເທສະ ຈະດີກ່ວາ.

6. ເປັນຄົນມັກມ່ວນ ເຮຮາ

                ໃຜໃຜກໍມັກຄົນທີ່ອາລົມດີ ມ່ວນຊື່ນ ເຮຮາຢູ່ຕະຫລອດ ເພື່ອທີ່ເວລາຢູ່ໃກ້ແລ້ວ ຈິດໃຈກໍເບີກບານມ່ວນຊື່ນໄປນຳ ບໍ່ຕຶງຄຽດ.

7. ພະຍາຍາມແກ້ໄຂຄວາມເຂົ້າໃຈຜິດ

               ໃນບາງຄັ້ງ ທ່ານອາດຈະເຄີຍເບິ່ງຄົນອື່ນໃນແງ່ຮ້າຍ ທ່ານອາດຈະເຄີຍຖືສາ,ຕຳຫນິ ຕິຕຽນໃນການກະທຳຂອງຄົນອື່ນ, ຢາກໃຫ້ທ່ານປ່ຽນ ແລະ ປັດຖິ້ມຄວາມຄິດນີ້ອອກຈາກໃຈ ລອງເບິ່ງໂລກໃນແງ່ດີ ເບິ່ງຄົນອື່ນໃນແງ່ບວກ ແລ້ວທຸກຢ່າງຈະດີ ມິດຕະພາບບໍ່ສາມາດກໍ່ເກີດ ແລະ ຫງອກງາມ ທ່າມກາງຄວາມລະແວງແຄງໃຈ ຈົ່ງກຳຈັດຄວາມຂັດຂ້ອງຫມອງໃຈ ຄວາມຄຽດ ຄວາມແຄ້ນໃຫ້ຫມົດໄປ ແລ້ວທ່ານກໍຈະກາຍເປັນທີ່ຮັກຂອງທຸກໆໄດ້.

8. ຖີ້ມມັນໄປ ນິໄສທີ່ບໍ່ດີ

            ບາງເທື່ອທ່ານກໍບໍ່ຮູ້ຕົວ ວ່າທ່ານມີຂໍ້ເສຍຫຍັງແດ່ ຢູ່ໃນຕົວ ຈົ່ງຟັງສຽງຈາກຄົນອ້ອມຂ້າງ ວ່ານິໄສອັນໃດແດ່ ທີ່ຄວນປັບປ່ຽນ ແລ້ວກໍປັບປຸງແກ້ໄຂໃຫ້ໄດ້ ນິໄສທີ່ບໍ່ດີນັ້ນ ເກັບໄວ້ກໍມີແຕ່ຈະເຮັດໃຫ້ຄົນອື່ນຊັງທ່ານ ສະນັ້ນ ຖິ້ມມັນໄປໃຫ້ໄກໆດີກ່ວາ.

9. ເຝິກໃຫ້ຮູ້ຈັກມັກຄົນອື່ນແດ່

                ມີຄົນບາງຄົນທີ່ມັກຈະທ່ຽວຊັງຜູ້ນີ້ຜູ້ນັ້ນໄປທົ່ວ ແບບບໍ່ມີເຫດຜົນ ນັ້ນເປັນສິ່ງທີ່ບໍ່ດີ ມີແຕ່ຈະສົ່ງຜົນຮ້າຍໃຫ້ຄົນອ້ອມຂ້າງ ແລະ ຕົວທ່ານເອງ, ລອງເຝິກໃຫ້ຕົນເອງຮູ້ຈັກມັກແລະປະທັບໃຈຜູ້ອື່ນແດ່ ເຊັ່ນວ່າ ມັກທີ່ລາວເປັນຄົນແນວນີ້ ມັກໃນສິ່ງທີ່ລາວເວົ້າຈາ ໆລໆ ຈົ່ງທ່ອງຄາຖາປະຈຳໃຈເອົາໄວ້ຕະຫລອດວ່າ ຂ ພ ຈ ບໍ່ເຄີຍພົບກັບບຸກຄົນທີ່ ຂ ພ ຈ ບໍ່ມັກເລີຍ.

10. ຍ້ອງຍໍໃຫ້ເປັນ

                 ບໍ່ແມ່ນການປະຈົບປະແຈງ ແຕ່ເປັນການເວົ້າອອກມາຈາກຄວາມຮູ້ສຶກຂອງທ່ານເອງ , ເມື່ອຄົນໃດຄົນຫນຶ່ງ ໃກ້ຕົວທ່ານ ໄດ້ກະທຳສິ່ງທີ່ດີ ເປັນແບບຢ່າງໃຫ້ແກ່ຜູ້ອື່ນ ຫລືວ່າຈະເປັນການກ່າວຄຳຍ້ອງຍໍ ໃນວັນທີ່ເຂົາເຈົ້າປະສົບຜົນສຳເລັດຢ່າງໃດຢ່າງຫນຶ່ງ ໃນເວລາຂະນະດຽວກັນ ກໍຕ້ອງສະແດງຄວາມເຂົ້າໃຈ ແລະ ເຫັນອົກເຫັນໃຈ ໃນຄວາມທຸກຮ້ອນ ແລະຄວາມຜິດພາດຂອງເຂົາເຈົ້ານຳ ເວົ້າງ່າຍໆກໍຄື ຕ້ອງເປັນຄົນທີ່ມີນ້ຳໃຈເອື້ອເຟື້ອດເພື່ອແຜ່ແດ່.

----------------------------------------------------------------------------------------------------------------------------------------------------

ທີ່ມາ http://webboard.yenta4.com/topic/349481

ເວັບໄຊທ໌ຂ້າງເທິງ ແມ່ນບົດຂຽນທີ່ເປັນພາສາໄທ ຜູ້ໃດທີ່ຢາກອ່ານແບບພາສາໄທ ກໍສາມາດເຂົ້າໄປອ່ານໄດ້ , ຂພຈ ເອງຫາກໍຂຽນໄດອາຣີ່ເປັນຄັ້ງທຳອິດ ຍັງບໍ່ມີປະສົບການ ໃນການຂຽນ ຖ້າຫາກທ່ານພົບເຫັນຂໍ້ຜິດພາດປະການໃດ ກໍສາມາດຕຳຫນິມາໄດ້ (ເວົ້າຊື່ໆໂລດເດີ້) ເພື່ອທີ່ ຂພຈ ຈະໄດ້ແກ້ໄຂ ແລະ ປັບປຸງສີມືໃນການຂຽນໃຫ້ດີຂຶ້ນ ເພື່ອການກ້າວໄປສູ່ເສັ້ນທາງແຫ່ງການເປັນນັກຂຽນສີມືດີແຫ່ງຊາດ (555+ ຝັນໄກ)

         ທ້າຍນີ້ ກໍຂໍຝາກໄວ້ຫນ້ອຍຫນຶ່ງ ເປັນຄົນລາວ ຈົ່ງໃຊ້ພາສາລາວໃຫ້ຖືກຕ້ອງຕາມຫລັກພາສາລາວເດີ້ພີ່ນ້ອງ.

 

                

Delicious Digg Fark Twitter