ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 12, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຄວາມຮັກ ເມື່ອມັນເກີດຂື້ນໄດ້ ມັນກໍ່ຍ່ອມໝົດລົງໄດ້ເຊັ່ນກັນ
ຖ້າຄວາມຮັກຂອງເຈົ້າກັບເຂົາ ໃກ້ຊິໝົດລົງ ຖາມວ່າເຈົ້າຈະປ່ອຍໃຫ້ມັນໝົດແລ້ວໝົດເລີຍ ຫຼືຈະຊ່ວຍກັນເຕີມເຕັມຫົວໃຈໃຫ້ກັບມາເຕັມຫົວໃຈອີກຄັ້ງ
ຄັ້ງໜື່ງຫົວໃຈຂອງເຈົ້າອາດວ່າງເປົ່າ ເຈົ້າອາດເຄີຍເປັນຄົນທີ່ບໍ່ມີຄວາມຮູ້ສືກໃດໆ ເຈົ້າອາດເຄີຍໃຊ້ຊີວິດຜ່ານໄປວັນໆ ຈົນເປັນເລື້ອງປົກກະຕິ ແຕ່ພໍວັນໜື່ງເມື່ອມີຄົນກ້າວເຂົ້າມາໃນຫົວໃຈທີ່ວ່າງເປົ່າ ສີ່ງທີ່ເຄີຍວ່າງ ເຄີຍບໍ່ມີຫຍັງ ກັບເປັນສີ່ງທີ່ມີແມ່ນຫຍັງຕໍ່ແມ່ນຫຍັງເຂົ້າມາ ນັ້ນຄືຄວາມຮູ້ສືກດີໆ ທີ່ຖ່າຍທອດຈາກຄົນໜື່ງສູ່ຄົນໜື່ງ ກາຍເປັນຄວາມຮັກໃນເວລາຕໍ່ມາ ແຕ່ຫຼາຍຄົນມັກເວົ້າສະເໝີວ່າ ຄວາມສຸກມັກຜ່ານໄປໄວສະເໝີ ເໝືອນກັບທີ່ເຈົ້າເອງອາດບໍ່ທັນໄດ້ຮູ້ໂຕ ວ່າຄວາມຮັກມັນຄ່ອຍໆໝົດລົງໄດ້ສະເໝີເຊັ່ນກັນ 
ເວລາທີ່ເຈົ້າອີ້ມກັບຄວາມສຸກທີ່ຢູ່ຮອບກາຍ ເຈົ້າມັກບໍ່ທັນໄດ້ນຶກເຖິງຄວາມບໍ່ແນ່ບໍ່ນອນທີ່ອາດເກີດຂື້ນໄດ້ ມື້ນີ້ເຈົ້າກັບເຂົາຮັກກັນຫຼາຍ ເຈົ້າມີຄວາມສຸກມອບໃຫ້ກັນແລະກັນ ປານກັບວ່າຊິບໍ່ມີວັນໝົດ ຖ້າເຫດການເກີດຂື້ນໃນມື້ອື່ນ ບໍ່ຄືເກົ່າເດ ຈະເຮັດແນວໃດ 
ການຍອມແພ້ບໍ່ແມ່ນທາງອອກ ການດື້ດຶງຮັກສາຮັກເອົາໄວ້ກໍ່ບໍ່ແມ່ນການຝືນ ຫາກເຈົ້າເຮັດທຸກຢ່າງເພື່ອທີ່ຈະໃຫ້ຄວາມຮັກທີ່ເຄີຍກ້າວໄປຜິດທາງ ກັບມາເຂົ້າທີ່ເຂົ້າທາງໄດ້ຄືເກົ່າ
 ນັ້ນຕາງຫາກຄືສີ່ງທີ່ດີທີສຸດ ທີ່ເຈົ້າຄວນຊ່ອຍກັນເຮັດ
ເຕີມຄວາມຮັກບໍ່ຍາກດອກເພາະທຸກຄົນຕ່າງກໍ່ເຄີຍເຮັດມາແລ້ວ ພຽງແຕ່ເຮັດຄືຕອນທຳອິດທີ່ເຄີຍຮູ້ສືກດີໆຕໍ່ກັນ ແມ່ນຫຍັງທີ່ເຄີຍເຮັດໃຫ້ເຂົາມີຄວາມສຸກ ນັ້ນແລະຄືສິ່ງທີ່ຈະເຕີມລົງໄປ
ບາງຄົນມີຄວາມສຸກງ່າຍໆ ພຽງແຕ່ໄດ້ມີໃຜຈັກຄົນມາເຮັດສິ່ງເລັກໆນ້ອຍໆ ບໍ່ຕ້ອງເຮັດຫຍັງທີ່ຍິ່ງໃຫຍ່ ເລືອກເຮັດສິ່ງເລັກໆນ້ອຍໆ ເທົ່ານີ້ກໍ່ເປັນຈຸດເລີ້ມຕົ້ນດີໆທີ່ຈະເຕີມຄວາມຮັກ ໃຫ້ກັບມາສົດໃສຄືເກົ່າ ຢ່າປ່ອຍໃຫ້ຄວາມຮັກຄ່ອຍໆໝົດລົງໂດຍທີ່ເຮົາບໍ່ພະຍາຍາມເຮັດຫຍັງເລີຍ ລອງຖາມຕົວເອງເບິ່ງວ່າສາເຫດທີ່ສີຂອງຄວາມຮັກມັນຈາງລົງນັ້ນເກີດຈາກຫຍັງ ເຈົ້າມົວແຕ່ເຮັດວຽກຫຼາຍເກີນໄປ ເຈົ້າສອງຄົນມີເວລາໃຫ້ກັນຄືຕອນທຳອິດບໍ? ໜັງທີ່ໄປເບິ່ງນຳກັນເລື້ອງສຸດທ້າຍຄືເລື່ອງຫຍັງ ເຄີຍໄປຫຼີ້ນໄກໆດ້ວຍກັນຢູ່ບໍ ນັບຕັ້ງແຕ່ຄົບເປັນແຟນ ເມື່ອຮູ້ໂຕແລ້ວກໍ່ເທົ່າກັບຮູ້ວິທີແຕ່ລະຄົນຈະເຕີມຄວາມຮັກຂອງຕົນເອງ ການປະໃຫ້ຄວາມສັບສົນໃນຊິວິດປະຈຳວັນມາບຽດບັງຂັບເວລາທີ່ຈະເອົາໃຈໃສ່ກັນເປັນເລື້ອງອັນຕະລາຍ ຢ່າຄິດວ່າບໍ່ເປັນຫຍັງດອກ ເພາະຖ້າວັນໜຶ່ງເຂົາເກີດເບື່ອຂື້ນມາຈົນຄວາມຮັກຂອງເຂົາທີ່ມີຕໍ່ເຈົ້າຫຼຸດປະລິມານລົງ ມັນອາດສາຍເກີນໄປທີ່ຈະນຳໄປແກ້ຕາມຫຼັງ ຫົວໃຈຂອງຄົນເຮົາມັນອ່ອນບາງກ່ວາທີ່ຄິດ ຢ່າປະໃຫ້ຫົວໃຈມັນວ່າງເປົ່າເພາະຂາດຄົນເບິ່ງແຍງ ເອົາໃຈໃສ່ກັນຫຼາຍໆ ເຕີມສິ່ງທີ່ດີໆໃຫ້ກັນດຸໆ ເທົ່ານີ້ຄວາມຮັກຂອງເຈົ້າກໍ່ຈະເຕັມຢູ່ໃນຫົວໃຈຂອງເຂົາຕະຫຼອດໄປ