ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຖິງບັນດານັກສຶກສາ ຫຼື ຊາວຜູ້ອອກແຮງງານທີ່ໄກບ້ານ ທຸກທ່ານ

ຈົດໝາຍຈາກຄົນຢູ່ເບື້ອງຫຼັງ

ເປັນແນວໃດ ລູກຢູ່ໃນເມືອງພີ້  ຄືຊິມີໄຟຟ້າ ນ້ຳປະປາໄຊ້ ຢ່າງສະດວກສະບາຍນໍ  ການຮ່ຳຮຽນເດ ພໍໄປພໍມາຢູ່ບໍ?  ແນວໃດຊິດີ ກະແລ້ວແຕ່ລູກ ເດີລູກຫຼ້າ  ພໍ່ແມ່ຄິດຮອດເຈົ້າຫຼາຍໆ ແຕ່ບໍ່ໃຫ້ເຈົ້າເປັນຫວ່ງພໍ່ແມ່ດອກ ລູກຢູສະບາຍພໍ່ ກັບແມ່ກະດີໃຈແລ້ວ

ສ່ວນພໍ່ແມ່ຢູ່ທາງພຸ້ນ ລຳບາກຫຼາຍ ປີນີ້ຝົນຟ້າບໍ່ດີ ເຂົ້ານາໂພນກໍຕາຍໝົດ ເຫຼືອແຕ່ນາທາມ

ລູກມີເງິນຄ່າເທີມຢູ່ບໍ? ດຽວນີ້ ພໍ່ແມ່ ກະບໍ່ມີເງິນຍັງຕິດໜີ້ເຂົາຢູ່  ຖ້າວ່າລູກຕ້ອງການ ພໍ່ແມ່ ກະຊິຂາຍຄວາຍຕູ້ໃຫ້  ແລະ ເງິນຂາຍຜັກ ຂາຍໝາກພິກ ໜາກເຂືອ ຊິທ້ອນໃຫ້ລູກເສຍຄ່າເທີມ.

ປີໃໝ່ລາວກັບມາຢາມພໍ່ແມ່ ແນ່ ບໍ່ມີຫຍັງມາຝາກກະຕາມ ຂໍແຕ່ໄດ້ເຫັນຫນ້າລູກກະດີໃຈ ແມ່ຊິເຮັດເຂົ້າປຸ້ນໄວ້ຖ້າ 

               ຈາກ: ພໍ່ ແລະ ແມ່

                

                  ວິຖີຊີວິດຂອງຊາວນາ

                

                         ວິຖີຊີວິດຂອງຊາວນາ

            

                  ແມ່ຊິເຮັດຊິເຂົ້າປຸ້ນໄວ້ຖ້າ (ການຕຳເຂົ້າປຸ້ນ)

                                     

                   "ເມື່ອທ່ານກິນນ້ຳ ໃຫ້ລະນຶກເຖິງຕົ້ນນ້ຳລຳທານ"

 "ໄຟແສງສີໃນເມືອງໃຫຍ່ອາດຈະເປັນແສງປະກາຍຊົ່ວຄັ້ງຄາວ 

   ແຕ່ແສງກະຈຽງ ຫຼືກະບອງຂອງພໍ່ແມ່ທີ່ຢູ່ເບື່ອງຫຼັງນັ້ນ   ອາດຈະນຳພາທ່ານປະສົບຜົນສຳເລັດໄດ້ຫຼາຍກວ່າ"