ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຊາວນາ ລຳບາກກາກກຳທຳນາ         ແຕ່ຂາດແຄນເຂົ້າທີ່ຈະກິນ

ຄົນຕ່ຳຜ້າ ວັນແລ້ວວັນເລົ່າ              ແຕ່ທົນໜາວແທບຕາຍ ເພາະບໍ່ມີເສື້ອຜ້າສວມໃສ່

"ເຂົ້າທຸກຄຳ            ຄືພະຄຸນຂອງຊາວນາ

ອາພອນທີ່ສວຍງາມ  ຄືຢາດເຫື່ອຂອງຜູ້ປັກແສ່ວ"

ທ່ານບໍລິໂພກອາຫານທີ່ເລີດລົດຈາກໂຮງແຮມທີ່ຫຼູຫຼາ  ທ່ານມີເສື້ອຜ້າອາພອນທີ່ສວຍງາມສວມໃສ່  ທ່ານມີຄວາມສຸກທີ່ໄດ້ໄປທ່ອງທ່ຽວສະຖານທີ່ຕ່າງໆ ເຊັ່ນ: ວັດພູຈຳປາສັກ,ອັງກໍວັດ, ກຳແພງເມືອງຈີນ, ປີລະມິດ

ເບື້ອງຫຼັງສິ່ງເຫຼົ່ານີ້ ໄດ້ມາຈາກ ຫຍາດເຫື່ອ, ເລືອດ ທີ່ເຕັມໄປດ້ວຍຄວາມລຳບາກ ແລະ ທໍລະມານຂອງ ຂອງຊົນຊັ້ນກຳມະກອນ ຊາວໄຮ່ ຊາວນາ

ແລ້ວທ່ານເດ ມີຫຍັງແນ່ທີ່ຈະໃຫ້ແກ່ສັງຄົມ?