ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

                               ແດ່....ເພື່ອນພັນລາວທີ່ໜ້າຮັກ ທຸກທ່ານ

                                   

                             ເນື່ອງໃນວັນວາເລັນທາຍນີ້        ຂໍອວຍພອນໃຫ້ທ່ານມີແຕ່ຄວາມຮັກທີ່ດີງາມ

                             ມີຄວາມຮັກທີ່ເປັນອຳມະຕະ      ມີຄວາມສຸກສົມຫວັງກັບຄວາມຮັກຕະຫຼອດໄປ

      ຖ້າທ່ານຄົນຮັກຄົນໃດ ຂໍໃຫ້ຄຸນພະສີຣັດຕະນະໄຕ ຈົ່ງບັນດານແກ່ຄົນນັ້ນກັບມາຮັກທ່ານເໝືອນທີ່ທ່ານຮັກ

 ຈາກໃຈ ຄົນໂງ່                     

ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 

ຄົນເກີດມາອາດຈະຕ່າງກັນ ໄດ້ຮັບຄວາມຮັກ ຄວາມອົບອຸ່ນຕ່າງກັນ ແລ້ວແຕ່ຊາຕາກຳ ອາດຈະເປັນເພາະຟ້າລິຄິດ

 

                                      ເດັນນ້ອຍທີ່ຂາດຄວາມອົບອຸ່ນ  ຢູ່ຢ່າງໂດດດ່ຽວ

 

                                         ສາວອັນນີ້  ອົບອຸ່ນເຫຼືອເກີນ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ສົມມຸດວ່າ:  ທ່ານໄປຮ່ວມລາຍການແລ່ນມາລາທອນ  ເມື່ອທ່ານແລ່ນຈົນໝົດແຮງ ແລະຄິດວ່າຈະບໍ່ສາມາດແລ່ນຕໍ່ໄປແລ້ວ

 ແຕ່ວ່າ   ບັງເອີນມີໝາວໍ້ໂຕໜຶ່ງແລ່ນເຂົ້າມາຫາ ເພື່ອຈະກັດ  ຖາມວ່າ ທ່ານຈະແລ່ນຕໍ່ໄປໄດ້ບໍ ຫຼື ທ່ານຢຶນໃຫ້ໝາວໍ້ກັດ?

ຂ້າພະເຈົ້າຄິດວ່າ ບໍ່ມີໃຜທີ່ຈະຢືນໃຫ້ໝາວໍ້ກັດເດັດຂາດ ແນ່ນອນຕ້ອງສາມາດແລ່ນຕໍ່່ໄປໄດ້ອີກ

ດັ່ງນັ້ນ ຈຶ່ງມີຄຳຖາມວ່າ ທ່ານເອົາແຮງມາຈາກໃສ? ຄຳຕອບກໍຄືເອົາມາຈາກໂຕທ່ານເອງນັ້ນແລ້ວ ບໍ່ມີໃຜເອົາມາໃຫ້ດອກ

ນັ້ນຄືແຮງບັນດານໃຈ ຜູ້ທີ່ມີແຮງບັນດານໃຈ ຄືຜູ້ທີ່ມີຈິດໃຈເຂັ້ມແຂງ ເພາະສະນັ້ນເຂົາຈຶ່ງມີພະລັງຢ່າງແຮງກ້າ ມີຄວາມອົດທົນສູງ ສາມາດຜ່ານຜ່າອຸປະສັກຫຍຸ້ງຍາກໄດ້ 

ຜູ້ທີ່ມີຈິດໃຈເຂັ້ມແຂງ ມັກຈະເປັນຜູ້ທີ່ປະສົບຄວາມສຳເລັດສະເໝີ ສ່ວນວ່າ ຜູ້ທີ່ມີຈິດໃຈອອ່ນແອ ສ່ວນຫຼາຍມັກຈະເປັນຜູ້ຫຼົ້ມເຫຼວ  ກໍຄືຜູ້ທີ່ຍອມນັ່ງໃຫ້ໝາວໍ້ກັດນັ້ນເອງ