ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

 ຫົວຂໍ້ຂ່າວໃນພາສາອັງກິດ ສ່ວນໃຫຍ່ຈະບໍ່ໃສເວີບ be ເນື່ອງຈາກຕ້ອງການໃຫ້ມີຄວາມກະທັດຮັດ ເຊັ່ນ: 

1. Buddha images discovered in Khammuan province ຄວາມຈິງແມ່ນປະໂຫຍດ Pasive voice ບໍ່ແມ່ນ active voice ທີ່ຈິງປະໂຫຍກນີ້ມາຈາກ Buddha images are or were discovered in Khammuan province. ແຕ່ຕັດເວີບ be ອອກ. ດັ່ງນັ້ນ ຈຶ່ງແປວ່າ ພະພຸດທະຮູບຈຳນວນໜຶ່ງ ໄດ້ຖືກຄົ້ນພົບທີ່ແຂວງຄຳມ່ວນ.

ຖ້າຖືວ່າ active voice ຈະຕ້ອງແປວ່າພະພຸດທະຮູບຈຳນວນໜຶ່ງໄດ້ຄົ້ນພົບທີ່ແຂວງຄຳມ່ວນ ເຊິ່ງໝາຍຄວາມວ່າ: ພະພຸດທະຮູບໄປຄົ້ນພົບຢ່າງໃດຢ່າງໜຶ່ງທີ່ແຂວງຄຳມ່ວນ (ເຊິ່ງເປັນໄປບໍ່່ໄດ້ ພະພຸດທະຮູບ ຈະເປັນຜູ້ຄົ້ນພົບ ມີແຕ່ຄົນເຮົາ ຫຼືປະຊາຊົນ ເປັນຜູ້ຄົ້ນພົບພະພຸດທະຮູບ)

2. Lao children to benefit from joint EU-UNICEF nutrition project  ແມ່ນປະໂຫຍດ active voice ມາຈາກ Lao children are to benefit from joint EU-UNICEF nutrition project  ບັນດາເດັກນ້ອຍລາວໄດ້ຮັບຜົນປະໂຫຍດຈາກໂຄງການອາຫານຮ່ວມລະຫວ່າງ  EU-UNICEF

 ຂໍ້ມູນຈາກໜັງສືພິມ Vientine Time ອອນລາຍ ວັນທີ January 11, 2011 http://www.vientianetimes.org.la/ access: January 11, 2011