ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕົກກະເທີນວ່າເປັນເສືອແລ້ວ  ບໍ່ມີລາຍເຂົາກະຕູ່

ແໜງສູ້ເອົາໝິ່ນໝໍ້ ມາແຕ້ມໃຫ້ຕື່ມລາຍ

ຕົ້ນໄມ້ໃຫຍ່ບໍ່ມີຜີ  ສາວຜູ້ດີບໍ່ດີບໍ່ມີຊູ້  ທໍລະນີຊິບໍ່ແຕກ ບໍນໍ

ຄັນວ່າຜີຕາແຮກເປີດໄກ່ຕົ້ມ  ດິນຊິບໍ່ແຫ້ງໄງ່ຜົງ ສາບໍ  

(ຜີຕາແຮກ ແມ່ນຜີຢູ່ຫົວໄຮ່ປາຍນາ ເມື່ອເຖິງລະດູການປັກດຳນາ ຕ້ອງມີເຫຼົ້າ ມີຕົ້ມໄກ່ໄປເສັ້ນ ຫຼື ໄປຖວາຍ)

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຫຼືວ່າຊາດກ່ອນກີ້         ອ້າຍຖະຫວາຍດອກໄມ່ຫ່ຽວ ບໍ່ນໍ

ເວນຈິ່ງທຽວມາໃຊ້        ໃຫ້ພົບນ້ອງຍາມເມື່ອສາຍ

ອັນວ່າຄວາມຮັກອ້າຍ      ແມ່ນຮັກຫຼາຍກະພຽງໝູ່

ບໍ່ຄາດຫັວງເປັນແຟນ      ຍ້ອນສາຍແນນບໍ່ເຖິງນ້ອງ

ໄດ້ແຕ່ມອງແລະໜອງເສົ້າ   ບາດຍາມເຂົາພານ້ອງຜ່ານ

ມືປະສານກ່ຽວກ້ອຍ       ເອົານ້ອງເຂົ້າບ່ອນນອນ

ໄດ້ແຕ່ຫັນເມີນໜ້າ        ຫຼົບສາຍຕາຢູ່ມູມປ່ຽວ

ບໍ່ອາດຫຼຽວໄປເບິ່ງນ້ອງ    ຢ້ານຫຼົງຮ້ອງໃຫ້ ໃຫ້ເພິ່ນເຫັນ

 

ແຕ່ກ່ອນນັ້ນໜາ  ຍາມຢູ່ໄກ້ໃຈເຕັ້ນ    ເປັນງົງໆຄືຊິປ່ວຍ

ວ່າຊິເອີ່ຍປາກເວົ້າ       ວ່າຮັກ ເຈົ້າກະບໍ່ຫານ

ຢ້ານເຈົ້າຫວັ່ນໃຈນຳອ້າຍ  ຊິທຳໃຈລຳບາກ

ເວົ້າອອກໄປກະບໍໄດ້     ເກັບໄວ້ໃນໃຈກະອຸກອັ່ງ

ບໍ່ຈັກຊິເຮັດ ເບິດປັນຍາ  ຂໍເກັບໄວ້ ໃຫ້ທຸກໃຈພຽງຜູ້ດຽວ 

 

ຊ່າງຫົວມັນ!!! (ເວົ້າແລ້ວຊິຍົກຈອກເຫຼົ້າບອງຍາ ດື່ມໃຫ້ຫາຍກຸ້ມ ສາກ່ອນ!!!)