ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 23, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ບາງຄົນອາດຈະເຂົ້າໃຈຜິວເຜີນເລື່ອງຄອມພິວເຕີວ່າ ມັນສາມາດອຳນວຍຄວາມສະດວກ ແລະເຮັດໄດ້ຕາມຄຳສັ່ງເກືອບທຸກຢ່າງ ອັນນັ້ນ ແມ່ນເປັນຄວາມຈິງ ແຕ່ວ່າ ຖ້າທ່ານສັ່ງໄປໃນທາງທີ່ຜິດ ໂດຍເກີດມາຈາກຄວາມບໍ່ຕັ້ງ ໃຈຫຼື ວ່າບໍ່ຮູ້ ທ່ານຈະໄດ້ຣັບຜົນແບບຜິດພາດ ຫຼື ຂາດປະສິດທິພາບ. ທີ່ສຳຄັນທ່ານຕ້ອງເຂົ້າໃຈເນື້ອໃນ ຫຼື ເນື້ອຫາທີ່ທ່ານຕ້ອງການ ທ່ານຕ້ອງມີຄວາມເຂົ້າໃຈແຕ່ລະພາຣາມີເຕີ ຫຼື ອາດເອີ້ນວ່າ ປັດໃຈຕ່າງໆ (Parameters)ໃນສູດ 

ຕົວຢ່າງ: ຖ້າທ່ານຕ້ອງການໃຊ້ ຕຳລາທາງສະຖິຕິໃນ excel ຫຼື SPSS ເຊັ່ນ mean, median, T-test, F-test, Factor analysis ແລະ ອື່ນໆ ທ່ານຕ້ອງຮູ້ເລື່ອງສະຖິຕິ ເຊັ່ນ: ແຕ່ລະຟັງຊັນ ໃຊ້ເພື່ອເຮັດຫຍັງ? ມີສົມຜົນ ຫຼື ສູດຄິດໄລ່ ແບບໃດ? ບັນດາຕົວປ່ຽນເຫຼົ່ານັ້ນ ພົວພັນກັນແບບໃດ? ຄວາມຈິງ excel ກໍໄຊ້ໄດຢ່າງຫຼວງຫຼາຍ ແຕ່ຖ້າເລື່ອງແຕ້ມເສັ້ນສະແດງຕ້ອງຍົກໃຫ້ OriginLab ຫຼື Grapher   

ຕົວຢ່າງ: ຖ້າທ່ານຕ້ອງການໃຊ້ ໂປຣແກມທາງດ້ານ GIS ເຊັ່ນ ArcGIS, MapInfo, Surfur ແລະ ອຶ່ນໆ ເພື່ອສ້າງແຜນທີ່ຄອນທົວ (contour map) ຖ້າທ່ານຕ້ອງການສ້າງ Grid ທ່ານຈະໃຊ້ວິທີໃດ? ເຊັ່ນ: Kriging, Natural neighbor, minimum curvature ເພາະວ່າແຕ່ລະວິທີມັນຈະໃຫ້ຜົນແຕກຕ່າງກັນ. ແຕ່ຖ້າເລື່ອງ Grid ແລະ contour ແລ້ວ ໂປແກຣມ Surfer 8 or Surfer 9  ນັບວ່າຍອດຍ້ຽມ  

ຖ້າທ່ານຢາກໃຊ້ສິ່ງທີ່ເວົ້າມາ ແລະ ບໍ່ເຂົ້າໃຈສິ່ງເຫຼົ່ານັ້ນ ທ່ານກໍບໍ່ສາມາດໄຊ້ໄດ້ຢ່າງມີປະສິດທິພາບ ເຖິງແມ່ນວ່າ ທ່ານຈະຮຽນຈົບຄອມພິວເຕີມາກໍຕາມ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2011 | ມີ 4 ຄຳເຫັນ ແລະ 0 trackback(s)