ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

"ສາວບ້ານເພິ່ນຕາຍເປັນເຂົ້າ  ຂຽວຄືເທົາອ້າຍບໍ່ຂໍກ່ຽວ

ສາວບ້ານໂຕຕາຍເປັນເຂົ້າໝາກກ້າ  ແກມຫຍ້າກະຊິເລັມ

ຄັນແມ່ນເລັມບໍ່ໄດ້ ຊິເອົາກະບຸງມາຮູດໃສ່

ຄັນແມ່ນຮູດບໍ່ໄດ້ ຊິນອນກິ້ງເກືອກເອົາ  ນາງເອີຍ"

 

 "ບໍ່ມີຊົນຊາດໃດ ຟ້ອນລຳວົງລາວ ອ່ອນຊ້ອຍເທົ່າກັບຄົນລາວຟ້ອນ

ບໍ່ຊົນຊາດໃດຈະຮັກຄົນລາວ ເທົ່າກັບຄົນລາວຮັກຄົນລາວ

ບໍ່ຊົນຊາດໃດຈະຮັກຊາດລາວ ເທົ່າກັບຄົນລາວຮັກຊາດລາວ"

 

ສຸພາສິດບູຮານບົດໜຶ່ງກ່າວວ່າ: "ເລືອດຍ່ອມຂຸ້ນກວ່ານ້ຳ"

 

 "ຢ່າຊິໄລລາຖິ້ມຜັກກະໂດນຕົ້ນເກົ່າ ຢ່າຊິລະໂຄດເຊື້ອໜີໄປຍ້ອງຜູ້ອື່ນດີ ເດີພີ່ນ້ອງ"

"ໃຫ້ຮັກແພງກັນໄວ້ຄືເຂົ້າໜຽວເດີພີ່ນ້ອງ ຢ່າໄດ້ເພແຕກມ້າງຄືນ້ຳຖືກເຂົ້າໜຽວ"

 

ຄຳເວົ້າເຫລົ່ານີ້ ເບິ່ງຄືວ່າ ເປັນຄຳເວົ້າທີ່ທຳມະດາ ແຕ່ບົ່ມຊ້ອນດ້ວຍຄວາມໝາຍທີ່ປະເສີດ. ຖ້າບັນດາທ່ານສຶກສາປະຫວັດສາດຢ່າງລະອຽດ ແລ້ວພົບວ່າ ສາຍເຫດທີ່ລາວເສຍດິນແດນໃຫ້ຊາດອື່ນ ເນື່ອງຈາກການເຫັນແກ່ ຜົນປະໂຫຍດສ່ວນຕົວຂອງບາງກະສັດ ໄປຍົກຍ້ອງ ແລະເພິ່ງພາຊາດອື່ນເພື່ອຫວັງເອົາຄວາມດີຄວາມຊອບຈາກຜູ້ອື່ນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ຄຳວ່າ "ຈົກ"

1. ຈົກ (ນ)  ແມ່ນອຸປະກອນຊະນິດໜຶ່ງທີ່ໃຊ້ຂຸດດິນ

2. ຈົກ (ກິລິຍາ) ແມ່ນການໃຊ້ມື ແຍ່ເຂົ້າໄປ ຫຼື ເດ່ເຂົ້າໄປ ຫຼື  ສອດເຂົ້າໄປໃນບໍລິເວນທີ່ເບິ່ງບໍ່ເຫັນ ເຊັ່ນ: ຈົກປາແດກ, ຈົກຖົງສົ້ງ, ຈົກເຂົ້າເຢັນໃສ່ຫວດ, ຈົກຮູກະປູ,...

ຕົວຢ່າງ: ອີ່ຫຼ້າເອີຍ ຢ່າລືມຈົກເຂົ້າເຢັນໃສ່ຫວດເດີ ແລະ ໄປຈົກປາແດກຕ່ອນຢູ່ໃຫ ກ້ອງຕະລ່າງມາໃຫ້ພໍ່ແນ່ ພໍ່ຊິໃສ່ຕຳໝາກຫຸ່ງເຮີ່ມ. ຫຼັງຈາກກິນເຂົ້າແລ້ວ ໃຫ້ພານ້ອງໄປຫຼຶ້ນ ຢ່າໃຫ້ນ້ອງໄປຈົກຮູເດີ ຢ້ານງູຂົບ ສ່ວນວ່າພໍ່ຊິເອົາຈົກໄປປ້ານຄັນແທນາ.

ຕົວຢ່າງ: ທ້າວມີ ໄປກິນເບຍຢູ່ຮ້ານກັບໝູ່ຂອງລາວ ບາດຊິເມືອຈົກເບິ່ງເງິນໃນກະເປົາໂລດບໍ່ມີຈັກກີບ.....

ຈົກຍັງໃຊ້ໃນການຈົກຜູ້ສາວນຳອີກ!!!

ຕົວຢ່າງ: ສຽງຜູ້ສາວຮ້ອງຂຶ້ນວ່າ "ໂອຍ!!! ອ້າຍອັນນີ້ຈັ່ງແມ່ນມືໄວກະດໍ້"  ສະແດງວ່າຜູ້ສາວຖືກຜູ້ບ່າວ..???.....

 

ຖ້າວ່າ ບັນດາທ່ານເຫັນວ່າມີຄວາມໝາຍອື່ນໆ ອີກກະລຸນາເພີ່ມເຕີມແນ່ ພ້ອມທັງຍົກຕົວຢ່າງ ຂອບໃຈ!!!

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
  •    ຜູ້ນຳມີສິ່ງໃດທີ່ເຮັດໃຫ້ຜູ້ຄົນປາດຖະໜາຢາກທີ່ຈະຕິດຕາມ?

·         ເປັນຫຍັງຜູ້ນຳບາງຄົນຈຶ່ງບໍ່ຄ່ອຍຢາກຈະມີຜູ້ຕິດຕາມ? ແຕ່ກັບນຳບາງຄົນໃຜໆ ກັບຍອມທຸ່ມເທຊີວິດທີ່ຈະຕິດຕາມ?

·         ຄວາມແຕກຕ່າງລະຫວ່າງຜູ້ນຳເກັ່ງແຕ່ທິດສະດີ ເກັ່ງແຕ່ເວົ້າ ກັບຜູ້ນຳທີ່ປະສົບຜົນສຳເລັດຢ່າງແທ້ຈິງ ນັ້ນແມ່ນຫຍັງ?

ຄຳຕອບ ກໍຄືຂຶ້ນຢູ່ກັບຄຸນສົມບັດຂອງ ຜູ້ນຳແຕ່ລະຄົນນັ້ນເອງ

ບາງຄົນອາດຈະຄິດວ່າ ຜູ້ທີ່ເປັນຫົວໜ້າ ຫຼື ມີຕຳແໜ່ງທາງການ ຈຶ່ງຖືວ່າເປັນຜູ້ນຳ, ແຕ່ຄວາມຈິງແລ້ວທຸກຄົນຍ່ອມເປັນຜູ້ນຳ ເຊັ່ນ: ໃນສະຖາບັນຄອບຄົວ, ອົງການຈັດຕັ້ງຂັ້ນນ້ອຍ, ຕະຫຼອດຮອດເປັນນາຍົກລັດຖະມຸນຕີ

ຕົວຢ່າງ: ບາງຄົນເປັນຜູ້ນຳຄອບຄົວ, ເປັນຄະນະຫ້ອງ,...ລວມໄປເຖິງເປັນຜູ້ນຳຕົວທ່ານເອງ

 ບັນດາທ່ານເດ ຈະສາມາດເປັນຜູ້ນຳທີ່ມີຄຸນນະພາບໄດ້ບໍ່?

ຄຳຕອບ ກໍຄື ສາມາດເປັນໄດ້ ແຕ່ວ່າທ່ານຕ້ອງມີຄຸນສົມບັດແຫ່ງການເປັນຜູ້ນຳໃນຕົວທ່ານ ຊຶ່ງການເປັນຜູ້ນຳ ທ່ານຕ້ອງຝຶກຝົນຢູ່ຕະຫຼອດເວລາ ບໍ່ແມ່ນຈະເກີດຂຶ້ນໃນວັນດຽວ.

ຄຸນສົມບັດຂອງຜູ້ນຳທີ່ດີຕ້ອງມີດັ່ງນີ້:

1.   ຄຸນນະທັມ: ຄຸນນະທັມຈົ່ງແຂງແກ່ນດັ່ງຫີນຜາ . ຄົນທີ່ມີຄວາມສາມາດ ແຕ່ຖ້າຂາດຄຸນນະທັມ ຈະນຳໄປສູ່ຄວາມຫາຍະນະ ບັ້ນປາຍຂອງຄົນເຫຼົ່ານີ້ ຈະມີຢ່າງໜ້ອຍໜຶ່ງໃນສີ່ ຄື: ຄວາມຍິ່ງຍະໂສ, ຄວາມຮູ້ສຶກເຈັບປວດເນື່ອງມາຈາກຄວາມໂດດດ່ຽວ, ການສະແຫວງຫາສິ່ງແປກໃໝ່ທີ່ເປັນໄພ ແລະ ການຜິດປະເພນີ. 

2.   ສະເໜ່: ປະທັບໃຈໃນຄັ້ງທຳອິດທີ່ພົບອາດຈະປະສົບຜົນສຳເລັດ

3.   ທຸ່ມເທ: ຄົນຈະບໍ່ຕາມຜູ້ນຳທີ່ປະສະຈາກຄວາມທຸ້ມເທ

4.   ສື່ຄວາມເຂົ້າໃຈ: ຖ້າປາສະຈາກສິ່ງນີ້ ກໍຕ້ອງເດີນທາງໂດຍລຳພັງ. “ນັກວິໄຈ ເຮັດໃຫ້ເລື່ອງງ່າຍເປັນເລື່ອງທີ່ສະລັບສັບຊ້ອນ ແຕ່ຜູ້ນຳເລື່ອງສະລັບສັບຊ້ອນ ໃຫ້ເປັນເລື່ອງງ່າຍ”

5.   ປະສິດທິພາບ: ຫາກມີສິ່ງນີ້ໃຜໆກໍຢາກຕິດຕາມທ່ານ

6.   ກ້າຫານ: ຄົນດຽວທີ່ກ້າຫານກໍ່ເທົ່າກັບສຽງສ່ວນຫຼາຍ

7.   ວິຈາລະຍານ: “ຜູ້ນຳທີ່ສະຫຼາດເຊື່ອພຽງເຄິ່ງໜຶ່ງທີ່ໄດ້ຍິນ ຜູ້ນຳທີ່ມິວິຈາລະຍານຮູ້ວ່າເຄິ່ງໃດຄວນເຊື່ອ”

8.   ມີຈຸດສຸມ: “ຖ້າທ່ານໄລ່ຈັບກະຕ່າຍສອງໂຕພ້ອມກັນ ກະຕ່າຍທັງສອງຈະໜີໄປໄດ້”

9.   ມີນ້ຳໃຈ: “ບໍ່ມີໃຜໄດ້ຮັບກຽດຈາກການເປັນຜູ້ຮັບ ແຕ່ກຽດຕິຍົດນັ້ນເປັນລາງວັນສຳລັບຜູ້ໃຫ້”

10. ລິເລີ່ມ: ນບັນດາຜູ້ນຳທີ່ຄວນຈະຢ້ານກົວ ຄືຄວາມອືດອາດ ຊັກຊ້າ ລັ່ງເລ ເປັນອັນດັບໜຶ່ງ”

11. ຟັງຢ່າງຕັ້ງໃຈ: “ຫູຂອງຜູ້ນຳຕ້ອງເຕັມໄປດ້ວຍສຽງຂອງຜູ້ຄົນ”.

“ຜູ້ນຳທີ່ດີ ສະໜັບສະໜູນໃຫ້ຜູ້ຕາມບອກເຂົາ ໃນສິ່ງທີ່ຄວນຈະຮູ້ ບໍ່ແມ່ນສິ່ງທີ່ເຂົາຕ້ອງການໄດ້ຍິນ”

12. ມີໃຈຮັກ: “ເມື່ອຜູ້ນຳຍື່ນມືອອກໄປດ້ວຍໃຈຮັກ ເຂົາກໍຈະໄດ້ຮັບການຕອບສະໜອງດ້ວຍໃຈຮັກເຊັ່ນກັນ”

13. ທັດສະນະຄະຕິທີ່ດີ: “ການຄົ້ນພົບທີ່ຍິ່ງໃຫຍ່ທີ່ສຸດ ຄືການທີ່ມະນຸດສາມາດປ່ຽນແປງຊີວິດຂອງຕົນເອງ ໂດຍການປັບປ່ຽນທັດສະນະຄະຕິຂອງຕົວເອງ”

14. ຮູ້ຈັກແກ້ບັນຫາ: “ຢ່າໃຫ້ບັນຫາ ກາຍເປັນບັນຫາ”

15. ມະນຸດສຳພັນ: “ສ່ວນປະສົມທີ່ສຳຄັນທີ່ສຸດ ໃນສູດແຫ່ງຄວາມສຳເລັດ ຄືການຮູ້ຈັດເຂົ້າກັບຄົນອື່ນ”

16. ຮັບຜິດຊອບ: “ຜູ້ນຳສາມາດເສຍສະຫຼະສິ່ງໄດກໍໄດ້ ຍົກເວັ້ນຄວາມຮັບຜິດຊອບຂອງເຂົາ”

17. ໝັ້ນຄົງ: “ທ່ານບໍ່ສາມາດເປັນຜູ້ນຳໄດ້ ຖ້າທ່ານຍັງເພີ່ງພາພວກເຂົາ”

18. ລະບຽບໃນຕົວເອງ: “ບຸກຄົນທຳອິດທີ່ທ່ານຕ້ອງນຳພາ ຄືຕົວທ່ານເອງ”

“ໄຊຊະນະທີ່ຍິ່ງໃຫຍ່ທີ່ສຸດ ຄືຕ້ອງເອົາຊະນະຕົວທ່ານເອງ”

19. ເປັນຜູ້ຮັບໃຊ້: “ຖ້າຢາກນຳໜ້າ ຕ້ອງໃຫ້ຜູ້ອື່ນອອກມາກ່ອນ”

“ທ່ານຕ້ອງຮັກຄົນຂອງທ່ານ ຫຼາຍກວ່າຕຳແໜ່ງຂອງທ່ານ”

20. ໃຝ່ຮູ້: “ສິ່ງທີ່ສຳຄັນຄື ການທີ່ທ່ານຮຽນຮູ້ ຫຼັງຈາກທີ່ທ່ານຮູ້ໝົດແລ້ວ”

21. ວິໃສທັດ: “ອະນາຄົດຂອງຜູ້ທີ່ມອງເຫັນສິ່ງທີ່ເປັນໄປໄດ້ ກ່ອນທີ່ສິ່ງນັ້ນຈະປະກົດໃຫ້ເຫັນເດັ່ນຊັດເສຍອີກ”

 ບົດຂຽນນີ້ອາດຈະມີປະໂຫຍດສຳລັບທ່ານ  ແລະ ຜູ້ນຳຂອງທ່ານມີຄຸນສົມບັດຢ່າງນີ້ຫຼືບໍ່???

ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ຄວາມອາດຈະປະເມີນດ້ວຍສູດ:

ຄວາມສຸກ = ສິ່ງທີ່ມີ/ຄວາມຕ້ອງການ

ສິ່ງທີ່ມີ = ຫຼື >ຄວາມຕ້ອງການ    ສະແດງວ່າ  ມີຄວາມສຸກຫຼາຍ
ສິ່ງທີ່ມີ  <    ຄວາມຕ້ອງການ    ສະແດງວ່າ  ມີຄວາມສຸກໜ້ອຍ (ຄວາມທຸກຫຼາຍ)
ສິ່ງທີ່ມີ  <<<ຄວາມຕ້ອງການ    ສະແດງວ່າ  ມີຄວາມສຸກໜ້ອຍໆໆໆ (ຄົນທີ່ແບກໂລກໄວ້)


ຕົວຢ່າງ: ນັກທຸລະກິດຜູ້ໜຶ່ງສະຫຼຸບລາຍຮັບເດືນນີ້ໄດ້ ຮ້ອຍລ້ານກີບ ແຕ່ລາວຍັງລາວນັ່ງເສົ້າໃຈ ເພາະວ່າ ເປົ້າໝາຍທີ່ລາວຢາກໄດ້ ສອງຮ້ອຍລ້ານ.   

           ຄົນຂໍທານຄົນໜຶ່ງໄດ້ຮັບຂອງທານເປັນເຂົ້າຫໍ່ໜຶ່ງ ແລະ ປີ້ງໄກ່ຂາໜຶ່ງ   ລາວດີໃຈຢ່າງແຮງເພາະ ວ່າລາວຕັ້ງໃຈຈະໄປຂໍເຂົ້າພຽງຫໍ່ດຽວ.

ແລະ ແລ້ວບັນດາທ່ານມີຄວາມສຸກເທົ່າໃດ?

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

 

ນ້ຳຕົກຜາສ້ວມ ແມ່ນແຫຼ່ງທ່ອງທ່ຽວທຳມະຊາດທີ່ສວຍງາມ ຕັ້ງຢູ່ແຂວງຈຳປາສັກ

 

ເມື່ອເບິ່ງຢ່າງລະອຽດກໍ່ຈະເຫັນຫີນເປັນແທ່ງຄືເສົາເຮືອນ ເອີ້ນວ່າ Columnar Basalt ເຊິ່ງແມ່ນຫີນພູໄຟເກົ່າ   ເຊິ່ງຈະພົບໃນເຂດພູພຽງບໍລະເວນ (ຈຳປາສັກ ບາງສ່ວນຂອງແຂວງສະລະວັນ ແລະ ເຊກອງ)  ແລະ ພູພຽງສານໄຊ (ອັດຕະປື)  ມີອາຍຸໃນຊວ່ງ Cenozoic era ປະມານ  (65-0 ລ້ານປີ)

ຫີນບາຊາລ (basalt)  ເມື່ອມັນຜຸພັງ (weathering) ຈະກາຍເປັນດິນທີ່ອຸດົມສົມບູນທີ່ສຸດ

ຫີນບາຊາລ (basalt) ຍັງມີປະໂຫຍດໃນການສຶກສາ ດ້ານ Palaeomagnetic research ອີກດ້ວຍ ເຊັ່ນ: ການຫາອາຍຸ (Palaeomagnetic dating) ແລະ ການເຄື່ອນຕົວຂອງແຜ່ນເປືອກໂລກ (movement of the plate tectonics or blocks)

ຫີນບາຊາລ (basalt) ຍັງມີຢູ່ບ່ອນອື່ນອີກ: ເຊັ່ນ ຢູ່ແຂວງບໍ່ແກ້ວ Cenozoic era   ແຂວງຫຼວງພະບາງ (ຫີນບາຊາລທີ່ເກີດຈາກແມກມາ ທີ່ມາຈາກພຶ້ນທະເລ ອາຍຸເກົ່າກວ່າ ຄື  Mesozoic era) ແຂວງສະຫັວນນະເຂດ ແລະ ແຂວງອື່ນໆ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ລ໊ອກຈອ໊ກ (ຄຳກິລິຍາວິເສດ) ການສະແດງຄວາມມີອຳນາດ ຫຼື ທ່າທາງຂົ່ມຂູ່

ຕົວຢ່າງ: ລູງສີ ໄປກິນເຫຼົ້າເລີຍກັບເຮືອນເດິກແດ່ ເປັນສາຍເຫດໃຫ້ເມຍລາວບໍ່ພໍໃຈ ເມຍລາວຈິ່ງຢອອກມາຢຶນຢູ່ໜ້າປະຕູເຮືອນ ແລະ ຄ້ຳແອວລ໊ອກຈອ໊ກ ພ້ອມທັງຊີ້ໜ້າ ແລ້ວຖາມວ່າ: ໄປກິນເຫຼົ້າກັບຜູ້ສາວທາງໃດມາ?. ລູງສີເຫັນເມຍຊີ້ໜ້າສອງນິ້ວ ລາວກະບໍ່ຍອມ ເພື່ອຢາກເອົາຊະນະ ລາວເລີຍຊີ້ໜ້າເມຍຄືນດ້ວຍມືສິບນິ້ວ (ປະກົດວ່າຊິ້ສິບນິ້ວນີ້ໄດຜົນ ບັນດາທ່ານອາດຈະນຳໄປໄຊ້ໄດ້ບາງຄັ້ງຄາວ)

ໝາຍເຫດ: ເປັນພາສາຊາວບ້ານ ບໍ່ຄວນເອົາໄປອ້າງອີງທາງວິຊາການ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ຂໍ້ມູນຈາກ  http://www.vientianetimes.org.la/  Access on January 25,2011

First ever radio controlled aeroplane competition held in Laos

ການແຂ່ງຂັນເຮືອບິນທີ່່ຄວບຄຸມດ້ວຍວິທະຍຸຄັງປະຖົມມະເລີກ (ທຳອິດ) ໄດ້ຖືກຈັດຂຶ້້້ນທີ່ປະເທດລາວ

ດັ່ງທີ່ເຄີຍເວົ້າມາ ໃນຫົວຂໍ້ຂ່າວ ມັກຈະຕັດເວີບ be ອອກສະເໝີ. ຖ້າຂຽນໃຫ້ເຕັມ First ever radio controlled aeroplane competition was held in Laos (ເປັນປະໂຫຍກ Passive voice ມີຄວາມໝາຍວ່າ ການແຂ່ງຂັນໄດ້ຖືກຈັດຂຶ້ນໂດຍຄົນເຮົາ)

Hundreds of people turned out to watch a radio controlled model aeroplane competition on Saturday in Nongbuangthong village, Sikhottabong district, Vientiane.

ຜູ້ຄົນຫຼາຍຮ້ອຍໄດ້ຫຼັ່ງໃຫຼກັນມາຊົມ (ເບິ່ງ) ການແຂ່ງຂັນເຮືອບິນທີ່່ຄວບຄຸມ (ບັງຄັບ) ດ້ວຍວິທະຍຸ ໃນມື້ວັນເສົາ ທີ່ບ້ານໜອງບົວທອງ ເມືອງສີໂຄດ ນະຄອນຫຼວງວຽງຈັນ

competition (n) ການແຂ່ງຂັນ

aeroplane (n) ຍົນ ຫຼື ເຄື່ອງບິນ

held ອະດີດຂອງ hold

ຕົວຢ່າງ: Conference on groundwater was held in Vientiane ກອງປະຊຸມກ່ຽວກັບນ້ຳບາດານໄດ້ຖືກຈັດຂຶ້ນທີ່ວຽງຈັນ (ເປັນປະໂຫຍກ Passive voice ມີຄວາມໝາຍວ່າ ກອງປະຊຸມໄດ້ຖືກຈັດຂຶ້ນໂດຍຄົນເຮົາ)

Phrasal verbs ແມ່ນຄຳກິລິຍາທີ່ (verb) ກັບ ຄຳອື່ນສ່ວນໃຫຍ່ແມ່ນຄຳຫຸພະບົດ (preposition)

turn out (phrasal verb) ຫຼັ່ງໃຫຼກັນມາຊຸມນຸມ

turn on / turn off (phrasal verb)  ເປີດ/ປິດ (ໃຊ້ກັບພວກທີ່ໃຊ້ກະແສໄຟ ຫຼື ພະລັງງານ ເຊັ່ນ: ເປີດໄຟ, ເປີດພັດລົມ, ໂທລະທັດ, ເຕົາແກັສ, ນ້ຳປະປາ)

ຄັນໄປເວົ້າວ່າ: Please open the light (open ໃຊ້ກັບປະຕູ ຫຼື ຕູ້ເຊັບ) ເຈົ້າຂອງພາສາເຂົາຊິຫົວຂວັນເດີ ຕ້ອງເວົ້າວ່າ: Please turn the light on.

turn left/right (phrasal verb) ລ້ຽວຊ້າຍ/ລ້ຽວຂວາ

turn in (phrasal verb)  ເຂົ້ານອນ

ຕົວຢ່າງ: The new spouses are turning in in their room ຄູ່ສົມລົດໃໝ່ກຳລັງຊິເຂົ້າໄປນອນ (ເຮັດໃຫ້ຄົນບາງຄົນບາງຄົນຜິດຫັວງ ນ້ຳຕາຊຶມ)

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ຄຳວ່າ  ແຫ

ແຫ (ຄຳນາມ) ແປວ່າ ອຸປະກອນທີ່ໄຊ້ຈັບປາ

ຕົວຢ່າງ: ພໍ່ຕູ້ສີຫວ່ານແຫຖືກປາຂໍ່ໃຫຍ່ ແຕ່ວ່າປາຂໍ່ໃຫຍ່ນັ້ນພັດອອກທາງຮູແຫຂາດ. ພໍ່ຕູ້ສີຈຳເປັນຕ້ອງເອົາແຫກັບໄປຝູງທີ່ເຮືອນ ເພາະວ່າຂຶນຫວ່ານຕໍ່ໄປອາດຈະໄດ້ແຕ່ປາກະເດີດ.

ຝູງ ອາດຈະເປັນພາສາພື້ນບ້ານ ແປວ່າ ສ້ອມແຊມສ່ວນທີ່ຂາດ

ແຫ (ຄຳກິລິຍາ) ແປວ່າຍາກທີ່ຈະຈັບ ຫຼື ຍາກທີ່ຈະເອົາມາຄອບຄອງ

ຕົວຢ່າງ: ທ້າວສົມດີ ດີໃຈຫຼາຍ ເນື່ອງຈາກວ່າມີຜູ່ສາວມາຢາມລາວ ລາວຄິດວ່າຈະຕົ້ມໄກ່ສູ່ຜູ່ສາວກິນ ແຕ່ໄກ່ຂອງລາວແຫຫຼາຍ ຈິ່ງບໍ່ສາມາດຈັບເອົາໄດ້. ສຸດທ້າຍ ເລີຍເຮັດແຈ່ວປາແດກສູ່ຜູ່ສາວກິນ

 

ສິ່ງທີ່ຂຽນໄປອາດຈະເປັນພາສາພື້ນບ້ານ ຂຽນເພື່ອຄວາມສະໜຸກສະໜານ ເພື່ອຫວນຄືນເຖິງວິຖີຊີວິດບ້ານນາ

ຖ້າຜິດພາດຂໍອະໄພ ບໍ່ຄວນເອົາອ້າງອີງໃນເອກະສານທາງວິຊາການ 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 23, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

Northern Mekong bridge takes shape ຂົວແມ່ນ້ຳຂອງທາງພາກເໜືອຂອງລາວສ້າງເປັນຮູບຮ່າງແລ້ວ

The foundations of the Thadeua-Pakkhon Mekong Bridge linking Luang Prabang and Xayaboury provinces are being laid, with the whole structure set for completion in 2013.

The bridge is part of a road construction project linking the two provinces under the Northern Greater Mekong Sub-region Transport Network Improvement Project (ADB11).

ພຶ້ນຖານຂອງຂົວຂ້າມນ້ຳຂອງ ທ່າເດື່ອ ປາກຄອນ ທີ່ເຊື່ອມຕໍ່ລະຫວ່າງ ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ ກຳລັງຖືກວາງໂຄງສ້າງ ເຊິ່ງໂຄງສ້າງທັງໝົດ ຕັ້ງເປົ້າໝາຍໃຫ້ສຳເລັດໃນປີ 2013

ຂົວດັ່ງກ່າວ ແມ່ນພາກສ່ວນໜຶ່ງ ຂອງໂຄງການກໍ່ສ້າງເສັ້ນທາງ  ທີ່ເຊື່ອມຕໍ່ລະຫວ່າງສອງແຂວງ ພາຍໃຕ້ ໂຄງການ the Northern Greater Mekong Sub-region Transport Network Improvement Project (ADB11).

ADB= Asian Development Bank ທະນະຄານພັດທະນາອາຊີ

link  ເຊືອມຕໍ່

laid  ອະດີດຂອງ  lay ວາງ

foundation ພຶ້ນຖານ

construction (n)  ການກໍ່ສ້າງ

ໝາຍເຫດ: ຖ້າຢາກອ່ານໜັງສືພິມ ຫຼື ບົດຂຽນພາສາອັງກິດໃຫ້ເຂົ້າໃຈ ຈະຕ້ອງເຂົ້າໃຈໂຄງສ້າງຂອງປະໂຫຍກ  ເຊິ່ງປະໂຫຍກອາດຈະລົດຮູບຮ່າງໃຫ້ສັ້ນລົງ

ໂດຍທົ່ວໄປຈະຕ້ອງປະກອບດ້ວຍ  Subject+Verb+Object   or Subject+Verb+Complement  ໃນປະໂຫຍກໃດໜຶງ  ຖ້າວ່າທ່ານບໍ່ຮູ້ Subject, verb, object or complement  ທ່ານກໍ່ອາດຈະອ່ານບໍ່ເຂົ້າໃຈຫຼື ເຂົ້າໃຈປະໂຫຍກນັ້ນຜິດໄປ

The foundations of the Thadeua-Pakkhon Mekong Bridge linking Luang Prabang and Xayaboury provinces are being laid, with the whole structure set for completion in 2013.  ລົດຮູບຮ່າງມາຈາກ The foundations of the Thadeua-Pakkhon Mekong Bridge that links Luang Prabang and Xayaboury provinces are being laid, with the whole structure set for completion in 2013.

The bridge is part of a road construction project linking the two provinces under the Northern Greater Mekong Sub-region Transport Network Improvement Project (ADB11). ລົດຮູບຮ່າງມາຈາກ  The bridge is part of a road construction project that links the two provinces under the Northern Greater Mekong Sub-region Transport Network Improvement Project (ADB11).

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 23, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຕົ້ນກຳເນີດຂອງນົກໂຕໜຶ່ງ ອາດຈະບໍ່່ສຳຄັນເທົ່າ ນົກທີ່ເກີດມາແລ້ວສາມາດບິນຜ່ານຜ່າ ພະຍຸລົມແດງ ແລະ ມີຊີວິດຢູ່ຢ່າງປອດໄພ.

ນົກບາງໂຕອາດຈະເກີດໃນເຮືອນຮັງທີ່ອົບອຸ່ນ ມີອາຫານ ການກິນພຽງພໍ ແຕ່ເມື່ອບິນອອກໄປປະເຊີນໜ້າ ກັບອຸປະສັກ ແລະ ສິ່ງທ້າທາຍຂ້າງນອກ ອາດຈະເອົາຕົວບໍ່ລອດ ແຕ່ວ່າ ນົກບາງຕົວເກີດໃນສະພາບແວດລ້ອມທີ່ຂາດເຮືອນຮັງ ຂາດຄວາມອົບອຸ່ນ ແຕ່ສາມາດບິນອອກໄປປະເຊີນກັບສິ່ງທ້າທາຍ ແລະ ສາມາດມີຊີວິດຢູ່ໄດ້ຢ່າງສະບາຍ ນີ້ເປັນສິ່ງທີ່ໜ້າຍົກຍ້ອງ

ຕົ້ນກຳເນີດຂອງຄົນເຮົາກໍ່ເຊັ່ນກັນ ຄົນເຮົາອາດຈະເລືອກເກີດບໍ່ໄດ້ ແຕ່ ອາດຈະເລືອກສິ່ງທີ່ຢາກເປັນໄດ້ ຖ້າທ່ານມີຄວາມປາດຖະໜາຢ່າງແຮງກ້າ ແລະ ທຸ່ມເທຢ່າງເຕັມທີ່ 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

opium (n) ຟິ່ນ ຫຼື ຢາຟິ່ນ

Former ກອ່ນໜ້ານີ້

ex: former President ປະທານປະເທດຄົນກ່ອນໜ້າ, former Prime Minister ນາຍຍົກລັດຖະມົນຕີຄົນກ່ອນໜ້າ

farmers (n) ຊາວນາ ຫຼື ຊາວສວນ

rely (v)  ເພິ່ງພາ, ອາໃສໍ, ຂຶ້ນກັບ =depend on

Licit (adj)  ຖືກກົດໝາຍ

Crop (n)  ພືດພັນ

 Vietiane times only: Access: Jan.17,2011, http://www.vientianetimes.org.la/FreeContent/Free_Former.htm

Former opium farmers receive support ຊາວສວນປູກທີ່ເຄີຍປູກຢາຟິ່ນໃນເມື່ອກ່ອນ ໄດ້ຮັບເງິນສະໜັບສະໜູນ

More than 2,000 households in 35 villages that previously relied on opium production in Xamtai district of the northern Lao province of Huaphan will benefit from a 2.2 million euro project on ‘Increasing Food Security and Promoting Licit Crop Production and Small Farmer Enterprise Development'.

ຫຼາຍກວ່າ 2000 ຄົວເຮືອນ ພາຍໃນ 35 ບ້ານ ທີ່ເຄີຍຢຶດຖືອາຊີບປູກຟິ່ນ ໃນເມືອງຊຳເຕີ້ ເຊິ່ງຢູ່ແຂວງພາກເໜືອຂອງລາວ ແຂວງຫົວພັນ ຈະໄດ້ຮັບເງິນຈຳນວນ 2.2 ລ້ານຢູໂຣ ພາຍໄຕ້ໂຄງການ: ເພີ່ມຜະລິດຕະພັນອາຫານປອດສານພິດ ແລະ ສົງເສີມການປູກພຶດພັນທີ່ຖືກກົດໝາຍ   ແລະ ພັດທະນາວິສະຫະກິດ (ການປະກອບການ) ຂອງຊາວນາ (ຫຼື ຊາວສວນ) ຂະໜາດນ້ອຍ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 16, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

1.  beat (v) past tense beat, past participle beaten = ເອົາຊະນະ ຫຼື ຊະນະ

ຫຼືຈະໃຊ້ win (v) past tense won, past participle won ກໍໄດ້

      ຕົວຢ່າງ:  Chelsea beat Blackburn Rovers 2-0.

              Chelsea won the match.

2.  lost (v) past tense lose, past participle lose = ເສຍ

ຕົວຢ່າງ: Blackburn Rovers lost/lose to Chelsea 0-2.

3.  draw (v)  past tense draw, past participle drawn = ສະເໝີ

ຕົວຢ່າງ: Our team drew 2-2. (ໝາຍເຫດ: ເວລາອ່ານຕ້ອງອານວ່າ two-all ບໍ່ອ່ານວ່າ two-two)

 

ຕົວຢ່າງ ຈາກຫົວຂໍ້ຂ່າວ Access: January 16, 2011 http://www.premierleague.com/page/Headlines/0,,12306~2267621,00.html

Chelsea 2-0 Blackburn Rovers: Chelsea finally stopped the rot to beat Blackburn Rovers and climb back into the top four. (ສຸດທ້າຍແລ້ວ Chelsea ກໍຢຸດຟອມການຫຼິ້ນທີ່ບໍ່ດີ ເອົາຊະນະ Blackburn Rovers ແລະ ຫຍັບຂຶ້ນມາເປັນອັນດັບທີ4)

rot ເນົ່າເປື່ອຍ, ບໍ່ດີ,....

climb ປິນ, ໄຕ່ເຕົ້້າ ເຊັ່ນ ປີນພູ, ປີນຕົ້ນໄມ້

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ຈາກໜັງສືພິມ Vientiane times online http://www.vientianetimes.org.la/. Access: January 14, 2011

A new asphalt road leading to the Vat Phou Champassak World Heritage Site is set for completion in 2012 to boost tourism and development in rural areas.

ເສັ້ນທາງໃໝ່ ທີ່ຈະໄປ ແຫຼ່ງມໍລະດົກໂລກວັດພູຈຳປາສັກ ຄາດວ່າ (ຕັ້ງເປົ້າໝາຍໄວ້ວ່າ) ຈະສຳເລັດໃນປີ 2012 ເພື່ອ ເປັນການສົ່ງເສີມການທ່ອງທ່ຽວ ແລະ ການພັດທະນາ ໃນເຂດຊົນນະບົດ   

Heritage = ມໍລະດົກ

Site (n) = ແຫຼ່ງ ສະຖານທີ່ ທີ່ຕັ້ງ

World Heritage Site = ແຫຼ່ງມໍລະດົກໂລກ

asphalt road = ທາງປູຢາງ

set (v) = ວາງເປົ້າໝາຍ

boost (v) = ຊຸກຍູ້ ສົ່ງເສີມ (=  promote) 

rural area = ເຂດຊົນນະບົດ   ສ່ວນວ່າ   urban area = ເຂດໃນເມືອງ

Vientiane times online http://www.vientianetimes.org.la/. Access: January 14, 2011

ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

fare (n) ແປວ່າ ຄ່າໂດຍສານ

 air fare= ຄ່າຍົນ.

 bus fare= ຄ່າລົດເມ.

train fare= ຄ່າລົດໄຟ.

ຕົວຢ່າງ: How much is the bus fare from Vientiane to Pakse ? ຄ່າລົດເມເທົ່າໃດຈາກວຽງຈັນ ໄປປາກເຊ?

           The cost of the air fare is higher than of the rail fare. ຄ່າຍົນ ແພງກວ່າຄ່າລົດໄຟ.                                                                                                       

                                         

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ໂລກເຮົາມີອາຍຸຈັກປີ ໃຜຕອບໄດ້?