ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຄວາມແຕກຕ່າງລະຫວ່າງຄົນເອີຣົບ ແລະ ຄົນອາຊີ

ການສະແດງຄວາມຄິດເຫັນ

ຄົນເອີຣົບ ສະແດງຄວາມຄິດເຫັນໂດຍກົງ ສ່ວນຄົນອາຊີສະແດງຄວາມຄິດເຫັນແບບອ້ອມຄ້ອມ

ແບບແຜນການດຳລົງຊີວິດ

ຄົນເອີຣົບ ໄປຕົວໃຜຕົວມັນ ສ່ວນຄົນອາຊີໄປເປັນກຸ່ມ

ການຕົງຕໍ່ເວລາ

ຄົນເອີຣົບ ຕົງເປະໆ ສ່ວນຄົນອາຊີຂໍຍືດເລັກນ້ອຍ (ຈັ່ງຊີ້ ຄົງຈະບໍ່ໜ້ອຍ!!!!)

ການສື່ສານ

ຄົນເອີຣົບ ຮູ້ສະເພາະກຸ່ມໃຜກູຸມມັນ ສ່ວນຄົນອາຊີຮູ້ກັນທັງບ້ານ ທັງເມືອງ

ການສະແດງຄວາມບໍ່ພໍໃຈ

ສັງເກດເບິ່ງຮູບ

ການເຂົ້າຄິວ

ຄວາມໜັ້ນໃຈໃນຕົວເອງ

ຄົນເອີຣົບ ສຸດໆ ສ່ວນຄົນອາຊີກະຈອຍຫຼອຍ

ບັນຍາກາດຖະໜົນໃນເມືອງໃນວັນພັກ

ບັນຍາກາດງານລ້ຽງ

ຄົນເອີຣົບ ກະຈາຍກຸ່ມໃຜກຸ່ມມັນ ສ່ວນຄົນອາຊີນັ່ງຮອບວົງ

ການທ່ອງທ່ຽວ

ຄົນເອີຣົບບັນທຶກເລື່ອງລາວດ້ວຍຄວາມຊົງຈຳ ສ່ວນຄົນອາຊີໃຊ້ກ້ອງ

ນິຍາມແຫ່ງຄວາມງາມ

ຄົນເອີຣົບມັກຜິວສີ ສ່ວນຄົນອາຊີຂໍຂາວໄວ້ກ່ອນຖືວ່າສຸດຍອດ

 

ການຈັດການກັບບັນຫາ

ຄົນເອີຣົບພຸ້ງເຂົ້າໃສ່ບັນຫາ ສ່ວນຄົນອາຊີຂໍຫຼີກລຽງບັນຫາໄວ້ກ່ອນ

ການຄົມະນາຄົມ

ຄົນເອີຣົບປ່ຽນຈາກລົດຍົນ ມາຂີ່ລົບຖີບແທນ ສ່ວນຄົນອາຊີກົງກັນຂ້າມ

ການວິຖີຊີວິດຍາມແກ່ສະລາ

ຄົນເອີຣົບໂດດດ່ຽວຢູ່ກັບໝາ ສ່ວນຄົນອາຊີອົບອຸ່ນຢູ່ກັບລູກຫຼານ

ຫົວໜ້າກັບລູກນ້ອງ

ຄົນເອີຣົບ ຕ່າງກັນເລັກນ້ອຍ ສ່ວນຄົນອາຊີຕ່າງກັນຢ່າງຂາດຂັ້ນ ມີອຳນາດລົ້ນຟ້າ

ເດັກນ໊ອຍກັບຜູ້ໃຫຍ່

ຄົນເອີຣົບ ມີສິດສະເໜີພາບ ສ່ວນຄົນອາຊີ ຄວບຄຸມໄວ້ກ່ອນ

ຄ່ານິຍົມ

ຄົນເອີຣົບ ກຳລັງນິຍົມວັດທະນະທຳຂອງອາຊີ ສ່ວນຄົນອາຊີ ກຳລັງນິຍົມວັດທະນະທຳຂອງເອີຣົບ

ລະດັບສຽງເມື່ອຢູໃນການລ໊ຽງ

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ເມື່ອທ່ານຕິດຕາມຂ່າວທາງທໍລະພາບບ້ານເຮົາ ທ່ານອາດຈະເຫັນລາຍການແຈ້ງຂ່າວມໍລະນະກຳ ຊຶ່ງຈະກ່າວເຖິງສາຍເຫດຂອງການເສຍຊີວິດ ເຊັ່ນ: ຍ້ອນໂລກສະລາ, ຍ້ອນອຸປະຕິເຫດ ໂລກກະທັນຫັນ ແລະ ພະຍາດຂອງຜຸ້ກ່ຽວເອງ. ສາຍເຫດສຸດທ້າຍນີ້ ເປັນໜ້າສົນໃຈ ເພາະວ່າ ສ່ວນໃຫຍ່ທີ່ເຫັນໃນຂ່າວແມ່ນອັນສຸດທ້າຍນີ້  ຂ້າພະເຈົ້າຍັງຂ້ອງໃຈຢູ່ ເປັນຫັຍງຈິ່ງໃສ່ວ່າ ພະຍາດຂອງຜູ້ກ່ຽວເອງ ມັນກວມລວມເກີນໄປ ຄ້າຍກັບເອົາກຳປັ້ນຊັດດິນ ມັນຖືກຢູ່ແລ້ວ ບໍ່ມີໃຜຊິໄປເສຍຊີວິດຍ້ອນພະຍາດຂອງຜູ້ອື່ນ ລະບຸຊື່ພະຍາດ ຫຼື ຊື່ໂລກໄປເລີຍບໍ່ໄດ້ບໍ? ເຊັ່ນ: ໂລກມະເຮັງ, ໂລກຕັບແຂງ, ໄຂ້ເລືອດອອກ ......ອື່ນໆ.

ຍັງງົງຢູ່!!!!!

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຈາກຜົນການສຳຫຼວດ ເລື່ອງ ຄວາມງາມຂອງແມ່ຍິງ ແລະ ຊ່ວງອາຍຸຂອງແມ່ທີ່ຜູ້ຊາຍຢາກແຕ່ງງານນຳ. ຜົນຂອງການສຳຫຼວດອາດຈະຊ່ວຍໃຫ້ບາງທ່ານ ວາງແຜນທີ່ຈະ ລົບລ້າງກືກຜົວໄດ້.

ຜົນການສຳຫຼວດໄດ້ສະແດງດັ່ງແຜນວາດໃນຮູບລຸ່ມນີ້. ດັ່ງນັ້ນ ຈຶ່ງສາມາດແປຄວາມໝາຍ (interprete) ໄດ້ດັ່ງນີ້:

 ແມ່ຍິງທີ່ງາມທີ່ສຸດ  ແມ່ນໃນຊ່ວງອາຍຸ 15-24ປີ . ແຕ່ວ່າມີ ຈຳນວນໂຫວດ 6 % ໃນຊວ່ງ 30-34 ປີ ອາດຈະເປັນຜູ້ທີ່ມີອາຍຸຊ່ວງນີ້ ຈຶ່ງເຂົ້າຂ້າງຕົວເອງໄວ້ກອ່ນ.

ແຕ່ວ່າ ຄວາມປາດຖະໜາຂອງຜູ້ຊາຍຢາກຈະແຕ່ງງານກັບແມ່ຍິງ   ທີ່ມີອາຍຸ 20-24 ປີ ຫຼາຍທີ່ສຸດ  ເຫດຜົນ ອາດຈະແມ່ນແມ່ຍິງຊວ່ງນີ້ຍັງງາມຢູ່ ພ້ອມທັງມີໜ້າທີ່ການງງານແລ້ວ. ຮອງລົງມາແມ່ນ 25-30 ແລະ 18-20 ປີ ຕາມລຳດັບ. ດັ່ງນັ້ນ ແມ່ຍິງທີ່ອາຍຸເກີນ 30 ໂອກາດເກືອບບໍ່ມີເດີ ໃຫ້ຮີບຫາໂອກາດກ່ອນທີ່ຈະສາຍເກີນໄປ. ຖ້າມີຜູ້ຊາຍມາລົມ ຫຼື ສົນໃຈໃນຊ່ວງທີ່ອາຍຸຍ່າງເຂົ້າ 30 ຫຼື ເກີນ ກໍ່ຄວນຈະຮີບພິຈາລະນາເປັນພິເສດກອ່ນທີ່ຈະສາຍ. ຄົນເຮົາມີແຕ່ນັບມື້ຈະແກ່ເຖົ້າ  ເໝືອນກັບເວລາບໍ່ສາມາດຢ້ອນກັບໄດ້.  

 ແຕ່ເຖິງຢ່າງໃດກໍຕາມ ມີບາງຄົນບໍ່ສົນໃຈກັບຄວາມງາມ ຢາກແຕ່ງງານເພື່ອເອົາມໍລະດົກຢ່າງດຽວ ຄືຢາກແຕ່ງງານກັບແມ່ຍິງທີ່ອາຍຸຫຼາຍກວ່າ 60 ປີ. 

ຄຳເຕືອນ: ລະວັງໄດ້ກິນນົມບູດແລ້ວຊິຕາຍກ່ອນໄດ້ຮັບມໍລະດົກເດີ

  

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ເຫຼົ່າປ່າໂກ (Lao Pako) ມາຈາກຄຳວ່າ: ເຫຼົ່າ (ປ່າເຫຼົ່າ )+ປ່າ ໂກ (ປ່າຕົ້ນໄມ້ຊະນິດໝຶ່ງ ຊື່ວ່າ: ຕົ້ນໂກ). ປະຈຸບັນເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳທີ່ຊົງຄຸນຄ່າ.

ເຫຼົ່າປ່າໂກແຫຼ່ງວັດຖຸບູຮານ ຕັ້ງຢູ່ແຄມແມ່ນ້ຳງຶ່ມ ຂຶ້ນກັບເມືອງປາກງຶ່ມ ນະຄອນຫຼວງວຽງຈັນ. ສະຖານທີ່ແຫ່ງນີ້ ເປັນທີ່ຕັ້ງຂອງຊຸມຊົນໃນສະໃໝບູຮານ ປະມານ 1500 ປີ. ເລີ່ມແຕ່ປີ 1995 ໄດ້ມີການຂຸດຄົ້ນ ແລະ ສຶກສາທາງດ້ານວັດຖຸຸບູຮານ ໂດຍ Dr. Anna Kallen ຈາກມະຫາວິທະຍໄລອຸບຊາລາ (Uppsala Unversity) ປະເທດສະວິເດັນ  ໂດຍການສຶກສາຫຼັກຖານ ແລະ ຫວັດຄວາມເປັນມາ ແລະ ເຊື່ອມໂຍງໄປເຖິງແຫຼ່ງວັດຖຸບູຮານອື່ນໆ ໃນລາວ ແລະ ອາຊີຕາເວັນອອກສ່ຽງໃຕ້ ເຊັ່ນ: ທົ່ງໃຫຫີນ, ແຫ່ລງວັດຖຸບູຮານບ້ານຊ່ຽງ, ບ້ານນາດີ ຂອງປະເທດໄທ  ແລະ ອື່ນໆ ເພື່ອໄປຂຽນບົດວິທະຍານິພົນປະລິນຍາເອກຂອງລາວ. ປະຈຸບັນລາວເປັນ ອາຈານສອນດ້ານວັດຖຸບູຮານທີ່ນັ້ນ.

ສິ່ງທີ່ຄົ້ນພົບປະກອບມີ: ເຄື່ອງປັ້ນດິນເຜົາຫຼາຍຂະໜາດ, ເຄື່ອງປະດັບ ເຊັ່ນ: ກ້ອງແຂນ, ລູກປັດ, ອຸປະກອນທີ່ຮັບໃຊ້ການອອກແຮງງານ ແລະ ກະດູກຂອງຄົນ ເຊິ່ງສະແດງໃຫ້ເຫັນເຖິງຄວາມຮຸ່ງເຮຶອງທາງດ້ານວັດທະນະທຳ ໃນອະດີດ ແລະ ສະແດງເຖິງຄວາມສະຫຼາດໃນການຕັ້ງຖິ່ນຖານຂອງຄົນບູຮານ ເຊິ່ງ ສ່ວນໃຫຍ່ທີ່ຕັ້ງຂອງຄົນບູຮານຈະກ່ຽວຂ້ອງກັບແມ່ນ້ຳ (ຢູ່ໄກ້ແມ່ນ້ຳ)  ເພື່ອສະດວກໃນການເດີນທາງ ແລະ ການທຳມາຫາກິນ  

ຂໍ້ມູນດັ່ງກ່າວໄດ້ມີການຕີພິມໃນວະລະສານວິທະຍາສາດ ລະດັບສາກົນ ທ່ານອາດຈະຫາອ່ານລາຍລະອຽດໄດ້ໃນອິນເຕີເນັດ ຫຼື ທ່ານອາດຈະໄປເບິ່ງຮູບພາບຈຳລອງ ທີ່ຫໍພິພິດທະພັນກ່ຽວກັບວັດຖຸບູຮານ ຂອງກະຊວງແຫຼງຂ່າວແລະວັດທະນະທຳ.

ເອກສານ: Lao Pako in the Late Prehistory of Mailand Southeast  Asia

         ແຜນທີ່ ທີ່ຕັ້ງຂອງເຫຼົ່າປ່າໂກ ແລະ ແຫຼ່ງວັດຖຸບູຮານໃນ ອາຊີຕາເວັນອອກສ່ຽງໃຕ້ (Kollen, 2000)

 

                                                        ສະຖານທີ່ພັກຜ່ອນ ທີ່ເຫຼົ່າປ່າໂກ (ຖ່າຍເອງ)

                                                                           ແຄມທ່ານ້າ ທີ່ເຫຼົ່າປ່າໂກ  (ຖ່າຍເອງ)

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

 

 

 

 

 

 

 

ທ່ານ ມັກຂີ່ລົດແບບໃດ?  ສຳລັບຜູ້ຂຽນແລ້ວມັກອັນສຸດທ້າຍ ນີ້ແຫຼວ