ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
  •    ຜູ້ນຳມີສິ່ງໃດທີ່ເຮັດໃຫ້ຜູ້ຄົນປາດຖະໜາຢາກທີ່ຈະຕິດຕາມ?

·         ເປັນຫຍັງຜູ້ນຳບາງຄົນຈຶ່ງບໍ່ຄ່ອຍຢາກຈະມີຜູ້ຕິດຕາມ? ແຕ່ກັບນຳບາງຄົນໃຜໆ ກັບຍອມທຸ່ມເທຊີວິດທີ່ຈະຕິດຕາມ?

·         ຄວາມແຕກຕ່າງລະຫວ່າງຜູ້ນຳເກັ່ງແຕ່ທິດສະດີ ເກັ່ງແຕ່ເວົ້າ ກັບຜູ້ນຳທີ່ປະສົບຜົນສຳເລັດຢ່າງແທ້ຈິງ ນັ້ນແມ່ນຫຍັງ?

ຄຳຕອບ ກໍຄືຂຶ້ນຢູ່ກັບຄຸນສົມບັດຂອງ ຜູ້ນຳແຕ່ລະຄົນນັ້ນເອງ

ບາງຄົນອາດຈະຄິດວ່າ ຜູ້ທີ່ເປັນຫົວໜ້າ ຫຼື ມີຕຳແໜ່ງທາງການ ຈຶ່ງຖືວ່າເປັນຜູ້ນຳ, ແຕ່ຄວາມຈິງແລ້ວທຸກຄົນຍ່ອມເປັນຜູ້ນຳ ເຊັ່ນ: ໃນສະຖາບັນຄອບຄົວ, ອົງການຈັດຕັ້ງຂັ້ນນ້ອຍ, ຕະຫຼອດຮອດເປັນນາຍົກລັດຖະມຸນຕີ

ຕົວຢ່າງ: ບາງຄົນເປັນຜູ້ນຳຄອບຄົວ, ເປັນຄະນະຫ້ອງ,...ລວມໄປເຖິງເປັນຜູ້ນຳຕົວທ່ານເອງ

 ບັນດາທ່ານເດ ຈະສາມາດເປັນຜູ້ນຳທີ່ມີຄຸນນະພາບໄດ້ບໍ່?

ຄຳຕອບ ກໍຄື ສາມາດເປັນໄດ້ ແຕ່ວ່າທ່ານຕ້ອງມີຄຸນສົມບັດແຫ່ງການເປັນຜູ້ນຳໃນຕົວທ່ານ ຊຶ່ງການເປັນຜູ້ນຳ ທ່ານຕ້ອງຝຶກຝົນຢູ່ຕະຫຼອດເວລາ ບໍ່ແມ່ນຈະເກີດຂຶ້ນໃນວັນດຽວ.

ຄຸນສົມບັດຂອງຜູ້ນຳທີ່ດີຕ້ອງມີດັ່ງນີ້:

1.   ຄຸນນະທັມ: ຄຸນນະທັມຈົ່ງແຂງແກ່ນດັ່ງຫີນຜາ . ຄົນທີ່ມີຄວາມສາມາດ ແຕ່ຖ້າຂາດຄຸນນະທັມ ຈະນຳໄປສູ່ຄວາມຫາຍະນະ ບັ້ນປາຍຂອງຄົນເຫຼົ່ານີ້ ຈະມີຢ່າງໜ້ອຍໜຶ່ງໃນສີ່ ຄື: ຄວາມຍິ່ງຍະໂສ, ຄວາມຮູ້ສຶກເຈັບປວດເນື່ອງມາຈາກຄວາມໂດດດ່ຽວ, ການສະແຫວງຫາສິ່ງແປກໃໝ່ທີ່ເປັນໄພ ແລະ ການຜິດປະເພນີ. 

2.   ສະເໜ່: ປະທັບໃຈໃນຄັ້ງທຳອິດທີ່ພົບອາດຈະປະສົບຜົນສຳເລັດ

3.   ທຸ່ມເທ: ຄົນຈະບໍ່ຕາມຜູ້ນຳທີ່ປະສະຈາກຄວາມທຸ້ມເທ

4.   ສື່ຄວາມເຂົ້າໃຈ: ຖ້າປາສະຈາກສິ່ງນີ້ ກໍຕ້ອງເດີນທາງໂດຍລຳພັງ. “ນັກວິໄຈ ເຮັດໃຫ້ເລື່ອງງ່າຍເປັນເລື່ອງທີ່ສະລັບສັບຊ້ອນ ແຕ່ຜູ້ນຳເລື່ອງສະລັບສັບຊ້ອນ ໃຫ້ເປັນເລື່ອງງ່າຍ”

5.   ປະສິດທິພາບ: ຫາກມີສິ່ງນີ້ໃຜໆກໍຢາກຕິດຕາມທ່ານ

6.   ກ້າຫານ: ຄົນດຽວທີ່ກ້າຫານກໍ່ເທົ່າກັບສຽງສ່ວນຫຼາຍ

7.   ວິຈາລະຍານ: “ຜູ້ນຳທີ່ສະຫຼາດເຊື່ອພຽງເຄິ່ງໜຶ່ງທີ່ໄດ້ຍິນ ຜູ້ນຳທີ່ມິວິຈາລະຍານຮູ້ວ່າເຄິ່ງໃດຄວນເຊື່ອ”

8.   ມີຈຸດສຸມ: “ຖ້າທ່ານໄລ່ຈັບກະຕ່າຍສອງໂຕພ້ອມກັນ ກະຕ່າຍທັງສອງຈະໜີໄປໄດ້”

9.   ມີນ້ຳໃຈ: “ບໍ່ມີໃຜໄດ້ຮັບກຽດຈາກການເປັນຜູ້ຮັບ ແຕ່ກຽດຕິຍົດນັ້ນເປັນລາງວັນສຳລັບຜູ້ໃຫ້”

10. ລິເລີ່ມ: ນບັນດາຜູ້ນຳທີ່ຄວນຈະຢ້ານກົວ ຄືຄວາມອືດອາດ ຊັກຊ້າ ລັ່ງເລ ເປັນອັນດັບໜຶ່ງ”

11. ຟັງຢ່າງຕັ້ງໃຈ: “ຫູຂອງຜູ້ນຳຕ້ອງເຕັມໄປດ້ວຍສຽງຂອງຜູ້ຄົນ”.

“ຜູ້ນຳທີ່ດີ ສະໜັບສະໜູນໃຫ້ຜູ້ຕາມບອກເຂົາ ໃນສິ່ງທີ່ຄວນຈະຮູ້ ບໍ່ແມ່ນສິ່ງທີ່ເຂົາຕ້ອງການໄດ້ຍິນ”

12. ມີໃຈຮັກ: “ເມື່ອຜູ້ນຳຍື່ນມືອອກໄປດ້ວຍໃຈຮັກ ເຂົາກໍຈະໄດ້ຮັບການຕອບສະໜອງດ້ວຍໃຈຮັກເຊັ່ນກັນ”

13. ທັດສະນະຄະຕິທີ່ດີ: “ການຄົ້ນພົບທີ່ຍິ່ງໃຫຍ່ທີ່ສຸດ ຄືການທີ່ມະນຸດສາມາດປ່ຽນແປງຊີວິດຂອງຕົນເອງ ໂດຍການປັບປ່ຽນທັດສະນະຄະຕິຂອງຕົວເອງ”

14. ຮູ້ຈັກແກ້ບັນຫາ: “ຢ່າໃຫ້ບັນຫາ ກາຍເປັນບັນຫາ”

15. ມະນຸດສຳພັນ: “ສ່ວນປະສົມທີ່ສຳຄັນທີ່ສຸດ ໃນສູດແຫ່ງຄວາມສຳເລັດ ຄືການຮູ້ຈັດເຂົ້າກັບຄົນອື່ນ”

16. ຮັບຜິດຊອບ: “ຜູ້ນຳສາມາດເສຍສະຫຼະສິ່ງໄດກໍໄດ້ ຍົກເວັ້ນຄວາມຮັບຜິດຊອບຂອງເຂົາ”

17. ໝັ້ນຄົງ: “ທ່ານບໍ່ສາມາດເປັນຜູ້ນຳໄດ້ ຖ້າທ່ານຍັງເພີ່ງພາພວກເຂົາ”

18. ລະບຽບໃນຕົວເອງ: “ບຸກຄົນທຳອິດທີ່ທ່ານຕ້ອງນຳພາ ຄືຕົວທ່ານເອງ”

“ໄຊຊະນະທີ່ຍິ່ງໃຫຍ່ທີ່ສຸດ ຄືຕ້ອງເອົາຊະນະຕົວທ່ານເອງ”

19. ເປັນຜູ້ຮັບໃຊ້: “ຖ້າຢາກນຳໜ້າ ຕ້ອງໃຫ້ຜູ້ອື່ນອອກມາກ່ອນ”

“ທ່ານຕ້ອງຮັກຄົນຂອງທ່ານ ຫຼາຍກວ່າຕຳແໜ່ງຂອງທ່ານ”

20. ໃຝ່ຮູ້: “ສິ່ງທີ່ສຳຄັນຄື ການທີ່ທ່ານຮຽນຮູ້ ຫຼັງຈາກທີ່ທ່ານຮູ້ໝົດແລ້ວ”

21. ວິໃສທັດ: “ອະນາຄົດຂອງຜູ້ທີ່ມອງເຫັນສິ່ງທີ່ເປັນໄປໄດ້ ກ່ອນທີ່ສິ່ງນັ້ນຈະປະກົດໃຫ້ເຫັນເດັ່ນຊັດເສຍອີກ”

 ບົດຂຽນນີ້ອາດຈະມີປະໂຫຍດສຳລັບທ່ານ  ແລະ ຜູ້ນຳຂອງທ່ານມີຄຸນສົມບັດຢ່າງນີ້ຫຼືບໍ່???

Delicious Digg Fark Twitter