ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ການການຊ່ວຍເຫຼືອຍີ່ປຸ່ນ
ສ້າງເມື່ອ ມ.ນ.. 13, 2011 19 ຄົນໂຫວດ, 16 ຄຳເຫັນ, ອ່ານ 682 ເທື່ອ
ຍີ່ປຸ່ນ (ນັບທັງອົງການຈັດຕັ້ງຂອງລັດຖະບານ ແລະ ມູນລະນິທິຕ່າງໆ ຂອງຍີ່ປຸ່ນ)ນັບວ່າເປັນປະເທດໜຶ່ງທີ່ໃຫ້ຄວາມຊ່ວຍເຫຼືອແກ່ປະເທດລາວຢ່າງມະຫາສານ ບໍ່ວ່າຈະເປັນດ້ານ ການສຶກສາ ສາທາລະນະສຸກ ການກໍ່ສ້າງພຶ້ນຖານໂຄງລ່າງ ຕ່າງໆ. ເມື່ອປະເທດຍີ່ປຸ່ນໄດ້ຮັບຜົນກະທົບຈາກທໍລະນີພິບັດ ( ແຜ່ນດິນໃຫວ ຄື້ນຊຶນະມິ) ແລະ ເຮັດໃຫ້ເກີດຜົນກະທົບຕາມມາຫຼາຍດ້ານ ເຊັ່ນ: ໄຟໃໝ້ ແລະ ການລະເບີດຂອງໂຮງໄຟຟ້ານິວເຄລຍ ເຊິ່ງ ຄວາມເສຍຫາຍບໍ່ອາດຈະປະເມີນໄດ້. ໃນຖານະທີ່ເປັນຄົນລາວ ທ່ານຄິດວ່າ ຄົນລາວ ຫຼື ລັດຖະບານລາວຄວນຈະປະກອບສ່ວນ ສິ່ງໃດ ເພື່ອຊ່ວຍເຫຼືອຍີ່ປຸ່ນ.