ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 11, 2013 | ມີ 16 ຄຳເຫັນ ແລະ 0 trackback(s)

ການເຮັດບັນຊີ ໃຊ້ຈ່າຍປະຈຳວັນ ແມ່ນ ຈະເຮັດໃຫ້ທ່ານ ຮູ້ຄຸນຄ່າຂອງເງິນ ແຕ່ລະກີບທີ່ໃຊ້ໄປ

ເປັນແນວໃດຈຶ່ງວ່າແນວນັ້ນ?

 ທ່ານຈະສາມາດ ຮູ້ເຖິງຂີດຄວາມສາມາດ ທາງດ້ານການເງິນ ແລະ ນຳໃຊ້ເງິນນັ້ນໆ ໄປໃນທາງທີ່ມີຄຸນຄ່າທີ່ສຸດ (ຄ່າທາງດ້ານວັດຖຸ ແລະ ຈິດໃຈ ແລ້ວແຕ່ລະບຸກຄົນ)

ທ່ານຈະເຮັດແນວໃດ?

ພຽງແຕ່່ທ່ານ ແຍກ ບັນຊີອອກເປັນ 2 ໝວດ ຄື: ເງິນສົດຮັບ ແລະ ເງິນສົດລາຍຈ່າຍ ແລ້ວກໍ່ ສັງລວມເບີ່ງວ່າ ເງິນຍັງເຫຼືອ ທຽບກັບເວລາຍັງເຫຼືອ

- ດ້ານລາຍຮັບ ແມ່ນ ໃຫ້ຄຳນຶງເຖິງ ລາຍຮັບ ອັນເປັນປະຈຳ ວ່າມີຮອບວຽນມາຕອນໃດ ໄດ້ຮັບຈັກເທື່ອ ຕໍ່ ອາທິດ ຕໍ່ເດືອນ ເປັນມູນຄ່າເທົ່າໃດ?

- ດ້ານລາຍຈ່າຍ ແມ່ນ ໃຫ້ຈົດບັນທຶກ ທຸກຄັ້ງທີ່ມີການຈ່າຍ ແລະ ໃຫ້ສະຫຼຸບ ເປັນ ໝວດໃນແຕ່ລະອາທິດ,

1. ໝວດລາຍຈ່າຍບໍລິໂພກຈຳເປັນ(ອາຫານການກິນ ໂດຍສະເພາະກິນເຂົ້າ 3 ຄັ້ງ),

2.ໝວດອຸປະໂພກທີ່ຈຳເປັນ (ເຄື່ອງນູ່ງຮົ່ມ ແລະ ເຄື່ອງ ໃຊ້ທີ່ຈຳເປັນ,ການສຶກສາ, ໆລໆ),

3. ໝວດອຸປະໂພກທີ່ຈຳເປັນ (ເຄື່ອງນູ່ງຮົ່ມ ແລະ ເຄື່ອງ ໃຊ້ທີ່ຈຳເປັນ)

4. ໝວດລາຍຈ່າຍບໍລິໂພກຟູມເຟືອຍ (ກິນເຫຼົ້າ, ກິນເຂົ້າໝົມ, ຊຸມແຊວໝູ່ຄູ່, ),

5 ໝວດລາຍຈ່າຍທີ່ບໍ່ຈຳເປັນ ແລະ ອື່ນໆ(ການພະນັນ, ບໍລິຈາກ, ໆລໆ )

- ໃຫ້ປຽບທຽບລາຍຮັບ ກັບລາຍຈ່າຍ ທັງ 5 ຖ້າແຕ່ລະເດືອນ ຕ້ອງໃຫ້ເກີນ ເພື່ອຈະໄດ້ເປັນເງິນ ແຮ ຮັກສາສຸຂະພາບ ຖ້າບໍ່ພຽງພໍ /ຂາດດຸນ ໃຫ້ພະຍາຍາມ ຕັດລາຍຈ່າຍ ປະເພດ5 ຍ້ອນໄປ ເຖີງ ປະເພດ3

Delicious Digg Fark Twitter