ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 6, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 

ຕອນ​ມໍ່ໆ​ປີ​ໃໝ່​ ໄດ້ພັກ​ຢູ່​ເຮືອນ ​ໄດ້​ເບິ່ງ​ໂທລະທັດ ​ເຫັນ​ໂຄສະນາ​ຂອງ​ເກົາຫຼີ ອອກ​ຊ່ອງ Arirang ທຳ​ອິດ​ເຂົາ​ສາຍ​ພາບ​ສົງຄາມ​ຫວ່າງ​ຊຸມ​ປີ 1950 ​ແລ້ວ​ຂຶ້ນຄຳ​ເຫັນ​ຂອງ​ສະຫະ​ປະຊາ​ຊາດ​ທີ່​ວ່າ ອີກ 100 ປີ ປະ​ເທດ​ນີ້ກໍ​ບໍ່​ມີ​ທາງ​ຟື້ນ​ໂຕ​ໄດ້, ຈາກ​ນັ້ນ​ຈຶ່ງ​ສາຍ​ພາບ​ເກົາຫຼີ​ປັດຈຸບັນ ​ແລ້ວ​ຂຶ້ນ​ຂໍ້ຄວາມ​ວ່າ ​ເຮົາ​ບໍ່​ແມ່ນ​ຂໍທານ ດຽວ​ນີ້​ເຮົາ​ຄື​ຜູ່​ໃຫ້​ຂອງ​ໂລກ (We are worldwide giver)

 

​ເບິ່ງ​ແລ້ວ​ມັນ​ເຈັບ​ຈີດໆ​ໃນ​ໃຈ ຈັ່ງ​ໃດ​ບໍ່​ຮູ້

 

​ແມ່ນ​​ແທ້ ຂ້ອຍ​ກໍ​ເປັນ​ຄົນ​ທີ່​ກິນ​ເງິນ​ເດືອນ​ນຳ​ຕ່າງປະ​ເທດ, ​ໄທບ້ານ​ໄທ​ເມືອງ​ເອີ້ນ​ຂ້ອຍ​ຢ່າງ​ໂກ້ໆ​ວ່າ ພະນັກງານ​ໂຄງການ​ຕ່າງປະ​ເທ​ດ ໝູ່​ຫຼາຍ​ຄົນ​ຍັງ​ອິດສາ​ຂ້ອຍ​ຊ້ຳ ​ແຕ່​ສຳລັບ​ຂ້ອຍ ​ແຮ່ງ​ເຮັດ​ວຽກ​ນີ້​ດົນ​ປານ​ໃດ ມັນ​ແຮ່ງ​ຄື​ວ່າ​ຂ້ອຍ​ກຳລັງ​ເຮັດ​ບາງ​ຢ່າງຜິດພາດ.

 

ຫົວໜ້າ​ຄົນ​ຕ່າງປະ​ເທດ​ຂອງ​ຂ້ອຍ​ມັກ​ຈົ່ມ​ເລື້ອຍໆ​ວ່າ “​ບັນດາໂຄງການ​ຊ່ອຍ​ເຫຼືອ​ທັງຫຼາຍ ມີ​ປະສິດ​ຖິພາບ​ຕ່ຳ​ສຸດໆ” ຂ້ອຍ​ມັກ​ຖາມ​ລາວ​ຄືນ​ວ່າ “ຊັ້ນ​ເຮັດໆ​ຫຍັງ?” ລາວ​ຈະ​ຫາຍ​ໃຈ​ໃຫຍ່​ແຮງໆ​ບາດ​ໜຶ່ງ ​ແລ້ວ​ຕອບ​ຄືນ​ວ່າ “ສຳລັບ​ລັດ​ຖະ​ບານ​ແລະ​ນາຍທຶນ​ປະ​ເທດ​ຂ້ອຍ​ຫັ້ນ ​​ເຂົາ​ໄດ້​ກຳ​ໄລ​ເຕັມໆ​ຢູ່​ແລ້ວ ​ເຈົ້າກໍ​ຮູ້… ​ແຕ່ພວກ​ເຮົາ​ຜູ່​ເອົາ​ເງິນ​ເຂົາ​ເຈົ້າ​ມາ ​ແລະ​ຢາກ​ຊ່ອຍ​ພັດທະນາ​ປະ​ເທດ​ນີ້​ແທ້ໆ​ຫັ້ນ​ຕິ ຄື​ຈັ່ງ​ວ່າ​ເງິນ​ທີ່​ຈ່າຍ​ໄປ​ບໍ່​ມີ​ປະ​ໂຫຍ​ດ​ເລີຍ.”

 

​ເປັນ​ທີ່​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າ ບັນດາ​ໂຄງການ​ຊ່ອຍ​ເຫຼືອ​ທັງຫຼາຍ ​ເນື້ອ​ແທ້​ແລ້ວ​ກໍ​ແມ່ນ​ “ການ​ຊື້​ຈ້າງ​ຢ່າງ​ມີ​ກຽດ” ຂອງ​ບັນດາ​ປະ​ເທດ​ທີ່​ໃຫ້ການ​ຊ່ອຍ​ເຫຼືອ​ນັ້ນ​ເອງ. ສຳ​ປະທານ​ໄມ້, ບໍ່​ແຮ່, ​ທີ່​ດິນ ​ແລະ​ຊັບ​ພະຍາກອນ​ທຳ​ມະ​ຊາດ​ອື່ນໆ ລ້ວນ​​ໃຫ້ກຳ​ໄລມະຫາສານ ​ແກ່​ບັນດາ​ປະ​ເທດ​ທີ່​ໃຫ້ການ​ຊ່ອຍ​ເຫຼືອ ​ເຮັດ​ໃຫ້​ລັດຖະບານ​ແລະ​ນາຍທຶນ​ຂອງບັນດາ​ປະ​ເທດ​ທີ່​ໃຫ້ການ​ຊ່ອຍ​ເຫຼືອ​ທັງຫຼາຍ ບໍ່​ຈຳ​ເປັນ​ຕ້ອງ​ຄຳນຶງ​ເຖິງ​ປະສິດ​ຖິພາບ​ຂອງ​ເງິນ​ຊ່ອຍ​ເຫຼືອ​ເລີຍ ພຽງ​ແຕ່​ເປັນ​ເຄື່ອງມື​ຊ່ອຍ​ສ້າງ​ພາບ​ລັກ​ທີ່​ດີ​ໃຫ້​ຕົນ​ເອງ​ກໍ​ພໍ​ແລ້ວ ​ເງິນ​ຊ່ອຍ​ເຫຼືອ​​ໃຊ້​ກຸ້ມ​ຄ່າ​ບໍ່ ຫຼື​ຈະຮົ່ວ​ໄປ​ໃສ​ແດ່ ກໍ​ຢ່າ​ມັນ​ເທາະ.

 

ຂະໜາດ​ເງິນ​ທີ່ World Bank ​ແລະ UNESCO ອະນຸມັດ​ໃຫ້​ ຫວ່າງ​ທ້າຍ​ປີ 2010 ເພື່ອ​ໃຊ້​ໃນ​ໂຄງການ​ຕ່າງໆ ​ເພື່ອ​ບັນລຸ​ເປົ້າ​ໝາຍ ການ​ສຶກສາ​ເພື່ອ​ທຸກ​ຄົນ (Education for All) ຍັງ​ຖືກ​ຄົນ​ຕ່າງປະ​ເທດ​ທີ່​ເຮັດ​ວຽກ​ໃນ​ວົງ​ການ​ນີ້ ຕັ້ງ​ຊື່​ຫຼິ້ນ​ໃຫ້​ວ່າ ​​“ເງິນ​ສຳລັບ​ໂຄງການ LEXUS for All (offices)”. ຕ່າງປະ​ເທດ​ມັນ​ຮູ້​ປານ​ນັ້ນ ມັນ​ກໍ​ຍັງ​ໃຫ້​ເງິນ​ມາ ກໍ​ຄົງຍ້ອນ​ເຫດ​ຜົນ​ທີ່​ກ່າວ​ໄວ້​ຂ້າງ​ເທິງ​ນັ້ນ​ລະ.

 

ອັນ​ໜຶ່ງ​ທີ່​ໜ້າ​ສັງ​ເກດ ​ຫຼັງ​ຈາກ​ເລາະໆ​ລ່ອງໆ​ແຕ່​ເໜືອ​ຮອດ​ໃຕ້ ກໍ​ຄື ຍິ່ງ​ເຂດ​ທີ່​ມີ​ໂຄງການ​ຊ່ອຍ​ເຫຼືອ​ຫຼາຍ​ເທົ່າ​ໃດ ຄຸນ​ນະພາ​ບ (​ໂດຍ​ສະ​ເພາະ​ການ​ສຶກສາ) ຍິ່ງ​ຕ່ຳ​ທໍ່​ນັ້ນ ມັນ​ເກີດ​ຫຍັງ​ຂຶ້ນ​ນໍ? ​ແລະ​ໃນ​ທາງ​ກົງກັນຂ້າມ ບ່ອນ​ທີ່​ມີ​ຜູ່​ມາ​ຊ່ອຍ​ເຫຼືອ​ເຈົ້າ​ດຽວ ຫຼື​ບໍ່​ມີ​ເລີຍ ​ເຂົາ​ພັດ​ສາມາດ​ຫາ​ວິທີ​ທາງ​ພັດທະນາ​ຕົນ​ເອງ ​ແບບ​ເຮັດ​ໃຫ້​ຫົວໜ້າ​ຄົນ​ຕ່າງ​ດ້າວ​ຂອງ​ຂ້ອຍ​ອ້າ​ປາກ​ຄ້າງ​ມາ​ແລ້​ວ.

 

ອີກ​ດ້ານ​ໜຶ່ງ ບ່ອນ​ທີ່​ມີ​ການ​ຊ່ອຍ​ເຫຼືອຫຼາຍ ​ເມື່ອ​ເຮົາ​ເບິ່ງ​ດ້ວຍ​ຕາ​ເປົ່າ​ຄື​ຈັ່ງ​ວ່າ​ເຂົາ​ມີ​ພ້ອມ​ທຸກ​ຢ່າງ ​ແຕ່​ເມື່ອ​ຖາມ​ວ່າ​ຍັງ​ມີ​ຄວາມ​ຕ້ອງການ​ຫຍັງ​ອີກ​ບໍ່? ພັດ​ມີ​ຂໍ້​ສະ​ເໜີ​ຢາກ​​ໄດ້​ນັ້ນ​ນີ້ ຈົນ​ຈົດ​ບໍ່​ທັນ ສ່ວນ​ບ່ອນ​ທີ່​ການ​ຊ່ອຍ​ເຫຼືອ​ໜ້ອຍ ພັດ​ຕອບ​ວ່າ “ຢາກ​ໃຫ້​ລົງ​ມາ​ຢ້ຽມ​ມາ​ຢາມ​ກັນ​ແດ່”. ​ເວລາ​ຖາມ​ວ່າ​ຢາກ​ຈະ​ເຮັດ​ຫຍັງ​ຕໍ່​ໄປ? ບ່ອນ​ທີ່​ການ​ຊ່ອຍ​ເຫຼືອ​ໜ້ອຍ​ມັກ​ຕອບ​ວ່າ “ຈະ​ຫາ​ວິທີ​ທາງ​ເພື່ອ​ໃຫ້…” ​ໃນ​ຂະນະ​ທີ່​ບ່ອນ​​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ຫຼາຍ​ມັກ​ຕອບ​ວ່າ “ຢາກ​ສະ​ເໜີ​ຂໍ…”

 

ຂໍ​ຍົກ​ຕົວ​ຢ່າງ​ເລັກ​ໜ້ອຍ​ເພື່ອ​ໃຫ້​ເຫັນ​ພາບ​ທີ່​ແຈ້ງ​ຕື່ມ​

ຕອນ​ທີ່​ລົງ​ໄດ້​ທີ່​ລົງ​ໄປ​ເຮັດ​ວຽກ​ຢູ່​ທາງ​ໃຕ້​ ​ຫວ່າງ​ເດືອນ 11-12 ​ໄດ້​ພົບ​ພໍ້​ 3 ໂຮງຮຽນ ​ແບບຢ່າງ

 

​ໂຮງຮຽນ​ທີ ​1: ​ຫາ​ກໍ​ປຸກ​ອາຄານ​ຫຼັງ​ໃໝ່ ​ໂດຍ​ທຶນ​ຊ່ອຍ​ເຫຼືອ​ຂອງ​ຜູ່​ຫຼັກ​ຜູ່​ໃຫຍ່​ໃນ​ບ້ານ​ເມືອງ ​ມີ​ໂຄງການ​ຂອງ​ຕ່າງປະ​ເທດ​ເຂົ້າ​ມາ​ໃຫ້ການ​ຊ່ອຍ​ເຫຼື​ອສົມຄວນ ທັງ​ປຶ້ມ​ອ່ານ​ເສີມ, ​ເຝິກ​ຄູ​ກິດຈະກຳ, ສຸຂະພາບ… ​ເມື່ອ​ຖືກຖາມ​ວ່າ​ ຍັງຢາກ​ໄດ້​ຫຍັງ​ອີກ​ບໍ່ ຄຳ​ຕອບ​ແມ່ນ “ຢາກຂໍ​ໃຫ້​ປຸກຫ້ອງ​ສະໝຸດ​ໃຫ້”.​ ​ກັບ​ຄຳ​ຖາມ​ວ່າ ຢາກ​ເຮັດ​ຫຍັງ​ຕໍ່​ໄປ? ຄຳ​ຕອບ​ແມ່ນ “…” ຂ້ອຍ​ຄົງ​ຈະ​ບໍ່​ຄຽດ ຖ້າ​ໂຮງຮຽນ​ນີ້​ບໍ່​ມີ​ຕູ້​ໃສ່​ປຶ້ມ​ຫວ່າງໆ​ທີ່​ພໍ​ຈະ​ໃສ່​ປຶ້ມ​ໄດ້​ອີກກວ່າ 200 ຫົວ ກັບ​ຫ້ອງ​ຂະໜາດ​ໃຫຍ່​ກວ່າ​ຫໍສະໝຸດ​ແຂວງ​ຫຼວງ​ພະ​ບາງ ທີ່​ມີ​ໂຕະ​ອຳນວຍ​ການ 1 ໜ່ວຍ ກັບ ​ເປັນ​ບ່ອນ​ຊຸມ​ຕຳ​ຂອງ​ນາຍຄູ (​ເປັນຫຍັງ​ບໍ່​ເອົາ​ຫ້ອງ​ນັ້ນ​ເຮັດ​ຫ້ອງ​ອ່ານເດ໋)

 

​ໂຮງຮຽນ​ທີ 2: ຢູ່​ຄົນ​ລະ​ເມືອງ​ກັບ​ບ່ອນ​ທີ 1. ບ່ອນ​ນີ້​ໄດ້ທຶນ​ຈາກ​ຫຼາຍ​ໂຄງການ ທັງ​ຍີ່ປຸ່ນ, ຟະ​ລັ່ງ, ອາ​ເມ​ລິ​ກາ., ທັງ​ປຸກ​ໂຮງຮຽນ, ສິ່ງ​ແວດ​ລ້ອມ​ໃນ​ໂຮງຮຽນ, ຮຽນ​ຮ່ວມ, ກິດຈະກຳ​ເສີມ… ພິ​ເສດ ​ແມ່ນ​ໂຄງການ​ຂອງ​ຟະ​ລັ່ງ ​ປຸກ​ຫ້ອງ​ສະໝຸດ​ໃຫ້ ​ແລ້ວ​ຍັງ​ຈ້າງ​ຜູຸ່ດູ​​ແລຫ້ອງ​ສະໝຸດ​ແລະ​ເຮັດ​ກິດຈະກຳ​ເສີມ​ໃຫ້​ອີກ 1 ຄົນ. ​ແຕ່​ປາກົດ​ວ່າ ​ເດັກ​ໃນ​ໂຮງຮຽນ​ອ່ານໜັງສື​ບໍ່​ຕົກ ຮອດ​ວ່າ ປ.5 ຍັງ​ອ່ານ​​ເກືອບ​ບໍ່​ໄດ້. ຢູ່​ນີ້ ທາງ​ໂຮງຮຽນ​ແກ້​ວ່າ​ມີ​ເດັກ​ “ພິ​ເສດ” ມາ​ຮຽນ​ຮ່ວມ ​ເຮັດ​ໃຫ້​ຍັງ​ມີ​ບັນຫາ​ໃນ​ການ​ສອນ​ຂອງ​ຄູ ຄຶດ​ວ່າ​ເມື່ອ​ຄູ​ມີ​ປະສົບ​ການ​ຫຼາຍ​ຂຶ້ນ​ກໍ​ຈະ​ແກ້​ໄດ້. ກັບ​ຄຳ​ຖາມ​ວ່າຢາກ​ໄດ້​ຫຍັງ​ຕື່ມ ​ເພິ່ນ​ວ່າ “ຢາ​ກ​ໄດ້​ປຶ້ມ​ອ່ານ​ຕື່ມ ​ແລະ​ຂໍ​ທຶນ​ສຳລັບ​ຈ້າງ​ຜູ່​ເຮັດ​ກິດຈະກຳ​ແລະ​ດູ​ແລ​ຫ້ອງ​ສະໝຸດ​ຕໍ່ (ປີໜ້າ​ໂຄງການ​ຟະ​ລັ່ງຊິ​ໝົດ​ແລ້ວ)” ​ແລະ ຢາກ​ເຮັດ​ຫຍັງ​ຕໍ່​ໄປ ຄຳ​ຕອບ​ແມ່ນ “ຢາກ​ສະ​ເໜີ​ຂໍ​ການ​ເຝິກອົບຮົມ ຢາກ​ຮູ້​ວິ​ທີ​ເຮັດ​ໃຫ້​ເດັກນ້ອຍ​ອ່ານໜັງສື​ໄດ້​ດີ​ນີ້​ແລ້ວ”. ອັນ​ນີ້​ຍັງ​ພໍ​ຟັງ​ແດ່ ​ແຕ່​ກໍ​ຍັງ​ເປັນຕາ​…ຢູ່.

 

​ໂຮງຮຽນ​ທີ 3: ຢູ່​ເມືອງ​ດຽວ​ກັບ​ບ່ອນ​ທີ 2. ບ່ອນ​ນີ້​ໄດ້​ຮັບ​ປຶ້ມ​ອ່ານ​ແລະການ​ເຝິກອົບຮົມ ຕັ້ງ​ແຕ່ ປີ 2006 ຈາກ​ໂຄງການ​ໜຶ່ງ​ຂອງ​ຍີ່ປຸ່ນ (​ໂຮງຮຽນ​ທີ 1 ກໍ​ໄດ້) ນ​ອກນັ້ນ​ກໍ​ມີ​ແຕ່​ໂຄງການ​ຂ້າ​ແມ່​ທ້ອງ​ຂອງ​ກະຊວງ​ສຶກສາ (​ເງິນ UNICEF) ​ແຕ່​ຢູ່​ນີ້ ​ໂຮງຮຽນ​ສາມາດ​ສ້າງ​ຫ້ອງ​ອ່ານ​ຂອງ​ໂຕ​ເອງ ​ໂດຍ​​ເຮັດ​ຕູ້​​ໃສ່ປຶ້ມ​ແບບ Home Made ກັບ​ອາ​ໃສ​ຫ້ອງການ​ຄູ ທັງ​ສາມາດ​ໃຫ້​ບໍລິການ​​ເດັກນ້ອຍ​ເຕັມທີ່ ຈົນ​ເດັກ​ຫ້ອງ​ ປ.3 ຍັງ​ອ່ານໜັງສື​ຖ້ອງ (ກວ່າ​ເດັກ​ວຽງ​ຈັນ). ກັບ​ສອງ​ຄຳ​ຖາມ​ຂ້າງ​ເທິງ ​ເຂົາ​ບອກ​ວ່າ “ຢາກ​ໃຫ້​ໝັ່ນ​ມາ​ຢາມ​ກັນ​ແດ່ ​ເຫັນ​ວ່າ​ຢູ່​ໄກ​ກະ​ໃຫ້​ມາ​ອົບ​ອຸ່ນ​ກັນ​ແດ່” ​ແລະ “ຈະ​ປັບປຸງ​ຕູ້​ປຶ້ມ​ໃຫ້​ຖືກ​ຕາມ​ຫຼັກການ​ທີ່​ທາງ​ໂຄງການ​ແນະນຳ (​ໃນ​ຄວາມ​ຈິງ​ມີ​ແຕ່​ວ່າ​ຊັ້ນ​ວາງ​ປຶ້ມ​ອ່າວ​ແຄບ​ ​ເຮັດ​ໃຫ້​ວາງ​ປຶ້ມ​ຫົວ​ໃຫຍ່​ບໍ່​ໄດ້​ຊື່ໆ)” ​ເທື່ອ​ນີ້​ນິ ສະ​ອື້​ນ​ເພາະ​ດີ​ໃຈ ທີ່​ໄດ້​ພິສູດ​ວ່າ​ບໍ່​ຕ້ອງ​ຖ້າ​ຕ່າງ​ດ້າວ​ມາ​ຊ່ອຍ​ ເຂົາກໍ​ຍັງ​ເຮັດ​ໄດ້.

 

ອີກຕົວຢ່າງ​ໜຶ່ງ​​ແມ່ນ​ຂໍ້​ສະ​ເໜີ​ຈາກ​ພະນັກງານ​ຂັ້ນ​ແຂວງ​ແລະ​ເມືອງ., ບ່ອນ​ທີ່​ມີ​ໂຄງການ​ຫຼາຍ​ຢູ່​ແລ້ວ​ມັກ​ສະ​ເໜີຂໍ​ພາຫະນະ, ຂໍ​ເງິນ​ນ້ຳມັນ, ຂໍ​ອັດຕາ​ເພື່ອ​ລົງ​ຕິດຕາມ​ວຽກ (​ໂຕ​ເອງ​ຂີ່​ວີ​ໂກ້​​ໄປ​ຕີ​ກອຟ) ຂະນະ​ທີ່​ອີກ​ແຂວງ​ໜຶ່ງເວົ້າ​ວ່າ ​“ເຮົາ​ຕ້ອງການ​ເຮັດ 1, 2, 3, 4… ຕອນ​ນີ້ ພວກ​ເຮົາ​ມີ​​ເງື່ອນ​ໄຂ​ແບບ​ນີ້​ແລ້ວ ສະຫາຍ​ມີ​ຫຍັງ​ປະກອບສ່ວນ ຖ້າ​ຢາກ​ໄປ​ເບິ່ງ​ກ່ອນ ​ເຮົາ​ຈະ​ພາ​ໄປ​​ເບິ່ງ” (​ໄດ້​ໃຈ​ແທ້ໆ)

 

​ເວົ້າ​ແທ້ ສິ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ຍັງ​ເຮັດ​ວຽກ​ນີ້​ຕໍ່​ໄປ ແມ່ນການ​ທີ່​ວຽກ​ທີ່​ຂ້ອຍ​ເຮັດ​ຢູ່ ​ເຮັດ​ໃຫ້​ຂ້ອຍ​ມີ​ເງື່ອນ​ໄຂ​ “ປະ​ກອບ​ສ່ວນ” ນຳ​ຜູ່​ທີ່​ເຂົາ​ຢາກ​​ເຮັດ​ວຽກ ຢາກ​ໄດ້​ວຽກ ​ແລະ​ຢາກພັດທະນາ​ທ້ອງ​ຖິ່ນ​ຂອງ​ເຂົາ.

 

ຢາກ​ໃຫ້​ເຮົາ​ລອງ​ຄຶດ​ເບິ່ງ​ນຳ​ກັນ​ວ່າ ປະ​ເທ​ດລາວ​ອຸດົມສົມບູນ​ປານ​ນີ້ ຄົນ​ລາວ​ເຮົາ​ສະຫຼາດ ມີ​ຄວາມ​ສາມາດ ​ແລະ​ເປັນ​ຄົນ​ມີ​ກຽດ ຈົນ​ມີ​ຄຳ​ເວົ້າ​ປຽບທຽບ​ວ່າ “ລາວ​ຕາຍ​ຍ້ອນ​ກຽດ” ​ແລ້ວ​ເປັນ​ຫຍັງ​ເຮົາ​ບໍ່​ເຮັ​ດ​ໃຫ້​ໄດ້​ຄື​ເກົາຫຼີ (ຕອນ​ນີ້​ເຫັນ​​ເດັກນ້ອຍ​ບ້າ​ເກົາຫຼີ ບໍ່​ບ້າ​ເລື່ອງ​ນີ້​ນຳ​ເບາະ?) ລຶບ​ຄຳ​​ເວົ້າປະ​ໝາດ​ຂອງ​ຕ່າງ​ຊາດ​ໂດຍ​ການ ປ່ຽນ​ຈາກ​ການ​ເປັນຜູ່​ຂໍ ​ເປັນ​ຜູ່​ສ້າງ ​ແລະ​ເປັນ​ຜູ່​ໃຫ້ ​ແບບ​ທີ່ຫຼາຍບ່ອນ​ເຮັດ​ໄດ້​ມາ​ແລ້ວ (ບ່ອນ​ທີ່​ມີ​ການ​ຊ່ອຍ​ເຫຼື​ອໜ້ອຍ) ​ແລະ​ອີກ​ຫຼາຍ​ພາກສ່ວນ​ນ້ອຍໆໃນ​ສັງຄົມທີ່​ພວມ​ພະຍາຍາມ​ເຮັດ​ຢູ່ (ຂໍ​ໂທດ​ທີ່​ອອກ​ຊື່​ບໍ່​ໄດ້ ຢ້ານ​ຄຳ​ວິຈານຈະ​ກະທົບ​ເຖິງ​ພວກ​ທ່ານ)

 

ຮອດ​ມື້​ນັ້ນ ຂ້ອຍ​ຈະ​ດີ​ໃຈ​ທີ່​ບໍ່​ມີ​ວຽກ​ເຮັດ ​ເພາະ​ໂຄງການ​ຊ່ອຍ​ເຫຼືອ​ຈາກ​ຕ່າງ​ຊາດ ບໍ່​ຈຳ​ເປັນ​ສຳລັບ​ບ້ານ​ຂ້ອຍ​ແລ້ວ

 

ຂອບ​ໃຈ​ທີ່​ອົດສາ​ອ່ານ​ຄວາມ​ຈົ່ມ​ຂອງ​ຂ້ອຍ​ຈົນ​ສຸດ.

ຈົ່ງ​ບ້າ​ ເກົາຫຼີ ​ແບບ​ທີ່ ​​ເກົາຫຼີ​ ເປັນ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

ໃນຖານະສະມາຊິກໃໝ່ ແນວໃດກໍຕ້ອງກ່າວກ່ອນວ່າ ຂໍຄວາມກະລຸນານຳເດີ້...

ເວົ້າແທ້ ບໍ່ຮູ້ວ່າເລື່ອງຂອງຂ້ອຍຈະໜ້າສົນໃຈ ພໍໃຫ້ເຈົ້າສະລະເວລາອ່ານຫຼືບໍ່ ແຕ່ແນວໃດກະ....ເນາະ

ຂ້ອຍເຫັນເວັບພັນລາວໄດ້ແນວໃດກໍບໍ່ຮູ້ ຊອກຮູບຕົ້ນໄມ້ຢູ່ດີໆ ກໍເຂົ້າມາຢູ່ນີ້ແລ້ວ. ເບິ່ງໄປເບິ່ງມາ ໜ້າສົນໃຈດີ (ຢ່າງໜ້ອຍກໍຍັງບໍ່ເຫັນໃຜມາດ່າກັນໃນນີ້) ເລີຍສະໝັກເປັນສະມາຊິກ.

ຂ້ອຍສົນໃນການຖ່າຍຮູບ ແຕ່ຍັງບໍ່ໄດ້ເລື່ອງຫຍັງດອກ ໄປເບິ່ງໃນອາລະບໍ້າໄດ້ ໃຜຄິດເຫັນແນວໃດ ບອກກັນແດ່.

ຂ້ອຍຖ້າອ່ານເລື່ອງມ່ວນໆຂອງຜູ່ອື່ນຢູ່ຄືກັນເດີ້

ແນວໃດກະ ຂໍຄວາມກະລຸນານຳ...