ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 18, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂໍມອບກອນນີ້ໃຫ້ຄົນ "ຊີວິດສົ້ນຕີນ" ທຸກຄົນ

ຄົນເອີຍ ແນວໝູ່ເຊື້ອ.........ມະນຸດຊາດແສນສົນ

ແສນທີ່ ຫົນຫວຍອຸກ.........ອັ່ງທວງກາຍທ້ວງ

ຊ້າຍຂວາ ຫຼັງແລໜ້າ.......ຄວາມຈາເຂັ້ມຂູ່

ແລງຄ່ຳເຊົ້າ..................ແນວຫຍຸ້ງຫຼັ່ງມາ

ສົມຄວາມຈາໝູ່ເຈົ້າ.........ຊາວຊີບພຽງບາທາ

ຈຶ່ງມາຂົນຂວາຍຫາ..........ໝູ່ດຽວສາຍເຊື້ອ

ຈາກນີ້ ຍັງໝາຍໝັ້ນ........ການໃດກຽມກໍ່

ຂໍຈົ່ງ ຍັງປະໂຫຍດໃຫ້.....ໄຕຣແກ້ວຄ່ອຍຄວນ ວ່າດາຍ

ລະກະບອກກັນແດ່ເດີ້ ຄັນຊິມີກິດຈະກຳຫຍັງກະ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2009 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ອັນນີ້ແມ່ນກອນທີ່ໂຕເອງຂຽນໄວ້ໃນກະທູ້ຂອງກຸ່ມກະວີ (ບໍ່ແມ່ ບີມ ກະວີ ໄດ໋!!!)

ແບບວ່າຢາກໃຫ້ຄົນອື່ນໆທີ່ບໍ່ໄດ້ໄປຢາມກູ່ມກະວີໄດ້ອ່ານນຳ... ແມ່ນແທ້ກະໂຄສະນາກຸ່ມແດ່ຫັ້ນແຫຼະ


ໃນກະທູ້ ຫຼານແມ່ຂອງ

ຂອງຂວາງຂັ້ນພໍກ່າຍ........ຂົວທຽວ
ເນົາແດນໄກຄ່ອຍຄືນ........ເຮືອນໄດ້
ໄກອົງນ້ອງຄືບດຽວ..........ຄືແສນຫ່າງ
ໄກກາຍໃຈຢູ່ໃກ້..............ລືຊ້ຳກວ່າຫ່າງໃຈ

ມື້ກີ້ບໍ່ກ່ຽວກັບນ້ຳຂອງປານໃດ ບາດນີ້ກ່ຽວແລ້ວລະ

ຂອງລ່ອງລ້ຽວໄຫຼຜ່ານ........ພົງໄພ
ຜາຫີນຊັນໄຮ່ນາ................ເຮືອນຮ້ານ
ປະກອບໃຫ້ກະສິກຳ............ບໍລິໂພກ
ເປັນດັ່ງມານດາແກ້ວ..........ພຽນລ້ຽງໝູ່ເຮົາ

ເຮົາຜູ້ໄດ້ໂຊກໃຫຍ່...........ເກີດເປັນ
ຫຼານແມ່ຂອງເຜົ່າພົງ.........ດຽວແທ້
ເຫັນລືມເຊື້ອກາຍພັນ.........ມີມາກ
ຈັກຊິແລລ່ຳກ້ຽວ..............ຄືນໂຄ້ງແມ່ຂອງ ບໍ່ເດ


ໃນກະທູ້ ຮຽນຂຽນກອນ

ຮຽມນີ້ ພວມຊອກຄົ້ນ............ຫາແຮ່ມາແຮ
ພວມຫາເຮືອ....................ໄຮ່ສວນມາຊວ້ານ
ເຮືອນພວມສ້າງ.................ທາງທຽວສະນຸກທ່ຽວ
ຍັງແຕ່ ສາຣພີ່ອ້າຍ.............ຄອງນ້ອງຕອບສະໜອງ

ກືນກ້າງ..........ຄາຄໍແຄ້ນ
ຄອຍຄາງ........ຍັງຄາຍງ່າຍ
ຮັກແສນ..........ສຸດແສບຊໍ້າ
ໄປ່ຮູ້...............ຈັກເປື່ອຍເປັນ


ໃນກະທູ້ ຮ້ອນຕໍ່ຝົນ

ຍາມອາກາດຮ້ອນ......................ຄົນຈົ່ມຢາກເຢັນ
ພໍຍາມເຢັນ..............................ຈົ່ມວ່າເໝັນຕົມເປື້ອນ
ພໍຝົນເອື້ອນ.............................ຍາມໜາວພັດຢາກອຸ່ນ
ຕິຝຸ່ນຕົມຢູ່ຊັ້ນ..........................ຄວາມແລ້ວບໍ່ມີ ເຈົ້າເອີຍ

ແມ່ນວ່າ ເນົາຢູ່ຫ້ອງ..................ແອອຸ່ນລືເຢັນ
ຍັງຕິດເປັນອາຈິນ....................ປ່ຽນແປງເລິງເລື້ອຍ
ເລັ່ງແອເຢັນເຕັມແຕ້ມ................ແລ້ວພັດຮົມຜ້າຫົ່ມ
ຄວາມພໍໃຈເພິ່ນນັ້ນ..................ຫາໄດ້ບ່ອນໃດ

ສັງບໍ່ສ້າງ..............................ຄວາມເພິ່ງເພິງໃຈ
ເພິງໃຈໂດຍ..........................ຮ່ວມທຳມະຊາດສ້າງ
ຍາມຮ້ອນ ຊົ້ນເງົາໄມ້.................ມາຍໃຈໃຫ້ສວ່າງ
ມີໝູ່ໄມ້.................................ບໍ່ເປັນຊີ້ດອກບາ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2009 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂ້ອຍລື ໂຕທໍ່ນິ້ວ......................ຂາແຄ່ງບໍ່ພໍມີ

ມີຄຸນພຽງຂອງເຂົາ................ຫໍ່ຂະໜົມຄົນຊື້

ກິນຂະໜົມເລີຍຖິ້ມ...............ລົງຖັງໃຄແດ່

ຄົນຫາກພາໂລຫ້າຍ.............ກາຍແລ້ວຖິ້ມເລີຍ


ຂ້ອຍເລີຍຖືກເພິ່ນປ້ອຍ........ປົນດ່າແຖມຫຍັນ

ວ່າພາເສຽຄວາມງາມ...........ແຫ່ງວຽງນະຄອນກວ້າງ

ສັງວ່າ ສັງວ່າຊັ້ນ...................ພາກັນເຫັນຢູ່

ຂ້ອຍລື ຄັນລຸກຂຶ້ນ................ຍ່າງໄດ້ບໍ່ວ່າກັນ


ນ້ອງອຸຸ່ນຫຼ້າ..........................ສັງບໍ່ຊ່ອຍຖົງພອຍ

ອວນອ້າຍ ຊາຍຄົນງາມ.........ບໍ່ແນມນຳຊໍ້າ

ສາວຫ້ອງການຄົນໂກ້.............ອົດສາພາໄປແດ່

ໂອພໍ່ຕູ້...................................ອົດສາເຍື້ອນເກົບເອົາ ແດ່ທ້ອນ


ຄັນບໍ່ ຊູຊ່ອຍຊວ້ານ..............ຖືບໍ່ແມ່ນຂອງເຮົາ

ໝູ່ຂ້ອຍກອງກັນກາຍ..........ເປັນພູໂພນພົ້ນ

ອົດສາເຍື້ອນ......................ເອົາລົງຖັງໃຫ້ແດ່

ຊັ້ນກໍເຊົາດ່າປ້ອຍ...............ໂຕຂ້ອຍບໍ່ຄວນ ທ່ານເອີ້ຍ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ອ່ານແລ້ວ ໃຜຄຶດວ່າມີສະຖານທີ່ແບບນີ້ເທິງໂລກ ບອກແດ່ເດີ້ ຊິໄປຢູ່

ຫອມກິ່ນກົ້ວ...............ດວງດອກມາລີ

ເວັນຄືນມິວາຍ............ເບັ່ງບານແຊມເອ້

ອຸດົມດ້ວຍ.................ນາສວນຂຽວຊື່ນ

ສູດລົມເລິກໆໄດ້........ຄວັນເປື້ອນບໍ່ມີ


ພູຟາກພຸ້ນ................ຕາເວັນຄ່ອຍລອຍລັບ

ແນມເມຄາສີແດງ.......ພາໃຈສະຫງົບໄດ້

ອາຍລະອອງເຈົ້າ......ຫອມເດິກລອຍທົ່ວ

ພາໃຈລອຍລ່ອງຂຶ້ນ...ລືມສິ້ນເລື່ອງລະທົມ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 15, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ອ່ານເບິ່ງ ຖືກບໍ່ຖືກແນວໃດ ຫຼືຖືກໃຜ ແນະນຳໄດ້ເດີ້

 

ນັບໜຶ່ງດ້ວຍ............................................ດອມດັ່ງດວງໃຈ

ສອງແລະສາມ..................................ຊ່ອຍແປງທາງເຮື້ອ

ຈຸນເຈືອເອື້ອ.....................................ສອງມືສ້າງກໍ່

ແປງປ່າເຮື້ອ......................................ເປັນຮ້ານອາດຕາ


ສີ່ຫ້າ ຝົນຖອກເທັ້ງ..........................ເທໃສ່ຫຼັງຄາ

ຝົນເຫັນຮູ.......................................ແລ່ນລົງຊັກໄຊ້

ຂ້ອຍຫຼືເຈົ້າ.....................................ຖາມໃຜພາຮົ່ວ

ສໍ້ຢູ່ຊັ້ນ..........................................ມິມີແລ້ວຜູ່ຊິຍອມ


ຫົກຫັນໜ້າ..................................ໄປຢູ່ຄົນແຈ

ລົມເລີຍມາ..................................ພັດພາຮັກຮ້າງ

ຫາກຍັງຫອງຫົວດື້.......................ຖືທິຖິຕົນກ່ອນ

ບໍ່ຍ້ອມຫັນໜ້າໃຫ້........................ລົມຮ້າຍເລີຍພາກເຮົາ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ອັນນີ້ເຫັນ ເຫັນທ່ານຄົງໄຊຂຽນ ເລີຍຢາກລອງເບິ່ງ ຈັ່ງໃດກະ ຂໍຄວາມກະລຸນາຈາກຜູ່ອ່ານ ຊ່ອຍແນະນຳແດ່ເດີ້...

ວງດອກໄມ້.............................ບານເບັ່ງເປັນສີ

ຊູດອກສູງ................................ສະຫງ່າງາມຍາມແຍ້ມ

ແຍງດອກຊ້ອນ........................ພາສະອອນກີບອ່ອນ

ແມ່ນວ່າ ສີແຈດແຈ້ງ..................ຍັງຊ້ອຍຊື່ນໃຈ


ງາມເດ ດວງດອງໄມ້..............ບານເບັ່ງຫຼາຍສີ

ຍັງຢືນຄຽງ...........................ຄູ່ກັນນຳກ້ານ

ລຳຂຽວນ້ອຍ........................ຄອຍຊູສະເໜຊໍ່

ກ້ານຫັກ ດອກແຫ່ວແຫ້ງ........ແພງໄດ້ກໍບໍ່ດົນ ທ່ານເອີຍ

 

ໂດຍຄົນໆໜຶ່ງ ຜູ່ຂີ້ຮ້າຍແຕາໜ້າຕາດີ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2009 | ມີ 26 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ອ່ານແລ້ວໃຫ້ຄຳເຫັນແດ່ເດີ້ ເລື່ອງທີ່ຖາມຫັ້ນນະ!

 

ມື້ນີ້ (1 ມິຖຸນາ 2009) ຕອນເຂົ້າຫ້ອງນໍ້າຕອນເຊົ້າ ເຫັນກະເປົາວາງຢູ່ໃນຫ້ອງນໍ້າ ທຳອິດບໍ່ໄດ້ຄຶດຫຍັງ ແຕ່ລະຫວ່າງເຮັດທຸລະສ່ວນໂຕຢູ່ ເຫັນມັນເໜັງ ເປັນຕາຢ້ານ ເລີຍຟ້າວເຮັດທຸລະໃຫ້ແລ້ວ. ແລ່ນອອກຈາກຫ້ອງນໍ້າ ກໍຮ້າຍໃຫ້(ໃຜແດ່ບໍ່ຮູ້)ໂລດວ່າ:

"ໃຜເອົາງູມາ" ຕອນນັ້ນຄິດວ່າແມ່ນງູ

ແມ່ຫັນໜ້າມາທັນທີ

"ບໍ່ແມ່ນງູ ໂຕແລນ ຊິເອົາມາກິນຊຸມກັນຕອນສວາຍນີ້"

ໜຶ່ງຊົ່ວໂມງຕໍ່ມາ ບັນດາເພັດຊະຄາດແລະພໍ່ຄົວກໍມາ ແມ່ນຄົນຢູ່ຫ້ອງການດຽບກັບພໍ່ແມ່ຫັ້ນລະ.

(ບໍ່ຢາກເວົ້າຕໍ່ວ່າເກີດຫຍັງຂຶ້ນ) ແມ່ນແທ້ກໍບໍ່ເຫັນດອກ ຂ້ອຍບໍ່ມັກກິນ ແລະທັງບໍ່ຢາກເຫັນການຂ້າສັດປ່າ ເວົ້າແທ້ ບໍ່ຢາກມີສ່ວນກ່ຽວຂ້ອງໃດໆທັງໝົດ.

ເວົ້ານີ້ບໍ່ແມ່ນເວົ້າໃຫ້ເປັນພະເອກດອກ, ຂ້ອຍກໍເຄີຍກິນ ທັງໝູປ່າ, ກະຮອກ, ກວາງ ຮອດແລນຮອດລີ່ນ, ກິນແລ້ວບໍ່ເຫັນຊິແຊບ ກຸຍກະປານນັ້ນ ແຖມກິນແລ້ວຮ້ອນໃນ ຈົນໄດ້ເຂົ້າໂຮງໝໍທຸກເທື່ອ. ທີ່ສຳຄັນສຸດ ເຄີຍເຫັນສັດປ່າຕອນຖືກຂ້າລະເບາະ? ເປັນຕາອິດູແທ້ໄດ໋ ຄຶດເຫັນສະພາບ ຄັນໂຕເອງຖືກຂ້າເລີຍ; ດິ້ນຮົນສຸດໆ ເອົາແຮງທັງໝົດທີ່ມີຕໍ່ສູ້ສຸດກຳລັງ ບາດຕ້ອງຕາຍມາແທ້ໆ ທັງຮ້ອງ ທັງນໍ້າຕາອອກ ຄັນມີລູກຕິດມານຳ ແຮ່ງເປັນຕາອີດູ.

ຕອນນີ້ ຢູ່ເຮືອນຄືຊິພວມກິນໂຕແລນຢູ່.

ຂ້ອຍໜີມາຂຽນຢູ່ນີ້ ຂໍຄຳເຫັນນຳຫຼາຍຄົນ ເພື່ອຊິເອົາໄປພິມແຜ່ນໃຫຍ່ໆ ໄປຕິດຢູ່ເຮືອນ.

ໃຜຄິດເຫັນແນວໃດກັບເລື່ອງນີ້ ຂຽນມາໂລດເດີ້.

ຖ້າຢູ່...

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

ໃນຖານະສະມາຊິກໃໝ່ ແນວໃດກໍຕ້ອງກ່າວກ່ອນວ່າ ຂໍຄວາມກະລຸນານຳເດີ້...

ເວົ້າແທ້ ບໍ່ຮູ້ວ່າເລື່ອງຂອງຂ້ອຍຈະໜ້າສົນໃຈ ພໍໃຫ້ເຈົ້າສະລະເວລາອ່ານຫຼືບໍ່ ແຕ່ແນວໃດກະ....ເນາະ

ຂ້ອຍເຫັນເວັບພັນລາວໄດ້ແນວໃດກໍບໍ່ຮູ້ ຊອກຮູບຕົ້ນໄມ້ຢູ່ດີໆ ກໍເຂົ້າມາຢູ່ນີ້ແລ້ວ. ເບິ່ງໄປເບິ່ງມາ ໜ້າສົນໃຈດີ (ຢ່າງໜ້ອຍກໍຍັງບໍ່ເຫັນໃຜມາດ່າກັນໃນນີ້) ເລີຍສະໝັກເປັນສະມາຊິກ.

ຂ້ອຍສົນໃນການຖ່າຍຮູບ ແຕ່ຍັງບໍ່ໄດ້ເລື່ອງຫຍັງດອກ ໄປເບິ່ງໃນອາລະບໍ້າໄດ້ ໃຜຄິດເຫັນແນວໃດ ບອກກັນແດ່.

ຂ້ອຍຖ້າອ່ານເລື່ອງມ່ວນໆຂອງຜູ່ອື່ນຢູ່ຄືກັນເດີ້

ແນວໃດກະ ຂໍຄວາມກະລຸນານຳ...