ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2008 | ມີ 16 ຄຳເຫັນ ແລະ 0 trackback(s)


ດຽວນີ້ໂລກຂອງອິນເຕີເນັດແມ່ນມີການເປີດກວ້າງຫຼາຍໃນສັງຄົມ ແມ້ແຕ່ເດັກນ້ອຍໆເອງກໍ່ຍັງຮູ້ຫຼິ້ນເອັມເອສເອັນ ຮູ້ແຊັດ ຮູ້ສົ່ງອີແມວ  ແລະກໍ່ມີອີກຫຼາຍຄົນທີ່ມັກໃຊ້ເນັດເຂົ້າຫຼິ້ນເວັບໄຊທທີ່ຕົນມັກ ໜຶ່ງໃນເວັບໄຊທທີ່ຄົນລາວເຮົາມັກຫຼິ້ນກໍ່ແມ່ນພັນລາວເຮົານີ້ແຫຼະເນາະ ນອກນັ້ນກໍ່ມີ ຮິຫ້າ ເຟສບຸກ ມາຍສະເປສ ໆລໆ   ແຕ່ວ່າທຸກຄົນຮູ້ບໍ່ວ່າເວັບໄຊທອັນທຳອິດຂອງໂລກອິນເຕີເນັດຂອງເຮົາແມ່ນຫຍັງ??

 

alt

 

 

 

 

ເວັບອັນທຳອິດຂອງໂລກແມ່ນເວັບ info.cern.ch/ ມັນປະກົດໂຕຄັ້ງທຳອິດໃນວັນທີ 6ສິງຫາ ປີ 1991 ສ້າງໂດຍ Tim Berners Lee ນັກຟີຊິກສາດຄົນປະເທດອັງກິດ ລາວເຮັດວຽກເປັນທີ່ປຶກສາໃຫ້ກັບອົງການການວິໃຈດ້ານນິວເຄລຍແຫ່ງເອີລົບ (European Organization for Nuclear Research) ຫຼືເອີ້ນຢໍ້ວ່າ CERN (ກໍ່ຕັ້ງຂຶ້ນໃນເດືອນມີນາ ປີ1989)

Tim ໄດ້ມີແນວຄິດການສ້າງເວັບໄຊທ ຫຼັງຈາກທີ Vince ແລະ Bob ໄດ້ສ້າງເຄືອຂ່າຍທີ່ໃຊ້ສົ່ງຂໍ້ມູນເປັນກຸ່ມໆ ຈາກຄອມພິວເຕີ້ຜ່ານສາຍເຄເບິລ ໄປຫາຄອມພິວເຕີ້ເຄື່ອງອື່ນ ຫຼືທີ່ເຮົາເອີ້ນກັນວ່າ "ອິນເຕີເນັດ" ນັ້ນເອງ

ວັດຖຸປະສົງໃນການສ້າງຂອງລາວໃນຄັ້ງນີ້ກໍ່ເພື່ອໃຫ້ທຸກຄົນສາມາດແບ່ງປັນຂໍ້ມູນຕ່າງໆ ຮ່ວມກັນໂດຍອາໃສລະບົບອິນເຕີເນັດ ຫຼືເວົ້າງ່າຍໆວ່າ ແທນທີ່ຈະຕ້ອງສົ່ງຂໍ້ມູນຫາກັນແບບຄົນຕໍ່ຄົນ ເປັນຫຍັງເຮົາບໍ່ເຮັດໃຫ້ທຸກຄົນສາມາດເບິ່ງຂໍ້ມູນດັ່ງກ່າວພ້ອມກັນຫຼາຍຄົນແລະໃນເວລາດຽວກັນເລີຍ ໂດຍທີ່ບໍ່ຕ້ອງຢູ່ນຳກັນກໍ່ໄດ້

ປັດຈຸບັນນີ້ເວັບ info.cern.ch  ກໍ່ຍັງຄົງເປີດໃຊ້ຢູ່ຄືເກົ່າ ແຕ່ເນື້ອຫາຈະແມ່ນເວົ້າເຖິງການປະກົດໂຕແລະຄວາມເປັນມາຂອງເວັບໄຊທແຫ່ງນີ້

Tim ເອງກໍ່ໄດ້ຮັບການຍ້ອງຍໍຈາກປຶ້ມວາລະສານ Time ສະບັບວັນທີ 14 ມິຖຸນາ ປີ1999 ໃຫ້ລາວເປັນ 1 ໃນ 100 ບຸກຄົນທີ່ມີບົດບາດທີ່ສຳຄັນທີ່ສຸດໃນສະຕະວັດທີ 20

 

 


          alt

Tim Berners Lee


 

 

ນັບວ່າການສ້າງເວັບໄຊທຂອງລາວນີ້ ຖືເປັນການກະຕຸ້ນໃຫ້ເກີດມີເວັບໄຊທອື່ນໆຕໍ່ມາ ເຊິ່ງເຮັດໃຫ້ໂລກອິນເຕີເນັດຂອງເຮົານັບມື້ນັບຂະຫຍາຍຕົວ ແລະ ປະກົດມີເວັບໄຊທເພີ່ມຂຶ້ນຈົນນັບບໍ່ໄດ້ ແລະ ໜຶ່ງໃນນັ້ນກໍ່ມີເວັບທີ່ທ່ານກຳລັງເປີດຫຼິ້ນຢູ່ດຽວນີ້ນຳ....

 

 

 

ແປແລະຮຽບຮຽງໂດຍ Angelala

ທີ່ມາ www.teenee.com
      

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2008 | ມີ 15 ຄຳເຫັນ ແລະ 0 trackback(s)

ຫ່າງຫາຍຈາກການຂຽນໄດໄປດົນເຕີບ ມື້ນີ້ມີເວລາກາເລີຍມາຂຽນຊະ  ຮ່າໆໆໆ ຫຼາຍຄົນຄົງຈະເຄີຍເຫັນຮູບພວກນີ້ມາຈາກ FW mail ມາກ່ອນ ແຕ່ຖ້າໃຜບໍ່ທັນເຄີຍເຫັນກໍ່ເຂົ້າມາເບິ່ງເດີ້  ຂພຈ ເຫັນວ່າມັນຕະຫຼົກດີເລີຍເອົາມາແບ່ງປັນ

 

ມາເບິ່ງກັນເລີຍຍຍຍຍ!!!!!!

 

 

alt



ໂຈດຂໍ້ນີ້ອາຈານບອກໃຫ້ຊອກຫາ X  ຜູ້ກ່ຽວກາໝາຍວົງມົນໃສ່ X ໃຫ້ເບິ່ງຊະ ແຖມຍັງຂຽນວ່າ "ມັນຢູ່ນີ້ເດ"ອີກ  ຮ່າໆໆໆ  ຈັ່ງແມ່ນເນາະ!!! ເຂົາໃຫ້ຊອກຫາຄ່າຂອງມັນໂວ້ຍຍຍ!!ບໍ່ແມ່ນໃຫ້ຊອກແບບນີ້ ກັກໆໆໆ

 

 

 

 

 

alt


ອັນນີ້ບໍ່ຕ້ອງອະທິບາຍກໍ່ຄົງຈະຮູ້ເນາະ  ຜູ້ກ່ຽວນິຄົງຈະຕ້ອງເປັນຄົນມັກສັງເກດຂະໜາດ ຮ່າໆໆໆ

 

 

 

 

 

 

 

alt

 


ໂຕນີ້ຂ້າພະເຈົ້າກໍ່ມັກຄືກັນ  ດີແຕ່ຍັງຮູ້ການຄັດເນາະ ເສຍແຕ່ວ່າຄັດບໍ່ຖືກຍາມຊື່ໆ  ຮ່າໆໆໆ ຄິດໄປໄດ້ຈັ່ງໃດ ຄັດ n ອອກ ແຖມຍັງເຫຼືອ six ຜູ້ກ່ຽວກໍ່ຕອບ 6 ເລີຍ

 

 

 

 

 

alt


ໂຕນີ້ກາຖືກໃຈຂພຈຫຼາຍ  ເຂົາບອກໃຫ້ແຍກມັນກໍ່ແຍກອີ່ຫຼີ່ ຮ່າໆໆໆ (ທີ່ຈິງຕ້ອງແມ່ນ a² + 2ab + b²)

 

 

 

 

 

alt

 

 

ໜ້າເຫັນໃຈຜູ້ນີ້ເນາະ ຄົງຈະໃຊ້ຄວາມພະຍາຍາມສຸດໆແລ້ວ ໃນທີ່ສຸດກໍ່ຂ້າໂຕຕາຍຄາຮາກຊ້ຳ =_+


 

 

alt

 

ຜູ້ນີ້ຄົງຈະເລືອກສ່ຽງໂຊກໂດຍການໝາຍ C ມັນໝົດຮ້ອຍຂໍ້ເລີຍ ຄືສິຄິດວ່າບໍ່ຖືກໂຕໃດກາໂຕໜຶ່ງແຫຼະຫວະ ແຕ່ໜ້າເສຍດາຍທີ່ຜູ້ກ່ຽວບໍ່ຟັງຄຳຖາມດີໆ ຄຳຕອບມັນມີແຕ່ໃຫ້ເລືອກ A ກັບ B ເທົ່ານັ້ນ ຜູ້ກ່ຽວລະຟາດໝາຍ C ຈົນໝົດ ເວນຂອງກຳແຕ້ໆ  ຮ່າໆໆ

 

 

 

 

 

alt

 


ໂຕນີ້ຂພຈໄປໄດ້ມາຈາກເວບໄທ ແລະກໍ່ເປັນອັນທີ່ຂພຈມັກທີ່ສຸດ  ຜູ້ກ່ຽວຄົງຈະຈົນປັນຍາເຮັດອີ່ຫຼີ່ ເລີຍຂໍຄວາມເມດຕາຈາກອາຈານ ແຕ່ອາຈານເພິ່ນພັດບໍ່ຫຼິ້ນນຳຫັ້ນຕິ ຮ່າໆໆ

 

 

 

********************************

 

ສຸດທ້າຍແຕ່ບໍ່ທ້າຍສຸດ ຂອບໃຈພາບເດັດໆຈາກ FW mail ແລະ www.teenee.com

ຂຽນເມື່ອ ຂຽນເມື່ອ: ທ.ວ.. 4, 2008 | ມີ 14 ຄຳເຫັນ ແລະ 0 trackback(s)

alt

   ມາອີກແລ້ວທ່ານຜູ້ອ່ານ...ຂ້າພະເຈົ້າເອົາຄວາມຮູ້ຮອບໂຕມາຝາກ....

ເຊິ່ງຄັດມາຈາກປຶ້ມທີ່ຂ້າພະເຈົ້າກຳລັງອ່ານຢູ່.....ອ່ານໄວ້ບໍ່ເສຍຫາຍເດີ້

 

alt

 

 

 

 

alt

Heart

 

ຮູ້ບໍ່ວ່າຫົວໃຈເປັນອະໄວຍະວະທຳອິດທີ່ມີການປ່ຽນຖ່າຍໃຫ້ກັນ    ໃນປີ 1967ສາດສະດາຈານ Christian Barnardແພດຊາວແອຟຣິກາໃຕ້ໄດ້ປ່ຽນຫົວໃຈຂອງຄົນປ່ວຍທີ່ຕາຍແລ້ວມາໃຫ້ Louis Washkansky ເຊິ່ງເຮັດໃຫ້ລາວມີຊີວິດຢູ່ຕໍ່ໄດ້ອີກ 18ມື້

 

 

alt

The grand central

 

ອາເມລິກາແມ່ນປະເທດທີ່ມີສະຖານີລົດໄຟທີ່ໃຫຍ່ທີ່ສຸດໃນໂລກ  The Grand central Terminal ໃນ New York ສ້າງຂຶ້ນໃນປີ 1903-1913 ມີເນື້ອທີ່ 192.000 km ມີ2ຊັ້ນ  ຊັ້ນເທິງມີ 41 ລາງ ແລະຊັ້ນລຸ່ມມີ 26 ລາງ ແຕ່ລະມື້ມີລົດໄຟເຂົ້າອອກ 550ຂະບວນ.

 

 

alt

ພາບປະກອບທາງອິນເຕີເນັດ

ໃນປີ 1980 ທີ່ນອກເມືອງ Lyon ປະເທດ France ເຄີຍມີເຫດການລົດຕິດຍາວທີ່ສຸດໃນໂລກ ຍາວກ່ວາ 170 ກິໂລແມັດ ແລະມີລົດຕິດ ຢູ່ ປະມານ 44.000ຄັນ

 

 

 

alt

china

 

ປະເທດຈີນເປັນປະເທດທີ່ມີຊາຍແດນຕິດກັບປະເທດອື່ນຫຼາຍທີ່ສຸດໃນໂລກ ມີເຖິງ 16ປະເທດ ປະກອບມີ ປະເທດອັຟການິສຖານ; ປະເທດພູຖານ; ປະເທດຮົ່ງກົງ; ປະເທດອິນເດຍ; ປະເທດຄາຊັສສະຖານ; ປະເທດເຄີກີສະຖານ; ປະເທດມົງໂກເລຍ ; ປະເທດລາວ; ປະເທດມາເກົ້າ ; ປະເທດພະມ້າ ປະເທດເນປານ ;ປະເທດເກົາຫຼີເໜືອ; ປະເທດປາກີສະຖານ; ປະເທດລັດເຊຍ ; ປະເທດທາຈິກີສະຖານ ແລະ ປະເທດຫວຽດນາມ

 

alt

The congress library

 

ຫ້ອງສະໝຸດສະພາ Congress ທີ່ Washington DC ປະເທດ USA ແມ່ນຫ້ອງສະໝຸດ ທີ່ໃຫຍ່ທີສຸດໃນໂລກ ມີໜັງສື 29ລ້ານຫົວ

 

 

alt

ມ້ານ້ຳກຳລັງປະສົມພັນ

 

ມ້ານ້ຳຕົວຜູ້ເປັນຜູ້ໃຫ້ກຳເນີດລູກ ມັນຈະມີໄຂ່ຢູ່ກະເປົ໋າໜ້າທ້ອງ ແລະ ລ້ຽງໄຂ່ເຫຼົ່ານັ້ນດ້ວຍເລືອດຂອງມັນຈົນກ່ວາໄຂ່ຈະຟັກອອກມາເປັນໂຕ

 

 alt

The Angel water fall

 

ນ້ຳຕົກ Angel  ໃນປະເທດ Venezuela ແມ່ນນ້ຳຕົກທີ່ສູງທີ່ສຸດດດໃນໂລກ ມີຄວາມສູງ 978ແມັດ ມັນຖືກຄົ້ນພົບໃນປີ 1935 ແລະ ຖືກເອີ້ນຊື່ຕາມຜູ້ຄົ້ນພົບທີ່ມີຊື່ວ່າ Jimmy Angel.

 

 

alt

Phenite

 

 

Phenite ເປັນອັນຍະມະນີທີ່ມີຄ່າຫຼາຍທີ່ສຸດ ແລະ ຫາຍາກທີ່ສຸດໃນໂລກ ຈົນບໍ່ສາມາດປະເມີນຄ່າໄດ້ ແຮ່ທາດຊະນິດນີ້ຖືກຂຸດພົບພຽງແຕ່3ກ້ອນໃນປະເທດພະມ້າ

 

alt

Edmund Hillary


Edmund Hillary ເປັນຄົນທຳອິດຂອງໂລກທີ່ສາມາດປີນໄປຈຸດສູງສຸດຂອງພູເຂົານ້ຳກ້ອນ Everest ສຳເລັດໃນເດືອນ ພຶດສະພາ ປີ 1953

 

 

alt

Château Lafité


château Lafité (ອ່ານວ່າ ຊສາໂຕ້ ລາຟີ່ເນ່) ເປັນ Wine ທີ່ແພງທີ່ສຸດໃນໂລກ ຜະລິດທີ່ເມືອງ château ຂອງປະເທດ ຝລັ່ງ ແລະ ຖືກປະມູນ ໄປໃນລາຄາ 105.000 ປອນ (ໄປໄລ່ເອົາເອງເດີ້)

 

 

alt

Humming bird

 

ນົກ Humming Bird  ເປັນນົກທີ່ມີຂະໜາດນ້ອຍທີ່ສຸດໃນໂລກ ຂະໜາດໂຕຂອງມັນເທົ່າກັບໜ່ວຍຕາຂອງນົກກະຈອກເທດເຊິ່ງເປັນນົກທີ່ໃຫຍ່ທີ່ສຸດໃນໂລກ

 

 

 

alt

Penny Black

 

ປະເທດອັງກິດເປັນປະເທດທີ່ມີການໃຊ້ສະແຕ໋ມເປັນປະເທດທຳອິດຂອງໂລກ  ໂດຍສະແຕ່ມດວງທຳອິດຂອງໂລກນັ້ນມີຊື່ວ່າ Penny Black ອອກໃຊ້ເດືອນ ພຶດສະພາ ປີ 1840

 

 

 

 

alt

 

ຮຽບຮຽງໂດຍ angelala

ຂໍ້ມູນອ້າງອິງຈາກປຶ້ມ "ຮູ້ຮອບຕອບໄດ້"

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2008 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ພໍດີຂ້າພະເຈົ້າໄປເຈິແບບທົດສອບນີ້ໃນເວັບແຫ່ງໜຶ່ງ  ລອງມາທົດສອບກັນເບິ່ງວ່າທ່ານມີຄວາມດຶງດູດຕໍ່ເພດກົງກັນຂ້າມເທົ່າໃດ...ເຮັດຫຼິ້ນໆເດີ້ບໍ່ຕ້ອງ  4ຣຽດ....

 

alt

 

 

 

alt

 

 

1.ຖ້າໃຫ້ເລືອກ...ທ່ານຈະໄປທ່ຽວປະເທດໃດໃນ3ປະເທດນີ້ 

   ກ.ຈີນ (ໄປຂໍ້2)  ຂ.ຍີ່ປຸ່ນ (ໄປຂໍ້3)  ຄ. ຝລັ່ງ (ໄປຂໍ້4)

2.ເວລາທີ່ເບິ່ງໜັງທີ່ສຸດແສນຈະເສົ້າ ທ່ານເຄີຍໄຫ້ບໍ່?? 

   ກ. ເຄີຍ (ໄປຂໍ້4)   ຂ. ບໍ່ເຄີຍ (ໄປຂໍ້3)

3.ຖ້າແຟນທີ່ຫາກໍ່ຄົບກັນໃໝ່ໆຂອງທ່ານບໍ່ມາຕາມນັດປ່ອຍໃຫ້ທ່ານຖ້າເປັນຊົ່ວໂມງ...ທ່ານຈະ? 

   ກ. ຖ້າອີກ30 ນາທີ (ໄປຂໍ້4)   ຂ.ກັບບ້ານ  (ໄປຂໍ້5) ຄ.ຖ້າຈົນກ່ວາຈະມາ (ໄປຂໍ້6)

4.ທ່ານເຄີຍເບິ່ງໜັງຄົນດຽວບໍ່??? 

   ກ. ເຄີຍ (ໄປຂໍ້5)  ຂ. ບໍ່ເຄີຍ (ໄປຂໍ້6)

5.ເດດຄັ້ງທຳອິດ ແຟນທ່ານບອກວ່າຢາກຈູບທ່ານ..ທ່ານຈະ?? 

  ກ. ປະຕິເສດທັນທີ (ໄປຂໍ້6)  ຂ.ໃຫ້ຈູບຫຼືຈູບມືຄ່ອຍໆ (ໄປຂໍ້7)  ຄ. ຍິ້ມແລ້ວຈູບເລີຍ (ໄປຂໍ້8)

6.ທ່ານຄິດວ່າໂຕເອງເປັນຄົນຕະຫຼົກບໍ່?? 

   ກ. ແນ່ນອນ (ໄປຂໍ້7)  ຂ. ບໍ່ເລີຍ  (ໄປຂໍ້8)

7.ທ່ານຄິດວ່າຕົວເອງມີຄວາມເປັນຜູ້ນຳບໍ່?? 

   ກ. ມີ (ໄປຂໍ້9)  ຂ. ບໍ່ມີ (ໄປຂໍ້10)

8.ໃນຄວາມເຫັນຂອງທ່ານ...ເກີດເປັນຜູ້ຍິງກັບຜູ້ຊາຍ...ອັນໃດດີກ່ວາກັນ??  

    ກ. ຜູ້ຊາຍ (ໄປຂໍ້9)  ຂ. ຜູ້ຍິງ (ໄປຂໍ້10)  ຄ. ຄືກັນ (ໄປຂໍ້ D)

9.ທ່ານມີແຟນພ້ອນກັນຫຼາຍຄົນແມ່ນຫຼືບໍ່??

  ກ. ແມ່ນ (ໄປຂໍ້B)   ຂ. ບໍ່ແມ່ນ (ໄປຂໍ້A)

10.ທ່ານຄິດວ່າທ່ານມີຄວາມສະຫຼາດບໍ່??

  ກ. ມີ (ໄປຂໍ້B)   ຂ. ບໍ່ມີ (ໄປຂໍ້C)

 

 


 

alt

 

ມາເບິ່ງຄຳຕອບເດີ້.... 

 

 

A ຂໍສະແດງຄວາມຍິນດີນຳ..ທ່ານເປັນຄົນທີ່ມີຄວາມດຶງດູດຕໍ່ເພດກົງກັນຂ້າມຫຼາຍໆ..ເນື່ອງຈາກວ່າທ່ານເປັນຄົນມີອາລົມສຸນທະລີ*  ມີຄວາມສຸພາບ ແລະຮູ້ວິທີເອົາຊະນະໃຈຜູ້ອື່ນ..ສະນັ້ນຈຶ່ງບໍ່ແປກເລີຍທີທ່ານຈະປອ໋ບສຸດໆ

B ທ່ານກໍ່ມີສະເໜ່ຄືກັນໃດ...ແຕ່ຍັງຍາກທີ່ຈະໃຫ້ຄົນອື່ນມາຮັກເຮົາ...ອາລົມສຸນທະລີ*ຂອງທ່ານຈະເຮັດໃຫ້ຄົນອ້ອມຂ້າງມາອ້ອມຮອບທ່ານເພາະເຂົາມີຄວາມສຸກທີ່ໄດ້ຢູ່ໃກ້ທ່ານ

C ບໍ່ປານໃດ...ທ່ານມີສະເໜ່ບໍ່ຫຼາຍເທົ່າທີຄວນ ແຕ່ກໍ່ມີບາງຢ່າງໃນໂຕທ່ານທີ່ເຮັດໃຫ້ຄົນມາຄົບຫາ..ທ່ານເປັນຄົນອາລົມດີ ແຕ່ກໍ່ຍັງມັກເບິ່ງທຸກຢ່າງພຽງດ້ານດຽວ

D ເສຍໃຈນຳ...ທ່ານບໍ່ມີຄວາມດຶງດູດເລີຍ...ລອງເບິ່ງເດີ້ວ່າຄົນທີ່ມາຄົບນຳທ່ານນັ້ນໄດ້ຫາຜົນປະໂຫຍດຈາກທ່ານຢູ່ບໍ່...ຫາກທ່ານເບິ່ງຄົນດ້ວຍຄຸນຄ່າ...ທ່ານອາດຈະໄດ້ຂໍ້ A ເດີ້

 

 

*ສຸນທະລີ ແປວ່າ ມ່ວນຊື່ນ ເຮຮາ


 

 

alt

 

ແປແລະຮຽບຮຽງໂດຍ angelala

ທີ່ມາ: www.teenee.com

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2008 | ມີ 23 ຄຳເຫັນ ແລະ 0 trackback(s)

ມື້ນີ້ໄດ້ຮັບ sms ຈາກໝູ່ວ່າໃຫ້ອອກໄປເບິ່ງເດືອນວ່າຊັ້ນ....ເຮົາກາຟ້າວແລ່ນອອກໄປ..ປະກົດວ່າເຫັນເດືອນຍິ້ມ!! ຟັງບໍ່ຜິດດອກ....ເດືອນຍິ້ມຫັ້ນແຫຼະ....ພໍເບິ່ງປຸບກາເຂົ້າໄປ shoutbox ແລ້ວບອກໃຫ້ທຸກຄົນເບິ່ງ....ແຕ່ປະກົດວ່າບໍ່ມີໃຜເບິ່ງໄດ້...ແລ້ວດ່ຽວກັບອ້າຍນິນບອກໃຫ້ຖ່າຍຮູບມາໃຫ້ເບິ່ງກັບຂຽນໄດ...ກາເລີຍລອງຂຽນເບິ່ງ...ຢ້ານແຕ່ມັນສິເປັນຄືມື້ວານຫັ້ນຕິ.....ແຕ່ກາສິລອງເບິ່ງ...ຮ່າໆໆໆ  ມີຮູບມາໃຫ້່ເບິ່ງນຳ.....ກ່ອນຈະເບິ່ງຮູບກາຕ້ອງຂໍອະໄພກ່ອນເດີ້......ຮູບບໍ່ຄ່ອຍແຈ້ງເພາະຖ່າຍຈາກມືຖື 3.2 ລ້ານ...ໄດ້ເທົ່ານີ້ແຫຼະ =_=...ຖ່າຍແລ້ວລະອັບໂຫຼດໃຫ້ຄົນຢູ່ shoutbox ເບິ່ງລະວ່າສິລອງເອົາກ້ອງ digital ໄປຖ່າຍດີໆ ປະກົດວ່າເດືອນມັນຫາຍໄປລະ...ສົງໃສສິອາຍຍິ້ມຕິເບາະ....ຮ້ອຍວັນພັນປີບໍ່ຍິ້ມ ບາດໄດ້ຍິ້ມລະອາຍ...ຮ່າໆໆ

 

 

alt

ຖ່າຍຈາກຊັ້ນ2 ຂອງບ້ານ

 

 

 

alt

ຍິ້ມເປັນຕາແພງເນາະ

 

 

 

alt

ອ້າຍເບີດບອກວ່າ ດາວທີ່ແຈ້ງແມ່ນດາວພະຫັດ ສ່ວນໂຕທີ່ບໍ່ແຈ້ງແມ່ນດາວສຸກ ເກືອບຈະບໍ່ເຫັນລະຕອນນີ້

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2008 | ມີ 25 ຄຳເຫັນ ແລະ 0 trackback(s)
alt


ມື້ນີ້ຂ້າພະເຈົ້າເອົາຄວາມຮູ້ມາຝາກທ່ານຜູ້ອ່ານອີກແລ້ວ .... ຂ້າພະເຈົ້າຮວບຮວມຈາກການອ່ານມາຈາກ ຫຼາຍໆເວັບຫຼາຍໆພາສາແລ້ວເກັບມາແປແລະຂຽນຍາວໆໆໆ ບາດດຽວມາແບ່ງປັນກັນອ່ານ.... ບໍ່ຢາກຂຽນເທື່ອລະໜ້ອຍດຽວເພິ່ນສິວ່າເຮົາມີຈຸດປະສົງແອບແຝງ (ນັ້ນກໍ່ຄືປ້ຳເງິນ).... ເຖິງໃຈຈິງຢາກຈະເຮັດກໍ່ຕາມແຕ່ຈັ່ງໃດກົດລະບຽບກໍ່ຕ້ອງມາກ່ອນ...ຮ່າໆໆໆ ຫຼາຍຄົນອາດຈະເຄີຍອ່ານມາແລ້ວແຕ່ຫຼາຍຄົນກໍ່ອາດຈະບໍ່ເຄີຍຮູ້ມາກ່ອນ.... ສະນັ້ນກໍ່ຂໍໃຫ້ອ່ານໂດຍໃຊ້ວິຈາລະນະຍານຕາມສົມຄວນດ້ວຍ... ຜິດພາດປະການໃດກໍ່ຂໍອະໄພນຳເດີ້....ຫຼື


ຈະເມັ້ນມາບອກກໍ່ໄດ້....ຂ້າພະເຈົ້າກໍ່ຈະແກ້ໄຂຕາມສົມຄວນ..... ເຂົ້າເລື່ອງເລີຍເນາະ...ຫຸໆ >.,<

alt

V

V

V

altປາທີ່ອາໃສຢູ່ນ້ຳເລິກກ່ວາ 800 ແມັດຈະບໍ່ມີຕາ

 

altເພງທີ່ຄົນຮ້ອງຫຼາຍທີ່ສຸດແມ່ນ ເພງ Happy birthday

 

altເປັນໄປບໍ່ໄດ້ທີ່ຄົນເຮົາຈະຈາມໂດຍບໍ່ຫຼັບຕາ

 

alt

 

altໂຕຮິບໂປ ຕົດທາງປາກ

altຄົນເຮົາບໍ່ສາມາດຂ້າໂຕຕາຍໂດຍການກັ້ນຫາຍໃຈໄດ້

altຫໍອຽງທີ່ປະເທດອີ່ຕາລີ້ ຈະອຽງໄປທາງທິດໃຕ້

altຜູ້ຍິງທີ່ເກາະຮາວາຍ ຖ້າເໜັບດອກໄມ້ທີ່ຫູຊ້າຍ ແປວ່າມີຜົວແລ້ວ

altຍຸງບິນດ້ວຍຄວາມໄວ 8ກິໂລແມັດຕໍ່ຊົ່ວໂມງ

altກົງຫັນທົ່ວໂລກຈະໝຸນທິດທາງທີ່ກົງກັນຂ້າມກັບເຂັມໂມງ ຍົກເວັ້ນກົງຫັນທີ່ປະເທດໄອແລນ

altຮູ້ບໍ່ວ່າເວັບ google ນອກຈາກຈະເປັນບ່ອນໃຫ້ເຮົາຊອກຫາຂໍ້ມູນແລ້ວຍັງເປັນເຄື່ອງຄິດເລກອີກ (ລອງເອົາ 5+5 ແລ້ວກົດ search ເບິ່ງ)

altຄົນທີ່ລຶ້ງເບື້ອງຂວາ ມີອາຍຸສະເລ່ຍຍືນກ່ວາຄົນລຶ້ງເບື້ຶງຊ້າຍ 9ປີ

altນອກຈາກມະນຸດແລ້ວ ໝີຂົ້ວໂລກ ແລະ ຈິ້ງໂຈ້ກໍ່ຈູບເປັນຄືກັນ ແລະ ລິງ ຊິມແປນຊີແມ່ນສາມາດຈູບແບບ french kiss ໄດ້

altແຂ້ວຂອງແມງສາບແມ່ນຢູ່ໃຕ້ທ້ອງ


alt


altໜັງ Animation ເລື່ອງ " South park" ໄດ້ຖືກຈົດລົງໃນ ກິເນສບຸກ ວ່າເປັນເລື່ອງ Animationທີ່ບໍ່ສຸພາບທີ່ສຸດໃນໂລກ ເນື່ອງຈາກວ່າ ໃຊ້ຄຳບໍ່ສຸພາບ 399 ຄຳ ພຶດຕິກຳຮຸນແຮງ ອີກ 221 ເທື່ອ ແລະສະແດງທ່າທີ່ຖ່ອຍ 128 ເທື່ອ

altໂຕກະຕູນ Donald duck ( W. disney) ຖືກແບນທີ່ປະເທດຟິນແລນ ເພາະບໍ່ໄດ້ໃສ່ສະຫຼິບ

altຫຼຸຍຊາ ແອລເມໂດວາ ໄວ 19 ປີ ໄດ້ສ້າງສະຖິຕິຈູບດົນທີ່ສຸດໃນໂລກ 30ຊົ່ວໂມງ 59 ນາທີ 27 ວິນາທີ ກັບແຟນໜຸ່ມຂອງລາວທີ່ຊື່ ຣີຊ ແລງເລ ໄວ 22ປີ

altການໃສ່ຫູຟັງພຽງ1ຊົ່ວໂມງ ກໍ່ສາມາດເພີ່ມເຊື້ອ ແບັກທີ່ເຮຍ 700ເທົ່າໃນຫູ

altແຕ່ລະນ້ຳຂອງໄພ້ສະແດງເຖິງກະສັດທີ່ຍິ່ງໃຫຍ່ໃນປະຫວັດສາດ ເກີ ສະແດງເຖິງ ກະສັດ ຊາລ ເລີ ມານ ບິດ ສະແດງເຖິງ ກະສັດ ເດວິດ ໂລ ສະແດງເຖິງ ກະສັດ ຈູລຽສ ຊີຊາລ ຈ່ວນ ສະແດງເຖິງ ກະສັດ ອາເລັກແຊນເດີ

altຮ່າງກາຍຂອງຄົນເຮົາມີກ້າມຊີ້ນ 650 ມັດ

altສະຫຼຸບແລ້ວ ໃນປີໜຶ່ງຄົນເຮົາຈະກິນສັດຈຳພວກ ເຫັບ ໄລ ລິ້ນ ໂດຍບໍ່ໄດ້ຕັ້ງໃຈ 430 ຕົວຕໍ່ຄົນ

altຄົນປະເທດຝລັ່ງ ກິນເຫັດຫຼາຍທີ່ສຸດໃນໂລກ ໂດຍສະເລ່ຍ 3.17 ກິໂລ ຕໍ່ຄົນຕໍ່ປີ

altປະເທດຈີນແມ່ນປະເທດທີ່ມີຄົນນັບຖືສາດສະໜາພຸດຫຼາຍທີ່ສຸດໃນໂລກ


alt

alt ຈິງໂຈ້ເປັນສັດລ້ຽງລູກດ້ວຍນົມຊະນິດດຽວທີ່ບໍ່ສາມາດຍ່າງຖອຍຫຼັງໄດ້

altດາວເຄາະທີ່ຮ້ອນທີ່ສຸດແມ່ນດາວສຸກ

alt ຮູ້ບໍ່ວ່າໝາເປັນສັດຊະນິດທຳອິດທີ່ຖືກນຳຂຶ້ນອາວາກາດເປັນຄັ້ງທຳອິດ ມັນມີຊື່ວ່າໄລກ້າ ເປັນເພດແມ່ ເຊິ່ງເສຍຊີວິດຢູ່ອາວະກາດໃນປີ 1957


alt


ແປແລະຮຽບຣຽງໂດຍ angelala

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2008 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 

 

ຂ້າພະເຈົ້າ (ມັນບາບເດີ້ພີ່ນ້ອງ)ເອົາຄວາມຮູ້ກ່ຽວກັບວິທະຍາສາດມາຝາກອີກແລ້ວວວ.. ມື້ນີ້ມາຕໍ່ຈາກ ພາກ 1 ເດີ້....ສຳລັບໃຜທີ່ບໍ່ທັນໄດ້ອ່ານພາກໜຶ່ງ..ຄລິກຕາມລິ້ງນີ້ເລີຍ..ເອີຍຍຍໆໆໆ ..(ກະລຸນາອ່ານແບບສຽງເອໂຄ້..) ((punlao.com/angelala/blog/1366/))

 

 

alt


 

 Quarks ຖືກຄົ້ນພົບໃນປີ 1962

 

alt

Murray Gell-Mann

 

 

 

Murray Gell-Mann ໄດ້ສະເໜີວ່າ ມັນໜ້າຈະມີມີອະນຸພາກພື້ນຖານທີ່ຮວມກັນເປັນວັດຖຸ ຄື ໂປຣຕ້ອນ ແລະ ນິວຕຣ້ອນ  Quarks ມີທັງກະແສໄຟຟ້າ ແລະ ປະຈຸເຂັ້ມ

ສ່ວນໂປຣຕ້ອນ ແລະ  ນິວຕຣ້ອນຕ່າງກໍ່ມີ Quarks 3ຊະນິດ


 


alt

 

 

 

 The Nature of Light ຖືກຄົ້ນພົບໃນຊ່ວງປີ 1704-1905

 

 

 

alt

Isaac Newton

 

 

 

alt

Thomas Young

 

 

 

alt

Albert Einstein

 

 

 

 


ແນວຄິດແລະການທົດລອງຂອງ  Isaac Newton ,Thomas Young ແລະ Albert Einstein ນຳໄປສູ່ການເຂົ້າໃຈຢ່າງໂຈ່ງແຈ້ງວ່າ ແສງແມ່ນຫຍັງ? ມີພຶດຕິກຳແນວໃດ? ແລະ

ສົ່ງຜ່ານຕົວກາງແນວໃດ? Isaac Newton ໃຊ້ ປຣິຊຶມ ແຍກແສງຂາວອອກເຜັນສີທີ່ຕໍ່ເນື່ອງກັນ ແລະ ໃຊ້ ປຮິຊຶມ ຮວມສີທີ່ຕໍ່ເນື່ອງກັນໃຫ້ເປັນສີຂາວ  ເປັນການພິສູດວ່າ

ແສງສີຮວມກັນແລ້ວໄດ້ແສງຂາວ  ທາງດ້ານ Thomas Young ຍັງໄດ້ສະແດງວ່າ ແສງເປັນຄື້ນ ແລະ ຄວາມຍາວຂອງຄື້ນຂອງແສງນັ້ນ ສາມາດລະບຸສີຂອງແສງໄດ້  ສຸທ້າຍກໍ່ແມ່ນ

Albert Einstein  ທີ່ບອກວ່າແສງເຄື່ອນທີ່ດ້ວຍຄວາມໄວຄົງທີ່ ບໍ່ວ່າຜູ້ທີ່ສັງເກດເຫັນນັ້ນຈະມີຄວາມໄວເທົ່າໃດ

 

 

alt

 

 

 

 

ກົດເກນການເຄື່ອນທີ່ Laws of Motion ຖືກຄົ້ນພົບໃນປີ 1687

 

 

 

alt

Isaac Newton

 


Isaac Newton  ໄດ້ປ່ຽນຄວາມເຂົ້າໃຈໃນຈັກກະວານຂອງເຮົາດ້ວຍກົດ3ຂໍ້ ທີ່ອະທິບາຍການເຄື່ອນທີ່ຂອງວັດຖຸ

 

                                                                  ກົດຂໍ້ທີ່1 ວັດຖຸທີ່ເຄື່ອນໄຫວຈະຮັກສາສະພາບການເຄື່ອນໄຫວຈົນກ່ວາບໍ່ມີແຮງພາຍນອກມາກະທົບ

                                                                  ກົດຂໍ້ທີ່2  ອັດຕາເລັ່ງຂອງວັດຖຸຈະປ່ຽນຜັນຕາມແຮງທີ່ກະທົບຕໍ່ວັດຖຸ ແຕ່ຈະປ່ຽນຜັນກັບມວນສານຂອງວັດຖຸ

                                                                                ເຊິ່ງສາມາດສະແດງເຖິງຄວາມສຳພັນລະຫວ່າງ ມວນສານ ອັດຕາເລັ່ງ ແລະ ແຮງກະທົບ ໄດ້ສູດ F=ma

                                                                  ກົດຂໍ້ທີ່3 ທຸກແຮງກະທົບທີ່ມີຕໍ່ວັດຖຸຈະມີປະກິລິຍາທີ່ມີຂະໜາດເທົ່າກັນແລະຢູາໃນທິດກົງກັນຂ້າມສະເໝີ

 

 

alt

 

 

 

ແປແລະຮຽບຮຽງໂດຍ Angelala

ທີ່ມາ: FW

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2008 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

alt

 

 

 

ເຄີຍຮູ້ບໍ່ວ່າເປັນຫຍັງຄົນເຮົາຈຶ່ງມັກໃສ່ແຫວນແຕ່ງງານທີ່ນິ້ວນາງ???

ຖ້າຍັງບໍ່ຮູ້ລອງເຮັດແບບນີ້ເບິ່ງ....

 

 

 

 

ແບມື 2 ຂ້າງເຂົ້າຫາກັນ....ຄ້າຍໆຄືນົບ

 

ຈາກນັ້ນໃຫ້ງໍນິ້ວກາງ2ເບື້ອງເຂົ້າຫາກັນແໜ້ນໆ

 

ຈະເຫຼືອ 4 ນິ້ວທີ່ຈຸກັນ ຢູ່....

 

ລອງແຍກ4 ນິ້ວນັ້ນອອກຈາກກັນເທື່ອລະນິ້ວເບິ່ງ....

 

ຈະເຫັນວ່າ ນິ້ວນາງແຍກອອກຈາກກັນຍາກທີ່ສຸດຫຼືອາດຈະແຍກບໍ່ອອກເລີຍ

 

 

alt

 

ນັ້ນກໍ່ເພາະວ່າ.....

 

 

 

 

ນິ້ວກາງ ແທນຕົວເຮົາເອງ

ນິ້ວໂປ້  ແທນພໍ່ກັບແມ່....ທີ່ມື້ໜຶ່ງກໍ່ຕ້ອງຈາກເຮົາໄປ

 

ນິ້ວຊີ້  ແທນອ້າຍເອື້ອຍນ້ອງ...ທີ່ມື້ໜຶ່ງກໍ່ຕ້ອງແຍກກັນກັບເຮົາໄປມີຊີວິດຂອງຕົວເອງ

 

ນິ້ວກ້ອຍ ແທນລູກໆຂອງເຮົາ ...ທີ່ມື້ໜຶ່ງກໍ່ຕ້ອງຈາກເຮົາໄປມີຄອບຄົວ

 

 

ສ່ວນນິ້ວນາງ  ແທນຄູ່ຊີວິດ...ເມື່ອທຸກຄົນຈາກໄປແລ້ວ...ຈະເຫຼືອກໍ່ແຕ່ຄູ່ຊີວິດເຮົານີ້ແຫຼະທີ່ຈະຢູ່ນຳກັນໄປຈົນແກ່ເຖົ້າ

 

 

alt

 

ນີ້ແຫຼະຄືເຫດຜົນທີ່ວ່າເປັນຫຍັງຄົນເຮົາຈຶ່ງໃສ່ແຫວນແຕ່ງງານນິ້ວນາງ......

 

 

 

 

ຮຽບຮຽງໂດຍ angelala

ທີ່ມາ: ຈື່ບໍ່ໄດ້ແລ້ວວ່າໄປອ່ານຢູ່ໃສມາ...ເພາະມັນດົນແລ້ວ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2008 | ມີ 13 ຄຳເຫັນ ແລະ 0 trackback(s)

alt

 

 

 

 

ມື້ນີ້ເຂົ້າເວັບໜຶ່ງຂອງໄທແລ້ວໄປເຈິເລື່ອງແປກໆເລີຍເອົາມາເລົ່າສູ່ກັນຟັງ ........ເລື່ອງມີຢູ່ວ່າ ສາວໃຫຍ່ອາຍຸ 49ປີ ຜູ້ມີນາມວ່າ ຊ່າຣ່າ ເບີກທ໌ ຄົນປະເທດອັງກິດ ນາງມີລູກ3ຄົນແລ້ວ ແຕ່ກໍ່ຍັງມີຄວາມຫຼົງໄຫຼນຳຕຸກກະຕາ BARBIE ເຊິ່ງເປັນທີ່ຮູ້ຈັກກັນທົ່ວໂລກ...ນາງໄດ້ທຸ້ມເງິນໄປກັບການຜ່າຕັດກ່ວາ 100ເທື່ອ ເພື່ອປ່ຽນຕົວເອງໃຫ້ເປັນຄືຕຸກກະຕາ ເປັນເງິນກ່ວາ 7 013 500 000ກີບ!!! ເຊິ່ງມັນບໍ່ແມ່ນເລື່ອງງ່າຍເລີຍທີ່ຈະປ່ຽນຮູບຮ່າງຂອງມະນຸດໃຫ້ເປັນຄືຕຸກກະຕາທີ່ມີຮູບຮ່າງ ໄຫຼ່ກ້ວາງ ແອວນ້ອຍໆ ແບບນັ້ນ...ຂໍຊົມເຊີຍໃນຄວາມບ້າຕຸກກະຕາຂອງລາວຂະໜາດ!!!

 

 

 

 

alt

 

 

 

alt

 

ແປແລະຮຽບຮຽງໂດຍ  angelala

ທີ່ມາ: www.teenee.com

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
alt   alt  

alt

 

 

ນັກວິຊາການດຶກດຳບັນວິທະຍາໄດ້ເປີດເຜີຍວ່າ ການຂຸດຄົ້ນໄດໂນເສົາລ້ານປີຂອງພິພິຕະພັນຫຼວງ ເທີເຣລ ທີ່ເມືອງ ອັລເບີຕ້າ ປະເທດການາດ້າ  

ເຊິ່ງການຄົ້ນພົບໃນຄັ້ງນີ້ໄດ້ຊ່ວຍໃຫ້ປັນຫາໂລກແຕກທີ່ວ່າ "ໄກ່ກັບໄຂ່ອັນໃດເກີດກ່ອນກັນ" ນັ້ນມີຂໍ້ພິສູດ

 

ພວກເຂົາໄດ້ພົບຮັງຂອງໄດໂນເສົາພັນທີ່ຫາຍາກຊະນິດໜຶ່ງ ກັບໄຂ່ຂອງມັນ ທີ່ຍັງບໍ່ໄດ້ຟັກໂຕທີ່ແຄມແມ່ນ້ຳແຫ່ງໜຶ່ງ  ຄາດວ່າໜ້າຈະອາຍຸ77ລ້ານປີ...

.ໂດຍຜ່ານການຄາດຄະເນຂອງຜູ້ຊ່ຽວຊານ....ຄິດວ່າອາດຈະຍ້ອນລະດັບນ້ຳສູງຂຶ້ນ ເຮັດໃຫ້ແມ່ຂອງມັນຕ້ອງຖິ້ມໄຂ່ທີ່ບໍ່ທັນໄດ້ຟັກປະໄວ້ໃນຮັງຈົນກາຍເປັນຫີນຈົນຮອດມື້ນີ້ 

ນັກວິໃຈໄດ້ສຶກສາຮັງແລະບາງສ່ວນຂອງໄຂ່5ໜ່ວຍ ຮັງຂອງມັນມີລັກສະນະຄ້າຍຄືໂພນດິນ ມີຂະໜາດໃຫຍ່ປະມານ 1ແມັດເຄິ່ງ ແລະມີນ້ຳໜັກ 50ກິໂລ

 


ທ່ານ ຝລັ່ງຊົວ ເທີເຣນທ ຜູ້ຮັບຜິດຊອບພະແນກໄດໂນເສົາຂອງພິພິຕະພັນດັ່ງກ່າວ ໄວ້ວ່າ"ລັກສະນະການສ້າງຮັງຂອງມັນຄ້າຍຄືກັບສັດປີກ ມັນມີການອອກໄຂ່ແລະ ກົກໄຂ່ຄືກັນ" 

ນອກນັ້ນ ທ່ານ ດາເຣຍ ເວເລນິສກີ້ ນັກວິຊາການດຶກດຳບັນວິທະຍາ ຍັງໄດ້ບອກຢ່າງໜັກແໜ້ນວ່າ ເຖິງແມ້ວ່າອາດຈະບໍ່ສາມາດຕອບປັນຫາໂລກແຕກທີ່ວ່າ "

ໄກ່ກັບໄຂ່ອັນໃດເກີດກ່ອນກັນ" ໄດ້ຢ່າງແນ່ນອນ ແຕ່ຈາກການຕີຄວາມໂດຍບໍ່ເກີນຈິງ ກໍ່ສາມາດຕອບໄດ້ວ່າ "ເບິ່ງຈາກຮັງຂອງມັນເຫັນໄດ້ວ່າ

ໄດໂນເສົາພັນນີ້ສ້າງຮັງແລະວາງໄຂ່ແບບສັດປີກກໍ່ຄືນົກ ໄກ່...ໆລໆ ມາກ່ອນເປັນເວລາຫຼາຍລ້ານປີກ່ອນນົກຈະເກີດ ໂດຍທີ່ນົກນັ້ນໄດ້ມີວິວັດທະນາການມາຈາກໄດໂນເສົາອີກຕໍ່ໜຶ່ງ

ດັ່ງນັ້ນຈຶ່ງສະຫຼຸບວ່າ ໄຂ່ຕ້ອງເກີດກ່ອນໄກ່ແນ່ນອນ"

 

 

alt

 

 

ແປແລະຮຽບຮຽງໂດຍ angelala

ຂໍ້ມູນຈາກ  www.teenee.com

 

  alt   alt
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2008 | ມີ 11 ຄຳເຫັນ ແລະ 0 trackback(s)

 

 

ວັນທີ 19 ເດືອນ 11 ປີ 2008....

 

 

ຖ້າເຮົາຍັງຄົບກັນຢູ່..ມື້ນີ້ກໍ່ຄືຈະຮອດ1ປີ...ແຕ່ໜ້າເສຍດາຍທີ່ຂ້ອຍມາຮູ້ສັນດານເຈົ້າກ່ອນ...ເລີຍໄດ້ເລີກກັນກ່ອນຊ້ຳ...ໃນຊີວິດຂ້ອຍບໍ່ເຄີຍຄົບກັບໃຜເກີນ5ເດືອນ...

ແລະຂ້ອຍຄິດຈະຈິງຈັງກັບເຈົ້າແລະຈະຄົບນຳໃຫ້ກາຍ1ປີ...ຄິດແລ້ວກໍ່ໜ້າເສຍດາຍ....ແຕ່ກໍ່ດີແລ້ວລະ...ຖ້າຂ້ອຍຍັງຄົບກັບເຈົ້າຕໍ່ໄປກໍ່ຄົງຈະເປັນອີ່ໂງ່ໃຫ້ເຈົ້າຕົວະຕະຫຼອດບໍ່ມີຈົບ....

ມີແຟນຢູ່ໃສເດ....ຄົບກັນລະມີແຕ່ນອກໃຈ....ບອກກັບຂ້ອຍວ່າຮັກຂ້ອຍຄົນດຽວແຕ່ພັດໄປລົມຫຼາຍຄົນ...ເຮັດປານເຮົາສິບໍ່ຮູ້ນິ -_-'' ...ມີແຟນຢູ່ໃສເດ...

ໄປຂີ້ໂມ້ນຳໝູ່ໂຕເອງວ່າເຮົາໄປລົມເພິ່ນກ່ອນລະເພິ່ນກາລົມເຮົາຫຼິ້ນໆຍ້ອນເຮົາໄປມັກເພິ່ນ...ທັ້ງໆທີ່ຄວາມຈິງແລ້ວ...ຫົວມັນຫັ້ນແຫຼະມາຂໍຂ້ອຍເປັນແຟນຮອດ3ເທື່ອຂ້ອຍຈັ່ງຍອມ....

ມີແຟນຢູ່ໃສເດ...ວັນເກີດຂ້ອຍກໍ່ບໍ່ມາ...ຂອງຂັວນກາບໍ່ມີ.....ທັ້ງໆທີ່ວັນເກີດມັນເຮົາສັ່ງຕີແຫວນໃຫ້ມັນເປັນເດືອນ -_-''.....ມີແຟນຢູ່ໃສເດ....

ສິມີດອກກຸຫຼາບຈັກດອກໃນວັນວາເລນໄທກາບໍ່ມີ.......ມີແຟນຢູ່ໃສເດ....ສິຄຽດໃຫ້ກັນຍ້ອນເຫດຜົນທີ່ວ່າເຮົານອນຫຼັບປະເພິ່ນ (ເລີຍບໍ່ໄດ້ຕອບsms) -_-'...ມີແຟນຢູ່ໃສເດ...

ບໍ່ເຄີຍມີຂອງຂັວນໃຫ້ກັນຈັກເທື່ອນັບແຕ່ຄົບກັນມາ........ກາບໍ່ແມ່ນຂ້ອຍເປັນຄົນມັກໄດ້...ແຕ່ວ່າຂະໜົມກ້ອນດຽວກາບໍ່ເຄີຍໄດ້ນຳ...ບາດຢູ່ນຳໝູ່ລະໃຈໃຫຍ່ຂະໜາດ...

ແລ້ວກໍ່ມີອີກຫຼາຍໆເລື່ອງຖ້າຈະຂຽນເວົ້າໝົດໜ້ານີ້ກໍ່ບໍ່ພໍ.....ໃນທີ່ສຸດຄວາມອົດທົນຂ້ອຍກໍ່ໝົດເລີຍລະບາຍໃຫ້ມັນຟັງວ່າຂ້ອຍຮູ້ໝົດທຸກສິ່ງທຸກຢ່າງທີ່ມັນເຮັດຫຼັບຫຼັງເຮົາ....

ແຕ່ເຮັດຄືບໍ່ຮູ້....ກາເພື່ອຫວັງວ່າມັນຈະປ່ຽນ....ແຕ່ກາບໍ່ເຫັນສິປ່ຽນ....ໂອກາດກາໃຫ້ແລ້ວ....ເຄີຍເລີກກັນເທື່ອໜຶ່ງແລ້ວແຕ່ກໍ່ຍອມກັບມາຄືນດີຍ້ອນເພິ່ນວ່າເພິ່ນສິປ່ຽນ...

ແຕ່ກາເວົ້າໄດ້ແຕ່ປາກຫັ້ນແຫຼະ..ສຸດທ້າຍກາບໍ່ເຫັນເຮັດຫຍັງກາເລີຍເລີກ.....ເລີກກັນໄດ້4ເດືອນແລ້ວແຕ່ກາຍັງມາງໍ້ຢູ່ຕະຫຼອດ...ຂ້ອຍກາເກືອຍໃຈອ່ອນກັບໄປ..

ແຕ່ມາຮູ້ທີຫຼັງວ່າມັນມີແຟນໃໝ່ແລ້ວ!! ເບິ່ງແມະ ອັນຈັ່ງຊີ້ນະກາຍັງເຮັດ....ມີໜ້າມາຕົວະວ່າບໍ່ມີໃຜ.....ຖ້າເຮົາຄົນດຽວ...ດີແຕ່ຂ້ອຍມີໝູ່ຫຼາຍ..ກາເຈົ້າກາເລີຍຊ່ວຍບໍ່ໃຫ້ເປັນອີ່ໂງ່ຮອບ3

ເລີຍສືບໄດ້ວ່າມັນມີແຟນແທ້ໆ...ຫຼັງຈາກນັ້ນຂ້ອຍກໍ່ດ່າມັນວ່າມີແຟນລະຍັງມີໜ້າກັບມາຂໍຄືນດີຂ້ອຍອີກ...ແຕ່ມັນວ່າມັນມີຍ້ອນຜິດຫວັງຈາກຂ້ອຍໃໝ່ໆວ່າຊັ້ນ..!! ແກ້ໂຕນ້ຳຂຸ່ນໆ!!

ບາດຂ້ອຍຖາມຕອນນັ້ນລະວ່າບໍ່ມີໃຜ...ນັບຈາກນັ້ນຂ້ອຍເລີຍຕັດຂາດກັບມັນ..ຊາດນີ້ຢ່າໄດ້ມາເຈິກັນອີກເລີຍ..ຂ້ອຍຊັງມັນແຮງຈົນບໍ່ຢາກເບິ່ງໜ້າ....ແຕ່ມັນກາຍັງມາວົນຂ້ອຍຢູ່...

ດ່າຈົນບໍ່ຈັກສິດ່າລະ....ຂະໜາດມື້ນີ້ຍັງສົ່ງsmsມາຫາ....ວ່າຈື່ມື້ນີ້...ເປັນມື້ສຳຄັນກັບມີຄ່າເພາະແມ່ນມື້ທີ່ຂ້ອຍກັບມັນຄົບກັນ...!!ຂະໜາດມັນມີແຟນຢູ່ໃດນິ....

ຂ້ອຍບອກໃຫ້ມັນໄປຈື່ມື້ທີ່ມັນຄົບກັນແຟນໃໝ່ມັນພຸ້ນ ມັນຍັງວ່າສິຈື່ແຕ່ມື້ນີ້......ກາໜ້າເສຍດາຍຢູ່ທີ່ຄົບກັນມາຕັ້ງດົນ...ຄວາມຜູກພັນກໍ່ຍັງມີ...ແຕ່ຮັບການກະທຳແບບນີ້ບໍ່ໄດ້ອີ່ຫຼີ່..

ສິໃຫ້ກັບໄປກາບໍ່ຢາກກັບໄປເຈັບອີກ!!! ແຕ່ຈັ່ງໃດກາຕ້ອງຂອບໃຈທີ່ເຮັດໃຫ້ຂ້ອຍໄດ້ຮູ້ວ່າຂ້ອຍໂງ່ທີ່ຮັກຄົນແບບນີ້!! ລະຂ້ອຍກໍ່ຈະບໍ່ຍອມໂງ່ອີກຕໍ່ໄປ!!

ຂອຍໃຈທີ່ອ່ານຈົນຈົບເດີ້...ຢາກມາລະບາຍຄວາມໃນໃຈຊື່ໆ...ຖ້າມີຄຳໃດທີ່ບໍ່ສຸພາບກໍ່ຂໍອະໄພນຳ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2008 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

                                                                                                                                                                            

 ກົດເກນການຕົກຂອງວັດຖຸ (the law of falling bodies) ຖືກຄົ້ນພົບໃນປີ 1604

 

 

alt

Galileo Galilei

 

 

 

 

Galileo Galilei ນັກວິທະຍາສາດຜູ້ທີ່ກ້າຫານລົ້ມເລີກແນວຄິດຂອງ

 

Aristotel ທີ່ຜູ້ຄົນເຊື່ອຖືມາກ່ວາ 2000ປີ 

 

ວ່າວັດຖຸທີ່ໜັກກ່ວາຈະຕົກຮອດພື້ນໄວກ່ວາວັດຖຸທີ່ເບົາກ່ວາ

 

ແຕ່ລາວໄດ້ພິສູດໃຫ້ເຫັນວ່າ ວັດຖຸຕ່າງໆເຖິງວ່າຈະມີນ້ຳໜັກບໍ່ເທົ່າກັນ

 

ແຕ່ຈະຕົກລົງພື້ນພ້ອມກັນ

 

 

 

alt

 

 

ແຮງໂນ້ມຖ່ວງຂອງຈັກກະວານ (Universal Gravitation) ຖືກຄົ້ນພົບໃນປີ 1666

 

alt

Isaac Newton

 

 

 

Isaac Newton ໄດ້ສະຫຼຸບວ່າວັດຖຸທຸກຢ່າງໃນຈັກກະວານ

 

ນັບແຕ່ໝາກແອັບເປິ້ນຈົນຮອດດວງດາວ ຈະມີແຮງດຶງດູດເຊິ່ງກັນແລະກັນ

 

 

alt

 

 

ແມ່ເຫຼັກໄຟຟ້າ (Electromagnestism)ຖືກຄົ້ນພົບໃນປີ 1807-1873

 

alt

Hans Christian Oersted 

 

 

ຫຼາຍການທົດລອງໃນຍຸກທຳອິດໄດ້ຊີ້ໃຫ້ເຫັນຄວາມສຳພັນລະຫວ່າງໄຟຟ້າແລະແມ່ເຫຼັກ

 

ແລະນຳໄປສູ່ສູດທີ່ອະທິບາຍກົດເກນພື້ນຖານທີ່ກວມລວມທັງໄຟຟ້າແລະແມ່ເຫຼັກ

 

ໂດຍທີ່ບໍ່ມີໃຜຄິດວ່າໜຶ່ງໃນການທົດລອງນັ້ນແມ່ນໄດ້ມາຈາກຜົນການທົດລອງໃນຫ້ອງຮຽນ

 

ປີ 1820 ນັກຟີຊິກຊາວເດນມາກຊື່ Hans Christian Oersted 

 

ກຳລັງເວົ້າກັບນັກຮຽນກ່ຽວກັບຄວາມເປັນໄປໄດ້ວ່າແມ່ເຫຼັກແລະໄຟຟ້າມີຄວາມສຳພັນກັນ

 

ແລະ ໃນລະຫວ່າງການບັນຍາຍນັ້ນ

 

ລາວໄດ້ພິສູດຄວາມຈິງໃນທິດສະດີຂອງຕົວເອງຕໍ່ໜ້າຄົນໝົດຫ້ອງຮຽນ

 

 

 

alt

 

 

ສູດ E= mc2 ຖືກຄົ້ນພົບໃນປີ 1905

 

 

alt

Albert Einstein

 

 

 

ສູດອັນໂດ່ງດັງຂອງ Albert Einstein ນີ້ໄດ້ພິສູດວ່າ

 

ມວນສານແລະພະລັງງານເປັນສິ່ງທີ່ແຕກຕ່າງກັນ ໃນວັດຖຸດຽວກັນ ແລະ

 

ມວນສານນ້ອຍໆສາມາດຜັນປ່ຽນເປັນພະລັງງານມະຫາສານໄດ້

 

ໜຶ່ງໃນຄວາມໝາຍອັນລຶກຊຶ້ງຂອງສິ່ງທີ່ລາວໄດ້ຄົ້ນພົບນັ້ນແມ່ນ

 

ບໍ່ມີມວນສານໃດທີ່ຈະມີຄວາມໄວກ່ວາແສງ

 

 

alt

 

 

(The Neutron) ຖືກຄົ້ນພົບໃນປີ 1935

 

alt

James Chadwick

 

 

James Chadwick ໄດ້ຄົ້ນພົບນິວຕ້ອນໃນອາຕອມຮ່ວມກັບ ໂປຮຕ້ອນ ແລະ ອີເລັກຕ້ອນ

 

ການຄົ້ນພົບນີ້ໄດ້ປ່ຽນແປງໂຄງສ້າງອາຕອມໄປໃນທັນທີແລະເລ່ງໃຫ້ເກີດການສຶກສາ

 

atomic physics

 

 

alt

 

To be continued....

 

alt

ແປແລະຮຽບຮຽງໂດຍ Angelala

ທີ່ມາ: FW

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
alt   alt
 

ອ່ານໄວ້ເປັນຄວາມຮູ້ຮອບໂຕເດີ້^^

*******************************



alt ເສັ້ນເລືອດໃນຮ່າງກາຍຂອງມະນຸດມີຄວາມຍາວ 62 000 ໄມລ ຖ້າເອົາມັນມາຕໍ່ກັນເປັນທາງຍາວຈະໄດ້ຄວາມຍາວ2.5ເທົ່າຂອງເສັ້ນຮອບໜ່ວຍໂລກ


alt The Great Barrier Reef ແມ່ນແນວປະກາລັງທີ່ຍາວທີ່ສຸດໃນໂລກ ມັນຢູ່ບໍລິເວນ ໂອສຕາລີ ເຊິ່ງມັນເປັນໂຄງສ້າງສິ່ງທີ່ມີຊີວິດທີ່ໃຫຍ່ທີ່ສຸດໃນໂລກມີຄວາມຍາວກ່ວາ 2000 ກິໂລແມັດ




alt
 The Great Barrier Reef



alt ໂອກາດທີ່ໂລກຈະຖືກໂຈມຕີດ້ວຍອຸກາບາກໃຫຍ່ ແມ່ນ 9300ປີຕໍ່ເທື່ອ



alt ດາວນິວຕລ້ອນມີຂະໜາດເທົ່າຫົວນິ້ວໂປ້ແຕ່ມີນ້ຳໜັກກ່ວາ 100 ລ້ານຕັນ


alt
Newtron star



alt ພາຍຸເຮີລິເຄນລູກໜຶ່ງ ສາມາດຜະລິດພະລັງງານເທົ່າກັບລະເບີດຂະໜາດ 1ເມກະຕັນ ຈຳນວນ 8000ລູກ

alt
Hurricane storm


alt ຄາດວ່າມີພະຍາດປາກຂໍ ເຊິ່ງດູດເລືອດເປັນອາຫານຢູ່ໃນຮ່າງກາຍມະນຸດເຮົາ 700ລ້ານຄົນ



alt Fred Rompelberg ແມ່ນຄົນທີ່ຂີ່ລົດຖີບໄວທີ່ສຸດໃນໂລກດ້ວຍຄວາມໄວ 166.94 ໄມລ ຕໍ່ຊົ່ວໂມງ


alt
Fred Rompelberg


alt ມະນຸດເຮົາສາມາດຄິດຄົ້ນແສງເລເຊີ້ທີ່ມີຄວາມແຈ້ງກ່ວາແສງອາທິດ 1ລ້ານເທົ່າ



alt 65% ຂອງຜູ້ປ່ວຍອໍທິດສຕິກ (ປັນຍາອ່ອນ) ເປັນຄົນລຶ້ງເບື້ອງຊ້າຍ




alt Finish pine tree ຕົ້ນສົນຊະນິດໜຶ່ງໃນປະເທດຟິນແລນ ມີຄວາມຍາວຂອງຮາກແຕ່ລະຕົ້ນລວມແລ້ວກ່ວາ 30ໄມລ

alt
Finish pine tree


ທີ່ມາ: FW

 ແປແລະຮຽບຮຽງໂດຍ angelala
ຮູບພາບປະກອບຈາກ google



 
alt   alt
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
alt   alt
 

alt



alt


A-Z The (Friend) Series


ທ່ານມີໝູ່ແທ້ບໍ່?? ຢາກເປັນໝູ່ທີ່ດີບໍ່?? ລອງອ່ານຂໍ້ຄິດດີໆນີ້ເບິ່ງແລ້ວກັບໄປຄິດວ່າທ່ານຍັງຂາດເຫຼືອຂໍ້ໃດ..





Always be honest , would you want them to lie to you?

ຈົ່ງຊື່ສັດສະເໝີ....ເຈົ້າຕ້ອງການໃຫ້ກາເຈົ້າຕົວະເຈົ້າບໍ?





Be there when they need you, or you may wind up alone

ຈົ່ງຢູ່ຂຽງຂ້າງເມື່ອເຂົາຕ້ອງການ.....ຫຼືບໍ່ເຈົ້າ
ຈະໄດ້ຢູ່ຄົນດຽວ




Cheer them up, we all need encouragement now and then

ໃຫ້ກຳລັງໃຈກັນ......ເຮົາທຸກຄົນຕ່າງກໍ່ຕ້ອງການກຳລັງໃຈຈາກນີ້ແລະຕໍ່ໆໄປ






Don't look for their faults, even if you have none

ຢ່າຊອກຫາແຕ່ຂໍ້ຜິດພາດຂອງເຂົາ.....ເຖິງວ່າເຈົ້າຈະບໍ່ມີເລີຍ






Encourage their dreams, what would we be without them?

ສະໜັບສະໜູນຄວາມຝັນຂອງເຂົາ.......ເຮົາຈະຢູ່ໄດ້ຈັ່ງໃດຖ້າປາດສະຈາກຄວາມຝັນ?





Forgive them, you just may do something wrong sometime
 
 ໃຫ້ອາໄພເຂົາ....ເຈົ້າກາອາດຈະເຄີຍເຮັດຜິດເປັນບາງຄັ້ງ





Get together often, misery loves company, so does glee

ພົບປະກັນເລື້ອຍໆ..... ເມື່ອມີທຸກກໍ່ຕ້ອງເພິ່ງພາເພື່ອນຝູງເພື່ອໃຫ້ເກີດຄວາມມ່ວນຊື່ນ







Have faith in them, the human animal is remarkable

ມີສັດທາໃນໂຕເຂົາ....ການມີສັດທາແມ່ນສິ່ງທີ່ບົ່ງບອກເຖິງຄວາມເປັນມະນຸດ







Include them, you may need to be included sometime

ລວມເຂົາໄປນຳ......ເຈົ້າກາອາດຕ້ອງການຖືກລວມນຳບາງຄັ້ງ






Just be there when they need you

ພຽງແຕ່ຢູ່ຂ້າງໆ..ເມື່ອເຂົາຕ້ອງການເຈົ້າ






know when they need a hug, and couldn't you use one?

ຕ້ອງຮູ້ວ່າເມື່ອໃດເຂົາຕ້ອງການອ້ອມກອດ...ແລ້ວເຈົ້າເຄີຍກອດເຂົາບໍ່?






Love them unconditionally, that is the only condition

ຮັກເຂົາໂດຍບໍ່ມີເງື່ອນໄຂ........ນັ້ນເປັນພຽງເງື່ອນໄຂດຽວເທົ່ານັ້ນ






Make them feel special, because aren't we all special?

ເຮັດໃຫ້ເຂົາຮູ້ສຶກວ່າເຂົາພິເສດ..ເພາະເຮົາທຸກຄົນຕ່າງກໍ່ຕ້ອງການເປັນຄົນພິເສດແມ່ນບໍ່?







Never forget them, who wants to be forgotten ??

ຢ່າລືມເຂົາເດັດຂາດ........ ມີໃຜແດ່ທີ່ຈະຕ້ອງການຖືກລືມ??






Offer to help, and know when " No thanks" is just politeness

ຍື່ນມືເຂົ້າຊ່ວຍເຫຼືອ...ແລະຈົ່ງຮູ້ໄວ້ວ່າ " ໄດ້ແລ້ວ ບໍ່ເປັນຫຍັງ" ເປັນພຽງຄຳເວົ້າເພື່ອມາລະຍາດເທົ່ານັ້ນ







Praise them honestly and openly

ຊົມເຊີຍເຂົາດ້ວຍຄວາມຊື່ສັດ ແລະ ເປີດເຜີຍ






Quietly disagree, noisy make enemies

ຢ່າໂຕ້ແຍ້ງຢ່າງໂຈ່ງແຈ້ງ......ບໍ່ຊັ້ນສິມີສັດຕູ





Really listen, a friendly ear is a soothing balm

ຕັ້ງໃຈຮັບຟັງ.......ການຮັບຟັງຂອງໝູ່ແມ່ນຢາທີ່ປອບໃຈໄດ້ດີ






Say you're sorry, don't let them assume it

ກ່າວຄຳຂໍໂທດ.......ຢ່າປ່ອຍໃຫ້ເຂົາສົມໝຸດໄປເອງ





Talk frequently, communication is important

ລົມກັນເລື້ອຍໆ .......ການສື່ສານເປັນສິ່ງທີ່ສຳຄັນ




Use good judgement

ໃຊ້ຂໍ້ຕັດສິນທີ່ດີ....




Verbalize your feelings

ອະທິບານຄວາມຮູ້ສຶກເຈົ້າເປັນຄຳເວົ້າ




Wish them luck, hope them healthy
 
ອວຍພອນໃຫ້ເຂົາໂຊກດີ........ຫວັງວ່າເຂົາຈະແຂງແຮງ





Xamine your motives before you "help" them

ກວດສອບເຈດຕະນາຂອງເຈົ້າ ກ່ອນທີ່ຈະຊ່ວຍເຫຼືອ






Your words are precious, use them wisely
 
ຄຳເວົ້າຂອງເຈົ້າມີຄ່າ......ຈົ່ງໃຊ້ຢ່າງສະຫຼາດ






Zip your lips when they told a secret
ປິດປາກເຈົ້າໃຫ້ສະໜິດ....ເມື່ອເຂົາບອກຄວາມລັບ



alt



ທີ່ມາ : FW mail


alt

ແປແລະຮຽບຮຽງໂດຍ angelala ຖ້າແປ ຜິດພາດປະການໃດກໍ່ຂໍອະໄພນຳແລະພ້ອມທີ່ຈະແກ້ໄຂຕາມສົມຄວນ
ຜິດໂຕໃດກໍ່ບອກກັນແດ່ເດີ້ທ່ານຜູ້ຮູ້



 
alt   alt
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2008 | ມີ 18 ຄຳເຫັນ ແລະ 0 trackback(s)
ເປັນທີ່ນິຍົມກັນທົ່ວໂລກເລີຍເນາະສຳຫຼັບການແຂ່ງຂັນ ແບກເມີຍ..ເຊິ່ງກໍ່ກາຍເປັນກິລາຊະນິດໜຶ່ງໄປແລ້ວ....



ລ້າສຸດກໍ່ໄດ້ຈັດການແຂ່ງຂັນຂຶ້ນຢູ່ທີ່ໂຮງແຮມ ຊັນເດຣີເວີ້ສກີຣີຊອດທ ເມືອງມະກັນ..




ໂດຍຜູ້ທີ່ຄ້ວາເອົາໄຊຊະນະ
ຈາກຜູ້ແຂ່ງຂັນໃນຈຳນວນ 43 ຄູ່ຄັ້ງນີ້ແມ່ນ ຄູ່ ຂອງ ຣີ ຟາເນສຕ໋ອກ ແລະ ຊາຣ່າ ຊິລເວີ້ເບີກທ




ຈາກເມືອງໂດເວີລ ລັດນິວແຮັມເຊີ ເຊິ່ງຜູ້ເປັນສາມີນັ້ນ ຕ້ອງໄດ້ແບກຜູ້ເປັນພັນລະຍາລຸຍນ້ຳຂີ້ຕົມທີ່ສູງຮອດເຂົ່າ ເຕັ້ນຂ້າມຮົ້ວທີ່ສູງ



39ນິ້ວ ແລະ ແລ່ນຂຶ້ນຄ້ອຍ ເປັນໄລຍະທາງກ່ວາ 278 ແມັດ 




ຄູ່ທີ່ຊະນະນັ້ນຈະໄດ້ລາງວັນເປັນເບຍທີ່ມີນ້ຳໜັກຫຼາຍກ່ວາພັນລະຍາຂອງຕົນ 5ເທົ່າ
!!!!!

alt


ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2008 | ມີ 7 ຄຳເຫັນ ແລະ 0 trackback(s)



alt



ໃນໄວໆນີ້..ນັກວິທະຍາສາດແຫ່ງມະຫາໄລ ແຄລິຟໍເນຍ ເມືອງ ລອດສແອງເຈີລິສ ປະເທດສະຫະລັດອາເມລິກາ ໄດ້ຈັດອັນດັບ  10 ເຄື່ອງດື່ມທີ່ມີປະໂຫຍດທີ່ສຸດໃນໂລກອອກ ໂດຍວັດແທກຈາກລະດັບສານ ແອນຕີ້ອອກຊີແດນສ ຫຼື ສານຕ້ານອະນຸມູນອິດສະຫຼະ







alt



ສານຊະນິດນີ້ມີປະໂຫຍດໃນຂະບວນການປະຕິກິລິຍາຊີວະເຄມີ ທີ່ເກີດຂຶ້ນໃນຮ່າງກາຍ ຈະມີການຂັບຂອງເສຍທີ່ຮ່າງກາຍໄດ້ຮັບອອກ ໄດ້ແກ່ຄວັນຢາສູບ ແອລກໍຮໍ ລັງສີຍູວີ ເອັກສເຮ ເຊິ່ງສິ່ງເຫຼົ່ານີ້ ປັນອັນຕະລາຍຕໍ່ຈຸລັງໃນຮ່າງກາຍທີ່ອາດສົ່ງຜົນໃຫ້ເກີດ ມະເຮັງ ພະຍາດຫົວໃຈ ຂໍ້ຕໍ່ອັກເສບ ພະຍາດແກ່ນຕາຄຸ່ນ ແລະ ການເຊື່ອມຂອງອະໄວຍະວະຕ່າງໆ ສານອະນຸມູນອິດສະຫຼະນີ້ຈະໄປທຳລາຍແຜ່ນແພຈຸລັງ ແລະ ປ່ຽນແປງໂຄງສ້າງດີເອັນເອ ດ້ວຍເຫດນີ້ຈຶ່ງເປັນການເພີ່ມຄວາມສ່ຽງການມີຈຸລັງມະເຮັງ 


1. ນ້ຳໝາກພິລາ ຫຼື ນ້ຳທັບທິມ


2. ວາຍແດງ


3.ນ້ຳໝາກ ແລແຊັງຄອນຄອດທ


4.ນ້ຳບລູເບີລີ້


5.ນ້ຳແບລັກເບີລີ້


6.ນ້ຳອະຊາອີ (ຂໍອະໄພອັນນີ້ແມ່ນຈົນປັນຍາທີ່ຈະແປອີ່ຫຼີ)


7.ນ້ຳແຄລນເບີລີ້


8.ນ້ຳໝາກກ້ຽງ


9.ນ້ຳຊາ


10.ນ້ຳໝາກແອັບເປິ້ນ


alt










alt











alt







ປ.ລ  ແປແລະຮຽບຮຽງຈາກເວັບໄທ





ສຸດທ້າຍແຕ່ບໍ່ທ້າຍສຸດ









ຂອບໃຈນຳພໍ່ທີ່ຊ່ວຍແປຄຳສັບແພດໃຫ້^^
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 12, 2008 | ມີ 22 ຄຳເຫັນ ແລະ 0 trackback(s)
ຫຼາຍຄົນຄົງຈະໄດ້ຍິນຂ່າວ ການປະທ້ວງລັດຖະບານທີ່ປະເທດໄທ ເຊິ່ງເຮັດໃຫ້ທັງ2ຝ່າຍບາດເຈັບ ແຕ່ຟັງເບິ່ງແລ້ວ..ຝ່າຍພັນທະມິດໜ້າຈະເຈັບຫຼາຍກ່ວາ ເພາະມີຄົນຂາຂາດນຳ..ຈັ່ງໃດກໍ່ຂໍໃຫ້ທັງ2ຝ່າຍ ຕົກລົງກັນໄດ້ໄວໆເດີ້...ບ້ານເມືອງຈະໄດ້ສະຫງົບສຸກ....ສາທຸໆໆໆໆ


alt






alt



alt


alt




alt



ພາບຈາກ www.teenee.com
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2008 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ເຫັນລົດແທັກຊີ້ຢູ່ນີ້ ມີເຫຼັກຫຼືວ່າແກ້ວກັ້ນລະຫວ່າງຜູ້ໂດຍສານກັບຄົນຂັບໝົດ  ບາງຄັນກໍ່ມີຮອດກ້ອງຢູ່ທາງໜ້າ ຈັກມີໄວ້ເຮັດຫຍັງ ?? ເພື່ອປ້ອງກັນໄພຂອງຜູ້ຂັບ ຫຼືວ່າກັນ ຜູ້ໂດຍສານບໍ່ໃຫ້ຖືກທຳຮ້າຍ??


alt




alt
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ມື້ນີ້ຫວ່າງໆກາເລີຍມາຂຽນໄດອາຣີ່ຊີວິດການເປັນຢູ່ຂອງຄົນຈີນມາເວົ້າໃຫ້ຟັງ ເອ໋ມາຢູ່ນີ້ໄດ້ອາທິດກ່ວາແລ້ວ ເລີ່ມຈະລຶ້ງໆການເປັນຢູ່ຂອງຄົນຈີນແລ້ວ ມີຢ່າງໜຶ່ງທີເຫັນທຸກມື້ລະແປກໃຈ ກາຄືວ່າ ເອ໋ຢູ່ນີ້ພັກຢູ່ຫໍພັກຂອງມະຫາໄລອູຮ້ານ ແຕ່ລະມື້ທີ່ຕື່ນມາຈະຕ້ອງເຫັນນັກສຶກສາຈີນ ເກືອບວ່າທຸກຄົນ ຈະຖືກະຕິກນ້ຳຢ່າງກາຍຫ້ອງຕະຫຼອດ ເບິ່ງຕາມຮູບເລີຍເດີ້ ເບິ່ງຈາກສີກະຕິກນ້ຳແມ່ນມີໝົດທຸກສີເລີຍ ມື້ນີ້ກາເລີຍຕັ້ງໃຈລົງມາຖ່າຍຮູບໃຫ້ເບິ່ງ



alt


ຈາກການສອບຖາມນັກສິກສາລາວທີ່ມາຮຽນຢູ່ນີ້ກາເຈົ້າວ່າແຕ່ລະມື້ຄົນຈີນຈະຍ່າງຫິ້ວກະຕິກນ້ຳໄປເອົານ້ຳຮ້ອນ ເຊິ່ງກໍ່ໄດ້ຊື້ເອົາ ເພາະວ່າຫໍພັກຢູ່ນີ້ບໍ່ມີຫຍັງເລີຍ ເປັນຫ້ອງເປົ່າໆນີ້ແຫຼະ (ແຕ່ຫ້ອງເຮົາຢູ່ມັນມີໝົດໃດລະ lol )


ອີກຢ່າງໜິ່ງທີ່ສົນໃຈກາຄີຕອນໄປກິນເຂົ້າໃນມະຫາໄລ ໃນຮ້ານອາຫານຈີນກາເຈົ້າຈະໃຊ້ແຜ່ນຢາງປູໂຕະອາຫານ ເວລາແຂກກິນແລ້ວກໍ່ມີແຕ່ເກັບຖ້ວຍອອກລະກາຫຸບແຜ່ນຢາງໄປຖິ້ມເລີຍ ໂຄດຈະສະດວກ ລະກາບໍ່ເປື້ອນຜ້າປູໂຕະອີກ

alt




ລາຍງານຈາກ  WUHAN legon
ໂດຍ angelala

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ມາຮອດຈີນປຸບກາບໍ່ສະບາຍລະເດ  ແຖມຍັງມາເປັນຫືດຢູ່ນີ້ອີກ ຊອກຊື້ຢາກາບໍ່ມີ ມັນມີແຕ່ຢາຈີນ ຕ້ອງທົນຫາຍໃຈບໍ່ອອກຕັ້ງຫຼາຍມື້ ດີແຕ່ຄົນລາວຢູ່ນີ້ກາເຈົ້າໃຈດີ ລຸກແຕ່ເຊົ້າມາຊອກຄຳວ່າຫືດພາສາຈີນວ່າແນວໃດລະໄປຊອກຊື້ຢາມາໃຫ້ ກາເລີຍອາການດີຂຶ້ນ ໂຄດຈະຊຶ້ງໃຈ ກາເລີຍມາຂຽນໄດອາຣີ່ລະບາຍໃຫ້ຟັງ T^T  ມື້ວານນີ້ກາໄດ້ໄປເລາະແຖວໃນເມືອງແລ້ວໃສ່ເສື້ອພັນລາວໄປນຳ ປະກົດວ່າເດັ່ນເລີຍຍຍຍ ມີແຕ່ຄົນເບິ່ງເຕັມ ກາເຈົ້າຄົງຈະສົງໃສວ່າມັນແມ່ນພາສາຫຍັງຕິເບາະ ຮ່າໆໆໆໆ ດຽວຖ້າໄດ້ໄປປັກກິ່ງມື້ໃດລະຈະໃສ່ເລາະອີກ ເອົາໃຫ້ຄົນເບິ່ງໝົດເລີຍຍຍ ກັກໆໆໆໆ ພູມໃຈໃສ່ຂອງຄົນລາວວວວວ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

korn eul tong khor thod t tong kien karaoke der...com u ni pim lao bor dai...hmmmm,,,tha phai jai dee kor ku lu na kien pae pen pha sa lao vai hai khorn eul arn nae der....ja khop jai laiyyy2 &nd ja seu khorng pai fark...huhuhu

 

A ma hot WUHAN torn 12 mong karng kheul.. tum plan hun man khi yon u laos ma KHUMING hot torn 11 mong la khi pai WUHAN tor ...ja hot torn 2.30 pm tae va yon t ja pai WUHAN mun cancle leiyy dai lor shopping u hun tha 7 hours...hmm...r kard u KHUMONG naooooo...17 0ng sa...ka leiyy pen wat sa..-_-;....but ma hot WUHAN la hot kha nard...jung man..hmm...kwa ja hot t phuk ka tired ao thae ao wa...herrr~  torn ja ma ka leum seuar PUNLAO ek...khai tae kid ork la hai papa ao ma song u airport...hae hae...theuk lao dar num -_-'...od sa va ja sai ma kho sa na hai ai NIN laiik kup t phuk lae r harn u luang pha barng,,,,huhuhu ^.,^.....ao pen va...tha dai pai thiew sai ek la ja ma kien vao hai fung der....khop jai t arn jon jop....hae hae

 

laiyy ngarn jark WUHAN, CHINA!!!2.46 pm

Angelala

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 4, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
alt   alt
 




Iskilde ລິດລະ 144.585 ກີບ


alt


ນ້ຳດື່ມຕຸກນີ້ມາຈາກປະເທດແດນມາກ..ເປັນນ້ຳແຮ່ທີ່ຫາກະຖືກຄົ້ນພົບທີ່ເຂດສະຫງວນ Messo  ເຊິ່ງມັນສະອາດແລະບໍລິສຸດຫຼາຍ..ວິທີການໄດ້ນ້ຳຕຸກນີ້ມາແມ່ນຕ້ອງເຈາະລົງໄປໃຕ້ດິນ50ແມັດ ນ້ຳແຮ່ຊະນິດນີ້ເໝາະແກ່ການກິນຮ່ວມກັບສະເຕັກ


Finé ລິດລະ 334.560 ກີບ


alt

ນ້ຳດື່ມຕຸກນີ້ສູບມາຈາກໃຕ້ພູເຂົາໄຟຟູຈິ600ແມັດ ໂດຍແຫຼ່ງນ້ຳນີ້ຈະມີບາງສ່ວນເປັນນ້ຳພຸຮ້ອນ....ເຊື່ອກັນວ່ານ້ຳຕຸກນີ້ແມ່ນອຸດົມໄປດ້ວຍຊິລິກາ ເຊິ່ງຊ່ວຍເລື່ອງຄວາມງາມຂອງຜົມ ເລັບ ແລະຊ່ວຍໃຫ້ຮ່າງກາຍສາງຄໍລາເຈັ້ນເຊິ່ງເປັນຕົວຊ່ວຍຢັບຢັ້ງຄວາມແກ່ອີກດ້ວຍ..ມັນເໝາະແກ່ການກິນກັບຊູຊິ...ວ່າກັນສ່າລົດຊາດມັນຈະອອກຫວານໆ



OGO ລິດລະ 385.560 ກີບ

alt

ນ້ຳຕຸກນີ້ມາຈາກປະເທດເນເທີແລນ ດິນແດນແຫ່ງດອກທິວລິບ ນ້ຳຕຸກນີ້ໄດ້ຮັບການຮັບຮອງ ວ່າມີປະລິມານອອກຊີເຈັ້ນຕາມທຳມະຊາດສູງກ່ວານ້ຳດື່ມທົ່ວໄປ ດື່ມແລ້ວໃຫ້ຄວາມສົດຊື່ນດີອີ່ຫຼີ່ ສ່ວນຄຳວາOGO ມ່ນມາຈາກ ຄຳວ່າ Oxigen To Go


 


Mahalo Deep Sea Water ລິດລະ 449.820ກີບ


alt

ນ້ຳຕຸກນີ້ມາຈາກຮາວາຍ ຄວາມເດັ່ນຂອງມັນຢູ່ທີ່ມັນເປັນນ້ຳຈືດຈາກໃຕ້ທະເລ ນ້ຳຊະນິດນີ້ເີກດຈາກພູເຂົານ້ຳແຂງທີ່ລະລາຍໂຕລົງໄປໃນທະເລ ແລ້ວດ້ວຍຄວາມໜາແໜ້ນທີ່ຕ່າງກັນຫຼາຍ ຈຶ່ງເຮັດໃຫ້ນ້ຳຈືດຊະນິດນີ້ບໍ່ປົນກັບນ້ຳທະເລແຕ່ນອນກັນຢູ່ໃຕ້ທະເລແທນ
 



Berg ລິດລະ 481.950 ກີບ

alt


ນ້ຳຕຸກນີ້ມາຈາກການາດາ ມາຈາກທານນ້ຳແຂງໂບຮານຢູ່ກຮີນແລນ ແຕກຕົວແລ້ວລອຍຂ້າມມະຫາສະໝຸດມາໃຫ້ການາດາລະລາຍໃສ່ຕຸກ ທານນ້ຳແຂງນີ້ມີອາຍຸປະມານ 15000 ປີ ແລະຕ້ອງໄປສະກັດຕອນທີ່ມັນຍັງບໍ່ຮອດຝັ່ງອີກເຊິງແມ່ນຍາກຫຼາຍ




420 Volcanic ລິດລະ 803.250ກີບ

alt

ນ້ຳຕຸກນີ້ມາຈາກນິວຊີແລນ ມາຈາກພູເຂົາໄຟ Tai Tapu ໂດຍເປັນນ້ຳໃຕ້ດິນທີ່ຜ່ານການຮອງຈາກຫິນພູເຂົາໄຟແລ້ວຝັງໂຕລຶກລົງໄປ 200 ແມັດ



Bling H2O ລາຄາເລີ່ມແຕ່ 173000 - 4152000 ກີບຕໍ່ຕຸກ

alt

ນ້ຳຕຸກນີ້ໄດ້ຮັບການຍອມຮັບວ່າແພງທີ່ສຸດໃນໂລກ...ມັນບໍ່ໄດ້ມີຄວາມພິເສດຄືກັບນ້ຳດື່ມໂຕອຶ່ນທີ່ຜ່ານມາ ແຕ່ຄວາມພິເສດຂອງມັນຢູ່ທີ່ຕົວຕຸກປະດັບດ້ວຍຄສິດຕໍ ຊະວາກີ້ ແລະຈຸກໄມ້ກ໋ອກແທ້ ແລະເຮັດດ້ວຍຊາຍຊະນິດພິເສດ ພ້ອມດ້ວຍສະໂລແກນທີ່ວ່າ
 "ຕຸກນ້ຳທີ່ເຈົ້າຖືແລ້ວສະແດງຄວາມເປັນໂຕເອງ"


alt


alt

Bling H2O - Crimson 375ml   ລາຄາ 173.000 ກີບ


alt


Limited Edition "Paris PINK" 750 ml Bling H2O 12 bottle ( CASE) ລາຄາ 4.152.000 ກີບ


ຖ້າຢາກເຫັນ ຫຼາຍກ່ວານີ້  http://www.blingh2o.com/store/index.php?cPath=21




ຂໍຂອບໃຈ ຂໍ້ມູນຈາກເວັບໄທ
ຮູບພາບແລະຂໍ້ມູນເພີ່ມເຕີມ ຈາກ Doggie


alt alt
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 29, 2008 | ມີ 8 ຄຳເຫັນ ແລະ 0 trackback(s)
alt   alt



alt

-ຢ່າໃສ່ໂມງນອນ ເພາະຂະນະທີ່ໂມງເຮັດວຽກໄປເລື້ອຍໆນັ້ນ ລ້ວນແຕ່ປ່ອຍພະລັງງານ ຖ້າໃສ່ໂມງນອນຈະພາໃຫ້ມີຜົນເສຍໄລຍະຍາວ



-ບໍ່ຄວນນອນຫຼັບພ້ອມໆກັບໂທລະສັບໄປນຳ ຫຼືວາງໂທລະສັບມືຖືໄວ້ທາງຂ້າງ ເພາະຫຼັກຖານທາງວິທະຍາສາດໄດ້ພິສູດໃຫ້ເຫັນແລ້ວວ່າ ໂທລະສັບມືຖືຈະປ່ອຍຄື້ນແມ່ເຫຼັກໄຟຟ້າອອກມາໃນຂະນະທີ່ເປີດເຄື່ອງໄວ້ ແລະຄື້ນແມ່ເຫຼັກໄຟຟ້າເຫຼົ່ານີ້ ມີຜົນກະທົບຕໍ່ກັບລະບົບປະສາດ ແລະຍັງສາມາດກໍ່ໃຫ້ເກີດໂລກຕ່າງໆຕາມມາໄດ້




alt



-ຢ່າຫຼັບໄປພ້ອມກັບເຄື່ອງສຳອາງ ບໍ່ວ່າສິເມື່ອຍປານໃດກໍ່ຕາມ ຕ້ອງລ້າງເຄື່ອງສຳອາງທີ່ຍັງຄາຢູ່ຜິວອອກໃຫ້ໝົດກ່ອນ ເພາະ ການຫຼັບທັ້ງໆທີ່ມີເຄື່ອງສຳອາງຕິດຢູ່ຜິວໜ້າ ຈະເຮັດໃຫ້ເກີດປັນຫາດ້ານຜິວພັນ ເຊັ່ນວ່າ ສິວ ຟ້າ ເປັນຕົ້ນ



-(ສຳຫຼັບຜູ້ຍິງເທົ່ານັ້ນ) ຢ່າໃສ່ເສື້ອອຊ້ອນນອນ ເພາະນັກວິທະຍາສາດຊາວອາເມລິກາຄົ້ນພົບວ່າ ການໃສ່ເສື້ອຊ້ອນດົນເກີນ 12ຊົ່ວໂມງ ຕໍ່ມື້ ຈະເພີ່ມອັດຕາສ່ຽງຕໍ່ການເປັນມະເລັງຈຸດໆ(ຂໍເຊັນເຊີ້) ໄດ້



alt





alt alt
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 29, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
alt alt alt
 



alt



ນັກວິໃຈເວົ້າວ່າ ການດື່ມເບຍ ແມ່ນດີຕໍ່ຫົວໃຈ ຈາກການວິໃຈຂອງມະຫາວິທະຍາໄລ Emony ກ່າວວ່າ ຜູ້ຍິງ ແລະຜູ້ຊາຍສູງອາຍຸ 2200ຄົນ ທີ່ດື່ມເບຍມື້ລະ 1.5 ຈອກຕໍ່ມື້ ຈະເຮັດໃຫ້ການສ່ຽງຕໍ່ໂລກຫົວໃຈລົ້ມເຫຼວນັ້ນລົດລົງ50ເປີເຊັນ ນອກຈາກນັ້ນເບຍຍັງດີຕໍ່ສະໝອງອີກດ້ວຍ ນັກວິທະຍາສາດໃນ ບອສຕັ້ນ ພົບວ່າ ຜູ້ທີ່ດື່ມເບຍຕັ້ງແຕ່ 1-6 ຈອກ ຕໍ່ອາທິດ ຈົນຮອດຜູ້ທີ່ດື່ມ 7-14 ຈອກ ຕໍ່ອາທິດ ຈະເກີດອາການຊັກໄດ້ໜ້ອຍກ່ວາຜູ້ທີ່ບໍ່ດື່ມເລຍ ແຕ່ຖ້າຜູ້ທີ່ດື່ມເກີນກ່ວານີ້ຈະມີອາການຊັກໄດ້ຫຼາຍທີ່ສຸດ ເພາະເບຍສາມາດຫຼຸດຂະໜາດເມັດເລືອດຂາວ  ແລະບໍ່ເຮັດໃຫ້ເລືອດໄປຄ້າງໃນສະໝອງໄດ້
ນອກຈາກນີ້ເບຍຍັງຫຼຸດຄວາມຄຽດ ຄວາມກັງວົນ ແລະຄວາມຢ້ານກົວ ໄດ້...ລວມຍັງເຮັດໃຫ້ອາລົມດີ ແລະ ຍັງມີສານອາຫານເຊັ່ນ ໂປຣຕີນ ວິຕາມິນເບ ຟອດສຟໍຮັສ ມາເຢຊອມ ເຊເລນຽມ ແລະ ທາດເຫຼັກ




alt


ຜົນເສຍ


ບໍ່ແມ່ນແຕ່ເບຍທີ່ກໍ່ໃຫ້ເກີດຜົນເສຍແຕ່ເຄື່ອງດື່ມແອລກໍຮໍທຸກຊະນິດກໍ່ເຮັດໃຫ້ເກິດຜົນເສຍ ໂດຍສະເພາະກັບຕັບ ເຊິ່ງຕ້ອງເຮັດວຽກໜັກເປັນພິເສດເວລາດື່ມເຄື່ອງດື່ມປະເພດນີ້ເຂົ້າໄປ ຕັບເປັນອະໄວຍະວະທີ່ຊ່ວຍຂັບຜິດອອກຈາກຮ່າງກາຍ ແຕ່ຖ້າຕັບເສຍຫາຍ ຮ່າງກາຍກໍ່ຈະເຕັມໄປດ້ວຍຜິດ ແລະ ທີ່ສຳຄັນ ເບຍເຮັດໃຫ້ບວມຕຸ້ຍແລະມີໜັງທ້ອງອີກດ້ວຍ


alt


 

alt


ໃຜທີ່ອ່ານແລ້ວກໍ່ຄົງຈະໃຫ້ຂໍ້ຄິດບໍ່ຫຼາຍກາໜ້ອຍ...ກ່ອນຈະຕັດສິນໃຈກິນກໍ່ຄວນໄຕຕອງໃຫ້ຮອບຄອບກ່ອນ
ຊ່ວງນີ້ກາຄວນງົດເຫຼົ້າເຂົ້າພັນສາເດີ້
 ດ້ວຍຄວາມປາດຖະໜາດີຈາກ angelala


alt

ປລ. ສ່ວນໂຕແລ້ວບໍ່ດື່ມຂອງມຶນເມົາເດີ້^^



<<<ຂໍ້ມູນອ້າງອິງຈາກເວັບໄຊໄທ>>>



alt   alt
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 22, 2008 | ມີ 23 ຄຳເຫັນ ແລະ 0 trackback(s)
alt   alt



ເຄື່ອງປຸງ: ສູດນີ້ກິນໄດ້5ຄົນ

1.ຊີ້ນໄກ່
ຊອຍເປັນຕ່ອນຍາວ  1ກິໂລ

2.ກະທຽມສັບລະອຽດ  1ຖ້ວຍນ້ອຍ

3.ແປ້ງໂກກິ   2ຫໍ່

4.ເກັດເຂົ້າຈີ່   2ຫໍ່

5.ເກືອ   1/2 ບ່ວງຊາ

6.ນ້ຳຕານ   1/3 ບ່ວງຊາ

7. ຊ໋ອດຫອຍ  3-4 ບ່ວງແກງ

8. ນ້ຳປາ    1/2 ບ່ວງແກງ

9. ສະອິວ    1/2 ບ່ວງຊາ

10. ມັນຊອຍເປັນຕ່ອນພໍດີຄຳ 1 ກິໂລ


ຂັ້ນຕອນທຳອິດ : ເອົາໄກ່ ກະທຽມ ເກືອ ນ້ຳຕານ ຊ໋ອດຫອຍ ນ້ຳປາ ສະອິວ ມາຄົນໃຫ້ເຂົ້າກັນ...ໝັກໄວ້ຈັກ 15 ນາທີ



alt



ຂັ້ນຕອນທີ່2 : ນຳແປ້ງໂກກິມາລະລາຍໃນນ້ຳເຢັນ 800 cc ຫຼື ຕາມຕ້ອງການ
ແລ້ວນຳໄກ່ມາຊຸບ


alt


ຂັ້ນຕອນທີ່3: ຫຼັງຈາກຊຸບແປ້ງໂກກິແລ້ວໃຫ້ນຳມາຊຸບເກັດເຂົ້າຈີ່



alt



ຂັ້ນຕອນທີີ່4: ນຳໄກ່ລົງທອດໃນນ້ຳມັນທີ່ຮ້ອນປານກາງ ທອດຈົນເຫຼືອງສຸກແລ້ວຕັກຂຶ້ນ

alt

ຂັ້ນຕອນທີ່ 5: ເອົາມັນທີ່ຊອຍແລ້ວນັ້ນໄປໃສ່ຕູ້ເຢັນ 10 ນາທີ ຈາກນັ້ນນຳມາລວກໃນນ້ຳຟົດ ແລ້ວນຳມາທອດ


alt


ຂັ້ນຕອນສຸດທ້າຍ :ນຳຂອງທີ່ທອດນັ້ນມາຊັບນ້ຳມັນອອກແລ້ວຈັດໃສ່ຈານໃຫ້ສວຍງາມ

alt



ເຄັດລັບ: 1.ລະລາຍແປ້ງໃນນ້ຳເຢັນເທົ່ານັ້ນເພາະຈະເຮັດໃຫ້ຂອງທີ່ທອດມັນກອບ
2.ນຳມັນມາລວກກ່ອນເພາະມັນຈະກອບນອກນຸ້ມໃນ
3.ໃຊ້ໄຟໃຫ້ຮ້ອນພໍດີເພາະໄກ່ຈະໃໝ້ກ່ອນສຸກຖ້າໃຊ້ໄຟແຮງ


alt

alt
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2008 | ມີ 21 ຄຳເຫັນ ແລະ 0 trackback(s)
alt   alt
 



ເບີ1: ເຮົາມີເລື່ອງມາເວົ້າໃຫ້ຟັງ...


ເບີ2 ເອີ..ເວົ້າມາ


ເບີ1 :ມື້ກ່ອນນີ້ເຮົາໄດ້ໄປເປັນອາສາສະໝັກພາເດັກນ້ອຍບໍ່ເຕັມໄປສວນສັດ



ເບີ2: ໂຕໄປສວນສັດໃດລະ




ເບີ1 :ກາສວນສັດທີ່ມີສັດໃຫ້ເບິ່ງຫັ້ນແຫຼະ




ເບີ2 : -_-





ເບີ1:ເຮົາເຫັນພວກສາວຄູພາເດັກນ້ອຍຍ່າງເບິ່ງນັ້ນເບິ່ງນີ້ຕະຫຼອດ...
ພໍໄປຮອດກົງຊ້າງ ສາວຄູກະຖາມເດັກນ້ອຍວ່າ ອັນນີ້ແມ່ນຫຍັງ
ເດັກນ້ອຍກໍ່ຕອບວ່າ ໂຕຊ້າງ
ສາວຄູກໍ່ວ່າ ແມ່ນແລ້ວ...ອະຕົບມື ^/^ ແປະໆ(ສຽງປະກອບ)




ເບີ2: ລະຈັ່ງໃດຕໍ່ອີກ



ເບີ1: ພໍໄປຮອດກົງສິງ ສາວຄູກໍ່ຖາມອີກວ່າ ອັນນັ້ນແມ່ນຫຍັງ
 ເດັກນ້ອຍກໍ່ຕອບ ໂຕສິງ
ສາວຄູກໍ່ວ່າ ແມ່ນແລ້ວ...ອະຕົບມື ^/^ ແປະໆ(ສຽງປະກອບ)




ເບີ2 :ສາວຄູຄົງຢາກຈະທົດສອບການຮັບຮູ້ຂອງເດັກປັນຍາອ່ອນຕິ...ອືມມ




ເບີ1 :ຍັງບໍ່ໝົດ...ຕໍ່ຈາກນັ້ນສາວຄູກໍ່ຖາມໄປເລື້ອຍໆ...ຈົນມາຮອດກົງສັດອັນໜຶ່ງ
ໂຕອີ່ຫຍັງຫວະ...ທີ່ມັນຄໍຍາວໆຫັ້ນນ່າ...ເຮົາກາລືມຊື່ ອືມມ




ເບີ2 :ໂຕຢີຣາຟ...



ເບີ1: ເອີ້....ແມ່ນແລ້ວ...ອະຕົບມື..^/^ ແປະໆ(ສຽງປະກອບ)


ເບີ2 :.... (ປາກບໍ່ອອກ)




alt alt
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2008 | ມີ 10 ຄຳເຫັນ ແລະ 0 trackback(s)
alt   alt
 
alt

1. ແຈັກ ເດິ ຣິປເປີ

ມັນຍັງຄົງເປັນປິດສະໜາຕໍ່ໄປ ແລະເປັນຕາຢ້ານທີ່ສຸດ ປິດສະໜາອັນດັບໜຶ່ງ ທີ່ຍັງຄາໃຈເຮົາ....ຂ້າຕະກອນຕໍ່ເນື່ອງ "ແຈັກ ເດິ ຣິປເປີ"...ອາດຊະຍາກອນລະດັບໂລກທີ່ຍັງຈັບໂຕບໍ່ໄດ້ ການສັງຫານຜູ້ເຄາະຮ້າຍຢ່າງໂຫດຮ້າຍຫຼາຍລາຍຕິດຕໍ່ກັນ ຖືກກ່າວຂານເຖິງ.....ແຖວອີສຕເອນທຂອງລອນດອນໄດ້ສ້າງຊື່ເຖິງຄວາມໜ້າຢ້ານ ບໍ່ພຽງແຕ່ບໍ່ມີວີ່ແວວຂອງຂ້າຕະກອນ ແຕ່ການພິສູດແລະການທົດລອງ ດ້ານນິຕິວິທະຍາສາດຍັງບໍ່ພັດທະນາເທົ່າທີ່ຄວນ
ຈຶ່ງບໍ່ມີເຫດຜົນຫຼືຫຼັກຖານໜັກແໜ່ນໃນການມັດໂຕຄົນຮ້າຍ ຈາກຄະດີຂ້າຕະກຳທີ່ໂດ່ງດັງ ເຮັດໃຫ້ມີຜູ້ຕ້ອງສົງໃສເກີດຂຶ້ນຫຼາກຫຼາຍ ຫຼັກຖານສຳຄັນຕ່າງໆຖືກຂຸດຂຶ້ນມາພາຍຫຼັງ  ຈະເປັນໄປໄດ້ບໍ່ທີ່ຈະສືບຫາຂ້າຕະກອນຕົວຈິງໄດ້ ແມ້ວ່າຂ້າຕະກອນຜູ້ນັ້ນຄືສິບໍ່ມີຊີວິດຢູ່ໃຫ້ຈັບແລ້ວ ແຕ່ກໍ່ຍັງດີທີ່ໄດ້ຮູ້ວ່າຕົວຈິງແມ່ນໃຜ??



alt

2.ຍັກແຫ່ງເກາະອີສເຕີ


ເດີນທາງມາສຳຜັດເກາະປິດສະໜາທີ່ໂດດດ່ຽວກາງມະຫາສະໝຸດ ຮູບແກະສະລັກຫິນລຶກລັບທີ່ມີຂະໜາດມະໂຫລານ800ອັນ ຮຽງກັນຢູ່ຕາມຝັ່ງທົ່ວເກາະ ທັ້ງໆທີ່ບໍ່ມີຄົນຢູ່ ແຕ່ຮູບແກະສະຫຼັກນີ້ມາແຕ່ໃສແລະສ້າງຂຶ້ນມາໄດ້ຈັ່ງໃດ ອາດຈະແມ່ນຊາວໂພລີນີເຊຍຊົນພື້ນເມືອງທີ່ມາຕັ້ງຮາກຖານຢູ່ນີ້ ເມື່ອ ຄ.ສ 400 ເປັນຜູ້ສ້າງຂຶ້ນ ແຕ່ເປັນຫຍັງຄືສ້າງຢູ່ບໍໍລິເວນນີ້ໄດ້ ແລະເຮັດໄດ້ຈັ່ງໃດ ມັນຍັງຄົງເປັນປິດສະໜາດຳມືດ ດ້ວຍວິວັດທະນາການຄວາມຮູ້ຂອງຄົນໃນສະໃໝກ່ອນ ເປັນໄປບໍ່ໄດ້ທີ່ພວກເຂົາຈະຍົກຫິນທີ່ມີນ້ຳໜັກກ່ວາ75ຕັນມາໄວ້ແຄມຝັ່ງ ບໍ່ວ່າຈະດ້ວຍວິທີໃດກໍ່ຕາມ ຮູບແກະສະຫຼັກເຫຼົ່ານີ້ຍັງຄົງຖືກຖິ້ມໄວ້ໃຫ້ຄົ້ນຫາຄຳຕອບຕໍ່ໄປ..


alt



3.ຄຣອບເຊີເຄີລ



ວົງມົນປະຫຼາດ ຮູຍຮ່າງແປກໆທີ່ຍັງຄົງຕ້ອງການຄຳຕອບເຖິງທີ່ມາ ຊາວເມືອງເອຟເບີຣີ່ຄຸ້ນເຄຍກັບມັນດີ  ວົງຂະໜາດໃຫຍ່ ຍາວກ່ວາ200ແມັດ ກ້ວາງ40ແມັດ  ເກີດກະຈັດກະຈາຍໄປທົ່ວທົ່ງນາ ນຳຄວາມເສຍຫາຍປົນຄວາມສົງໃສມາສູ່ເຈົ້າຂອງທົ່ງນາບໍລິເວນນັ້ນ ມີທິດສະດີຫຼາຍອັນຖືກຕັ້ງຂຶ້ນມາເພື່ອຕອບຄຳຖາມຂອງ ຄຣອບເຊີເຄີລ..ມັນອາດຈະເປັນຂໍ້ຄວາມຫຼືພາສາທີ່ໃຊ້ຊື່ສານກັນລະຫວ່າງມະນຸດຕ່າງດາວ ຫຼືອາດຈະເປັນວົງມົນທີ່ສ້າງຂຶ້ນມາເພື່ອຮຽກຮ້ອງຄວາມສົນໃຈເທົ່ານັ້ນ..



alt


4.ສັດປະຫຼາດແຫ່ງບລ໋ອກເນສ


ໃນໂລກນີ້ຍັງມີເລື່ອງໃຫ້ພິສູດອີກຫຼາຍ ຄືກັບເຮົາກຳລັງຈະພາໄປຢ້ຽມຢາມ ສັດປະຫຼາດແຫ່ງທະເລສາບບລ໋ອກເນສໃນສະກ໋ອດແລນ ເລື່ອງເລົ່າທີ່ໂດ່ງດັງກ່ຽວກັບສັດຮູຍຮ່າງປະຫຼາດເນສຊີ້ ໂຕໃຫຍ່ປະມານ15-40ຟຸດ ມັກຈະໂພ່ຂຶ້ນມາໃຫ້ເຫັນເປັນບາງຄັ້ງ ຫຼາຍຄົນສົນໃຈຕິດຕາມຈັບພາບສັດປະຫຼາດໂຕນີ້ ແລ້ວບາງຢ່າງກໍ່ເປັນຈິງ ມີພາບຂອງວັດຖຸລຶກລັບເຄື່ອນໄຫວຢູ່ໃນທະເລສາບແຫ່ງນັ້ນ ແຕ່ບໍ່ສາມາດພິສູດໄດ້ວ່າມັນແມ່ນໂຕຫຍັງ ຖຶງຢ່າງໃດກໍ່ຕາມ ຄົນຫຼາຍຄົນຕ່າງກໍ່ເຊື່ອວ່າ ເນສຊີ້ ສັດປະຫຼາດແຫງບລ໋ອກເນສມີຮູບຮ່າງຄ້າຍຄືກັບໄດໂນເສົາຄໍຍາວ ມັນຈະມີຢູ່ແທ້ຫຼືບໍ່ນັ້ນຄົງຈະຕ້ອງຂຶ້ນກັບໂຕເນສຊີ້ເອງ..

alt

 
5.ນັກຂ້າຮັດຄໍຈາກບອສຕັ້ນ



ຄະດີປິດສະໜາຂ້າຕະກຳອຳພາງ ເມື່ອຫຼາຍປີກ່ອນຖືກຄາຍລົງ ແຕ່ໄວໆນີ້ພັດຖືກນຳມາສອບສວນໃໝ່  ຂ້າຕະກອນທີ່ຈັບໄດ້ຈະແມ່ນໂຕແທ້ບໍ່ ຄະດີທີ່ໂດ່ງດັງໄປທົ່ວອ່າວແບັກເບໃນບອສຕັ້ນ ນັກຂ້າໃຈໂຫດ ຂົ່ມຂືນ ແລະຂ້າຮັດຄໍຜູ້ຍິງ11ຄົນຕາຍໃນບ້ານຕົວເອງ ຄະດີນີ້ປິດລົງໄປໂດຍການຍອມຮັບສາລະພາບຂອງ ອັລເບີດ ເດິຊາລໂວ ແຕ່ຕໍ່ມາຄະດີຂ້າຕະກຳເປັນພຽງແຕ່ຈຸດເລີ່ມຕົ້ນ ເມື່ອຄອບຄົວຂອງຜູ້ຍິງ 1ໃນຜູ້ຕາຍໄດ້ພົບຫຼັກຖານທີ່ມີແວວໜ້າສົງໃສ ການຮື້ຟື້ນຄະດີເປັນໄດ້ແຕ່ການບັງໜ້າຂອງຕຳຫຼວດ ບໍ່ມີຄວາມຮັບຜິດຊອບໃດໆເພີ່ມຫຼາຍຂຶ້ນ ເດິຊາລໂວຈະແມ່ນຂ້າຕະກອນຕົວຈິງບໍ່ ຫຼືວ່ານັກຂ້າຈອມໂຫດຜູ້ນີ້ຍັງຄົງລອຍນວນຕໍ່ໄປ ມາຮອດນີ້ກໍ່ຍັງຄົງເປັນປິດສະໜາ...





to be continued....


alt
ແປຈາກ www.teenee.com
alt


 
alt   alt
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
alt   alt
 
alt

1

alt

2

alt

3

alt

4

alt

5

alt

6

alt

7

alt

8

alt

9

alt

ພາບງາມໆຈາກ www.teenee.com
 
alt   alt
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
alt   alt
 


alt

ມື້ນີ້ຢາກຮັກທຳມະຊາດເນາະ....ກາເລີຍເອົາກອບແບບນີ້ມາໃສ່ ຮ່າໆໆ

alt

ມື້ນີ້ມີສາລະດີໆ ມາຝາກຄົນມັກຫຼິ້ນຄອມ
ໃຜທີ່ມັກຫຼິ້ນຄອມເປັນເວລາຫຼາຍໆຊົ່ວໂມງຕິດຕໍ່ກັນນັ້ນ ຈະສົ່ງຜົນສະທ້ອນຕໍ່ສາຍຕາເຮົາ ເຮັດໃຫ້ເສຍແສງຕາ ແຕ່ກາມີວິທີແກ້ມາຝາກ
ໃຫ້ນຳຕົ້ນຕະບອງເພັດມາວາງໄວ້ໃກ້ໆຄອມ ເພາະມັນຈະຊ່ວຍດູດແສງຈາກຄອມເຊິ່ງເປັນໂຕທີ່ຈະໄປທຳຮ້າຍສາຍຕາເຮົາ
ອັນນີ້ກາອ່ານມາແຕ່ໃສກາຈື່ບໍ່ໄດ້ແລ້ວ ແຕ່ກາລອງເຮັດເບິ່ງເດີ້ ມັນຊ່ວຍໄດ້ອີ່ຫຼີ^^
 ຈະໃຊ້ພັນໃດກໍ່ໄດ້ແລ້ວແຕ່ຄວາມສະດວກ ຂໍໃຫ້ແມ່ນຕົ້ນຕະບອງເພັດກໍ່ພໍ

alt

alt

alt

alt

alt

alt

alt

alt

ດ້ວຍຄວາມປາດຖະໜາດີຈາກ ທິຟຟີ່ ຢາບັນເທົາ ເອີ້ຍ!ບໍ່ແມ່ນ ຈາກ angelala ແຮໆໆ

alt
alt alt
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
alt alt alt
 

ອັນນີ້ກາສົງໃສມາດົນແລ້ວເນາະ

ຄົນລາວເຮົາ(ໂດຍສະເພາະເດັກນ້ອຍ)ມັກຈະເອີ້ນພໍ່ແມ່ວ່າ

ອີ່ພໍ່ອີ່ແມ່


ເປັນຫຍັງຕ້ອງໃຊ້ອີ່ເປັນຄຳນຳໜ້າພໍ່ (ເຊິ່ງເປັນເພດຜູ້)

ກະດຽວວ່າອີ່ເປັນຄຳນຳໜ້າຂອງເພດແມ່ບໍ່ແມ່ນຫວາ

ຄັນຊັ້ນເປັນຫຍັງກະເຈົ້າບໍ່ເອີ້ນ

ບັກພໍ່ອີ່ແມ່


ມັນຈັ່ງຖືກໄວຍະກອນ

ຫຼືທ່ານຄິດວ່າແນວໃດ??

ຊ່ວຍຕອບໃຫ້ຫາຍສົງໃສແດ່ວ່າເປັນຫຍັງ


alt

(ປລ ຂໍອະໄພຖ້າຄຳສັບບໍ່ສຸພາບແຕ່ກາສົງໃສອີ່ຫຼີຫັ້ນນະ)


 
alt   alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
alt alt alt
 

altaltaltaltaltaltaltalt
Diaryກ່ອນນີ້ໄດ້ນຳສະເໜີການເລືອກຫີນສີປະຈຳເດືອນເກີດ ແຕ່ໃຜຈະຮູ້ວ່າຫີນດັ່ງກ່າວນອກຈາກຈະມີຄວາມງາມແລະລາຄາແລ້ວ ມັນຍັງມີຄວາມໝາຍອື່ນແອບແຝງຢູ່^^
altaltaltaltaltaltaltalt


alt
GARNET

ມີຄຸນສົມບັດໃນການເສີມອຳນາດບາລະມີ
ກະຕຸ້ນການເຮັດວຽກຂອງສະໝອງ
ຊ່ວຍໃຫ້ເລືອດລົມໝູນວຽນດີ


alt

alt

Amethyst

ມີຄຸນສົມບັດໃນການນຳພາໂຊກລາກແລະຄວາມສົມບູນມາສູ່ເຈົ້າຂອງ ກະຕຸ້ນໃຫ້ທີຄວາມຮັກໃນສິລະປະແລະຊ່ວຍໃຫ້ອາລົມສຸນທະລີ ກຳຈັດຄວາມລຸ່ມຫຼົງມົວເມົາແລະນຳມາເຊິ່ງມິດຕະພາບແລະຄວາມຈິງໃຈ
ຊ່ວຍໃຫ້ມີຄວາມອ່ອນນ້ອມຖ່ອມຕົວ ແລະ ພາໃຫ້ເກີດຄວາມຫຍັ່ງຮູ້ເລິກເຊີ່ງ


alt

alt

Bloodstone


ມີຄຸນສົມບັດໃນການກະຕຸ້ນພະລັງໃຈແລະຊີວິດ 
ເສິມການເຮັດວຽກຂອງຫົວໃຈແລະລະບົບໄຫຼວຽນເລືອດ
 ຊ່ວຍໃຫ້ຈິດໃຈຜ່ອນຄາຍ


alt
alt
Diamond(ເພັດ)

ມີຄຸນສົມບັດໃນການນຳໂຊກດ້ານຄວາມຮັກ
ເປັນເຄື່ອງລາງປ້ອງກັນໄພອັນຕະລາຍແລະຝັນຮ້າຍ
ເສິມສະເໜ່ແລະດຶງດູດຄວາມຮັກແລະຊື່ນຊົມ
ກຳຈັດຄວາມວຸ້ນວາຍໃນໃຈ


alt

alt
Emerald(ມໍລະກົດ)

ມີຄຸນສົມບັດໃນການ
ນຳໂຊກ ຄວາມສຳເລັດ ຄວາມສົມຫວັງແລະປາດຖະນາ
ກະຕຸ້ນໃຫ້ມີມະນຸດສະທຳແລະສາມັກຄີປອງດອງກັນ
 ຊ່ວຍໃຫ້ແມ່ເກີດລູກງາ່ຍ
ຊ່ວຍໃຫ້ຈິດໃຈມີຄວາມສະຫງົບສຸກ
ເສີມອຳນາດບາລະມີແລະການຍອມຮັບນັບຖື
ບຳບັດຮັກສາການເຈັບຫົວ


alt

alt

Pearl (ໄຂ່ມຸກ)


ມີຄຸນສົມບັດໃນການນຳໂຊກເລື່ອງຄວາມຮັກ
ປັບອາລົມໃຫ້້ດຸ່ນດ່່່່່່່່ຽງກຳຈັດອັກຄະຕິແລະຄວາມສັບສົນ ຮັກສາໂລກກ່ຽວກັບຄວາມຄິດແລະລະບົບທາງເດີນຫາຍໃຈ


alt
alt
Ruby(ທັບທິມ)

ມີຄຸນສົມບັດໃນການເປັນເຄື່ອງລາງປ້ອງກັນໄພອັນຕະລາຍ
 ເພີ່ມພະລັງເຂັ້ມແຂງໃຫ້ຊີວິດ
ກະຕຸ້ນໃຫ້ມີຄວາມເດັດດ່ຽວໜັກແໜ້ນແລະກະຕືລືລົ້ນ
ເສີມຄວາມຊື່ສັດໝັ້ນຄົງ ແລະຄວາມສຸກໃຫ້ແກ່ຊີວິດ
ເພີ່ມຄວາມອົບອຸ່ນໃຫ້ຮ່າງກາຍ
ນຳໂຊກດ້ານຄວາມຮັກ

alt

alt

ພອຍສີຂຽວ

ມີຄຸນສົມບັດໃນການນຳໂຊກດ້ານຄວາມສົມຫວັງ ຄວາມສຸຂຸມ ເຢືອກເຢັນ
ຄວາມຈິງຈັງຕັ້ງໃຈ ການເຕີບໃຫຍ່ຂະຫຍາຍຕົວ ແລະການເລີ່ມໃໝ່

alt


alt

Blue sapphire (ໄພລິນ)

ມີຄຸນສົມບັດໃນການເສີມອຳນາດບາລະມີແລະຄວາມລ້ຳລວຍ
ກະຕຸ້ນໃຫ້ເກີດການຮຽນຮູ້
ຮັກສາໂລກທາງສະໝອອງແລະລະບົບປະສາດ

alt


alt

Opal

ມີຄຸນສົມບັດໃນການເພີ່ມພະລັງໃຈແລະຊີວິດ
ກະຕຸ້ນໃຫ້ມີຄວາມຄິດແປກໃໝ່
ຊ່ວຍລະນຶກເຖິງຄວາມສຸກແລະລົບລ້າງຄວາມທຸກໃນວັນວານ
ກຳຈັດຄວາມຫວັ່ນໄຫວໃນອາລົມແລະຄວາມທຸກເສົ້າໃນໃຈ
ເພີ່ມຄວາມຫວັງແລະຄວາມເຊື່ອໝັ້ນ

alt

alt

Topaz

ມີຄຸນສົມບັດໃນການນຳໂຊກລາກ
ເສີມຄວາມລ້ຳລວຍແລະສະເໜ່
ຊ່ວຍໃຫ້ມີໝູ່ຫຼາຍແລະເບິ່ງໂລກໃນແງ່ດີ
ກະຕຸ້ນໃຫ້ມີຄວາມເບີກບານໃຈ

alt


alt

Turquoise

ມີຄຸນສົມບັດໃນການນຳໂຊກລາກ
ຊ່ວຍໃຫ້ອາລົມດຸ່ນດ່ຽງໝັ້ນຄົງແລະສຸຂະພາບດີບໍ່ປ່ວຍງ່າຍ
ກະຕຸ້ນໃຫ້ມີຄວາມຄິດແປກໃໝ່ແລະມີຈິນຕະນາການກ້ວາງໄກ
ກຳຈັດຄວາມກົດດັນຕ່າງໆແລະຊ່ວຍໃຫ້ນອນຫຼັບສະບາຍ
ຊ່ວຍເຜີຍຄວາມຮູ້ສຶກຮັກແລະສະເນ່ຫາ
ເພີ່ມຄວາມຮຸ່ງເຮືອງ



alt
ການເລືອກຫີນສີປະຈຳເດືອນເກິດ
V
V
http://punlao.com/angelala/blog/520/

alt

ອີງຕາມຂໍ້ມູນຈາກປຶ້ມ "ຫີນສີນຳໂຊກ"

ແລະຮູບພາບຈາກ www.google.com


alt

 
alt alt alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2008 | ມີ 10 ຄຳເຫັນ ແລະ 0 trackback(s)
Photobucket Photobucket Photobucket
 

alt

ເບິ່ງແຕ່ກອບກາຫຼູເລີດລະເນາະ ມື້ນີ້ເອົາຄວາມຮູ້ກ່ຽວກັບເພັດນິນຈິນດາມາຝາກ^^

alt

1.ເດືອນມັງກອນ: Garnet

alt

 

2.ເດືອນກຸມພາ: Amethyst

alt

3.ເດືອນມີນາ: Bloodstone

alt

 

 

4.ເດືອນເມສາ: Diamond(ເພັດ)

alt

5.ເດືອນພຶດສະພາ:Emerald(ມໍລະກົດ)

alt

6.ເດືອນມິຖຸນາ: Pearl (ໄຂ່ມຸກ)

alt

 

7.ເດືອນກໍລະກົດ: Ruby(ທັບທິມ)

alt

 

8.ເດືອນສິງຫາ: ພອຍສີຂຽວ

alt

9.ເດືອນກັນຍາ: Blue sapphire (ໄພລິນ)

alt

10.ເດືອນຕຸລາ: Opal

alt

11.ເດືອນພະຈິກ: Topaz

alt

12.ເດືອນທັນວາ: Turquoise

alt

alt

ອີງຕາມຂໍ້ມູນຈາກປຶ້ມ "ຫີນສີນຳໂຊກ" ແລະຮູບພາບຈາກ www.google.com

alt

 
Photobucket   Photobucket
ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2008 | ມີ 8 ຄຳເຫັນ ແລະ 0 trackback(s)
alt   alt
 


alt
alt
ມື້ກ່ອນນີ້ເຮົາໄປໂຮງຮຽນ ເພື່ອໄປຮຽນບຳລຸງ ຕໍ່ມາມີອາຈາກຮັກ (ຊື່ອ້າຍໂຕ້) ໂທມາບອກວ່າ "ເອ໋ ໂຕໄດ້ນັກຮຽນເກັ່ງຮອບດ້ານໃດ໋ຫັ້ນ!!"ໄອ້ເຮົາກາຫຼົງກຣີດອອກມາບາດໜຶ່ງດ້ວຍຄວາມດີໃຈຈົນລືມໂຕ ໂດຍບໍ່ຄິດວ່າມີສາຍຕາຂອງໝູ່ຮ່ວມຫ້ອງນັບ60ກ່ວາຄູ່ຫຼຽວເບິ່ງໜ້າ ແລະສາຍຕາອາຄາດຈາກອາຈານສອນອີກໜຶ່ງຄູ່ ແຕ່ລະສາຍຕາທີ່ແນມມາ ກາຄືສິຄິດວ່າອີ່ອັນນີ້ມັນເປັນຫຍັງຫວະ ຮ້ອງປານຖືກຫວຍ ຄືຈະບໍ່ມີໃຜເຂົ້າໃຈຄວາມຮູ້ສຶກເຮົາດ໋ອກຖ້າບໍ່ເກີດກັບໂຕກາເຈົ້າເອງ ມັນດີໃຈຈົນນ້ຳຕາສິໄຫຼ ຮູ້ສຶກຄືກັບວ່າ 6ປີ ທີ່ຮຽນໜັກໆໆທຸກມື້ນັ້ນບໍ່ສູນເປົ່າເລີຍ ນັບວ່າຄຸ້ມອີ່ຫຼີທີ່ຮຽນເພີ້ມທຸກມື້ ແຕ່ເຊົ້າຮອດຄຳ່ ຕະຫຼອດ 6ປີທີ່ບໍ່ເຄີຍໄດ້ນອນຕື່ນສວາຍ (ຍົກເວັ້ນມື້ພັກຮຽນ)
ເຖິງວ່າຈະບໍ່ໄດ້ໃບປະກາດແດງກໍ່ຕາມ ແຕ່ເຮົາກາພູມໃຈທີ່ໄດ້ເຮັດໃຫ້ສຸດຄວາມສາມາດແລ້ວ
ແລະອີກຢ່າງ ຂໍ້ສອບປີນີ້ກາໂຄດໆໆໆໆຍາກເລີຍ ຍາກກ່ວາທຸກໆປີທີ່ຜ່ານມາອີກ
69ຄະແນນກາຖືວ່າພໍໃຊ້ໄດ້  ເລກກາງາມອີກ ກັກໆໆໆໆ
ເອົາເປັນວ່າອານາຄົດທີ່ຢາກຮຽນແພດ ແລະເປັນໝໍທີ່ດີກາຄົງບໍ່ໄກເກີນເອື້ອມລະພີ່ນ້ອງ
ເປັນກຳລັງໃຈໃຫ້ກັນແດ່ເດີ້ ຈະຕ້ອງໄປໃຫ້ເຖິງຝັນອັນຍິ່ງໃຫຍ່ໃຫ້ໄດ້
ແລະຈະຕ້ອງຂອບໃຈພໍ່ແມ່ ທີ່ເອົາເງິນໃຫ້ລູກມາຮຽນ
ຂອບໃຈເອື້ອຍທີ່ຄອຍເຕືອນສະຕິຕະຫຼອດ ຖ້າບໍ່ມີມັນປານນີ້ເຮົາກາເສຍຄົນລະແຫຼະ
ລະກາຂອບໃຈທີ່ຮັກນຳ ທີ່ເປັນກຳລັງໃຈໃຫ້ແລະກາເຂົ້າໃຈເຂົາຕະຫຼອດເວລາ
ເຖິງເຂົາຈະບໍ່ຄ່ອຍມີເວລາໃຫ້ເພິ່ນ ບໍ່ສູ້ໄດ້ໄປໃສນຳກັນ ບໍ່ຄ່ອຍໄດ້ເຈິກັນ
ແຕ່ເພິ່ນກາຍັງຢູ່ຄຽງຂ້າງເຂົາ ແລະຮັກເຂົາຢ່າງສະເໝີຕົ້ນສະເໝີປາຍ
ຕະຫຼອດເວລາເກືອບປີທີ່ເຮົາຄົບກັນມາ ເຂົາບໍ່ຄ່ອຍເຮັດໜ້າທີ່ຂອງແຟນທີ່ດີໄດ້ເລີຍ
ແຕ່ຕໍ່ໄປນີ້ເຂົາຈະພະຍາຍາມເປັນແຟນທີ່ດີ ເພື່ອຊົດເຊຍເວລາຂອງເຮົາທີີ່ບໍ່ໄດ້sweetກັນເລີຍ
ເອົາໃຫ້ກາເຈົ້າອິດສາໂລດເນາະ ກັກໆໆໆໆໆ


alt
 
alt   alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2008 | ມີ 17 ຄຳເຫັນ ແລະ 0 trackback(s)
alt   alt


alt
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt

alt
tell me if u wanna have part 4
alt
 
alt   alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
alt   alt
  alt
ຄລິກຂວາລະ save ເອົາຕາມເຄີຍ
alt


alt
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt

to be continued part 3
alt
 
 
alt   alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
alt   alt
 

alt

ຄລິກຂວາເອົາຮູບເດີ້

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

ມັກບໍ່ມັກກາບອກເດີ້^^

alt

 

 

 
alt   alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2008 | ມີ 19 ຄຳເຫັນ ແລະ 0 trackback(s)
alt   alt
 

 

alt

ຕາມຄວາມຮຽກຮ້ອງຕ້ອງການ ມາເບິ່ງວິທີເອົາຮູບໃສ່ໃນກ່ອງcomment

alt

textarea {background-image:url(URL ຂອງຮູບ);
color:#ສີໂຕອັກສອນ;
height: ຄວາມສູງຂອງຮູບpx;
background-position:top right;
background-repeat:no-repeat}

alt

ເອົາcodeໄປໃສ່ບ່ອນຕັ້ງຄ່າprofileເດີ້

alt

ແຖມຮູບງາມໆອີກອັນໜຶ່ງ ກັກໆໆໆ

 
alt   alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2008 | ມີ 15 ຄຳເຫັນ ແລະ 0 trackback(s)
alt   alt
 

 

alt

ຄລິກຂວາຕາມເຄີຍລະ save ເອົາເດີ້

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

 

alt

 

to be continued

 

 

 
alt

 

alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
alt   alt
 

 

alt

 

ສາວໆບ່າວໆຫຼາຍຄົນມັກຈະພົບກັບປັນຫາຮູຂຸມຂົນກ້ວາງແລະໃຫຍ່ ເຮັດໃຫ້ໜ້າເຮົາບໍ່ນຽນ ເວລາແຕ່ງໜ້າກາບໍ່ງາມອີກ ມື້ນີ້ເອ໋ມີເຄັດລັບດີໆມາບອກ^^

alt

ລອງເປີດຕູ້ເຢັນຂອງເຈົ້າເບິ່ງ ແລະຢິບ ໝາກເລັ່ນ ອອກມາ

ພືດຊະນິດນີ້ນອກຈາກຈະນຳມາປຸງແຕ່ງອາຫານແລ້ວ ຍັງມີຄຸນປະໂຫຍດໃນການບຳລຸງຜິວຜັນອີກດ້ວຍ

ແລະເຮົາກໍ່ສາມາດກຳຈັດປັນຫາຜິວໜ້າດ້ວຍວິທີທີ່ແສນງ່າຍ ໂດຍການນຳໝາກເລັ່ນມາປອກເປືອກ ແລະເອົາແກ່ນອອກໃຫ້ໝົດ ຈາກນັ້ນນຳມາບົດໃຫ້ລະອຽດແລ້ວທາໜ້າປະໄວ້ 10-15ນາທີ ແລ້ວລ້າງອອກດ້ວຍນ້ຳອຸ່ນ ນອກຈາກຈະຊ່ວຍກະຊັບຮູຂຸມຂົນແລ້ວ ໝາກເລັ່ນຍັງມີສານຊະນິດໜຶ່ງທີ່ຊ່ວຍຊຳລະລ້າງຜິວໜ້າໄດ້ຢ່າງລ້ຳລຶກ ຊ່ວຍແກ້ປັນຫາຕົ້ນຕໍຂອງການເກີດສິວໄດ້ດີອີກດ້ວຍ ເຮົາຄວນປະຕິບັດສູດນີ້ 2-3ເທື່ອຕໍ່ອາທິດ

ຖ້າຫາກຜູ້ໃດທາແລ້ວເກີດອາການແສບຄັນກໍ່ສະແດງວ່າແພ້ ໃຫ້ຟ້າວລ້າງອອກທັນທີ ທາງທີ່ດີເຮົາຄວນກິນອາຫານໃຫ້ຄົບ5ໝູ່ ໄປພ້ອມກັບການບຳລຸງພາຍນອກນຳເດີ້ ຮັບຮອງວ່າຄວາມງາມຢູ່ບໍ່ໄກເກີນເອື້ອມດ໋ອກພີ່ນ້ອງ ກັກໆໆໆ

alt

ມື້ໜ້າຈະມາບອກເຄັດລັບການດູແລຕົນເອງອີກເດີ້

alt

 

 

 

 

 

 

 

 

alt   alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
alt   alt
 

alt

ຄລິກຂວາເອົາໂລດເດີ້

alt     alt

alt     alt

alt     alt

alt     alt

alt     alt

alt     alt

 

ລະຈະມາuploadໃຫ້ອີກເດີ້

alt

 
alt   alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
alt   alt
 

 

ມັກໂຕໃດກາຄລິກຂວາເພື່ອ save ເອົາເລີຍ

alt

alt  alt  alt  alt  alt  alt  alt

alt  alt  alt  alt  alt  alt  alt

alt  altalt  alt  alt  alt

alt  alt  alt  alt  alt  alt

ມື້ໜ້າຈະເອົາມາຝາກໃໝ່ເດີ້

alt

 

 
alt   alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
alt   alt
 

alt

j'attendais mon note d'examen maintenant....jveux ke ]'aurais un bon note pour entrer en medecin universitey

ເປັນກຳລັງໃຈໃຫ້ຂ້ານ້ອຍແດ່ເດີ້ ຢາກໄດ້ໃບຍ້ອງຍໍໂວ້ຍ

 

alt

alt

 
alt   alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2008 | ມີ 2 ຄຳເຫັນ ແລະ 0 trackback(s)
alt   alt
 

 

ມັກອັນໃດກາເລືອກຄລິກຂວາເອົາURLໂລດເດີ້

altaltaltalt

altaltaltalt

altaltaltalt

altaltaltalt

altaltaltalt

altaltaltalt

 

 

 
alt   alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ
alt   alt
 

 

alt

ຢ່າຟ້າວເບິ່ງຄຳຕອບກ່ອນເດີ້

ລອງຈັບເວລາແລະຕອບຄຳຖາມ10ຂໍ້ນີ້ພາຍໃນ10ນາທີເບິ່ງ ຖ້າເຈົ້າຕອບໄດ້ແລະຖືກໝົດກາສະແດງວ່າເຈົ້າແມ່ນເທບຕົວຈິງ ກັກໆໆໆ

alt

alt

1. ບາງເດືອນມີ30ມື້ ບາງເດືອນມີ31ມື້ ມີຈັກເດືອນທີ່ມີ28ມື້?

2. ຖ້ານາຍໝໍໃຫ້ຢາເຈົ້າມາ3ເມັດ ແລະບອກໃຫ້ກິນທຸກໆເຄິ່ງຊົ່ວໂມງ ເຈົ້າຈະໃຊ້ເວລາດົນປານໃດຈຶ່ງຈະກິນໝົດ?

3. ຂ້ອຍເຂົ້ານອນຕອນແປດໂມງແລະຕັ້ງໂມງປຸກໄວ້ຕອນເກົ້າໂມງ ຖາມວ່າຂ້ອຍຈະໄດ້ນອນຈັກຊົ່ວໂມງຈົນກ່ວາໂມງປຸກຈະດັງ?

4. ເອົາ 30ຫານເຄິ່ງແລ້ວບວກ 10ຈະໄດ້ຄຳຕອບເທົ່າໃດ?

5. ຊາວນາມີແກະ17ໂຕ ທຸກໂຕຕາຍໝົດຍົກເວັ້ນ9ໂຕ ຖາມວ່າຍັງມີແກະທີ່ມີຊີວິດຈັກໂຕ?

6. ຖ້າເຈົ້າມີໄມ້ຂີດໄຟອັນດຽວ ແຕ່ເຈົ້າຕ້ອງເຂົ້າໄປໃນຫ້ອງທີ່ມືດແລະໜາວ ໃນຫ້ອງນັ້ນມີ່ຮິກເຕີ້ນ້ຳມັນ,ຕະກຽງນ້ຳມັນແລະທຽນ ເຈົ້າຈະເລືອກຈູດອັນໃດ?

7. ຖ້າເຈົ້າຂັບລົດໄປພົບທາງແຍກ2ທາງ ທາງທີ1ຖ້າເຈົ້າໄປເຈົ້າຈະຢຽບໝາ ແລະທາງທີ2ຖ້າເຈົ້າໄປເຈົ້າຈະຢຽບແມ່ຕູ້ແກ່ໆຜູ້ໜຶ່ງ ເຈົ້າຈະເລືອກຢຽບຫຍັງ?

8. ຢິບໝາກແອບເປິ້ນ2ໜ່ວຍອອກຈາກແອບເປິ້ນ3ໜ່ວຍ ຖາມວ່າເຈົ້າຈະໄດ້ຫຍັງ?

9. ໂມເສດເອົາສັດຂຶ້ນເຮືອຕອນວັນສິ້ນໂລກໄປຊະນິດລະຈັກໂຕ?

10. ຖ້າເຈົ້າຂັບລົດບັນທຸກເຊິ່ງບັນທຸກຄົນ43ຄົນຈາກຫຼວງພະບາງໄປຊຽງຂວາງ ແລ້ວຢຸດຮັບອິກ7ຄົນຂຶ້ນມາ ແລ້ວຢຸດຈອດໃຫ້ຄົນລົງທີ່ວຽງຈັນ5ຄົນ ຈົນມາຮອດປາກເຊໃນອີກ10ຊົ່ວໂມງຕໍ່ມາ ຖາມວ່າຄົນຂັບລົດຊື່ຫຍັງ?

alt

alt

ສະເຫຼີຍຄຳຕອບເດີ້

1. ທຸກເດືອນ ເພາະທຸກເດືອນກໍ່ມີຢ່າງໜ້ອຍ28ວັນແລ້ວ

2. ໜຶ່ງຊົ່ວໂມງ ເພາະຖ້າເຈົ້າກິນຕອນ8ໂມງ ເມັດທີ2ກໍ່ຈະຕ້ອງກິນຕອນ8ໂມງເຄິ່ງ ແລະເມັດທີ3ກໍ່ຈະຕ້ອງກິນຕອນ9ໂມງ

3. ໜຶ່ງຊົ່ວໂມງເພາະຕັ້ງໂມງໃຫ້ປຸກຕອນ9ໂມງແຕ່ນອນຕອນ8ໂມງ

4. 70

5. 9ໂຕ

6. ຈູດໄມ້ຂີດໄຟກ່ອນ

7. ຢຽບເບຣກ

8. ໄດ້ໝາກແອັບເປິ້ນ2ໜ່ວຍ

9. ບໍ່ໄດ້ເອົາໄປເລີຍ ເພາະຄົນທີ່ຂຶ້ນເຮືອບໍ່ແມ່ນໂມເສດແຕ່ແມ່ນໂນອາຣ

10. ກາຊື່ເຈົ້າຫັ້ນແຫຼະເພາະເຈົ້າເປັນຄົນຂັບ

alt

 

ມາກວດຄະແນນກັນເບິ່ງ

10ຂໍ້ ເຈົ້າແມ່ນອັດສະລິຍະ

9 ຂໍ້ ເຈົ້າແມ່ນສະມາຊິກຂອງອົງການນາຊ້າ

8 ຂໍ້ ນັກວິສະວະກອນ

7 ຂໍ້ ນັກສຶກສາມະຫາໄລ

6 ຂໍ້ ນັກຮຽນມໍປາຍ

5ຂໍ້ ນັກຮຽນປະຖົມ

4 ຂໍ້ ຄູສອນນັກຮຽນມັດທະຍົມ

3 ຂໍ້ ສາດສະດາຈານມະຫາໄລ

2 ຂໍ້ ນັກສືບ

1 ຂໍ້ ສະມາຊິກສະພາ

0 ຂໍ້ ເປັນເລື່ອງທຳມະດາ

alt

 

alt

ແລ້ວເຈົ້າເດ໋ຕອບໄດ້ຈັກຂໍ້??

alt

 
alt   alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
alt   alt
 

 

alt

ສຳລັບສາວໆຫຼາຍຄົນຜູ້ທີ່ມັກການທາເລັບຫຼືເພັ້ນເລັບເປັນຊີວິດຈິດໃຈ

ກໍ່ມັກຈະມີປັນຫາເລັບເສຍກໍ່ຄືເລັບເຫຼືອງເນາະ ເຮົາມີວິທີແກ້ໄຂງ່າຍໆມານຳສະເໜີ ໂດຍການໃຊ້ເປືອກໝາກນາວທີ່ເຮົາໃຊ້ແລ້ວເນາະມາຂັດເລັບ ມັນຈະເຮັດໃຫ້ເລັບໃສຂຶ້ນ ຖ້າຈະໃຫ້ດີເຮົາບໍ່ຄວນທາເລັບດຸໆ ຄວນປະໃຫ້ເລັບຜັກຜ່ອນແດ່ ການໃຊ້ສີເລັບລາຄາຖືກກໍ່ສາມາດທຳຮ້າຍເລັບໄດ້ ເຮົາຄວນເລືອກສີເລັບທີ່ມີສານບຳລຸງເລັບໄປນຳ

ຖ້າຫາກຈຳເປັນຕ້ອງໄດ້ໃຊ້ສີເລັບທີ່ມີຄຸນນະພາບຕ່ຳ ເຮົາຄວນທາຢາບຳລຸງເລັບເປືອກໜຶ່ງກ່ອນ ເພື່ອຊ່ວຍຫຼຸດຜ່ອນແລະປ້ອງກັນການເສຍຫາຍຂອງເລັບ

alt

ມີແບບເລັບງາມໆມາຝາກ

alt

ແບບທີ1 ຫວານໆ

alt

ແບບທີ2 ເທ້ໆ

alt

ແບບທີ3 ຫຼູເລີດ

alt

alt alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
ໃນຊີວິດບໍ່ເຄີຍມານັ່ງຂຽນໄດອາຣີ່ດົນຈົນຮອດ 3ຊົ່ວໂມງກ່ວາໆຈັກເທື່ອ ກ່ວາຈະຖ່າຍຮູບ,ຕົກແຕ່ງ,ອັບໂລດ&ໃສ່ໂຄດ ຕັ້ງແຕ່10ໂມງປາຍ ຈົນຮອດ1ໂມງເຄິ່ງພຸ້ນແຫຼະ ອັນເສຍເວລາກາແມ່ນພິມນີ້ແຫຼະ ຈັ່ງແມ່ນກູພິມຊ້າແທ້ເດ໋ພີ່ນ້ອງ ເມື່ອຍໃຈເດ໋ T^T
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
alt   alt
 

alt

violin lesson 1

alt

1.ການຈັບໄມ້

ຫຼາຍຄົນທີ່ຫຼິ້ນviolinຈັບໄມ້ບໍ່ຖືກວິທີ....ວິທີທີ່ຖືກຕ້ອງແມ່ນ...

-ນິ້ວໂປ້: ເອົາງ່ຽງຂ້າງແລ້ວຈັບຢູ່ທາງກ້ອງໄມ້ ບີບເຂົ້າໜ້ອຍໜື່ງເພື່ອໃຫ້ໄດ້ແຮງແລະໝັ້ນຄົງ ເວລາຫຼິ້ນເຮົາຈະສາມາດບັງຄັບທິດທາງຂອງໄມ້ໄດ້ງ່າຍ

-ນິ້ວຊີ້: ເໜັ່ນລົງໃສ່ໄມ້ບ່ອນທີ່ເປັນເຫຼັກ ໃຊ້ພາກສ່ວນທີ່1ຂອງນິ້ວເປັນໂຕບີບແລະສໍາຜັດກັບໄມ້ ຄວນຈັບໃຫ້ກະຊັບກັບມືເພາະນິ້ວນີ້ເປັນຕົວຄວບຄຸມໄມ້ເຮັດໃຫ້ເຮົາສາມາດເຄື່ອນເໜັງໄມ້ໄດ້ຕາມຕ້ອງການ

-ນິ້ວກາງແລະນາງ:  ໃຊ້2ນິ້ວຈັບກັບສ່ວນທີ່ຍືນອອກມາທາງກ້ອງຂອງໄມ້ ໃຫ້2ນິ້ວຕິດໆກັນ ບໍ່ຊັ້ນມັນສິບໍ່ງາມເວລາຈັບ

-ນິ້ວກ້ອຍ: ເປັນນິ້ວທີ່ສໍາຄັນແລະຈັບຍາກທີ່ສຸດ ຜູ້ທີ່ມີເລັບມືນິຈັບບໍ່ໄດ້ດ໋ອກ ຕ້ອງໃຫ້ນິ້ວຈິກລົງໄມ້ສ່ວນປາຍສຸດທີ່ເປັນລ່ຽມໆຫັ້ນແຫຼະ ໃຫ້ນິ້ວຕັ້ງສາກກັບໄມ້

alt

tip: ຖ້າເຮົາຈັບຖືກວິທີຂ້າງເທິງນີ້ ຕອນທໍາອິດຈະຮູ້ສຶກເຈັບແລະບັງຄັບໄມ້ບໍ່ໄດ້ ຄືກັບມັນສິຕົກນີ້ແຫຼະ ຂໍແນະນໍາໃຫ້ໃຊ້ມືຊ້າຍຊ່ວຍປະຄອງໄມ້ໂດຍໃຫ້ປາຍໄມ້ສໍາຜັດກັບຝາມືເບົາໆ ມັນຈະຊ່ວຍຜ່ອນແຮງໃຫ້ເຮົາ ຄວນຝຶກຈົນກ່ວາຈະລຶ້ງແລະບໍ່ເຈັບ

 alt

2.ການຈັບຕົວviolin

ໃຊ້ຄາງໜີບກັບviolinບ່ອນຮອງໃຫ້ແໜ້ນ ແລະ ລະວັງຢ່າໃຫ້ອຸ້ງມືມາຕິດກັບviolin ພະຍາຍາມເຮັດມືໃຫ້ຕັ້ງສາກກັບບ່ອນຈັບໂນດ

alt 

tip: ຄວນທີ່ຈະຝືກໜີບviolinດ້ວຍຄາງລ້າໆໂດຍບໍ່ໃຊ້ມືຈັບກ່ອນ ເພາະໃນການຫິ້ນ ບ່ອນຄາງຈະເປັນຕົວຊົງໂຕviolinບໍ່ໃຫ້ຕົກ ເຮົາຈະບໍ່ຖິ້ມນໍ້າໜັກລົງມືເດັດຂາດ ມືຈະເປັນໂຕຈັບໂນດແລະຊ່ວຍປະຄອງຕົວviolinເທົ່ານັ້ນ ຖ້າໄປຖິ້ມນໍ້າໜັກລົງມືຈະເປັນປັນຫາໃນການສັ່ນມື

alt

3.ການສີ

ເວລາສີ ພະຍາຍາມໃຫ້ໄມ້ຕັ້ງສາກກັບເສັ້ນທັງ4 ແລະລົງນໍ້າໜັກມືຢ່າງສະໝໍ່າສະເໝີ

 alt

tip: ຄວນສີສາຍເປົ່າທັງ4ເສັ້ນກ່ອນ ສີເທື່ອລະເສັ້ນຈົນໝັ້ນໃຈວ່າສຽງviolinໝັ້ນຄົງ ບໍ່ຄ່ອຍບໍ່ດັງຈົນເກີນໄປ

alt

(ປລ ຖ້າຂໍ້ມູນໂຕໃດບໍ່ຖືກຕ້ອງກໍ່ຂໍອະໄພແລະຍິນດີແກ້ໄຂຕາມຄໍາແນະນໍາຂອງຜູ້ມີປະສົບການ)ຈົບກາລະບູນ

 alt

 
alt   alt
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 23, 2008 | ມີ 13 ຄຳເຫັນ ແລະ 0 trackback(s)

ທໍາອິດເອື້ອຍບັງເກີດກ້າວມາເວົ້າໃຫ້ຟັງວ່າມີwebຂອງຄົນລາວເຮັດມາໃໝ່ໃດ໋ຫັ້ນ!!ລອງໄປສະໝັກເບິ່ງແມ້!! ໄອ້ເຮົາຊ່ວງນັ້ນກາຄາຮຽນກຽມເສັງມໍ6ເນາະ ກາບໍ່ໄດ້ສົນໃຈ-_-' ບາດເສັງແລ້ວລະເອື້ອຍມັນກາຍັງມາຊູຊີເຮົາຢູ່..ກາເລີຍວ່າຫຼິ້ນກາຫຼີ້ນຊະ!! hmmmກາເລີຍມາສະໝັກມື້ນີ້ທີ່ເປັນເລີກງາມຍາມດີ...ລະກາໄດ້ທໍາຄວາມເຂົ້າໃຈ,,ສຶກສາກ່ຽວກັບwebນີ້ ຈົນເລິກເຊິ່ງລະກາມາແຕ່ງໂປຣໄຟລ໌ໃຫ້ເປັນຮູບເປັນຮ່າງຄືເຫັນນີ້ແຫຼະເນາະ...ເຊິ່ງມັນກາກິນເວລາຫຼາຍຊົ່ວໂມງເຕີບເນາະທ່ານຜູ້ຊົມ ມາຮອດນີ້ລາຍການໄດອາຣີ່ກາຈົບລົງລະເນາະ...ພົບກັນໃໝ່ໂອກາດໜ້າ...ສະບາຍດີ~~ ອ້າວ ບໍ່ແມ່ນ!!! ເຮົາກາຢາກບອກວ່າດີໃຈ ແລະ ກາພູມໃຈທີ່ໄດ້ຊົມໃຊ້ຂອງຄົນລາວ.....ສຸດທ້າຍນີ້ກາຂໍຂອບໃຈໝູ່ທຸກຄົນທີ່ມາແອັດກັນເດີ້!!^^ ຫວັງວ່າຈະມີໝູ່ມາແອັດກັນຫຼາຍໆແນ່ເດີ້!! ຮິໆ^O^