ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ຫ່າງຫາຍຈາກການຂຽນໄດຯດົນສົມຄວນ ມື້ນີ້ຂພຈຈະນຳສະເໜີປະຫວັດຄວາມເປັນມາຂອງວັນວາເລນໄທລ໌ ໃຫ້ເຂົ້າກັບເທດສະການທີ່ຈະມາຮອດນີ້ 


 

alt

 

ໃນສະໄໝຈັກກະພັດໂຣມັນ ໄດ້ມີການສະເຫຼີມສະຫຼອງໃນວັນທີ 14ກຸມພາ ທຸກປີໆ ໃຫ້ລາຊີນີເທບທີ່ມີຊື່ວ່າ “ຈູ່ໂນ້“. ຜູ້ບ່າວຜູ້ສາວໃນສະໄໝນັ້ນຈະຖືກຈັບແຍກຈາກກັນ ແຕ່ມີປະເພນີທີ່ວ່າ ທຸກວັນທີ14ກຸມພານີ້ຈະມີການຂຽນຊື່ຜູ້ສາວແຕ່ະລະຄົນແລ້ວນຳເອົາໄປໃສ່ໂຖໜຶ່ງໄວ້ ຈາກນັ້ນກໍ່ຈະໃຫ້ຜູ້ບ່າວມາຈັບສະຫຼາກເອົາເພື່ອຈັບຄູ່ໃນງານສະຫຼອງນີ້  ສ່ວນໃຫຍ່ແລ້ວຄູ່ທີ່ຖືກຈັບຈະລົງເອຍດ້ວຍການຕົກຫຼຸມຮັກກັນແລະແຕ່ງງານກັນໃນທີ່ສຸດ  ແຕ່ໂຣມໃນຊ່ວງນັ້ນຖືກປົກຄອງໂດຍຈັກກະພັດ Claudius ທີ2 ພະອົງໄດ້ເກນຄົນໜຸ່ມໄປສູ້ຮົບໃນສົງຄາມເຮັດໃຫ້ຄົນໜຸ່ມຕ້ອງພັດພາກຈາກຄອບຄົວແລະຄົນຮັກ ຕໍ່ມາພະອົງເລີຍອອກກົດຫ້າມບໍ່ໃຫ້ມີການແຕ່ງງານເກີດຂຶ້ນ ແຕ່ໄດ້ມີນັກບວດຜູ້ໜຶ່ງທີ່ຊື່ “ວາເລນໄທລ໌“ ຜູ້ທີ່ເຫັນອົກເຫັນໃຈຄູ່ຮັກຫຼາຍຄູ່ຈື່ງລັກເຮັດພິທີແຕ່ງງານໃຫ້ຄູ່ຮັກແບບລັບໆ  ແຕ່ຫຼັງຈາກນັ້ນລາວກໍ່ຖືກຈັບໄດ້ແລະຖືກແຂວນຄໍໃນວັນທີ 14ກຸມພາ ປີຄຣິສຕະສັກກະລາດທີ270  ນັບແຕ່ນັ້ນມາຄົນເລີຍນັບຖືວັນຕາຍຂອງນັກບວດຜູ້ນີ້ເປັນມື້ແຫ່ງຄວາມຮັກເພາະລາວໄດ້ເສຍສະຫຼະເພື່ອຄົນທີ່ມີຄວາມຮັກນັ້ນເອງ

 

alt

 


ແປແລະຮຽບຮຽງໂດຍ Angelala

ທີ່ມາ : www.teenee.com

ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2009 | ມີ 34 ຄຳເຫັນ ແລະ 0 trackback(s)

ເກີດມາບໍ່ເຄີຍຊື້ເຄຶ່ອງນຸ່ງແພງໆໃສ່ຈັກເທື່ອ  ຢ່າງເກັ່ງກາເຄີຍຊື້ແຕ່ບໍ່ຮອດ ສອງພັນບາດມາໃສ່  ຄັນວ່າໄປຫຼິ້ນເມືອງນອກກາບໍ່ເຄີຍຊື້ກາຍ ຮ້ອຍໂດລາ   ແຕ່ວ່າ ເມື່ອບໍ່ດົນມານີ້ເອື້ອຍບັງເກີດເກົ້າຂອງຂພຈໄດ້ເຂົ້າພິທີແຕ່ງງານ ດັ່ງນັ້ນຂພຈກໍ່ເລີຍຕ້ອງໄດ້ຕັດຊຸດໃໝ່  ແມ່ພາຂພຈໄປຮ້ານຈິນດາຫັດຖະກຳ  ຕອນທຳອິດວ່າພາໄປເບິ່ງຊຸດຂອງເອື້ອຍ ເພິ່ນຊື້ຢູ່ຫັ້ນ ຕອນລໍຖ້າ ຂພຈ ກໍ່ໄດ້ຍ່າງເລາະເບິ່ງເຄື່ອງ ປະກົດວ່າໄປຖືກໃຈສິ້ນຜືນໜຶ່ງ ແລະຂໍແມ່ຊື້  ຈາກນັ້ນຂພຈກໍ່ອອກແບບຕີນມັນແລ້ວສັ່ງໃຫ້ກາເຈົ້າຕ່ຳໃຫ້   ຕໍ່ມາກໍ່ສັ່ງແພເສື້ອ ມັນເປັນສີຂາວມີລາຍໜ້ອຍໜຶ່ງ  ແລະສັ່ງແຂບເສື້ອສີທອງ  ໃຫ້ມັນເປັນລາຍດຽວກັບສິ້ນ ເຊິ່ງຂພຈກໍ່ອອກແບບເລືອກສີຫຍັງເອງ....ມາເບິ່ງຮູບກ່ອນເລີ


alt


ລາຄາ


ເສື້ອ  ຜ້າ 1ແມັດ  70 ໂດລາ

ແຂບເສື້ອ 1ແມັດ  35 ໂດລາ

ສິ້ນ 850 ໂດລາ

ຄ່າຕັດ 80 ໂດລາ

ລວມ  1035 ໂດລາ!!!

 

ຂພຈໃສ່ແຕ່ເທື່ອດຽວນີ້ແຫຼະ  ມັນແພງຈົນບໍ່ກ້າໃສ່  =_=

ມີໃຜຢາກຊື້ຕໍ່ບໍ່?? ສິຂາຍໃຫ້

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 6, 2009 | ມີ 43 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ຫຼັງຈາກໄດ້ຮັບເສື້ອພັນລາວ(ຟຣີ) ຂພຈ ກໍ່ເອົາໄປໃສ່ຢູ່ຈີນນຳ  ຖືວ່າເປັນການໂຄສະນາໄປໃນໂຕ ກ໊າກໆໆ  ມື້ນີ້ເລີຍສິມາອັບໄດໃຫ້ເບິ່ງວ່າ ຂພຈ ໃສ່ໄປສະຖານທີ່ສຳຄັນໃດແດ່??ໃສ່ເຮັດຫຍັງແດ່?  ຮູ້ສຶກແຕ່ວ່າ ຂພຈ ໃສ່ດຸໆ ຈົນວ່າສີມັນຊີດໝົດລະດຽວນີ້ ຮ່າໆໆໆ ມາເລີ່ມກັນເລີຍຍຍ

 

 

 

 

alt

ໃສ່ໄປເລາະ

 

 

 

alt

ໃສ່ຍ່າງໄປກິນຫົວກົ່ວປາ

 

 

alt

ໃສ່ນອນຢູ່ເທິງລົດໄຟ

 

 

 

 

 

alt

 

ໃສ່ນັ່ງຫຼິ້ນໄພ້ຢູ່ວັດເສົ້າຫຼິນ

 

 

 

alt

ໃສ່ຂີ່ອູດ

 

 

alt

 

ໃສ່ໄປປິງໝາຢົ້ງ (ຊີອານ)

 

 

 

ເຫັນບໍ່ວ່າພັນລາວໄປນຳຂພຈທຸກບ່ອນ ຮ່າໆໆໆ 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2009 | ມີ 21 ຄຳເຫັນ ແລະ 0 trackback(s)

ມື້ກ່ອນນີ້ຂພຈໄດ້ສ້າງແບບສຳຫຼວດມາຖາມວ່າປະເທດໃດທີ່ກ້າວເຂົ້າປີໃໝ່ປີ 2009 ນີ້ກ່ອນໝູ່??? ( punlao.com/angelala/polls/1044/ຄຳຕອບທີ່ຖືກຕ້ອງກໍ່ແມ່ນ ປະເທດ ນິວຊີແລນ!!! ເດີ້

 

 

alt

 


ເນື່ອງຈາກປະເທດນີ້ຕັ້ງຢູ່ທາງທິດຕາເວັນອອກຈື່ງພາໃຫ້ແສງອາທິດຂອງປີໃໝ່ມາຫາກ່ອນໝູ່ເລີຍ  ໃນນີ້ມີຄົນຕອບຖືກ 8 ຄົນ ເຊິ່ງ ຂພຈ ກາບໍ່ຮູ້ວ່າແມ່ນໃຜ ຕ້ອງໄປາມອ້າຍນິນເອງ =_=' ຫຼາຍຄົນຕອບວ່າປະເທດອັງກິດ ເພາະຄິດວ່າປະເທດນີ້ເປັນປະເທດທີ່ເປັນສູນກາງຂອງໂມງໃນທົ່ວໂລກ ແລະກໍ່ມີບາງຄົນທີ່ຕອບປະເທດອົສຕາລີ້  ປະເທດນີ້ເປັນພຽງປະເທດທຳອິດທີ່ມີການສະຫຼອງຕ້ອນຮັບປີໃໝ່ທີ່ Sydney (ອ່ານວ່າ ຊິດນີ້ ແປວ່າ ນັ່ງບ່ອນນີ້) ງານລ້ຽງຖືກຈັດຂຶ້ນທີ່ opera house ແລະມີຄົນເຂົ້າຮ່ວມກ່ວາ 1.5 ລ້ານຄົນ

 

 alt

 

ທີ່ມາ  ເບິ່ງຂ່າວຢູ່ໂທລະທັດ =_=''

ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2009 | ມີ 24 ຄຳເຫັນ ແລະ 0 trackback(s)

ມື້ນີ້ເປີດຕູ້ເຢັນໄປເຈິຂອງເຫຼືອຫຼາຍເລີຍເກີດແນວຄິດນຳສິ່ງເຫຼົ່ານັ້ນມາປະກອບເປັນອາຫານສູດໃໝ່   ຈາກການສຳຫຼວດ ໃນຕູ້ເຢັນ ຂພຈ ມີ ປາແຊລມ້ອນເຫຼືອເຄິ່ງໂຕ =_= ' ຊີສເຄິ່ງຖົງ ນົມ ເນຍ ລໆລ

ຄິດໄປຄິດມາມີເສັ້ນພາສຕ້າເຫຼືອຢູ່ ເລີຍຄິດວ່າຈະເຮັດພາສຕ້າກິນ ແຕ່ຍັງບໍ່ຮູ້ວ່າຈະເຮັດຊອສຫຍັງກິນກັບ ເບິ່ງໄປເບິ່ງມາເຫັນແຊລມ້ອນເຫຼືອຫຼາຍເລີຍຄິດວ່າຈະເຮັດແຊລມ້ອນຊອສນີ້ແຫຼະ!! ມາເລີ່ມກັນເລີຍຍຍ!!!

 

 

ເຄື່ອງປຸງມີດັ່ງນີ້ເດີ້:

 

 

alt

 

ປາແຊລມ້ອນ ສອງຂີດ

ນົມສົດ ໜຶ່ງຖ້ວຍ

ເກືອ 

ເນຍຈືດ  ສອງກ້ອນ

ເສັ້ນພາສຕ້າ 250g

ໝາກເລັ່ນ(ບໍ່ເອົາເປືອກ)ຊອຍ ໜຶ່ງໜ່ວຍ

ຊີສ ໜຶ່ງຂີດ

ໜໍ່ໄມ້ຝລັ່ງ ໜ້ອຍໜຶ່ງ

ອໍລິກາໂນ້ ຢິບໜຶ່ງ

 

 

ວິທີເຮັດ!!!

 

 

alt

 

ເລີ່ມຈາກການນຳເອົາເສັ້ນພາສຕ້າໄປຕົ້ມໃນນ້ຳຟົດຈົນເສັ້ນອ່ອນນຸ້ມ  ປະມານ 8-10 ນາທີ ແລະນຳໜໍ່ໄມ້ຝລັ່ງໄປລວກນຳເຊັ່ນກັນ. ຫຼັງຈາກຕົ້ມເສັ້ນແລ້ວໃຫ້ນຳໄປແຊ່ນ້ຳເຢັນແລ້ວພັກໄວ້

 

 

 

alt

 

ຕັ້ງໄຟຂຶ້ນໄຟອ່ອນປານກາງ ນຳເນຍຈືດມາຜັດຈົນລະລາຍ (ໃນນີ້ໃຊ້ແທນນ້ຳມັນ) ແລ້ວນຳເສັ້ນພາສຕ້າທີ່ກຽມໄວ້ໃສ່ລົງໄປ ຈາກນັ້ນຕາມດ້ວຍນົມສົດເຄິ່ງຖ້ວຍ ເກຶອ ໜຶ່ງບ່ວງກາເຟ ແລະ ຜັດໄປເລື້ອຍໆຈົນມີກິ່ນຫອມແລະນ້ຳແຫ້ງ  ແລ້ວໆຕັກໃສ່ຈານທີ່ກຽມໄວ້

 

ວິທີເຮັດຊອສ

 

 

alt

ນຳເນຍມາຜັດໃຫ້ລະລາຍ ເອົາແຊລມ້ອນລົງໄປຜັດໃຫ້ສຸກ ຈາກນັ້ນຕາມດ້ວຍໝາກເລັ່ນແລະໜໍ່ໄມ້ຝລັ່ງ  ຜັດຈົນມັນຫອມແລ້ວນຳນົມສົດທີ່ເຫຼືອ ເກືອ ໜຶ່ງບ່ວງກາເຟ ໃສ່ລົງໄປ ຜັດໄປເລື້ອຍໆຈົນໝາກເລັ່ນເປື່ອຍ ເປັນອັນແລ້ວໆ ຫຼັງຈາກນັ້ນນຳໄປລາດໜ້າພາສຕ້າທີ່ຕັກໃສ່ຈານໄວ້ ຕາມດ້ວຍເອົາຊີສກັບອໍລິກາໂນ້ໂຮຍໜ້າ

 

 

alt

 


ເປືອກໝາກເລັ່ນທີ່ເຮົາບໍ່ໄດ້ໃຊ້ ຂພຈ ຈະບໍ່ຖິ້ມ ແຕ່ຈະນຳມາຕົກແຕ່ງເປັນດອກໄມ້  ວິທີເຮັດກໍ່ງ່າຍໆ ພຽງແຕ່ປອກຄືປອກເປືອກໝາກແອັບເປິ້ນບໍ່ໃຫ້ຂາດຫັ້ນລະ ແລ້ວໆກໍ່ນຳມາຈັດໃສ່ຈານເລີຍ

 

 

 

 

 

ເຮັດແລ້ວໆໜ້າຕາຈະເປັນແນວນີ້

 

V

V

alt

 

 

ແບບເຕັມໆ

V

V

 

alt

ເສີບພ້ອມກັບໄວແດງຫຼືນ້ຳໝາກໄມ້ກໍ່ໄດ້

 

alt

 

 

 

tip:  ການນຳເສັ້ນມາຜັດໃສ່ກັບເນຍຈືດແລະນົມສົດກ່ອນນັ້ນຈະເຮັດໃຫ້ເສັ້ນໜຽວໜຸ້ມ ແລະ ມີກິ່ນຫອມຂຶ້ນ

 

ລອງພາກັນເຮັດຊິມເບິ່ງເດີ້ ເປັນຈັ່ງໃດລະມາຕິຊົມແດ່ ສູດນີ້ຂພຈຫາກໍ່ຄິດອອກແລະເຮັດເປັນຄັ້ງແລກກາມື້ີແຫຼະ  ຮ່າໆໆໆ ຂພຈ ໃຫ້ພໍ່ຊິມເພິ່ນກໍ່ວ່າແຊບຢູ່ ແຕ່ບໍ່ຮູ້ວ່າຄົນອື່ນຈະວ່າແນວໃດ ^_^

 

 

 

ໂອະ ລືມບອກ!!! ກິນແລ້ວຢ່າລືມກິນຂອງຫວານເດີ້ດຽວບໍ່ ໄຮໂຊ!!!!

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ຂພຈ ເອົາສູດຍຳຢໍ່ມາຝາກ ເຮັດກໍ່ແສນຈະງ່າຍເນາະ ສາມາດເອົາຢ່າງອື່ນມາຍຳກໍ່ໄດ້ ບໍ່ແມ່ນແຕ່ຢໍ່ເທົານັ້ນ  ສ່ວນເຄື່ອງປຸງກໍ່ມີດັ່ງນີ້:

 

 

alt

 

1. ນ້ຳປາ ປະມານ ສາມບ່ວງແກງ

2. ນ້ຳຕານ ປະມານ ສາມບ່ວງແກງ

3. ໝາກນາວ ໜຶ່ງໜ່ວຍ 

4. ຢໍ່ທີ່ຊອຍເປັນເສັ້ນ  400 g

5.ຜັກ ເຊີເລີ່ລີ້ຊອຍພໍດີ 1 ກຳ

6.ຜັກບົວໃຫຍ່ຊອຍເປັນເສັ້ນ ເຄິ່ງໜ່ວຍ

7.ໝາກເຜັດຊອຍລະອຽດ 1 ກຳ 

8. ໝາກກາລົດຊອຍເປັນເສັ້ນ 1 ໜ່ວຍ (ແຕ່ໃນນີ້ ຂພຈ ລືມຊື້)

9. ຜັກຫອມປ້ອມຊອຍພໍດີ 1 ກຳ

 

ປ.ລ ສ່ວນປະສົມທັງໝົດນີ້ຢາກໃສ່ໜ້ອຍຫຼືຫຼາຍກ່ວານີ້ກໍ່ໄດ້ແລ້ວແຕ່ຄວາມມັກ ສ່ວນໂຕແລ້ວ ຂພຈ ມັກອອກຫວານໆໜ້ອນໜຶ່ງ ມັນກໍ່ເລີຍກາຍເປັນສັດສ່ວນຄືຂ້າງເທິງ ແຕ່ຖ້າໃຜມັກສົ້ມ ຫວານ ເຄັມ ຈັ່ງໃດກໍ່ຕື່ມເອົາເດີ້

 

 

alt



ວິທີເຮັດ  ນຳເອົາໝາກເຜັດ ນ້ຳຕານ ນ້ຳປາ ໝາກນາວ ມາຄົນເຂົ້າກັນໃຫ້ສ່ວນປະສົມເຂົ້າກັນດີ ຈາກນັ້ນໃຫ້ນຳຢໍ່ ໝາກກາລົດ ແລະ ຫອມບົວໃຫຍ່ມາໃສ່  ຊິມເບິ່ງວ່າພໍດີບໍ່  ຫຼັງຈາກນັ້ນກໍ່ເອົາ ຜັກເຊີ່ເລີລີ້ ແລະ ຜັກຫອມປ້ອມໃສ່ ຄົນໜ້ອຍໜຶ່ງແລ້ວຕັກໃສ່ຈານ ພ້ອມເສີບ

 

 

ເຮັດແລ້ວໆໜ້າຕາຈະເປັນປະມານນີ້

alt


tip: ຜັກໃຫ້ໃສ່ສຸດທ້າຍເພາະຖ້າໃສ່ກ່ອນມັນຈະຊ້ຳແລະບໍ່ຂຽວງາມ

 

 

ເປັນຈັ່ງໃດ...ຍຳຢໍ່ສູດນາງເອ໋ ລອງເອົາໄປເຮັດຊິມເບິ່ງເດີ້   ^___^