ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2009 | ມີ 76 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
Normal 0 false false false MicrosoftInternetExplorer4 /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-parent:""; mso-padding-alt:0in 5.4pt 0in 5.4pt; mso-para-margin:0in; mso-para-margin-bottom:.0001pt; mso-pagination:widow-orphan; font-size:10.0pt; font-family:"Times New Roman"; mso-ansi-language:#0400; mso-fareast-language:#0400; mso-bidi-language:#0400;}

ເປັນ​ຫຍັງ​ຜູ້ຍິງ​ຈຶ່ງ​ບໍ່​ມັກ​ຜູ້​ຊາຍ​ດີໆ
ຄຳ​ຖາມ​ນີ້​ບໍ່​ແມ່ນ​ຄຳ​ຖາ​ມທີ່​ແປ​ກ​ເມື່ອ​ໄດ້​ຍິນ​​ໄດ້​ຟັງ​ດອກ

 

ຜູ້​ຊາຍ​ຫຼາຍ​ຄົນ​ມັກ​ຈະຕັ້ງຄຳ​ຖາມ​ແບບ​ນີ້​ສະ​ເໝີ
ແຫ່ງ​ເມື່ອ​​​ເຫັນ​ຜູ້ຍິງ​ທິ່ຕົນ​ເອງ​ມັກ​ໄປ​ເລືອກຄົບ​ກັບ​ຜູ້​ຊາຍ​ທີ່ທ່າ​ທາງ​ເຈົ້າຊູ້
ແລ​ະບໍ່​ໜ້າວາງ​ໃຈ​ຈັກ​ໜ້ອຍ ແທນ​ທີ່​ຈະ​ເລຶອກຄົບ​ກັບ​ຕົວ​ເຂົາ

ຄຳ​ຖາມ​ນີ້​ຍັງ​ຄົງ​ບໍ່​ຫາຍ​ໄປ​ຈາກ​ໂລກ​ນີ້​ງ່າຍໆ..
​ເພາະວ່າ​ຄວາມ​ເຂົ້າ​ໃຈ​ ໃນ​ຄວາມ​   “ດີ”
ທີ່​ຜູ້ຍິງ​ແລະ​ຜູ້​ຊາຍ​ເບີ່​ງ​ແຕກ​ຕ່າງ​ກັນ

 

ຜູ້​ຊາຍ​ມັກ​ຈະ​ຄີ​ດວ່າ​ຜູ້​ຊາຍ​ທີ່ດີ ທີ່​ຜູ້​ຍິງ​ຄວນ​ຈະ​ເລຶອກຄື
ຜູ້​ຊາຍ​ທີ່​ຮຽບຮ້ອຍ ບໍ່​ເຈົາຊູ້ ບໍ່​ຫຍຸ້ງ​ກັບ​ອະບາຍ​ຍະ​ມຸກ
ທໍ່​ນິ້ກະ​ໜ້າ​ຈະ​ພຽງພໍ​ແລ້ວທີ່​ຈະ​ເຮັດ​ໃຫ້​ຜູ້ຍິງ​ພໍ​ໃຈທີ່​ຈະ​ເລຶອກມາ​ເປັນ​ຄູ່​ຄອງ

 

ແຕ່​ວ່າ  ຜູ້​ຊາຍ​ເບີ່​ງຕຶ້ນ​ເຂີນ​ເກີນ​ໄປ ໃນ​ຄວາມ​ເປັນ​ຈິງ​​ແລ້ວ
ຜູ້ຍິງ​ທຸກ​ຄົນ​ຈະໃຫ້​ຄຳ​ຈຳກັດຄວາມ​ຂອງ​ຄຳ​ວ່າ”ດີ” ຄື :
ຜູ້​ຊາຍ​ທີ່​ຮັກ​ເຂົາ​ແທ້ ​ແລ​ະ ສະ​ແດງ​ອອກ​ວ່າ​ເຮົາເປັນ​ຄົນ​ສຳຄັນ
ມີ​ຄວາມ​ເປັນ​ຜູ້ນຳ ລວມທັງ​ສະຫຼາດ​ພໍ​ທີ່​ຈະ​ຕໍ່​ຄວາມ​ກັບ​ເຮົາ​ໄດ້

 

ຈະ​ເຫັນ​ໄດ້​ວ່າ​ຄຳ​ວ່າ "ດີ" ທິ່ຜູ້ຍິງ​ກັບ​ຜູ້​ຊາຍ​ຄິດ​ນັນ
​​ເກືອບ​ຈະ​ຫາ​ຄວາມ​ກ່ຽວຂ້ອງ​ກັນ​ບໍ່​ໄດ້​ເລີຍ..
ດັ່ງ​ນັ້ນຈຶ່ງ​ບໍ່​ໜ້າ​ແປກ​ໃຈ​ທີ່​​ເປັນ​ຫຍັງຜູ້​ຊາຍ​ຫຼາຍ​ຄົນ
ບໍ່​ອາດ​ຍອມຮັບ​ການ​ຕັດສິນ​ໃຈເລືອກ​ຄົບ​ໃຜຈັກ​ຄົນ​ຂອງ​ຜູ້​ຍິງ
​ເພ​າະວ່າ​ຜູ້​ຍິງເລືອກ​ຜູ້​ຊາຍ​ທີ່​ບໍ່​ດີ​ໃນ​ສາຍຕາ​ເຂົາ(ສາຍຕາ​ຜູ້​ຊາຍ)
ແຕ່​ເປັນ​ຜູ້​ຊາຍ​ທີ່​ດີ​ໃນ​ສາຍຕາ​ຜູ້ຍິງ..

 

ໃນ​ອີກ​ກໍລະນີ​ໜຶ່ງ
ຜູ້​ຊາຍ​ທີ່​ໄດ້​ຊື່ວ່າ​ສົມບູນ​ແບບພຽບພ້ອມ​ທຸກ​ປະການກໍ່​ເຈິ​ກັບ​ບັນຫາ​ນິ້​ເຊັ່ນ:
ແຕ່​ບໍ່​ແມ່ນ​ຍ້ອນ​ວ່າ​ຄຳ​ວ່າ "ດີ"
ແຕ່​ເປັນ​ເພາະ​ຄວາມ​ສົມບູນ​ແບບ​ຂອງ​ເຂົາ​ຕ່າງຫາກ
ທີ່​ເຮັດ​ໃຫ້​ຜູ້ຍິງ​ບໍ່​ກ້າ​ເລຶອກຜູ້​ຊາຍ​ຄົນ​ນີ້​ມາ​ເປັນ​ຄູ່ຄອງ

 

ຜູ້​ຊາຍ​ທີ່​ເປັນ​ຄົນ​ດີ​ເກີ​ນ​ໄປ​ນັ້ນ..
ອາດ​ເຮັດ​ໃຫ້​ຜູ້ຍິງ​ອຶດ​ອັດ​ທັງ​ກາຍແລ​ະ​ໃຈ ​ໃນ​ການ​ທິ່ຈະ​ຢູ່​ນຳ
ຫຼາຍ​ກວ່າ​ຜູ້​ຊາຍ​ທີ່​ມີ​ຂໍ້​ບົກ​ຜ່ອງ​ແນ່
ເພາະວ່າ​ຜູ້ຍິງ​ກໍ​ຮູ້​ໂຕ​ດີ​ວ່າຕົນ​​ເອງ​ນັ້ນບໍ່​ແມ່ນ​ຄົນ​ສົມບູນ​ແບ​ບ​ພໍ​ປານ​ໃດ

 

ຖ້າຜູ້​ຊາຍ​ທີ່​ເຮົາ​ຄົບເປັນ​ຜູ້​ຊາຍ​ສົມບູນ​ແບບ​ເກີນ​ໄປ
ກໍ​ຈະ​ເຮັດ​ໃຫ້​ເຮົາ​ຂາດ​ຄວາມ​ໝັ້ນ​ໃຈ
ແລ​ະບໍ່​ສາມາດ​ສະ​ແດງ​ຕົວ​ຕົນ​ທີ່​ແທ້​ຈິງທີ່​ມີ​ຂໍ້ບົກຜ່ອງ​ຕໍ່ໜ້າ​ເຂົາ​​ໄດ້
ເພາະ​ວ່າ​ເຂົາ​ສົມບູນ​ແບບ​ຈົນເຮົາ​ຄິດ​ວ່າ​ເຂົາ​ບໍ່​ສາມາ​ດ​ເຂົ້າ​ໃຈຄວາມ​ບົກ​ຜ່ອງ​ໄດ້

 

ໃນ​ບາງ​ຄັ້ງ​ເຂົາ​ອາດເຮັດ​ໃຫ້​ຜູ້ຍິງ​ເສຍ​ຄວາມ​ໝັ້ນ​ໃຈ​ໄປ​ໂດຍ​ບໍ່​ຮູ້ໂຕ
ແລ​ະສຸດ​ທ້າຍ​ຜູ້​ຍິງ​ຢ້ານທີ່​ຈະ​ສູນ​ເສຍ​ເຂົາ​ໄປເມຶ່ອ​ເຂົາ​ຮູ້ຈັກ​ເຮົາ​ພໍ​ສົມຄວນ...
ເມຶ່ອຮູ້​ວ່າ​ເຮົາ​ບໍ່​ສົມບູນ​ແບບຢ່າ​ງທີ່​ເຂົາ​ຢາ​ກ​ໄດ້
ດັ່ງນັ້ນ ຜູ້​ຍິງ​ຈຶ່ງ​ເລືອກ​ທີ່​ຈະ​ບໍ່​ສົນ​ໃຈ​ຜູ້​ຊາຍ​ຄົນ​ນັ້ນຕັ້ງ​ແຕ່​ຕົ້ນດີກ​ວ່າ

 

ໂດຍ​ຄວາມ​ຈີ​ງ​ແລ້ວ​ບໍ່​ມີ​ໃຜຢາກ​ໄດ້​ຄູ່​ຄອງ​ທີ່​ຂຶ້ນຊື່ວ່າ​ເປັນ​ຄົນ​ຊົ່ວດອກ..
ບໍ່​ວ່າ​ຈະ​​ເປັນ ຍິງ​ຫຼຶຊາຍ
ເຮົາ​ທຸກ​ຄົນ​ຕ່າງ​ກໍ່ເສາະ​ຫາ​ຄົນດີໆ
ດັ່ງ​ນັ້ນສິ່ງ​ທີ່​ຜູກ​ມັດອີກ​ຝ່າຍ​ໜຶ່ງ​ໄວ້​ໄດ້​ຄື..
ຈົ່ງ​ເຮັດ​ໂຕ​ຄື​ໜັງ​ສື​ທີ່​ເບີ່​ງ​ພາຍ​ນອກ​ແລ້ວ​ໜ່າສົນ​ໃຈ..
ເປິ​ດມາ​ອ່ານ​ພາຍ​ໃນ​ແລ້ວ​ວາງ​ບໍ່​ລົງ..
ແຕ່​ອ່ານ​ເທົ່າ​ໃດ​ກໍ່​ບໍ່​ສາມາດ​ຫາ​ຕອນ​ຈົບ​​ໄດ້

 

..................................................................

 

ຜູ້​ຊາຍ​ດີໆ (ເຮັດວຽກ​ເກັ່ງ ຮຽນ​ເກັ່ງ ໝັ່ນ ບໍ່​ກີ​ນ​ເຫຼົ້າ
ບໍ່​ສູບ​ຢາ ບໍ່​ຫຍຸ້ງ​ກ່ຽວ​ກັບ​ອະບາຍ​ຍະ​ມຸກ ບໍ່​ເຈົ້າຊູ້ Perfect !!!
ມັກ​ຈະ​ເປັນ​ຄົນ​ດີ​ແທ້ໆ
ແບບ​ວ່າ​ດີ​ໃນ​ເລື້ອງ​ທີ່​ເຂົາ​ສົນ​ໃຈ
ແຕ່​ມັກ​ຈະ​ດ້ອຍ​ໃນ​ເລຶ່ອງທີ່​ເພ​ດຕົງ​ຂ້າມ​ສົນ​ໃຈ
ຈົນ​ອາດ​ລະ​ເລີຍຫຼື​ລຶມການ​ກະທຳ​ບາງ​ຢ່າງ...
ທີ່​ຄວນ​ເຮັດ​ກັບ​ເພດ​ກົງກັນ​ຂ້າມໂດຍ​ບໍ່​ຮູ້​ໂຕ

 

ຜູ້​ຊາຍ​ທີ່​ບໍ່​ຄ່ອຍ​ຈະ​ດີ ກີ​ນ​ເຫຼົ້າ ສູ​ບຢາ ​ເຈົ້າຊູ້
ຮຽນ​ພໍ​ເອົາ​ໂຕ​ລອດ​ໄດ້ ເຮັດ​ວຽກ​ໄປ​ແຕ່​ລະ​ມື້ ເຈົ້າຊູ້​ໜ້ອຍ​ໜຶ່ງ )
ສ່ວນ​ຫຼາຍ​ມັກ​ຈະ​ຮູ້​ໃນ​ສີ່​ງທີ່​ຜູ້ຍິງ​ຕ້ອງ​ກາ​ນ ແລ​ະ ໜ້າ​ຄົນຫາ

 

ຖ້າ​ປຽບ​ເປັນ​ໜ້າ​ປົກ​ຂອງ​ໜັງສື
ຜູ້​ຊາຍ​ດີໆ ກະ​ຄື​ໜັງສື​ດີໆ ທົ່ວ​ໄປ​ເຊັ່ນ ໜັງ​ສື​ໃຫ້​ຄວາ​ມຮູ້
ອອກ​ແບບ​ໜ້າປົກ​ບໍ່​ໜ້າສົນ​ໃຈ
​ແຕ່​ເນື້ອ​ຫາ​ທາ​ງ​ໃນ​ເປັນ​ປຶກ(ຫຼາຍ)ເໝາ​ະທີ່​ຈະ​ໃຊ້​ໄວ້​ອ້າງ​ອີງ​ຕະຫຼອດ​ເວລາ
ບໍ່​ຄ່ອຍ​ເປັນຕາ​ຈັບ​ເອົາ​ມາ​ອ່ານ ຢາກ​ອ່ານ​ກໍ​ຕໍ່​ເມື່ອ​ມີ​ເລື່ອງ​ເດືອ​ດຮ້ອນ
ຫຼື​ມີ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ອ່ານ​ເທົ່າ​ນັ້ນ

 

ຜູ້​ຊາຍ​ທີ່​ບໍ່​ຄ່ອຍ​ຈະ​ດີ​ກໍ່​ຄຶ​ກັບ​ໜ້າ​ປົກ​ໜັງສື
ທີ່​ອອກ​ແບ​ບ​ໄດ້​ໂດດ​ເດັ່ນ ແປກ​ແຫວກ​ແນວ
ເປັນຕາ​ຈັບ​ມາ​ອ່ານ​ຈາກ​ຖ້ານ​ປຶ້ມ​ທີ່​ມີທັງ​ໜັງສືໜ້າ​ປົກ​ງາມໆ
ແລະ​ບໍ່​ງາມ​ບຽດ​ກັນ​ຢູ່
ອອກ​ແບບ​ໄດ້ງາມ​ແຕ່​ຫາ​ສາລະ​ບໍ່​ຄ່ອຍ​ມີ ອ່ານ​ເພື່ອ​ຄວາມ​ມ່ວນ
ເພື່ອ​ຄວາມ​ບັນ​ເທີ​ງ ​ແຕ່​ເມື່ອ​ອ່ານ​ຈົບ​ແລ້ວ
ກໍ​ຍັງ​ຢາກ​ຈັບ​ເອົາ​ມາ​ອ່ານ Normal 0 false false false MicrosoftInternetExplorer4 /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-parent:""; mso-padding-alt:0in 5.4pt 0in 5.4pt; mso-para-margin:0in; mso-para-margin-bottom:.0001pt; mso-pagination:widow-orphan; font-size:10.0pt; font-family:"Times New Roman"; mso-ansi-language:#0400; mso-fareast-language:#0400; mso-bidi-language:#0400;}ຊ້ຳ​ອີກ

 

ແຕ່...ຜູ້​ຊາຍ​ທີ່​ຊົ່ວ​ສຸດໆ (ອະບາ​ຍະ​ມຸກ​ທຸກ​ຢ່າງເອົາ​ໝົດ ຄ້າ​ຢາ​ເສບ​ຕິດ
ເຈົ້າຊູ້​ໂຄດໆ ວຽກ​ບໍ່​ເຮັດ ຂີ້ຄ້ານ ຮຽນ​ບໍ່​ຈົບ​ຈັກ​ເທຶ່ອ)
ຈັ່ງຊີ້​ກະ​ຄື​ສິບໍ່​ມີ​ໃຜ​ເອົາ​ຄຶ​ກັນ

 

ອ່ານຄືນຫຼັງ
ໝວດໝູ່