ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຢ້ານຜີ
ສ້າງເມື່ອ ມ.ນ.. 29, 2010 23 ຄົນໂຫວດ, 19 ຄຳເຫັນ, ອ່ານ 553 ເທື່ອ
ສະບາຍດີ. ຂ້ອຍມີເລື່ອງຈະເລົ່າໃຫ້ຟັ ງກ່ຽວກັບປະສົບການ
ຕົວຈິງຂົນຫົວລຸກເລີຍ ລະເລື່ອງມີຢູ່ວ່າ:
ຂ້ອຍແລະຫມູ່ຂ້ອຍອີກ1ຄົນພາກັນໄປບຸນບ້ານນອກ ຊ່ວງ
ອອກພັນສາຕອນໄປບໍ່ມີຫຍັງເກີດຂື້ນ ແຕ່ຕອນຂາກັບ
ປະມານ1ໂມງກາງຄືນ ຮູ້ບໍ່ວ່າມີຫຍັງເກີດຂື້ນກັບຂ້ອຍ ລົດນ້ຳມັນຫມົດ ເປົາຖັງໄດ້ໜ້ອຍຫນື່ງລົດກໍ່ຕີນຮົ່ວ ພາກັນຈູງລົດມາຝົນກະຕົກລິນແຄມທາງ ກະມີແຕ່ປ່າຈູງລົດມາເຫິງເຕີບ ພໍມາຮອດໄຮ່ນາກໍ່ເຫັນແສງຮຸ່ງຂື້ນນຶກວ່າແສງໂຄມ ແຕ່ພໍມາໃກ້ພັດບໍ່ເປັນຢ່າງທີ່ຄິດມັນແມ່ນແສງຜີປອບ2ໂຕທີ່ມີແຕ່ຫົວກັບໃສ້ ຄຶໃນຫນັງເລີຍພວກຂ້ອຍຕົກສະເງີ້ກໍ່ພາກັນນັ່ງລີ້ຢູ່ໃນແຄມທາງໃຄແນ່ແຕ່ມັນບໍ່ເຫັນ ພວກຂ້ອຍພາກັນກັ້ນລົມຫາຍໃຈເປັນຄັ້ງເປັນຄາວເພາະໄດ້ຍິນເຂົາເຈົ້າວ່າຖ້າມັນໄດ້ຍິນແລ້ວມັນຈະໄລ່ແບບບໍ່ປ່ອຍ ພວກຂ້ອຍກໍ່ໄດ້ແຕ່ແນມມັນລອຍໄປລອຍມາຫາກິນກົບຂຽດ ແຖວນັ້ນຈົນມັນລອຍຫນີໄປພວກຂ້ອຍກະພາກັນແລ່ນຫນີເມືອຮອດເຮືອນ ພາກັນເປັນໄຂ້ພໍມື້ຕໍ່ມາຂ້ອຍໄດ້ໄປສອບຖາມປະຊາຊົນແຖວນັ້ນ ເຂົາເຈົ້າກໍ່ບອກວ່າມີ2ຜົວເມຍເປັນປອບພາກັນນອນຢູ່ນາຈາກມື້ນັ້ນພວກຂ້ອຍກໍ່ບໍພາກັນໄປອີກເລີຍ