ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

 

ຫວາດສະຫນາຊາຕາຂອງຄົນເຮົາ,ເເມ່ນບໍສາມາດວາດຝັນເອົາໄດ້ດັ່ງຕາມໃຈມັກປຽບສະເຫນືອນຄົນເຮົາບໍສາມາດເລືອກເກີດໄດ້.

ເເຕ່ສາມາດເລືອກທີຈະເຮັດໃຫ້ຊີວິດຂອງເຮົາໃຫ້ມີຄວາມສຸກໄດ້ ໂດຍການໃຊ້ສະຕິເເລະປັນຍາຂອງຕົນວ່າຈະດໍາລົງຊີວິດຢູ່ໃນໂລກໃບນີ້ຄືເເນວໃດນັ້ນເອງ.

   ບົນເສັ້ນທາງຊີວິດຂອງ: ເດັກຊາຍນ້ອຍກໍາພອຍຈາກບ້ານເມືອງມາ

ເດັກຊາຍນ້ອຍເເມ່ນໄດ້ກໍາເນີດຂື້ນຢູ່ເຂດເເຄ້ນເເດນພູມລໍ່າເນົາທີ່ສ່ວຍສົດງົດງາມ ຕາມພູມສັນຖານອັນທໍາມະຊາດທີໄດ້ສ້າງໄວ້ໃຫ້ກັບເມືອງເເຫ່ງນັ້ນ.

ເມືອງເເຫ່ງນີ້ປະດັບປະດາດ້ວຍທໍາມະຊາດທີສ່ວຍງາມເຊັ່ນ: ທາງທິດຕາເວັ້ນຂື້ນປະດັບດ້ວຍສາຍພູອັນຍາວຢຽດ,ຍາມຕ່ອນເຊົ້າຂອງວັນໃຫມ່ພະອະລຸນຈະໄຂເເສງເເຍ່ງໃສ່ພຶກສາຊາດນາໆເເນວພັນໄມ້ເພື່ອເຕືອນໃຫ້ຮູ້ວ່າເປັນວັນໃຫມ່ທີສົດໃສ

ເຮັດໃຫ້ນໍ້າຫມອກທີກ້າມຢູ່ຕາມຕົ້ນໄມ້ໃບຫຍ້າຄ່ອຍໆລະເຫີຍອາຍກາຍເປັນຫມອກເຝືອສີຂາວລອງລອຍຂື້ນສູ້ທ່ອງຟ້າ.

ທາງທິດເຫືອນເເມ່ນມີຍອດລໍາທານນໍ້າໃສໆທີໄລເຢັນຕະປີ້. ອັນເປັນສາຍລໍານໍ້າທີໃຫ່ຍໄລເເຕ່ທາງທິດເຫື່ນອຜ່ານໃຈກາງເມືອງເເລ້ວໄລໄປສູ້ທາງທິດໄຕ້ຂອງຫມູ່ບ້ານ.ຊາວບ້ານເເຫ່ງນີ້ກໍ່ໄດ້ອາໃສລໍານໍ້າດໍາລົງຊີວິດຫາລ້ຽ້ງຊີບຢ່າງມີຄວາມສະຫງົບສຸກຕະຫລອດມາ.

ຍັງບໍທັນຈົບ ກະລຸນາຕິດຕາມຕ່ອນຕໍ່ໄປ

 

 

 

Delicious Digg Fark Twitter