ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2013 | ມີ 16 ຄຳເຫັນ ແລະ 0 trackback(s)
  • ໃນລະຫວາງຕົ້ນປີທີ່ຜ່ານມາມີຫໍພັກຂອງໂຮງຮຽນແຫ່ງໜື່ງໄດ້ມີເລື່ອງບໍ່ໜ້າຄິດເກີດຂື້ນມີນັກສືກສາສາວຄົນໜື່ງບໍ່ຮູ້ວ່າມີເລື່ອງຍັງເກີດຂີ້ນກັບລາວເຊິ່ງລາວໄດ້ຂ້າໂຕຕາຍເຊີ່ງການຂ້າໂຕຕຕາຍຂອງລາວແມ່ນໄດ້ກະໂດດຕືກ3ຊັ້ນເອົາຫົວສັກລົງພື້ນເບຕົງກ່ອນນັບແຕ່ນັ້ນມາໃກ້ຈະຮອດທ່ຽງຄືນຢູ່ທີ່ລະບຽງທາງຂື້ນລົງຫໍພັກຕໍ່ໜ້າຫ້ອງຍິງຄົນນັ້ນປະກົດມີສຽງດັງເກີ້ບ.....ເກີ້ບຄ້າຍຄືສຽງຫົວຄົນທັບລົງພື້ນ>ຄ້າຍຄືສຽງຫົວທັບລົງພື້ນ ຟັງອີກຢ່າງໜຶ່ງຄືກັນກັບສຽງເກີບຜູ້ຍິງກຳລັງຍ່າງແຕ່ຫ້ອງສົ້ນສຸດ ຫໍພັກ ຄ່ອຍໆຫຍັບເຂົ້າມາໄກ້ເລື້ອຍໆ, ພໍດີມາຮອດເຄິ່ງປະຕູຫ້ອງ ທີລາວເຄີຍອາໃສຢູ່ເມື່ອກ່ອນ ປະກົດວ່າສຽງນັ້ນໄດ້ຢຸດລົງ ບໍ່ໄດ້ຍິນສຽງດັງກາຍໄປອີກ.
  • ພາຍຫຼັງເຫດການເກີດ ບໍ່ດົນ ກໍ່ພໍດີຮອດລະດູການ ປິດພາກຮຽນ, ນັກຮຽນໃນຫໍພັກ ກໍ່ຄ່ອຍໆ ທະຍອຍ ກັນກັບບ້ານໃຜມັນ, ສ່ວນເລື່ອງເປັນຕາຢ້ານ ຂົນຫົວລຸກ ກໍ່ຍັງບໍ່ທັນຍຸດພຽງເທົ່ານີ້

            ຕອນຄ່ຳມື້ໜຶ່ງ, ພະນັກງານຮັກສາອານາໄມ ຫໍພັກນັກສຶກສາດັ່ງກ່າວ. ໄດ້ໄປອານາໄມ ແຕ່ລະຫ້ອງ (ຍ້ອນນັກຮຽນເສັງ ແລ້ວໃຜໆ ກໍ່ຟ້າວກັບບ້ານໃຜລາວ,ພະນັກງານຮັກສາອານາໄມລວມ ຈຳເປັນຕ້ອງໄດ້ຮັບ ພາລະທຳຄວາມສະອາດ ອານາໄມແຕ່ລະຫ້ອງ ມ້ຽນມັດເຄື່ອງຂອງພາຍໃນໃຫ້ເປັນລະບຽບ). ພໍດີ ອານາໄມໄປຮອດ ຫ້ອງທີ່ຍິງສາວ ກະໂດດຕຶກຕາຍເຄີຍອາໃສຢູ່ນັ້ນ, ລາວກໍ່ເຮັດວຽກໄປເປັນປົກກະຕິ ຄືບໍ່ມີເລື່ອງຫຍັງເກີດຂື້ນ, ແຕ່ລາວເອງຮູ້ສຶກມີອັນ ຜິດປົກກະຕິເກີດຂຶ້ນໃນຫ້ອງນີ້, ໂຕຂອງລາວປະກົດວ່າຂົນຫົວຂົນຄີງລຸກ, ເໝືອນກັບ ຫົວໂຕເອງໃຫຍ່ຂຶ້ນ. ລາວຢຸດຢູ່ໜ້ອຍໜຶ່ງ ຫຼຽວໄປມາຊ້າຍຂົວ ອ້ອມຕົວລາວ ໃນຫ້ອງບໍ່ມີຫຍັງເກີດຂື້ນ. ລາວຄິດໃນໃຈວ່າ ຊ່າງມັນເທິ! ບໍ່ສົນໃຈເຖິງມັນດອກ ມີວຽກກໍ່ເຮັດໄປ ບໍ່ເຫັນກັບຕາບໍ່ຕ້ອງເຊື່ອ. ແລ້ວລາວກໍ່ປັດກວດ ຫ້ອງນັ້ນຕໍ່ໄປ ແລະ ລາວກໍ່ໄດ້ຢ່າງໄປໄຂປະຕູ ຫ້ອງດ້ານໜ້າ ດ້ານຫຼັງອອກໝົດ, ປະກົດວ່າມີລົມພັດຄ່ອຍ ເປັນສີເຢັນໆ……

                    ພາຍຫຼັງໄດ້ເປີດປະຕູໄວ້ແລ້ວ ພະນັກງານອານາໄມຄົນນີ້ ກໍ່ທຳການອານາໄມ ຫ້ອງນີ້ຕໍ່ໄປ, ເວລານີ້ ລາວແມ່ນອຸ່ນໃຈທຸ່ນທ່ຽງແລ້ວ ເພາະວ່າລາວຫຼຽວເປິ່ງປະຕູແມ່ນໄດ້ເປີດປະໄວ້ໝົດແລ້ວ, ອານາໄມໃນຫ້ອງນີ້ພໍດີແລ້ວ ລາວກໍ່ເດີນໄປປິດປະຕູດ້ານຫຼັງ ທີ່ໄດ້ເປີດຢູ່, ໃນຄະນະນັ້ນ ກໍ່ປະກົດໄດ້ຍິນສຽງດັງ ເປິ໊ງ….ບາດໜຶ່ງ. ລາວຕື່ນສະດຸ້ງຕົວທັນທີ ຫຼຽວ ງວກມາດ້ານໜ້າ ເຫັນປະຕູໄດ້ອັດແຈບແລ້ວ

             ເວລານີ້ ລາວເອງຮູ້ສຶກສີເຢັນໆ ຂົນຫົວຂົນຄີງລຸກ ວາບ…, ຫົວໃຈເຕັ້ນຕຶກ..ຕຶກໆລາວຄິດວ່າ ຈະແລ່ນໜີໄປແຕ່ຍັງບໍ່ທັນໄດ້ແລ່ນ ກໍ່ໄດ້ຍິນສຽງເກິ໊ບ….ເກິ໊ບ…. ເກິ໊ບ….  ເໝືອນກັບສຽງຜູ້ຍິງໃສ່ເກີບສົ້ນຢ່ອງ ກຳລັງຢ່າງມາ ຕາມລະບຽງ ແຕ່ຫ້ອງສຸດທ້າຍ ຫຍັບເຂົ້າມາໃກ້ເຂົ້າເລື້ອຍໆເຖິງຕອນນີ້ແລ້ວ ເຮົາຈະຮູ້ວ່າ ເລື່ອງຜີມີຈິງ ຫຼື ບໍ່ນັ້ນ ກໍ່ບໍ່ມີຄວາມ    ໝາຍຫຍັງອີກແລ້ວລາວຄິດໃນໃຈວ່າ”…

                                    ລາວມີຄວາມຢ້ານກົວຫຼາຍທີ່ສຸດ ຂົນຫົວລຸກ ວາບໂຕສັ່ນຢັອກໆ.. , ຫົວໃຈເຕັ້ນຕຶບໆບໍ່ຮູ້ຈັກຈະເຮັດຫຍັງອີກ ? ແນ່ນອນ ໄປກໍ່ບໍ່ໄດ້ ຢືນຢູ່ກໍ່ບໍ່ເປັນ, ຈິ່ງຕັດສິນໃຈ ນັ່ງໝູບລົງກ້ອງໂຕະເກົ່າ ໃນຫ້ອງ, ໃກ້ກັບຕຽງເບີ 2 ທີ່ສາວຂ້າໂຕຕາຍເຄີຍໃຊ້ນອນ ຕອນຍັງມີຊີວິດຢູ່. ສຽງດັງຄ້າຍກັບຄົນກຳລັງຍ່າງເຂົ້າມາໃກ້ເລື້ອຍໆ ລາວຍິ່ງໝົ້ນເຂົ້າກ້ອງໂຕະ ຕື່ມອີກ…. ຫວັງວ່າສຽງດັງຢູ່ລະບຽງນັ້ນຈະກາຍປະຕູຫ້ອງໄປແລ້ວ ຈິ່ງຈະລຸກແລ່ນໜີທັນທີ

                    ພໍດີຖືກກັບເວລາ ສຽງເກີບສົ້ນຢ່ອງ ຢ່າງມາຮອດເຄິ່ງປະຕູພໍດີ, ຟ້າບໍ່ເປັນໃຈ, ສຽງນັ້ນກໍ່ຢຸດຢູ່ທີ່ນັ້ນ.  ພ້້ອມກັນນັ້ນກໍ່ໄດ້ຍິນສຽງ ຄົນເວົ້າອອກມາຄ່ອຍໆ ແຕ່ເປັນສຽງເຢັນໆ ກ້ອງຍາວໆ ບໍ່ຕ້ອງລີ້ລົງກ້ອງໂຕະ..ອີກແລ້ວ

    ຂ້ອຍ….ໄດ້…..ເຫັນ….ເຈົ້າ….ແລ້ວ….”

                                    ພະນັກງານຮັກສາຄວາມສະອາດ ຄິດຢູ່ໃນໃຈວ່າ: ” ເປັນຫຍັງ ເຮົາລີ້ຢູ່ກ້ອງໂຕະດີແລ້ວ ມັນຍັງເຫັນເຮົາຢູ່ ?…………

     

Delicious Digg Fark Twitter